ມາທຳຄວາມເຂົ້າໃຈກັບ ມະເຮັງໃນເມັດເລືອດ.

3D rendered Illustration of Leukemia cells in the blood stream

ຮູບ 3D ຂອງຈຸລັງ ມະເຮັງໃນເສັ້ນເລືອດ. Credit: Westend61/Getty Images/Westend61

ມະເຮັງໃນເມັດເລືອດ ມີຫຼາຍຊະນິດ. ແຕ່ລະຊະນິດກໍເປັນອັນຕະຣາຍຕໍ່ຊີວິດ. ນັກຄົ້ນຄວ່າກຳລັງທຳງານຢ່າງເຂັ້ມແຂງໃນການຫາທາງປິ່ນປົວ. ແຕ່ວິທີທີ່ດີທີ່ສຸດ ແມ່ນຈະຕ້ອງ ພົບໂຣກນີ້ ໃນຕອນຕົ້ນ ເພື່ອໂອກາດໃນການລອດຊີວິດຈະສູງຂຶ້ນ.


ມາທຳຄວາມເຂົ້າໃຈກັບ ມະເຮັງໃນເມັດເລືອດ.

ຂໍ້ມູນໃຫມ່ ຈາກມູນນິທິມະເຮັງເມັດເລືອດ (Leukemia Foundation) ເປີດເຜີຍວ່າແປດເປີເຊັນຂອງຊາວ ຈະຖືກກວດພົບວ່າເປັນໂຣກມະເຮັງເມັດເລືອດ ໃນຕລອດຊີວິດຂອງເຂົາເຈົ້າ.

ມູນນິທິກ່າວວ່າ ມັນເປັນສິ່ງສໍາຄັນສໍາລັບຊາວອອສເຕຣເລັຍ ທີ່ຈະຮູ້ກ່ຽວກັບສະພາບ ທີ່ສາມາດກະທົບຕໍ່ທຸກຄົນ.

Sam Dover ແລະ Sydney Lang ລາຍງານ

Roseanna Bricknell ອາຍຸພຽງແຕ່ສາມສິບປີ ເມື່ອທ່ານຫມໍບອກນາງວ່າ ນາງເປັນໂຣກມະເຮັງຕ່ອມນ້ຳເຫຼືອງ Hodgkin (Hodgkin’s Lymphoma) ຂັ້ນທີສາມ, ມັນແມ່ນມະເຮັງໃນເມັດເລືອດຊະນິດຫນຶ່ງ ທີ່ສົ່ງຜົນກະທົບຕໍ່ລະບົບ ນ້ຳເຫຼືອງ (Lymphatic System).

Roseanna Bricknell ອາຍຸຍັງນ້ອຍ, ສຸຂະພາບແຂງແຮງ ແລະບໍ່ມີປວັດຄອບຄົວ ທີ່ເປັນໂຣກມະເຮັງ, ລາວບໍ່ເຄີຍຄິດວ່າ ລາວຈະມີຄວາມສ່ຽງ.

"ໂອຍ...ສິ່ງທີ່ຄິດແມ່ນວ່າ ບໍ່ມີທາງ ທີ່ຂ້ອຍຈະເປັນມະເຮັງໄດ້."

ຈົນກວ່ານາງຕັດສິນໃຈ ທີ່ຈະໄປຫານາຍໝໍ ກ່ຽວກັບບາງຢ່າງ ທີ່ນາງຄິດວ່າເປັນບັນຫາເລັກນ້ອຍ.

