ການປ່ຽນແປງສະພາບອາກາດ ແລະການຜລິດເບັຍ.
ເມື່ອລະດູຮ້ອນໃກ້ເຂົ້າມາ, ບໍ່ມີຫຍັງທີ່ດຶງດູດໃຈ ຫລາຍໄປກວ່າ ເບັຍເຢັນໆ....ຈອກໃຫຍ່ໆ.
ຍົກເວັ້ນແຕ່ ສະພາບອາກາດທີ່ອົບອຸ່ນຂຶ້ນ, ເຮັດໃຫ້ການຜລິດເບັຍແຊບໆ ກໍາລັງກາຍເປັນເລື່ອງທ້າທາຍຫລາຍຂຶ້ນ.
ຜູ້ຄົນໃນປະເທດ Germany ກໍາລັງຕຽມໂຕ ສໍາລັບເທດສະການເບັຍOktoberfest. ການຜລິດເບັຍ ມີຄວາມສຳຄັນເກືອບທຽບເທົ່າ ສາສນາ.
ອຸດສະຫະກັມເບັຍ ກໍາລັງຊອກຫາວິທີ ທີ່ຈະເຮັດ Hops- ສ່ວນປະກອບທີ່ສໍາຄັນຂອງເບັຍ- ຕ້ານທານກັບອຸນຫະພູມ ແລະຄວາມແຫ້ງແລ້ງ ທີ່ເພີ່ມຂຶ້ນ.
Allan Lee ມີລາຍລະອຽດ.
ກະແຈສຳຄັນ ທີ່ຈະຕໍ່ສູ້ ກັບການປ່ຽນແປງສະພາບອາກາດ ທີ່ສ້າງຄວາມປັ່ນປ່ວນ ໃຫ້ແກ່ອຸດສະຫະກັມເບັຍ ຂອງ Germany ອາດຢູ່ໃນໂຮງງານເພາະເບັ້ຍ ທີ່ Society of Hop Research ຢູ່ທາງເຫນືອຂອງເມືອງ Munich.
ຕົ້ນເບັ້ຍໃຫມ່ຢູ່ທີ່ນີ້ ມີຫຼາຍຊະນິດ ທີ່ມາຈາກການຄົ້ນຄວ້າ, ການສຶກສາ ແລະປະເພນີ ຂອງຊາວເຢັຍລະມັນ ໃນການເຮັດໄຮ່Hops ແລະການ ຜລິດເບັຍ.
Walter König ແມ່ນຜູ້ອໍານວຍການ ຂອງ the Society of Hop Research.
"ຢູ່ທີ່ນີ້, ພວກເຮົາໄດ້ປູກຫລາຍກວ່າ 7,000 ເບັ້ຍທຸກປີ. ພວກມັນ ໄດ້ຖືກເລືອກ ຈາກເບັ້ຍອ່ອນໆ ຫລາຍກວ່າ 100,000 ຕົ້ນ. ແຕ່ພວກເຮົາ ໃຫ້ພະຍາດ ແລະສັດຕູຫລາຍຢ່າງ ແກ່ພວກເບັ້ຍເຫຼົ່ານັ້ນ ເພື່ອວ່າເບັ້ຍທີ່ຢູ່ໃນນີ້ ຈະເປັນເບັ້ຍທີ່ແຂງແຮງແທ້ໆ ທີ່ລອດຕາຍມາໄດ້"
ຈຸດປະສົງຂອງເຂົາເຈົ້າ ຄືການຜລິດພືດ Hops ທີ່ຈະໃຫຍ່ຂຶ້ນ ເຖິງເຈັດແມັດ ແລະຍັງແຂງແຮງ ພໍທີ່ຈະຕ້ານທານ ກັບພະຍາດ ແລະພັຍພິບັດຕ່າງໆ-ເຊັ່ນ ອຸນຫະພູມສູງ, ຄວາມແຫ້ງແລ້ງ ແລະໂຣກເຊື້ອແປ້ງ (Powdery Mildew) ທີ່ຫນ້າຢ້ານ ທີ່ສາມາດທໍາລາຍພືດຜົນທັງຫມົດໄດ້.
