ການຊ່ອຍເຫຼືອຄົນພິການສູງອາຍຸ

Gloria and her daughter Sarah say the current funding supports for older Australians with a disability are leaving people behind_SBS.jpg

Gloria ແລະ Sarah ລູກສາວ ກ່າວວ່າ ເງິນຊ່ອຍເຫຼືອຜູ້ສູງອາຍຸທີ່ມີຄວາມພິການຊາວ ອອສເຕຣເລັຍນັ້ນ ບໍ່ພຽງພໍ ຕໍ່ຄວາມຕ້ອງການ. Credit: Supplied, SBS

ຄວາມແຕກຕ່າງລະຫວ່າງ ໂຄງການປະກັນພັຍ ຄວາມພິການແຫ່ງຊາດ (NDIS) ແລະເງິນຊ່ອຍເຫຼືອຜູ້ສູງອາຍຸ ແມ່ນວ່າ ຄວາມພິການຕ້ອງຖືກ ພົບກ່ອນອາຍຸ 65 ປີ ແລະ ຈຳນວນເງິນຊ່ອຍເຫຼືອກໍຕ່າງກັນ.ດັ່ງນັ້ນ ຄົນພິການສູງອາຍຸ ຕ້ອງອາສັຍ Home Care Package (ຈາກທຶນຊ່ວຍເຫລືອ ຂອງຣັຖບານກາງ) ຊຶ່ງຜູ້ສນັບສນູນກ່າວວ່າ–ໃນຮູບແບບປະຈຸບັນຂອງມັນ-ມັນບໍ່ພຽງພໍ ກັບຄວາມຕ້ອງການສນັບ ສນູນ ຄວາມພິການ.


ການຊ່ອຍເຫຼືອຄົນພິການສູງອາຍຸ.

ຜູ້ສນັບສນູນກ່າວວ່າ ຜູ້ສູງອາຍຸຊາວ ທີ່ມີຄວາມພິການ ກໍາລັງຖືກປະຖິ້ມ ຢູ່ໃນສະຖານະການ ທີ່ເຂົາເຈົ້າຕ້ອງຢູ່ຕິດເຮືອນ, ດີ້ນລົນດ້ານການເງິນ, ຫລືຖືກບັງຄັບ ໃຫ້ໄປຢູ່ເຮືອນດູແລຜູ້ສູງອາຍຸ.

ກົດລະບຽບ ຄຸນສົມບັດການມີສິດ ໄດ້ຮັບໂຄງການປະກັນພັຍ ຄວາມພິການແຫ່ງຊາດ (NDIS), ບໍ່ລວມເອົາ ຜູ້ທີ່ຖືກວິນິດສັຍວ່າມີ ຄວາມພິການ ຫຼັງຈາກອາຍຸ 65ປີ.

ສິ່ງນັ້ນ ໄດ້ເຮັດໃຫ້ເຂົາເຈົ້າ ຕ້ອງອາສັຍ Home Care Package (ຈາກທຶນຊ່ວຍເຫລືອຣັຖບານກາງ) ຊຶ່ງຜູ້ສນັບສນູນກ່າວວ່າ–ໃນຮູບແບບປະຈຸບັນຂອງມັນ-ມັນບໍ່ພຽງພໍ ກັບຄວາມຕ້ອງການສນັບສນູນ ຄວາມພິການ.

Edwina Guinan ລາຍງານ.

ໃນຖານະ ອະດີດແມ່ລ້ຽງ, ຜູ້ຊ່ວຍພະຍາບານ ແລະແມ່ຂອງລູກສີ່ຄົນ , Gloria ໄດ້ດູແລຜູ້ຄົນ ຕລອດຊີວິດຂອງນາງ.

ແຕ່ຕອນນີ້ ລາວຕ້ອງເພິ່ງພາຄົນອື່ນ ແມ່ນແຕ່ວຽກພື້ນຖານທີ່ສຸດ.