"ຕອນທໍາອິດ ຂ້ອຍສັງເກດເຫັນວ່າ ຂ້ອຍມີເນື້ອງອກໃນຄໍ ຂອງຂ້ອຍທີ່ໃຫຍ່ເຕີບ.ຂ້ອຍສັງເກດເຫັນມັນ ໃນເດືອນເມສາ 2022, ແລະຂ້ອຍ ບໍ່ໄດ້ໄປກວດ ຈົນຮອດເດືອນພະຈິກ. ແລະຂ້ອຍບໍ່ເອົາໃຈໃສ່ມັນ. ຂ້ອຍບໍ່ໄດ້ຄິດຫຍັງກັບມັນເລີຍ, ຕອນນັ້ນຂ້ອຍຫຍຸ້ງຫຼາຍ. ຂ້ອຍກຳລັງຈະສອບປຣິນຍາໂທຂອງຂ້ອຍ ແລ້ວກໍຈະbackpacking ໄປທົ່ວຢູໂຣບ. ດັ່ງນັ້ນ, ຂ້ອຍບໍ່ໄດ້ຄິດຫຍັງຫຼາຍ, ແລະຫຼັງຈາກກັບຄືນມາອອສເຕຣເລັຍ ແລະຄິດວ່າ, ໂອ້, ຂ້ອຍຄວນຈະໄປກວດເບິ່ງ."

ທ່າມກາງການວາງແຜນງານແຕ່ງງານຂອງນາງ, Roseanna ໄດ້ຖືກສົ່ງຕໍ່ໃຫ້ໄປຫາຜູ້ຊ່ຽວຊານດ້ານເລືອດ (Haematologist).

"ຂ້ອຍຈື່ໄດ້ວ່າ ການຖືກສົ່ງໄປຫາສູນມະເຮັງພ້ອມກັບໜັງສືແນະນຳຂອງຂ້ອຍ ເພື່ອພົບໝໍ. ແລະໃນຂນະທີ່ນັ່ງຢູ່ໃນຫ້ອງລໍຖ້າ ຂ້ອຍຄິດວ່າ 'ໂອ້... wow ນີ້ແມ່ນທ່ານຫມໍເລືອດ, ມັນຄົງຈະງ່າຍສໍາລັບນາງ ທີ່ຈະພົບຂ້ອຍ ແລະຄິດວ່າ ຂ້ອຍເສັຍໃຈ ຫຼາຍສໍາລັບທຸກຄົນທີ່ນັ່ງລໍຖ້າຢູ່ທີ່ນີ້ ເພາະວ່າຂ້ອຍຕ້ອງເປັນພຽງຄົນດຽວ ທີ່ບໍ່ມີມະເຮັງ. 'ແລ້ວ ຂ້ອຍໄດ້ໄປຕາມນັດຫມາຍ ແລະນາງໄດ້ບອກຂ້ອຍວ່າຂ້ອຍເປັນໂຣກມະເຮັງ. ແລະຂ້ອຍຕົກໃຈຫລາຍ, ຂ້ອຍປະຕິເສດໂຕເອງ ໃນກ່ອນໜ້ານີ້."

ມະເຮັງໃນເລືອດ ເປັນມະເຮັງທີ່ ເຮັດໃຫ້ຄົນຕາຍທີ່ສຸດໃນອອສເຕຣເລັຍ ເຊິ່ງມີຜູ້ເສັຍຊີວິດ ປະມານ 6000 ຄົນໃນທຸກໆປີ.

ການຄົ້ນຄວ້າໃຫມ່ ຈາກມູນນິທິ Leukaemia (Leukaemia Foundation) ສະແດງໃຫ້ເຫັນວ່າ ຫນຶ່ງໃນສິບສອງຄົນ ຂອງຊາວອອສເຕຣເລັຍ ຈະໄດ້ຮັບຜົນກະທົບໂດຍກົງ ຈາກມະເຮັງໃນເລືອດ.

ຜູ້ຈັດການທົ່ວໄປ ຂອງຄູ່ຮ່ວມງານມະເຮັງ ໃນເລືອດສໍາລັບ ມູນນິທິ Leukaemia ທ່ານ Tim Murphy ກ່າວວ່າ ອັດຕາການເປັນມະເຮັງໃນເລືອດໃນອອສເຕຣເລັຍ ແມ່ນເພີ່ມຂຶ້ນເຖິງ 47 ເປີເຊັນ ໃນໄລຍະທົດສະວັດທີ່ຜ່ານມາ.

