ຄົບຮອບ 50 ປີຂອງລົມພະຍຸ ເຂດຮ້ອນ (Tropical Cyclone) Tracy.

Disaster Cyclon  Tracy  Australia

ຮູບທີ່ຖ່າຍໃນເດືອນ ທັນວາ 1974 ຂອງ ເມືອງ Darwin ທີ່ສະແດງໃຫ້ເຫັນເຖິງຄວາມເສັຍຫາຍ ເພພັງ ຫຼັງຈາກ ພາຍຸ Tracy ໄດ້ຜ່ານໄປໃນມື້ ຄຣິສມັສ ແລະໄດ້ເປັນສາເຫດຂອງການເສັຍຊີວິດ ແລະບາດເຈັບ ຂອງປະຊາຊົນ. Credit: AP

ໃນວັນ ຄຣິສມັສ ປີ 1974, ພາຍຸເຂດຮ້ອນ Tracy ໄດ້ທຳລາຍເມືອງ Darwin ແລະໄດ້ສ້າງຄວາມເສັຍຫາຍແກ່ຊັບສິນ ແລະຊີວິດຂອງປະຊາຊົນ. ປີນີ້ ກໍແມ່ນມື້ຄົບຮອບ 50 ປີຂອງພັຍພິບັດນັ້ນ ຊຶ່ງຍັງຢູ່ໃນຄວາມຊົງຈຳ ຂອງຜູ້ທີ່ປະສົບກັບມັນ.


ຄົບຮອບ 50 ປີຂອງລົມພະຍຸ ເຂດຮ້ອນ (Tropical Cyclone) Tracy.

ໃນຕອນເຊົ້າຂອງວັນຄຣິດສະມັສ ປີ 1974, ລົມພະຍຸ Cyclone ເຂດຮ້ອນ (Tropical Cyclone) ໄດ້ພັດຜ່ານເມືອງ Darwin... ແລະໄດ້ປະຮອຍ ທີ່ລຶບບໍ່ອອກ ໄວ້ໃຫ້ເມືອງ ແລະຜູ້ຄົນ.

ລົມພະຍຸ Cyclone ເຂດຮ້ອນ (Tropical Cyclone) ທີ່ຮຸນແຮງ Tracy ຊຶ່ງຖືວ່າ ເປັນໜຶ່ງຂອງລົມພະຍຸ Cyclone ທີ່ສໍາຄັນທີ່ສຸດໃນປວັດສາດຂອງອອສເຕຣເລັຍ.

ມັນເຮັດໃຫ້ມີຜູ້ເສັຍຊີວິດ 66 ຄົນ ແລະຫລາຍກວ່າ 600 ຄົນໄດ້ຮັບບາດເຈັບ.

ອາຄານປະມານ 8 ໃນ 10 ຫຼັງ ຖືກທໍາລາຍ ຫຼືເສັຍຫາຍຢ່າງໜັກ... ພ້ອມດ້ວຍຄ່າເສັຍຫາຍ ໃນການທໍາຄວາມສະອາດ ຫລາຍກວ່າສີ່ພັນລ້ານໂດລາ ໃນຕົວເລກປັດຈຸບັນ.

SBS ໄດ້ໂອ້ລົມ ກັບຜູ້ທີ່ລອດຊີວິດຈາກພະຍຸ Cyclone Tracy.

ເຂົາເຈົ້າເວົ້າວ່າ ເຖິງແມ່ນວ່າເວລາໄດ້ຜ່ານໄປ 50 ປີແລ້ວກໍຕາມ, ແຕ່ຄວາມຊົງຈໍາ ຂອງຄຣິດສະມັສ ປີ 1974 ຍັງບໍ່ທັນຈາງຫາຍເທື່ອ.

“ມີສຽງລົມດັງກ້ອງ, ແຮງ ແລະດັງແຮງຫຼາຍ.”

