ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌
ການຈັດຫາຄວາມສະດວກແກ່ຄົນພິການ.
ຄນະກັມມະການການເລືອກຕັ້ງ Western Australia ກໍາລັງທົດລອງສະຖານທີ່ເລືອກຕັ້ງ ທີ່ມີປະສາດຄວາມຮູ້ສຶກຕ່ຳ (Low-sensory) ສໍາລັບການເລືອກຂອງຣັດ ປີ 2025 (8 ມີນາ).
ຈຸດປະສົງ ແມ່ນເພື່ອຈັດຫາສະພາບແວດລ້ອມທີ່ງຽບ ສໍາລັບຜູ້ລົງຄະແນນເລືອກຕັ້ງ ຜູ້ທີ່ອາດໄດ້ຮັບປໂຍດ, ຮວມທັງຜູ້ທີ່ເປັນ Autistic ແລະຜູ້ທີ່ມີຄວາມບົກພ່ອງທາງສະຕິປັນຍາ ແລະພັດທະນາ ຫລືການຮຽນຮູ້.
ໂຄງການໃນ Western Australia ບໍ່ໄດ້ເປັນພຽງແຕ່ບ່ອນດຽວໃນປະເທດ ທີ່ຈະຊ່ອຍເຫລືອຜູ້ລົງຄະແນນເລືອກຕັ້ງທີ່ພິການ ໃຫ້ເຂົ້າເຖິງສະຖານທີ່ເລືອກຕັ້ງ-ແຕ່ຜູ້ສນັບສນູນ ຄວາມພິການກ່າວວ່າ ຕ້ອງເຮັດຫລາຍກວ່ານັ້ນ ໃນການເລືອກຂອງຣັຖບານ ທີ່ໃກ້ເຂົ້າມາ.
Deborah Groarke ລາຍງານ.
ເບິ່ງຄືວ່າໃນອອສເຕຣເລັຍ, ມັນບໍ່ໄດ້ເປັນມື້ເລືອກຕັ້ງ ທີ່ປາດສະຈາກໃສ້ອົ່ວປະຊາທິປະໄຕ (Democracy Sausage).
ໃສ້ອົ່ວປະຊາທິປະໄຕ (Democracy Sausage) ໄດ້ກາຍເປັນສ່ວນສໍາຄັນຂອງປະສົບການ ໃນການເລືອກຕັ້ງຂອງປະເທດອອສເຕຣເລັຍ, ຊຶ່ງຖືກຍົກເປັນຕົວຢ່າງ ຂອງວິທີດໍາເນີນການເລືອກຕັ້ງ.
ແຕ່ສໍາລັບກຸ່ມທີ່ອ່ອນແອບາງກຸ່ມ-ເຊັ່ນຄົນພິການ-ການລົງຄະແນນສຽງບໍ່ໄດ້ເປັນປະສົບການ ທີ່ກົງໄປກົງມາ ແລະມີຄວາມສຸກສເມີໄປ.
Stephanie Travers ເປັນຜູ້ອໍານວຍການໃນຄນະກັມມະການຂອງ People with Disability Australia.
"ເລື້ອງມັນກໍຄື: ເມື່ອທ່ານມີຄວາມພິການ ຈະມີຂັ້ນຕອນອື່ນນຳອີກ.ສະນັ້ນ, ສິ່ງທີ່ຜູ້ສນັບສນູນຄົນພິການ (People with Disability) ແມ່ນການອອກແບບຮ່ວມກັນທີ່ແທ້ຈິງ ເພື່ອພະຍາຍາມເຮັດໃຫ້ສະຖານທີ່ເຫລົ່ານີ້ ເຂົ້າເຖິງໄດ້ງ່າຍຂຶ້ນ, ທັງທາງຮ່າງກາຍ, ຂັ້ນຕອນຕ່າງໆ, ມີຂໍ້ມູນທີ່ງ່າຍໄວ້ໃຫ້, ແລະປັບປຸງບາງຢ່າງ. ເພາະຂ້າພະເຈົ້າຄິດວ່າ ມີກຸ່ມຄົນພິການ ທີ່ບໍ່ມາເລືອກຕັ້ງ ເພາະມັນຍາກທີ່ຈະເຂົ້າເຖິງ, ຫລືເຂົາເຈົ້າເຈັບປ່ວຍຫລາຍ, ຫລືຍາກທີ່ຈະເຂົ້າໃຈ."
Nye Coffey ເປັນຜູ້ຈັດການຂອງ Australian Electoral Commission ຂອງ Victoria.
ລາວກ່າວວ່າ ການຕຽມພ້ອມລ່ວງໜ້າ ເປັນສິ່ງສໍາຄັນ ສໍາລັບຜູ້ລົງຄະແນນເລືອກຕັ້ງກຸ່ມນີ້ ເພາະເມື່ອການເລືອກຕັ້ງ ຖືກປະກາດເປັນທາງການແລ້ວ, ເຂົາເຈົ້າຈະມີເວລາຈໍາກັດ ທີ່ຈະຈັດຕຽມສິ່ງຕ່າງໆ.
