ການເກັບເງິນເພີ່ມ (Surcharges) ໃນການໃຊ້ບັດທະນາຄານ.

Happy man paying the bill in a café with a credit card.

ລູກຄ້າກຳລັງໃຊ້ບັດທະນາຄານ ໃນການຈ່າຍຄ່າກາເຟ. Credit: skynesher/Getty Images

ເຖິງແມ່ນວ່າການໃຊ້ເງິນຂອງທ່ານເອງໃນການຊື້ສິນຄ້າ ໂດຍການໃຊ້ ບັດເຄຣດິດ (Credit Cards) ແລະບັດເດບິດ (Debit Cards) ແມ່ນແຕ່ກາເຟພຽງຈອກດຽວ, ທາງຮ້ານຈະມີ ການເກັບເງິນເພີ່ມ (Surcharges) ໃນການ ຈ່າຍທະນາຄານໃນການດຳເນີນທຸຣະກິດ. ຣັຖບານກຳລັງພິຈາຣະນາວ່າຈະໃຫ້ຍົກເລີກ ເລື້ອງນີ້ ຊຶ່ງຈະຊ່ອຍໃຫ້ ຊາວອອສເຕຣເລັຍ ສາມາດປະຢັດເງິນໄດ້ ເຖິງຫ້າຮ້ອຍລ້ານໂດລາ ຕໍ່ປີ.


ການເກັບເງິນເພີ່ມ (Surcharges) ໃນການໃຊ້ບັດທະນາຄານ.

ຣັຖບານອອສເຕຣເລັຍ ກໍາລັງວາງແຜນ ທີ່ຈະສັ່ງຫ້າມSurcharges) ສໍາລັບທຸຣະກັມ (Transactions ) ບັດຫັກເງິນໂດຍກົງ ຈາກບັນຊີທະນາຄານ ຫຼື(Debit Cards).

Jim Chalmers ຣັຖມົນຕີກະຊວງການຄັງກ່າວວ່າ ຣັຖບານຍັງລໍຖ້າການທົບທວນຂັ້ນສຸດທ້າຍ ຈາກ Reserve Bank, ແຕ່ມີຈຸດປະສົງ ທີ່ຈະດໍາເນີນການສັ່ງຫ້າມ ຕັ້ງແຕ່ຕົ້ນປີ 2026.

ຄາດວ່າ ການສັ່ງຫ້າມ ຈະຊ່ອຍໃຫ້ຊາວອອສເຕຣເລັຍ ປະຢັດເງິນໄດ້ເຖິງ 500 ລ້ານໂດລາຕໍ່ປີ, ແຕ່ມີຫຼາຍປະຕິກິຣິຍາ ຈາກພາກທຸຣະກິດ ດັ່ງທີ່ Georgia Maher ແລະ Wing Kuang ລາຍງານ.

ສໍາລັບຊາວອອສເຕຣເລັຍ ທີ່ຈ່າຍຄ່າກາເຟ ດ້ວຍບັດເດບິດ (Debit Cards), ເງິນທີ່ຈ່າຍເພີ່ມ (Surcharges) ເລັກນ້ອຍ ທີ່ເຂົາເຈົ້າຕ້ອງຈ່າຍ ອາດກາຍເປັນເງິນຈໍານວນຫຼວງຫຼາຍ.

The Reserve Bank ຄາດວ່າ ຊາວອອສເຕຣເລັຍ ໃຊ້ຈ່າຍເງິນຕື່ມອີກ ຫນຶ່ງພັນລ້ານໂດລາ ຕໍ່ປີ ພຽງແຕ່ການ ໃຊ້ບັດເດບິດ (Debit Cards)ແທນທີ່ຈະໃຊ້ເງິນສົດ.

ໃນຂນະທີ່ຊາວອອສເຕຣເລັຍ ດີ້ນລົນກັບວິກິດຄ່າຄອງຊີບ, ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ຕ້ອງຢຸດການເກັບເງິນເພີ່ມເຕີມ.

"ເມື່ອຜູ້ຄົນ ເຫັນລາຄາໃນກະດານໃນທຸຣະກິດ ບ່ອນທີ່ເຂົາເຈົ້າ ກໍາລັງຈະຊື້, ນັ້ນຄວນເປັນລາຄາຂອງການຊື້. ບໍ່ຄວນມີຄ່າຈ່າຍແອບແຝງຢ່າງອື່ນ ແລະເງິນເກັບເພີ່ມເຕີມຢູ່ທີ່ນັ້ນ, ເມື່ອຜູ້ຄົນ ໃຊ້ເງິນຂອງຕົນເອງ. ຂໍໃຫ້ຈື່ໄວ້ວ່າ: ບັດເດບິດ ກໍາລັງເອົາເງິນໂດຍກົງ ຈາກບັນຊີຂອງເຂົາເຈົ້າ ແລະບໍ່ຄວນມີການເກັບເງິນເພີ່ມເຕີມ."

