ການຂົ່ມເຫັງທາງຈິດໃຈ ເດັກນ້ອຍ.
ການຂົ່ມເຫັງທາງຈິດໃຈ ເດັກນ້ອຍ ອອສເຕຣເລັຍ ກໍາລັງເພີ່ມຂຶ້ນ, ມັນກາຍເປັນການຂົ່ມເຫັງເດັກນ້ອຍ ທີ່ພົບເຫັນຫຼາຍທີ່ສຸດ.
ເຖິງຢ່າງໃດກໍຕາມ, ການຄົ້ນຄວ້າໃຫມ່ ສະແດງໃຫ້ເຫັນວ່າ ມີພຽງແຕ່ເຄິ່ງຫນຶ່ງ ຂອງຊາວອອສເຕຣເລັຍເທົ່ານັ້ນ ທີ່ຈະລາຍງານ ເຖິງການຂົ່ມເຫັງເດັກນ້ອຍ ທີ່ໜ້າສົງສັຍ ຕໍ່ເຈົ້າຫນ້າທີ່.
ຜູ້ຊ່ຽວຊານ ດ້ານສຸຂະພາບຈິດ ກໍາລັງຮຽກຮ້ອງ ໃຫ້ມີຄວາມຮັບຮູ້ຫລາຍຂຶ້ນ ກ່ຽວກັບຄວາມເສັຍຫາຍ ທີ່ຖືກເຊື່ອງໄວ້ ຊຶ່ງເກີດຈາກການຂົ່ມເຫັງທາງຈິດໃຈ ແລະຜົນກະທົບອັນເລິກເຊິ່ງຂອງມັນ ຕໍ່ຊີວິດຂອງເຍົາວະຊົນ.
Omoh Bello ລາຍງານ.
ເດັກນ້ອຍອອສເຕຣເລັຍ ກໍາລັງປະເຊີນກັບ ການຂົ່ມເຫັງທາງຈິດໃຈ ຫລາຍກວ່າທີ່ຜ່ານມາ.
ການຄົ້ນຄວ້າໃຫມ່ ເປີດເຜີຍວ່າ ມັນກາຍເປັນການຂົ່ມເຫັງເດັກນ້ອຍ ທີ່ພົບເຫັນຫລາຍທີ່ສຸດ ໃນປະເທດ, ແຕ່ມີພຽງແຕ່ເຄິ່ງຫນຶ່ງ ຂອງຊາວອອສເຕຣເລັຍເທົ່ານັ້ນ ທີ່ຈະລາຍງານ ຄວາມເປັນຫ່ວງຂອງເຂົາເຈົ້າ ກ່ຽວກັບການຂົ່ມເຫັງເດັກນ້ອຍ ທີ່ໜ້າສົງສັຍ ຕໍ່ເຈົ້າຫນ້າທີ່.
Dr Katrina Lines, ຫົວຫນ້າຜູ້ອໍານວຍການໃຫຍ່ຂອງ Act for Kids, ເຊື່ອວ່າ ມີຄວາມຈໍາເປັນ ທີ່ຈະໃຫ້ຄວາມກະຈ່າງແຈ້ງຫລາຍຂຶ້ນ ກ່ຽວກັບການຂົ່ມເຫັງແບບນີ້ ແລະຜົນກະທົບຂອງມັນ ຕໍ່ເດັກນ້ອຍໃນປະເທດ.
"ການຂົ່ມເຫັງທາງຈິດໃຈ ສາມາດສ້າງຄວາມເສັຍຫາຍໄດ້ ຄືກັນກັບການຂົ່ມເຫັງທາງຮ່າງກາຍ, ແຕ່ສ່ວນຫລາຍແລ້ວ ມັນບໍ່ໄດ້ຖືກສັງເກດເຫັນ ຫລືບໍ່ມີການລາຍງານ. ການຂົ່ມເຫັງທາງຈິດໃຈ ເປັນຫນຶ່ງໃນຫ້າຮູບແບບ ຂອງການຂົ່ມເຫັງເດັກນ້ອຍ. ສະນັ້ນ, ມັນຈຶ່ງສໍາຄັນ ທີ່ຈະຍົກລະດັບຄວາມຮັບຮູ້ ເພາະສັນຍານ ແລະອາການ ອາດບໍ່ຊັດເຈນ ເທົ່າກັບການຂົ່ມເຫັງທາງຮ່າງກາຍ ຫລືການລະເລີຍ."
