ການເຂົ້າເຖິງການຂົນສົ່ງສາທາຣະນະ ສໍາລັບຄົນພິການອອສເຕຣເລັຍ.
ມາດຕະຖານການຂົນສົ່ງ ສາທາຣະນະ ຂອງ ຖືກກໍານົດໃຫ້ໄດ້ຮັບການປັບປຸງ ທີ່ສໍາຄັນຄັ້ງທໍາອິດ ໃນຮອບ 20 ປີ, ເພື່ອປັບປຸງການເຂົ້າເຖິງ ສໍາລັບຄົນພິການ.
ພວກສນັບສນຸນກ່າວວ່າ ການປ່ຽນແປງມາຖືກທາງແລ້ວ, ແຕ່ຢາກໃຫ້ມີການຮັບຮອງວ່າ ພວກເຂົາເຈົ້າ ຈະໄດ້ຮັບການຮັບຮອງ ຢ່າງມີປະສິດທິພາບ ແລະປະສິດທິຜົນ.
Penry Buckley ລາຍງານ.
ຣົດຮາງ, ຣົດໄຟ ແລະຣົດປະຈຳທາງ ຂອງເມືອງ Melbourne ຊ່ວຍໃຫ້ຫລາຍລ້ານຄົນ ເດີນທາງໃນເມືອງ ທີ່ມີຄົນຫຼາຍຢູ່ທຸກມື້.
ແຕ່ສໍາລັບ Chris Edwards, ຜູ້ອໍານວຍການ Government Relations and Advocacy ຂອງ Vision Australia, ແລະ Eva ຫມາຈູງຄົນຕາພິການ(Seeing Eye Dog) ຂອງລາວ, ມັນບໍ່ໄດ້ເປັນການຂີ່ລົດ ທີ່ສະດວກສະບາຍສເມີໄປ.
"ມີຫລາຍເທື່ອ ທີ່ບໍ່ມີການປະກາດ ຫຼືບໍ່ຖືກຕ້ອງ, ຂ້ອຍບໍ່ຮູ້ເລີຍວ່າ ປ້າຍຢູ່ໃສ ແລະຕ້ອງອາສັຍຄົນອື່ນ ເພື່ອແຈ້ງໃຫ້ຂ້ອຍຮູ້, ເຊິ່ງສ້າງຄວາມກັງວົນຫຼາຍ ແລະເຮັດໃຫ້ການເດີນທາງຍາກຫຼາຍ ສໍາລັບຄົນຄືຂ້ອຍ."
ກົດຫມາຍຂອງກາງ ສະບັບປະຈຸບັນ ທີ່ຄອບຄຸມຂໍ້ກຳໜົດ ການເຂົ້າເຖິງ ສໍາລັບລະບົບຂົນສົ່ງສາທາຣະນະ ນັບກັບໄປໃນປີ 2002 ເປັນຕົ້ນມາ, ເມື່ອມີການປັບປຸງກົດຫມາຍ ວ່າດ້ວຍການເລືອກປະຕິບັດ ຕໍ່ຄົນພິການໃນປະຈຸບັນ.
ແຕ່ສໍາລັບຜູ້ທີ່ມີຄວາມບົກພ່ອງທາງສາຍຕາ, ຜູ້ທີ່ມີປັນຫາທາງຫູ, ຫຼືໃຊ້ຣົດເຂັນ (Wheelchairs), ລະບົບນີ້ ຍັງກໍ່ໃຫ້ເກີດອັນຕະຣາຍ ເຊັ່ນຖືກປະຖິ້ມໄວ ຫຼືໄດ້ຮັບບາດເຈັບ, ຫຼືອຸປະກອນເສັຍຫາຍ.
ບັດນີ້, ຫຼັງຈາກການທົບທວນມາເປັນເວລານານແລ້ວ, ຣັຖບານກາງໄດ້ປະກາດແຜນການປັບປຸງມາດຕະຖານ ຄວາມພິການ ເພື່ອຊ່ວຍເຮັດໃຫ້ສາມາດເຂົ້າເຖິງລະບົບຂົນສົ່ງສາທາຣະນະໄດ້ຫຼາຍຂຶ້ນ.
ສໍາລັບຊາວອອສເຕຣເລັຍ ສີ່ລ້ານເຄິ່ງ ທີ່ມີຄວາມພິການ, ການປ່ຽນແປງເຫລົ່ານີ້ ຄວນມາເຖິງໄວກວ່ານີ້.
