ອັດຕາເງິນເຟີ້ ໃນອອສເຕຣເລັຍ.
ກອງທຶນການເງິນນາໆຊາດ (The International Monetary Fund) ໄດ້ຄາດການວ່າ ອັດຕາເງິນເຟີ້ ຂອງອອສເຕຣເລັຍ ຈະເພີ່ມຂຶ້ນຈາກ 2.8ເປີເຊັນ ເປັນ 3.6 ເປີເຊັນ ໃນທ້າຍປີຕໍ່ໄປ.
ແນວໂນ້ມນັ້ນ ເຮັດໃຫ້ອອສເຕຣເລັຍ ເປັນຫນຶ່ງໃນບັນດາປະເທດເສດຖະກິດ ທີ່ພັດທະນາແລ້ວ ມີຜົນການດຳເນີນງານ ທີ່ບໍ່ດີທີ່ສຸດ ໃນການຕໍ່ສູ້ ກັບວິກິດຄ່າຄອງຊີບ.
ການຄາດການນັ້ນເກີດຂຶ້ນ ຫລັງຈາກຮອງຜູ້ປົກຄອງ Reserve Bankຂອງອອສເຕຣເລັຍ ໄດ້ຫລຸດຄວາມຄາດຫວັງ ຂອງການຫລຸດອັດຕາດອກເບັ້ຍ ໃນວັນຈັນ, ແລະອາດຫມາຍເຖິງ ສະພາບທີ່ຍາກລຳບາກຫລາຍຂຶ້ນ ສໍາລັບຄອບຄົວ. ຕາມລາຍງານ ຂອງ Kath Landers ແລະ Wing Kuang.
ໃນກອງປະຊຸມປະຈໍາ ປີທີ່ Washington, ຫົວຫນ້ານັກເສດຖະກິດ ຂອງກອງທຶນການເງິນນາໆຊາດ (International Monetary Fund), Pierre-Oliver Gourinchas, ໄດ້ກ່າວຂໍ້ຄວາມ ທີ່ຜູ້ຄົນຢາກໄດ້ຍິນ.
"ພວກເຮົາເລີ່ມຕົ້ນດ້ວຍຂ່າວດີ, ການຕໍ່ສູ້ ກັບເງິນເຟີ້ ໃກ້ຈະຊນະແລ້ວ."
ແຕ່ສິ່ງທີ່ຈະເກີດຂຶ້ນຕໍ່ໄປ ອາດເປັນຂໍ້ຄວາມທີ່ ຊາວອອສເຕຣເລັຍ ສ່ວນຫລາຍ ບໍ່ຢາກໄດ້ຍິນ.
ໃນຂນະທີ່ IMF ຄາດການວ່າ ອັດຕາເງິນເຟີ້ ໃນຫຼາຍປະເທດ ຈະຫລຸດລົງ, ແຕ່ອັດຕາເງິນເຟີ້ ໃນອອສເຕຣເລັຍ ຍັງຄົງຢູ່ໃນລະດັບສູງ.
ມັນຍັງຄາດການອີກວ່າ ດັດຊະນີລາຄາ ຂອງອອສເຕຣເລັຍ ຈະເພີ່ມຂຶ້ນຈາກ 2.8 ເປີເຊັນເປັນ 3.6 ເປີເຊັນ ໃນທ້າຍປີຕໍ່ໄປ. ເຮັດໃຫ້ປະເທດນີ້ ເປັນປະເທດ ທີ່ມີອັດຕາເງິນເຟີ້ສູງ ເປັນອັນດັບທີສອງ ໃນທ້າຍປີຫນ້າ, ໃນບັນດາອີກ 41 ປະເທດ.
ປະເທດທີ່ຄາດວ່າ ຈະປະເຊີນກັບອັດຕາເງິນເຟີ້ ສູງທີ່ສຸດ ແມ່ນປະເທດ Slovakia ຈາກຢູໂຣບກາງ, ຊຶ່ງຄາດວ່າ ຈະສູງເຖິງ 4.8 ເປີເຊັນໃນປີ 2025.
