ກົດໝາຍກ່ຽວກັບ ຜູ້ຂັບຣົດທີ່ໃຊ້ກັນຊາໃນ Victoria.
ຜູ້ຂັບຣົດທີ່ໃຊ້ກັນຊາ (cannabis) ໃນ Victoria ຈະບໍ່ຖືກສັ່ງປົດ ໃບອະນຸຍາດຂັບຂີ່ ໂດຍອັດຕະໂນມັດອີກຕໍ່ໄປ ພາຍໃຕ້ກົດຫມາຍໃຫມ່ ທີ່ຈະມີຜົນກະທົບໃນຣັດ.
ຈາກວັນທີ 1 ເດືອນມິນາ, ຜູ້ຂັບຣົດດັ່ງກ່າວ ຈະມີໂອກາດໂຕ້ຖຽງໃນສານວ່າ ຄວາມສາມາດຂອງເຂົາເຈົ້າ ບໍ່ມີຄວາມບົກພ່ອງ ໃນຂນະທີ່ຂັບຣົດ.
Deborah Groarke ມີເພີ່ມຕື່ມ.
ກັນຊາ (cannabis) ທີ່ໃຊ້ເປັນຢາ ຕາມໃບສັ່ງແພດ ໄດ້ມີຢູ່ໃນອອສເຕຣເລັຍ ຕັ້ງແຕ່ປີ 2016.
ຫລາຍກວ່າ 700,000 ຄົນ ໃຊ້ມັນເພື່ອຈັດການເລື່ອງການປິ່ນປົວໂຣກມະເລັງ, Multiple Sclerosis, Epilepsy ແລະສະພາບການທາງການແພດອື່ນໆ.
Alice Davy ກໍເປັນຄົນຫນຶ່ງໃນນັ້ນ-ແລະນາງເວົ້າວ່າ ນາງຈິງຈັງກັບເລື້ອງນີ້, ເຊັ່ນດຽວກັບຄົນໄຂ້ຄົນອື່ນໆ.
"ຮ້ອຍເປີເຊັນຂອງຄົນໄຂ້-ແມ່ນບໍ່ສະບາຍ, ບໍ່ວ່າຈະເປັນເພາະຄວາມເຈັບປວດຊໍາເຮື້ອ, ບໍ່ວ່າຈະເປັນການນອນບໍ່ຫລັບ. ບໍ່ວ່າເຂົາເຈົ້າຈະໃຊ້ກັນຊາ (cannabis) ເພື່ອຮັກສາຫຍັງກໍຕາມ, ເຮົາຈະບໍ່ໃຊ້ມັນໃນທາງທີ່ຜິດ. ພວກເຮົາຈະບໍ່ໃຊ້ອໍານາດ ຂອງການໃຊ້ຢານີ້ ແລະດໍາລົງຊີວິດຢ່າງມີຄວາມສຸກ."
ສານປະກອບທີ່ສໍາຄັນ ໃນຜລິດຕະພັນກັນຊາ (cannabis) ບາງຊະນິດ ແມ່ນ Tetra-Hydrocannabinol ຫຼື THC, ສານປະກອບ ທີ່ສາມາດກວດພົບໄດ້ ຫຼາຍກວ່າຫນຶ່ງອາທິດ ຫຼັງຈາກການກິນ, ແລະເຮັດໃຫ້ຜູ້ໃຊ້ ທີ່ໄດ້ຮັບອະນຸຍາດ ຖືກສັ່ງຫ້າມການຂັບຣົດ ໂດຍອັດຕະໂນມັດ ແລະຖືກລົງໂທດຢ່າງຫນັກໃນ Victoria ເມື່ອເຂົາເຈົ້ າຖືກພົບວ່າ ມີສານນີ້ ໃນຮ່າງກາຍຂອງເຂົາເຈົ້າ.
David Ettershank ສະມາຊິກສະພາ Victoria ກ່າວວ່າ ບັດນີ້ ມັນຈະບໍ່ເປັນແບບອັດຕະໂນມັດອີກຕໍ່ໄປ.
