ສະມາຄົມແຂ້ວຂອງອອສເຕຣເລັຍ ກໍາລັງຂໍຮ້ອງໃຫ້ຣັຖບານ ແນະນໍາໂຄງການຊ່ອຍເຫລືອ ສໍາລັບຜູ້ສູງອາຍຸ. ມັນເກີດຂຶ້ນ ໃນຂນະທີ່ຈໍານວນຄົນ ທີ່ມີອາຍຸສູງກວ່າ 65 ປີ ຕ້ອງເຂົ້າໂຮງຫມໍ ເພາະບັນຫາແຂ້ວໄດ້ເພີ່ມຂຶ້ນ.
ໂຄງການຊ່ອຍເຫລືອດ້ານສຸຂະພາບແຂ້ວ ສໍາລັບຜູ້ສູງອາຍຸ.
ສະມາຄົມແຂ້ວຂອງອອສເຕຣເລັຍ ກໍາລັງຂໍຮ້ອງໃຫ້ຣັຖບານ ແນະນໍາໂຄງການຊ່ອຍເຫລືອ ສໍາລັບຜູ້ສູງອາຍຸ.
ມັນເກີດຂຶ້ນ ໃນຂນະທີ່ຈໍານວນຄົນ ທີ່ມີອາຍຸສູງກວ່າ 65 ປີ ຕ້ອງເຂົ້າໂຮງຫມໍ ເພາະບັນຫາແຂ້ວໄດ້ເພີ່ມຂຶ້ນ.
Hannah Kwon ແລະ Tee Mitchell ລາຍງານ.
ສະມາຄົມແຂ້ວ ຂອງອອສເຕຣເລັຍ ກໍາລັງຂໍຮ້ອງ ໃຫ້ຣັຖບານກາງ ໃຫ້ ເງິນທຶນ ສໍາລັບການດູແລຂັ້ນພື້ນຖານ ສໍາລັບຜູ້ສູງອາຍຸ, ກ່ອນງົບປະມານ ຂອງຣັຖບານກາງ ໃນອາທິດຫນ້າ.
ເຂົາເຈົ້າເວົ້າວ່າ ຊາວອອສເຕຣເລັຍຫລາຍພັນຄົນ ທີ່ມີອາຍຸສູງກວ່າ 65 ປີ ກໍາລັງເຂົ້າໂຮງຫມໍ ເນື່ອງຈາກບັນຫາເລື່ອງແຂ້ວ ທີ່ສາມາດປ້ອງກັນໄດ້, ເພາະບໍ່ສາມາດຈ່າຍຄ່າປິ່ນປົວ.
ໃນປີ 2016-17, ຊາວອອສເຕຣເລັຍ ປະມານ 10,500 ຄົນ ທີ່ມີອາຍຸສູງກວ່າ 65 ປີ ໄດ້ເຂົ້າໂຮງຫມໍ ເພາະບັນຫາແຂ້ວ ທີ່ສາມາດປ້ອງກັນໄດ້. ພາຍໃນປີ 2022-23, ຈໍານວນນັ້ນ ໄດ້ເພີ່ມຂຶ້ນ ເປັນເກືອບເຖິງ 16,000 ຄົນ ແລະການເຂົ້າຮັບການປິ່ນປົວ ໃນໂຮງຫມໍ ກໍຈະເພີ່ມຂຶ້ນອີກໃນປີຕໍ່ໄປ.
John, ອາຍຸ 76 ປີ, ມີແຂ້ວພຽງແຕ່ສອງເຫຼັ້ມເທົ່ານັ້ນ, ແລະຕ້ອງການແຂ້ວປອມ ເພື່ອຊ່ວຍລາວໃນການຫຍ້ຳອາຫານ.
ເມື່ອບໍ່ດົນມານີ້ ລາວໄດ້ເຮັດມັນເສັຍ ໃນຂນະທີ່ລາວກິນເຂົ້າ ຢູ່ສະໂມສອນທ້ອງຖິ່ນຂອງລາວ.
“ຖ້າຈະເຮັດອັນໃໝ່, ຂ້ອຍກໍຈະຕ້ອງເສັຍເງິນອີກ, ຖ້າຫາກຂ້ອຍເຮັດ. ບໍ່ວ່າຂ້ອຍຈະກິນຊຸບ ແລະອາຫານອ່ອນຕໍ່ໆໄປກໍຕາມ...ໃນເວລານີ້ ເງິນຂ້ອຍກໍມີບໍ່ຫຼາຍ.”
ລາວເປັນຄົນຫນຶ່ງ ໃນຊາວອອສເຕຣເລັຍ ທີ່ສູງອາຍຸຫລາຍຄົນ ທີ່ເລື່ອນການປິ່ນປົວແຂ້ວ ເນື່ອງຈາກຄ່າໃຊ້ຈ່າຍ, ແລະສະມາຄົມແຂ້ວຂອງອອສເຕຣເລັຍກ່າວວ່າ ບັນຫານັ້ນຮ້າຍແຮງຂຶ້ນ.
ເຂົາເຈົ້າເວົ້າວ່າ ໃນປີ 2016-17, ຊາວອອສເຕຣເລັຍ ປະມານ 10,500 ຄົນ ທີ່ມີອາຍຸສູງກວ່າ 65 ປີ ໄດ້ເຂົ້າໂຮງຫມໍ ເພາະບັນຫາແຂ້ວ ທີ່ສາມາດປ້ອງກັນໄດ້.
ພາຍໃນປີ 2022-23, ຈໍານວນນັ້ນ ໄດ້ເພີ່ມຂຶ້ນ ເປັນເກືອບເຖິງ 16,000 ຄົນ.
