ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌
ບົດບາດຂອງ The Teals ແມ່ນຫຍັງ?
ຄຳອະທິບາຍ: ໃນພາສາອັງກິດ, ຄຳວ່າ TEAL ໝາຍເຖິງສີ ສີນຶ່ງ ຊຶ່ງຖ້າເປັນພາສາລາວ ກໍຄົງຈະໃກ້ຄຽງກັບ ສີ ຫົວເປັດ ຫຼື ບາງທ້ອງຖິ່ນ ອາດຈະຮ້ອງວ່າ ສີສິ້ວ. ຊຶ່ງໃນພາສາການເມືອງຂອງອອສເຕຣເລັຍ ກໍແມ່ນ ການປະສົມ ຂອງ ສີຟ້າ ຊຶ່ງໝາຍເຖິງພັກ Liberal ກັບສີຂຽວ ຊຶ່ງໝາຍເຖິງພັກ the Greens.
ໂດຍທີ່ການເລືອກຕັ້ງ ຂອງຣັຖບານກາງ ເຫຼືອພຽງແຕ່ສອງສາມອາທິດເທົ່ານັ້ນ, ມັນເຖິງເວລາແລ້ວ ທີ່ຈະທຳຄວາມຄຸ້ນເຄີຍ ກັບຜູ້ທີ່ຕ້ອງການສຽງຂອງທ່ານ.
ມື້ນີ້, ແມ່ນ the Teals.
ກຸ່ມຂອງຜູ້ສມັກອິດສຣະ ທີ່ປະສົບຄວາມສໍາເລັດ ໃນການເລືອກຕັ້ງຄັ້ງສຸດທ້າຍ, ແຕ່ໄດ້ມີມາ ຕັ້ງແຕ່ປີ 2019, ດັ່ງທີ່ Rania Yallop ລາຍງານ.
The Teals.
ເຂົາເຈົ້າ ບໍ່ໄດ້ເປັນພັກການເມືອງ, ແຕ່ເປັນຂະບວນການ ທີ່ສເນີທາງເລືອກອື່ນ ນອກຈາກພັກໃຫຍ່.
ສະນັ້ນ ເຂົາເຈົ້າມາຈາກໃສ? ແລະເຂົາເຈົ້າມີນະໂຍບາຍແບບໃດ?
ເຄີຍມີຜູ້ແທນອິດສຣະ ໄດ້ຢູ່ໃນຣັຖບານ ເປັນເວລາດົນນານແລ້ວ.
ແຕ່ຄົນທໍາອິດ ທີ່ຖືກເອີ້ນວ່າເປັນ Teal ໄດ້ເກີດຂຶ້ນ ໃນປີ 2019.
Zali Steggall ໄດ້ຊນະບ່ອນນັ່ງຂອງ Warringah ຈາກອະດີດນາຍົກຣັຖມົນຕີ Tony Abbott.
ມັນໄດ້ເປັນແມ່ແບບ ຂອງການເຄື່ອນໄຫວ ສໍາລັບການເລືອກຕັ້ງ ຄັ້ງຕໍ່ໄປ:
-ຜູ້ຍິງທີ່ຮູ້ຈັກກັນດີໃນຊຸມຊົນຂອງເຂົາເຈົ້າ, ມີເປົ້າຫມາຍ ໃສ່ຕຳແໜ່ງຂອງຜູ້ແທນພັກ .
-ແລະການລວມນະໂຍບາຍ ເລື່ອງການເງິນ ທີ່ສອດຄ່ອງກັບພັກ Liberal ແລະນະໂຍບາຍສະພາບແວດລ້ອມ ທີ່ໃກ້ຊິດກັບນະໂຍບາຍ ຂອງ the Greens.
ເມື່ອປະສົມສອງຢ່າງນີ້ເຂົ້າກັນ ແລະທ່ານຈະໄດ້ສີຂຽວອ່ອນ (Teal-ສີຫົວເປັດ).
