ຢາຮັກສາມະເຮັງໃໝ່ໃນອອສເຕຣເລັຍ.
ຊາວອົດອອສເຕຣເລັຍ ປະມານ 100,000 ຄົນ ໃຊ້ຊີວິດຢູ່ກັບ Myelofibrosis, ຊຶ່ງເປັນໂຣກມະເລັງເມັດເລືອດໃນຮູບແບບ ທີ່ບໍ່ຄ່ອຍເຫັນເລື້ອຍ.
ການປິ່ນປົວອາການ ເປັນເລື່ອງຍາກ-ເລືອດຈາງ ເປັນຜົນຂ້າງຄຽງປົກກະຕິ.
ແຕ່ຢາ ທີ່ພັດທະນາ ໂດຍຊາວອອສເຕຣເລັຍ-ຫາກໍໄດ້ຮັບອະນຸມັດ ຈາກອົງການ the Therapeutic Goods Administration ກໍາລັງຊ່ອຍຄົນໄຂ້ ໃຫ້ເອົາຊນະ ອາການທີ່ຮ້າຍແຮງທີ່ສຸດ ຂອງໂຣກມະເລັງ.
Tys Occhiuzzi ອະທິບາຍ.
Deb Fryers ອາຍຸ 50 ປີ ມີຄວາມຊົງຈໍາທີ່ດີ ກັບຊີວິດຂອງນາງ ໃນຖານະເປັນຜູ້ ຜລິດຫນັງໃນ Melbourne.
"ຈາກການເຮັດວຽກ ທັງຊີວິດຂອງຂ້ອຍ ໃນອຸດສະຫະກັມ ທີ່ຂ້ອຍຮັກ, ເດີນທາງໄປທົ່ວໂລກ, ກູ້ຢືມເງິນຊື້ເຮືອນເທື່ອທໍາອິດ, ຊີວິດຄວາມຮັກທີ່ດີ, ມີສັດລ້ຽງ, ມີຫມູ່ເພື່ອນ, ຈົນວ່າ...ບໍ່ມີຫຍັງອີກຕໍ່ໄປ."
ຫລັງຈາກທີ່ ໄປພົບທ່ານຫມໍ ດ້ວຍອາການ ທີ່ນາງຄິດວ່າ ກ່ຽວຂ້ອງກັບໄຂ້, Debຖືກວິນິດສັຍວ່າ ເປັນໂຣກ Myelofibrosis ໄລຍະທຳອິດ ໃນປີ 2019.
ມັນເປັນມະເຮັງໃນເມັດເລືອດ ຊະນິດຫນຶ່ງ ທີ່ເຮັດໃຫ້ມີຮອຍແຜຢ່າງຫຼາຍ ໃນໄຂກະດູກ, ເຮັດໃຫ້ການຜລິດເກັດເລືອດ (Platelet) ຕ່ຳ ແລະເພີ່ມຄວາມສ່ຽງ ຕໍ່ເລືອດຈາງ.
Deb ໄດ້ບອກ SBS News ວ່າ ຜົນກະທົບຂອງອາການຂອງນາງ ໄດ້ສ້າງຄວາມລຳບາກຫຼາຍ.
"ຂ້ອຍຕ້ອງຮຽນຮູ້ວ່ າຜ້າພັນແຜແບບໃດໃຊ້ໄດ້ ແລະຜ້າພັນແຜແບບໃດ ບໍ່ໄດ້ຜົນ, ຖ້າບໍ່ດັ່ງນັ້ນ ຜິວຫນັງຂອງຂ້ອຍຈະຈີກ. ຂ້ອຍຈະຄັນ ເມື່ອອາກາດຫນາວ,ເມື່ອອາກາດຮ້ອນ, ເມື່ອຂ້ອຍກິນບາງຢ່າງທີ່ຂ້ອຍບໍ່ແນ່ໃຈ. ອາການຄັນ, ເຫື່ອອອກຕອນກາງຄືນ, ຄວາມອິດເມື່ອຍ, ສມອງທຶບ, ສາຍຕາຂອງຂ້ອຍ ໄດ້ຮັບການກະທົບ, ສິ່ງທີ່ຜູ້ຄົນບໍ່ມັກເວົ້າເຖິງເລື້ອຍໆ ແມ່ນຄວາມເປັນຜູ້ຍິງທັງຫມົດຂອງຂ້ອຍ ໄດ້ສູນເສັຍໄປ."
ຜົນຂ້າງຄຽງ ຂອງການປິ່ນປົວຂອງ Deb ແມ່ນເລືອດຈາງ ເຊິ່ງເຮັດໃຫ້ອ່ອນເພັຍຕລອດເວລາ.
ນາງເວົ້າວ່າ ນາງບໍ່ສາມາດວາງແຜນໃດໆໄດ້, ແລະເຖິງແມ່ນວ່າ ນາງຢາກເດີນທາງ, ແຕ່ສ່ວນຫລາຍແລ້ວ ນາງຈຳກັດພຽງແຕ່ ໃນພາກຕາເວັນຕົກ ຂອງMelbourne, ອາສັຍຢູ່ເຮືອນພັກສັງຄົມ (Social housing) ກັບ Bill ຫມາຊ່ອຍເຫລືອ (Support dog) ຂອງນາງ ອາຍຸ9ປີ.
"ການຕາຍຂອງຂ້ອຍ ຮຽບຮ້ອຍດີ, ທາງຈິດວິນຍານ, ທຸກຢ່າງຮຽບຮ້ອຍດີ. ມັນແມ່ນການໃຊ້ຊີວິດ ທີ່ຂ້ອຍພົບວ່າຍາກທີ່ສຸດ, ເພາະມັນເປັນແບບນີ້."
