ກົດບັດສິດທິຂອງຜູ້ໂດຍສານທາງອາກາດ ຂອງ ອອສເຕຣເລັຍ.
ລູກຄ້າສາຍການບິນ ສາມາດໄດ້ຮັບເງິນຄືນເຕັມຈຳນວນ ແລະຄວາມຊ່ອຍເຫລືອອື່ນໆ ສໍາລັບຖ້ຽວບິນທີ່ຖືກຍົກເລີກ ຫລືຊັກຊ້າ ພາຍໃຕ້ກົດຫມາຍຂອງອອສເຕຣເລັຍ.
ຣັຖບານ ໄດ້ເປີດການປຶກສາຫາລື ກ່ຽວກັບກົດບັດສິດທິ (The charter) ຂອງສາຍການບິນໃໝ່.
ມັນເປັນຄູ່ມື ທີ່ເປັນຮູປທັມສະບັບທໍາອິດ ກ່ຽວກັບນະໂຍບາຍລູກຄ້າ ທີ່ກ່ຽວຂ້ອງ ກັບພາກການບິນ ໂດຍຣັຖບານອອສເຕຣເລັຍ.
Sara Tomevska ແລະWing Kuang ລາຍງານ.
ສໍາລັບຊາວຫລາຍຄົນ, ການຂໍເງິນຄືນ ຫລັງຈາກຖ້ຽວບິນຊັກຊ້າ ຫລືຖືກຍົກເລີກ ອາດເປັນຂັ້ນຕອນທີ່ຫຍຸ້ງຍາກ, ທ້າທາຍແລະຫງຸດຫງິດໃຈ.
ການຂໍເງິນຄືນ ເປັນອັນດັບສູງສຸດ ຂອງການຮ້ອງຮຽນ 1,400ລາຍການ (1,208) ທີ່ຍື່ນໂດຍຊາວອອສເຕຣເລັຍ ໃນໄລຍະ 12 ເດືອນ (ໃນປີ 2023) ພ້ອມດ້ວຍ ໂຄງການແກ້ໄຂ ຂໍ້ຂັດແຍ່ງ ທີ່ໄດ້ຮັບທຶນສນັບສນຸນ ຈາກອຸດສາຫະກັມການບິນ ທີ່ເອີ້ນວ່າ Airline Customer Advocate.
ການຮ້ອງຮຽນຂອງລູກຄ້າ ຫນ້ອຍກວ່າ 40 ເປີເຊັນ ໄດ້ຮັບການແກ້ໄຂ.
ສິ່ງນັ້ນ ອາດປ່ຽນແປງໄດ້ ພາຍໃຕ້ແຜນຂອງຣັຖບານ ທີ່ຈະແນະນໍາກົດບັດສິດທິ ຂອງລູກຄ້າໃໝ່ ສໍາລັບພາກການບິນ, ຊຶ່ງຮວມເຖິງ ການລົງໂທດ ທີ່ຈະຄວບຄຸມໂດຍຜູ້ກວດສອບ (Ombudsman).
ລາຍລະອຽດທັງຫມົດ ຂອງການລົງໂທດ ຍັງກຳລັງດຳເນີນການຢູ່, ໂດຍຄາດວ່າ ຈະມີການສເນີກົດຫມາຍ ຕໍ່ຣັຖສະພາໃນປີ 2025.
ຂນະນີ້ ຮ່າງກົດບັດສິດທິ (The charter) ໄດ້ຖືກເຜີຍແພ່ ໃຫ້ມີການປຶກສາຫາລື ຈົນເຖິງທ້າຍເດືອນກຸມພາ.
Catherine King, ຣັຖມົນຕີກະຊວງຄົມມະນາຄົມ ຂອງຣັຖບານກາງ ກ່າວວ່າ ນາງຕ້ອງການ ຟັງຄວາມຄິດເຫັນ ກ່ຽວກັບວ່າ ໂຄງການຈະດໍາເນີນງານໄດ້ດີຂຶ້ນແນວໃດ.