“ເມື່ອລົມພະຍຸມາຮອດ, ລົມນັ້ນຮ້າຍແຮງຫລາຍ. ຂ້ອຍບໍ່ຢາກໄດ້ຍິນລົມແບບນັ້ນອີກ. ແລະຝົນກໍຕົກລົງມາທຸກບ່ອນ. ປ່ອງຢ້ຽມແກ້ວຂອງເຮືອນກໍແຕກ. ນ້ຳຖ້ວມເຮືອນ. ນ້ຳຢູ່ອ້ອມຮອບເຮືອນ.”

“ມັນຄືກັບວ່າ 'ໂອ້.... ພຣະເຈົ້າ, ມັນເກີດຫຍັງຂຶ້ນ'....ປານກັບຖືກລະເບີດ.”

“ບໍ່ມີໃຜເຊື່ອວ່າ ເມືອງຫລວງຈະຖືກທໍາລາຍ ພາຍໃນຫົກຊົ່ວໂມງ. ນັ້ນເປັນໄປບໍ່ໄດ້. ແຕ່ມັນກໍເກີດຂຶ້ນ.”

ເມື່ອເຄິ່ງສັດຕະວັດກ່ອນ ໃນວັນຄຣິດສະມັສ ຮູບພາບຂອງເມືອງ ທີ່ພັງທະລາຍຢູ່ພາກເໜືອອອສເຕຣເລັຍ ໄດ້ເຮັດໃຫ້ສ່ວນອື່ນໆຂອງປະເທດ ຕ້ອງຕົກຕະລຶງ.

ສໍາລັບ Cesarina Gonzadi ອາຍຸ 89 ປີ, ບຸນຄຣິດສະມັສໃນ Darwin ເຕັມໄປດ້ວຍຄວາມສຸກສເມີ.

“ພວກເຮົາກຳລັງເຮັດອາຫານ ຢູ່ໃນຫົນທາງ ທີ່ຂ້ອຍອາສັຍຢູ່. ທຸກຄອບຄົວ ໄດ້ເຮັດອາຫານທີ່ແຕກຕ່າງກັນ, ຂ້ອຍກໍຄືກັນ. ຂ້ອຍມາຈາກປະເທດອີຕາລີ. ຂ້ອຍກໍເຮັດອາຫານ ຈາກເມືອງຂອງຂ້ອຍ.”

ໃນທັນໃດນັ້ນ, ເມືອງທີ່ມີຜູ້ອາສັຍຢູ່ຫນ້ອຍກວ່າ 50,000 ຄົນ ໄດ້ຖືກທໍາລາຍເກືອບທັງຫມົດ.

Emilio Gonzadi ລູກຊາຍຂອງ Cesarina ອາຍຸຫົກປີ ຕອນເກີດພະຍຸ Cyclone.

ລາວຈື່ໄດ້ດີວ່າ ຕອນພໍ່ຂອງລາວ ກໍາລັງສ້ອມແປງຫລັງຄາເຮືອນຂອງເຂົາເຈົ້າ,ໃນຂນະທີ່ສູນກາງຂອງພະຍຸໄດ້ຜ່ານໄປ.

“ລາວໄດ້ແລ່ນອອກໄປ ພ້ອມກັບຖົງຕະປູ ແລະເລີ່ມຕອກຕະປູ ໃສ່ສ່ວນຫນຶ່ງຂອງຫລັງຄາ ທີ່ເພພັງ ແລະນັ້ນຄືຕອນທີ່ພວກເດັກນ້ອຍ ໄດ້ຮຽນຄໍາດ່າ ເປັນພາສາອີຕາລີ ເພາະແມ່ຂອງຂ້ອຍໃຈຮ້າຍໃຫ້ພໍ່ ແລະເອີ້ນລາວທຸກຢ່າງທີ່ແມ່ເຮົາຮູ້. ໃນທີ່ສຸດ ພໍ່ກໍກັບມາຫລັງຈາກນັ້ນ, ແລະນັ້ນຄື ຕອນທີ່ສ່ວນທີສອງຂອງ Tracy ໄດ້ມາຮອດ ແລະນັ້ນຄືຕອນທີ່ມັນຮຸນແຮງຂຶ້ນ. ມັນເກີດຂຶ້ນຢ່າງໄວ, ມັນເປັນຕາຢ້ານຫລາຍ. ມັນເປັນລົມທີ່ແຮງຫຼາຍ ແລະມີຝົນນຳອີກ. ດັ່ງທີ່ແມ່ເວົ້າ, ລົມຝົນພັດມາຈາກທຸກທິດທາງ.”

