ການຖືກເລືອກປະຕິບັດຕອນເປັນໂຣກມະເຮັງ.
ສໍາລັບຫລາຍຄົນໃນອອສເຕຣເລັຍ ຄວາມຢ້ານກົວວ່າ ມື້ນຶ່ງຈະຖືກພົບວ່າ ເປັນໂຣກມະເລັງ ຊຶ່ງເປັນສິ່ງທີ່ເຂົາເຈົ້າຢ້ານຫຼາຍ.
ແຕ່ບາງທີ ອາດມີບາງສິ່ງທີ່ຫນ້າຢ້ານກົວຫລາຍກວ່ານັ້ນ ສໍາລັບຜູ້ທີ່ຖືກກວດພົບ; ນັ້ນຄື ການຖືກເລືອກປະຕິບັດ ໃນລະຫວ່າງການປິ່ນປົວໂຣກມະເລັງ, ເພາະວ່າ ທ່ານເປັນໃຜ ຫລືມາຈາກໃສ.
ການຣົນນະຣົງ ໃຫມ່ຂອງ Leukaemia Foundation ມີຈຸດປະສົງທີ່ຈະປະເຊີນຫນ້າກັບບັນຫານັ້ນ, ດັ່ງທີ່ Essam Al-Ghalib, Allan Lee, Deborah Groarke ແລະ Alex Anyfantis ລາຍງານ:
ລອງວາດພາບ ການປະເຊີນກັບຊ່ວງເວລາທີ່ທ້າທາຍທີ່ສຸດ ໃນຊີວິດຂອງທ່ານ-ເມື່ອຖືກພົບວ່າ ເປັນໂຣກມະເລັງ.
ບັດນີ້ ໃຫ້ວາດພາບໂອກາດທີ່ຈະລອດຊີວິດຂອງທ່ານ ອາດຖືກທໍາລາຍ, ບໍ່ແມ່ນຍ້ອນໂຣກນັ້ນ, ແຕ່ເພາະພູມຫຼັງຂອງທ່ານ ຫລືບ່ອນທີ່ທ່ານອາສັຍຢູ່.
ນັ້ນຄື ສິ່ງທີ່ໄດ້ເກີດຂຶ້ນກັບ Lynette Liddle.
ນາງໄດ້ທໍາງານ ຢູ່ສູນຄົ້ນຄວ້າການແພດ ໃນເມືອງ Alice Springs ຕອນນາງເຈັບປ່ວຍ-ແລະໃນຕອນທໍາອິດ ນາງຖືກວິນິດສັຍວ່າ ຝີໃນກະເພາະແຕກ.
ແຕ່ໂຮງຫມໍອີກແຫ່ງຫນຶ່ງ-ໃນ Adelaide-ໄດ້ເປີດເຜີຍຄວາມຈິງທັງຫມົດ: ວ່ານາງເປັນໂຣກມະເລັງເມັດເລືອດ ນຳອີກ.
"ຂ້ອຍໄດ້ຮັບການຜ່າຕັດທັນທີ ແລະແລ້ວຕອນຕື່ນຂຶ້ນມາ ແລະໄດ້ພົບວ່າ ຂ້ອຍເປັນໂຣກມະເລັງໃນຕ່ອມນ້ຳເຫຼືອງ ແລະເຂົາເຈົ້າໄດ້ຜ່າຕັດມ້າມ ແລະໄດ້ເອົາສ່ວນຫນຶ່ງຂອງ ແລະສ່ວນຫນຶ່ງຂອງຕັບອ່ອນ, ມ້າມ ແລະສ່ວນຫນຶ່ງຂອງກະເພາະອອກໄປ."
ແມ່ຂອງນາງ ກໍຖືກພົບວ່າເປັນໂຣກມະເລັງແບບດຽວກັນ-ແຕ່ຊ້າເກີນໄປ ທີ່ຈະຊ່ວຍຊີວິດຂອງນາງໄດ້.
ໃນຂນະທີ່ Lynette ລອດຊີວິດ, ສ່ວນຫນຶ່ງທີ່ທ້າທາຍຫລາຍທີ່ສຸດ ໃນການວິນິສັຍຂອງນາງ ແມ່ນການແຍກອອກຈາກຄອບຄົວ ແລະຫມູ່ເພື່ອນ ເນື່ອງຈາກຈຳເປັນ ທີ່ຈະຕ້ອງຢູ່ໃກ້ການຊ່ອຍເຫລືອ ທາງການແພດ ໃນເມືອງ Adelaide.