"ໃນຊຸມຊົນຂອງຂ້າພະເຈົ້າ ທີ່ North Sydney, ຜູ້ຄົນກຸ່ມຫນຶ່ງ ໄດ້ມາເຕົ້າໂຮມກັນ ຢູ່ຮອບໂຕະກິນເຂົ້າ. ເຂົາເຈົ້າບໍ່ຮູ້ຈັກກັນ. ກ່ອນການກິນເຂົ້າແລງເທື່ອທໍາອິດ, ເຂົາເຈົ້າຮູ້ຈັກກັນຫນ້ອຍຫນຶ່ງ, ແຕ່ເຂົາເຈົ້າໄດ້ສົນທະນາກັນ ຊຶ່ງຖືກກະຕຸ້ນ ໂດຍຄວາມຄິດທີ່ວ່າ ພວກເຮົາສາມາດມີສິ່ງທີ່ Warringah ມີໃນຕອນນີ້ໄດ້ຫຼືບໍ່?"
ນັ້ນແມ່ນ Kylea Tink-ສະມາຊິກຂອງ North Sydney, ຜູ້ທີ່ຊນະການເລືອກຕັ້ງ ໃນປີ 2022.
ນາງເວົ້າວ່າ ມີຄວາມບໍ່ພໍໃຈຫລາຍ ໃນການເລືອກຕັ້ງຄັ້ງສຸດທ້າຍ.
"ພວກເຮົາ ໄດ້ມີຍຸກຂອງຣັຖບານ ຈາກປີ 2019 ຈົນເຖິງຕອນນັ້ນ, ຊຶ່ງຖືກຄອບງໍາໂດຍ ຫົວຂໍ້ຫລາຍຢ່າງ ທີ່ໜ້າເປັນຫ່ວງຫລາຍ ຕໍ່ຊາວອອສເຕຣເລັຍຫລາຍຄົນ, ບໍ່ວ່າຈະເປັນການບໍ່ເຮັດຫຍັງເລີຍ ກ່ຽວກັບການປ່ຽນແປງຂອງສະພາບອາກາດ. ພວກເຮົາ ມີປວັດທີ່ຫນ້າຢ້ານກົວ ໃນທີ່ນີ້ ກ່ຽວກັບການປະຕິບັດຕໍ່ຜູ້ຍິງ. ສະນັ້ນ ຈຶ່ງມີບັນຫາທີ່ແທ້ຈິງ ໃນດ້ານການເປັນຕົວແທນຂອງເພດ ໃນເລື້ອງນີ້, ແລະນັ້ນ ໄດ້ແປເປັນພຶດຕິກັມໃນຊຸມຊົນ ແລະພວກເຮົາ ມີບັນຫາທີ່ແທ້ຈິງ ກ່ຽວກັບຄວາມຊື່ສັດ ໃນທາງການເມືອງ. ການຈ່າຍງົບປະມານຢ່າງບໍ່ສເມີພາບ ມີທົ່ວໄປ. ແລະມີຄວາມຮູ້ສຶກທີ່ແທ້ຈິງວ່າ, ເພາະນີ້ເປັນລະບົບ ທີ່ຖືກຄວບຄຸມໂດຍ ສອງພັກການເມືອງໃຫຍ່."
ສະນັ້ນ the Teals ຈຶ່ງບໍ່ໄດ້ເປັນກຸ່ມ ທີ່ເປັນທາງການ, ພຽງແຕ່ກຸ່ມອິດສຣະ ທີ່ມີບາງສິ່ງທີ່ຄ້າຍຄືກັນ.
ບາງຄົນ, ແຕ່ບໍ່ແມ່ນທຸກຄົນ, ຫາຄະແນນສຽງພາຍໃຕ້ສີຂຽວອ່ອນ (ສີຫົວເປັດ-teal), ແລະສ່ວນຫລາຍ ຮັບເອົາເງິນບໍຣິຈາກຈາກ Climate 200, ຊຶ່ງກ່າວວ່າ ເປົ້າຫມາຍຂອງມັນ ແມ່ນເພື່ອສນັບສນູນ ຜູ້ລົງສມັກ(Candidates) ທາງການເມືອງ ທີ່ມຸ່ງໝັ້ນ ຕໍ່ການປ່ຽນແປງສະພາບອາກາດ ຕາມແນວທາງວິທະຍາສາດ ແລະຟື້ນຟູຄວາມຊື່ສັດສຸດຈະຣິດ ໃນທາງການເມືອງ.