"ຂ້ອຍຢາກຍ່າງໄດ້ຫຼາຍ, ແລະຂ້ອຍຖືກບອກວ່າ ມີມື້ນຶ່ງ ທີ່ຂ້ອຍຈະຍ່າງໄດ້, ແຕ່ມັນບໍ່ແມ່ນຄວາມຈິງ. ມັນບໍ່ເປັນຄວາມຈິງເລີຍ .ບາງຄົນຄິດວ່າ ຂ້ອຍບໍ່ມີຄວາມຄຶດ ຍ້ອນວ່າຂ້ອຍນັ່ງຢູ່ຕັ່ງ ທີ່ມີລໍ້, ແຕ່ຂ້ອຍມີ."

Gloria ມີອາການທີ່ເອີ້ນວ່າ Meningioma ໃນກະດູກສັນຫຼັງ ຊຶ່ງເຮັດໃຫ້ນາງ ເປັນອຳມະພາດ (Paraplegia), Spasticity ແລະຄວາມບໍ່ສາມາດກັ້ນຍ່ຽວໄດ້ (Incontinence) ຊໍາເຮື້ອ.

(ຕອນນີ້ 77 ປີແລ້ວ) ນາງໄດ້ຖືກກວດພົບ ຕອນນາງມີອາຍຸ 69 ປີ ຊຶ່ງຫມາຍຄວາມວ່າ ນາງບໍ່ມີສິດ ໄດ້ຮັບແຜນປະກັນພັຍຄົນພິການແຫ່ງຊາດ (NDIS) ຊຶ່ງເປີດໃຫ້ ຜູ້ທີ່ຖືກກວດພົບກ່ອນອາຍຸ 65 ປີ.

ສິ່ງນັ້ນ ເຮັດໃຫ້ນາງ ແລະຄົນອື່ນໆຄືກັນກັບນາງ ຕ້ອງເພິ່ງການດູແລໃນບ້ານ (Home Care Package) ພາຍໃຕ້ໂຄງການ ດູແລຜູ້ສູງອາຍຸຂອງຣັຖບານກາງ.

ບໍ່ຄືກັນກັບ NDIS, packages ເຫຼົ່ານີ້ ຖືກຈຳກັດໄວ້ ຕ່ຳກວ່າ 60,000 ໂດລາ ໜ້ອຍນຶ່ງ ຕໍ່ປີ-ຊຶ່ງຫມາຍຄວາມວ່າ ການສນັບສນູນນັ້ນ ຫນ້ອຍກວ່າ ສໍາລັບອາການຂອງນາງ.

ສິ່ງນັ້ນ ໄດ້ເຮັດໃຫ້ Sarah ລູກສາວ ແລະ David ລູກຊາຍຂອງນາງ ຕ້ອງດູແລນາງ.

Sarah ເວົ້າວ່າ ເຂົາເຈົ້າຮັບບົດບາດນີ້ ເມື່ອສີ່ປີກ່ອນ ຫລັງຈາກໄດ້ຍ້າຍແມ່ຂອງພວກເຂົາ ອອກຈາກເຮືອນພະຍາບານ, ຍ້ອນຄວາມເປັນຫ່ວງ ເລື່ອງສຸຂະພາບຂອງນາງ.

"ມັນກ່ຽວກັບຕໍາແຫນ່ງການນອນຫຼາຍ. ມັນກ່ຽວຂ້ອງກັບການຕ້ອງປ່ຽນທ່າຫຼາຍ ແລະການຫມູນວຽນ ເປັນວຽກຫນັກຫຼາຍ, ການຍົກຫນັກ, ການເຄື່ອນຍ້າຍ. ມັນກ່ຽວຂ້ອງຫຼາຍຢ່າງ. ມັນກິນແຮງຫຼາຍ. ມັນຕ້ອງໃຊ້ທຸກຢ່າງ."

