ຢາຮັກສາມະເຮັງເຕົ້ານົມໃໝ່ ໃນ ອອສເຕຣເລັຍ.
ຜູ້ປ່ວຍ ທີ່ມີຄວາມສ່ຽງສູງ ຕໍ່ການກັບຄືນມາເປັນໂຣກມະເຮັງເຕົ້ານົມ ຈະມີການເຂົ້າເຖິງ ການປິ່ນປົວ ທີ່ສາມາດປ້ອງກັນ ການກັບຄືນມາເປັນໂຣກມະເຮັງເຕົ້ານົມໄດ້ ໃນອີກບໍ່ຊ້າ.
ສໍາລັບບາງຄົນ ການວິຈັຍຄືນໃຫມ່ ແມ່ນຄວາມຢ້ານກົວ ທີ່ຍິ່ງໃຫຍ່ທີ່ສຸດ ຂອງພວກເຂົາ. ເພາະສະນັ້ນ, ການເຂົ້າເຖິງຢາ ທີ່ຖືກປັບປຸງ ຈຶ່ງຖືວ່າ ເປັນບາດກ້າວທີ່ສໍາຄັນ.
Biwa Kwan ແລະ Tom Stayner ລາຍງານ.
Siobhan McGuiness ຫາກໍມີອາຍຸໄດ້ 36 ປີ ແລະກຳລັງສລອງວັນເກີດ ປີທໍາອິດຂອງລູກສາວຫລ້າ ເມື່ອນາງໄດ້ຮັບຂ່າວ ທີ່ບໍ່ມີຜູ້ຍິງຄົນໃດ ຢາກໄດ້ຍິນ.
"ຂ້ອຍຖືກກວດພົບວ່າ ເປັນມະເຮັງເຕົ້ານົມ ໃນໄລຍະຕົ້ນ. ຕອນນັ້ນ,ຂ້ອຍຍັງລ້ຽງລູກດ້ວຍນົມແມ່ຢູ່. ແລະນັ້ນ, ແມ່ນສິ່ງສຸດທ້າຍ ໃນໃຈຂອງຂ້ອຍ. ຂ້ອຍບໍ່ມີປັດຈັຍຄວາມສ່ຽງ, ແຕ່ນັ້ນຫມາຍຄວາມວ່າ ໃນເວລາ ທີ່ຂ້ອຍໄດ້ໄປຫານາຍໝໍຂອງຂ້ອຍ, ມະເຮັງ ກໍໄດ້ແຜ່ອອກໄປຢ່າງກວ້າງຂວາງ ໃນບໍລິເວນໃກ້ຄຽງ, ຢູ່ໃນຂີ້ແຮ້ ຈົນເຖິງກະດູກຄໍຂອງຂ້ອຍ ຊຶ່ງມັນເຮັດໃຫ້ຂ້ອຍ ມີຄວາມສ່ຽງສູງ ຕໍ່ກຸ່ມທີ່ມະເຮັງຈະກັບມາໃຫມ່."
ມະເຮັງເຕົ້ານົມ ເປັນມະເຮັງ ທີ່ພົບເຫັນຫຼາຍທີ່ສຸດ ໃນແມ່ຍິງ ແລະຊາວອອສເຕຣເລັຍ ປະມານ 20,500 ຄົນ ຈະຖືກກວດພົບໃນປີ 2024.
Siobhan ກ່າວວ່າ ຂ່າວທີ່ວ່າ ບັດນີ້ນາງໄດ້ເປັນສ່ວນນຶ່ງຂອງກຸ່ມດັງກ່າວ ໄດ້ເຮັດໃຫ້ໂລກຂອງນາງປ່ຽນໄປ.
"ຂ້ອຍບໍ່ຮຼ້ຈະເຮັດແນວ ໃດກັບເລື່ອງນີ້. ຂ້ອຍອາຍຸຍັງນ້ອຍ, ມີສຸຂະພາບແຂງແຮງ ແລະບໍ່ມີປັດຈັຍສ່ຽງ; ບໍ່ມີປວັດຄອບຄົວ. ແລະມະເຮັງເຕົ້ານົມ ເປັນສິ່ງສຸດທ້າຍ ໃນຄວາມຄຶດຂອງຂ້ອຍ ຕອນຂ້ອຍໄປຫານາຍໝໍ ດ້ວຍກ້ອນໃນຫນ້າເອິກຂອງຂ້ອຍ. ມັນເປັນເລື່ອງໜ້າຕົກໃຈຫຼາຍ ໂດຍສະເພາະ ການຍັງມີລູກອາຍຸນ້ອຍ. ຂ້ອຍຄິດວ່າ ຕອນທີ່ທ່ານຍັງໜຸ່ມ, ເມື່ອທ່ານມີລູກອາຍຸນ້ອຍ-ທ່ານມີຄວາມແນ່ໃຈບາງຢ່າງວ່າ ທ່ານຈະຢູ່ກັບພວກເຂົາ ໃນອະນາຄົດ. ທ່ານສາມາດວາງແຜນ ໄວ້ໃນເລື້ອງນັ້ນ. ແລະສິ່ງນັ້ນ ກໍໄດ້ຖືກເອົາອອກໄປຈາກຂ້ອຍ ໃນທັນທີ ທັນໃດ. ຄວາມຮູ້ສຶກທີ່ວ່າ ຂ້ອຍບໍ່ສາມາດຄວບຄຸມໄດ້ວ່າ ຊີວິດຈະພາຂ້ອຍໄປໃສ."
