ອາຫານເດັກ ໃນອອສເຕຣເລັຍ ບໍ່ຜ່ານມາດຕະຖານຂອງ WHO.

Baby girl eats on a high chair

ເດັກນ້ອຍອາຍຸ 15 ເດືອນ ກຳລັງກິນອາຫານເອງ. Credit: VW Pics/Universal Images Group via Getty

ບໍຣິສັດອາຫານເດັກຫລາຍແຫ່ງ ຕິດປ້າຍຜລິດຕະພັນຂອງເຂົາເຈົ້າ ທີ່ບໍ່ແມ່ນຄວາມຈິງ, ເຮັດໃຫ້ພໍ່ແມ່ ແລະຜູ້ດູແລເຊື່ອວ່າ ມັນດີຕໍ່ສຸຂະພາບຂອງເດັກ. ການຄົ້ນຄວ້າໃຫມ່ ໂດຍ George Institute for Global Health ໄດ້ເປີດເຜີຍ ຈໍານວນທີ່ໜ້າຕົກໃຈ ໃນການອ້າງ ທີ່ບໍ່ມີການຄວບຄຸມຂອງຜລິດພັນອາຫານເດັກນ້ອຍທົ່ວປະເທດ ທີ່ເຮັດໃຫ້ພໍ່ແມ່ ເຊື່ອວ່າຜລິດພັນ ທີ່ເຕັມໄປດ້ວຍນ້ຳຕານເຫລົ່ານີ້ ດີຕໍ່ສຸຂະພາບ.


ອາຫານເດັກ ໃນອອສເຕຣເລັຍ ບໍ່ຜ່ານມາດຕະຖານຂອງ WHO.

ເດັກອ່ອນ ແລະເດັກນ້ອຍ ອາດພາດຄຸນຄ່າທາງໂພຊະນາການ ທີ່ຈໍາເປັນ ສໍາລັບການເຕີບໂຕທີ່ດີ ເພາະອາຫານເດັກນ້ອຍບາງຢ່າງ ໃນອອສເຕຣເລັຍ ບໍ່ໄດ້ຕາມມາດຕະຖານຂອງ WHO.

ບໍຣິສັດອາຫານເດັກຫລາຍແຫ່ງ ຕິດປ້າຍຜລິດຕະພັນຂອງເຂົາເຈົ້າ ທີ່ບໍ່ແມ່ນຄວາມຈິງ, ເຮັດໃຫ້ພໍ່ແມ່ ແລະຜູ້ດູແລເຊື່ອວ່າ ມັນດີຕໍ່ສຸຂະພາບຂອງເດັກ.

ນັກຄົ້ນຄວ້າ ກໍາລັງຊຸກຍູ້ ໃຫ້ມີການດັດແປງກົດລະບຽບດ້ານອາຫານໃນປະເທດ, ດັ່ງທີ່ Omoh Bello ລາຍງານ.

ພໍ່ແມ່ຂອງເດັກເກີດໃຫມ່ ແລະເດັກທາລົກ ກໍາລັງຖືກເຕືອນ ໃຫ້ລະວັງ ເນື່ອງຈາກອາຫານເດັກນ້ອຍຫລາຍຢ່າງ ຢູ່ໃນຕລາດຂອງອອສເຕຣເລັຍ ບໍ່ເປັນໄປຕາມມາດຕະຖານ ຂອງອົງການອະນາໄມໂລກ (WHO).

ການຄົ້ນຄວ້າໃຫມ່ ໂດຍ George Institute for Global Health ໄດ້ເປີດເຜີຍ ຈໍານວນທີ່ໜ້າຕົກໃຈ ໃນການອ້າງ ທີ່ບໍ່ມີການຄວບຄຸມຂອງຜລິດພັນອາຫານເດັກນ້ອຍທົ່ວປະເທດ ທີ່ເຮັດໃຫ້ພໍ່ແມ່ ເຊື່ອວ່າຜລິດພັນ ທີ່ເຕັມໄປດ້ວຍນ້ຳຕານເຫລົ່ານີ້ ດີຕໍ່ສຸຂະພາບ.