ແລະການທີ່ບໍ່ສາມາດເຮັດວຽກໄດ້ ທຳໃຫ້ມີຄວາມຫຍຸ້ງຍາກທາງການເງິນ ນອກເຫນືອໄປຈາກ ຄວາມຫຍຸ້ງຍາກທາງຈິດໃຈ.
"ຂ້ອຍບໍ່ມີຄອບຄົວມາຢ້ຽມຢາມ, ຂ້ອຍບໍ່ສາມາດມີຫມູ່ເພື່ອນຂອງຂ້ອຍ ໃນການທີ່ເປັນຄົນ Aboriginal. ຂ້ອຍທໍາງານຢູ່ໂຮງຫມໍ, ຂ້ອຍເຮັດວຽກໃນການທົດລອງທາງຄລີນິກ, ຂ້ອຍໄດ້ຮັບປະຣິນຍາເອກ.ສະນັ້ນ, ຂ້ອຍຈຶ່ງຮູ້ວ່າ ສິ່ງຕ່າງໆເຮັດວຽກແນວໃດ. ແຕ່ສ່ວນຫລາຍແລ້ວ ມັນເປັນເລື່ອງທາງອາລົມ ທາງສັງຄົມ. ທ່ານຫມໍໄດ້ເວົ້າສເມີວ່າ,ເຮົາສາມາດຮັບມືກັບເລື່ອງການແພດ, ແຕ່ທ່ານຕ້ອງຮັບມືກັບເລື່ອງທາງຈິດໃຈ. ແລະດັ່ງທີ່ເຮົາຮູ້, ມັນມີຜົນກະທົບອັນໃຫຍ່ຫລວງ ຕໍ່ສຸຂະພາບຂອງທ່ານ. ແລະຂ້ອຍຄິດວ່າ ສິ່ງນັ້ນຈໍາເປັນຕ້ອງຖືກເສີມສ້າງ ແລະຄວບຄູ່ໄປກັບ ການສນັບສນູນ ຊຶ່ງທ່ານຫມໍ ແລະນາງພະຍາບານ ບໍ່ມີເວລາທີ່ຈະເຮັດໄດ້."
Bill Stavreski ເປັນຫົວຫນ້າຂອງການຄົ້ນຄວ້າ ຂອງ Leukaemia Foundation.
ລາວເວົ້າວ່າ ປະສົບການຂອງ Lynette ນັ້ນເປັນເລື່ອງທັມມະດາ.
ມູນນິທິມະເລັງເລືອດຂາວ (The Leukaemia Foundation) ໄດ້ເຜີຍແພ່ຜົນການສໍາຫລວດ ທີ່ພົບວ່າ ເຈັດໃນ 10 ຄົນ ຂອງອອສເຕຣເລັຍ ເປັນຫ່ວງວ່າ ປັດຈັຍຕ່າງໆເຊັ່ນ ບ່ອນທີ່ເຂົາເຈົ້າອາສັຍຢູ່, ອາຍຸ, ເພດ, ແນວໂນ້ມທາງເພດ, ລາຍໄດ້, ຫລືແມ່ນແຕ່ ພາສາທີ່ເວົ້າຢູ່ໃນບ້ານ ກໍສາມາດສົ່ງຜົນ ຕໍ່ການປິ່ນປົວທີ່ເຂົາເຈົ້າໄດ້ຮັບ ຖ້າຫາກຖືກພົບເຫັນວ່າ ເປັນໂຣກມະເລັງ.
"ປີນີ້, ຊາວອອສເຕຣເລັຍ ເກືອບ 20,000 ຄົນ ຈະຖືກວິນິດສັຍວ່າ ເປັນໂຣກມະເລັງ ໃນເມັດເລືອດ. ສິ່ງທີ່ເຮົາຮູ້ກໍຄື ຊາວອອສເຕຣເລັຍ6,000 ຄົນ ຈະເສັຍຊີວິດໄປດ້ວຍໂຣກມະເລັງເມັດເລືອດ. ຄວາມຈໍາເປັນ ສໍາລັບການວິຈັຍທີ່ຖືກຕ້ອງ ແລະວ່ອງໄວ ແມ່ນສໍາຄັນຫລາຍ."
ຢ່າງຫນ້ອຍ ຄວາມຢ້ານກົວບາງຢ່າງ ເບິ່ງຄືວ່າມີເຫດຜົນ.
