ລະດູໄຟໄຫມ້ປ່າໃນອອສເຕຣເລັຍ.
ອອສເຕຣເລັຍ ກໍາລັງຕຽມພ້ອມ ສໍາລັບລະດູໄຟໄຫມ້ປ່າ ໃນລະດູຮ້ອນນີ້, ໃນຂນະທີ່ ທັງປະເທດ ຍັງບໍ່ລືມ ຄວາມໜ້າຢ້ານ ຂອງໄຟໄຫມ້ປ່າ ໃນລະດູຮ້ອນດໍາ (Black Summer) ໃນປີ 2019 ແລະ 2020.
.
ເຈົ້າຫນ້າທີ່ສຸກເສີນ ກໍາລັງຊຸກຍູ້ຜູ້ຄົນ ໃຫ້ລະມັດລະວັງ ແລະຄອຍລະວັງຄຳເຕືອນສະພາບອາກາດ ແລະພັຍພິບັດໃນທ້ອງຖິ່ນ.
Haylena Krishnamoorthy ລາຍງານ.
ຄວາມຮຸນແຮງຂອງໄຟໄຫມ້ປ່າ ໃນປີ 2019 ແລະ 2020, ທີ່ຮູ້ຈັກກັນດີໃນຊື່ ໄຟໄຫມ້ປ່າລະດູຮ້ອນ Black Summer ນັ້ນ, ໄດ້ສ້າງຄວາມສັ່ນສະເທືອນໄປທົ່ວປະເທດ.
ສາມສິບສີ່ຄົນ, ຮ່ວມທັງຜູ້ດັບເພີງເຈັດຄົນ, ໄດ້ເສັຍຊີວິດ ໃນໄຟໄຫມ້ທີ່ຮ້າຍແຮງທີ່ສຸດ ໃນຮອບຫລາຍທົດສະວັດ.
ຄວາມເຈັບປວດທາງຈິດໃຈ ຍັງຄົງຢູ່ສໍາລັບຊຸມຊົນ ທີ່ໄດ້ຮັບຜົນກະທົບ-ແລະບັດນີ້ ຜູ້ຊ່ຽວຊານໄດ້ເຕືອນວ່າ ອອສເຕຣເລັຍ ອາດປະເຊີນກັບໄຟໄຫມ້ປ່າ ຫລາຍກວ່າເກົ່າໃນລະດູຮ້ອນນີ້.
Robb Web ມາຈາກສະພາບໍຣິການອັກຄີພັຍ ແລະເຫດສຸກເສີນ ແຫ່ງຊາດອອສເຕຣເລັຍ ແລະນິວຊີແລນ (the Australian and New Zealand National Council for Fire and Emergency Services) ຫລື AFAC.
"ບໍ່ມີຫຍັງ ທີ່ຈະບົ່ງບອກວ່າ ເຮົາຈະເຫັນລະດູຮ້ອນແບບນັ້ນ. ນັ້ນເປັນສິ່ງທີ່ຮ້າຍແຮງຫລາຍ ກ່ຽວກັບການແພ່ລາມຢ່າງກວ້າງຂວາງ, ແລະວ່າໄລຍະເວລານັ້ນ ໄດ້ດໍາເນີນໄປດົນປານໃດ. ແຕ່ເຮົາທຸກຄົນຮູ້ວ່າ ພຽງແຕ່ມີໄຟໄໝ້ເທື່ອດຽວເທົ່ານັ້ນ ກໍຈະທໍາລາຍລະດູຮ້ອນ."
Dr Graham Dwyer ຈາກຄນະທຸຣະກິດ ແລະເສດຖະກິດທີ່ມະຫາວິທະຍາໄລ Melbourne ເປັນສ່ວນຫນຶ່ງ ຂອງກຸ່ມນັກວິຊາການຈາກມະຫາວິທະຍາໄລ Melbourne, University of New South Wales ແລະ University of Queensland ທີ່ໄດ້ກ່າວກັບສະມາຊິກ 62 ຄົນຂອງອົງການບໍຣິການສຸກເສີນ, ຕົວແທນຂອງຣັຖບານ ແລະຜູ້ຊ່ຽວຊານ ເລື່ອງໄຟໄຫມ້ປ່າ ໃນໄລຍະສອງສາມປີຜ່ານມາ.
