ວັນລຳນຶກ Tiananmen.

China: Tian 'anmen Square in Beijing

ຊຸ້ມປະຕູ Tiananmen gateທີ່ Beijing, China, ຖ່າຍເມື່ອ 1 ມີຖຸນາ 2024. Source: SIPA USA / CFOTO/CFOTO/Sipa USA

ເຖິງແມ່ນວ່າ ການສັງຫານໝູ່ ທີ່ Tiananmen Square ໄດ້ຜ່ານມາ 35 ປີແລ້ວກໍຕາມ, ມັນຍັງມີບັນດາຜູ້ສນັບສນູນ ປະຊາທິປະໄຕ ທີ່ພະຍາຍາມ ຮັກສາຄວາມຊົງຈຳຂອງໂສກນາດຕະກັມນີ້ໄວ້ ເຖິງແມ່ນວ່າຈະບໍ່ສາມາດເຮັດໄດ້ ໃນປະເທດຈີນກໍຕາມ.


ວັນລຳນຶກ Tiananmen.

ຕໍາຫຼວດຮົງກົງໄດ້ຈັບບຸກຄົນທີແປດ ຈາກການລົງຂ່າວ ໃນສື່ສັງຄົມອອນລາຍ (Social media posts) ທີ່ລະນຶກເຖິງການປາບປາມໃນ Tiananmen Square ເຊິ່ງຫມາຍເຖິງ ການຈັບກຸມຄັ້ງທໍາອິດ ພາຍໃຕ້ກົດຫມາຍ ຄວາມໝັ້ນຄົງແຫ່ງຊາດສະບັບໃຫມ່.

ໃນຂນະດຽວກັນ , ທີ່ສຳນັກງານ Amnesty International ໃນ London, ມີນັກສະແດງກຸ່ມຫນຶ່ງ ກຳລັງຝຶກຊ້ອມສາກລະຄອນເລື້ອງນຶ່ງ, ເຊິ່ງເລົ່າເຖິງ ເລື່ອງຂອງຄູ່ຜົວເມັຍ ຜູ້ສູງອາຍຸ ທີ່ໄວ້ທຸກກັບລູກຊາຍຂອງເຂົາເຈົ້າ ທີ່ໄດ້ເສັຍຊີວິດໄປໃນການສັງຫານໝູ່.

Essam Al-Ghalib ລາຍງານ.

ຕໍາຫລວດຮົງກົງ ໄດ້ຈັບກຸມຜູ້ຄົນ ຍ້ອນການລົງໃນສື່ມວນຊົນ ທີ່ລະນຶກເຖິງການປາບປາມ ທີ່ Tiananmen Square ຂອງຈີນ ໃນວັນທີ 4 ມິຖຸນາ, ເມື່ອ35 ປີກ່ອນ.

ຫນຶ່ງໃນນັ້ນ ແມ່ນສິນລະປິນການສະແດງ Sanmu Chen, ຜູ້ທີ່ໄດ້ສະແດງການກະທໍາຂອງການຫຍິ້ນ ແລະດື່ມ ເຄື່ອງດື່ມທາງອາກາດ ຢ່າງບໍ່ອອກສຽງ, ແລະຈາກນັ້ນ ໄດ້ສະແດງທ່າທີຕົວເລກ "8964", ເຊິ່ງສະແດງເຖິງວັນທີ ຂອງການປາບປາມ Tiananmen, ກ່ອນທີ່ຈະຖືກຈັບ.

ຕໍ່ມາ ລາວໄດ້ຖືກປ່ອຍຕົວ ໂດຍບໍ່ມີເງື່ອນໄຂ. ທະນາຍຄວາມຂອງລາວກ່າວ.

ການຈັບກຸມຄັ້ງນີ້ ເປັນເທື່ອທໍາອິດ ພາຍໃຕ້ກົດຫມາຍຄວາມຫມັ້ນຄົງ ແຫ່ງຊາດສະບັບໃຫມ່ຂອງຮົງກົງ ຊຶ່ງສາມາດລົງໂທດ ຈໍາຄຸກຕລອດຊີວິດ ເນື່ອງຈາກເປັນອັນຕະຣາຍ ຕໍ່ຄວາມຫມັ້ນຄົງຂອງຊາດ.

ຂໍ້ຈໍາກັດທີ່ເພີ່ມຂຶ້ນ ໄດ້ຍັບຍັ້ງ ການລະນຶກຂອງ Tiananmen ຢູ່ຮົງກົງ, ເຮັດໃຫ້ເມືອງຕ່າງໆ ເຊັ່ນລອນດອນ ແລະໄຕ້ຫວັນ ຮັກສາຄວາມຊົງຈໍາເອົາໄວ້.

