ຈຸດສຳຄັນ:
- ມັນເປັນກົດບັງຄັບ ທີ່ຕ້ອງໃສ່ຫມວກກັນກະທົບ ເມື່ອຂີ່ຣົດຖີບ ໃນອອສເຕຣເລັຍ.
- ມີໂຄງຮ່າງສິ່ງອຳນວຍຄວາມສະດວກ ສຳລັບຣົດຖີບ ເຊັ່ນ ເສັ້ນທາງຣົດຖີບ ແລະເສັ້ນທາງຣົດຖີບໂດຍສະເພາະ.
- ມີໂອກາດຫລາຍຢ່າງ ທີ່ຈະມີສ່ວນຮ່ວມ ໃນການຂີ່ຣົດຖີບ, ເຊັ່ນ ຜ່ານກຸ່ມຂີ່ຣົດຖີບໃນຊຸມຊົນ ຫລືອົງກອນຂີ່ຣົດຖີບ ເພື່ອກິລາ.
ການເດີນທາງ ໂດຍການຂີ່ຣົດຖີບ ເປັນວິທີທີ່ດີທີ່ສຸດ ໃນການຮັກສາຮ່າງກາຍໃຫ້ແຂງແຮງ, ແລະຍັງເປັນການຂົນສົ່ງ ທີ່ສະດວກສະບາຍ ແລະລາຄາຖືກ ແລະດີ ກວ່າ ສໍາລັບສະພາບແວດລ້ອມ... ຫລາຍກວ່າການຂັບຣົດ.
ຈາກການສໍາຫລວດ ການມີສ່ວນຮ່ວມ ໃນການຍ່າງ ແລະການຂີ່ຣົດຖີບແຫ່ງຊາດ (), ໃນປີ 2023 ມີຊາວອອສເຕຣເລັຍ 9.52 ລ້ານຄົນ ທີ່ຂີ່ຣົດຖີບ. ດ້ວຍຈໍານວນຄົນທີ່ເພີ່ມຂຶ້ນເລື້ອຍໆ ທີ່ໃຊ້ການຂີ່ຣົດຖີບ ໃນການເດີນທາງເປັນປະຈໍາ.
Wayde Suchodolskiy ເປັນຜູ້ປະສານງານ ຜູ້ຂີ່ຣົດຖີບ ຂອງ Bicycle Network.
ລາວກ່າວວ່າ, "ບາງຄົນ ບໍ່ເຄີຍຮຽນຂີ່ຣົດຖີບຕອນເຂົາຍັງນ້ອຍ, ແຕ່ເທດສະບານທ້ອງຖິ່ນຫລາຍແຫ່ງ ມີໂຄງການ ສໍາລັບຜູ້ເລີ່ມຕົ້ນ, ໂດຍສະເພາະຜູ້ອົບພະຍົບ."
"ແລະຕາມປົກກະຕິແລ້ວ ທ່ານຈະພົບເຫັນສວນ ທີ່ມີທາງຣົດຖີບ ບ່ອນທີ່ທ່ານສາມາດຝຶກຊ້ອມ ເພື່ອໃຫ້ມີຄວາມຫມັ້ນໃຈ. ແລະຖ້າຫາກ ເປັນການຂີ່ຣົດຖີບ ເພື່ອການພັກຜ່ອນ, ການອອກກໍາລັງກາຍ ແລະຄວາມມ່ວນຊື່ນທາງສັງຄົມ ກໍມີກຸ່ມຂີ່ຣົດຖີບ ຫລາຍກຸ່ມ ທີ່ຕ້ອນຮັບສະມາຊິກໃຫມ່."
ຫລາຍຄົນ ຂີ່ຣົດຖີບໄປເຮັດວຽກ, ຊຶ່ງຫຼຸດຈໍານວນຣົດ ຢູ່ຕາມຖນົນ.
"ບໍ່ພຽງແຕ່ການຂີ່ຣົດຖີບໄປເຮັດວຽກ ຈະຊ່ອຍໃຫ້ທ່ານແຂງແຮງເທົ່ານັ້ນ, ແຕ່ສ່ວນຫລາຍແລ້ວ ມັນເປັນວິທີທີ່ໄວທີ່ສຸດ ແລະໄວ້ວາງໃຈໄດ້ທີ່ສຸດ ທີ່ຈະໄປເຮັດວຽກຕາມເວລາ," Wayde ກ່າວ.
"ທ່ານເກັບເຄື່ອງນຸ່ງເຮັດວຽກ ໄວ້ໃນຫ້ອງການ ແລະປ່ຽນເມື່ອໄປຮອດ.ການເດີນທາງເປັນປະຈໍາ ເປັນວິທີທີ່ດີ ທີ່ຈະຮັກສາສຸຂະພາບໃຫ້ແຂງແຮງ ແລະທ້ອນເງິນ. ທ່ານອາດຕ້ອງໃຊ້ເງິນຫນ້ອຍຫນຶ່ງ ໃນການຊື້ເຄື່ອງນຸ່ງຫົ່ມ ແລະອຸບປະກອນສຳລັບມື້ຝົນຕົກ ແລະຣົດຖີບທີ່ມີເຄື່ອງປ້ອງກັນຂີ້ຕົມ ຈະຊ່ວຍທ່ານຫຼາຍຂຶ້ນ."

ການຂີ່ຣົດຖີບໄປເຮັດວຽກ ມີປໂຍດຕໍ່ສຸຂະພາບ ແລະຫລຸດຈໍານວນຣົດ ຢູ່ຕາມຖນົນ. Credit: Nate Biddle/Pexels
Christina Neubauer ເປັນຜ ູ້ອໍານວຍການຂອງ Peonle on Bicycles ໃນ We.stern Australia, ຊຶ່ງເປັນວິສາຫະກິດເພື່ອສັງຄົມ ທີ່ຈັດຫາການອົບຣົມ ແລະຮຽນຂີ່ຣົດຖີບ, ດ້ວຍຈຸດປະສົງ ທີ່ຈະເຮັດໃຫ້ຜູ້ຄົນຂີ່ຣົດຖີບຫລາຍຂຶ້ນ.
"ພວກເຮົາ ຍັງມີການຝຶກຝົນ ໃຫ້ແກ່ຊຸມຊົນ ທີ່ຢາກສ້າງຄວາມຊໍານານ ແລະຄວາມຫມັ້ນໃຈຂອງເຂົາເຈົ້າ ເມື່ອຂີ່ຣົດຖີບກັບຄອບຄົວຂອງເຂົາເຈົ້າ ຫລືຖ້າຫາກເຂົາເຈົ້າ ບໍ່ໄດ້ຂີ່ຣົດຖີບເປັນເວລາຫລາຍປີດ້ວຍເປົ້າຫມາຍ ໃຫ້ຜູ້ຄົນເລີ່ມຂີ່ຣົດຖີບ," Christina ກ່າວ.
"ຍັງມີຜູ້ຈັດຫາໃນທ້ອງຖິ່ນ ທົ່ວປະເທດ ທີ່ຊ່ຽວຊານໃນການສອນຜູ້ໃຫຍ່ເຖິງວິທີຮຽນຂີ່."
ມັນສໍາຄັນ ທີ່ຈະຮູ້ຈັກວິທີຂີ່ຣົດຖີບ ຢ່າງປອດພັຍ.
"ຮູ້ຈັກຣົດຖີບຂອງທ່ານ ແລະຮັກສາມັນໄວ້ ໃນສະພາບການຂີ່ທີ່ປອດພັຍ. ປັບປຸງນິດສັຍພື້ນຖານການຂີ່ຣົດຖີບທີ່ປອດພັຍຂອງທ່ານ-ຄວບຄຸມຣົດຖີບຂອງທ່ານ, ຮູ້ວິທີຢຸດຣົດ, ຮູ້ວິທີໃຊ້ເກັຍ (gears), ຮູ້ວິທີຢຸດສຸກເສີນ, ຮູ້ວິທີກວດເບິ່ງທາງຫນ້າ ແລະທາງຫຼັງ, ແລະຮູ້ວິທີຊີ້ບອກສັນຍານ," Christina ກ່າວ.

Left: Wayde Suchodolskiy, The Bycyle Network. Right: Christina Neubauer, People on Bicycle.
ເຊິ່ງຮວມເຖິງ ການໃສ່ຫມວກກັນກະທົບສຳລັບຣົດຖີບສເມີ ເພື່ອປົກປ້ອງຕົວທ່ານເອງ ໃນກໍລະນີການເກີດອຸປະຕິເຫດ, Wayde ອະທິບາຍ.
"ອອສເຕຣເລັຍ ເປັນປະເທດທໍາອິດໃນໂລກ ທີ່ບັງຄັບໃຫ້ໃສ່ຫມວກກັນກຳທົບ. ທ່ານຕ້ອງໃສ່ມັນສເມີ ແລະຖ້າຫາກທ່ານບໍ່ປະຕິບັດ ຄ່າປັບ ໃໝ ອາດເປັນຈໍານວນຫລາຍ. ໃນຕອນກາງຄືນ ແລະໃນສະພາບອາກາດບໍ່ດີ, ທ່ານຕ້ອງມີໄຟຢູ່ໃນຣົດຖີບຂອງທ່ານ ທີ່ສາມາດເຫັນໄດ້ຈາກ 200 ແມັດ.