Andrew Demetriou ອາຍຸ 19 ປີ.

ລາວໄດ້ອອກໄປຫລິ້ນກັບຫມູ່ ໃນຄືນກ່ອນວັນຄຣິດສະມັສ, ແຕ່ການກັບບ້ານ ໃນເຊົ້າມື້ຕໍ່ມາ ແມ່ນສິ່ງທີ່ຍາກທີ່ສຸດ.

“ຂ້ອຍເຫັນເຮືອນຂອງພວກເຮົາ, ມີກໍາແພງສອງສາມບ່ອນທີ່ຍັງຕັ້ງຢູ່ ແຕ່ສ່ວນທີ່ເຫລືອ ຂອງເຮືອນໄດ້ຫາຍໄປ. ຂ້ອຍຕົກໃຈ, ແລະຂ້ອຍໄດ້ແລ່ນເຂົ້າໄປໃນເຮືອນ ແລະຂ້ອຍບໍ່ພົບພໍ່ແມ່ ຫລືນ້ອງຊາຍຂອງຂ້ອຍ. ຂ້ອຍຕົກໃຈຫລາຍ. ນັ້ນອາດເປັນຜົນກະທົບທີ່ຍິ່ງໃຫຍ່ທີ່ສຸດ. ມັນໄດ້ກະທົບໃຈຂ້ອຍແທ້ໆ.”

Tracy ບໍ່ໄດ້ເປັນພະຍຸ Cyclone ທີ່ຮ້າຍແຮງທີ່ສຸດ ທີ່ຖືກບັນທຶກໄວ້ໃນອອສເຕຣເລັຍ, ແຕ່ເສັ້ນທາງຂອງມັນ ຜ່ານ Darwin ໂດຍກົງໄດ້ທໍາລາຍເມືອງນີ້.

ສຳນັກງານອຸຕຸນິຍົມ ໄດ້ບັນທຶກຄວາມໄວຂອງລົມ 217 ກິໂລແມັດຕໍ່ຊົ່ວໂມງ ກ່ອນເຄື່ອງວັດແທກຂອງມັນ ຈະຖືກທໍາລາຍ.

Lloyd Stumer ເປັນນັກອຸຕຸນິຍົມໃນ Darwin, ແລະໄດ້ຕິດຕາມເບິ່ງລົມພະຍຸ Cyclone ໃນຂນະທີ່ມັນມຸ້ງຫນ້າໄປຫາ Darwin.

“ມັນເປັນເລື່ອງ ທີ່ບໍ່ຄືຄວາມຈິງ ເພາະທ່ານກໍາລັງເບິ່ງສັດປລາດໂຕນີ້ ກໍາລັງມຸ້ງຫນ້າໄປຫາ Darwin ແລະມັນກຳລັງແນໃສ່ໂຕທ່ານຢູ່. ທ່ານມີການສັງເກດການ ຈາກສະຖານີອາກາດອັດຕະໂນມັດ ບອກວ່າສິ່ງນີ້ ເປັນອັນຕະຣາຍຫລາຍ, ຈະມີການເສັຍຊີວິດຂອງຜູ້ຄົນ. ມັນຮ້າຍແຮງຫລາຍ, ແຕ່ທ່ານຫວັງສເມີວ່າ ສິ່ງນີ້ຈະປ່ຽນທິດທາງ ກ່ອນທີ່ມັນຈະມາຮອດ. ນັ້ນເປັນທັມມະຊາດຂອງມະນຸດ. ເມື່ອສິ່ງນີ້ໃກ້ເຂົ້າມາ, ຂ້າພະເຈົ້າໄດ້ຄິດວ່າ 'ບໍ່....ມັນຕ້ອງປ່ຽນທິດທາງ, ມັນຈະບໍ່ເກີດຂຶ້ນກັບຂ້າພະເຈົ້າ, ຂ້າພະເຈົ້າເປັນຄົນດີ, ແລະມັນຈະບໍ່ທຳລາຍພວກເຮົາ'.”