ຫຼັງຈາກທີ່ໄດ້ຮັບການປິ່ນປົວຢ່າງເຕັມທີ່, ລວມທັງການບໍາບັດ ທາງເຄມີ (Chemotherapy) ແລະການຜ່າຕັດ, ໃນເວລານີ້ Siobhan ແມ່ນຢູ່ໃນການດີຂຶ້ນ-ແຕ່ຄວາມຢ້ານກົວ ຂອງການກັບມາໃຫມ່ ຂອງມະເຮັງນັ້ນແມ່ນແທ້ຈິງຫຼາຍ.
ແລະນັ້ນຄື ທີ່ມາຂອງຢາມະເຮັງເຕົ້ານົມ Verzenio.
ການທົດລອງທາງຄລີນິກ ໄດ້ສະແດງໃຫ້ເຫັນວ່າ ສໍາລັບປະມານຫນຶ່ງສ່ວນສາມ ຂອງຜູ້ປ່ວຍທັງຫມົດ ທີ່ເປັນມະເຮັງເຕົ້ານົມ ໃນໄລຍະຕົ້ນ, ໂຣກນີ້ກັບຄືນມາ, ແລະເຖິງແມ່ນວ່າ ຫຼັງຈາກຜ່າຕັດ, ການປິ່ນປົວດ້ວຍເຄມີບໍາບັດ ,ການປິ່ນປົວດ້ວຍລັງສີ ແລະການປິ່ນປົວດ້ວຍຮໍໂມນ ຢ່າງຕໍ່ເນື່ອງ-ຄວາມສ່ຽງຍັງຄົງຢູ່.
Shom Goel ນາຍຫມໍດ້ານມະເຮັງ ທີ່ສູນມະເຮັງ Peter MacCallum.
ລາວກ່າວວ່າ ຢາປົວໂຣກມະເຮັງເຕົ້ານົມນີ້ ແກ້ໄຂບັນຫານັ້ນໂດຍກົງ.
"Verzenio ແມ່ນຢາເມັດ ຊຶ່ງຕອນນີ້ ພວກເຮົາຢາກຈະເພີ່ມເຂົ້າໃນ ການປິ່ນປົວ ສໍາລັບແມ່ຍິງບາງຄົນ, ແລະໂດຍການເຮັດແນວນັ້ນ ພວກເຮົາເຊື່ອວ່າ ມັນຈະເຮັດໃຫ້ຈຸລັງມະເຮັງ ໃນຮ່າງກາຍຂອງພວກເຂົາ ຕົກຢູ່ໃນສະພາບ ຂອງການຈຳສິນ (Hibernation) ແລະດັ່ງນັ້ນ ຈຶ່ງປ້ອງກັນ ບໍ່ໃຫ້ຈຸລັງມະເຮັງເຫຼົ່ານັ້ນ ກັບມາອີກ ແລະກໍ່ໃຫ້ເກີດບັນຫາໃນອະນາຄົດ."
Dr Goel ກ່າວວ່າ ການເຂົ້າເຖິງຢາເຫຼົ່ານີ້ ໃນໄລຍະຕົ້ນຂອງໂຣກ ເປັນສິ່ງສໍາຄັນ ເພາະວ່າ ມັນສາມາດສ້າງຄວາມແຕກຕ່າງໄດ້ຢ່າງຫຼາຍ.
"ພວກເຮົາ ມີຄວາມກ້າວຫນ້າຫຼາຍ ດ້ານໂຣກມະເຮັງ, ແຕ່ເຖິງແມ່ນວ່າ ແມ່ຍິງຫຼາຍຄົນ ທີ່ໄດ້ຮັບການປິ່ນປົວ ຍັງໃຊ້ຊີວິດດ້ວຍ ຄວາມຢ້ານກົວຕລອດເວລາ ວ່າມະເຮັງຂອງພວກເຂົາ ຈະກັບມາ. ແລະນີ້ ເປັນການປິ່ນປົວ ທີ່ຫລຸດຜ່ອນຄວາມສ່ຽງ ທີ່ຈະເກີດຂຶ້ນກັບພວກເຂົາເຈົ້າ. ແລະນີ້ ກໍນຳມາຊຶ່ງການປິ່ນປົວ ໃນສະພາບການ ຂອງອອສເຕຣເລັຍ ທີ່ ສອດຄ່ອງ ກັບມາດຕະຖານການປິ່ນປົວ ທີ່ລ້ຳສມັຍທີ່ສຸດ ແລະເປັນນະວັດກັມໃຫມ່ ຂອງໂລກ.