ແລະເມື່ອປຽບທຽບໃສ່ກັບອອສເຕຣເລັຍ, ເສດຖະກິດທີ່ກ້າວຫນ້າອື່ນໆ ເຊັ່ນປະເທດອັງກິດ, ສະຫະຣັດອາເມຣິກາ ແລະການາດາ ຈະເຫັນອັດຕາເງິນເຟີ້ ຕ່ຳກວ່າ ຊຶ່ງແມ່ນຢູ່ທີ່ ສອງເປີເຊັນ ຫລືຫນ້ອຍກວ່ານັ້ນ.
Stephen Smith ຫຸ້ນສ່ວນຂອງ Deloitte Access Economics ກ່າວວ່າ ມີເຫດຜົນທີ່ວ່າ ເປັນຫຍັງອອສເຕຣເລັຍ ຈຶ່ງລ້າຫຼັງ ໃນການເຮັດໃຫ້ການເພີ່ມຂຶ້ນຂອງອັດຕາເງິນເຟີ້ນັ້ນ ຊ້າລົງ.
"ທໍາອິດຄື ອອສເຕຣເລັຍ ໄດ້ຮັບຜົນກະທົບຊ້າກວ່າປະເທດອື່ນໆ ໃນການເພີ່ມຂຶ້ນຂອງອັດຕາເງິນເຟີ້. ສະນັ້ນ, ມັນຈຶ່ງມີເຫດຜົນ ທີ່ອອສເຕຣເລັຍ ຕ້ອງໃຊ້ເວລາດົນກວ່າ ໃນການຄວບຄຸມອັດຕາເງິນເຟີ້. ແຕ່ປັດຈັຍທີສອງຄື ໃນປີການເງິນໃນປະຈຸບັນນີ້ ຣັຖບານໄດ້ໃຊ້ຈ່າຍເງິນຢ່າງຫລວງຫລາຍ ໃນ(Energy Rebate), ຊຶ່ງເຮັດໃຫ້ອັດຕາເງິນເຟີ້ ຫຼຸດລົງ ແລະເຮົາຄາດວ່າ ເມື່ອການຄືນເງິນດ້ານພະລັງງານ (Energy Rebate) ຈະຢຸດໃນປີຕໍ່ໄປ, ອັດຕາເງິນເຟີ້ ກໍຈະເພີ່ມຂຶ້ນເລັກນ້ອຍ."
ສຳນັກງານ ສະຖິຕິອອສເຕຣເລັຍ (The Australian Bureau of Statistics) ຈະສົ່ງຂໍ້ມູນ ຂອງໄຕຣມາດສຸດທ້າຍ ໃນອາທິດຫນ້າ, ແຕ່ທະນາຄານກາງ ຂອງອອສເຕຣເລັຍ ໄດ້ສົ່ງສັນຍານວ່າ ຈະຫລຸດອັດຕາການເງິນຢ່າງຊ້າໆ, ຕາມທີ່ຮອງຜູ້ປົກຄອງ Andrew Hauser ກ່າວໃນວັນຈັນ.
Andrew Hauser ຍັງໄດ້ສະແດງຄວາມປລາດໃຈ ກ່ຽວກັບຂໍ້ມູນ ໃນ ຕລາດແຮງງານຫຼ້າສຸດ, ເພາະລາວບໍ່ໄດ້ຄາດວ່າ ມັນຈະເຂັ້ມແຂງຫລາຍປານນັ້ນ.
ເດືອນແລ້ວນີ້, ອອສເຕຣເລັຍ ໄດ້ເຫັນອັດຕາການວ່າງງານ ທີ່ຍັງຄົງທີ່ ຊຶ່ງແມ່ນ 4.1 ເປີເຊັນ, ສະແດງໃຫ້ເຫັນວ່າ ຕລາດແຮງງານຍັງເຄັ່ງຕຶງຢູ່.
ຕົວເລກເຫລົ່ານີ້ ໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງຫລາຍຂຶ້ນ ກ່ຽວກັບການເຕີບໂຕ ທາງເສດຖະກິດ ຂອງອອສເຕຣເລັຍ, ຊຶ່ງຊ້າທີ່ສຸດ ນັບຕັ້ງແຕ່ທົດສະວັດ 1990.
Stephen Smith ຈາກ Deloitte ກ່າວວ່າ ເສດຖະກິດຂອງອອສເຕຣເລັຍຈະຊ້າລົງ ໃນສອງສາມປີຂ້າງໜ້າ.