"ຈົນເຖິງເວລານີ້, ຖ້າທ່ານເປັນຄົນເຈັບປ່ວຍທີ່ຕ້ອງໃຊ້ກັນຊາ (cannabis) ທາງການແພດ ທີ່ຂັບຣົດໂດຍບໍ່ມີຄວາມບົກພ່ອງ ເລື້ອງຄວາມສາມາດ ໃນການຂັບ ແລະຖືກຕໍາຫຼວດໃຫ້ຢຸດຣົດ ທ່ານຈະຖືກລະງັບໃບຂັບຂີ່ໂດຍອັດຕະໂນມັດ ຢ່າງຫນ້ອຍຫົກເດືອນ, ພ້ອມທັງຖືກປັບໃຫມ. ນັບແຕ່ຕົ້ນເດືອນມິນາ, ບັດນີ້ ກົດຫມາຍນັ້ນໄດ້ຖືກປ່ຽນແປງແລ້ວ."
Mr Ettershank ກ່າວວ່າ ການສັ່ງຫ້າມການຂັບຣົດ ໂດຍອັດຕະໂນມັດ ບໍ່ມີເຫດຜົນປານໃດ.
ລາວເວົ້າວ່າ ບັດນີ້ຜູ້ພິພາກສາ ຈະມີສິດທີ່ຈະຕັດສິນວ່າ ຜູ້ຂັບຣົດ ມີຄວາມບົກພ່ອງຫລືບໍ່.
"ທ່ານສາມາດໄປທີ່ສານ ແລະເວົ້າວ່າ ຂ້າພະເຈົ້າເປັນຄົນໄຂ້ກັນຊາທາງການແພດ (Medicinal Cannabis Patient), ຂ້າພະເຈົ້າບໍ່ໄດ້ຂັບຣົດ ດ້ວຍຄວາມບົກພ່ອງ. ຂ້າພະເຈົ້າ ໄດ້ປະຕິບັດຢ່າງສອດຄ່ອງ ກັບຄໍາແນະນໍາຂອງທ່ານຫມໍ ແລະສະນັ້ນ ຂ້າພະເຈົ້າຈຶ່ງຢາກຮັກສາ ໃບຂັບຂີ່ຂອງຂ້າພະເຈົ້າໄວ້... ແລະນັ້ນຄືຫລັກການ ທີ່ພວກເຮົາໃຊ້ຕໍ່ສູ້ ກັບເລື່ອງນີ້, ຊຶ່ງຄືວ່າຄົນໄຂ້ກັນຊາທາງການແພດ (Medicinal Cannabis Patient)-ເຊັ່ນດຽວກັບພົນລະເມືອງທຸກຄົນ-ມີສິດທີ່ຈະຕໍ່ສູ້ໃນສານ."
Fiona Patten ອະດີດສະມາຊິກສະພາ ແລະຜູ້ສມັກຂອງພັກ Legalize Cannabis ໃນປະຈຸບັນກ່າວວ່າ ການປ່ຽນແປງນັ້ນ ໃຊ້ເວລາດົນນານ.
"ນີ້ເປັນການສົນທະນາຢ່າງຕໍ່ເນື່ອງ ໃນສະພານີ້ ນັບຕັ້ງແຕ່ພວກເຮົາໄດ້ຜ່ານກົດຫມາຍ ເລື່ອງກັນຊາ (cannabis) ທາງການແພດ ໃນປີ 2016. ສະນັ້ນ, ມັນຈຶ່ງເປັນເສັ້ນທາງອັນຍາວນານ-ແລະເປັນເສັ້ນທາງອັນຍາວນານສໍາລັບຄົນໄຂ້, ຄົນໄຂ້ທີ່ໄດ້ຮັບຄວາມບັນເທົາຫລາຍ ຈາກຢານີ້ ແຕ່ຢ້ານວ່າຈະສູນເສັຍໃບອະນຸຍາດຂັບຂີ່."