ການເກັບເງິນເພີ່ມ (Surcharges) ຂອງບັດເດບິດ (Debit Cards) ແມ່ນຄ່າທໍານຽມ ເພີ່ມເຕີມ ທີ່ທຸຣະກິດຕ້ອງຈ່າຍ ໃຫ້ທະນາຄານ ເພື່ອດໍາເນີນການຈ່າຍເງິນໂດຍບັດ.

ຂໍ້ມູນຂອງ the Reserve Bank ສະແດງໃຫ້ເຫັນວ່າ ໃນປີການເງິນທີ່ຜ່ານມາ, ທຸຣະກິດໄດ້ຈ່າຍເງິນປະມານ ສີ່ພັນລ້ານໂດລາ ໃຫ້ທະນາຄານຈາກການບໍ່ໃຊ້ເງິນສົດ.

ໃນຂນະທີ່ບໍຣິສັດໃຫຍ່ບາງບໍຣິສັດ ສາມາດເຈຣະຈາກັບທະນາຄານຂອງເຂົາເຈົ້າ ເພື່ອຫລຸດລາຄາ, ທຸຣະກິດນ້ອຍໆ ມັກຈະຕ້ອງສົ່ງພາລະຫນັກທາງດ້ານການເງິນ ໃຫ້ລູກຄ້າຂອງເຂົາເຈົ້າ.

The Reserve Bank ຄາດວ່າ ຖ້າຫາກການສັ່ງຫ້າມຖືກນໍາໃຊ້, ຊາວອອສເຕຣເລັຍ ຈະສາມາດປະຢັດເງິນໄດ້ ເຖິງຫ້າຮ້ອຍລ້ານໂດລາ ຕໍ່ປີ.

Anna Bligh ເປັນ CEO ຂອງສະມາຄົມທະນາຄານ.

ນາງກ່າວວ່າ ພາກທະນາຄານ ສນັບສນູນການປະກາດຂອງນາຍົກຣັຖມົນຕີ.

"ທະນາຄານ ຍິນດີຕ້ອນຮັບ ການສົນທະນານີ້. ກົດນັ້ນມີອາຍຸຫລາຍກວ່າ 20 ປີ. ໂລກໄດ້ປ່ຽນໄປ ແລະມັນເຖິງເວລາແລ້ວ ທີ່ຈະປັບປຸງວິທີ ທີ່ເຮົາເຮັດນີ້ ໃຫ້ທັນສມັຍ ທົ່ວທຸຣະກິດຂນາດນ້ອຍ."

ອອສເຕຣເລັຍ ບໍ່ໄດ້ເປັນພຽງປະເທດດຽວ ທີ່ປະເຊີນກັບບັນຫາເລື່ອງການເກັບເງິນເພີ່ມ (Surcharges) ຂອງບັດເດບິດ (Debit Cards).

The Reserve Bank ພົບວ່າ ຊາວອອສເຕຣເລັຍ ຈ່າຍຄ່າບັດ ຫລາຍກວ່າຊາວຢູໂຣບ, ແຕ່ຫນ້ອຍກວ່າ ໃນສະຫະຣັດອາເມຣິກາ.

ໃນປະເທດອັງກິດ, ມີການສັ່ງຫ້າມການເກັບເງິນເພີ່ມ (Surcharges) ຂອງບັດເຄຣດິດ (Credit Cards )ແລະບັດເດບິດ (Debit Cards) ໃນປີ 2018,ແລະນັບແຕ່ນັ້ນມາ, ນັກຄົ້ນຄວ້າພົບວ່າ ທຸຣະກິດ ແລະແມ່ນແຕ່ມະຫາວິທະຍາໄລ ກໍາລັງລະເມີດກົດລະບຽບ, ໂດຍການໃຊ້ຊ່ອງວ່າງທາງກົດຫມາຍ.

Wes Lambert ເປັນ CEO ຂອງສະມາຄົມຮ້ານອາຫານ ແລະ Cafeຂອງອອສເຕຣເລັຍ ກ່າວວ່າ ເມື່ອກ່າວເຖິງການສັ່ງຫ້າມ ການເກັບເງິນເພີ່ມ (Surcharges) ຂອງບັດເດບິດ (Debit Cards), ຣັຖບານຕ້ອງໃຊ້ມາດຕະການ ທີ່ເໝາະສົມ.

"ສິ່ງທີ່ພວກເຮົາຢາກໃຫ້ແນ່ໃຈ ແມ່ນຣັຖບານເຮັດໃຫ້ຖືກຕ້ອງ, ວ່າເຂົາເຈົ້າບໍ່ພຽງແຕ່ສັ່ງຫ້າມການເກັບເງິນເພີ່ມ (Surcharges) ຈາກຮ້ານອາຫານ ແລະຮ້ານກາເຟ ໃຫ້ແກ່ຜູ້ບໍຣີໂພກເທົ່ານັ້ນ, ແຕ່ບໍ່ໄດ້ປ່ຽນວິທີ ທີ່ທະນາຄານ ຈະຮຽກຮ້ອງເກັບຄ່າທຳນຽມ ຈາກພໍ່ຄ້າຂອງທຸຣະກິດ ເຫລົ່ານັ້ນ. ແລະພວກເຮົາ ຢາກໃຫ້ແນ່ໃຈວ່າ ການສັ່ງຫ້າມການເກັບເງິນເພີ່ມSurcharges) ບໍ່ພຽງແຕ່ນໍາໄປສູ່ການຈ່າຍຄ່າທຳນຽມ ແບບຕາຍໂຕ ກັບທຸຣະກິດນ້ອຍໆເທົ່ານັ້ນ."