Home Care Package ຂອງ Gloria ໃຫ້ເງິນຊ່ອຍເຫຼືອ ດ້ານການກັ້ນຍ່ຽວ (Incontinence), ອຸປະກອນການແພດບາງຢ່າງ, ແລະການດູແລ ຈາກພະນັກງານສນັບສນູນ ຫຼືພະຍາບານ ຫນຶ່ງຫຼືສອງຊົ່ວໂມງ ຕໍ່ມື້.

ແຕ່ Sarah ລູກສາວຂອງນາງເວົ້າວ່າ ຄອບຄົວຂອງນາງ ບໍ່ສາມາດຈ່າຍຄ່າບຳບັດ ທີ່ຈະຊ່ອຍໃຫ້ ຄຸນນະພາບຂອງຊີວິດ ຂອງນາງໃຫ້ດີຂຶ້ນ.

"ຖ້າຂ້ອຍມີສິ່ງທີ່ຢາກໄດ້, ຂ້ອຍຢາກໄດ້ເຄື່ອງຍົກ, ເຄື່ອງຍົກຕິດເພດານທົ່ວເຮືອນ ເພື່ອໃຫ້ພວກເຮົາ ສາມາດຍ້າຍນາງໄດ້; ມີນັກບຳບັດອາຊີບ ທີ່ຈະມາຊ່ວຍເຮັດນ້ຳຊາ ເພື່ອໃຫ້ນາງສາມາດຮຽນຮູ້ ວິທີເຮັດນ້ຳຊາ, ເຮັດອາຫານເຊົ້າຂອງນາງເອງ, ໃຊ້ຫ້ອງນໍ້າດ້ວຍຕົນເອງ."

ສ່ວນຫລາຍແລ້ວ ນາງຍັງຢູ່ຕິດເຮືອນ ນອກຈາກການເດີນທາງໄປໂບດ ທຸກອາທິດ.

"ບາງຄັ້ງ ຂ້ອຍຄິດວ່າ ຂ້ອຍບໍ່ສາມາດລໍຖ້າ ຈົນກວ່າລາວຈະຕາຍ ເພື່ອລາວຈະໄດ້ສງົບສຸກ ແລະລາວຈະບໍ່ທົນທຸກທໍຣະມານ, ເຊິ່ງມັນເຮັດໃຫ້ຂ້ອຍຮູ້ສຶກເສົ້າໃຈຫຼາຍ ທີ່ຄິດແບບນັ້ນ ເພາະມັນເປັນເລື່ອງທີ່ຫນ້າອັບອາຍ. ແຕ່ເຮົາພຽງຕ້ອງຢູ່ໄປແຕ່ລະມື້, ພຽງແຕ່ຕ້ອງຢູ່ໃນຄວາມຄິດແງ່ບວກ."

Sarah ກໍຢາກເຮັດວຽກ ແຕ່ບອກວ່າ ນາງບໍ່ມີເວລາ.

"ຂ້ອຍຢາກຈະເຮັດວຽກ. ຂ້ອຍຢາກເຮັດວຽກ ແລະທ້ອນເງິນ ເພື່ອໃຫ້ຂ້ອຍມີເບັ້ຍບຳນານ. ຂ້ອຍຈຶ່ງຈະບໍ່ເປັນ ຄືກັບແມ່ຂອງຂ້ອຍ ທີ່ຕ້ອງມີຄົນເບິ່ງແຍງ ແລະບໍ່ມີໃຜສົນໃຈແທ້ໆ."

Craig Gear, CEO ຂອງເຄືອຂ່າຍປົກປ້ອງ ຜູ້ສູງອາຍຸ (the Older Persons Advocacy Network), ກ່າວວ່າ ຫຼາຍຄົນ ກໍຢູ່ໃນສະພາບການທີ່ຄ້າຍຄືກັນ-ແລະມັນໄດ້ນໍາໄປສູ່ ການເລືອກທີ່ຍາກລຳບາກ.