ມັນພົບວ່າ 78 ເປີເຊັນ ບໍ່ໄດ້ມາດຕະຖານໂພຊະນາການ ຂອງ WHO, ແລະຜລິດຕະພັນທັງຫມົດ ບໍ່ໄດ້ຕາມມາດຕະຖານຂອງ WHO ສໍາລັບການຕລາດ ແລະການໂຄສະນາ, ສ່ວນຫລາຍແລ້ວ ເນື່ອງຈາກການໃຊ້ຄຳກ່າວອ້າງສູງ.

Dr Daisy Coyle, ນັກໂພຊະນາການ ແລະນັກຄົ້ນຄວ້າ ທີ່ The George Institute, ໄດ້ອະທິບາຍ ເຖິງສະຖານະການວ່າ ໜ້າຜິດຫວັງ.

ການເລືອກມັກຣົດຊາດຂອງເດັກນ້ອຍ ເລີ່ມຕົ້ນຕອນມີອາຍຸປະມານສອງປີ, ແລະສະນັ້ນ ເດັກນ້ອຍຈຶ່ງມັກຣົດຫວານ ຫລືເຄັມຂອງອາຫານໂດຍກຳເນີດ.
"ໃນຕອນນີ້, ມັນບໍ່ມີການຄວບຄຸມແທ້ໆ. ມີບັນຫາຫລາຍຢ່າງ ທີ່ຖືກຍົກຂຶ້ນ ຈາກການຄົ້ນຄວ້ານີ້. ບັນຫາທີ່ຍິ່ງໃຫຍ່ທີ່ສຸດຢ່າງຫນຶ່ງ ທີ່ພວກເຮົາພົບ ແມ່ນກ່ຽວກັບຕານ ຂອງຜລິດຕະພັນເຫຼົ່ານີ້. ຫລາຍກວ່າເຄິ່ງຫນຶ່ງ ບໍ່ເປັນໄປຕາມມາດຕະຖານຂອງອົງການອະນາໄມໂລກ ສໍາລັບປະຣິມານນ້ຳຕານ ທີ່ເຫມາະສົມກັບອາຫານເຫລົ່ານີ້. ນັ້ນເປັນສິ່ງທີ່ເຮົາຕ້ອງແກ້ໄຂແທ້ໆ. ຍັງມີບັນຫາຫລາຍຢ່າງ ກ່ຽວກັບການໃຊ້ຊື່ຂອງຜລິດຕະພັນ ທີ່ສະທ້ອນເຖິງສ່ວນປະກອບ, ແລະກ່ຽວກັບປະເພດ ແລະຈໍານວນຂອງຄໍາອ້າງ ທີ່ ອະນຸຍາດໃຫ້ໃຊ້ໃນຫໍ່ບັນຈຸ (Packages)."

ການຄົ້ນຄວ້າ ແມ່ນອີງຕາມຂໍ້ມູນຈາກ 309 ຜລິດຕະພັນອາຫານ ສໍາລັບເດັກອ່ອນ ແລະເດັກນ້ອຍ ທີ່ຖືກປະເມີນປຽບທຽບ ຕາມແບບຢ່າງຂອງຫ້ອງການ WHO Regional Office for Europe's Nutrient and Promotion Profile Model ທີ່ຖືກພິມໃນປີ 2022 ແລະຖືວ່າເປັນ 'ມາດຕະຖານຄໍາ (Gold Standard)''.

ນັກຄົ້ນຄວ້າຂອງ George Institute ພົບວ່າ ມີພຽງແຕ່ 22 ເປີເຊັນເທົ່ານັ້ນ ທີ່ຜ່ານມາດຕະຖານອົງປະກອບ ຂອງສານອາຫານ WHO, ສ່ວນຫລາຍ ບໍ່ຜ່ານເລື້ອງນ້ຳຕານ ແລະ Calorie, ແລະບໍ່ມີໃຜ ກົງຕາມຂໍ້ກຳໜົດທີ່ວ່າ 'ບໍ່ມີຄໍາອ້າງທີ່ຖືກຫ້າມ (No Prohibited Claims)’'ດັ່ງເຊັ່ນ 'ບໍ່ມີສີ ແລະຣົດຊາດ', ‘Organic’ ແລະ 'ບໍ່ມີການຕື່ມນ້ຳຕານ'.