"ພັນໃຫມ່ເຫຼົ່ານີ້ ໃຫ້ກະສິກອນຂອງເຮົາ ມີໂອກາດທີ່ຈະມີລາຍໄດ້, ມີອາຊີບ ສໍາລັບຄົນລຸ້ນຕໍ່ໄປ ແລະໃຫ້ຜູ້ຜລິດເບັຍຂອງເຮົາ ມີພັນ Hops ທີ່ເຂົາເຈົ້າຕ້ອງການ ທັງໃນປັດຈຸບັນ ແລະອະນາຄົດ,"
ນັກຄົ້ນຄວ້າຫວັງວ່າ Hops ຈາກການປະສົມພັນພິເສດ ຈະເຕີບໂຕຂຶ້ນ ເປັນຊະນິດ ທີ່ຕ້ານທານ ກັບການປ່ຽນແປງ ຂອງສະພາບອາກາດ ແລະມີປະສິດທິພາບ ທາງການຄ້າ ຊຶ່ງໃນທີ່ສຸດ ຈະຖືກປຸງເປັນເບັຍ ທີ່ມີຢູ່ທົ່ວໂລກ.
ໃນທຸກຂັ້ນຕອນ, ຕົ້ນພືດ ຈະຖືກຮວມເຂົ້າ ໃນການສຶກສາ ໃນຫ້ອງຮຽນຂອງມະຫາວິທະຍາໄລ ແລະໂຮງຮຽນອາຊີວະສຶກສາ, ໂຮງງານເບັຍ ແລະຟາມ ທົ່ວປະເທດ Germany.
ການປ່ຽນແປງສະພາບອາກາດ ທີ່ເກີດຈາກມະນຸດ ໄດ້ເຮັດໃຫ້ໂລກຮ້ອນຂຶ້ນ, ແລະເພີ່ມຄວາມເປັນໄປໄດ້ ຂອງຄວາມແຫ້ງແລ້ງ ເປັນເວລານານ ແລະຝົນຕົກໜັກ.
Becker, ສາດສະດາຈານ ແລະປະທານດ້ານເທັກໂນໂລຈີ ການຜລິດເບັຍ ທີ່ the Technical University of Munich ກ່າວວ່າ ມັນສົ່ງຜົນກະທົບ ຕໍ່ກະສິກອນ ແລະການປະຕິບັດຂອງເຂົາເຈົ້າທົ່ວໂລກ, ຮ່ວມທັງ ໃນເຂດຜລິດເບັຍຂອງ Bavaria-ບ່ອນທີ່ ສິລປະ ແລະການ ຜລິດເບັຍ ທີ່ມີມາຫລາຍກວ່າພັນປີ.
"ການປ່ຽນແປງສະພາບອາກາດ ກໍາລັງເກີດຂຶ້ນ. ນີ້ແມ່ນຄວາມຈິງ. ທ່ານບໍ່ສາມາດສົງສັຍເລື່ອງນີ້ໄດ້. ແລະສໍາລັບພວກເຮົາ, ມັນສໍາຄັນທີ່ເຮົາຈະຄິດ ກ່ຽວກັບວິທະຍາສາດ ແລະການສຶກສາ ໃນລັກສນະດຽວກັນ, ໃນທິດທາງດຽວກັນ."
ສາດສະດາຈານ Thomas Becker ກ່າວວ່າ ຜົນຜລິດຂອງກະສິກອນ ກໍາລັງຫລຸດລົງ ຢ່າງວ່ອງໄວ, ແລະສິ່ງທີ່ເຫລືອຢູ່ ກໍແຕກຕ່າງຫລາຍ, ມັນບັງຄັບ ໃຫ້ຜູ້ຜລິດເບັຍ ຕ້ອງປ່ຽນສູດ (Recipe) ຂອງເຂົາເຈົ້າ ເພື່ອໃຫ້ໄດ້ຮັບຣົດຊາດເດີມຂອງເບັຍ.