"ມີຊາວອອສເຕຣເລັຍປະມານ 140,000 ຄົນ ທີ່ໃຊ້ຊີວິດດ້ວຍໂຣກມະເຮັງໃນເລືອດໃນປັດຈຸບັນ, ແລະພວກເຮົາຄາດວ່າຈະເພີ່ມຂຶ້ນເປັນສອງເທົ່າ ໃນປີ 2035.ດັ່ງນັ້ນ, ຈຶ່ງຫມາຍຄວາມວ່າ ປະມານ 8% ຂອງຊາວອອສເຕຣເລັຍທັງຫມົດ ຈະໄດ້ຮັບການກວດພົບວ່າ ເປັນໂຣກມະເຮັງເລືອດ ໃນຊ່ວງນຶ່ງຂອງ ຊີວິດເຂົາເຈົ້າ.ແລະນັ້ນກໍຫມາຍຄວາມວ່າ ໃນທຸກວັນນີ້ ຫນຶ່ງໃນ 12 ຄົນ ຂອງຊາວອອສເຕຣເລັຍ ຈະໄດ້ຮັບຜົນກະທົບຈາກມະເຮັງເມັດເລືອດ. ດັ່ງນັ້ນ, ມັນເປັນຈໍານວນສູງຫຼາຍ."

ທ່ານ Murphy ກ່າວວ່າ ໂຣກມະເຮັງໃນເລືອດ ເຊັ່ນ Leukaemia ແລະໂຣກມະເຮັງໃນເລືອດ Hodgkin ແມ່ນມີແພ່ຫຼາຍທີ່ສຸດ ໃນຄົນທີ່ມີອາຍຸຫຼາຍກວ່າຫ້າສິບປີ, ແຕ່ລາວຍັງເວົ້າວ່າ ທັງສອງໂຣກນີ້ ສາມາດ ແລະກະທົບຕໍ່ຜູ້ຄົນໃນທຸກວັຍ.

"ກ່ຽວກັບມະເຮັງໃນເມັດເລືອດ...ມັນເປັນມະເຮັງຂອງເລືອດ ແລະລະບົບພູມຕ້ານທານຂອງພວກເຮົາ, ແລະພວກເຮົາທຸກຄົນມີເລືອດ ແລະລະບົບພູມຕ້ານທານ ທີ່ມະເຮັງສາມາດສົ່ງຜົນກະທົບ ໄດ້ທຸກເວລາ. ມັນສາມາດເກີດຂຶ້ນ ໃນເວລາໃດກໍໄດ້ ນັບຕັ້ງແຕ່ຕອນເກີດ ຈົນເຖິງຂັ້ນຕອນສຸດທ້າຍຂອງຊີວິດຂອງທ່ານ. ມັນເປັນສິ່ງທ້າທາຍທີ່ຍິ່ງໃຫຍ່ຢ່າງຫນຶ່ງ ຂອງການເປັນມະນຸດ ແມ່ນວ່າລະບົບເລືອດຂອງເຮົາ ສາມາດຈະມີສິ່ງຜິດປົກກະຕິ, ແລະເມື່ອເປັນເຊັ່ນນັ້ນ, ມັນກໍຈະກາຍເປັນມະເຮັງໄດ້."

ເຖິງແມ່ນຈະມີການປະເມີນວ່າ ໂຣກມະເຮັງໃນເມັດເລືອດ ມີຜົນກະທົບຕໍ່ປະຊາກອນປະມານ 8 ເປີເຊັນ, ແຕ່ຊາວອອສເຕຣເລັຍຫລາຍຄົນ ຮວມທັງ Roseanna ກໍຮູ້ຈັກບໍ່ຫຼາຍກ່ຽວກັບພາວະນີ້.