ແຕ່ເມື່ອພະຍຸ Cyclone ມາຮອດ, Mr Stumer ແລະທີມຄົນອື່ນໆຂອງລາວ ຢູ່ຫ້ອງການ ອາກາດຮູ້ສຶກເຖິງຄວາມຮຸນແຮງຂອງມັນ.

“ຢູ່ຊັ້ນທີ 8, ຂ້າພະເຈົ້າຮູ້ວ່າ ຫລາຍຄົນຄິດວ່າ ຜູ້ຄົນຄິດວ່າ ຫ້ອງການອຸຕຸນິຍົມ (Meteorology) ບໍ່ຫລຽວເບິ່ງອອກນອກປ່ອງຢ້ຽມ ແຕ່ແນ່ນອນວ່າ ພວກເຮົາໄດ້ຫລຽວອອກໄປນອກປ່ອງຢ້ຽມໃນຄືນນັ້ນ. ຝາກໍເຄື່ອນຍ້າຍຢູ່ເທິງພື້ນ-ນີ້ເປັນຝາ concrete ທີ່ທົນກັບຄວາມອັດແຮງ-ແລະມັນກໍງໍ. ພວກມັນໄດ້ເຄື່ອນສອງສາມຊັງຕີແມັດ ຕາມພື້ນ. ພວກມັນເບິ່ງຄືວ່າ ພ້ອມແລ້ວທີ່ຈະຫັກ. ພວກເຮົາຄິດວ່າ, 'ຖ້າຫາກມັນຫັກ, ພວກເຮົາຄົງຈະໄປພ້ອມກັບມັນ’.”

50 ປີຫຼັງຈາກພັຍພິບັດ, Mr Stumer ຍັງຮູ້ສຶກສະເທືອນໃຈ ເມື່ອຄຶດເຖິງຕອນເກີດພະຍຸ Cyclone.

“ປະມານທ່ຽງຄືນ ຂ້ອຍຮູ້ວ່າ ນັກອຸຕຸນິຍົມຄົນຫນຶ່ງຕົກໃຈຫຼາຍ. ລາວກໍາລັງເວົ້າລົມກັບເມັຍຂອງລາວ ແລະນາງກໍໄດ້ຮ້ອງຂຶ້ນ... ແລະລາວຄິດວ່າ ນາງຖືກຂ້າຕາຍ. ທຸກຄົນກໍມີຄວາມກັງວົນຫລາຍ, ແຕ່ພວກເຮົາໄດ້ເຮັດຫນ້າທີ່ຂອງພວກເຮົາ ແລະໂຊກດີ ທີ່ຄົນສ່ວນຫລາຍ ໄດ້ລອດຊີວິດ. ແຕ່ມັນເປັນຫນ້າຢ້ານກົວຫລາຍ.”

Samantha Trott ຫາກໍໄດ້ຍ້າຍໄປຢູ່ Darwin ແປດເດືອນກ່ອນເກີດພັຍພິບັດ.

ນາງຍັງນ້ອຍຢູ່, ແຕ່ຈື່ໄດ້ຢ່າງຊັດເຈນວ່າ ຫລັງຄາເຮືອນຂອງນາງ ຖືກຍົກຂຶ້ນດ້ວຍແຮງຂອງລົມ.

