ທໍານຽບຂາວ ໄດ້ປະນາມການຊ້ອມຣົບທີ່ເພີ້ມທະວີຄວາມຮຸນແຮງຂຶ້ນຂອງຈີນຢູ່ອ້ອມໄຕ້ຫວັນວ່າ ເປັນການທ້າທາຍ ແລະ ບໍ່ມີຄວາມຮັບຜິດຊອບ.
ການຝຶກຊ້ອມ ຂນາດໃຫຍ່ໄດ້ເຂົ້າສູ່ວັນທີສີ່ແລ້ວ ໂດຍທີ່ ໄຕ້ຫວັນ ໄດ້ກ່າວຫາປັກກິ່ງວ່າ ຝຶກຊ້ອມເພື່ອທໍາການໂຈມຕີ ໂດຍສະເພາະ.
ແລະ ອອສເຕຣເລັຍ ກໍາລັງຖືກດຶງເຂົ້າສູ່ຂໍ້ພິພາດ ໂດຍທີ່ ສະຖານທູດຈີນ ໃນນະຄອນ Canberra ໄດ້ໂຈມຕີ ຣັຖບານ ທີ່ວິພາກວິຈານ ການໃຊ້ຂີປະນາວຸດ ຂອງປັກກິ່ງ ຢູ່ໃກ້ໄຕ້ຫວັນ.. Claudia Farhart ແລະ Claire Slattery ຣາຍງານ
ຢູ່ໃນເຂດນ່ານນໍ້າຂອງໄຕ້ຫວັນ, ຈີນພວມທໍາການຝຶກຊ້ອມດ້ວຍອາວຸດຈິງ ທີ່ຍິ່ງໃຫຍ່ທີ່ສຸດຈົນເຖິງປັດຈຸບັນ.
ພວກເຂົາໄດ້ເລີ່ມຕົ້ນຫລັງຈາກນາງ Nancy Pelosi ໂຄສົກຂອງ ຣັຖສະພາ ສະຫະຣັດອາເມຣິກາ ໄດ້ໄປຢ້ຽມຢາມໄຕ້ຫວັນ - ແລະບໍ່ໄດ້ສະແດງໃຫ້ເຫັນເຖິງການຜ່ອນເບົາລົງ.
ຣັຖບານ ອອສເຕຣເລັຍ ກໍລະມັດລະວັງທີ່ບໍ່ອອກຄວາມເຫັນ ກ່ຽວກັບ ການຢ້ຽມຢາມຂອງໂຄສົກຂອງຣັຖສະພາສະຫະຣັດຕລອດອາທິດ.
ແຕ່ໃນວັນສຸກ - ຣັຖມົນຕີການຕ່າງປະເທດ, ທ່ານນາງ Penny Wong ໄດ້ກ່າວຄໍາປາໄສບາງຢ່າງກ່ຽວກັບການຕອບໂຕ້ຂອງຈີນ.
ນາງໄດ້ເຂົ້າຮ່ວມກັບ ສະຫະຣັດອາເມຣິກາ ແລະ ຍີ່ປຸ່ນ ໃນການກ່າວວ່າ ກິດຈະກັມທາງທະຫານ 'ບໍ່ສົມສ່ວນ ແລະ ສ້າງຄວາມສັ່ນຄອນ'.
ຕອນນີ້ ສະຖານທູດ ຈີນ ປະຈໍາ ອອສເຕຣເລັຍ ໄດ້ປະນາມການຕອບໂຕ້ຂອງທ່ານນາງ Penny Wong ໂດຍ ກ່າວໃນຖແລງການສະບັບນີ້ວ່າ:
"ມັນເປັນເລື້ອງທີ່ຍອມຮັບບໍ່ໄດ້ຢ່າງເດັດຂາດ ສໍາລັບການກ່າວຫາຕໍ່ການກະທໍາ ທີ່ຊອບທັມຂອງຈີນ ເພື່ອປົກປ້ອງອະທິປະໄຕຂອງຣັດ. ອອສເຕຣເລັຍ ບໍ່ຄວນເຂົ້າຂ້າງ ແລະ ຕັດສິນຢ່າງບໍ່ຍຸດຕິທັມ. ພວກເຮົາຍັງຫວັງວ່າຝ່າຍອອສເຕຣເລັຍ... ບໍ່ສ້າງບັນຫາ ແລະ ຄວາມປັ່ນປ່ວນໃຫມ່ ໃນສາຍພົວພັນ ຈີນ-ອອສເຕຣເລັຍ."