"ການມີຜູ້ກວດສອບ (Ombudsman) ເປັນເທື່ອທໍາອິດ, ພວກເຮົາມີລະບົບອາສາສມັກໃນຂນະນີ້ ທີ່ບໍ່ໄດ້ຜົນສໍາລັບຜູ້ເດີນທາງ. ການມີຜູ້ກວດສອບ (Ombudsman) ຜູ້ທີ່ ເມື່ອທ່ານບໍ່ສາມາດເຮັດຫຍັງໄດ້ ກັບສາຍການບິນດ້ວຍຕົວເອງ, ແລ້ວການໄປຫາຜູ້ກວດສອບ (Ombudsman) ແລະສາມາດ ທີ່ຈະໄດ້ຮັບການແກ້ໄຂຜ່ານຂັ້ນຕອນ ນັ້ນ ຈະເປັນການປ່ຽນແປງ ທີ່ສໍາຄັນ ສໍາລັບຜູ້ເດີນທາງ ຂອງອອສເຕຣເລັຍ."
ກົດບັດ (The charter) ລະບຸສິດທິ ຂອງຜູ້ບໍຣິໂພກຫົກຢ່າງ, ຮວມທັງສິດທິ ທີ່ຈະໄດ້ຮັບການປະຕິບັດດ້ວຍການໃຫ້ກຽດ ແລະຄວາມເຄົາຣົບ; ສິດທີ່ຈະໄດ້ຮັບຂໍ້ມູນ ແລະການບໍຣິການ ທີ່ຖືກຕ້ອງ, ທັນເວລາ ແລະເຂົ້າເຖິງໄດ້; ແລະການຈັດຕຽມການແກ້ໄຂທັນທີ ແລະຍຸດຕິທັມ ໃນລະຫວ່າງ ແລະພາຍຫຼັງການຍົກເລີກ, ການຊັກຊ້າ ແລະການຕິດຂັດຕ່າງໆ.
ກົດບັດ ຍັງອະທິບາຍເຖິງເງື່ອນໄຂ ແລະຂໍ້ຍົກເວັ້ນອື່ນໆ.
ການຍົກເລີກ ພາຍໃນ 14 ມື້-ຫລືການຊັກຊ້າ ຫລາຍກວ່າສາມຊົ່ວໂມງ-ຈະລະບຸໃຫ້ບໍຣິສັດການບິນ ສົ່ງເງິນຄືນເຕັມສ່ວນ; ແລະຈ່າຍຄ່າການຍ້າຍເດີ່ນບິນ, ການພັກຢູ່ໂຮງແຮມ ແລະອາຫານ.
ສາຍການບິນ ທີ່ເຮັດໃຫ້ຫີບສຳພາຣະສູນຫາຍ ຫລືເສັຍຫາຍ ຈະຕ້ອງຈ່າຍເງິນຄືນ ໃຫ້ລູກຄ້າ ແລະສົ່ງກະເປົ໋າໂດຍບໍ່ຄິດຄ່າ.
ການຮ້ອງຮຽນໃດໆກໍຕາມ ຈະຕ້ອງໄດ້ຮັບການຕອບກັບ ພາຍໃນ 24ຊົ່ວໂມງ ແລະຈະຖືກແກ້ໄຂພາຍໃນ 30 ມື້.
"ນີ້ຄື ສິ່ງທີ່ພວກເຮົາພະຍາຍາມແກ້ໄຂ. ພວກເຮົາ ພະຍາຍາມໃຫ້ແນ່ໃຈວ່າ ຜູ້ທີ່ເດີນທາງ ຈະໄດ້ຮັບສິ່ງທີ່ເຂົາເຈົ້າຈ່າຍໄປ ຫລືໄດ້ຮັບເງິນຄືນ. ຖ້າບາງຄົນ ຢາກມີບັດສິນເຊື່ອ (Credit Voucher) ນັ້ນກໍເປັນທາງເລືອກທີ່ເຂົາເຈົ້າມີ, ແຕ່ມັນຕ້ອງເປັນເຊັ່ນນັ້ນ... ຖ້າຫາກ ນັ້ນເປັນສິ່ງທີ່ທ່ານຕ້ອງການ ແລ້ວນັ້ນຄືສິ່ງທີ່ທ່ານໄດ້ຮັບ. ແຕ່ນັ້ນ ບໍ່ສາມາດເປັນມາດຕະຖານໄດ້. ນັ້ນຄື ສິ່ງທີ່ກົດບັດສິດທິນີ້ ໄດ້ອະທິບາຍຢ່າງແຈ່ມແຈ້ງ ວ່າຖ້າຫາກທ່ານຕ້ອງການເງິນຄືນ-ແລະທ່ານຢາກໄດ້ເງິນຄືນ-ນັ້ນຄືສິ່ງທີ່ທ່ານຄວນໄດ້ຮັບ. ທ່ານບໍ່ຄວນໄດ້ຮັບເຄຣດິດການບິນ (Flight Credit) ທີ່ທ່ານອາດໃຊ້ ຫລືບໍ່ສາມາດໃຊ້ໄດ້ໃນພາຍຫນ້າ."