"ທາງເລືອກ ກ່ຽວກັບການສືບຕໍ່ໄດ້ຮັບອາຫານ ຫຼືເພື່ອຮັບບໍຣິການ, ຄວາມຖີ່ ໃນ ການດູແລສ່ວນບຸກຄົນ ເຊັ່ນ: ອາບນ້ຳ ເພື່ອໃຫ້ສາມາດຊື້ສິນຄ້າ ແລະອຸປະກອນອື່ນໆໄດ້; ແລະລະດັບການສນັບສນູນ ທີ່ພວກເຂົາເຈົ້າຕ້ອງການ ເພື່ອໃຫ້ສາມາດ ຢູ່ໃນເຮືອນຂອງພວກເຂົາ."

ກົດຫມາຍ ວ່າດ້ວຍການເບິ່ງແຍງ ຜູ້ສູງອາຍຸສະບັບໃຫມ່ ທີ່ຣັຖບານໄດ້ສັນຍາໄວ້ເປັນເວລາດົນແລ້ວ ຈະຖືກນໍາເຂົ້າໃນສະພາແຫ່ງຊາດ ໃນທ້າຍປີນີ້ (ຕອນນີ້ ຄາດວ່າ ຈະເປັນຫຼັງຈາກວັນທີ 1 ກໍລະກົດ).

ມັນເປັນຄຳຕອບ ຕໍ່ຄນະກັມມະການຄຸ້ມຄອງ ການດູແລຜູ້ສູງອາຍຸ, ໂດຍມີລາຍງານສຸດທ້າຍ ທີ່ໄດ້ສເນີເມື່ອສາມປີກ່ອນ.

Ross Joyce, CEO ຂອງ the Australian Federation of Disability Organisations ກ່າວວ່າ ກົດຫມາຍໃຫມ່ນີ້ ແມ່ນເພື່ອໃຫ້ແນ່ໃຈວ່າ ຊາວອອສເຕຣເລັຍທີ່ສູງອາຍຸທຸກຄົນ ສາມາດເຂົ້າເຖິງ ການສນັບສນູນທີ່ພຽງພໍ.

"ການສນັບສນູນເຫຼົ່ານັ້ນ ຈໍາເປັນຕ້ອງມີໄວ້, ແລະຕາມ Royal Commission, ພວກເຂົາເຈົ້າ ຕ້ອງຄືກັນກັບສິ່ງທີ່ປະຊາຊົນເຫຼົ່ານັ້ນ ສາມາດໄດ້ຮັບ ຖ້າຫາກວ່າ ພວກເຂົາເຈົ້າຢູ່ໃນ NDIS. ເປັນຫຍັງ ຜູ້ສູງອາຍຸທີ່ມີຄວາມພິການ ຕ້ອງຂາດການສນັບສນູນ ທີ່ເຂົາເຈົ້າຕ້ອງການ ເມື່ອເຂົາເຈົ້າໄດ້ປະກອບສ່ວນຂອງພວກເຂົາ ໃນຊຸມຊົນ ແລະຕໍ່ສັງຄົມ, ແລະພວກເຂົາໄດ້ມາເຖິງຈຸດນີ້-ແລະພວກເຂົາເບິ່ງຄືວ່າຖືກລືມ."

ຮ່າງກົດຫມາຍ ວ່າດ້ວຍການດູແລຜູ້ສູງອາຍຸສະບັບໃຫມ່ ໄດ້ຖືກເຜີຍແພ່ ເມື່ອປີກາຍນີ້.

Craig Gear ກ່າວວ່າ ທ່ານຢາກຈະເຫັນ ມາດຕະການຕື່ມອີກ ສໍາລັບຜູ້ທີ່ມີຄວາມພິການ.

"ໃນເວລານີ້, ພວກເຮົາ ມີຄວາມເປັນຫ່ວງບາງຢ່າງ ກ່ຽວກັບລະດັບການສນັບສນູນ. ບໍ່ມີສິ່ງທີ່ເວົ້າເຖິງໂດຍສະເພາະ ໃນກົດຫມາຍ ວ່າດ້ວຍການດູແລຜູ້ສູງອາຍຸ ກ່ຽວກັບຄວາມຕ້ອງການ ສໍາລັບຜູ້ຄົນທີ່ມີຄວາມພິການ. ເຖິງຢ່າງໃດກໍຕາມ, ມັນຈະເວົ້າເຖິງ ການປະເມີນ ທີ່ອີງໃສ່ຄວາມຕ້ອງການສ່ວນບຸກຄົນ ໃນການພັດທະນາ ແຜນການດູແລ."