Dr Dwyer ກ່າວວ່າ ມັນເປັນລະດັບທ້ອງຖິ່ນ ທີ່ໄຟໄຫມ້ມີຜົນກະທົບ ທີ່ຮ້າຍແຮງທີ່ສຸດ. ການຄົ້ນຄວ້າ ຊີ້ໃຫ້ເຫັນວ່າ ຜູ້ຊ່ຽວຊານ ແລະປວັດສາດ ເຕືອນເຮົາເຖິງຄວາມແນ່ນອນຢ່າງຫນຶ່ງ-ວ່າມັນຈະເກີດຂຶ້ນອີກ.
"ພວກເຮົາ ຕ້ອງຍອມຮັບວ່າ ໄຟໄຫມ້ປ່າຈະເກີດຂຶ້ນຕໍ່ໄປ. ອອສເຕຣເລັຍ ມີພູມປະເທດ ທີສ່ຽງຕໍ່ໄຟໄຫມ້ປ່າຫລາຍທີ່ສຸດ ພ້ອມດ້ວຍພູມປະເທດທີ່ມີພືດທີ່ໄຟໄຫມ້ໄດ້ງ່າຍ ແລະມີອາກາດຮ້ອນ ແລະລົມແຫ້ງແລ້ງເລື້ອຍໆ."
Gladys Berejiklian, ອະດີດນາຍົກຣັຖມົນຕີ New South Wales, ກ່າວຕໍ່ສື່ ໃນເດືອນສິງຫາ ປີ 2020 ເພື່ອຫາລື ກ່ຽວກັບສາເຫດ ຂອງການກໍ່ໃຫ້ເກີດໄຟໄຫມ້ປ່າ.
"ມີສະພາວະ ທີ່ບໍ່ເຄີຍເກີດຂຶ້ນມາກ່ອນ, ພ້ອມດ້ວຍຄວາມແຫ້ງແລ້ງ, ພ້ອມດ້ວຍເຊື້ອໄຟບາງຢ່າງໃນບາງເຂດ, ແຕ່ຍິ່ງໄປກວ່ານັ້ນ ສະພາບອາກາດກໍາລັງປ່ຽນແປງ."
Dr Dwyer ກ່າວວ່າ ເມື່ອລະດູຮ້ອນໃກ້ເຂົ້າມາ ມັນຈະເປັນເວລາທີ່ດີ ສໍາລັບຊຸມຊົນ ທີ່ຈະຄິດກ່ຽວກັບວິທີ ທີ່ເຂົາເຈົ້າຈະວາງແຜນ ແລະຕຽມພ້ອມ ສໍາລັບລະດູການໄຟໄຫມ້ປ່າ ໃນອະນາຄົດ.
"ສິ່ງທີ່ພວກເຮົາພົບ ໃນການຄົ້ນຄວ້າຂອງພວກເຮົາ ແມ່ນວ່າຊຸມຊົນມີຄວາມສາມາດຫລາຍກວ່າ ທີ່ເຂົາເຈົ້າຄິດ ໃນການວາງແຜນ. ແລະສິ່ງນັ້ນ ສ່ວນຫລາຍມີຢູ່ໃນເວັບໄຊ້ຕ໌ ຂອງຫນ່ວຍງານດັບເພີງ ແລະເຂົາເຈົ້າ ຍັງສາມາດຄົ້ນຫາຂໍ້ມູນ ອີກຫລາຍຢ່າງ ຈາກຫນ່ວຍງານສຸກເສີນ ໃນທ້ອງຖິ່ນ ແລະເທດສະບານທ້ອງຖິ່ນ ຂອງເຂົາເຈົ້າ."