ຂໍ້ມູນຈາກ Reserve Bank ສະແດງໃຫ້ເຫັນວ່າ ເມື່ອປຽບທຽບ ໃສ່ກັບບໍຣິສັດໃຫຍ່, ທຸຣະກິດນ້ອຍສ່ວນຫລາຍ ຈະຕ້ອງຈ່າຍເງິນໃຫ້ທະນາຄານ ສາມເທົ່າ ສໍາລັບການບໍຣິການຂອງການຄ້າ-ຊຶ່ງເພີ່ມຄວາມກົດດັນ ທາງການເງິນ ໃຫ້ແກ່ທຸຣະກິດຂນາດນ້ອຍ.

ຂໍ້ມູນຈາກ The Australian Small Business and Family Enterprise Ombudsman ພົບວ່າ 46 ເປີເຊັນ ຂອງທຸຣະກິດນ້ອຍໆ ບໍ່ໄດ້ຮັບຜົນ ປໂຍດໃນປີທີ່ຜ່ານມາ ຂອງບັນຊີການເງິນ.

ລາຍງານໃຫມ່ ຂອງສະພາອົງການທຸຣະກິດນ້ອຍ ອອສເຕຣເລັຍ (the Council of Small Business Organisations Australia) ແລະທະນາຄານ Commonwealth ກໍພົບວ່າ ທຸຣະກິດນ້ອຍໆ ກໍາລັງດີ້ນລົນກັບຕົ້ນທຶນການດໍາເນີນງານ ທີ່ເພີ່ມຂຶ້ນ.

Bruce Billson, ຜູ້ກວດການທຸຣະກິດຂນາດນ້ອຍ ແລະທຸຣະກິດຄອບຄົວ ຂອງ ກ່າວວ່າ ຄ່າທຳນຽມບັດເດບິດ (Debit Cards) ບໍ່ໄດ້ເປັນພຽງສິ່ງດຽວ ທີ່ຣັຖບານຄວນພິຈາຣະນາ.

"ຍັງມີຄໍາຖາມອີກ ກ່ຽວກັບວ່າ Reserve Bank ແລະຄນະກັມມະການ ການຈ່າຍເງິນ (the Payments Board) ມີອໍານາດທີ່ຈໍາເປັນຫຼືບໍ່ ນັ້ນບໍ່ພຽງແຕ່ບັງຄັບໃຫ້ໃຊ້ ການກຳໜົດເສັ້ນທາງຕົ້ນທຶນ ທີ່ຫນ້ອຍທີ່ສຸດ, ແລະປະສິດທິພາບ, ແລະຄວາມໂປ່ງໃສ ຂອງບັດທີ່ອາດມີຢູ່ໃນຖົງຂອງເຮົາເທົ່ານັ້ນ, ແຕ່ຍັງມີບ່ອນທີ່ບໍ່ມີການໃຊ້ບັດນໍາອີກ ເຊັ່ນ ຖ້າຫາກທ່ານໃຊ້ໂທຣະສັບມືຖືເພື່ອຈ່າຍເງິນ, ຖ້າຫາກທ່ານເຮັດທຸຣະກັມ(Transactions) ທາງອິນເຕີເນັດ, ໂດຍບໍ່ມີບັດ. ນີ້ເປັນສິ່ງທີ່ມີການຕັດເງິນຫນ້ອຍຫນຶ່ງ, ຄ່າໃຊ້ຈ່າຍຫນ້ອຍຫນຶ່ງ, ການເອົາເງິນໃນກະເປົ໋າຂອງລູກຄ້າ, ແລະເງິນຈາກທຸຣະກິດນ້ອຍໆ ແລະອີກຫລາຍກໍຣະນີ ທີ່ບໍ່ຄວນເກີດຂຶ້ນ, ຫລືບໍ່ຄວນມີລາຄາແພງຫລາຍເທົ່າກັບຕອນນີ້."

ຣັຖບານພັກແຮງງານ ໄດ້ມອບເງິນ 2.1ລ້ານໂດລາ ໃຫ້ຄນະກັມມະການການແຂ່ງຂັນ ແລະຜູ້ບໍຣິໂພກອອສເຕຣເລັຍ (the Australian Competition and Consumer Commission) ເພື່ອກວດສອບຄ່າບັດເຄຣດິດ (Credit Cards) ແລະບັດເດບິດ (Debit Cards).

ເນື້ອເລື່ອງໂດຍ  Georgia Maher and Wing Kuang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share