ນາງປະເມີນວ່າ ມັນຈະສົ່ງຜົນກະທົບຕໍ່ຫລາຍພັນຄົນ.
"ມັນຈະສົ່ງຜົນກະທົບ ຕໍ່ຄົນໄຂ້ຢ່າງຫນ້ອຍ 70,000 ຄົນໃນ Victoria ແລະຄອບຄົວຂອງເຂົາເຈົ້າ. ນີ້ຄື ແມ່ທີ່ຂັບຣົດພາລູກໆຂອງເຂົາເຈົ້າໄປເຕະບານ. ນີ້ຄືພໍ່ ທີ່ຕ້ອງໄປເຮັດວຽກ."
ການປ່ຽນແປງນັ້ນ ກໍາລັງຖືກນໍາມາໃຊ້ ໃນຂນະທີ່ຣັດ Victoria ດໍາເນີນການທົດລອງ ເປັນເທື່ອທໍາອິດໃນໂລກ, ຊຶ່ງນໍາໂດຍ ມະຫາວິທະຍາໄລ Swinburne, ທີ່ມີຈຸດປະສົງ ທີ່ຈະເຂົ້າໃຈວ່າ THC ມີຜົນກະທົບ ຕໍ່ການຂັບຣົດ ແລະການສ່ຽງໃນທ້ອງຖນົນແນວໃດ.
ຄວາມເຊື່ອໃນປະຈຸບັນແມ່ນວ່າ THC ສາມາດກະທົບກະເທືອນ ຕໍ່ຄວາມສົນໃຈ, ການຕັດສິນໃຈ, ຄວາມຊົງຈໍາ, ການເບິ່ງເຫັນ ແລະການປະສານງານຂອງຜູ້ຂັບຣົດ.
ແຕ່ຝ່າຍ Legalize Cannabis Victoria ກ່າວວ່າ ຫລັກຖານບໍ່ສນັບສນູນການໂຕ້ຖຽງນັ້ນ.
Dr Michael Udoh ນັກການເພສັດໄດ້ບອກກັບ SBS ວ່າ ຜົນສະທ້ອນຂອງ ກັນຊາ (cannabis) ນັ້ນອາດແຕກຕ່າງກັນ ໃນແຕ່ລະບຸກຄົນ.
"ອາດມີບາງຄົນ ທີ່ມີ THC ໃນເລືອດສູງ, ແຕ່ເຂົາເຈົ້າ ບໍ່ມີຄວາມບົກພ່ອງ ແລະມີສະມາທິສູງ, ແລະຕາມປົກກະຕິແລ້ວ ນີ້ຈະເປັນຜູ້ໃຊ້ຊໍາເຮື້ອ, ຫລືຜູ້ໃຊ້ທີ່ມີປະສົບການ. ໃນຂນະທີ່ ທ່ານອາດມີບາງຄົນ ທີ່ມີ THC ໃນເລືອດຕ່ຳ, ແລະເຂົາເຈົ້າມີຄວາມບົກພ່ອງຫລາຍ. ສະນັ້ນ, ມັນຈຶ່ງເປັນເລື່ອງຍາກ ສໍາລັບຫນ່ວຍງານທີ່ໃຊ້ກົດຫມາຍ ທີ່ຈະຕັດສິນໃຈໄດ້ງ່າຍໆວ່າ ຄວາມເຂັ້ມແຂງຂອງ THC ໃນເລືອດນັ້ນ ພຽງພໍທີ່ຈະເຮັດໃຫ້ ເກີດຄວາມບົກພ່ອງ ທາງຈິດໃຈຫລືບໍ່."
Alice Davy ກ່າວວ່າ ປະສົບການຂອງນາງເອງ ສະແດງໃຫ້ເຫັນວ່າ ກັນຊາ (cannabis) ບໍ່ໄດ້ຫມາຍຄວາມວ່າ ນາງເປັນຜູ້ຂັບຣົດທີ່ບໍ່ປອດພັຍ ໂດຍອັດຕະໂນມັດ.