ສາດສະດາຈານ Becker ດູແລໂຮງງານຄົ້ນຄວ້າເບັຍ ຂອງມະຫາວິທະຍາໄລ, ສອນນັກຮຽນ 400 ເຖິງ 500 ຄົນ ໃນໂຄງການຂອງລາວ ໃຫ້ຄິດກ່ຽວກັບການປ່ຽນແປງຂອງສະພາບອາກາດ ວ່າມັນສົ່ງຜົນກະທົບ ຕໍ່ອຸດສະຫະກັມເບັຍທັງຫມົດແນວໃດ, ຈາກດິນ ໄປຈົນເຖິງເບັຍໃນຂວດ ທີ່ຈະຂາຍຢູ່ໃນຕລາດການຄ້າ.
"ວັດຖຸດິບ ກໍາລັງປ່ຽນແປງໄປຕາມເວລາ, ກໍາລັງປ່ຽນແປງ ໄປຕາມສະພາບອາກາດ. ສະນັ້ນ, ພວກເຮົາ ຈຶ່ງມີຄຸນນະພາບທີ່ແຕກຕ່າງກັນ ເກືອບທຸກປີ. ແລະຄຸນນະພາບເຫລົ່ານີ້ ມີປະພຶດກັມທີ່ແຕກຕ່າງ ໃນຂັ້ນຕອນຕ່າງໆ. ແລະຜົນທີ່ຕາມມາກໍຄື ຜລິດພັນທີ່ຈະອອກມາ ໃນຕອນທ້າຍຂອງຂັ້ນຕອນ ກໍປ່ຽນແປງຫນ້ອຍຫນຶ່ງ ໃນຮູບຮ່າງ, ຣົດຊາດ, ຄຸນນະພາບ. ແລະນີ້ຄື ສິ່ງທີ່ເຮົາຕ້ອງຈັດການແທ້ໆ ແລະເຮົາຕ້ອງຫາທາງອອກ ວ່າເຮົາຈະແກ້ໄຂປັນຫາ ແລະປັບປຸງສິ່ງນີ້ໄດ້ແນວໃດ."
Professor Becker ຍັງທ້າທາຍນັກຮຽນຂອງລາວ ໃຫ້ຫລຸດຜ່ອນການໃຊ້ພະລັງງານ ໃນລະຫວ່າງການຜລິດເບັຍ ແລະສິ້ນສຸດດ້ວຍ ຜລິດຕະພັນທີ່ສາມາດເກັບໄວ້ໄດ້ດົນ ເພື່ອຈໍາກັດສິ່ງເສດເຫຼືອ.
ນັກສຶກສາ ຮຽນຮູ້ໄດ້ໄວວ່າ ມັນຍາກຫລາຍຂຶ້ນ ທີ່ຈະຜລິດເບັຍເຢັນໆ ຢູ່ເທິງໂລກທີ່ຮ້ອນຂຶ້ນ-ແລະມັນອາດຈະຍາກຫລາຍຂຶ້ນ, ອີງຕາມການຄົ້ນຄວ້າ ທີ່ຖືກພິມໃນວາຣະສານ Nature Communications ເມື່ອປີກາຍນີ້.
ນັກຄົ້ນຄວ້າ ຄາດການວ່າ ຜົນລະປູກຂອງ Hops ຈະຫລຸດລົງ 4 ຫາ 18 ເປີເຊັນ ໃນເຂດທີ່ປູກ Hops ໃນຢູໂຣບ ພາຍໃນປີ 2050 ຖ້າຫາກກະສິກອນ ບໍ່ປັບຕົວ ເຂົ້າກັບການປ່ຽນແປງ ຂອງສະພາບອາກາດ.
Andreas Widmann, ອາຍຸ32ປີ ເປັນກະສິກອນທີ່ປູກ Hops ລຸ້ນທີສີ່ ໃນBavaria, ໄດ້ສູນເສັຍຜົນຜລິດ 20 ເຖິງ 30 ເປີເຊັນ ໃນຫລາຍປີຜ່ານມາ ນີ້ ຫລັງຈາກລະດູຮ້ອນ ທີ່ທັງຮ້ອນ ແລະແຫ້ງແລ້ງ.