ຖົງບີບ (Squeeze Pouches)-ອາຫານເດັກອ່ອນ ແລະເດັກນ້ອຍ ທີ່ໄດ້ຮັບຄວາມນິຍົມທີ່ສຸດ ໃນອອສເຕຣເລັຍ-ມີການໃຊ້ຂໍ້ຮຽກຮ້ອງທີ່ຖືກຫ້າມຫລາຍທີ່ສຸດ, ໃນຂນະທີ່ ມີພຽງແຕ່ເຄິ່ງຫນຶ່ງເທົ່ານັ້ນ ທີ່ກົງຕາມຂໍ້ກຳໜົດ ຂອງນ້ຳຕານທັງຫມົດຂອງ WHO.

Dr Elizabeth Dunford ເປັນຫົວຫນ້າຂອງການຄົ້ນຄວ້າ.

"ພວກເຮົາພົບວ່າ ອາຫານເດັກນ້ອຍສ່ວນຫຼາຍໃນ ມີຂໍ້ອ້າງໃນລະດັບສູງ. ພວກເຮົາພົບວ່າ ໂດຍສເລັ່ຍແລ້ວ ມີປະມານຫົກ ຫຼືເຈັດຂໍ້ອ້າງ ໃນທຸກຜລິດຕະພັນ, ໂດຍຜລິດຕະພັນບາງຊະນິດ ມີຂໍ້ອ້າງເຖິງ 21 ຂໍ້ໃນຫໍ່ບັນຈຸດຽວ. ສະນັ້ນ ມັນຈຶ່ງເຮັດໃຫ້ມີການເຂົ້າໃຈຜິດແລະການຫລອກລວງ ແລະເຮັດໃຫ້ພໍ່ແມ່ສັບສົນແທ້ໆ ທີ່ພະຍາຍາມຊື້ອາຫານ. ແລະຍົກຕົວຢ່າງວ່າ, ຂ້າພະເຈົ້າເປັນແມ່ຂອງລູກນ້ອຍສອງຄົນ, ແລະແມ່ນແຕ່ຂ້າພະເຈົ້າ, ໃນຖານະທີ່ເປັນຜູ້ຊ່ຽວຊານໃນເລື້ອງນີ້,ກໍຍັງພົບວ່າ ມັນເປັນສິ່ງຍາກ ທີ່ຈະຄົ້ນຄວ້າໃນເລື້ອງນີ້, ເມື່ອພິຈາຣະນາ ເຖິງຈໍານວນຂອງການອ້າງວ່າ ຜລິດຕະພັນເຫລົ່ານີ້ ມີຢູ່ໃນຫໍ່ບັນຈຸ (Packages)."

ນ້ຳຕານມີຄວາມກ່ຽວຂ້ອງກັບຄວາມອ້ວນ ແລະໂຣກທີ່ກ່ຽວຂ້ອງ ຮວມທັງໂຣກເບົາຫວານ, ໂຣກຫົວໃຈ ແລະໂຣກມະເລັງ
Dr Dunford ກ່າວວ່າ ການໃຊ້ຂໍ້ອ້າງເນື້ອຫາ ດ້ານສຸຂະພາບ ແລະໂພຊະນາການ ທີ່ບໍ່ມີຄວາມຈິງ ແລະຂໍ້ຄວາມດ້ານສຸຂະພາບ ໃນອາຫານເຫລົ່ານີ້ ສາມາດມີອິດທິພົນ ຕໍ່ສິ່ງທີ່ພໍ່ແມ່ຊື້ໃຫ້ເດັກອ່ອນ ແລະເດັກນ້ອຍ ໃນໄລຍະທີ່ສໍາຄັນ ຂອງຊີວິດເດັກນ້ອຍ.