ການຂົ່ມເຫັງທາງຈິດໃຈ ເປັນແບບແຜນຂອງການປະພຶດ ທີ່ທໍາລາຍຄວາມຮູ້ສຶກ ໃນຄຸນຄ່າຂອງຕົນເອງ (Sense of Self-worth) ຂອງເດັກນ້ອຍ, ມີຜົນກະທົບ ຕໍ່ການພັດທະນາທາງຈິດໃຈ ຂອງເຂົາ ຮວມທັງ ການຮ້ອງສຽງດັງ, ດ່າ, ຫມິ່ນປະຫມາດ, ວິຈານ, ຂູ່ເຂັນ, ເອີ້ນຊື່ທີ່ເຮັດໃຫ້ເດັກນ້ອຍເຈັບປວດ ຫລືເຮັດໃຫ້ເຂົາອັບອາຍ.
ການຄົ້ນຄວ້າໂດຍ Act for Kids ສະແດງໃຫ້ເຫັນວ່າ ການຂົ່ມເຫັງແບບນີ້ ເປັນການຂົ່ມເຫັງ ທີ່ພົບເຫັນຫຼາຍທີ່ສຸດ ໂດຍ 57 ເປີເຊັນ ຂອງເດັກນ້ອຍອອສເຕຣເລັຍ 45,400 ຄົນທີ່ຖືກສໍາຫລວດ, ຢືນຢັນວ່າ ເຄີຍປະສົບກັບການຂົ່ມເຫັງ ລະຫວ່າງປີ 2022 ແລະ 2023, ແລະຫລາຍກວ່າເຄິ່ງຫນຶ່ງ ຂອງຜູ້ທີ່ຖືກສໍາຫລວດ ທີ່ມີອາຍຸ 14-17 ປີ ໄດ້ເຫັນການຂົ່ມເຫັງທາງຈິດໃຈ ຢູ່ໂຮງຮຽນ.
ການຄົ້ນຄວ້າຍັງເປີດເຜີຍວ່າ 87 ເປີເຊັນ ຂອງຊາວອອສເຕຣເລັຍ ເຫັນພ້ອມວ່າ ການຂົ່ມເຫັງທາງຈິດໃຈ ເປັນບັນຫາທີ່ຮ້າຍແຮງ ໃນອອສເຕຣເລັຍ. ເຖິງຢ່າງໃດກໍຕາມ, ເກົ້າໃນສິບຄົນ ປະເມີນເຫດການຂົ່ມເຫງທາງຈິດໃຈ ຂອງເດັກນ້ອຍນີ້ ຕ່ຳເກີນໄປ.
ແລະຫນຶ່ງໃນຫ້າ ຂອງຊາວອອສເຕຣເລັຍ ບໍ່ຮັບຮູ້ວ່າ ການບໍ່ໃຫ້ຄວາມຮັກ ແລະຄວາມເອົາໃຈໃສ່ ກໍເປັນການຂົ່ມເຫັງທາງຈິດໃຈ.
Dr Kaye Pickering, ຜູ້ອໍານວຍການ ຄວບຄຸມການບໍຣິການທີ່ Act for Kids ກ່າວວ່າ ການຄົ້ນຄວ້ານີ້ ຫນ້າຕົກໃຈ ເພາະການຂົ່ມເຫັງທາງຈິດໃຈ ສາມາດມີຜົນກະທົບອັນຍາວນານ ຕໍ່ສວັດດີພາບຂອງເດັກນ້ອຍ.
"ການຂົ່ມເຫັງທາງຈິດໃຈ ສາມາດກະທົບກະເທືອນ ຕລອດຊີວິດຂອງເດັກນ້ອຍ. ມັນທໍາລາຍຄວາມເຄົາຣົບໃນຕົວເອງ ແລະຄວາມສາມາດຂອງເຂົາ ທີ່ຈະເຫັນຕົນເອງວ່າມີຄຸນຄ່າ. ມັນສາມາດສົ່ງຜົນກະທົບ ຕໍ່ການຮຽນຂອງເຂົາ, ຖ້າຫາກເດັກນ້ອຍ ຖືກບອກເລື້ອຍໆວ່າ ເຂົາບໍ່ດີພໍ,ຫລືເຂົາໄດ້ຮັບຂໍ້ມູນໃນທາງລົບ ກ່ຽວກັບຕົວເອງ ແລະຖືກດູຖູູກ ແລະອັບອາຍ, ນັ້ນສາມາດກະທົບກະເທືອນ ຕໍ່ຄວາມສາມາດຂອງເຂົາ ທີ່ຈະເຮັດໄດ້ດີ ໃນໂຮງຮຽນ. ແລະນັ້ນ ກໍຈະສົ່ງຜົນກະທົບຕໍ່ວຽກງານ ແລະລະດັບການສຶກສາຂອງເຂົາເຈົ້າ. ມັນຍັງສາມາດ ສ້າງຄວາມວິຕົກກັງວົນ ແລະຄວາມຊຶມເສົ້າ, ຊຶ່ງສາມາດຢູ່ກັບເດັກນ້ອຍ ເປັນເວລານານ ຫລືຕລອດຊີວິດ ຂອງເຂົາເຈົ້າ."