ລາວໄດ້ເນັ້ນຫນັກວ່າ ລະດັບທ້ອງຖິ່ນ ມັກຈະຖືກເບິ່ງຂ້າມ.
"ພວກເຮົາພົບວ່າ ສື່ມຸ່ງຈັບໄປທີ່ ຜົນກະທົບຂອງໄຟໄຫມ້ໃຫຍ່ເຫລົ່ານີ້ ແລະຜົນສະທ້ອນທາງການເມືອງ. ແຕ່ມັນຍັງລືມໄປວ່າ ມັນຢູ່ໃນລະດັບທ້ອງຖິ່ນ ບ່ອນທີ່ໄຟໄຫມ້ ໄດ້ມີຜົນກະທົບອັນຮ້າຍແຮງທີ່ສຸດ."
Caitlin Minney ເປັນນັກພູມອາກາດວິທຍາ (Climatologist) ຂອງ Bureau of Meteorology. ນາງເວົ້າເຖິງ ລະບົບການຕັ້ງຄ່າຄວາມຮຸນແຮງຂອງໄຟໄຫມ້ປ່າ ທີ່ເຂົາເຈົ້າມີ, ໂດຍກ່າວວ່າ ມັນເປັນແຫລ່ງຂໍ້ມູນທີ່ເຊື່ອຖືໄດ້.
"ສຳນັກງານ ເປັນບ່ອນທີ່ດີ ທີ່ຈະໄດ້ຮັບຂໍ້ມູນແຈ້ງເຕືອນ ແລະເປັນແຫຼ່ງຂໍ້ມູນ ທີ່ໄວ້ວາງໃຈທີ່ສຸດ ຂອງ ແລະໃຊ້ຂໍ້ມູນກ່ຽວກັບໄຟໄຫມ້ປ່າ ເພື່ອຄາດການ ແລະການແຈ້ງເຕືອນ ຢ່າງສມ່ຳ ສເມີ ກ່ຽວກັບຄວາມຮ້າຍແຮງຂອງ ບໍ່ພຽງແຕ່ໄຟໄຫມ້ປ່າເທົ່ານັ້ນ, ແຕ່ສະພາບອາກາດທີ່ຮ້າຍແຮງອື່ນໆດ້ວຍ."
ນາງເວົ້າວ່າ ມັນຈະຮ້ອນຂຶ້ນ ແລະຊຸ່ມຫລາຍຂຶ້ນທົ່ວປະເທດ ໃນເດືອນທີ່ຈະມາເຖິງນີ້.
"ເດືອນຕໍ່ໄປ ຈະເປັນເດືອນພະຈິກ. ແລະພວກເຮົາຄາດວ່າ ມັນຈະຮ້ອນຫລາຍກວ່າສເລັ່ຍ ທົ່ວອອສເຕຣເລັຍ ສໍາລັບອຸນຫະພູມສູງສຸດ ແລະຕ່ຳສຸດ. ສະນັ້ນ, ປະຣິມານນ້ຳຝົນໃນເດືອນພະຈິກ, ມັນອາດຈະສູງກວ່າອັດຕາສເລັ່ຍ ສໍາລັບ Queensland ແລະພາກເຫນືອຂອງ New South Wales, ແຕ່ສໍາລັບສ່ວນໃຫຍ່ ຂອງອອສເຕຣເລັຍແລ້ວ ປະຣິມານນ້ຳຝົນ ໂດຍສເລັ່ຍ ຂອງເດືອນພະຈິກ ຈະເປັນຕົວບົ່ງຊີ້ທີ່ດີທີ່ສຸດ."
Ms Minney ກ່າວວ່າ ມັນສໍາຄັນ ສໍາລັບຜູ້ຄົນ ທີ່ຈະທົບທວນແຜນໄຟໄຫມ້ປ່າຂອງເຂົາເຈົ້າ ແລະໃຫ້ແນ່ໃຈວ່າ ເຂົາເຈົ້າຮູ້ວ່າ ເຂົາເຈົ້າເຂົ້າເຖິງຂໍ້ມູນໄດ້ຢູ່ໃສ.