"ພວກເຮົາ ບໍ່ໄດ້ເປັນເຈົ້າຂອງສະຖານທີ່ເລືອກຕັ້ງ ແລະພວກເຮົາຕ້ອງຈອງມັນໄວ້ພາຍໃນ 33 ມື້ ນັບແຕ່ການປະກາດການເລືອກຕັ້ງ. ສະນັ້ນຈຶ່ງໃຫ້ເຂົ້າໃຈຕາມນັ້ນ."
ໂຄງການ ທີ່ຈະຊ່ອຍເຫລືອຜູ້ລົງຄະແນນ ທີ່ພິການ ໄດ້ຮັບຄວາມສົນໃຈໃນຫລາຍອາທິດຜ່ານມານີ້, ເຊັ່ນສະຖານທີ່ເລືອກຕັ້ງ ທີ່ມີປະສາດຄວາມຮູ້ສຶກຕ່ຳ (Low-sensory) ທີ່ກໍາລັງຖືກທົດລອງຢູ່ Western Australia ສໍາລັບການເລືອກຂອງຣັດໃນປີ 2025.
ມັນມີຕູ້ຂຽນ (booth) ທີ່ມີແສງສວ່າງຕ່ຳ ແລະທາງເຂົ້າ/ອອກ ສຳລັບກ່ອນແລະຫລັງ ການເລືອກຕັ້ງ ຢູ່ສະຖານທີ່ເລືອກຕັ້ງທີ່ Marangaroo.
Mr Coffey ກ່າວວ່າ ການທົດລອງນັ້ນ ມີຂຶ້ນຫຼັງຈາກການທົດລອງ ທີ່ໄດ້ຮັບຄວາມສໍາເລັດ ໃນ Victoria-ແຕ່ທາງເລືອກ ສໍາລັບຊາວອອສເຕຣເລັຍ ທີ່ພິການ ບໍ່ໄດ້ຢຸດຢູ່ພຽງເທົ່ານັ້ນ.
"ນັ້ນອາດຈະໃຊ້ການອອກສຽງທາງໄປສະນີ. ມັນອາດເປັນການໃຊ້ການອອກສຽງທາງໂທຣະສັບ ຖ້າຫາກທ່ານຕາບອດ ຫລືມີຄວາມບົກພ່ອງທາງຕາ. ຫລືອາດຈະໄປຫາສູນກາງເລືອກຕັ້ງ ກ່ອນການເລືອກຕັ້ງໃນຕອນຕົ້ນ ໃນຊ່ວງເວລາທີ່ມິດງຽບກວ່າ. ຖ້າຫາກທ່ານຢູ່ໃນເຮືອນດູແລຜູ້ສູງອາຍຸ ຫລືໂຮງຫມໍ, ມັນເປັນໄປໄດ້ ທີ່ພວກເຮົາຈະບໍຣິການ ສະຖານທີ່ນັ້ນ ດ້ວຍເວບໄຊ້ມືຖື ແລະຜູ້ຄົນທີ່ມາຫາທ່ານ. ສະນັ້ນ, ຈຶ່ງມີໂອກາດຫລາຍຢ່າງ ສໍາລັບຜູ້ຄົນໃນການລົງຄະແນນສຽງ."
Stephanie Travers ກ່າວວ່າ ໃນທາງປະຕິບັດ, ທາງເລືອກເຫລົ່ານີ້ ບໍ່ມີປໂຍດດັ່ງທີ່ເຮົາຄິດ.
"ຍົກຕົວຢ່າງ, ການລົງຄະແນນສຽງທາງໂທຣະສັບ ຖ້າທ່ານມີຄວາມບົກພ່ອງທາງສາຍຕາ. ຄວາມຄິດເຫັນທີ່ພວກເຮົາໄດ້ຮັບ ຈາກສະມາຊິກຂອງພວກເຮົາ ກໍຍັງຍາກທີ່ຈະມີສ່ວນຮ່ວມ. ມີສຽງລົບກວນຢູ່ຮອບຂ້າງ, ພະນັກງານໂທຣະສັບ ບໍ່ໄດ້ຮັບການຝຶກອົບລົມເປັນຢ່າງດີ.ມີພາສາມື Auslan ເມື່ອຜູ້ຄົນໄປເລືອກຕັ້ງ-ແຕ່ຕາມປົກກະຕິແລ້ວ ຈະມີພຽງຄົນດຽວ ທີ່ໄດ້ຮັບການຝຶກຝົນໃນເລື່ອງນີ້ ກັບຄນະກັມມະການການເລືອກຕັ້ງ. ເມື່ອທ່ານໄປທີ່ນັ້ນ ທ່ານອາດຈະຕ້ອງໄປລໍຖ້າຢູ່ແຈຫ້ອງ ເປັນເວລາເຄິ່ງຊົ່ວໂມງ ເພື່ອຈະສາມາດມີສ່ວນຮ່ວມໄດ້."