"ມີສິ່ງສໍາຄັນສອງສາມຢ່າງ ທີ່ມີອິດທິພົນ ຕໍ່ເສດຖະກິດຂອງອອສເຕຣເລັຍໃນເວລານີ້. ຢ່າງທໍາອິດ, ສະພາບການທົ່ວໂລກ ໄດ້ເສື່ອມໂຊມລົງ ໃນໄລຍະສອງສາມເດືອນຜ່ານມານີ້, ໂດຍສະເພາະ ແນວໂນ້ມຂອງປະເທດຈີນ ຊຶ່ງກໍາລັງປະເຊີນກັບ ການທ້າທາຍທາງໂຄງຮ່າງທີ່ສໍາຄັນ. ການປ່ຽນແປງ ອັນໃຫຍ່ອີກຢ່າງຫນຶ່ງ ໃນການຄາດການຂອງເຮົາ ແມ່ນການຫລຸດຈໍານວນລົງ ໃນຕລາດບ້ານເຮືອນ. ບັດນີ້ ເຮົາເຫັນການປຸກເຮືອນໃໝ່ ຫນ້ອຍກວ່າຫນຶ່ງລ້ານຫຼັງ ໃນອອສເຕຣເລັຍ ໃນໄລຍະຫ້າປີຕໍ່ໄປ, ເມື່ອປຽບທຽບ ໃສ່ກັບເປົ້າຫມາຍ ຂອງຣັຖບານ ທີ່ຈະປຸກເຮືອນໃໝ່ 1.2 ລ້ານຫລັງ. ທັງສອງຢ່າງນີ້ ຫມາຍຄວາມວ່າ ເຮົາໄດ້ຫລຸດຄວາມຄາດຫວັງ ສໍາລັບການເຕີບໂຕ ທາງເສດຖະກິດ ໃນອອສເຕຣເລັຍ ຕລອດປີນີ້ ແລະປີຕໍ່ໄປ."
Stephen Smith ຍັງເປັນຫ່ວງ ກ່ຽວກັບຜົນຜລິດ (Productivity) ຂອງອອສເຕຣເລັຍນໍາອີກ.
ລາວຊີ້ບອກວ່າ ໃນປະຈຸບັນນີ້ ເສດຖະກິດຂອງອອສເຕຣເລັຍ ຍັງບໍ່ເຂັ້ມແຂງພໍ ທີ່ຈະຮັກສາການເຕີບໂຕຕໍ່ໄປ.
"ໃນເວລານີ້ ພວກເຮົາຍັງມີເສດຖະກິດ ທີ່ຖືກຂັບເຄື່ອນ ໂດຍພາກຣັດ (Public Sector) ແທນທີ່ຈະເປັນ ກິດຈະກັມ ຂອງພາກເອກກະຊົນ (Private Sector). ບັດນີ້, ວຽກງານເຫລົ່ານັ້ນ ສໍາຄັນໃນພາກການດູແລ, ເຊັ່ນໃນດ້ານສຸຂະພາບ ແລະການສຶກສາ, ແຕ່ໂດຍທົ່ວໄປແລ້ວ ມັນມີປະສິດທິຜົນຫນ້ອຍກວ່າ ວຽກງານໃນພາກເອກກະຊົນ (Private Sector).
ການຄາດການ ທາງເສດຖະກິດຂອງ IMF ກ່ຽວກັບອອສເຕຣເລັຍ ໄດ້ກໍ່ໃຫ້ເກີດ ການໂຕ້ຕອບຢ່າງແຮງ ຈາກ Canberra.
ຜູ້ນໍາຝ່າຍຄ້ານ, Peter Dutton, ກ່າວວ່າ ຂ່າວຈາກ IMF ຈະເຮັດໃຫ້ຊາວອອສເຕຣເລັຍຫລາຍຄົນ ຢ້ານກົວ.