"ໂດຍທີ່ຫ້ອງການ ໄດ້ອອກການພະຍາກອນ ແລະຄໍາເຕືອນເປັນປະຈໍາ ສໍາລັບລະດູ ທີ່ສະພາບອາກາດຮ້າຍແຮງ, ແລະພ້ອມທັງ ຮູ້ຈັກເຈົ້າຫນ້າ ທີ່ສຸກເສີນໃນທ້ອງຖິ່ນຂອງເຂົາເຈົ້າ, ໄປຫາເຂົາເຈົ້າ ເພື່ອຂໍຄໍາແນະນໍາເພີ່ມເຕີມ ກ່ຽວກັບວິທີຕຽມພ້ອມ, ໃຫ້ແນ່ໃຈວ່າ ເຂົາເຈົ້າໄດ້ຮັບຂໍ້ມູນ ກ່ຽວກັບຄວາມສ່ຽງຂອງໄຟ. ຫນ່ວຍງານດັບເພີງ ຈະເຜີຍແພ່ຂໍ໊ມູນ ກ່ຽວກັບຄວາມສ່ຽງຂອງໄຟໄຫມ້ປ່າ ໃນລະດູຮ້ອນ ໃນທ້າຍເດືອນພະຈິກ."
Robb Web ມາຈາກ AFAC.
ລາວເວົ້າວ່າ ສິ່ງທີ່ຍາກທີ່ສຸດ ກ່ຽວກັບການສື່ສານ ຫລືພັຍຄຸກຄາມທົ່ວອອສເຕຣເລັຍ ຄືການພະຍາຍາມ ເຮັດໃຫ້ມັນເປັນໃນລະດັບທ້ອງຖິ່ນພໍ ສໍາລັບຊຸມຊົນ ໃນຂນະທີ່ຜູ້ຄົນຢາກຮຽນຮູ້ຕື່ມອີກ ແລະເມື່ອມີການປ່ຽນແປງຂອງສະຖານະການ.
"ສໍາລັບລະດູໃບໄມ້ປົ່ງ, ວິທີທີ່ເຮົາມາເຕົ້າໂຮມ ກັບຜູ້ຊ່ຽວຊານຈາກ of Meteorology, ຈາກບໍຣິການດັບເພີງທົ່ວອອສເຕຣເລັຍ ເພື່ອຮວບຮວມ ສະພາບການໃຫມ່ທີ່ສຸດຂອງເຊື້ອໄຟ-ສະພາບຂອງຫຍ້າ ແລະປ່າໄມ້ຕ່າງໆ ແຕ່ພ້ອມທັງສະພາບອາກາດຈາກ Bureau of Meteorology ແລະບໍຣິເວນຝົນຕົກ ແລະສະພາບອຸນຫະພູມ. ໃນຕອນນີ້ ເຂົາເຈົ້າໄດ້ເບິ່ງໄປທີ່ ລະດູໃບໄມ້ປົ່ງ ຢ່າງຫນ້ອຍອາດເປັນລະດູໃບໄມ້ປົ່ງທີ່ຮ້າຍແຮງກວ່າປົກກະຕິ ໃນເຂດ Northern Territory ຈົນເຖິງ Queensland ເພາະການເຕີບໂຕຂອງທົ່ງຫຍ້າ ເມື່ອບໍ່ດົນມານີ້ ໃນລະດູຫນາວ, ມີຝົນຕົກໃນລະດູຫນາວ ທີ່ເຫັນຫຍ້າເຕີບໂຕຂຶ້ນຢ່າງຫລວງຫລາຍ ແລະຈະແຫ້ງໃນບໍ່ຊ້ານີ້."
