ເຫດການວິກິດຂອງຄວາມຮ້ອນໃນອອສເຕຣເລັຍ.
ສະພາສະພາບອາກາດ (The Climate Council) ເຕືອນວ່າ ເມືອງໃຫຍ່ທີ່ສຸດຂອງອອສເຕຣເລັຍ ອາດປະເຊີນກັບອຸນຫະພູມ ທີ່ຮ້ອນເຖິງຂັ້ນອັນຕະຣາຍ, ຍົກເວັ້ນແຕ່ຈະລົງມືເຮັດ ເພື່ອໃຫ້ການປ່ຽນແປງສະພາບອາກາດນັ້ນ ຊ້າລົງ.
ສະພາໄດ້ເຜີຍແພ່ 'ແຜນທີ່ຄວາມຮ້ອນ (Heatmap)' ຊຶ່ງສະແດງໃຫ້ເຫັນວ່າ ການຫລຸດຜ່ອນມົນລະພິດທາງພູມອາກາດ ຢ່າງຕໍ່ເນື່ອງສາມາດປົກປ້ອງ ຊາວອອສເຕຣເລັຍ ຈາກຜົນກະທົບທີ່ຮ້າຍແຮງທີ່ສຸດຂອງຄວາມຮ້ອນທີ່ສູງຂຶ້ນ.
Allan Lee ມີລາຍລະອຽດ.
“ວິກິດການເງິນເຟີ້ ແມ່ນເກີດຈາກການໃຊ້ຈ່າຍເງິນຢ່າງມະຫາສານເກີນໄປ ແລະລາຄາຂອງພະລັງງານທີ່ເພີ່ມຂຶ້ນ. ແລະດ້ວຍເຫດນີ້ ມື້ນີ້ຂ້າພະເຈົ້າ ຈຶ່ງຈະປະກາດເລື່ອງສຸກເສີນດ້ານພະລັງງານແຫ່ງຊາດນໍາອີກ. ພວກເຮົາຈະຕ້ອງເຈາະ, ແລະເຈາະຕື່ມອີກ"
ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ກ່າວໃນເດືອນມັງກອນວ່າ ຈະຖອນຕົວອອກຈາກຂໍ້ຕົກລົງ Paris (Paris Accord) ແລະໃຊ້ປໂຍດຈາກນ້້ຳມັນ ແລະ ແກັສສຳຮອງ ຈຳນວນຫລາຍ.
ສະພາສະພາບພູມອາກາດ (The Climate Council) ກ່າວວ່າ ຖ້າຫາກໂລກເຮັດຕາມແນວທາງນັ້ນ ແລະບໍ່ສາມາດຫລຸດຜ່ອນການເຜົາຜານເຊື້ອໄຟ fossil, ອອສເຕຣເລັຍ ຈະທົນທຸກຢູ່ກັບຄວາມຮ້ອນ ຫລາຍກວ່າເຄິ່ງຫນຶ່ງຂອງປີ.
ມີສັນຍານຂອງຄວາມຮ້ອນທີ່ເພີ່ມຂຶ້ນ, ໂດຍເດືອນແລ້ວນີ້ ຖືກບັນທຶກໄວ້ວ່າ ເປັນເດືອນມັງກອນ ທີ່ຮ້ອນທີ່ສຸດເປັນປວັດການ.
Samantha Burgess ເປັນຮອງຜູ້ອໍານວຍການຂອງ Copernicus Climate Change Service ເວົ້າວ່າ ແນວໂນ້ມນັ້ນ ຈະດໍາເນີນຕໍ່ໄປ.
"ພວກເຮົາຮູ້ວ່າ ເຫດການທີ່ຮ້າຍແຮງ, ຊຶ່ງເປັນບ່ອນທີ່ມະນຸດໄດ້ຮັບຜົນກະທົບຫລາຍທີ່ສຸດ, ມະນຸດ, ສັງຄົມ ແລະລະບົບນິເວດ ໄດ້ຮັບຜົນກະທົບຫລາຍທີ່ສຸດ ຈາກເຫດການທີ່ຮ້າຍແຮງ. ມັນເກີດຂຶ້ນເລື້ອຍໆ ແລະຮຸນແຮງຫລາຍຂຶ້ນ ອາກາດຂອງເຮົາກໍອຸ່ນຫລາຍຂຶ້ນ. ສະນັ້ນ, ໃນເວລານີ້ ເຮົາມີອຸນຫະພູມຢູ່ທີ່ 1.3 ອົງສາ (Celsius) ແລະໃນປີ 2024 ເຮົາໄດ້ເຫັນການສູນເສັຍຢ່າງຫລວງຫລາຍ ຈາກເຫດການທີ່ຮ້າຍແຮງ, ຈາກລົມພະຍຸ, ຈາກໄຟໄຫມ້ປ່າ. ສິ່ງເຫລົ່ານີ້ ຄາດວ່າຈະເກີດຂຶ້ນເລື້ອຍໆ ແລະຮຸນແຮງຫລາຍຂຶ້ນ ເມື່ອໂລກອົບອຸ່ນຂຶ້ນ."