ສາດສະດາຈານ Andrew Perkins ຈາກໂຮງຫມໍ Alfred Hospital ຂອງ Melbourneກ່າວວ່າ ມັນເປັນເລື່ອງທັມມະດາ ທີ່ຄົນໄຂ້ຈະເລືອດຈາງ.
ແຕ່ລາວເວົ້າວ່າ ຢາໃຫມ່ ທີ່ໄດ້ຮັບອະນຸມັດ ໂດຍອົງການຄວບຄຸມການປິ່ນປົວ(the TherapeuticGoods Administration) ໃນເດືອນທັນວາ ກໍາລັງໃຫ້ຄວາມຫວັງແກ່ຄົນໄຂ້ຢ່າງ Deb.
"ມັນມີຄວາມຄ້າຍຄືກັນ ກັບຢາ Ruxolitinib ທີ່ໄດ້ຮັບອະນຸມັດ ໃນປະຈຸບັນ ຊຶ່ງຄົນໄຂ້ ທີ່ກຳລັງຟັງເລື່ອງນີ້ ອາດໃຊ້ຢູ່ແລ້ວ. ແຕ່ Ruxolitinib ມີແນວໂນ້ມ ທີ່ຈະເຮັດໃຫ້ ໂຣກເລືອດຈາງນັ້ນ ຮຸນແຮງຂຶ້ນ ໃນຂນະທີ່ Momelitinib ມີວິທີການເພີ່ມເຕີມ ທີ່ປ້ອງກັນຫຼືປ່ຽນແປງໂຣກເລືອດຈາງ ໃນບາງກໍລະນີ. ດັ່ງນັ້ນ, ມັນຈຶ່ງມີ ປໂຍດຂອງ Ruxolitinib ໃນການຄວບຄຸມໂຣກ, ນອກຈາກນັ້ນ, ຍັງຫຼີກລ່ຽງ ບັນຫາເລືອດຈາງ."
Momelotinib ເປັນຜົນ ຂອງການຄົ້ນຄວ້າ ເປັນເວລາ 30 ປີໂດຍ Andrew Wilks ແລະ Chris Burns, ນັກວິທະຍາສາດຊາວ Melbourne.
ສິ່ງປະດິດຂອງເຂົາເຈົ້າ ໄດ້ເຮັດໃຫ້ເຂົາເຈົ້າ ໄດ້ຮັບລາງວັນ Prime Minister's Prize for Innovation ປີກາຍນີ້.
ສາດສະດາຈານ Wilks ກ່າວວ່າ ການອະນຸມັດຂອງ TGA ຮູ້ສຶກວ່າ ການປະດິດຂອງລາວກໍາລັງກັບຄືນມາບ້ານ.
"ນີ້ເປັນເລື່ອງລາວ ຂອງອອສເຕຣເລັຍ ຕັ້ງແຕ່ຕົ້ນຈົນເຖິງການຄົ້ນພົບ ແລະການປະດິດ, ແລະຄວາມຄິດທີ່ວ່າ ຄົນໄຂ້ເຊັ່ນ Deb ແລະຄົນອື່ນໆ ທີ່ຈະໄດ້ຮັບ ປໂຍດຢ່າງມະຫາສານ ຈາກການໃຊ້ Molecule ນີ້, ນັ້ນເປັນສິ່ງທີ່ຫນ້າເພິ່ງພໍໃຈແລະກຸ້ມຄ່າຫລາຍ ທີ່ຈະໄດ້ຍິນ ແລະຮຽນຮູ້."
ສາດສະດາຈານ Wilks ຫວັງວ່າ Molecule ບໍ່ພຽງແຕ່ ຈະມີປໂຍດສໍາລັບ Myelofibrosis ເທົ່ານັ້ນ, ແຕ່ຍັງຮວມເຖິງ ໂຣກອັກເສບອື່ນໆນໍາອີກ.
ເຖິງແມ່ນວ່າ TGA ໄດ້ອະນຸມັດໃຫ້ໃຊ້ຢາແລ້ວ, ແຕ່ມັນຍັງ ບໍ່ໄດ້ຖືກລະບຸໄວ້ ໃນໂຄງການຜົນປໂຍດຂອງຢາ (Pharmaceutical Benefits Scheme).
ໂຄສົກຂອງ TGA ກ່າວວ່າ "ຂັ້ນຕອນເພີ່ມເຕີມ ຕ້ອງເຮັດໃຫ້ເສັດຮຽບຮ້ອຍເສັຍກ່ອນ...ຮວມທັງການຕົກລົງກັນ ເລື່ອງລາຍຊື່ ກັບຜູ້ສນັບສນູນ, ການກວດສອບຄຸນນະພາບ ແລະການເຂົ້າເຖິງ ແລະການພິຈາຣະນາໂດຍຣັຖບານ"
ເຖິງຢ່າງໃດກໍຕາມ, Deb Fryers ກ່າວວ່າ ການອະນຸມັດພຽງຢ່າງດຽວ ກໍເປັນເຫດຜົນ ສໍາລັບການເບິ່ງໂລກໃນແງ່ດີ.
"ເປັນໜ້າຕື່ນເຕັ້ນແທ້ໆ, ມີຄວາມຫວັງຢ່າງຫລາຍ. ມັນອາດເປັນເທື່ອທໍາອິດ ໃນເວລາດົນນານ ທີ່ຂ້ອຍມີບາງສິ່ງ ໃນໂຣກຂອງຂ້ອຍ ທີ່ຈະລໍຄອຍ, ທີ່ສາມາດປ່ຽນແປງຂ້ອຍ ແລະວັນເວລາ ແລະທັດສະນະຂອງຂ້ອຍ."
ເນື້ອເລື່ອງໂດຍ Tys Occhiuzzi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