"ບໍ່, ຂ້ອຍບໍ່ຮູ້ຫຍັງຫຼາຍ ກ່ຽວກັບມະເຮັງໃນເມັດເລືອດ. ຂ້ອຍຮູ້ວ່າ Delta Goodrem ເປັນໂຣກນີ້, ແລະຂ້ອຍກໍເປັນແບບດຽວກັບນາງ. ແຕ່ຖ້າບໍ່ດັ່ງນັ້ນ ຂ້ອຍກໍຈະຮູ້ ກ່ຽວກັບມະເຮັງໃນເລືອດທົ່ວໄປ. ແຕ່ຂ້ອຍບໍ່ຮູ້ວ່າ ມະເຮັງໃນເມັດເລືອດມີຫຼາຍຊະນິດ ແລະມີລັກສນະຕ່າງກັນ ທີ່ມັນສາມາດສະແດງອາການ ຫຼືແນວໃດແບບນັ້ນ."

ຫນຶ່ງໃນສາມ ຂອງຊາວອອສເຕຣເລັຍ ທີ່ຖືກກວດພົບວ່າ ເປັນໂຣກມະເຮັງ ໃນເມັດເລືອດ ຈະຕາຍພາຍໃນຫ້າປີ ຫຼັງຈາກການກວດພົບ.

ພວກນັກຄົ້ນຄວ້າໂຣກມະເຮັງ ເຊັ່ນ Dr Unnikrishnan ຈາກມະຫາວິທະຍາໄລ New South Wales ກຳລັງພະຍາຍາມ ທີ່ຈະເຮັດໃຫ້ສະຖິຕິນັ້ນ ລົງມາເປັນສູນ.

ໃນຖານະຫົວຫນ້າ Molecular Mechanisms ຂອງຫ້ອງທົດລອງ Leukaemia, Dr Unnikrishnan ກ່າວວ່າ ການຄົ້ນຄວ້າຂອງທ່ານ ໃນເວລານີ້ ແມ່ນໄດ້ສຸມໃສ່ ປະເພດຂອງມະເຮັງໃນເລືອດ ທີ່ມີອັດຕາການຢູ່ລອດຕ່ຳທີ່ສຸດ.

"ຕົວຢ່າງເຊັ່ນ, ຜູ້ທີ່ມີອາຍຸຫຼາຍກວ່າ 65 ປີ ທີ່ໄດ້ຮັບການວິນິດສັຍວ່າ ເປັນໂຣກ Myeloid Leukemia ປົກກະຕິແລ້ວ ຈະຢູ່ລອດໄດ້ພຽງແຕ່ 12 ຫາ 15 ເດືອນຫຼັງຈາກການເລີ່ມປິ່ນປົວ ຕາມວິທີ ທີ່ດີທີ່ສຸດທີ່ພວກເຮົາມີ. ດັ່ງນັ້ນ, ທ່ານສາມາດເຫັນວ່າ ອາວຸດທີ່ພວກເຮົາມີຢູ່ ໃນການການປິ່ນປົວໂຣກມະເຮັງ ໃນເວລານີ້ ແມ່ນບໍ່ດີພໍ ເພາະວ່າຄົນເຮົາ ບໍ່ໄດ້ຢູ່ດົນພໍ. ແລະນັ້ນແມ່ນ ແຮງຈູງໃຈ ສໍາລັບສິ່ງທີ່ເຮົາກໍາລັງເຮັດເຊັ່ນກັນ. ດັ່ງນັ້ນ, ທຸກສິ່ງທຸກຢ່າງທີ່ພວກເຮົາສຶກສາ ແລະຄົ້ນຄວ້າ ໃນຫ້ອງທົດລອງຂອງຂ້າພະເຈົ້າ ແມ່ນແນໃສ່ ການປັບປຸງທາງເລືອກ ໃນການປິ່ນປົວ"

ຫ້ອງທົດລອງຄົ້ນຄວ້າ ຂອງ Dr Unnikrishnan ໄດ້ຮັບເງິນຊ່ວຍເຫຼືອ 1 ລ້ານໂດລາ ຈາກ ມູນນິທິ Leukaemia ເພື່ອໃຫ້ທຶນການຄົ້ນຄວ້າ ໃນການປິ່ນປົວທີ່ດີກວ່າ ສໍາລັບມະເຮັງເມັດເລືອດ.