ຢູ່ໃນອອສເຕຣເລັຍນີ້, Bureau of Meteorology ກ່າວວ່າ ປີ 2024 ເປັນປີທີ່ຮ້ອນທີ່ສຸດ ຄັ້ງທີສອງທີ່ຖືກບັນທຶກໄວ້.
ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ຜູ້ຄົນແລະອົງການຕ່າງໆ ຕ້ອງຕຽມພ້ອມຫລາຍກວ່າເກົ່າ ສໍາລັບເຫດການອາກາດ ທີ່ຮ້າຍແຮງ.
ລາວກ່າວວ່າ ການປ່ຽນແປງຂອງສະພາບອາກາດ ຈະກໍ່ໃຫ້ເກີດເຫດການທາງອາກາດ ທີ່ຮ້າຍແຮງຫລາຍກວ່າເກົ່າທົ່ວໂລກ, ຊຶ່ງນໍາໄປສູ່ພັຍພິບັດຫລາຍຂຶ້ນ.
"ວິທະຍາສາດບອກເຮົາວ່າ ຈະມີເຫດການທາງສະພາບອາກາດທີ່ຮ້າຍແຮງຫລາຍຂຶ້ນ ແລະມັນຈະຮຸນແຮງຫລາຍຂຶ້ນ. ແລະນັ້ນຄື ສິ່ງທີ່ເຮົາກໍາລັງເຫັນ ໃນໄລຍະຊຶ່ງບໍ່ແມ່ນພຽງແຕ່ຫລາຍປີ ແຕ່ເປັນເວລາຫລາຍສິບປີ. ພວກເຮົາ ກໍາລັງເຫັນປີທີ່ຮ້ອນທີ່ສຸດເປັນປວັດການ ເກືອບທຸກປີ ແລະພວກເຮົາກໍເຫັນເຫດການ ອາກາດທີ່ຮ້າຍແຮງຫລາຍກວ່າເກົ່າ ເຊັ່ນກັນ."
ແຜນທີ່ຄວາມຮ້ອນ (Heatmap)ໃຫມ່ ຂອງສະພາສະພາບອາກາດເປີດເຜີຍວ່າ ບາງເຂດຂອງປະເທດ ຈະຮ້ອນອົບເອົ້າຈົນເຖິງສອງສ່ວນສາມຂອງປີ ພ້ອມດ້ວຍອຸນຫະພູມ ສູງກວ່າ 35 ອົງສາ Celsius.
ໃນກໍລະນີ ທີ່ມີການປ່ອຍມົນລະພິດສູງ, ເຂດນອກເມືອງພາກເຫນືອຂອງ Sydney ເຊັ່ນ Willoughby ແລະ Turramurra, ຈະມີມື້ທີ່ຮ້ອນຫລາຍກວ່າສີ່ເທົ່າ ພາຍໃນປີ2090.
ພາກຕາເວັນຕົກຂອງ Sydney ສາມາດເຫັນມື້ທີ່ຮ້ອນອົບເອົ້າ ເຖິງສາມເທົ່າ.
ໂຕເລກກໍໃກ້ຄຽງກັນສໍາລັບ Melbourne, ແຕ່ Brisbane ສາມາດເຫັນການເພີ່ມຂຶ້ນ 12 ເທົ່າ ໃນມື້ທີ່ຮ້ອນອົບເອົ້າ ແລະ 33 ເທົ່າໃນຄືນທີ່ຮ້ອນ ໃນພາຍປີ 2090.
ນາຍແພດສາທາຣະນະ ແລະສະມາຊິກສະພາ ສະພາບອາກາດ, Dr Kate Charlesworth, ກ່າວວ່າ ຄວາມຮ້ອນຈະກະທົບກະເທືອນ ຕໍ່ບາງຄົນທີ່ບໍ່ສາມາດຮັບມືກັບມັນໄດ້.
"ສິ່ງຫນຶ່ງທີ່ໜ້າເປັນຫ່ວງແທ້ໆ ກ່ຽວກັບແຜນທີ່ຄວາມຮ້ອນ ຂອງສະພາສະພາບອາກາດ ແມ່ນວ່າ ມັນສະແດງໃຫ້ເຫັນວ່າ ເຂດເລືອກຕັ້ງທີ່ມີສັດສ່ວນຜູ້ສູງອາຍຸຫລາຍກວ່າ ຈະປະເຊີນກັບການເພີ່ມຂຶ້ນຫລາຍທີ່ສຸດ ໃນມື້ທີ່ຮ້ອນອົບເອົ້າ. ຍົກຕົວຢ່າງ, ເຂດເລືອກຕັ້ງ Lyne ທີ່ຢູ່ແຄມຝັ່ງທະເລ ພາກເຫນືອຂອງ NSW ມີຈໍານວນຜູ້ສູງອາຍຸຫລາຍທີ່ສຸດໃນປະເທດ ແລະຜູ້ຄົນເຫລົ່ານັ້ນ ຈະປະເຊີນກັບມື້ທີ່ຮ້ອນອົບເອົ້າ ຫລາຍຂຶ້ນ ເຖິງສາມເທົ່າ ໃນປີ 2050. ໃນເຂດເລືອກຕັ້ງ Cowper ທີ່ຢູ່ໃກ້ຄຽງ, ຊຶ່ງຢູ່ໃນເຂດແຄມຝັ່ງທະເລພາກເຫນືອຂອງ NSW ຄືກັນ, ຜູ້ອາສັຍເຫລົ່ານັ້ນ ຈະປະເຊີນກັບ 5 ເທົ່າຂອງມື້ທີ່ຮ້ອນອົບເອົ້າ ພາຍໃນປີ 2050."