“ແນ່ນອນວ່າ ມັນເປັນຫນ້າຢ້ານກົວ ເພາະທ່ານຄິດວ່າ ເຮືອນຫລັງຫນຶ່ງຖືກສ້າງຂຶ້ນຢ່າງຫມັ້ນຄົງ. ແລ້ວຮູ້ສຶກວ່າ ເຮືອນທັງຫຼັງສັ່ນສະເທືອນ ຈົນຫລັງຄາແຕກ ແລະແລ້ວມັນກໍມີສຽງດັງສນັ່ນ. ມັນເປັນຄືກັນກັບ ການທື້ນຢ່າງກະທັນຫັນ ຄືກັບຕອນທ່ານຢູ່ໃນ lift. ທັນໃດນັ້ນ ມັນກໍສັ່ນສະເທືອນຢູ່ທີ່ພື້ນ. ມັນເປັນແບບນັ້ນ ແຕ່ມັນຈະແຮງກວ່າເຖິງສິບເທົ່າ ຫລືປະມານນັ້ນ. ໃນຄວາມຮູ້ສຶກ ຂ້ອຍສົງສັຍວ່າ ຂ້ອຍຈະຖືກລົມດູດອອກຈາກເຮືອນ. ນັ້ນຂ້ອຍຈຶ່ງຈ່ອງຄົນ, ສິ່ງຂອງ, ຫຼືສິ່ງໃດກໍຕາມ ທີ່ຂ້ອຍສາມາດຈ່ອງໄດ້.”

ນາງໄດ້ບັນຍາຍວ່າ ຫລັງຈາກພະຍຸ Cyclone ໄດ້ຜ່ານພົ້ນໄປ, ເມືອງນີ້ເກືອບຈະບໍ່ມີສີສັນ.

“ພວກເຮົາໄດ້ຍ່າງອອກໄປ ແລະເລີ່ມເບິ່ງຢູ່ຮອບໂຕ, ແລະມັນເບິ່ງຄືວ່າເປັນຮູບພາບບາງຢ່າງທີ່ທ່ານເຫັນຢູ່ໃນເຂດສົງຄາມ. ມີແຕ່ເສດຫັກພັງຢູ່ທົ່ວໄປ. ພາບທັງຫມົດ ເກືອບເປັນສີຂີ້ເທົ່າ. ທຸກສິ່ງທຸກຢ່າງເປັນສີຂີ້ເທົ່າ. ມີສີສັນພຽງເລັກນ້ອຍໃນບາງສິ່ງ. ຫລັງຄາສັງກະສີ ທີ່ພັບ ແລະງໍ, ເສດຂອງຝາເຮືອນ, ຝາທີ່ຫັກພັງ, ສາຍໄຟຈາກຝາເຮືອນມີຢູ່ທົ່ວໄປ, ແລະເສື້ອຜ້າ ແລະຂອງຫລິ້ນ. ມັນເປັນພຽງຄວາມຮົກຂນາດໃຫຍ່, ແລະແມ່ນແລ້ວ ມັນເບິ່ງຄືວ່າ ມັນເປັນຮູບພາບ ທີ່ທ່ານເຫັນຢູ່ໃນເຂດສົງຄາມ.”

ນາງເປັນຄົນຫນຶ່ງ ໃນຈໍານວນຫລາຍກວ່າສາມສ່ວນສີ່ ຂອງຈໍານວນພົນລະເມືອງ ທີ່ຖືກບັງຄັບ ໃຫ້ອົບພະຍົບອອກຈາກເມືອງ.

Jared Archibald ເປັນຜູ້ດູແລພິພິດທະພັນປວັດສາດ ແລະພິພິດທະພັນສິລປະຂອງ Northern Territory.