Mr Joyce ກ່າວວ່າ ຕ້ອງໄດ້ເຮັດອີກຫລາຍກວ່ານັ້ນ.

"ກົດຫມາຍ ວ່າດ້ວຍການດູແລຜູ້ສູງອາຍຸສະບັບໃຫມ່ ບໍ່ໄດ້ມອບຫຍັງເລີຍ ໃຫ້ຜູ້ສູງອາຍຸ ທີ່ມີຄວາມພິການ. ພວກເຮົາຢາກເຫັນວ່າ ມີການຮັບຮູ້ຜູ້ສູງອາຍຸ, ຊຶ່ງເປັນສ່ວນຫນຶ່ງ ຂອງກົດຫມາຍ ວ່າດ້ວຍການດູແລຜູ້ສູງອາຍຸສະບັບໃຫມ່ ເຊັ່ນກັນ, ເພາະວ່າ ໃນເວລານີ້ ພວກເຂົາບໍ່ໄດ້ເຮັດແນວນັ້ນ.

ໂຄສົກ ຂອງກະຊວງສາທາຣະນະສຸກ ແລະການດູແລຜູ້ສູງອາຍຸ (Department of Health and Aged Care) ໄດ້ບອກ SBS ວ່າ: "ກົດຫມາຍ ວ່າດ້ວຍການດູແລຜູ້ສູງອາຍຸສະບັບໃຫມ່ ຮັບຮູ້ເຖິງຄວາມຕ້ອງການພິເສດ ຂອງຄົນທີ່ມີຄວາມພິການ ໃນຄຳຖແລງການຫຼັກການ (The Statement of Principles) ແລະລວມເຖິງ ການອ້າງອີງສະເພາະ ເຖິງບຸກຄົນ ທີ່ມີຄວາມພິການ, ສຸຂະພາບຈິດ ແລະຄວາມຫຼາກຫຼາຍ ໃນລະບົບປະສາດ (Neurodiversity).

ແລະເວົ້າວ່າ ຜູ້ທີ່ຕ້ອງການ ການສນັບສນູນຫຼາຍກວ່ານັ້ນ ອາດຈະພົບວ່າ "ເປັນ ປໂຍດທີ່ຈະພິຈາຣະນາ...ທາງເລືອກ ລວມທັງການດູແລໃນທີ່ຢູ່ອາສັຍ".

Sarah ເວົ້າວ່າ, ຫຼັງຈາກປະສົບການສຸດທ້າຍຂອງພວກເຂົາ, ນາງຈະບໍ່ສົ່ງ Gloria ກັບຄືນເຮືອນດູແລຜູ້ສູງອາຍຸ.

"ແມ່ຂອງຂ້ອຍງາມຫຼາຍ. ນາງບໍຣິສຸດ. ນາງຈະບໍ່ທໍາຮ້າຍໃຜ. ນາງຈະບໍ່ຢາກໃຫ້ ເລື່ອງນີ້ເກີດຂຶ້ນກັບໃຜເລີຍ. ແມ່ນແຕ່ພວກເຂົາເຈົ້າ. ຖ້າຂ້ອຍບໍ່ພະຍາຍາມ, ຂ້ອຍກໍຈະບໍ່ສາມາດຢູ່ກັບຕົວເອງໄດ້ ຖ້າຂ້ອຍບໍ່ພະຍາຍາມ - ທັງຫມົດທີ່ຂ້ອຍຕ້ອງເຮັດ ແມ່ນພະຍາຍາມ."

ເນື້ອເລື່ອງໂດຍ  Edwina Guinan ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share