Marayke Jonkers ແມ່ນປະທານຂອງຄົນພິການອອສເຕຣເລັຍ (People with Disability Australia) ແລະນັກມວຍພາຣາແລມປິກ ທີ່ກະສຽນແລ້ວ.
ລາວກ່າວວ່າ ການຂົນສົ່ງສາທາຣະນະ ຕ້ອງສາມາດເຂົ້າເຖິງໄດ້ ສໍາລັບຄົນພິການທຸກຄົນ.
"ການຂົນສົ່ງ ເປັນສິ່ງສໍາຄັນສໍາລັບຄົນທີ່ມີຄວາມພິການ, ເພື່ອຫາວຽກ, ເພື່ອທີ່ຈະເປັນສ່ວນຫນຶ່ງຂອງຊຸມຊົນຂອງເຂົາເຈົ້າ, ສໍາລັບການສຶກສາ ແລະມັນແມ່ນຫນຶ່ງ ໃນອຸບປະສັກໃຫຍ່ທີ່ສຸດ ທີ່ນໍາໄປສູ່ການໂດດດ່ຽວ. ຖ້າວ່າ ທ່ານບໍ່ສາມາດໃຊ້ຣົດໄຟ ,ຣົດເມ, ຍົນ, ທ່ານກໍບໍ່ສາມາດ ມີສ່ວນຮ່ວມໃນສັງຄົມໄດ້."
ໃນບັນດາການປ່ຽນແປງທີ່ປະກາດໂດຍຣັຖມົນຕີການຂົນສົ່ງ Catherine King ແມ່ນຂໍ້ກຳໜົດ ໃນການໃຫ້ຂໍ້ມູນຕາລາງເວລາ ແລະຄວາມຊັກຊ້າ ໃນຮູບແບບທີ່ເຂົ້າເຖິງໄດ້, ແລະຮັບປະກັນວ່າ ມີປ້າຍປະກາດເທິງພາຫະນະ ແລະສຽງປະກາດ ທີ່ເຫມາະສົມ ກ່ຽວກັບການຢຸດໃນປ້າຍຕໍ່ໄປ.
ມາດຕະຖານໃຫມ່ ຍັງຈະນໍາໄປສູ່ຄວາມປອດພັຍທີ່ດີຂຶ້ນ ສໍາລັບຜູ້ທີ່ໃຊ້ເຄື່ອງຊ່ວຍເຫຼືອ ການເຄື່ອນໄຫວ (Mobility aids) ຫຼືລໍ້ເຂັນ (Wheelchairs), ໂດຍການເພີ່ມເຄື່ອງກັ້ນຢູ່ຂ້າງຂົວຍ່າງຂຶ້ນເຮືອ ທີ່ສາມາດຍ້າຍໄດ້.
ແລະ Marayke Jonkers ຍິນດີ ກັບການປະກາດວ່າຄິວ taxi ຈະຕ້ອງເພີ່ມອັດຕາສ່ວນ ຂອງພື້ນທີ່ວ່າງ ທີ່ມີໃຫ້ສໍາລັບຣົດແທັກຊີ ທີ່ລໍ້ເຂັນ(Wheelchairs) ສາມາດເຂົ້າເຖິງໄດ້.
"ມີ maxi-taxis ບໍ່ພຽງພໍ, ຫຼືບໍ່ມີຢູ່ໃນເຂດຕ່າງໆ ຂອງອອສເຕຣເລັຍ ແລະຜູ້ຄົນ ອາດຈະບໍ່ຮູ້ວ່າ ຄົນທີ່ໃຊ້ລໍ້ເຂັນໄຟຟ້າ ບໍ່ມີທາງເລືອກອື່ນ. ມັນໜັກກວ່າຮ້ອຍກິໂລ, ຫຼືອາດຈະສອງຮ້ອຍ, ແລະທ່ານບໍ່ສາມາດເອົາມັນໃສ່ໃນຣົດຂອງໝູ່ທ່ານ, ທ່ານຈໍາເປັນຕ້ອງມີ ເຄື່ອງຍົກມັນຂຶ້ນໃສ່ທາງຫຼັງ."
ຜູ້ສນັບສນູນ ຮຽກຮ້ອງໃຫ້ມີໂຄງຮ່າງ ການກຳກັບດູແລ ທີ່ອອກແບບຮ່ວມກັນ ເພື່ອໃຫ້ແນ່ໃຈວ່າ ມີການບັງຄັບໃຊ້ ກົດລະບຽບໃຫມ່.