ໃນຂນະດຽວກັນ, ຢູ່ທີ່ສຳນັກງານຂອງອົງການ Amnesty International ໃນLondon, ນັກສະແດງກຸ່ມຫນຶ່ງ ໄດ້ຝຶກຊ້ອມສາກນຶ່ງ ຈາກລະຄອນ ກ່ຽວກັບການສັງຫານຫມູ່ ຢູ່ບໍລິເວນ Tiananmen Square.

ເຂົາເຈົ້າ ຍ່າງເຂົ້າໄປກາງຫ້ອງຢ່າງຊ້າໆ, ກ່ອນຈະຍູ້ກັບໄປ ເພື່ອຕໍ່ສູ້ກັບພະລັງ ທີ່ເບິ່ງບໍ່ເຫັນ ພ້ອມກັບມີສຽງຕ່ຳໆ ດັງກ້ອງ.

ມັນເປັນສາກ ສະແດງໃຫ້ເຫັນ ເຖິງການປາບປາມ ຢູ່ບໍລິເວນ Tiananmen  Square ໃນປີ 1989 ເດືອນ 6 ວັນທີ 4 ທີ່ປັກກິ່ງ, ຊຶ່ງໃນໄລຍະນັ້ນ ກອງທັບໄດ້ຍິງປືນ ໃສ່ພວກປະທ້ວງ ເພື່ອປະຊາທິປະໄຕ ສົ່ງຜົນໃຫ້ຫລາຍຮ້ອຍຄົນ, ຫຼືເປັນອາດພັນຄົນ, ໄດ້ເສັຍຊີວິດ.

ລະຄອນ "May 35th" ໄດ້ຮັບການສນັບສນູນໂດຍ Amnesty International UK ແລະ Stage June Fourth ຊຶ່ງເປັນບໍຣິສັດໂຮງລະຄອນຮົງກົງ ໃນປະເທດອັງກິດ.

ມັນເລົ່າເລື່ອງຂອງຄູ່ຜົວເມັຍຜູ້ສູງອາຍຸ ທີ່ຢາກໄວ້ທຸກໃຫ້ກັບລູກຊາຍຂອງເຂົາເຈົ້າ ເຊິ່ງເສັຍຊີວິດ ໃນລະຫວ່າງການສັງຫານຫມູ່ໃນປີ 1989 ຢ່າງຖືກຕ້ອງ.

ລະຄອນເລື້ອງ "May 35th" ທີ່ຜລິດໃນລອນດອນ ໂດຍ Lit Ming-wai ຊຶ່ງເປັນສ່ວນນຶ່ງຂອງຊາວຮົງກົງ ທີ່ໄດ້ຍ້າຍໄປຢູ່ສະຫະຣາຊອານາຈັກອັງກິດ ພາຍຫຼັງການບັງຄັບກົດຫມາຍ ຄວາມໝັ້ນຄົງ ໃນປີ 2020.

ນັກສະແດງຫຼັກ ຂອງລະຄອນນັ້ນ ບໍ່ໄດ້ຖືກເປີດເຜີຍໂຕ ຍ້ອນເຫດຜົນດ້ານຄວາມປອດພັຍ, ພ້ອມດ້ວຍກຸ່ມນັກຮ້ອງຮອງ ບາງຄົນ ທີ່ປາກົດຢູ່ໃນສາກສຸດທ້າຍ ຂອງລະຄອນ.

ໃນລະຫວ່າງການຊ້ອມ, Ming-wai ໄດ້ນັ່ງກັບຜູ້ກຳກັບການ Kim Pearce ໃນ ຂນະທີ່ ພວກເຂົາເຈົ້າເບິ່ງສາກ ສຸດທ້າຍຢ່າງໃກ້ຊິດ.

ຜູ້ກຳກັບ Kim Pearce ກ່າວວ່າ ການເຮັດວຽກກັບໂຄງການນີ້ ໄດ້ເຮັດໃຫ້ຄວາມສຳພັນພັນ ຂອງນາງເລິກເຊິ່ງຍິ່ງຂຶ້ນ ກັບເຫດການ ໃນວັນແຫ່ງໂຊກຊາຕານັ້ນ.