Siobhan ແມ່ນຢູ່ໃນບັນດາຜູ້ປ່ວຍ ທີ່ກໍາລັງໃຊ້ຢານີ້.
ແລະການເຂົ້າເຖິງຄົນເຈັບຫລາຍຂຶ້ນ ໃນປັດຈຸບັນ ແມ່ນໄດ້ຮັບການປັບປຸງດີຂຶ້ນ ດ້ວຍການຕັດສິນໃຈ ທີ່ຈະເພີ່ມ Verzenio ເຂົ້າໃນບັນຊີລາຍຊື່ຢາ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກ, ນັ້ນແມ່ນແຜນການປະກັນຜົນປໂຍດ ຂອງຢາ (the Pharmaceutical Benefits Scheme–PBS).
ທ່ານ Mark Butler ຣັຖມົນຕີສາທາຣະນະສຸກກ່າວວ່າ ກ່ອນຫນ້ານີ້ ຢາເມັດເຫຼົ່ານີ້ ມີຢູ່ໃນ PBS ສະເພາະຜູ້ປ່ວຍເປັນໂຣກມະເຮັງເຕົ້ານົມ ໄລຍະລຸກລາມ ແລ້ວເທົ່ານັ້ນ.
"Verzenio ໄດ້ຢູ່ໃນ PBS ມາໄລຍະໜຶ່ງແລ້ວ ສໍາລັບມະເຮັງທີ່ລຸກລາມ ຊຶ່ງໄດ້ແຜ່ລາມ ໄປສູ່ສ່ວນຕ່າງໆຂອງຮ່າງກາຍແລ້ວ. ແຕ່ ນີ້ແມ່ນສຳລັບໄລຍະທຳອິດ ຂອງມະເຮັງເຕົ້ານົມທົ່ວໄປ, ຄິດເປັນປະມານ 70ເປີເຊັນ ຂອງກໍຣະນີມະເຮັງເຕົ້ານົມທັງຫມົດ, ຮູບແບບທໍາອິດຂອງລາຍການ ສໍາລັບການເປັນມະເຮັງເຕົ້ານົມໃນໄລຍະຕົ້ນ-ແລະຂ້າພະເຈົ້າໄດ້ເວົ້າວ່າ ຈະໃຫ້ຄວາມຫວັງໃຫມ່ ແກ່ແມ່ຍິງອອສເຕຣເລັຍ ປະມານ2500 ຄົນໃນທຸກໆປີ."
ການຮວມຊື່ຢານີ້ໃນ PBS ຫມາຍຄວາມວ່າ ໃບສັ່ງຢາຈາກນາຍໝໍ ຈະມີຄ່າໃຊ້ຈ່າຍສູງສຸດ $31.60 ຫຼື $7.70 ສໍາລັບຜູ້ຖືບັດຫຼຸດລາຄາ.
ຖ້າບໍ່ມີເງິນຊ່ອຍເຫຼືອ, ຜູ້ປ່ວຍອາດຈະຕ້ອງຈ່າຍເງິນ 97,000 ໂດລາຕໍ່ການຮັກສາ.
Siobhan ຍິນດີກັບການຕັດສິນໃຈນັ້ນ.
"ມັນເປັນຄວາມຢ້ານກົວ ທີ່ໃຫຍ່ທີ່ສຸດຂອງຂ້ອຍ-ແມ່ນວ່າ ມະເຮັງຈະກັບຄືນມາໃນບາງຈຸດ. ແລະຂ້ອຍຄິດວ່າ ການເຮັດທຸກສິ່ງທຸກຢ່າງ ທີ່ຂ້ອຍສາມາດເຮັດໄດ້ ໃນການດູແລຕົວເອງ ແລະການດູແລສຸຂະພາບຂອງຂ້ອຍເອງ ພ້ອມທັງການໃຊ້ຢາທຸກຢ່າງ ທີ່ອາດເປັນທາງເລືອກສໍາລັບຂ້ອຍ ແມ່ນສໍາຄັນຫຼາຍ. ຂ້ອຍຄິດວ່າ, ໃນເວລານີ້, ຢານີ້ ຈະມີໄວ້ໃຫ້ຜູ້ຄົນ ທີ່ເປັນຄືຂ້ອຍດ້ວຍໂຣກມະເຮັງເຕົ້ານົມ ທີ່ມີຄວາມສ່ຽງສູງ ໃນໄລຍະຕົ້ນ ເປັນບາດກ້າວທີ່ຫນ້າອັດສະຈັນ ສໍາລັບພວກເຮົາ. ສິ່ງທີ່ຂ້ອຍສາມາດເຮັດໄດ້ ແມ່ນໃຫ້ຢູ່ໄດ້ເທົ່າທີ່ຂ້ອຍສາມາດເຮັດໄດ້ ໃນເວລາດຽວກັນ ແລະຫວັງວ່າ ການຄົ້ນຄວ້າທາງການແພດ ແລະວິທະຍາສາດຍັງດໍາເນີນຕໍ່ໄປ."
ເນື້ອເລື່ອງໂດຍ Biwa Kwan and Tom Stayner ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