ການລົງທະບຽນກັບ BetStop ໃນການຍົກເວັ້ນຕົນເອງ ຈາກການພະນັນ.
ກາງ ກໍາລັງປະເຊີນຫນ້າ ກັບການຮຽກຮ້ອງຫຼາຍຂຶ້ນ ໃນການຕໍ່ສູ້ ກັບການພະນັນທີ່ສ້າງບັນຫາ.
ຕົວເລກໃຫມ່ ກ່ຽວກັບຈໍານວນຊາວ ທີ່ຍົກເວັ້ນໂຕເອງ (Self-excluding) ອອກຈາກການຫລິ້ນພະນັນ, ໄດ້ເຮັດໃຫ້ມີການເຕືອນກ່ຽວກັບວິກິດການ ດ້ານສາທາຣະນະສຸກ.
Tys Occhiuzzi ລາຍງານ.
Kate Seselja ແມ່ລູກຫົກຈາກ Canberra ເວົ້າວ່າ ການພະນັນ ໄດ້ຄອບງຳຊີວິດຂອງນາງ ເປັນເວລາສິບສີ່ປີແລ້ວ.
“ຂ້ອຍບໍ່ຮູ້ສຶກໂຕ, ຂ້ອຍບໍ່ມີຄວາມຮູ້ກ່ຽວກັບມັນ ແລະເຊັ່ນດຽວກັບຊາວອອສເຕຣເລັຍຫລາຍຄົນ, ມັນໄດ້ເຮັດໃຫ້ຂ້ອຍຕາບອດ. ມັນໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງ ຕໍ່ຄວາມຮູ້ສຶກຂອງຕົວຂ້ອຍເອງ, ສຸຂພາບຂອງຂ້ອຍ, ຄວາມເຄົາຣົບ ໃນຕົວຂອງຂ້ອຍ. ໃນອອສເຕຣເລັຍ ພວກເຮົາໄດ້ຖືກຈູ່ໂຈມ ໂດຍການໂຄສະນາຢ່າງມະຫາສານ ທີ່ເຮັດໃຫ້ກິດຈະກັມເຫຼົ່ານີ້ ກາຍເປັນສິ່ງປົກກະຕິ. ແຕ່ແທ້ຈິງແລ້ວ ເປັນອັນຕະຣາຍແລະຖືກອອກແບບ ໃຫ້ເສບຕິດ.”
ການໂຄສະນານັ້ນ ຄວບຄູ່ກັບຄວາມຫຼົງໃຫຼໃນກິລາ ຂອງອອສເຕຣເລັຍ.
ການພະນັນທາງອອນໄລນ໌ ໄດ້ກາຍເປັນທີ່ນິຍົມຫຼາຍຂຶ້ນ ໃນຊ່ວງປີມໍ່ໆມານີ້ ແລະປັດຈຸບັນ, ຊາວອອສເຕຣເລັຍ ຫຼາຍກວ່າ 18,000 ຄົນໄດ້ລົງທະບຽນກັບ BetStop ທີ່ມີທົ່ວປະເທດ ໃນການຍົກເວັ້ນຕົນເອງ (Self-exclusion) ຈາກການພະນັນ, ສ່ວນໃຫຍ່ ນັ້ນແມ່ນຜູ້ທີ່ມີອາຍຸຕໍ່າກວ່າ 40 ປີ.
Amanda Rishworth ຣັຖມົນຕີ ບໍຣິການສັງຄົມ ກ່າວວ່າ 'ການເຫັນການລົງທະບຽນທີ່ເຂັ້ມແຂງຂອງ BetStop ແມ່ນດີຫຼາຍ ແລະໄດ້ຮັບການຊ່ວຍເຫຼືອ ຈາກການຢືນຢັນລ່ວງຫນ້າ ທີ່ຊ່ວຍໃຫ້ແນ່ໃຈວ່າ ຜູ້ຄົນບໍ່ໄດ້ຊອກຫາວິທີແກ້ໄຂ ທີ່ຈະຫຼິ້ນພະນັນ.'