Dr Graham Dwyer ຈາກ the University of Melbourne ໄດ້ເນັ້ນຫນັກວ່າ ມັນສໍາຄັນສໍາລັບບຸກຄົນ ແລະຄອບຄົວ ທີ່ຈະວາງແຜນ, ໂດຍກ່າວວ່າ ການສົນທະນານັ້ນ ຕ້ອງເລີ່ມຕົ້ນໃນບ້ານເຮືອນ.
ລາວເວົ້າວ່າ ຖ້າຫາກບາງຄົນຢູ່ຄົນດຽວ ເຂົາເຈົ້າຄວນຕິດຕໍ່ກັບຊຸມຊົນແລະເພື່ອນບ້ານຂອງເຂົາເຈົ້າ.
Dr Dwyer ເຕືອນວ່າ ການຕື່ນໂຕເປັນສິ່ງຈໍາເປັນ, ເພາະອາດມີຜູ້ຄົນທີ່ອາສັຍຢູ່ໃນເຂດ ທີ່ມີຄວາມສ່ຽງຕໍ່ໄຟໄໝ້ປ່າ.
"ມັນສໍາຄັນ ທີ່ຈະຈື່ວ່າ ເພາະຣັຖບານໄດ້ອະນຸຍາດ ໃຫ້ຜູ້ຄົນປຸກສ້າງເຮືອນໃນບາງພື້ນທີ່, ບາງບ່ອນທີ່ມີຄວາມສ່ຽງຕໍ່ໄຟໄຫມ້ປ່າ ບໍ່ໄດ້ຫມາຍຄວາມວ່າ ເຂົາເຈົ້າປອດພັຍ. ການປິວຂອງສະເກັດໄຟ ໄດ້ມີຜົນກະທົບອັນຮ້າຍແຮງ ຕໍ່ຊັບສົມບັດໃນເຂດຊົນນະບົດ ແລະນອກເມືອງ."
ລາວເວົ້າເຖິງເຫດຜົນ ຂອງການຢູ່ ແລະປົກປ້ອງຊັບສິນຂອງເຈົ້າ ແລະການອອກໄປ ກ່ອນໄຟຈະມາຮອດ.
Dr Dwyer ກ່າວວ່າ ການໜີໄຟຊ້າເກີນໄປ ອາດຫມາຍຄວາມວ່າ ທ່ານອາດຈະຢູໃນສະຖານະການ ຂອງຄວາມພະຍາຍາມ ທີ່ຈະແລ່ນຫນີຈາກໄຟ, ໂດຍກ່າວຕື່ມວ່າ ການວາງແຜນ ແລະການຕຽມພ້ອມ ເປັນຂັ້ນຕອນທີ່ສໍາຄັນ.
"ການວາງແຜນ ແລະການກະກຽມ ສາມາດເຮັດໄດ້ໃນ 3 ຂັ້ນຕອນງ່າຍໆ. ແລະສາມຂັ້ນຕອນນັ້ນຄື-ສິ່ງທີ່ຄວນເຮັດ ໃນການຕຽມພ້ອມສໍາລັບໄຟ. ທ່ານສາມາດເຮັດຫຍັງໄດ້ແດ່ ໃນລະຫວ່າງໄຟໄຫມ້. ແລະທ່ານຈະຮັບມື ຫລັງຈາກເຫດການນັ້ນແນວໃດ.
ລາວຂໍຮ້ອງໃຫ້ຜູ້ຄົນ ຄົ້ນຄວ້າຢ່າງລະອຽດ ໃນອິນເຕີເນັດ ແລະເຂົ້າເຖິງຂໍ້ມູນ ຂອງໜ່ວຍງານທີ່ສາມາດເຂົ້າເຖິງໄດ້.
ແລ້ວເຂົາເຈົ້າ ຈະສາມາດພິຈາຣະນາຄວາມສ່ຽງຂອງໄຟໄຫມ້ປ່າ ແລະຄວາມຊັບຊ້ອນ ກ່ຽວກັບການຕັດສິນໃຈວ່າ ຜູ້ຄົນຄວນຢູ່ ຫລືຫນີຈາກບ້ານເຮືອນຂອງເຂົາເຈົ້າ.