"ຖ້າຫາກຣັຖບານ ວາງມາດຕະການ ໃນງົບປະມານ ສາມຄັ້ງສຸດທ້າຍເພື່ອຫລຸດຜ່ອນ ຄວາມກົດດັນເລື່ອງເງິນເຟີ້ ແທນທີ່ ຈະເປັນຄວາມກົດດັນທີ່ສູງຂຶ້ນ, ຄອບຄົວໃນອອສເຕຣເລັຍ ຈະຈ່າຍຄ່າເຮືອນຫນ້ອຍລົງ. ຂ້າພະເຈົ້າຄິດວ່າ IMF ກໍາລັງໃຫ້ສັນຍານວ່າຣັຖບານ Albanese ບໍ່ຮູ້ວ່າ ເຂົາເຈົ້າກໍາລັງເຮັດຫຍັງຢູ່ ໃນການຈັດການເລື່ອງເສດຖະກິດ, ແລະສະນັ້ນ ອັດຕາເງິນເຟີ້ ຈຶ່ງສູງກວ່າໃນປະເທດອື່ນໆ ທີ່ທຽບຄຽງໄດ້,ແລະເຮົາ ກໍາລັງເຫັນສະພາບການ ທີ່ຊາວອອສເຕຣເລັຍ ກໍາລັງຈ່າຍຄ່າ ການຕັດສິນໃຈ ທາງເສດຖະກິດ ທີ່ບໍ່ດີໂດຍຣັຖບານ Albanese."
Clare O'Neil, ຣັຖມົນຕີກະຊວງເຄຫະ (Ministry of Housing) ປົກປ້ອງນະໂຍບາຍ ຂອງຣັຖບານຂອງນາງ, ແຕ່ຍັງຍອມຮັບວ່າ ຊາວອອສເຕຣເລັຍ ກໍາລັງມີຄວາມລຳບາກ ກັບວິກິດດ້່ານຄ່າຄອງຊີບ.
"ຜູ້ຄົນຢູ່ເຮືອນ ກໍາລັງດີ້ນລົນກັບຄ່າໃຊ້ຈ່າຍ, ແລະພຽງແຕ່ທ້ອນເງິນຈໍານວນຫນຶ່ງໂດລາ ໃນທ້າຍອາທິດ, ໃນທ້າຍເດືອນ, ແລະຣັຖບານ ກໍກໍາລັງພຍາຍາມຢ່າງເຕັມທີ່. ສະນັ້ນ, ທ່ານຈຶ່ງເຫັນວ່າ ຣັຖບານຂອງພວກເຮົາ ກໍາລັງເຄື່ອນໄຫວຢ່າງໃຫຍ່ກ່ຽວກັບຄ່າຄອງຊີບ, ໃນການຕັດພາສີ ທີ່ໄດ້ໄປຫາຜູ້ເສັຍພາສີທຸກຄົນ ໃນອອສເຕຣເລັຍ. 300 ໂດລາ ໃນການບັນເທົາຄ່າພະລັງງານ, ວຽກງານທີ່ພວກເຮົາກໍາລັງເຮັດ ໃນການເຮັດໃຫ້ການດູແລເດັກນັ້ນຖືກລົງ, ຢາຮັກສາໂຣກທີ່ຖືກກວ່າ, ສິ່ງເຫລົ່ານີ້ຊ່ອຍໄດ້, ແຕ່ຂ້າພະເຈົ້າ ຈະບໍ່ປະຕິເສດວ່າ ພວກເຮົາຮັບຮູ້ວ່າ ສະພາບການຕອນນີ້ ແມ່ນຫຍຸ້ງຍາກຫລາຍ ແລະຣັຖບານກໍາລັງເຮັດທຸກຢ່າງ ທີ່ສາມາດເຮັດໄດ້ ເພື່ອຈັດການກັບເສດຖະກິດຮວມອັນໃຫຍ່ໂຕນັ້ນ, ແຕ່ໃຫ້ແນ່ໃຈວ່າ ຢູ່ໃນບ້ານເຮືອນພວກເຮົາ ກໍາລັງເຮັດທຸກສິ່ງທີ່ພວກເຮົາສາມາດເຮັດໄດ້ ເພື່ອຊ່ອຍເຫລືອທ່ານ ແລະຄອບຄົວຂອງທ່ານ."
ເຫຼືອອີກພຽງແຕ່ສອງສາມເດືອນເທົ່ານັ້ນ ຈາກການເລືອກຕັ້ງຣັຖບານ, ວິກິດດ້ານຄ່າຄອງຊີບ ຄາດວ່າຈະເປັນບັນຫາສໍາຄັນ ສໍາລັບທັງສອງພັກໃຫຍ່.
ເນື້ອເລື່ອງໂດຍ Kath Landers and Wing Kuang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