" Ming-wai (ຜູ້ອຳນວຍການ) ຢາກໃຫ້ລະຄອນແບບນີ້ ເກີດຂຶ້ນ ຊຶ່ງເປັນການຖ່າຍທອດ. ນາງຢາກໃຫ້ຄົນຫລາຍຂຶ້ນ ໄດ້ສຳຜັດເລື່ອງເຫລົ່ານີ້ ແລະເຊື່ອມໂຍງໃນລະດັບຄວາມຮູ້ສຶກທີ່ເລິກເຊິ່ງ ເພາະນັ້ນ ເປັນວິທີດຽວເທົ່ານັ້ນ ທີ່ຄົນລຸ້ນທີ່ໄດ້ປະສົບກັບເລື່ອງນີ້ ຫລືຄົນລຸ້ນທີ່ພໍ່ແມ່ ຂອງເຂົາໄດ້ຕາຍໄປ, ລຸ້ນແມ່ Tiananmen ຈະມີອາຍຸສູງຂຶ້ນ ແລະເຖິງວາຣະສຸດທ້າຍຂອງຊີວິດ. ເຮົາຕ້ອງ ຊອກຫາວິທີຖ່າຍທອດຄວາມຫ່ວງໃຍນີ້, ຄວາມຮັກນີ້, ຄວາມຊົງຈໍາເຫຼົ່ານີ້, ໃຫ້ແກ່ຄົນລຸ້ນຕໍ່ໄປ."

ສຳລັບນັກວິຊາການ ທີ່ມີຊື່ສຽງ ກ່ຽວກັບ Tiananmen, Rowena He, ການຜລິດໄດ້ມີຜົນກະທົບຢ່າງເລິກເຊິ່ງ ຕໍ່ນາງ ເມື່ອນາງໄດ້ເບິ່ງລະຄອນນັ້ນ ໃນອາທິດຜ່ານມານີ້.

"'May 35th', ນັ້ນແມ່ນທີ່ມາຂອງຊື່, ແມ່ນບໍ? ທ່ານບໍ່ສາມາດເວົ້າເຖິງ ວັນທີ 4 ມິຖຸນາໄດ້ເລີຍ ເພາະມັນເປັນຄໍາທີ່ຖືກຫ້າມ ແລະ ນັ້ນແມ່ນເຫດຜົນທີ່ພວກເຮົາໃຊ້ ‘May 35th’. ແລະຂ້າພະເຈົ້າເອງ ໃນຖານະທີ່ເປັນນັກວິຊາການຂອງ Tiananmen ທີ່ຖືກຫ້າມຈາກດິນແດນນັ້ນເຊັ່ນກັນ. ດັ່ງນັ້ນ, ແນ່ນອນວ່າ ມັນເຮັດໃຫ້ມັນ ມີຄວາມສໍາຄັນຍິ່ງຂຶ້ນ. ມື້ຄືນນີ້ ຂ້າພະເຈົ້າໄດ້ນັ່ງຢູ່ທີ່ນັ້ນ. ຂ້າພະເຈົ້າໄດ້ຄິດວ່າ ບໍ່ມີສິ່ງໃດ ທີ່ຈະເຮັດໃຫ້ຂ້າພະເຈົ້າ ມີປະຕິກິຣິຍາໃນແບບຂ້າພະເຈົ້າຕອບຮັບ ທາງອາລົມ, ທາງຮ່າງກາຍ, ທາງຈິດໃຈ. ຂ້າພະເຈົ້າ ນອນບໍ່ຫຼັບຫມົດຄືນ. ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າ ໄດ້ຟື້ນຄວາມຫຼັງໃໝ່ ຕໍ່ທຸກໆລາຍລະອຽດ ຂອງລະຄອນ."

Ms He ມີ ອາຍຸ 17 ປີ ໃນຂນະທີ່ເກີດເຫດສັງຫານໝູ່ ແລະ ກໍາລັງໃຊ້ເວລາ ຊ່ວງວັນຄົບຮອບ ການເດີນທາງ ລະຫວ່າງສະຫະຣັດ, ອັງກິດ ແລະການາດາ ໂດຍໄດ້ກ່າວຄໍາປາສັຍ ຫຼາຍໆຄັ້ງ.

ປີກາຍນີ້ Ms He ໄດ້ສູນເສັຍຕໍາແຫນ່ງທາງວິຊາການຂອງລາວ ໃນຮົງກົງ ຫຼັງຈາກທີ່ເຈົ້າຫນ້າທີ່ໄດ້ປະຕິເສດ ທີ່ຈະຕໍ່ວີຊາຂອງລາວ.