Caitlin Minney ກ່າວວ່າ ຜູ້ຄົນຄວນຕຽມພ້ອມ ສໍາລັບສະພາບອາກາດທີ່ຮ້າຍແຮງ.
"ຄື້ນຄວາມຮ້ອນພຽງເທື່ອດຽວເທົ່ານັ້ນ ທີ່ຈະເຮັດໃຫ້ເຊື້ອໄຟຫຍ້າແຫ້ງແລະເພີ່ມລະດັບອັນຕະລາຍ ຂອງໄຟໄຫມ້ຢ່າງໄວ. ເຖິງແມ່ນວ່າ ມັນເປັນສິ່ງຍາກ ທີ່ຈະເວົ້າວ່າລະດູນີ້ ຈະຄ້າຍຄືກັນກັບປີ 2019 ຫລື 2020 ເຮົາບໍ່ໄດ້ເຫັນສະພາບການ ທີ່ຄ້າຍຄືກັນ ກັບລະດູການໄຟໄຫມ້ນັ້ນ. ເຖິງຢ່າງໃດກໍຕາມ ໃນອາກາດທີ່ເລີ້ມຮ້ອນຂຶ້ນ ເຮົາອາດຈະເຫັນເຫດການອາກາດທີ່ຮ້າຍແຮງຫລາຍຂຶ້ນ ຮວມທັງສະພາບອາກາດ ທີ່ຮ້າຍແຮງຂຶ້ນ ຊຶ່ງເພີ່ມຄວາມສ່ຽງຂອງໄຟໄຫມ້ປ່າ ບໍ່ວ່າໃນລະດູໃດກໍຕາມ."
ນາງຂໍຮ້ອງໃຫ້ຜູ້ຄົນ ກວດກາເບິ່ງ app ຂອງເຂົາເຈົ້າ ແລະບໍຣິການໄຟໄຫມ້ ໃນທ້ອງຖິ່ນເປັນປະຈໍາ ກ່ຽວກັບສະພາບອາກາດ.
Mr Robb Web ຈາກ the National Council for Fire and Emergency Services ກ່າວວ່າ ໜ່ວຍງານດັບເພີງ ທົ່ວອອສເຕຣເລັຍ ໄດ້ທໍາງານຢ່າງຫນັກ ໃນລະດູການທີ່ບໍ່ມີເຫດການສຸກເສີນ ເພື່ອຕຽມຊຸມຊົນ ແລະໃຫ້ຂໍ້ມູນ ກ່ຽວກັບການປົກປ້ອງຊັບສິນຂອງຜູ້ຄົນ.
"ສິ່ງທີ່ປ່ຽນແປງໃນອອສເຕຣເລັຍ ໃນໄລຍະ 2-3 ປີທີ່ຜ່ານມາ ແມ່ນວ່າ ລະບົບລະດັບອັນຕະລາຍ ຂອງໄຟໄຫມ້ປ່າ ໄດ້ຖືກອອກແບບໃຫ້ງ່າຍຂຶ້ນ ແລະຊ່ອຍໃຫ້ຜູ້ຄົນ ລົງມືເຮັດໃນລະດູຮ້ອນ."
ລາວເວົ້າວ່າ ບໍ່ມີຫຍັງທີ່ຈະບົ່ງວ່າ ເຮົາຈະປະສົບກັບດັ່ງໄຟໄຫມ້ປ່າ ຄືໃນປີ 2019 ຫລື 2020, ແຕ່ໄດ້ກ່າວຕື່ມວ່າ ໄຟໄໝ້ພຽງເທື່ອດຽວເທົ່ານັ້ນ ກໍຈະສາມາດທໍາລາຍລະດູຮ້ອນ.
ເນື້ອເລື່ອງໂດຍ Haylena Krishnamoorthy ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao