ຫຼ້າສຸດກ່ຽວກັບໄຂ້ຫວັດນົກ.
ສູນກຽມຄວາມພ້ອມອອສເຕຣເລັຍ (The Australian Centre for Disease Preparedness-ACDP) ກໍາລັງກຽມຄວາມພ້ອມ ສໍາລັບການມາເຖິງ ຂອງໄວຣັສ H-5-N-1 ທີ່ອາດເກີດຂຶ້ນ.
CSIRO ໄດ້ລະບຸການລະບາດ ຂອງໄຂ້ຫວັດນົກ ທີ່ແຕກຕ່າງກັນ ໃນອອສເຕຣເລັຍ, ແຕ່ລະກໍຣະນີ ເກີດຈາກເຊື້ອໄວຣັສ ທີ່ແຕກຕ່າງກັນ, ແຕ່ບໍ່ມີການຢືນຢັນ ເຊື້ອໄວຣັສ H5N1 ແມ່ນແຕ່ກໍຣະນີດຽວ.
ສູນກາງ ຊຶ່ງມີບົດບາດສໍາຄັນທົ່ວໂລກ ໃນການຕິດຕາມກວດກາ ແລະເຝົ້າລະວັງ ໄຂ້ຫວັດນົກ ໄດ້ຈັດຕັ້ງເວທີເພື່ອອະທິບາຍວ່າ ໄຂ້ຫວັດນົກແມ່ນຫຍັງ ແລະ ACDP ກໍາລັງເຮັດຫຍັງແນ່ ໃນການກຽມພ້ອມ.
Essam al-Ghalib ລາຍງານ.
ອອສເຕຣເລັຍ ມີຄວາມວິຕົກ ເນື່ອງຈາກການຂາດແຄນໄຂ່ ແລະການລະບາດ ທີ່ກໍາລັງແຜ່ກະຈາຍ ໄປທົ່ວຟາມໃນອອສເຕຣເລັຍ.
ສູນກຽມຄວາມພ້ອມດ້ານໂຣກ ແຫ່ງອອສເຕຣເລັຍ (The Australian Centre for Disease Preparedness-ACDP), ໄດ້ຢູ່ໃນລະດັບແນວໜ້າ ຂອງການທົດສອບ ແລະການຄົ້ນຄວ້າ ກ່ຽວກັບໄຂ້ຫວັດນົກ.
ມັນໄດ້ກວດພົບ ສາຍພັນ H-5-N-1 ໃນທາງເຫນືອ ແລະໃຕ້ຂອງອອສເຕຣເລັຍ, ແຕ່ບໍ່ໄດ້ຢູ່ໃນອອສເຕຣເລັຍນີ້.
ແຕ່ Dr Deborah Eagles ກ່າວວ່າຣັຖບານກໍາລັງຕຽມພ້ອມ ສໍາລັບການມາຮອດ ຂອງໄວຣັສນີ້.
"ທັງທົ່ວໂລກ ແລະໃນອອສເຕຣເລັຍ, ໄຂ້ຫວັດນົກ ແມ່ນມີຜົນກະທົບຢ່າງຫຼາຍ. ໃນທົ່ວໂລກ, ເຊື້ອໄວຣັສທີ່ສໍາຄັນທີ່ສຸດ ແມ່ນໄວຣັສ H5, ແລະມັນເປັນທີ່ຮູ້ຈັກສາຍພັນນີ້ ຢ່າງສະເພາະເຈາະຈົງ ໂດຍນັກວິທະຍາສາດວ່າ H-5-N-1-2.3.4.4-B. ບັດນີ້ ສິ່ງນີ້ ໄດ້ສົ່ງຜົນກະທົບ ຕໍ່ທຸກທະວີບ ຍົກເວັ້ນອອສເຕຣເລັຍ, ແລະນັ້ນ ແມ່ນຮວມເຖິງ Antarctica ແລະໄດ້ກໍ່ໃຫ້ເກີດການຕາຍຂອງສັດປີກ, ນົກປ່າ, ແລະສັດລ້ຽງລູກດ້ວຍນົມຫລາຍຊະນິດ. ທັງພາກອຸດສາຫະກັມ ແລະຣັຖບານ ໃນອອສເຕຣເລັຍ ໃນດ້ານກະສິກັມ, ສຸຂະພາບ ແລະສິ່ງແວດລ້ອມ ຕ່າງກໍກຽມພ້ອມ ສໍາລັບການມາຮອດ ຂອງ H-5-N-1 ໃນອອສເຕຣເລັຍ"
ການຄົ້ນພົບເມື່ອບໍ່ດົນມານີ້ ຊີ້ໃຫ້ເຫັນວ່າ ມີການລະບາດທີ່ແຕກຕ່າງກັນ ສາມຄັ້ງ ທີ່ເກີດຂຶ້ນພ້ອມໆກັນ ໃນອອສເຕຣເລັຍ ເຊິ່ງແຕ່ລະຊະນິດ ເກີດຈາກເຊື້ອໄວຣັສ ທີ່ແຕກຕ່າງກັນທາງສາຍພັນ.
Dr Eagles ກ່າວວ່າ, ໃນຣັດ Victoria, ເຊື້ອໄວຣັສ H-7-N-3 ຂອງໄຂ້ຫວັດນົກ ທີ່ສາມາດກໍ່ໃຫ້ເກີດໂຣກສູງ ໄດ້ຖືກຢືນຢັນແລ້ວ, ລວມທັງສາຍພັນອື່ນໆ ໃນພາກອື່ນໆ ຂອງອອສເຕຣເລັຍດ້ວຍ.
"ອອສເຕຣເລັຍ ໄດ້ຮັບມືຕໍ່ການລະບາດ ຂອງໄຂ້ຫວັດນົກສາມຄັ້ງ ທີ່ມີສາຍພັນຢ່າງອື່ນ, ແລະທັງຫມົດນີ້ ແມ່ນນັບແຕ່ ທ້າຍເດືອນພຶດສະພາ. ດັ່ງນັ້ນ, ອອສເຕຣເລັຍ ຈຶ່ງມີການລະບາດ ຂອງໄຂ້ຫວັດນົກໃນສັດປີກກ່ອນຫນ້ານີ້ ດ້ວຍການລະບາດ ຂອງໄຂ້ຫວັດນົກ H-7 ເເປດຄັ້ງ ຊຶ່ງເປັນໄວຣັສ ທີ່ກໍ່ໃຫ້ເກີດໂຣກໄດ້ສູງ ນັບຕັ້ງແຕ່ປີ 1976. ກ່ອນການລະບາດຂອງປີນີ້, ACDP ໄດ້ດໍາເນີນການທົດສອບ 3,000 ຄັ້ງ ໃນພັນຕົວຢ່າງ ນັບຕັ້ງແຕ່ການຄົ້ນພົບຄັ້ງທໍາອິດ ຂອງ H7N3 ໃກ້ກັບMeredith ໃນຣັດ Victoria ໃນເດືອນພຶດສະພາ, ແລະຕໍ່ມາ ແມ່ນການກວດສອບ ເຊື້ອ H7 ແລະ H9 ໃນ Terang ໃນຣັດ Victoria, ກວດພົບ H7 ແລະ H8 ໃນ New South Wales ແລະ ACT. ແລະພວກເຮົາ ໄດ້ໃຫ້ການຢືນຢັນ ກ່ຽວກັບໄຂ້ຫວັດນົກ ທີ່ຕິດເຊື້ອສູງ ໃນແຕ່ລະພື້ນທີ່ ທີ່ຕິດເຊື້ອໃນຣັດ Victoria, New South Wales ແລະ ACT."
ດັ່ງນັ້ນ, ນັກວິທະຍາສາດ ສາມາດບອກຄວາມແຕກຕ່າງ ລະຫວ່າງສາຍພັນເຫຼົ່ານີ້ ກັບການລະບາດທີ່ແຕກຕ່າງກັນ ໄດ້ແນວໃດ?
ທຸກຢ່າງ ຂຶ້ນຢູ່ກັບການຈັດລຳດັບ ທາງພັນທຸກັມ.
ດ້ວຍການວິຈັຍ RNA ຂອງໄວຣັສ, ນັກຄົ້ນຄວ້າ ສາມາດລະບຸເຄື່ອງຫມາຍພິເສດ ທີ່ແຕກຕ່າງຂອງສາຍພັນຫນຶ່ງ ຈາກອີກສາຍພັນຫນຶ່ງ.
ສິ່ງນີ້ ຊ່ວຍໃຫ້ພວກເຂົາ ສາມາດຕິດຕາມວິວັດທະນາການ ຂອງເຊື້ອໄວຣັສ ແລະເຂົ້າໃຈວ່າ ມັນແພ່ກະຈາຍແນວໃດ.
