ຣັຖບານກຳລັງລົງທຶນ ໃນການຈູງໃຈກ່ຽວກັບ Bulk Billing

Indian doctor write medical prescription at his working place.

ນາຍໝໍກຳລັງຂຽນໃບສັ່ງຢາ (script) ໃຫ້ຄົນໄຂ້. Source: Moment RF / Evgeniia Siiankovskaia/Getty Images

ຕອນນີ້ ການໄປພົບນາຍໝໍທີ່ຮັບ Bulk Billing ນັ້ນຍາກເຕັມທີ. ນີ້ແມ່ນມາຈາກການຄົ້ນພົບຂອງລາຍງານໃຫມ່ ຊີ້ໃຫ້ເຫັນວ່າ ມີສັນຍານວ່າ ນາຍໝໍກໍາລັງບໍ່ເຕັມໃຈ ທີ່ຈະຄອບຄຸມຄ່າໃຊ້ຈ່າຍເຫລົ່ານີ້ ລ່ວງຫນ້າ. ແຕ່ ຣັຖມົນຕີ ກະຊວງສາທາຣະນະສຸກ ກ່າວວ່າ ຕົວເລກຂອງການໄປຫານາຍໝໍ ໂດຍການເກັບເງິນທາງ Bulk Billing ແມ່ນເພີ່ມຂຶ້ນ...ຈາກຄວາມຊ່ອຍເຫລືອ ຈາກການລົງທຶນຂອງຣັຖບານ ໃນການຈ່າຍເງິນຈູງໃຈ (Incentive Payments) ສຳລັບຜູ້ມີບັດ Concession ແລະອາຍຸຕ່ຳກວ່າ 16 ປີ.


ຣັຖບານກຳລັງລົງທຶນ ໃນການຈູງໃຈກ່ຽວກັບ Bulk Billing.

ຣັຖບານ ໄດ້ໂຕ້ຖຽງກ່ຽວກັບ ການຄົ້ນພົບຂອງລາຍງານໃຫມ່ ທີ່ເຕືອນວ່າຄ່າໃຊ້ຈ່າຍ ຂອງການໄປຫານາຍໝໍ ກໍາລັງເພີ່ມຂຶ້ນ.

ການສໍາຫລວດ ປະຈໍາປີ ຂອງຄະລີນິກສຸຂະພາບ ພົບວ່າ ຈໍານວນຄົນໄຂ້ທີ່ໃຊ້ Medicare ເພື່ອຄອບຄຸມຄ່າໃຊ້ຈ່າຍລ່ວງຫນ້ານັ້ນ ຫຼຸດໜ້ອຍລົງ.

ແຕ່ຣັຖມົນຕີ ກະຊວງສາທາຣະນະສຸກ ກ່າວວ່າ ງົບປະມານຂອງຣັຖບານທີ່ເພີ່ມຂຶ້ນ ໄດ້ເພີ່ມອັດຕາ ຂອງ Bulk Billing ຢ່າງຫລວງຫລາຍ.

Tom Stayner ລາຍງານ.

Antoine Barich ເປີດຄະລີນິກ ການແພດຄອບຄົວ ຢູ່ພາກຕາເວັນຕົກ ຂອງເມືອງ Sydney ມາເກືອບ 30 ປີແລ້ວ.

ລາວຮູ້ວ່າ ມັນເປັນຊ່ວງເວລາ ທີ່ລຳບາກສໍາລັບຄົນໄຂ້ຫລາຍຄົນ ໃນເວລານີ້ ແລະລາວເວົ້າວ່າ ລາວຈະເປີດທາງເລືອກ ທີ່ຈະຈ່າຍເງິນ ໂດຍ Bulk Billing ໃຫ້ເຂົາເຈົ້າ ເພື່ອວ່າເຂົາເຈົ້າຈະບໍ່ຕ້ອງຈ່າຍເອງ.

"ບາງເທື່ອ ຄົນໄຂ້ຍັງມາຫາພວກເຮົາ ເປັນຫມໍທີ່ເກັບເງິນໂດຍ Bulk Billing ແລະເຂົາເຈົ້າເວົ້າວ່າ ທ່ານຫມໍກວດເບິ່ງຄວາມດັນເລືອດຂອງຂ້ອຍ ແຕ່ບໍ່ຕ້ອງຂຽນໃບສັ່ງຢາ (Script) ໃຫ້ ເພາະຂ້ອຍບໍ່ມີເງິນຊື້ຢາ. ໃນກໍລະນີນີ້ ທ່ານຈະເຂົ້າໃຈວ່າ ງົບປະມານນັ້ນ ມີຜົນກະທົບຫລາຍປານໃດ ຕໍ່ສຸຂະພາບຂອງຜູ້ຄົນ."