Chris Edwards ກ່າວວ່າ ທ່ານຢາກເຫັນຫລາຍກວ່າ ພຽງແຕ່ປັບປຸງການປະກາດ ຢູ່ໃນເຮືອເທົ່ານັ້ນ.
"ການປະກາດເຫຼົ່ານີ້ ມີຄວາມສໍາຄັນຫຼາຍ ທີ່ຈະເຮັດ ໃຫ້ເກີດການປ່ຽນແປງ ທີ່ສໍາຄັນເຫຼົ່ານັ້ນ ໃນລະບົບການຂົນສົ່ງ ຂອງພວກເຮົາ ເພື່ອເຮັດໃຫ້ການເຂົ້າເຖິງ ທີ່ເທົ່າທຽມກັນ ສໍາລັບທຸກຄົນ. ໃນຂນະທີ່ ພວກເຮົາດີໃຈຫລາຍ ທີ່ໄດ້ຍິນການປັບປຸງ ໃນການປະກາດ, ຂ້າພະເຈົ້າຄິດວ່າ ພວກເຮົາ ຕ້ອງການ ການປະກາດທີ່ດີຂຶ້ນ ຢູ່ຊານຊາລາ ເຊັ່ນດຽວກັນກັບຢູ່ເທິງຣົດໄຟ."
ທັງທ່ານ Edwards ແລະ Marayke Jonkers ຍັງໄດ້ຮຽກຮ້ອງ ໃຫ້ມີການປ່ຽນແປງ ຢ່າງຮີບດ່ວນ ໃນການເດີນທາງ ທາງອາກາດ, ຊຶ່ງບໍ່ໄດ້ຖືກຄອບຄຸມ ໂດຍການປະຕິຮູບເຫລົ່ານີ້.
ນາງກ່າວວ່າ ການເດີນທາງເທື່ອຫລ້າສຸດຂອງນາງ ສະແດງໃຫ້ເຫັນວ່າເປັນຫຍັງ.
"ຂ້າພະເຈົ້າ ກຳລັງກັບມາຈາກການເຮັດວຽກບາງຢ່າງ ໃນຖານະປະທານຄົນພິການອອສເຕຣເລັຍ (People with Disability Australia), ແລະໄດ້ວາງແຜນການເດີນທາງ ໂດຍໃຊ້ຣົດໄຟ ເພື່ອເດີນທາງຈາກໂຮງແຮມຂອງຂ້າພະເຈົ້າ ໄປສນາມບິນ, ເພາະວ່າ ມີສະຖານີຣົດໄຟ ຢູ່ ສນາມບິນ Sydney, ແລະຈາກນັ້ນ ໄດ້ໃຊ້ຣົດໄຟອາກາດ (Air train) ໃນ Brisbane ຈາກສນາມບິນ ເຂົ້າໄປໂຮງແຮມໃນເມືອງ. ມັນເປັນແຜນ ທີ່ດີ ນອກຈາກວ່າ ລໍ້ເຂັນຂອງຂ້າພະເຈົ້າຫັກ ຕອນມາເຖິງ ແລະຂ້າພະເຈົ້າ ກໍເຮັດການສໍາພາດນີ້ຈາກຕຽງ."
ໃນຖແລງການສະບັບຫນຶ່ງ, ຣັຖມົນຕີຂົນສົ່ງ ໄດ້ກ່າວວ່າ ຣັຖບານ ກໍາລັງປຶກສາຫາລື ກ່ຽວກັບການເຂົ້າເຖິງ ການບໍຣິການ ການບິນ ໂດຍຜ່ານຂະບວນການ ທີ່ແຍກຕ່າງຫາກ.
ມັນບໍ່ຊັດແຈ້ງວ່າ ມາດຕະຖານການຂົນສົ່ງ ທີ່ທັນສມັຍ ຈະມີຜົນບັງຄັບໃຊ້ເມື່ອໃດ-ມາດຕະຖານ ປີ 2002 ກຳໜົດໃຫ້ ຣົດໄຟ ແລະຣົດຮາງ ສາມາດເຂົ້າເຖິງໄດ້ຢ່າງເຕັມທີ່ ພາຍໃນປີ 2032-ແຕ່ຣັຖບານ ກ່າວວ່າ ຈະມີຂໍ້ມູນເພີ່ມເຕີມ ໃຫ້ແກ່ຜູ້ໃຊ້ ແລະຜູ້ບໍຣິການ ກ່ອນທີ່ເຂົາເຈົ້າຈະເຮັດ.
ເນື້ອເລື່ອງໂດຍ Alexandra Jones and Penry Buckley ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