ມູນນິທິກ່າວວ່າ, ນອກຈະຈາກຫລຸດອັດຕາການຕາຍ ໃນບັນດາຜູ້ປ່ວຍໂຣກມະເຮັງໃນເລືອດແລ້ວ, ມັນຍັງເປັນສິ່ງສໍາຄັນ ທີ່ຈະປັບປຸງ ຄຸນນະພາບຊີວິດ ໃຫ້ແກ່ຜູ້ທີ່ໃຊ້ຊີວິດຢູ່ກັບໂຣກນີ້.

Roseanna Bricknell ກ່າວວ່າ ມັນໄດ້ສ້າງຄວາມແຕກຕ່າງ ທີ່ມີຜູ້ຄົນ ເຮັດເພື່ອໃຫ້ແນ່ໃຈວ່າ ລາວຢູ່ສະບາຍ.

"ມັນປ່ຽນແປງທຸກຢ່າງ. ມັນເປັນຕາຢ້ານຫຼາຍ. ທຸກຄົນເຮັດໃຫ້ມັນດີແທ້ໆ. ມັນເປັນສິ່ງແປກປລາດ ບ່ອນທີ່ຂ້ອຍຄິດວ່າ ເຄມີບໍາບັດ (Chemotherapy) ເປັນຄໍາທີ່ຫນ້າຢ້ານຫລາຍ. ແລະຂ້ອຍຮູ້ສຶກຢ້ານຫລາຍ ເມື່ອຂ້ອຍເຂົ້າໄປທີ່ນັ້ນ ແລະແທ້ຈິງແລ້ວ ມັນເປັນສະພາບແວດລ້ອມ ທີ່ດີແທ້ໆ. ທ່ານນັ່ງຢູ່ທີ່ນັ້ນ ແລະຕາມປົກກະຕິແລ້ວ ທ່ານບໍ່ຕ້ອງການເຂັມ. ຂ້ອຍມີສາຍ PICC ໃນແຂນຂອງຂ້ອຍ ທີ່ໄດ້ຮັບການຕິດຕັ້ງ ໂດຍການຜ່າຕັດ ໃນອາທິດທີ່ຜ່ານມາ...ດັ່ງນັ້ນ chemo ເອງຈຶ່ງເປັນປະສົບການທີ່ດີ ກັບພະຍາບານທີ່ໃຈດີເຫລົ່ານີ້."

ຫຼັງຈາກໄດ້ຮັບການປິ່ນປົວ ດ້ວຍເຄມີບໍາບັດ (Chemotherapy) ສີ່ຮອບ ແລະມີປະຕິກິຣິຍາ ທີ່ຮຸນແຮງຕໍ່ຢາຈະເລີນພັນ (Fertility drugs), Roseanna ເວົ້າວ່າ ຜົນກະທົບ ທີ່ການປິ່ນປົວ ມີຕໍ່ຮ່າງກາຍຂອງນາງ ແມ່ນຮ້າຍແຮງກວ່າທີ່ນາງຄິດ.