ແຕ່ Dr Michael Wright, ປະທານຂອງ The Royal Australian College of General Practitioners ກ່າວວ່າ ການຄົ້ນພົບຂອງລາຍງານໃຫມ່ ຊີ້ໃຫ້ເຫັນວ່າ ມີສັນຍານວ່າ ນາຍໝໍກໍາລັງບໍ່ເຕັມໃຈ ທີ່ຈະຄອບຄຸມຄ່າໃຊ້ຈ່າຍເຫລົ່ານີ້ ລ່ວງຫນ້າ.

"ຊາວທຸກຄົນ ຕ້ອງການ ການເຂົ້າເຖິງນາຍໝໍ ທີ່ຮູ້ຈັກເຂົາເຈົ້າ ໃນລາຄາບໍ່ແພງ ແລະສິ່ງທີ່ລາຍງານນີ້ ສະແດງໃຫ້ເຫັນວ່າ ເຮົາຕ້ອງມີການລົງທຶນຄັ້ງໃຫຍ່ ໃນ Medicare ເພື່ອຮອງຮັບ Bulk Billing ແຕ່ຍັງເປັນການສົ່ງເສີມ ການຫລຸດຜ່ອນຄ່າໃຊ້ຈ່າຍ ທີ່ຕ້ອງອອກເອງ ສຳລັບຜູ້ທີ່ບໍ່ສາມາດຈ່າຍຜ່ານ Bulk Billing ແລະຖືກເປີດເຜີຍໃນລາຍງານ."

ພາບຮວມ ທີ່ຖືກພິມໂດຍ ຄູ່ມືການດູແລສຸຂະພາບ Cleanbill, ພິຈາຣະນາ ສະເພາະທີ່ ຄະລີນິກທີ່ສເນີ ການເກັບເງິນຜ່ານ Bulk Billing ຕໍ່ຄົນໄຂ້ຜູ້ໃຫຍ່ ຄົນໃຫມ່, ຜູ້ທີ່ບໍ່ມີສິດ ໄດ້ຮັບເງິນຊ່ອຍເຫຼືອຈາກຣັຖບານແລະຕ້ອງການຄຳປຶກສາປົກກະຕິ.

ການສໍາຫລວດຂອງເກືອບ 7,000 ຄົນ ພົບວ່າ ຕົວເລກ ໄດ້ຫລຸດລົງຈາກ 35 ເປັນ 20 ເປີເຊັນ ຕັ້ງແຕ່ປີ 2023.

ອີງຕາມເກນ ຂອງການສໍາຫລວດນັ້ນ, ມີພຽງແຕ່ New South Wales, Victoria ແລະ Queensland ເທົ່ານັ້ນ ທີ່ມີອັດຕາ Bulk Billing ສູງກວ່າ10%...ໃນຂນະທີ່ Tasmania ບໍ່ມີເລີຍ.

ອັດຕາໃນ South Australia ໄດ້ຫລຸດລົງ 3.9% ໃນປີທີ່ຜ່ານມາ... ໃນຂນະທີ່ Northern Territory-ມັນໄດ້ຫຼຸດລົງຕ່ຳກວ່າ 10%.

ແຕ່ຣັຖມົນຕີ ກະຊວງສາທາຣະນະສຸກ, Mark Butler, ກ່າວວ່າ ລາວເຊື່ອວ່າຕົວເລກດັ່ງກ່າວ ບໍ່ແມ່ນຄວາມຈິງ ຂອງລາຍງານທັງຫມົດ.

"ການສຳຫຼວດທົ່ວໄປ ໂດຍບໍຣິສັດເອກກະຊົນນີ້ ບໍ່ສາມາດທົດແທນຂໍ້ມູນສໍາຄັນ ຂອງ Medicare. ແຕ່ຂ້າພະເຈົ້າ ໄດ້ບອກຢ່າງຊັດເຈນວ່າ-ເຮົາຕ້ອງເຮັດຫລາຍກວ່ານັ້ນ. ສິ່ງທີ່ເຮົາເຮັດ ໄດ້ສ້າງຄວາມແຕກຕ່າງທີ່ສຳຄັນ ແຕ່ມັນກໍຍັງຍາກຢູ່."