ການສຶກສາຂອງ The Australian Child Maltreatment (ACMS) ທີ່ດໍາເນີນການ ໃນປີ 2023/2024 ສະແດງໃຫ້ເຫັນວ່າ 30.9 ເປີເຊັນ ຂອງເດັກນ້ອຍໃນອອສເຕຣເລັຍ ປະສົບກັບການທໍາຮ້າຍທາງຈິດໃຈ ກ່ອນອາຍຸ 18 ປີ.
ACMS ເປັນການຄົ້ນຄວ້າທີ່ສໍາຄັນ ຂອງອອສເຕຣເລັຍ ກ່ຽວກັບການຂົ່ມເຫັງເດັກນ້ອຍ ໃນປະເທດ.
David Lawrence, ສາດສະດາຈານ ດ້ານສຸຂະພາບຈິດ ແລະຜູ້ຂຽນການຄົ້ນຄວ້າ ເລື່ອງການຂົ່ມເຫັງເດັກນ້ອຍ ຂອງອອສເຕຣເລັຍ ກ່າວວ່າ ລາຍງານນັ້ນ ໄດ້ເປີດເຜີຍວ່າ ຜົນກະທົບຂອງການຂົ່ມເຫັງທາງເພດ ກໍຄ້າຍຄືກັນກັບ ການຂົ່ມເຫັງທາງຈິດໃຈ.
"ພວກເຮົາພົບວ່າ ຜູ້ຄົນເຄີຍປະສົບກັບການຂົ່ມເຫັງທາງເພດ ແລະຜູ້ຄົນທີ່ເຄີຍປະສົບກັບການຂົ່ມເຫັງທາງຈິດໃຈ ໂດຍສະເພາະ ສ່ວນຫລາຍຈະປະສົບກັບຄວາມຊຶມເສົ້າ, PTSD, ຄວາມວິຕົກກັງວົນ, ທໍາຮ້າຍຕົວເອງ ແລະການໃຊ້ຢາເສບຕິດ ຕລອດຊີວິດ. ແລະເມື່ອພວກເຮົາເບິ່ງ ກ່ຽວກັບວ່າ ແມ່ນຫຍັງເປັນຄວາມສຳພັນຂອງສາເຫດ ຂອງແຕ່ລະປະເພດຂອງການຂົ່ມເຫັງ, ເຮົາພົບວ່າ ການຂົ່ມເຫັງທາງຈິດໃຈ ແລະການຂົ່ມເຫັງທາງເພດ ເກືອບເທົ່າກັນ ໃນດ້ານຄວາມເຂັ້ມແຂງຂອງຄວາມສໍາພັນ ກັບປັດຈັຍຄວາມສ່ຽງ ຕລອດຊີວິດຂອງເຂົາເຈົ້າ."
Professor Daryl Higgins, ຜູ້ອໍານວຍການສະຖາບັນການສຶກສາການປົກປ້ອງເດັກ (the Institute of Child Protection Studies) ທີ່ the Australian Catholic University ກ່າວວ່າ ລາຍງານ ACMS ສະແດງໃຫ້ເຫັນວ່າ ການທໍາຮ້າຍທາງຈິດໃຈ ເປັນສາເຫດສໍາຄັນ ຕໍ່ວິກິດການດ້ານສຸຂະພາບຈິດ ໃນອອສເຕຣເລັຍ. ດັ່ງນັ້ນ, ການປ້ອງກັນໃນຕອນຕົ້ນ ຈຶ່ງສໍາຄັນ.
ລາວກ່າວວ່າຣັຖບານຕ້ອງລົງມື ຢ່າງຮີບດ່ວນ.