"ຂ້ອຍໄດ້ຄາດວ່າ ຈະມີການຮາກ ແລະຂ້ອຍຮູ້ວ່າ ຂ້ອຍຈະເມື່ອຍ ແລະວິນຫົວ, ແຕ່ຂ້ອຍບໍ່ຮູ້ວ່າ ຂ້ອຍຈະມີຢາ Steroids ຢ່າງຫລວງຫລາຍ ແລະນັ້ນເຮັດໃຫ້ຂ້ອຍນອນບໍ່ຫລັບ ຫຼືວ່າ ຂ້ອຍຈະມີອາການແພ້ ຕໍ່ຢາຢ່າງໃດຢ່າງຫນຶ່ງຂອງຂ້ອຍ. ແລະທຸກເທື່ອທີ່ຂ້ອຍກິນຢານັ້ນ, ຊຶ່ງເຂົາເຈົ້າ ບໍ່ສາມາດເອົາອອກ ຈາກຂັ້ນຕອນການປິ່ນປົວ, ຂ້ອຍຈະຕ້ອງໄປໂຮງຫມໍ ເປັນເວລາເປັນອາທິດ. ແລະຂ້ອຍຍັງມີຮອຍແຜຢູ່ທົ່ວຫຼັງຍ້ອນມັນ. ຫນຶ່ງໃນຢາທັງໝົດ ແມ່ນຢາກ່ຽວກັບລະບົບປະສາດ. ຕອນທີ່ຂ້ອຍກິນຢາ ຄັ້ງທໍາອິດ, ຂ້ອຍມີຄວາມຮູ້ສຶກແສບໆຄັນໆ ແລະຂ້ອຍຄຶດວ່າໂອ້, ນີ້ແມ່ນເລື້ອງເປັນຕາມ່ວນແທ້ໆ. ແຕ່ແລ້ວ ມັນຈະເຮັດໃຫ້ຂ້ອຍເຈັບປວດ ທີ່ຮ້າຍແຮງຫຼາຍ ໃນປະສາດໃນຫົວ (Cranial nerve) ຂອງຂ້ອຍ ແລະຂ້ອຍ ຈະບໍ່ສາມາດກືນກິນ ຫລືເວົ້າໄດ້ ເປັນເວລາຫນຶ່ງອາທິດ. ແລະນິ້ວຕີນ ຂອງຂ້ອຍກໍບໍ່ມີຄວາມຮູ້ສຶກ. ມັນຂ້າເສັ້ນປະສາດ ສ່ວນປາຍ (Peripheral nerves) ໃນນິ້ວມື ແລະນິ້ວຕີນຂອງທ່ານ, ແລະນອກຈາກນັ້ນ ກໍແມ່ນສິ່ງທີ່ຈະເກີດຂຶນ ຈາກຜົນກະທົບທັງຫມົດ. ນ້ຳໜັກທ່ານຈະຫຼຸດລົງຫຼາຍ. ນ້ຳໜັກຂ້ອຍ ຫຼຸດ 10% ໃນຫນຶ່ງອາທິດ.ແລະນັ້ນ ອາດຈະຫຼາຍຫນ້ອຍຫນຶ່ງ, ຜົມກໍຫຼົ່ນໝົດ. ເຈົ້າບໍ່ຈໍາເປັນຕ້ອງໄປແຖຂົນ , ຂ້ອຍຄິດວ່າມັນກໍດີໄປຢ່າງນຶ່ງ"

Dr Unnikrishnan ກ່າວວ່າ ມີຂໍ້ຈໍາກັດຕ່າງໆ ກ່ຽວກັບທາງເລືອກ ໃນການຄົ້ນຄວ້າ ແລະປິ່ນປົວ ໂຣກມະເຮັງໃນປະຈຸບັນ.

ປຽບທຽບມັນກັບຄ້ອນຕີຂນາດໃຫຍ່, ລາວເວົ້າວ່າ ວິທີການປິ່ນປົວມະເຮັງ ໃນປະຈຸບັນ ແມ່ນກ່ຽວກັບການພະຍາຍາມຂ້າຈຸລັງ (Cell) ໃດໆ ທີ່ແບ່ງໂຕອອກໂດຍໄວ, ຕີທຸກຢ່າງ ໃນຄວາມຫວັງວ່າ ຈຸລັງມະເຮັງຈະຕາຍ.