ຣັຖມົນຕີ ກະຊວງສາທາຣະນະສຸກ ກ່າວວ່າ ຕົວເລກຂອງການໄປຫານາຍໝໍ ໂດຍການເກັບເງິນທາງ Bulk Billing ແມ່ນເພີ່ມຂຶ້ນ...ຈາກຄວາມຊ່ອຍເຫລືອ ຈາກການລົງທຶນຂອງຣັຖບານ ໃນການຈ່າຍເງິນຈູງໃຈ (Incentive Payments) ສຳລັບຜູ້ມີບັດ Concession ແລະອາຍຸຕ່ຳກວ່າ 16 ປີ.

Mr Butler ກ່າວວ່າ ທົ່ວປະເທດ, 77 ເປີເຊັນ ຂອງການໄປຫານາຍໝໍ ທັງຫມົດ ໄດ້ຖືກຈ່າຍຜ່ານ Bulk Billing ໃນເດືອນຕຸລາປີ 2024.

"ແລະຫນ້າຍິນດີຫລາຍ-ໃນ 12 ເດືອນທໍາອິດ ຂອງການລົງທຶນຢ່າງຫລວງຫລາຍ-ສິ່ງທີ່ພວກເຮົາໄດ້ເຫັນ ແມ່ນການຫຼຸດລົງຢ່າງໄວ-ການຫຼຸດລົງຢ່າງໄວ ໄດ້ຢຸດ ແລະອັດຕາການຈ່າຍຜ່ານ Bulk Billing ສໍາລັບການໄປຫານາຍໝໍກໍເລີ່ມສູງຂຶ້ນ."

ແຕ່ລາຍງານນັ້ນ ຍັງພົບວ່າ ຄ່າຈ່າຍຂອງຄົນໄຂ້ ທີ່ຕ້ອງອອກຄ່າໃຊ້ຈ່າຍເອງ ໃນການໄປຫານາຍໝໍ ແມ່ນ 4.1% ໃນປີກາຍນີ້, ໂດຍສເລັ່ຍແລ້ວເກືອບເຖິງ 44 ໂດລາທົ່ວປະເທດ.

ໃນຂນະທີ່ ຕົວເລກຂອງ ABS ສະແດງໃຫ້ເຫັນວ່າ 1.5 ລ້ານຄົນ ບໍ່ໄດ້ໄປຫານາຍໝໍ ໃນປີ 2024, ເພາະຄວາມກັງວົນ ເລື່ອງຄ່າໃຊ້ຈ່າຍ.

ທັງຝ່າຍຄ້ານ ແລະຣັຖບານ ໄດ້ຄາດການລ່ວງຫນ້າ ວ່າການຫລຸດຄ່າໃຊ້ຈ່າຍດ້ານສຸຂະພາບ ຈະເປັນປະເດັນສໍາຄັນ ຂອງນະໂນບາຍ ທີ່ຈະສເນີໃນປີການເລືອກຕັ້ງ.

ນີ້ຄື Peter Dutton ຜູ້ນໍາຝ່າຍຄ້ານ.

"ຜູ້ຄົນ ຄົງຈະເຮັດຖືກຕ້ອງ ທີ່ຈະບໍ່ເລືອກພັກ Labor ໃນການເລືອກຄັ້ງຕໍ່ໄປ ຖ້າຫາກເຂົາເຈົ້າ ເລືອກເອົາສຸຂະພາບ. ສະນັ້ນ, ໃນດ້ານຄວາມສາມາດ ຂອງການຈັດການ ເລື່ອງສຸຂະພາບ ທ່ານຕ້ອງສາມາດ ຈັດການເລື່ອງເສດຖະກິດ ເພື່ອວ່າທ່ານ ຈະສາມາດໃຊ້ເງິນ ແລະຊັບພະຍາກອນຫລາຍຂຶ້ນ."

ການຕໍ່ສູ້ທາງການເມືອງ ກ່ຽວກັບ Medicare ຊຶ່ງເປັນຫົວຂໍ້ການຣົນນະຣົງຫາສຽງ ທີ່ຄຸ້ນເຄີຍຫຼາຍ.

ເນື້ອເລື່ອງໂດຍ Tom Stayner  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share