"ຂ້ອຍເປັນຄົນຂັບຣົດທີ່ດີກວ່າ, ເພາະກ່ອນຫນ້ານີ້-ຂ້ອຍໃຊ້ຢາ opioids (ແລະ) benzodiazepines. ມື້ຕໍ່ມາ ຂ້ອຍຍັງມຶນຫົວຫຼາຍ ແລະຄວາມຮູ້ສຶກທາງການເບິ່ງເຫັນຂອງຂ້ອຍກໍບໍ່ດີປານໃດ. ແລະຂ້ອຍໄດ້ຮັບອະນຸຍາດ ໃຫ້ຂັບຣົດຕາມກົດໝາຍດ້ວຍຢາເຫລົ່ານີ້ ໂດຍບໍ່ມີຜົນກະທົບຫຍັງເລີຍ. ສະນັ້ນ, ເມື່ອຂ້ອຍນອນຫລັບດີ, ຊຶ່ງສ່ວນຫລາຍແລ້ວເປັນຄືນທີ່ໃຊ້ກັນຊາຢາ, ຂ້ອຍຮູ້ສຶກດີໃນຕອນເຊົ້າ. ບໍ່ມີຄວາມບົກພ່ອງ. ແລະຂ້ອຍກໍຂັບຣົດຕາມປົກກະຕິ."
ຍັງຕ້ອງຖ້າເບິ່ງວ່າ ຣັດແລະເຂດປົກຄອງອື່ນໆ ຈະຕອບຮັບຕໍ່ການປ່ຽນແປງຂອງຣັດ Victoria ແນວໃດ.
ໃນລະຫວ່າງກອງປະຊຸມ ເລື້ອງຢາເສບຕິດປີກາຍນີ້ ໃນ New South Wales, ກຸ່ມຜູ້ແທນທີ່ຮວມເຖິງ the Health Services Union, the New South Wales Nurses and Midwives' Association ແລະກຸ່ມນາຍແພດຂອງ New South Wales, ໄດ້ກ່າວໃນຈົດຫມາຍເປີດຊອງວ່າ ມີຄວາມຈໍາເປັນ ທີ່ຈະດັດແປງກົດຫມາຍ ເລື່ອງການຂັບຣົດຢາເສບຕິດ ເພື່ອຈໍາແນກການໃຊ້ກັນຊາ (cannabis) ທາງການແພດໃນລັກສນະດຽວກັນ ກັບຢາທີ່ສັ່ງໂດຍນາຍແພດຊະນິດອື່ນໆ.
ພັກການເມືອງໃຫຍ່ ເບິ່ງຄືວ່າ ຍັງຕໍ່ຕ້ານການແກ້ໄຂກົດຫມາຍທີ່ສໍາຄັນນີ້.
ແຕ່ Jacinta Allanນາຍົກຣັຖມົນຕີຂອງ Victoria ກ່າວວ່າ ດີໃຈທີ່ຈະເປັນຜູ້ນຳນະໂຍບາຍກັນຊາ (cannabis).
"ນີ້ເປັນຂັ້ນຕອນທີ່ສໍາຄັນ ໃນການເດີນທາງທີ່ພວກເຮົາໄດ້ເຮັດ... ກັນຊາ (cannabis) ທາງການແພດ ສາມາດສ້າງຄວາມແຕກຕ່າງ ໃຫ້ແກ່ພວກເຂົາ (ຄົນໄຂ້), ບໍ່ພຽງແຕ່ສາມາດຮັບມື ແລະຈັດການກັບຄວາມເຈັບປວດຂອງເຂົາເຈົ້າເທົ່ານັ້ນ, ແຕ່ຍັງກັບຄືນໄປເຮັດວຽກ ແລະກັບຄືນໄປເປັນຜູ້ມີສ່ວນຮ່ວມໃນຊຸມຊົນ. ແລະອຸບປະສັກຢ່າງຫນຶ່ງ ແມ່ນຜົນກະທົບ ຕໍ່ຄວາມສາມາດໃນການຂັບຣົດ."
ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