ແລະນາງເວົ້າວ່າເດັກອ່ອນ ແລະເດັກນ້ອຍ ເປັນຫນຶ່ງໃນກຸ່ມ ທີ່ມີຄວາມສ່ຽງຫລາຍທີ່ສຸດ ຈາກຄວາມຮ້ອນ.
Dr Charlesworth ກ່າວວ່າ ເຂົາເຈົ້າສາມາດກາຍເປັນ 'ຄົນລຸ້ນທີ່ຮ້ອນອົບເອົ້າ (Sweltering Generation)''.
Greg Mullins ອະດີດເຈົ້າຫນ້າທີ່ດັບເພີງ ແລະກູ້ພັຍຂອງ New South Wales ກ່າວຕໍ່ 'Change Agents' podcast ຂອງ SBS ວ່າລາວຮູ້ເຖິງສະພາບອາກາດທີ່ຮ້າຍແຮງຫລາຍຂຶ້ນ ເປັນເວລາຫລາຍປີແລ້ວ.
"ໃນສະພາບແວດລ້ອມ, ການປ່ຽນແປງ ແມ່ນໃຫຍ່ກວ່ານັ້ນ. ແລະຂ້າພະເຈົ້າ ຫາກໍໄດ້ສັງເກດເຫັນວ່າ ລະດູໄຟໄຫມ້ ໄດ້ຍາວນານຂຶ້ນເລັກນ້ອຍ. ເລີ່ມຕົ້ນໄວກວ່າເກົ່າ, ສິ້ນສຸດຊ້າລົງ. ມັນມີເວລາໜ້ອຍທີ່ຈະເຜົາເພື່ອການຫລຸດຜ່ອນອັນຕະຣາຍ ເພາະມັນຈະຮ້ອນ ແລະລົມພັດແຮງເກີນໄປ. ແລະໄຟກໍຈະລາມໄປ. ແລະນັບແຕ່ກາງປີ 90, ເຫັນໄດ້ຢ່າງຊັດແຈ້ງວ່າ ມີບາງສິ່ງທີ່ສໍາຄັນ ກໍາລັງເກີດຂຶ້ນ ໃນສະພາບແວດລ້ອມ."
ລາວເວົ້າວ່າ ໃນໄລຍະໄຟໄຫມ້ Black Summer ຂອງອອສເຕຣເລັຍ, ມີບາງເວລາ ທີ່ອຸນຫະພູມສູງເຖິງ 50 ອົງສາ, ຊຶ່ງລາວບໍ່ເຄີຍຄິດວ່າ ຈະເປັນໄປໄດ້ ຕອນລາວເລີ່ມຕົ້ນ ເປັນຜູ້ດັບເພີງ.
ແຕ່ Dr Charlesworth ຈາກສະພາສະພາບອາກາດກ່າວວ່າ ມັນຍັງບໍ່ຊ້າເກີນໄປ ທີ່ຈະທຳການປ່ຽນແປງທີ່ຈໍາເປັນ.
"ແຜນທີ່ຄວາມຮ້ອນນີ້ ສະແດງໃຫ້ເຮົາເຫັນວ່າ ການຄາດຄະເນ ຈະເປັນແນວໃດ ສໍາລັບຄວາມຮ້ອນທີ່ສຸດ ຖ້າຫາກເຮົາຍັງເຜົາຖ່ານ, ນ້ຳມັນ ແລະແກັສຕໍ່ໄປ. ແຕ່ເຮົາມີທາງເລືອກ, ບັດນີ້ ເຮົາໄດ້ໃຊ້ພະລັງງານ 40% ຂອງໄຟຟ້າຂອງເຮົາ ຈາກພະລັງງານໃຫມ່, ຫນຶ່ງໃນສາມຄອບຄົວ ມີພະລັງງານແສງຕາເວັນ ຢູ່ເທິງຫລັງຄາ, ເຮົາພຽງແຕ່ຕ້ອງເຮັດໃຫ້ໄວຂຶ້ນ ເພື່ອປົກປ້ອງສຸຂະພາບ ແລະປົກປ້ອງອະນາຄົດຂອງເຮົາ."
ເນື້ອເລື່ອງໂດຍ Allan Lee ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