ແຕ່ເຊັ່ນດຽວກັບຈຸລັງມະເຮັງ (Cancer cells), ຍົກຕົວຢ່າງ, ຈຸລັງຜົມຂອງເຮົາ ແລະຈຸລັງຢູ່ໃນລໍາໄສ້ຂອງເຮົາ ຍັງແບ່ງອອກຢ່າງວ່ອງໄວຄືກັນ, ຊຶ່ງເປັນສາເຫດ ທີ່ຫຼາຍຄົນ ທີ່ໄດ້ຮັບການປິ່ນປົວທາງເຄມີບໍາບັດ (Chemo therapy) ຈະສູນເສັຍຜົມ ແລະປະສົບກັບບັນຫາໃນລໍາໄສ້.

ລາວກ່າວວ່າ ການຄົ້ນຄວ້າຂອງລາວ ກໍາລັງເຮັດວຽກ ເພື່ອສ້າງການປິ່ນປົວ ທີ່ມີເປົ້າຫມາຍຫຼາຍຂຶ້ນ ພ້ອມທັງຫຼຸດຄວາມເສັຍຫາຍ ທີ່ເກີດກັບສ່ວນອື່ນໆຂອງຮ່າງກາຍ ແລະດີເອັນເອ.

"ວິທີທີ່ສະຫຼາດກວ່າ ໃນການປິ່ນປົວແບບນີ້ ຄືຖ້າທ່ານ ສາມາດຊອກຫາ ສິ່ງທີ່ເປັນເອກະລັກ ຫຼືແຕກຕ່າງ ກ່ຽວກັບຈຸລັງມະເຮັງ, ສິ່ງທີ່ເຮັດໃຫ້ມັນແຕກຕ່າງ ຈາກຈຸລັງສືບພັນ ຂອງເລືອດທີ່ແຂງແຮງ, ແລ້ວທ່ານ ສາມາດໃຊ້ປໂຍດ ຈາກຄວາມແຕກຕ່າງນັ້ນ ເພື່ອສ້າງສິ່ງທີ່ກົງກັບເປົ້າຫມາຍຫຼາຍຂຶ້ນ."

ຫ້ອງທົດລອງຂອງ Dr Unnikrishnan ເຮັດວຽກກ່ຽວກັບຂະບວນການ ໂມເລກຸນທີ່ເອີ້ນວ່າ RNA splicing, ຊຶ່ງເວົ້າງ່າຍໆກໍຄື ເຮັດວຽກເພື່ອກວດ ແລະແກ້ໄຂລໍາດັບ ຂອງໂປຣຕີນຊະນິດຕ່າງໆ ໃນ Gene.

ສິ່ງທີ່ພວກເຂົາເຈົ້າພົບ ຄືຂະບວນການຂອງ RNA splicing ໃນຈຸລັງ Leukaemic, ເຊັ່ນດຽວກັນກັບ ໃນຈຸລັງມະເຮັງອື່ນໆ, ແມ່ນມີການປ່ຽນແປງ, ແຕ່ເຮັດວຽກຕາມປົກກະຕິໃນຈຸລັງທີ່ແຂງແຮງອື່ນ.

"ມີຂະບວນການສະເພາະ ຂອງຈຸລັງ Leukemic ທີ່ອາດມີເປົ້າຫມາຍ ໃນການປິ່ນປົວ. ແລະນັ້ນກໍຄື ວິທີທີ່ພວກເຮົາເຮັດ ແລະການໃຫ້ທຶນ ທີ່ພວກເຮົາໄດ້ຮັບເຊັ່ນກັນ. ເຮົາສາມາດໃຊ້ປໂຍດ ຈາກຂະບວນການ ທີ່ຜິດປົກກະຕິຂອງ RNA Splicing ທີ່ຜິດພາດ ທີ່ກໍາລັງເກີດຂຶ້ນພາຍໃນຈຸລັງສືບພັນ Leukemic ຫຼືບໍ່? ພວກເຮົາ ພັດທະນາຢາ ທີ່ແນໃສ່ຂະບວນການນີ້ໂດຍສະເພາະ ແລະຫວັງວ່າ ແມ່ນກໍາຈັດຈຸລັງມະເຮັງໃນເລືອດ (Leukemic) ໂດຍສະເພາະ ແລະບໍ່ສົ່ງຜົນກະທົບຕໍ່ຈຸລັງທີ່ແຂງແຮງ."