ການຄົ້ນຄວ້າຂອງມູນນິທິ (Foundation) ໄດ້ສລຸບວ່າ ຜູ້ຄົນທີ່ອາສັຍຢູ່ໃນເຂດພູມີພາກ, ຊົນຊາດທໍາອິດ (First Nations peoples), ຊຸມຊົນອົບພະຍົບ ແລະບຸກຄົນໃນກຸ່ມ LGBTQIA+ ເປັນຫນຶ່ງໃນບັນດາ ຜູ້ທີ່ອາດປະເຊີນກັບອຸບປະສັກທີ່ສໍາຄັນ ໃນການວິນິດສັຍໂຣກມະເລັງ ໄດ້ທັນເວລາ-ຫລືໄດ້ຮັບການປິ່ນປົວ ແລະການສນັບສນູນທີ່ດີທີ່ສຸດ.
"ມີການແບ່ງແຍກອັນໃຫຍ່ຫລວງ ທີ່ສົ່ງຜົນກະທົບຕໍ່ຊຸມຊົນຕ່າງໆ. ແລະມັນມີເຫດຜົນຫລາຍຢ່າງ ສໍາລັບເລື່ອງນີ້ ແລະອາດເປັນເລື້ອງພາສາ ແລະຂໍ້ມູນທີ່ເຫມາະສົມ ກັບວັດທະນະທັມ, ຄວາມບໍ່ເຂົ້າໃຈ ແລະຂາດຂໍ້ມູນທີ່ເຫມາະສົມ. ສະນັ້ນ, ສໍາລັບຊາວອອສເຕຣເລັຍ ທີ່ເວົ້າພາສາອື່ນ ນອກຈາກພາສາອັງກິດຢູ່ບ້ານ ເປັນພາສາທຳອິດຂອງເຂົາເຈົ້າ, ຄວາມສາມາດ ໃນການຊອກຫາຂໍ້ມູນ ໃນພາສາທຳອິດຂອງເຂົາ, ເຂົ້າໃຈການບໍຣິການໂຣກມະເລັງ ສ່ວນຫລາຍຈະເປັນສິ່ງກີດຂວາງ ທີ່ຈະໄດ້ຮັບການສນັບສນູນ ແລະການດູແລ ແລະການກວດໂຣກຢ່າງທັນເວລາ. ສະນັ້ນ, ສໍາລັບທຸກຊຸມຊົນ, ການບໍ່ຄຸ້ນເຄີຍກັບລະບົບສຸຂະພາບ ເປັນພາລະຫນັກຫນ່ວງ ແລະເປັນບັນຫາທີ່ສໍາຄັນ ໃນການຮັບການປິ່ນປົວ ແລະການວິນິສັຍທີ່ຖືກຕ້ອງ."
ແຕ່ການເລືອກປະຕິບັດ ກໍເປັນປັດຈັຍຫນຶ່ງຄືກັນ.
ຜູ້ຊ່ອຍ ຣັຖມົນຕີກະຊວງສາທາຣະນະສຸກ, Ged Kearney, ໄດ້ບອກ podcast SBS 'Hysterical' ໃນຕົ້ນປີນີ້ວ່າ ມີອະຄະຕິທາງເພດ ຢ່າງກວ້າງຂວາງ ຕໍ່ຜູ້ຍິງໃນລະບົບສຸຂະພາບ.
"ບໍ່ມີໃຜເຊື່ອເຂົາເຈົ້າເລີຍ. ເຂົາເຈົ້າຖືກກ່າວຫາຢ່າງຮ້າຍແຮງ ຖ້າຫາກເຂົາເຈົ້າສະແດງອາການເຈັບປວດ ທີ່ທ່ານຫມໍມີບັນຫາໃນການວິນິສັຍ, ຖືກກ່າວຫາວ່າ ເຂົາເຈົ້າກໍາລັງຫາວິທີຊື້ຢາ, ຫລືວ່າເຂົາເຈົ້າ-ຖ້າຈະໃຊ້ຄໍາທີ່ຮ້າຍແຮງ-ຢ້ານກົວ ຫລືກັງວົນຫລາຍເກີນໄປ, ເມື່ອແທ້ຈິງແລ້ວ ເຂົາເຈົ້າ ກຳລັງມີບັນຫາທາງການແພດ ທີ່ຮ້າຍແຮງ."
ຊາວພື້ນເມືອງອອສເຕຣເລັຍ ກໍປະເຊີນກັບການເລືອກປະຕິບັດຄືກັນ.