"ຂ້າພະເຈົ້າເສັຍໃຈ ກັບຄວາມສູນເສັຍຂອງສ່ວນຕົວເອງ ແລະບາງທີ ສິ່ງສຸດທ້າຍທີ່ຂ້າພະເຈົ້າຄວນເຮັດ ແມ່ນສືບຕໍ່ເວົ້າກ່ຽວກັບ Tiananmen, ເພື່ອເຮັດໃຫ້ຕົວເອງ ເຈັບປວດອີກ. ແຕ່ຂ້າພະເຈົ້າຄິດວ່າ ມັນເປັນສິ່ງສໍາຄັນ, ພວກເຮົາສືບຕໍ່ເປັນສຽງ ແທນຜູ້ທີ່ບໍ່ສາມາດເວົ້າແທນຕົນເອງໄດ້ອີກຕໍ່ໄປ, ຊາວຫນຸ່ມລຸ້ນຂອງຂ້າພະເຈົ້າ ທີ່ຖືກອັດປາກຢ່າງຮຸນແຮງຢູ່ໃກ້ກັບ Square ໃນປີ 1989."

ກິດຈະກັມຕ່າງໆເຊັ່ນ "May 35th" ຊ່ອຍກະຕຸ້ນຄວາມຫວັງ ໃນບັນດາຫຼາຍໆຄົນ ແລະ ຕ້ານກັບຄວາມພະຍາຍາມທີ່ຮ້າຍແຮງ ເພື່ອລົບລ້າງການເຕືອນໃຈ ກ່ຽວກັບການປາບປາມ ໂດຍສະເພາະແມ່ນສິ່ງທີ່ເຫັນຢູ່ໃນຮົງກົງ.

ນຶ່ງໃນ ນັກສະແດງນັກຮ້ອງ ແມ່ນ Isaac Cheng ຊຶ່ງແມ່ນອະດີດຮອງປະທານກຸ່ມ Demosisto ທີ່ສນັບສນູນປະຊາທິປະໄຕ ຂອງ ຮົງກົງ.

ປັດຈຸບັນ ລາວອາສັຍຢູ່ໃນລອນດອນ, ລາວກ່າວວ່າ ຂ່າວສານຂອງ May35th ຍັງມີຄວາມກ່ຽວຂ້ອງເຊັ່ນເຄີຍ.

"ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງຢ້ຳເຕືອນຕໍ່ທຸກຄົນ, ເຖິງແມ່ນວ່າ ການສັງຫານໝູ່ ໃນວັນທີ 4 ຂອງເດືອນມິຖຸນາ ຈະຜ່ານມາ 35 ປີແລ້ວກໍຕາມ, ແຕ່ມັນບໍ່ເຄີຍສິ້ນສຸດລົງພຽງນັ້ນ. ມັນເປັນພຽງແຕ່ການຢຸດຊົ່ວຄາວເທົ່ານັ້ນ. ມັນມີ ຫຼາຍຢ່າງ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງ, ລວມທັງການປາບປາມພວກເຮົາ, ປາບປາມແມ່ (ຂອງຜູ້ເຄາະຮ້າຍ Tiananmen) ແລະພວກນັກຮົບ ເພື່ອເສຣີພາບ ແລະປະຊາຊົນທີ່ ສນັບສນູນປະຊາທິປະໄຕ."

Sue Thomas ຜູ້ຊົມການສະແດງ ກ່າວວ່າ ນາງ ຮູ້ສຶກສະເທືອນໃຈຈົນນ້ຳຕາໄຫລ.

"ຂ້າພະເຈົ້າຄິດວ່າ ມັນເປັນການສະແດງ ທີ່ສະເທືອນໃຈຢ່າງບໍ່ໜ້າເຊື່ອ ດ້ານໂສກນາດຕະກັມ ຂອງມະນຸດ ແລະຈາກມຸມມອງຂອງຄູ່ຜົວເມັຍ ທີ່ມີລູກພຽງຄົນດຽວເພາະນະໂຍບາຍລູກຄົນດຽວ ແລະໄດ້ສູນເສັຍລູກໄປ ໃນລັກສນະນັ້ນ ແລະບໍ່ສາມາດ ໄວ້ທຸກໃຫ້ລູກເລີຍ, ຂ້າພະເຈົ້າຄິດວ່າ ມັນລະຄອນທີ່ສະເທືອນໃຈຫລາຍ."

ເນື້ອເລື່ອງໂດຍ  Essam Al-Ghalib ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share