ຖ້າປະສົບຜົນສໍາເລັດ ການປິ່ນປົວທີ່ແນໃສ່ຈຸລັງມະເຮັງໂດຍກົງ ສາມາດຊ່ວຍໃຫ້ຄົນເຊັ່ນ  Roseanna ກັບມາມີຊີວິດອີກຕາມປົກກະຕິ.

"ຂ້ອຍບໍສາມາດ ເຮັດແບບດຽວກັບທີ່ຂ້ອຍເຄີຍເຮັດ. ມັນມີສັນຍານທາງຮ່າງກາຍ ເຊັ່ນຜົມ ແລະອື່ນໆ, ແຕ່ຂ້ອຍບໍ່ສາມາດ ເປັນຄືຄົນທີ່ຂ້ອຍເຄີຍເປັນ ແລະວ່າລາວຢູ່ດີມີແຮງ ແລະມີຄວາມມ່ວນຊື່ນຫລາຍ ແລະວ່ານາງ ສາມາດເຮັດແນວໃດ ກັບຊີວິດຂອງນາງກໍໄດ້. ຂ້ອຍບໍ່ສາມາດເຮັດສິ່ງເຫຼົ່ານັ້ນໄດ້ອີກແລ້ວ."

ເຖິງແມ່ນວ່າ ຈະມີຜົນກະທົບຕໍ່ໂຣກມະເຮັງໃນເລືອດຕລອດຊີວິດ, ແຕ່ Roseanna ໄດ້ຖືກບອກວ່າ ລາວປາດສະຈາກໂຣກນີ້ ເມື່ອຫນຶ່ງປີກ່ອນ, ແຕ່ການແຕ່ງງານຂອງນາງ, ເຖິງແມ່ນວ່າຈະຊ້າກວ່າ ທີ່ນາງໄດ້ຄາດໄວ້, ກໍຈະມີຂຶ້ນໃນເດືອນມິຖຸນາ.

ລາວເວົ້າວ່າ ລາວໂຊກດີ.

"ສະນັ້ນຂ້ອຍຢາກບອກວ່າ, ຖ້າຫາກວ່າ ທ່ານສັງເກດເຫັນສິ່ງໃດທີ່ຜິດປົກກະຕິ ໃນຮ່າງກາຍຂອງທ່ານ, ຢ່າປະມັນໄວ້ດົນ. ໄປລົມກັບນາຍໝໍຂອງທ່ານ ແລະຮັບການກວດສອບ. ຂ້ອຍໂຊກດີຫຼາຍ ທີ່ນາຍໝໍຂອງຂ້ອຍ ຮູ້ວິທີກວດສອບຫຼາຍຂຶ້ນ ແລະກວດຮອດຕົ້ນຕໍຂອງເລື້ອງນີ້. ຂ້ອຍມີເນື້ອງອກຂນາດຍາວສາມຊັງຕີແມັດ ໃນຄໍຂອງຂ້ອຍ. ທ່ານສາມາດເຫັນມັນໄດ້. ຂ້ອຍສາມາດເຫັນໄດ້ໃນຮູບພາບຂອງຕອນນັ້ນ. ແລະຢ່າປະມັນໄວ້ ເພາະທ່ານຄິດວ່າ ທ່ານຍັງຫນຸ່ມ ແລະມັນອາດຈະບໍ່ເປັນຫຍັງ ເພາະມັນອາດຈະບໍ່ເປັນເຊັ່ນນັ້ນ."

ເນື້ອເລື່ອງໂດຍ  Sam Dover ແລະ Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share