ນາງເວົ້າວ່າ ພໍ່ແມ່ທີ່ມີເວລາໜ້ອຍຫລາຍຄົນ ເພິ່ງພາຜລິດຕະພັນເຫລົ່ານີ້ ວ່າເປັນແຫລ່ງໂພຊະນາການທີ່ດີ ຊຶ່ງສາມາດກໍານົດເສັ້ນທາງສຸຂະພາບ ຂອງລູກໆຂອງເຂົາເຈົ້າ.

"ຈາກການຄົ້ນຄວ້າ ເຮົາຈຶ່ງຮູ້ວ່າ ການເລືອກມັກຣົດຊາດຂອງເດັກນ້ອຍ ເລີ່ມຕົ້ນຕອນມີອາຍຸປະມານສອງປີ, ແລະສະນັ້ນ ເດັກນ້ອຍຈຶ່ງມັກຣົດຫວານ ຫລືເຄັມຂອງອາຫານໂດຍກຳເນີດ. ແລະສະນັ້ນ ທ່ານຈຶ່ງສາມາດວາດພາບໄດ້ວ່າ ຜລິດຕະພັນບາງຢ່າງເຫລົ່ານີ້, ໂດຍສະເພາະຜລິດຕະພັນ ທີ່ຕື່ມນ້ຳຕານ ຫລືເກືອ ສາມາດຫລໍ່ຫລອມນິສັຍການກິນຂອງເດັກນ້ອຍ ແລະເຮັດໃຫ້ເຂົາຢາກກິນອາຫານທີ່ເຄັມ ແລະຫວານ ໃນພາຍຫຼັງ ແລະສະນັ້ນ, ຫວັງວ່າການຄົ້ນພົບຂອງການຄົ້ນຄວ້ານີ້, ເຮົາຈະສາມາດຊຸກຍູ້ ໃຫ້ວາງຂໍ້ບັງຄັບບາງຢ່າງ ກ່ຽວກັບເລື້ອງນີ້, ເພື່ອວ່າເດັກນ້ອຍ ຈະສຳຜັດກັບຜລິດຕະພັນເຫລົ່ານີ້ໜ້ອຍລົງ."

Jane Martin ຜູ້ອໍານວຍການໃຫຍ່ຂອງ Food for Health Alliance ກ່າວວ່າ ການຄົ້ນພົບນີ້ຫນ້າເປັນຫ່ວງ.

"ອາດເປັນເລື່ອງຍາກສໍາລັບພໍ່ແມ່ ທີ່ຈະຮູ້ວ່າ ອາຫານດີຕໍ່ສຸຂະພາບຫຼືບໍ່. ດັ່ງນັ້ນ ການປ່ຽນແປງເຫຼົ່ານີ້ ທີ່ແນະນໍາໂດຍ WHO ໃຫ້ລຶບຂໍ້ອ້າງທີ່ຢູ່ໃນຫໍ່ບັນຈຸ (Packages), ມີປ້າຍທີ່ຖືກຕ້ອງ, ຫລຸດຈໍານວນນໍ້າຕານ ແລະ Sodium ໃນອາຫານເຫຼົ່ານີ້, ຈະຊ່ວຍພໍ່ແມ່ ໃຫ້ຊື້ຜລິດຕະພັນທີ່ດີຕໍ່ສຸຂະພາບກວ່າ ສໍາລັບເດັກນ້ອຍ ແລະເດັກນ້ອຍທີ່ກຳລັງຮຽນຍ່າງ."

Dr Coyle ກ່າວວ່າ ແນວທາງທີ່ຄອບຄຸມກວ້າງຫຼາຍຂຶ້ນກວ່າເກົ່າ ໃນການຈັດການ ກັບໂຕຂັບເຄື່ອນຫຼັກ ຂອງໂຣກຊໍາເຮື້ອ ນັບຕັ້ງແຕ່ຕອນຍັງນ້ອຍ ແມ່ນສໍາຄັນເນື່ອງຈາກສຸຂະພາບ ໃນໄລຍະຍາວ ຂອງຄົນລຸ້ນໃຫມ່ ແມ່ນຂຶ້ນຢູ່ກັບມັນ.