ກົດບັດ (The charter) ນີ້ ຍັງບໍ່ເທົ່າກັບການຕອບແທນ ແບບສະຫະພາບຢູໂຣບ ສໍາລັບການຍົກເລີກ ແລະການຊັກຊ້າຂອງຖ້ຽວບິນ,ຊຶ່ງເປັນສິ່ງທີ່ຜູ້ສນັບສນູນໄດ້ຮຽກຮ້ອງ.
ຜູ້ໂດຍສານ ຂອງສາຍການບິນເຫລົ່ານີ້ກ່າວວ່າ ເຂົາຍິນດີຕ້ອນຮັບ
ທຸກສິ່ງ ເພື່ອການປັບປຸງຄຸນນະພາບ ຂອງການບໍຣິການ ທີ່ເຂົາເຈົ້າໄດ້ຮັບ.
ນີ້ແມ່ນຄວາມຄິດເຫັນຂອງຜູ້ບໍຣິໂພກ ບາງຄົນ:
"ຂ້ອຍຄິດວ່າ ມັນຈະເປັນສິ່ງດີ. ແມ່ນແລ້ວ."
"ແນ່ນອນ, ຂ້ອຍຄິດວ່າ ສາຍການບິນຕ້ອງມີຄວາມຮັບຜິດຊອບ ຫລາຍກວ່າເກົ່າ, ສໍາລັບຄຸນນະພາບຂອງເຂົາເຈົ້າ ແລະສິ່ງທີ່ເຂົາເຈົ້າ ສເນີ ເມື່ອເຮົາຈ່າຍຄ່າບໍຣິການ."
ໃນເດືອນສິງຫາ ປີ 2023, ຄນະກັມມະການ ການແຂ່ງຂັນ ແລະຜູ້ບໍຣິໂພກຂອງອອສເຕຣເລັຍ (The Australian Competition and Consumer Commission) ໄດ້ຍື່ນຟ້ອງ Qantas ໂດຍກ່າວຫາວ່າ ມັນມີສ່ວນຮ່ວມ ໃນການປະພຶດທີ່ບໍ່ຖືກຕ້ອງ, ເຮັດໃຫ້ເຂົ້າໃຈຜິດ ຫຼືຫຼອກລວງ, ໂດຍການໂຄສະນາ ຫຼາຍກວ່າ 8,000 ຖ້ຽວບິນ ທີ່ໄດ້ຖືກຍົກເລີກແລ້ວ ແຕ່ຍັງບໍ່ຖືກລຶບ ອອກຈາກການຂາຍ.
ຄະດີຂອງສານຣັຖບານກາງ ໄດ້ຮັບການຕັດສິນ ໃນເດືອນພຶດສະພາ ປີນີ້, ໂດຍທີ່ Qantas ໄດ້ຕົກລົງ ທີ່ຈະຈ່າຍເງິນ 20 ລ້ານໂດລາ ໃຫ້ລູກຄ້າຫລາຍກວ່າ 86,000ຄົນ (ຂຶ້ນຢູ່ກັບການອະນຸມັດຂອງສານ)-ນອກເຫນືອໄປຈາກ ການລົງໂທດປັບໃໝ $100 ລ້ານ ສໍາລັບການລະເມີດກົດຫມາຍຄຸ້ມຄອງ ຜູ້ບໍຣິໂພກຂອງອອສເຕຣເລັຍ.
ໃນຄໍາຖແລງຕໍ່ SBS, ໂຄສົກຂອງ Qantas ກ່າວວ່າ ມັນໄດ້ປັບປຸງຂບວນການຂອງຕົນເອງ ນັບແຕ່ນັ້ນເປັນຕົ້ນມາ. ຄໍາຖແລງການນັ້ນ ກ່າວຕື່ມວ່າ ລູກຄ້າຈະມີທາງເລືອກ ໃນກໍຣະນີທີ່ຖ້ຽວບິນຖືກຍົກເລີກ, ຮວມທັງການສົ່ງເງິນຄືນ, ການຈອງຖ້ຽວບິນໃຫມ່ ຫລືຄະແນນການບິນ (Flight Credit).
ເນື້ອເລື່ອງໂດຍ Sara Tomevska ແລະ Wing Kuang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