"ພວກເຮົາຕ້ອງຢຸດທໍາທ່າວ່າ ການຂົ່ມເຫັງເດັກນ້ອຍ ເປັນສິ່ງທີ່ຫລີກລ້ຽງບໍ່ໄດ້ ທີ່ພວກເຮົາພຽງແຕ່ສົ່ງຣົດໂຮງຫມໍ ໄປຫາປັນຫາ ແລະຈັດການກັບຄວາມສົກກະປົກນັ້ນ ເມື່ອເດັກນ້ອຍໄດ້ຖືກສົ່ງໄປຫາ ຜແນກປົກປ້ອງເດັກນ້ອຍ ຕາມກົດຫມາຍ-ນັ້ນແມ່ນຫນ້ອຍເກີນໄປ ແລະຊ້າເກີນໄປ. ເຮົາຕ້ອງ ຂັບເຄື່ອນແຜນປ້ອງກັນ ແລະໃຊ້ຍຸດທະວິທີ ທີ່ເຮົາຮູ້ວ່າ ມີໃຊ້ໄດ້ຜົນ ເຊັ່ນການໃຫ້ພໍ່ແມ່ ເຂົ້າເຖິງໂຄງການການລ້ຽງດູລູກຢ່າງຖືກຕ້ອງ ແລະການສນັບສນູນ ທີ່ອີງຕາມຫລັກຖານ. ເພິ່ງພາແຫລ່ງຂໍ້ມູນ ທີ່ໄວ້ວາງໃຈໄດ້ ເຊັ່ນຄູສອນ ແລະທ່ານຫມໍ ໃນການສົ່ງຂໍ້ມູນ ກ່ຽວກັບວິທີປະຕິບັດ ທີ່ໄດ້ຜົນ ແລະໃຫ້ຄວາມຊ່ອຍເຫລືອ ແລະການສົ່ງເສີມຕໍ່ພໍ່ແມ່ ໃນການລ້ຽງດູລູກໆ ໃຫ້ດີທີ່ສຸດ ໃນລັກສນະທີ່ເອົາໃຈໃສ່ ແລະແນໃສ່ຄວາມຮູ້ສຶກ ແລະບໍ່ເປັນອັນຕະຣາຍ."
Dr Lines ເຊື່ອວ່າ ມັນເປັນຫນ້າທີ່ຮັບຜິດຊອບ ຂອງທຸກຄົນ ແລະບໍ່ແມ່ນພຽງແຕ່ຣັຖບານເທົ່ານັ້ນ ທີ່ຈະປົກປ້ອງເດັກນ້ອຍ ໃນຊຸມຊົນແລະເບິ່ງຫາສັນຍານ ຂອງການຂົ່ມເຫັງທາງຈິດໃຈ ແລະຮັບມືກັບມັນ.
"ຫນ້າເສົ້າໃຈ ທີ່ເດັກນ້ອຍປະມານ 45,000 ຫາ 50,000 ຄົນ ຖືກພິສູດວ່າຖືກຂົ່ມເຫັງ ໃນອອສເຕຣເລັຍທຸກປີ. ນັ້ນແມ່ນຈຳນວນເດັກນ້ອຍ ທີ່ຈະບັນຈຸສນາມກິລາ Suncorp ໃນເມືອງ Brisbane ໃຫ້ເຕັມ. ເພື່ອຍົກລະດັບຄວາມຮັບຮູ້ ກ່ຽວກັບຈຳນວນເດັກນ້ອຍ ທີ່ໄດ້ຮັບຜົນກະທົບຈາກການຂົ່ມເຫັງ, Act for kids ກໍາລັງເປີດສນາມກິລາແຫ່ງຄວາມຫວັງ ໃນລະຫວ່າງອາທິດ ການປົກປ້ອງເດັກນ້ອຍ (Child Protection Week). ສະນັ້ນ, ນີ້ຈຶ່ງເປັນການລິເລີ່ມທໍາອິດ ທີ່ຊຸກຍູ້ຊຸມຊົນໃຫ້ມາເຕົ້າໂຮມກັນ, ຊື້ບ່ອນນັ່ງໃນອິນເຕີເນັດ ແລະເຮັດໃຫ້ສນາມກິລານີ້ເຕັມໄປດ້ວຍຄວາມຫວັງ ໃນການສນັບສນູນເດັກນ້ອຍອອສເຕຣເລັຍ. ພວກເຮົາ ກໍາລັງຊຸກຍູ້ຜູ້ຄົນ ໃຫ້ຊ່ອຍເຫລືອ ດ້ວຍການຊື້ບ່ອນນັ່ງລາຄາ $10 ທາງອິນເຕີເນັດ, ຊຶ່ງເງິນທັງຫມົດທີ່ໄດ້ມານີ້ ຈະໄດ້ຖືກມອບໃຫ້ເດັກນ້ອຍ ແລະຄອບຄົວ ທີ່ໄດ້ຮັບຜົນກະທົບ."
ເນື້ອເລື່ອງໂດຍ Omoh Bello ຂ່າວ SBSNews,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.
ທ່ານສາມາດ ຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