ເຖິງແມ່ນຈະມີການຮອງຮັບຢ່າງເຂັ້ມແຂງກໍຕາມ, ແຕ່ສາດສະດາຈານຂອງມະຫາວິທະຍາໄລ Deakin, Samantha Thomas ກ່າວວ່າ ຂໍ້ມູນນັ້ນສະແດງໃຫ້ເຫັນ ເຖິງແນວໂນ້ມທີ່ຫນ້າເປັນຫ່ວງ.
“ສິ່ງທີ່ໜ້າເປັນຫ່ວງ ກ່ຽວກັບຕົວເລກທີ່ເຮົາໄດ້ເຫັນໃນວັນນີ້ແມ່ນວ່າ ມັນບໍ່ແມ່ນພຽງແຕ່ ຈຳນວນຂອງຜູ້ຄົນທີ່ຍົກເວັ້ນຕົວເອງເທົ່ານັ້ນ ແຕ່ເປັນເປີເຊັນ ຂອງຜູ້ທີ່ອາຍຸຍັງນ້ອຍ. ນີ້ສະແດງໃຫ້ເຫັນວ່າ ແທ້ຈິງແລ້ວ ພວກເຮົາມີວິກິດການດ້ານສາທາຣະນະສຸກ ກັບຄົນຫນຸ່ມນ້ອຍຂອງພວກເຮົາ, ແລະຣັຖບານ ຈໍາເປັນຕ້ອງເຮັດຫຼາຍກວ່ານັ້ນ ໃນການຍົກລະດັບ ການປົກປ້ອງພວກເຂົາ.”
ສາດສະດາຈານ Thomas ກ່າວວ່າ ຣັຖບານສາມາດເຮັດໄດ້ຫຼາຍກວ່ານັ້ນ ເພື່ອຄວບຄຸມແນວໂນ້ມນີ້.
“ພວກເຮົາຍັງຮູ້ອີກວ່າ ຜລິດຕະພັນເຫຼົ່ານີ້ ສາມາດສ້າງຄວາມເສັຍຫາຍຢ່າງໃຫຍ່ຫຼວງ. ການການຍົກລະດັບ ຂອງຣັຖບານ ໃນການວາງຂໍ້ຈໍາກັດໃຫຍ່ ໃນການຕລາດ ແລະການໂຄສະນາ ແລະແມ່ນແຕ່ການຫ້າມຢ່າງຄົບຖ້ວນ ແມ່ນໄດ້ຮັບການຍອມຮັບ ໂດຍຜູ້ຊ່ຽວຊານດ້ານສາທາຣະນະສຸກ, ໂດຍຊຸມຊົນ, ແລະທີ່ສໍາຄັນທີ່ສຸດ, ໂດຍຄົນໄວຫນຸ່ມເອງ. ມັນເປັນສິ່ງທີ່ພວກເຮົາຕ້ອງເຮັດ ເພື່ອປ້ອງກັນບໍ່ໃຫ້ຄວາມເສັຍຫາຍນັ້ນເກີດຂຶ້ນ.”
ຄວາມເສັຍຫາຍຂອງການຕິດການພະນັນ ກໍໄດ້ກະທົບເຖິງຊຸມຊົນຫຼາຍວັດທະນະທັມເຊັ່ນກັນ.
Anh Bui ເປັນຜູ້ນໍາທີມທີ່ປຶກສາຂອງສະມາຄົມແມ່ຍິງຫວຽດນາມ ອອສເຕຣເລັຍ (Australian Vietnamese Women's Association).
ນາງໄດ້ເຮັດວຽກກັບຜູ້ຄົນ ທີ່ປະສົບກັບຄວາມເສັຍຫາຍ ຂອງການພະນັນ ເປັນເວລາສອງປີແລ້ວ, ແລະເວົ້າວ່າ ຄວາມເສັຍຫາຍເຫຼົ່ານັ້ນແມ່ນມີວົງກວ້າງ.