ACDP ໃຊ້ເທັກໂນໂລຈີຫຼ້າສຸດ ໃນການວິຈັຍເຫຼົ່ານີ້, ໂດຍໃຫ້ຂໍ້ມູນທີ່ສໍາຄັນ ສໍາລັບການຈັດການ ກັບການລະບາດ.
Dr Frank Wong ເປັນນັກຄົ້ນຄວ້າວິທະຍາສາດ ອາວຸໂສທີ່ ADCP.
"ສິ່ງສໍາຄັນ ແມ່ນໄວຣັສໄຂ້ຫວັດນົກ ຖືກຕັ້ງຊື່ຕາມລັກສນະ ຂອງໂປຣຕີນ ເທິງຜິວຂອງໄວຣັສ. ດັ່ງນັ້ນ, ຈຶ່ງເປັນວິທີ ທີ່ເຮົາກ່າວເຖິງສາຍພັນ H-5-N-1 ຫຼື H-7N-3, H-7-N-8-N ແລະອື່ນໆ. ດັ່ງນັ້ນ, ໂປຣຕີນເທິງພື້ນຜິວໄວຣັສໄຂ້ຫວັດໃຫຍ່, ມັນປະພຶດຄ້າຍກັນຫຼາຍ ກັບສິ່ງທີ່ເຮົາອາດຄຸ້ນເຄີຍ. ພວກເຮົາທຸກຄົນ ເຄີຍໄດ້ຍິນ ກ່ຽວກັບໂປຣຕີນ spikeໃນໄວຣັສ covid. ດັ່ງນັ້ນ ເຊື້ອໄວຣັສໄຂ້ຫວັດ ຈຶ່ງມີໂປຣຕີນ ທີ່ຄ້າຍຄືກັນ ຢູ່ເທິງພື້ນຜິວຂອງພວກເຂົາ."
ຕົ້ນກໍາເນີດ ຂອງການລະບາດຂອງໄຂ້ຫວັດນົກ ໃນປະຈຸບັນ ແມ່ນເກີດຂຶ້ນໃນປີ 1996, ເມື່ອໄຂ້ຫວັດຊະນິດ A ທີ່ຮູ້ກັນໃນຊື່ H-5-N-1 ໄດ້ເກີດຂຶ້ນໃນເອເຊັຍ ຕາເວັນອອກສ່ຽງໃຕ້.
ໃນອະດີດ, ອອສເຕຣເລັຍ ໄດ້ຮັບການປົກປ້ອງຈາກໄຂ້ຫວັດນົກ ທີ່ເຮັດໃຫ້ເກີດໂຣກສູງ ເພາະມັນຖືກແພ່ໂດຍການອົບພະຍົບຂອງເປັດ, ຫ່ານ, ແລະຫົງ ຈາກເອເຊັຍ.
ເຖິງຢ່າງໃດກໍຕາມ, ນົກຈາກເອເຊັຍ ທີ່ພົບກັບນົກອົບພະຍົບ ທີ່ຕິດເຊື້ອ ກໍສາມາດນໍາເຊື້ອໄວຣັສນີ້ ມາອອສເຕຣເລັຍໄດ້.
"ຢູ່ຕາມທັມມະຊາດເຊັ່ນ: ເປັດ ແລະຫ່ານຊຶ່ງເປັນແຫຼ່ງຮັບທັມມະຊາດ ຂອງເຊື້ອໄວຣັສໄຂ້ຫວັດນົກທັງຫມົດ ເຊິ່ງສ່ວນຫລາຍແລ້ວ ມັນມີເຊື້ອໄວຣັສ ທີ່ມີເຊື້ອພະຍາດຕ່ຳ ທີ່ເຮັດໃຫ້ບໍ່ມີສັນຍານຂອງໂຣກ. ດັ່ງນັ້ນ,ບາງຄັ້ງເມື່ອໄວຣັສ, ໂດຍສະເພາະສາຍພັນ H5 ແລະ H7 ໄດ້ແພ່ຈາກນົກປ່າ ມາສູ່ໄກ່ໃນຟາມ ເປັນຈຳນວນຫຼາຍ, ໄຂ້ຫວັດນົກ ທີ່ມີເຊື້ອໄວຣັສສູງ ອາດລວມເຂົ້າກັນ ເນື່ອງຈາກການກາຍພັນຂອງໄວຣັສ ທີ່ນໍາໄປສູ່ການລະບາດຂອງເຊື້ອ H7 ທີ່ຮ້າຍແຮງ, ຕາມຕົວຢ່າງ ທີ່ພວກເຮົາໄດ້ເຫັນ ເມື່ອບໍ່ດົນມານີ້ ໃນຣັດ Victoria, New South Wales ແລະ ACT."