ລາວເວົ້າວ່າ ຄວາມພະຍາຍາມ ໃນການທໍາຄວາມສະອາດ ແລະສ້ອມແປງຄືນໃຫມ່ ເປັນວຽກອັນໃຫຍ່ຫລວງ.

“ທຸກຄົນໄດ້ທໍາງານນໍາກັນ ເພື່ອທຳຄວາມສະອາດ Darwin ແລະແລ້ວການກໍ່ສ້າງ ໃໝ່ກໍເລີ່ມຕົ້ນ. ບໍຣິສັດກໍ່ສ້າງຈາກທົ່ວອອສເຕຣເລັຍ ໄດ້ມາທີ່ Darwin. ກຸ່ມunion ກໍມາ, ບໍ່ມີໃຜທີ່ຈະບໍ່ມາ. ມັນເປັນສິ່ງທີ່ຫນ້າອັດສະຈັນແທ້ໆ. ການຕອບຮັບຈາກປະເທດຊາດ ເປັນສິ່ງທີ່ຫນ້າອັດສະຈັນໃຈທີ່ສຸດ. ທຸກຄົນໄດ້ມາ ແລະເຮັດເທົ່າທີ່ເຂົາເຈົ້າສາມາດເຮັດໄດ້, ແລະ Darwin ກໍກັບມາເປັນຄືເກົ່າ ຫລັງຈາກໄດ້ຖືກສ້າງຂຶ້ນໃຫມ່.”

ພາຍໃນສາມປີ, ປະຊາຊົນກໍກັບຄືນມາ.

ແຕ່ດັ່ງທີ່ Emilio Gonzadi ອະທິບາຍ, Darwin ຈະບໍ່ຄືເກົ່າ.

“Darwin ເປັນເມືອງທີ່ສວຍງາມ. ມັນໄດ້ປ່ຽນໄປ. ມັນໄດ້ປ່ຽນໄປຫມົດ. ທຸກຄົນຈື່ໄດ້ວ່າ ມັນເປັນແນວໃດ ກ່ອນພະຍຸ Cyclone Tracy. Tracy ໄດ້ປ່ຽນ Darwin ແຕ່ Darwin ກໍຄື Darwin, ແລະມັນກໍຈະເປັນ Darwin ຕລອດໄປ.”

ສໍາລັບຜູ້ທີ່ໄດ້ຜ່ານພະຍຸ Cyclone, ຢ່າງ Andrew Demetriou...ເຫດການໃນວັນຄຣິດສະມັສ ປີ 1974 ຈະຖືກສລັກໄວ້ໃນຄວາມຊົງຈໍາສເມີ.

“ເມື່ອຂ້າພະເຈົ້າ ພະຍາຍາມອະທິບາຍໃຫ້ຫມູ່ເພື່ອນຟັງ, ແມ່ນແຕ່ເວົ້າເລື້ອງນີ້ເມື່ອສິບປີກ່ອນ, ຂ້າພະເຈົ້າ ຈະຮ້ອງໄຫ້ ໃນຂນະທີ່ຂ້າພະເຈົ້າເວົ້າກ່ຽວກັບມັນ, ເພາະທຸກຢ່າງຈະກັບຄືນມາ, ທຸກຢ່າງກັບຄືນມາຫາທ່ານ. ບໍ່ແມ່ນຂ້າພະເຈົ້າພຽງຄົນດຽວ, ຫລາຍຄົນຈາກເມືອງ Darwin ທີ່ມີປະສົບການນີ້, ເຂົາເຈົ້າທຸກຄົນ ກໍເວົ້າແບບດຽວກັນ. ຄວາມເຈັບປວດບໍ່ເຄີຍຫາຍໄປ. ທ່ານສາມາດຄວບຄຸມມັນໄດ້ເລັກນ້ອຍ, ແຕ່ມັນບໍ່ຫາຍໄປ.”

ເນື້ອເລື່ອງໂດຍ Tys Occhiuzzi  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share