ເກືອບເຄິ່ງຫນຶ່ງ (49.7 ເປີເຊັນ) ໄດ້ປະສົບກັບອະຄະຕິຫລາຍ ໃນປີ 2019, ຕົວເລກທີ່ເພີ່ມຂຶ້ນສອງເທົ່າ ໃນປີທີ່ຜ່ານມາ-ແຕ່ໂດຍທົ່ວໄປແລ້ວ, ຈໍານວນປະຊາກອນຊາວ Aboriginal and Torres Strait Islander ມີອັດຕາການເປັນໂຣກມະເລັງສູງກວ່າ ແລະອັດຕາການລອດຕາຍ ທີ່ຕ່ຳກວ່າ.
Lynette Liddle ກ່າວວ່າ ປະສົບການຂອງນາງ ແມ່ນວ່າລະບົບສຸຂະພາບ ບໍ່ໄດ້ຕຽມພ້ອມຢ່າງເຕັມທີ່ ສໍາລັບຄົນໄຂ້ຂອງປະເທດທໍາອິດ (First Nations).
"ບັດນີ້ ຂ້ອຍເຂົ້າໃຈດີວ່າ ເປັນຫຍັງຜູ້ຄົນ ຈຶ່ງຢາກຍອມຕໍ່ມັນ ແລະເວົ້າວ່າ, ຂ້ອຍພຽງແຕ່ຢາກກັບໄປຕາຍຢູ່ບ້ານ ເພາະການປິ່ນປົວເປັນເວລານານ. ມັນຍາກ. ທ່ານຕ້ອງອົດທົນ.... ແຕ່ໂດຍທີ່ເປັນຄົນ Aboriginal, ຂ້ອຍຕ້ອງຄິດວ່າ ມີອາຍຸໄຂທີ່ຕ່ຳກວ່າ ແລະບໍ່ມີທ່ານຫມໍຫລາຍຄົນ ທີ່ໄດ້ຮັບການຝຶກຝົນ ໃນການຮັບມືກັບຄົນໄຂ້ Aboriginal ທີ່ຢູ່ຫ່າງໄກ ຫລືຢູ່ເຂດຊົນນະບົດ."
Bill Stavreski ກ່າວວ່າ ແນວໂນ້ມເຫລົ່ານີ້ ໜ້າຫວ່ງໃຍຫຼາຍ.
ຕອນນີ້ The Leukaemia Foundation ໄດ້ເລີ່ມຕົ້ນໂຄງການໃຫມ່ ທີ່ຫວັງວ່າ ຈະແກ້ໄຂຄວາມບໍ່ເທົ່າທຽມເຫລົ່ານີ້.
Bill ກ່າວວ່າ ເຂົາເຈົ້າຢາກເຫັນແຫລ່ງຂໍ້ມູນ ແລະໂຄງການຄົ້ນຄວ້າ ໃໝ່ ທີ່ແນໃສ່ຄວາມສໍາຄັນຂອງຜູ້ຄົນ ເພື່ອວ່າໂອກາດຂອງຜູ້ທີ່ຈະລອດຕາຍ ຈາກໂຣກມະເລັງ ຈະບໍ່ຖືກກໍານົດໂດຍ ບ່ອນທີ່ເຂົາເຈົ້າອາສັຍຢູ່-ຫລືວ່າເຂົາເຈົ້າເປັນໃຜ.
"ໂຄງການ Fair Go ຂອງ The Leukemia Foundation ແມ່ນເຈາະຈົງໃສ່ ການແກ້ໄຂບັນຫາເຫລົ່ານີ້ ແລະໃຫ້ຂໍ້ມູນ, ການສນັບສນູນ ແລະການດູແລ ເພື່ອໃຫ້ແນ່ໃຈວ່າ ຊາວອອສເຕຣເລັຍທຸກຄົນ ມີຂໍ້ມູນທີ່ຈະຊ່ອຍ ໃນການປະເຊີນຫນ້າ ກັບໂຣກມະເລັງເມັດເລືອດ. ໂຄງການ Fair Go ຈະໃຫ້ຂໍ້ມູນ ສໍາລັບບຸກຄະລາກອນທາງການແພດ ເພື່ອຈະສາມາດສນັບ ສນູນ ແລະຊ່ອຍເຫລືອຄົນໄຂ້ ແລະຄອບຄົວ ທີ່ກໍາລັງປະເຊີນ ກັບການວິນິດສັຍວ່າ ເປັນໂຣກມະເລັງເມັດເລືອດ."
ເນື້ອເລື່ອງໂດຍ Essam Al-Ghalib, Allan Lee, Deborah Groarke and Alex Anyfantis ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