ຂ່າວດີຄື ຣັຖບານກໍາລັງຊອກຫາ ທີ່ຈະເຮັດບາງສິ່ງ ກ່ຽວກັບເລື່ອງນີ້. ຣັຖມົນຕີ ກະຊວງອາຫານ (The food Ministers) ຫາກໍໄດ້ເປີດການປຶກສາຫາລື ຕໍ່ສາທາຣະນະຊົນ ເພື່ອຮັບເອົາຄວາມຄິດເຫັນ ກ່ຽວກັບຂັ້ນຕອນຕໍ່ໄປ ສໍາລັບພາກສ່ວນນີ້. ໃນຖານະທີ່ເປັນກຸ່ມສຸຂະພາບຂອງສັງຄົມ ແລະກັບຜູ້ສນັບສນູນສຸຂະພາບຂອງສັງຄົມອື່ນໆ ຄືເຮົາຕ້ອງການເຫັນການຄວບຄຸມບັງຄັບ ສໍາລັບຜລິດຕະພັນເຫລົ່ານີ້, ເພື່ອຫວັງວ່າ ຜລິດຕະພັນທັງຫມົດ ທີ່ຂາຍ ແລະໂຄສະນາ ຈະດີຕໍ່ສຸຂະພາບ ແລະເຫມາະສົມສໍາລັບກຸ່ມອາຍຸນີ້, ຊຶ່ງບໍ່ແມ່ນສິ່ງທີ່ເຮົາເຫັນໃນຂນະນີ້."

ນັກຄົ້ນຄວ້າຂອງລາຍງານ ໄດ້ກ່າວວ່າ ນ້ຳຕານມີຄວາມກ່ຽວຂ້ອງກັບຄວາມອ້ວນ ແລະໂຣກທີ່ກ່ຽວຂ້ອງ ຮວມທັງໂຣກເບົາຫວານ, ໂຣກຫົວໃຈ ແລະໂຣກມະເລັງ, ຜູ້ອອກນະໂຍບາຍ ຄວນກໍານົດປະຣິມານນ້ຳຕານ ທີ່ສາມາດມີໄດ້ ໃນດັ່ງກ່າວ.

ເຂົາເຈົ້າເວົ້າວ່າ ທາງເລືອກດ້ານກົດລະບຽບອື່ນໆ ໄດ້ແກ່ການຈຳກັດຈໍານວນ ຂອງການຮຽກຮ້ອງ ທີ່ສາມາດເຮັດໄດ້ໃນແຕ່ລະຜລິດຕະພັນ.

ເອກະສານດັ່ງກ່າວ ມີຂຶ້ນຫຼັງຈາກກອງປະຊຸມ ຂອງຣັຖມົນຕີ ອາຫານຂອງອອສເຕຣເລັຍ ແລະນິວຊີແລນ ໃນເດືອນກໍລະກົດ ເຊິ່ງໄດ້ເປີດການປຶກສາຫາລືສາທາຣະນະ ເພື່ອປັບປຸງອາຫານທາງການຄ້າ ສໍາລັບເດັກເກີດໃຫມ່ ແລະເດັກນ້ອຍ ຫຼັງຈາກການເພີ່ມຂຶ້ນ ຂອງໂຮກຊໍາເຮື້ອ ທີ່ກ່ຽວຂ້ອງກັບຄວາມອ້ວນ.

ຣັຖບານກາງກ່າວວ່າ ເປົ້າຫມາຍຂອງມັນ ແມ່ນຈະປັບປຸງສ່ວນປະກອບ, ປ້າຍ ຂອງອາຫານສໍາລັບເດັກອ່ອນ ແລະເດັກນ້ອຍ ທີ່ຂາຍໃນຮ້ານຄ້າ ເພື່ອໃຫ້ສອດຄ່ອງ ກັບແນວທາງການໃຫ້ອາຫານ ຂອງເຂົາເຈົ້າໃນອອສເຕຣເລັຍ ແລະນິວຊີແລນ ແລະເພື່ອຕອບສນອງຄວາມຄາດຫວັງຂອງພໍ່ແມ່, ຜູ້ປົກຄອງ ແລະຜູ້ດູແລ.

ເນື້ອເລື່ອງໂດຍ Omoh Bello ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share