“ຄວາມເສັຍຫາຍຈາກການພະນັນ ສ່ວນຫຼາຍກ່ຽວຂ້ອງກັບດ້ານການເງິນ (ທົ່ວໄປ) ໃນບັນດາຜູ້ຄົນ. ຕາມປົກກະຕິແລ້ວ ມັນບໍ່ແມ່ນເລື້ອງການເງິນເທົ່ານັ້ນ, ມັນແມ່ນກ່ຽວກັບຄວາມສໍາພັນ, ສຸຂະພາບຈິດ ແລະຄວາມເປັນຢູ່ທີ່ດີນໍາອີກ, ແລະບັນຫາຄອບຄົວ ກໍຖືກເນັ້ນຫນັກນໍາອີກ...ນັ້ນແມ່ນຈາກປະສົບການ ຂອງຂ້າພະເຈົ້າ.”
Kevin Chan ຈາກ Chinese Peer Connection Program ກໍໄດ້ສັງເກດເຫັນແນວໂນ້ມໃຫມ່ ໃນຊຸມຊົນຊາວຈີນອີກດ້ວຍ.
“ຂ້າພະເຈົ້າເຫັນຄົນລຸ້ນຫນຸ່ມກວ່າ, ຄົນທີ່ກໍາລັງຮຽນຢູ່ໃນໂຮງຮຽນມັດທະຍົມ ຫຼືແມ່ນແຕ່ ນັກສຶກສາຕ່າງຊາດ, ພວກເຂົາສາມາດ ໃຊ້ການພະນັນ ແລະການພະນັນອອນໄລນ ໃນການທີ່ຈະພົບປະກັບຫມູ່ເພື່ອນ, ເພື່ອສັງຄົມ, ເພື່ອສ້າງຜູກພັນກັບຫມູ່ເພື່ອນ.”
ສາດສະດາຈານ Thomas ເຫັນນຳວ່າ ຄົນທີ່ມາຈາກພູມຫຼັງທີ່ແຕກຕ່າງກໍອາດມີຄວາມສ່ຽງເຊັ່ນກັນ.
ສິ່ງຫນຶ່ງທີ່ເຮົາຮູ້ ກ່ຽວກັບຄວາມເສັຍຫາຍຂອງການຫລິ້ນພະນັນ ແລະອຸດສາຫະກັມການພະນັນ ແມ່ນວ່າ ເຂົາເຈົ້າບໍ່ເລືອກປະຕິບັດ. ເຮົາຮູ້ວ່າ ການຫລິ້ນພະນັນ ມີຜົນກະທົບຕໍ່ຊຸມຊົນ ທີ່ອ່ອນແອທີ່ສຸດຂອງເຮົາ.ພວກເຮົາເຫັນຢ່າງແນ່ນອນວ່າ ມີຄວາມເສັຍຫາຍຫລາຍຂຶ້ນ ໂດຍສະເພາະ ສໍາລັບຜູ້ຄົນໃນຊຸມຊົນເສດຖະກິດ ແລະສັງຄົມລະດັບທີ່ຕ່ຳກວ່າ, ແຕ່ທີ່ໜ້າເປັນຫ່ວງຫລາຍກວ່ານັ້ນ ຄືອຸດສາຫະກັມນີ້ ກໍາລັງເຮັດໃຫ້ຊຸມຊົນເຫລົ່ານີ້ ມີຄວາມອ່ອນແອຫລາຍຂຶ້ນ.”
ຣັຖມົນຕີກ່າວວ່າ ຣັຖບານກໍາລັງພິຈາຣະນາ ຄໍາແນະນໍາຂອງການສອບຖາມຂອງຣັຖສະພາ ໃນປີກາຍນີ້ ໂດຍຍອມຮັບວ່າ ຍັງມີຫລາຍຢ່າງທີ່ຕ້ອງເຮັດ.
ບັນດາບໍຣິສັດການພະນັນກ່າວວ່າ ພວກເຂົາເຈົ້າໄດ້ສູບເງິນຫຼາຍລ້ານໂດລາ ເຂົ້າໄປໃນການໃຫ້ຄໍາປຶກສາ ທາງດ້ານການເງິນ ສໍາລັບຜູ້ທີ່ປະສົບກັບຄວາມເສັຍຫາຍ.
ເນື້ອເລື່ອງໂດຍ Tys Occhiuzzi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