"ກົດຫມາຍກຳໜົດວ່າ ທ່ານຕ້ອງຢຸດທີ່ໄຟແດງ ແລະປ້າຍຢຸດສເມີ. ໃນຣັດສ່ວນຫລາຍ, ຜູ້ໃຫຍ່ຖືກຈໍາກັດ ບໍ່ໃຫ້ຂີ່ຣົດຖີບຕາມທາງຍ່າງ, ແຕ່ຕາມປົກກະຕິແລ້ວ ເດັກນ້ອຍຈະສາມາດເຮັດໄດ້.ແລະຢ່າຂີ່ຣົດຖີບ ພ້ອມກັບໂທຣະສັບມືຖືຂອງທ່ານ, ເຖິງຢ່າງໃດກໍຕາມ, ມັນເປັນສິ່ງບໍ່ຜິດກົດຫມາຍ ທີ່ຈະໃຊ້ກັບຫູຟັງ."

ມັນສຳຄັນ ທີ່ຄົນຂັບຣົດຈະເຫັນເຮົາ ຕອນເຮົາຂີ່ຣົດຖີບ. Credit: Jackie Alexander/Unsplash
"ເມື່ອພວກເຮົາ ມີຣົດຖີບຫລາຍຂຶ້ນຕາມຖນົນ ທົ່ວອອສເຕຣເລັຍ, ມັນກໍປອດພັຍຫລາຍຂຶ້ນ ທີ່ຈະຂີ່ຣົດຖີບ-ຜູ້ຂັບຣົດ ກໍາລັງປັບຕົວໃຫ້ເຂົ້າກັບການປາກົດໂຕຂອງພວກເຮົາ. ສິ່ງທີ່ດີທີ່ສຸດ ທີ່ທ່ານສາມາດເຮັດໄດ້ ແມ່ນໃຫ້ເອົາໃຈໃສ່ ກັບສິ່ງຮອບໂຕ ແລະຮູ້ຄວາມສຳຄັນ ແລະເຂົ້າໃຈຄວາມສ່ຽງ," Wayde ກ່າວ.
"ເມື່ອພວກເຮົາ ມີຣົດຖີບຫລາຍຂຶ້ນຕາມຖນົນ ທົ່ວອອສເຕຣເລັຍ, ມັນກໍປອດພັຍຫລາຍຂຶ້ນ ທີ່ຈະຂີ່ຣົດຖີບ-ຜູ້ຂັບຣົດ ກໍາລັງປັບຕົວໃຫ້ເຂົ້າກັບການປາກົດໂຕຂອງພວກເຮົາ. ສິ່ງທີ່ດີທີ່ສຸດ ທີ່ທ່ານສາມາດເຮັດໄດ້ ແມ່ນໃຫ້ເອົາໃຈໃສ່ ກັບສິ່ງຮອບໂຕ ແລະຮູ້ຄວາມສຳຄັນ ແລະເຂົ້າໃຈຄວາມສ່ຽງ," Wayde ກ່າວ.
ມີຣົດຖີບຫລາຍປະເພດ ຂຶ້ນກັບຈຸດປະສົງຂອງການຂີ່ຣົດຖີບ ທີ່ທ່ານວາງແຜນຈະຂີ່ຣົດຖີບ, ແລະຮ້ານຣົດຖີບໃນທ້ອງຖິ່ນຂອງທ່ານ ເປັນບ່ອນທີ່ມີ ປໂຍດໃນການຂໍຄໍາແນະນໍາ.
ມີຣົດຖີບຫລາຍປະເພດ ຂຶ້ນກັບຈຸດປະສົງຂອງການຂີ່ຣົດຖີບ ທີ່ທ່ານວາງແຜນຈະຂີ່ຣົດຖີບ, ແລະຮ້ານຣົດຖີບໃນທ້ອງຖິ່ນຂອງທ່ານ ເປັນບ່ອນທີ່ມີ ປໂຍດໃນການຂໍຄໍາແນະນໍາ.
"ການເດີນທາງສ່ວນໃຫຍ່ຂອງຣົດຂອງພວກເຮົາ ແມ່ນຫນ້ອຍກວ່າ 4ກິໂລແມັດ, ຊຶ່ງສາມາດປ່ຽນໄປໃຊ້ຣົດຖີບໄດ້ງ່າຍ. ຜູ້ທີ່ຄິດຢາກໃຊ້ຣົດຖີບ ແທນຣົດ ໃນການເດີນທາງໄລຍະໃກ້ ບໍ່ຈໍາເປັນຕ້ອງມີຣົດຖີບ ຫລືເຄື່ອງມືພິເສດໃດໆ. ຜູ້ທີ່ເດີນທາງໄກກວ່າ 15 ກິໂລແມັດ ຫລືຫລາຍກວ່ານັ້ນ-ອາດຕ້ອງມີການຕຽມພ້ອມບາງຢ່າງ. ເຂົາເຈົ້າ ຕ້ອງຄິດກ່ຽວກັບປະເພດຣົດຖີບທີ່ເຂົາຕ້ອງການ," Christina ກ່າວ.