ການບໍຣິຈາກເຫລົ່ານັ້ນ ເປັນສິ່ງສໍາຄັນ ຕໍ່ຄວາມສໍາເລັດ ໃນການເລືອກຕັ້ງຄັ້ງສຸດທ້າຍ, Dr Jill Sheppard ຈາກ the Australian National University ກ່າວ.
"Simon Holmes a Court ມາຈາກຄອບຄົວມະຫາເສດຖີ ຂອງອອສເຕຣເລັຍ, ແລະລາວເປັນຫ່ວງວ່າ ສອງພັກການເມືອງໃຫຍ່ ບໍ່ເອົາໃຈໃສ່ກັບການປ່ຽນແປງຂອງສະພາບອາກາດ. ສະນັ້ນ ລາວຈຶ່ງໄດ້ໃຊ້ຊັບສິນຂອງລາວເອງ, ແລະໄດ້ໃຊ້ຊັບພະຍາກອນ ຂອງຜູ້ຄົນທີ່ລາວຮູ້ຈັກ ແລະຜູ້ຄົນໃນຊຸມຊົນ ທີ່ເປັນຫ່ວງ ກັບການຂາດຄວາມສົນໃຈ ເລື່ອງການປ່ຽນແປງຂອງສະພາບອາກາດ ເພື່ອລະດົມເງິນທຶນ ແກ່ຜູ້ລົງສມັກ (Candidates) ທີ່ເຂົາເຈົ້າຄິດວ່າ ຈະປະສົບຄວາມສໍາເລັດ ຫລືສາມາດປະສົບຄວາມສໍາເລັດໄດ້. ມັນມີຄວາມຮູ້ສຶກວ່າ ມີຄວາມເປັນໄປໄດ້ຫນ້ອຍ ເມື່ອເຂົາເຈົ້າເລີ່ມຕົ້ນໃນຕົ້ນປີ 2022."
ແຕ່ມັນປະສົບຄວາມສໍາເລັດ, ໃນສິ່ງທີ່ຖືກເອີ້ນວ່າ...
"ຄື້ນສີຂຽວອ່ອນ (A Teal wave)"
"ຄື້ນສີຂຽວອ່ອນ (A Teal wave) ໄດ້ກວາດລ້າງ ຣັຖມົນຕີສອງຄົນໃນ Melbourne.
"ຄື້ນສີຂຽວອ່ອນ (A Teal wave) ແລະສີຂຽວ ໄດ້ກວາດໄປທົ່ວປະເທດ."
"ຄື້ນຂອງຜູ້ສມັກເລືອກຕັ້ງ Teal."
ໂດຍທີ່ມີຜູ້ລົງສມັກຂອງ Teals ແປດຄົນ ຖືກເລືອກໃຫ້ເປັນສະມາຊິກໃນສະພາຜູ້ແທນ.
Dr Sheppard ກ່າວວ່າ ອົງກອນອື່ນໆ ກໍໄດ້ຊ່ອຍເຫລືອ.
"ສິ່ງທີ່ແຕກຕ່າງໃນປີ 2021 ແລະ 2022 ແມ່ນວ່າ ມັນມີລະບຽບຫລາຍກວ່າເກົ່າ. ສະນັ້ນ ຖ້າຫາກທ່ານຄິດກ່ຽວກັບການຣົນນະຣົງຫາສຽງ ໃນສ່ວນຫນຶ່ງຂອງ Melbourne, ຖ້າຫາກທ່ານ ສາມາດແບ່ງປັນຊັບພະຍາກອນ ກັບບາງຄົນ ທີ່ເຮັດແບບດຽວກັນ ໃນສ່ວນຫນຶ່ງຂອງ Sydney, ແລະແລ້ວຄົນອື່ນ ກໍເຮັດຢູ່ພາກຕາເວັນຕົກຂອງ Victoria,ທ່ານຈະມີການແບ່ງປັນຊັບພະຍາກອນ ທີ່ເຮັດໃຫ້ການຫາສຽງງ່າຍຂຶ້ນ."