ຕອນນີ້ ລາວທໍາງານກັບຜູ້ຝຶກງານ ໃນຟາມຂອງລາວ ເພື່ອຊອກຫາວິທີ ທີ່ດີທີ່ສຸດ ໃນການໃຊ້ນ້ຳຢ່າງຍືນຍົງ ດ້ວຍຊົນລະປະທານ, ໃຊ້ຝຸ່ນຢ່າງມີປະສິດທິພາບ ແລະປູກ Hops ພັນໃຫມ່ ທີ່ສາມາດຮັບມືກັບການປ່ຽນແປງ ຂອງສະພາບອາກາດ ແລະຍັງສາມາດ ຂາຍໃຫ້ຜູ້ຜລິດເບັຍ ທີ່ຢາກຮັກສາຣົດຊາດດັ້ງເດີມ.
"ເບິ່ງໄປໃນອະນາຄົດ ຂອງການປູກ Hops ເປັນສິ່ງທີ່ຍາກສເມີ. ເພາະໃນດ້ານຫນຶ່ງ ມັນຂຶ້ນຢູ່ກັບການສນອງ (Supply) ແລະຄວາມຕ້ອງການ (Demand). ນັກຜລິດເບັຍ ຕ້ອງການ Hops ແບບໃດ? ໃນອີກດ້ານຫນຶ່ງ, ເຮົາເວົ້າວ່າ ແມ່ນແລ້ວ, ເຮົາຕ້ອງປູກ ພັນທີ່ທົນຕໍ່ອາກາດໄດ້ດີ. ບັດນີ້ ມັນເຖິງເວລາແລ້ວ ທີ່ຈະເຮັດການຕລາດຫລາຍຢ່າງ, ເພື່ອວ່າ ໃນທີ່ສຸດ ຜູ້ຜລິດເບັຍ ຈະມີຄວາມກ້າຫານ ແລະກ້າວໄປສູ່ພັນໃຫມ່. ເພາະເມື່ອນັ້ນ ເຮົາຈະຮູ້ສຶກປອດພັຍອີກ ໃນອະນາຄົດ."
Professor Becker ກ່າວວ່າ ເວລາກໍາລັງຈະໝົດລົງ ສໍາລັບກະສິກອນ ແລະອຸດສະຫະກັມເບັຍ ທີ່ຈະຊອກຫາທາງອອກ ທີ່ໄດ້ຜົນ.
"ຂ້າພະເຈົ້າຄິດວ່າ ເຮົາຕ້ອງໃຫ້ຄວາມຮູ້ແກ່ຜູ້ຄົນ, ນັກຮຽນຊາວຫນຸ່ມ, ໃນວິທີ ທີ່ເຂົາເຈົ້າເຂົ້າໃຈສິ່ງຕ່າງໆເຊັ່ນ: ຜົນສະທ້ອນ ຂອງການປ່ຽນແປງ ຂອງສະພາບອາກາດແມ່ນຫຍັງ, ໂດຍສະເພາະ ໃນເລື່ອງການປ່ຽນແປງ ຂອງວັດຖຸດິບ. ຖ້າຫາກເຂົາ ເຂົ້າໃຈສິ່ງເຫລົ່ານີ້, ເຂົາເຈົ້າ ກໍຈະສາມາດຊອກຫາທາງແກ້ໄຂ ສໍາລັບສະຖານະການໃຫມ່ ສໍາລັບ ສະພາບແວດລ້ອມໃຫມ່. ແລະນີ້ ກໍສໍາຄັນຫລາຍ. ຖ້າບໍ່ດັ່ງນັ້ນ ພວກເຮົາຈະບໍ່ສາມາດດຳເນີນຕໍ່ໄປ ໃນລັກສນະດຽວກັນ ກັບທີ່ພວກເຮົາໄດ້ເຮັດ ໃນຕອນທີ່ຜ່ານມາໄດ້"
ເນື້ອເລື່ອງໂດຍ Allan Lee ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.
ທ່ານສາມາດ ຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