Nye Coffey ກ່າວວ່າ ເຈົ້າຫນ້າທີ່ການເລືອກຕັ້ງ ໄດ້ປຶກສາຫາລືຢ່າງໃກ້ຊິດ ກັບອົງການຕ່າງໆ ຈາກຊຸມຊົນທີ່ພິການ ເພື່ອຈັດການກັບຄວາມເປັນຫ່ວງຂອງເຂົາເຈົ້າ-ຊຶ່ງຮວມເຖິງການເຂົ້າເຖິງ.
"ພວກເຮົາ ໃຫ້ຄວາມສຳຄັນ ກັບການເຂົ້າເຖິງສະຖານທີ່ເລືອກຕັ້ງ ຂອງພວກເຮົາ ໃນສອງສາມປີທີ່ຜ່ານມານີ້. 43 ເປີເຊັນ ຂອງ 7000ສະຖານທີ່ເລືອກຕັ້ງຂອງພວກເຮົາ ຈະສາມາດໃຊ້ລໍ້ເຂັນໄດ້ຢ່າງເຕັມທີ່ ສໍາລັບງານນີ້ ແລະອີກ 48 ເປີເຊັນ ທີ່ມີຄວາມຊ່ອຍເຫລືອ ໃນການເຂົ້າເຖິງ."
ແຕ່ Stephanie Travers ກ່າວວ່າ ເຖິງແມ່ນວ່າ ການເຂົ້າເຖິງ ໄດ້ດີຂຶ້ນຫລາຍ ຈາກທີ່ຜ່ານມາ, ແຕ່ກໍຍັງມີການທ້າທາຍຫລາຍ ເພາະວິທີເກົ່າກໍຍັງຄົງມີຢູ່, ເຮັດໃຫ້ຜູ້ເລືອກຕັ້ງທີ່ພິການ ຖືກກີດກັນຈາກປະສົບການຂອງການເລືອກຕັ້ງ ທີ່ຜູ້ຄົນທີ່ບໍ່ມີຄວາມພິການ ອາດຖືວ່າເປັນເລື່ອງທັມມະດາ-ເຊັ່ນໃສ້ອົ່ວປະຊາທິປະໄຕ (Democracy Sausage).
ແລະນາງເວົ້າວ່າ ມັນບໍ່ຊັດແຈ້ງເລີຍວ່າ ມີຄົນພິການຈັກຄົນ ທີ່ລົງທະບຽນໃນການເລືອກຕັ້ງ ແຕ່ຕອນທຳອິດ.
"ຂໍ້ມູນນັ້ນ ບໍ່ໄດ້ຖືກບັນທຶກ. ສະນັ້ນ, ພວກເຮົາ ຈຶ່ງບໍ່ຮູ້ວ່າມີຈັກຄົນຂາດໄປ ເພາະເຂົາເຈົ້າບໍ່ສາມາດໄປທີ່ນັ້ນ, ທີ່ວ່າບໍ່ສາມາດໄປ ເພາະເມື່ອທ່ານລົງທະບຽນ ທ່ານບໍ່ໄດ້ຫມາຍໃສ່ໃນຊ່ອງທີ່ລະບຸວ່າ ຂ້າພະເຈົ້າເປັນຄົນພິການ. ພວກເຮົາຫວັງວ່າ AEC ຈະມີສ່ວນຮ່ວມ ໃນການເກັບກຳຂໍ້ມູນນັ້ນ. ເພາະວ່າ ທ່ານບໍ່ສາມາດແກ້ໄຂບັນຫາໄດ້ ຍົກເວັ້ນແຕ່ທ່ານຮູ້ວ່າ ມີຈັກຄົນທີ່ບໍ່ມີສ່ວນຮ່ວມ.
ເຖິງຢ່າງໃດກໍຕາມ, Nye Coffey ກ່າວວ່າ AEC ກໍາລັງພະຍາຍາມຢ່າງເຕັມທີ່.
"ເຫັນໄດ້ຢ່າງຊັດແຈ້ງວ່າ ມີຈໍານວນຫລວງຫລາຍ ຂອງຈໍານວນຊາວອອສເຕຣເລັຍ ທີ່ພິການ. ແຕ່ວ່າ ມີຄວາມຕ້ອງການ ແລະຂໍ້ຮຽກຮ້ອງຢ່າງເຕັມທີ່ ໃນຈໍານວນຊາວອອສເຕຣເລັຍ ເກືອບ 18 ລ້ານຄົນ. ສະນັ້ນ, ພວກເຮົາຈຶ່ງເຮັດທຸກສິ່ງທຸກຢ່າງ ທີ່ພວກເຮົາສາມາດເຮັດໄດ້ ເພື່ອເຮັດໃຫ້ forms ແລະຂັ້ນຕອນຂອງພວກເຮົາ ສາມາດເຂົ້າເຖິງໄດ້."
ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