Ms Tink ກ່າວວ່າ ມັນຍັງເປັນແບບບໍ່ເປັນທາງການ ໃນການເລືອກຕັ້ງຄັ້ງທີ່ຜ່ານມາ.
"ຜູ້ຄົນທີ່ມີສ່ວນຮ່ວມ ໃນການຫາສຽງເອງ ເປັນຜູ້ແບ່ງປັນຂໍ້ມູນຂ້າມເຂດແດນ, ໂດຍເວົ້າວ່າ, ເອີ້, ພວກເຮົາຫາກໍໄດ້ເຮັດສິ່ງນີ້, ແລະມັນກໍເປັນຜົນດີແທ້ໆ. ຫລື ບາງຄົນກໍເວົ້າວ່າ, ເອີ້ເຂັ້ມແຂງເດີ ພວກເຮົາຫາກໍໄດ້ປະສົບກັບການໂຈມຕີ ແບບນີ້ ໃນເຂດເລືອກຕັ້ງຂອງພວກເຮົາ. ທ່ານອາດຕ້ອງຕຽມພ້ອມ ສໍາລັບສິ່ງນັ້ນ."
ແຕ່ສິ່ງນີ້ ອາດຈະປ່ຽນການເລືອກຕັ້ງຄັ້ງນີ້ ເພາະໂຄງການອິດສຣະຊຸມຊົນ (Community Independent Project).
ມັນໄດ້ຖືກກໍ່ຕັ້ງຂຶ້ນ ໃນປີ 2022 ແລະໄດ້ເຮັດໃຫ້ຂັ້ນຕອນນັ້ນ ເປັນທາງການ.
ຈະມີຜູ້ລົງສມັກ (Candidates) 35 ຄົນ ໃນແຕ່ລະຣັດ ແລະເຂດປົກຄອງ, ຊຶ່ງໄດ້ຮັບການສນັບສນູນ ຈາກຂະບວນການນັ້ນ ແລະ Climate 200 ໃນການເລືອກຕັ້ງຄັ້ງນີ້.
"ເຂົາເຈົ້າ ໄດ້ທໍາງານກັບຜູ້ຄົນໃນຊຸມຊົນທົ່ວປະເທດ ເປັນເວລາສາມປີທີ່ຜ່ານມາ, ໂດຍພະຍາຍາມ ຍົກລະດັບຄວາມຊໍານານຂອງເຂົາເຈົ້າ ກ່ຽວກັບວິທີ ທີ່ຖ້າຫາກເຂົາເຈົ້າ ຢາກບໍຣິຫານຊຸມຊົນ ທີ່ເປັນອິດສຣະ,ເຂົາເຈົ້າຈະສາມາດເລີ້ມຕົ້ນໄດ້ໄວຂຶ້ນ, ແລະເຂົາເຈົ້າ ສາມາດຮຽນຮູ້ ຈາກຄວາມຜິດພາດທັງຫມົດ ທີ່ເຮົາໄດ້ເຮັດ ໃນປີ 2022. ສະນັ້ນ,ຂ້າພະເຈົ້າຈຶ່ງຄິດວ່າ ເຮົາໄດ້ກ້າວໄປສູ່ອີກຂັ້ນໜຶ່ງ ຂອງການເຄື່ອນໄຫວນີ້."
Dr Sheppard ກ່າວວ່າ ເຖິງແມ່ນວ່າ The Teals ໄດ້ແນເປົ້າຫມາຍ ໃສ່ບ່ອນນັ່ງຂອງ Liberal, ແຕ່ເຂົາເຈົ້າ ໄດ້ດຶງດູດຜູ້ອອກສຽງຄົນອື່ນໆຄືກັນ.