ແຕ່ຣັຖບານ ກໍຍັງຢືນຢັດຢູ່ໃນຕໍາແຫນ່ງຂອງຕົນ.
ຣັຖມົນຕີພະລັງງານ, ທ່ານ Chris Bowen ໄດ້ບອກກັບ Channel Nine ວ່າ ອອສເຕຣເລັຍ ມີສິດທີ່ຈະສະແດງຄວາມຄິດເຫັນຂອງຕົນ.
"ການກະທໍາ ໂດຍຈີນແມ່ນບໍ່ສົມສ່ວນແລະມັນເປັນການສ້າງຄວາມສັ່ນຄອນ. ມັນໂພດເກີນໄປ. ແລະ ພາຍໃຕ້ ຣັຖບານ Albanese ພວກເຮົາຈະເວົ້າໃນສິ່ງທີ່ພວກເຮົາເຊື່ອ. ເຮົາຈະເອີ້ນມັນຕາມທີ່ເຮົາເຫັນ. ແລະພວກເຮົາຈະປະຕິບັດເພື່ອຜົນປໂຍດຂອງອອສເຕຣເລັຍ, ແລະສອດຄ່ອງກັບຄ່ານິຍົມຂອງພວກເຮົາ. ພວກເຮົາຈະເຮັດຢ່າງສງົບ, ຢ່າງລະມັດລະວັງ ແຕ່ພວກເຮົາຈະເວົ້າ ໃນສິ່ງທີ່ພວກເຮົາ ເຊື່ອວ່າຄວນຈະເກີດຂຶ້ນໃນພູມິພາກ, ແລະພວກເຮົາຈະອອກຖແລງການ ເຖິງແມ່ນວ່າ ປະເທດອື່ນໆ ຈະບໍ່ເຫັນດີກັບສິ່ງເຫຼົ່ານັ້ນກໍຕາມ. ເຮົາຈະອອກຖແລງການເຫລົ່ານັ້ນ ດ້ວຍຄວາມນັບຖື ແຕ່ຢ່າງຫນັກແຫນ້ນ."
ທ່ານ David Littleproud ຂອງ The Nationals ກໍໄດ້ບອກກັບ Channel Nine ວ່າ ຣັຖບານກໍາລັງໃຊ້ວິທີການທີ່ຖືກຕ້ອງ.
"ພວກເຂົາກໍາລັງດໍາເນີນຕໍ່ໄປຈາກສິ່ງທີ່ພວກເຮົາກໍາລັງເຮັດໃນຣັຖບານ. ຂ້າພະເຈົ້າຄິດວ່າ Penny Wong ກໍາລັງເຮັດວຽກໄດ້ດີ ໃນການພະຍາຍາມທີ່ຈະຫລຸດຄວາມຮຸນແຮງ ເພື່ອນໍາມາເຊິ່ງຄວາມສງົບ. ເພື່ອພະຍາຍາມທີ່ຈະມີສະຕິບາງຢ່າງ ກ່ຽວກັບເລື່ອງນີ້. ສະນັ້ນ ຂ້າພະເຈົ້າ ຄິດວ່າມັນເປັນສິ່ງສໍາຄັນ ທີ່ພວກ ເຮົາບໍ່ມີປະຕິກິຣິຍາແຮງເກີນໄປ ແຕ່ມັນກໍສົມມາສົມຄວນ ແລະ ຂ້າພະເຈົ້າຄິດວ່າ Penny Wong ໄດ້ເຮັດຢ່າງນັ້ນໂດຍ ສະເພາະກັບ ພັນທະມິດຂອງພວກເຮົາ- ຊາວຍີ່ປຸ່ນ."
ທ່ານ Clive Hamilton ຜູ້ຊ່ຽວຊານເຣື້ອງ ຈີນ ຈາກມະຫາວິທະຍາລັຍ Charles Sturt ກ່າວວ່າ ອອສເຕຣເລັຍ ຕ້ອງກຽມພ້ອມ ສໍາລັບການຍົກຣະດັບ ຕື່ມອີກ.