ACDP ມີບົດບາດສໍາຄັນທົ່ວໂລກ ໃນການຕິດຕາມກວດກາ ແລະການເຝົ້າລະວັງ ທັງຢູ່ທີ່ນີ້ ແລະທົ່ວໂລກ.
ໃນຖານະເປັນສະຖາບັນຄົ້ນຄວ້າຊັ້ນນໍາ, ACDP ໄດ້ຮ່ວມມືກັບອົງການຈັດຕັ້ງສາກົນ ເພື່ອແບ່ງປັນຂໍ້ມູນ ແລະຄວາມເຂົ້າໃຈ ກ່ຽວກັບໄຂ້ຫວັດນົກ.
Dr Wong ກ່າວວ່າ ການຮ່ວມມືນີ້ ຊ່ວຍຕິດຕາມການແພ່ລະບາດ ຂອງເຊື້ອໄວຣັສທົ່ວໂລກ ແລະພັດທະນາຍຸດທະສາດ ເພື່ອຫລຸດຜ່ອນຜົນກະທົບຂອງມັນ.
"ໂຄງການນີ້ ຈຶ່ງດໍາເນີນການຢ່າງຫ້າວຫັນ, ສິ່ງທີ່ພວກເຮົາເອີ້ນວ່າເວລາສງົບ, ໃນການເຝົ້າລະວັງໄວຣັສ Avian influenza ໃນຕົວຢ່າງຂອງນົກປ່າ ທີ່ເກັບກໍາໃນແຕ່ລະຣັດ ແລະເຂດປົກຄອງ ຂອງອອສເຕຣເລັຍ, ຫມາຍຄວາມວ່າ ການເຝົ້າລະວັງນີ້ ເກີດຂຶ້ນໃນເວລາ ທີ່ບໍ່ມີສັນຍານທີ່ຊັດເຈນໃດໆຂອງໂຣກ. ແລະນີ້ກໍສໍາຄັນ ເພາະມັນເຮັດໃຫ້ພວກເຮົາ ຮວບຮວມຂໍ້ມູນພື້ນຖານ ກ່ຽວກັບເຊື້ອໄວຣັສ ທີ່ພວກເຮົາຮູ້ ກ່ຽວກັບນົກປ່າ ຂອງອອສເຕຣເລັຍ. ດັ່ງນັ້ນ, ຕົວຢ່າງໄຂ້ຫວັດນົກ ຫຼາຍຮ້ອຍຊະນິດ ທີ່ຖືກເກັບກໍາໂດຍໂຄງການນີ້ ຖືກວິຈັຍຢູ່ທີ່ ACDP ນີ້ ແລະອະນຸຍາດໃຫ້ພວກເຮົາ ປະຕິບັດໃນສິ່ງທີ່ພວກເຮົາເອີ້ນວ່າ ການເຝົ້າລະວັງທາງ genomic ເຊິ່ງໃຫ້ຂໍ້ມູນ ທີ່ມີຄ່າ ກ່ຽວກັບມີເຊື້ອໄວຣັສ ຊນິດໃດຢູ່ໃນອອສເຕຣເລັຍ ເຊິ່ງເນັ້ນເຖິງຄວາມສໍາຄັນ ຂອງໂຄງການເຝົ້າລະວັງທີ່ເຂັ້ມແຂງນີ້. ການເຝົ້າລະວັງໄຂ້ຫວັດນົກ ທີ່ມີປະສິດທິພາບ ໃນນົກປ່າ ຍັງສາມາດໃຫ້ການເຕືອນລ່ວງຫນ້າທີ່ສໍາຄັນ ກ່ຽວກັບເຊື້ອໄວຣັສໃຫມ່ຕ່າງໆ ທີ່ສາມາດແພ່ມາທີ່ອອສເຕຣເລັຍ."
ວຽກງານຂອງ ACDP ບໍ່ພຽງແຕ່ປົກປ້ອງຟາມຂອງອອສເຕຣເລັຍເທົ່ານັ້ນ ແຕ່ຍັງປະກອບສ່ວນ ເຂົ້າໃນຄວາມພະຍາຍາມທົ່ວໂລກ ໃນການຄວບຄຸມໄຂ້ຫວັດນົກນຳອີກ.
ເນື້ອເລື່ອງໂດຍ Essam Al-Ghalib ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