"The Teals ເປັນຕົວແທນ ໃຫ້ແກ່ສ່ວນຫນຶ່ງຂອງພັກ Liberal ທີ່ຮູ້ສຶກວ່າ ບໍ່ມີຕົວແທນ ພາຍໃຕ້ຄົນເຊັ່ນ Peter Dutton. ສິ່ງທີ່ຫນ້າສົນໃຈແທ້ໆ ກ່ຽວກັບ The Teals ແມ່ນວ່າ ຄະແນນສຽງຂອງເຂົາເຈົ້າ ບໍ່ໄດ້ມາຈາກຜູ້ອອກສຽງເລືອກຕັ້ງ ທີ່ບໍ່ພໍໃຈກັບພັກ Liberal. ເບິ່ງຄືວ່າ ຄະແນນສຽງຂອງເຂົາເຈົ້າ ກໍມາຈາກຜູ້ເລືອກຕັ້ງ Labor Party ຜູ້ທີ່ບໍ່ຕື່ນເຕັ້ນຫຍັງຫລາຍ ກ່ຽວກັບ Labor ແລະດີໃຈ ທີ່ຈະມີທາງເລືອກທີສາມ ເພາະເຂົາເຈົ້າ ບໍ່ຢາກບີບຮູດັງ ແລະເລືອກເອົາພັກ Liberal."
ເທື່ອນີ້, ຕຳແໜ່ງສີ່ບ່ອນ ຂອງ Labor ກໍາລັງຖືກທ້າທາຍໂດຍ The Teals.
ສະນັ້ນ ມັນຈະສອດຄ່ອງ ກັບນະໂຍບາຍເດີມຂອງເຂົາເຈົ້າໄດ້ແນວໃດ?
ດີຫລາຍ, Dr Sheppard ກ່າວ.
"ຜູ້ລົງສມັກອິດສຣະເຫລົ່ານີ້ ທີ່ຮູ້ວິທີ ທີ່ຈະເຮັດໃຫ້ບັນຫາ ຢູ່ໃນຫົວຂໍ້ແຫ່ງຊາດ. ແລະການເມືອງ ບໍ່ແມ່ນພຽງແຕ່ ການເປັນຣັຖບານ ຫລືການເປັນຝ່າຍຄ້ານເທົ່ານັ້ນ. ມັນກ່ຽວກັບການເວົ້າລົມກັນ ໃນຣັຖສະພາ. ມັນກ່ຽວກັບ ການເປັນຂ່າວທຸກໆຄືນ. ມັນກ່ຽວກັບການປ່ຽນການສົນທະນາຂອງປະເທດຊາດ ໄປໃນທິດທາງ ທີ່ຮູ້ສຶກສອດຄ່ອງກັບຄວາມຄິດເຫັນຂອງສັງຄົມ. ແລະໃນເລື້ອງນີ້, The Teals ໄດ້ຮັບຄວາມສໍາເລັດຢ່າງຫຼວງຫຼາຍ.ບັດນີ້, ຖ້າຫາກເຮົາຂໍໃຫ້ລະບຸ ເຖິງຄວາມສໍາເລັດຂອງນະໂຍບາຍ, ມັນຈະຍາກຫລາຍກວ່ານັ້ນ.ຣັຖບານ ບໍ່ເຕັມໃຈທີ່ຈະຕົກລົງ ກັບກຸ່ມອິດສຣະ ເພາະເຂົາເຈົ້າບໍ່ຈໍາເປັນ ທີ່ຈະຕ້ອງເຮັດເຊັ່ນນັ້ນ. ແຕ່ໃນດ້ານການດຶງຄວາມສົນໃຈຈາກ Labor ແລະ Liberal ເຂົາເຈົ້າ ໄດ້ຮັບຄວາມສໍາເລັດຢ່າງຫນ້າອັດສະຈັນ."
ພັກການເມືອງໃຫຍ່ ອາດບໍ່ມີທາງເລືອກອື່ນ ນອກຈາກການເຈຣະຈາໃນຄັ້ງນີ້, ໂດຍທີ່ການສໍາຫລວດຊີ້ວ່າ ອາດມີຣັຖບານ ສຽງສ່ວນນ້ອຍ (Minority Government).
ເນື້ອເລື່ອງໂດຍ Rania Yallop ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