"ຂ້າພະເຈົ້າຄິດວ່າ ຄວາມເປັນໄປໄດ້ຂອງ ການປະຕິບັດ ທາງທະຫານບາງຢ່າງ ຂອງຈີນ ຕໍ່ໄຕ້ຫວັນ ແມ່ນສິ່ງທີ່ຄວນ ຈະເປັນປັດໄຈ ໃນການຄຳນວນທາງຍຸດທະສາດ . ເຮົາບໍ່ສາມາດ ຄາດເດົາປັກກິ່ງໄດ້. ພວກເຮົາຮູ້ວ່າ Xi Jingping ມີຄວາມມຸ່ງ
ໝັ້ນ ທີ່ຈະຍຶດຄືນການຄວບຄຸມ, ບຸກລຸກ ແລະຍຶດຄອງໄຕ້ຫວັນ. ສະນັ້ນ ອອສເຕຣເລັຍຕ້ອງ ຕຽມພ້ອມ ສໍາລັບ ຄວາມເປັນໄປໄດ້ນັ້ນ ໃນຂນະທີ່ເຮົາ ເຮັດສິ່ງ ທີ່ເຮົາ ສາມາດເຮັດໄດ້ ເພື່ອຈໍາກັດຄວາມເປັນໄປໄດ້ທີ່ຈະເກີດຂຶ້ນ."
ຄວາມເຄັ່ງຕຶງໃນທົ່ວໂລກທີ່ເພີ້ມຂຶ້ນນັ້ນ ສ່ວນນຶ່ງ ແມ່ນຢູ່ເບື້ອງຫລັງ ຂອງການທົບທວນ ກໍາລັງປ້ອງກັນ ທີ່ຣັຖບານ ໄດ້ມອບຫມາຍ ໃນສັບປະດາ ແລ້ວນີ້.
ຜົນການທົບທວນ ຍັງບໍ່ຮອດກຳໜົດຈົນກວ່າເດືອນມີນາໜ້າ.
ແຕ່ຝ່າຍຄ້ານກ່າວວ່າ ເຖິງເວລາແລ້ວ ທີ່ຈະເພີ່ມ ກໍາລັງປ້ອງກັນ ປະເທດໃຫ້ເຂັ້ມແຂງຂຶ້ນ.
ທ່ານ Andrew Hastie ໂຄສົກກະຊວງປ້ອງກັນປະເທດໄດ້ບອກກັບ ABC ວ່າ ຣັຖບານຄວນພັດທະນາໂຄງການ ຂີປະນາວຸດຂອງຕົນ ແລະ ເລັ່ງການສົ່ງມອບ ກໍາປັ່ນຣົບນິວເຄລັຍ ໃຫ້ໄວຂຶ້ນ.
"ຖ້າມີການຂັດແຍ້ງກັນ ຢູ່ອ້ອມໄຕ້ຫວັນ ບໍ່ວ່າພວກເຮົາ ຈະມີສ່ວນກ່ຽວຂ້ອງໂດຍກົງ ຫລື ທາງອ້ອມຢູ່ ໃນເຂດຮອບນອກ, ພວກເຮົາກໍຈະມີປັນຫາຢ່າງແນ່ນອນ. ແລະ ດ້ວຍເຫດນີ້ ເຮົາຈຶ່ງຕ້ອງສ້າງຄວາມເຂັ້ມແຂງໃນການປ້ອງກັນຂອງເຮົາ. ນັ້ນແມ່ນສາເຫດທີ່ເຮົາຕ້ອງໃຊ້ ການເປັນຜູ້ນຳທາງການເມືອງ ເປັນພິເສດ. ການເປັນຜູ້ນຳທາງການທູດ. ແລະ ນີ້ຄືສິ່ງທີ່ເຮົາຕ້ອງຄິດ ໃນຂນະທີ່ການທົບທວນທີ່ກຳລັງເປັນໄປ."
ເອກອັກຄະຣັຖທູດຈີນ ທ່ານ Xiao Qian ມີກຳໜົດຈະກ່າວຄໍາປາໄສຕໍ່ສະໂມສອນນັກຂ່າວແຫ່ງຊາດ ໃນວັນພຸດນີ້.
ເນື້ອເລື່ອງໂດຍ Claudia Farhart ແລະ Claire Slattery ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