ການເຂົ້າຮັບການປິ່ນປົວ ໃນໂຮງຫມໍ ຈະເພີ່ມຂຶ້ນອີກໃນປີຕໍ່ໄປ.
Dr Angie Nilsson ຈາກສະມາຄົມແຂ້ວ ຂອງອອສເຕຣເລັຍ (the Australian Dental Association) ກ່າວວ່າ ບັນຫາເລື່ອງແຂ້ວ ມີຜົນກະທົບ ຫລາຍກວ່າພຽງແຕ່ແຂ້ວເທົ່ານັ້ນ.
“ມີຫລັກຖານໃໝ່ໆຫລາຍຢ່າງ ທີ່ສະແດງໃຫ້ເຫັນວ່າ ມີຄວາມກ່ຽວຂ້ອງ ສອງທາງ ລະຫວ່າງສຸຂະພາບທາງປາກ ແລະສຸຂະພາບທົ່ວໄປ. ດັ່ງນັ້ນ, ໂຣກເບົາຫວານ ຈຶ່ງອາດໄດ້ຮັບຜົນກະທົບ, ຍົກຕົວຢ່າງ. ມັນມີຜົນກະທົບຕໍ່ບັນຫາຫົວໃຈຄືກັນ. ເຮົາຕ້ອງຢຸດ ແຍກສຸຂະພາບທາງປາກ ອອກຈາກສຸຂະພາບທົ່ວໄປ.”
ສະມາຄົມແຂ້ວ ກໍາລັງຂໍຮ້ອງໃຫ້ຣັຖບານ ໃຫ້ເງິນສນັບສນູນ ແກ່ໂຄງການສວັດດີການທາງແຂ້ວ ສໍາລັບຜູ້ສູງອາຍຸ.
ມັນຈະໃຫ້ການປິ່ນປົວແຂ້ວຟຣີ ທຸກໆສອງປີ ສໍາລັບຜູ້ມີບັດຊ່ອຍເຫຼືອຂອງຣັຖບານ, ສູງສຸດເຖິງ $1,132.
ຂໍ້ສເນີທາງນະໂຍບາຍ ຈະຮວມເຖິງດ້ານສຸຂະພາບທາງປາກ ສໍາລັບ GP ສໍາລັບຜູ້ທີ່ມີອາຍຸສູງກວ່າ 75 ປີ.
Adam Bandt ຜູ້ນໍາພັກ Greens ກໍາລັງຣົນນະຣົງ ເພື່ອໃຫ້ມີການເຂົ້າເຖິງການປິ່ນປົວແຂ້ວ ຫລາຍຂຶ້ນກວ່າເກົ່າ.
"ຜູ້ຄົນເລື່ອນການໄປຫາໝໍແຂ້ວ ເພາະເຂົາເຈົ້າບໍ່ສາມາດຈ່າຍຄ່າໃຊ້ຈ່າຍໄດ້. ບັດນີ້, ເມື່ອ Greens ຢູ່ໃນສະພາ ດ້ວຍສຽງຂ້າງນ້ອຍ ໃນປີ 2010, ພວກເຮົາ ໄດ້ເຮັດໃຫ້ການດູແລແຂ້ວ ສໍາລັບເດັກນ້ອຍ ເຂົ້າໄປໃນ Medicare. ດ້ວຍການຮຽກຮ້ອງທີ່ເພີ່ມຂຶ້ນ ໃນການຊ່ອຍເຫລືອທາງແຂ້ວ ສໍາລັບຜູ້ສູງອາຍຸ, ເຮົາຈຶ່ງຕ້ອງເຮັດ ໃຫ້ການດູແລແຂ້ວ ເຂົ້າໄປໃນ Medicare ສໍາລັບທຸກຄົນ."
ໂຄງການ ສວັດດີການທາງແຂ້ວ ສຳລັບຜູ້ສູງອາຍຸ (Seniors Dental Benefits Scheme) ບໍ່ແມ່ນແນວຄິດໃຫມ່.
ໃນປີ 2021, Royal Commission into Aged Care, Quality and Safety ກໍໄດ້ແນະນໍາ ໃຫ້ຈັດຕັ້ງໂຄງການດັ່ງກ່າວ.
ລາຍງານ ຂອງສະພາສູງ ກໍໄດ້ໃຫ້ຄໍາແນະນໍາທີ່ຄ້າຍຄືກັນນີ້ ໃນປີ 2023.
Dr Nilsson ກ່າວວ່າ ມັນມີຄວາມຮີບດ່ວນຫລາຍຂຶ້ນ ເມື່ອຈໍານວນພົນລະເມືອງ ຂອງອອສເຕຣເລັຍ ມີອາຍຸສູງຂຶ້ນ.
ຂ້າພະເຈົ້າ ບໍ່ຮູ້ວ່າ ເປັນຫຍັງມັນຈຶ່ງບໍ່ເກີດຂຶ້ນ. ສາທາຣະນະຊົນ ກໍາລັງຂໍຮ້ອງ... ເຮົາທຸກຄົນມີອາຍຸສູງຂຶ້ນ, ເຮົາທຸກຄົນ ຈະມີອາຍຸສູງຂຶ້ນ...ຂ້ອຍບໍ່ຮູ້.
ສຳນັກງານງົບປະມານ ຂອງສະພາ ໄດ້ປະມານການວ່າ ໂຄງການສວັດດີການ ແຂ້ວຜູ້ອາວຸໂສ (the Senior Dental Benefits Scheme) ຈະມີຄ່າໃຊ້ຈ່າຍ 1.14 ພັນລ້ານໂດລາ ໃນປີ 2025-26 ແລະ 1.26 ພັນລ້ານໂດລາໃນປີຕໍ່ໄປ.
ເນື້ອເລື່ອງໂດຍ Hannah Kwon and Tee Mitchell ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