ມັນເປັນການດີ ທີ່ຈະວາງແຜນການຂີ່ຣົດຖີບຂອງທ່ານ ກ່ອນທ່ານຈະອອກເດີນທາງ. ທ່ານສາມາດເຂົ້າໄປໃນບ່ອນ A ເຖິງ B ໃນ Google maps ແລະເລືອກການຂີ່ຣົດຖີບ ເປັນວິທີຂົນສົ່ງຂອງທ່ານ.
ຫລາຍເມືອງໃນອອສເຕຣເລັຍ ມີເສັ້ນທາງຣົດຖີບໂດຍສະເພາະ.
ທ່ານຈະພົບວ່າເສັ້ນທາງ off-road ຫລາຍເສັ້ນ ແມ່ນຢູ່ຕາມແມ່ນ້ຳ ແລະຫ້ວຍນ້ຳຕ່າງໆ ແລະເດີນທາງຜ່ານສະພາບແວດລ້ອມ ທີ່ໜ້າດຶງດູດໃຈຕາມທັມມະຊາດ, ແລະແນ່ນອນ, ມັນບໍ່ມີຣົດ." Wayde ກ່າວ.
ຖ້າຫາກທ່ານຢາກຂີ່ຣົດຖີບ, Christina Neubauer ອະທິບາຍວ່າ ມີທາງເລືອກຫລາຍຢ່າງ ທີ່ຈະຊອກຫາຜູ້ທີ່ມັກຂີ່ຣົດຖີບ ທີ່ມີຄວາມຄິດແບບດຽວກັນ.
"ການຂີ່ຣົດຖີບ ມີຄວາມຫມາຍຫລາຍຢ່າງ ສຳລັບແຕ່ລະຄົນ. ມັນແມ່ນການເດີນທາງ, ການໃຊ້ມັນເພື່ອການພັກຜ່ອນຂອງທ່ານ, ເພື່ອການອອກກໍາລັງກາຍໂດຍສະເພາະ, ໄລຍະທາງ ແລະຄວາມໄວ, ການຂີ່ຣົດຖີບວິບາກ, ການຂີ່ຣົດຖີບ BMX. ການຂີ່ຣົດຖີບທັງຫມົດນີ້ ມີອົງກອນຂອງຕົນເອງ, ສະໂມສອນກິລາ ແລະສະໂມສອນສັງຄົມ ທີ່ສົ່ງເສີມຜູ້ຄົນທີ່ສົນໃຈເລື້ອງນີ້," Christina ອະທິບາຍ.
ໃນບາງເຂດ ມີສິ່ງທີ່ເອີ້ນວ່າ ກຸ່ມຜູ້ໃຊ້ຣົດຖີບ (Bicycle User Groups), ຫຼື BUG, ທີ່ຈັດ ການຂີ່ຣົດຖີບທາງສັງຄົມ, ແລະເພື່ອຣົນນະຣົງຣັຖບານ ແລະເທດສະບານ ສໍາລັບສະຖານທີ່ທີ່ດີກວ່າ.
ກຸ່ມຂີ່ຣົດຖີບເລັກໆນ້ອຍໆ ກໍສາມາດພົບເຫັນໄດ້ທາງສື່ສານມວນຊົນ, ຊຶ່ງຈັດຫາລະດັບການອອກກຳລັງກາຍ ແລະປະສົບການທີ່ແຕກຕ່າງກັນ.
Christina ຢາກເຫັນຄວາມແຕກຕ່າງຫລາຍຂຶ້ນ ໃນຜູ້ທີ່ຂີ່ຣົດຖີບ.
"ພວກເຮົາຢາກເຫັນ ຜູ້ຍິງຫລາຍກວ່າເກົ່າ, ຊຶ່ງໂດຍທົ່ວໄປແລ້ວ ບໍ່ມັກການສ່ຽງ ເຊັ່ນດຽວກັບເດັກນ້ອຍ."
ສໍາລັບຂໍ້ມູນເພີ່ມເຕີມ ກ່ຽວກັບການຂີ່ຣົດຖີບ ໃນອອສເຕຣເລັຍ, ໃຫ້ໄປທີ່:
ເນື້ອເລື່ອງໂດຍ Phil Tucak ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.