ວັນໂລກ (Earth Day) 2024

INDONESIA PLASTIC POLLUTION

ສິ່ງເສດເຫຼືອ ຊຶ່ງສ່ວນຫຼາຍແມ່ນປລາສຕິກທີ່ Banda Aceh, Indonesia. Credit: HOTLI SIMANJUNTAK/EPA

ໂລກ ກັບ ພລາສະຕິກ (Planet versus the Plastics) ແມ່ນການຮຽກຮ້ອງໃນການຕໍ່ສູ້ຂອງວັນໂລກ (Earth Day) 2024, ຊຶ່ງຮຽກຮ້ອງໃຫ້ມີການຫຼຸດການໃຊ້ພລາສຕິກລົງ 60 ເປີເຊັນ ພາຍໃນປີ 2040. ໂຄງການສິ່ງແວດລ້ອມຂອງອົງການສະຫະປະຊາຊາດພົບວ່າມະນຸດ ຜລິດສິ່ງເສດເຫຼືອພລາສຕິກ 400 ລ້ານໂຕນໃນແຕ່ລະປີ.


ວັນໂລກ (Earth Day) 2024.

ໂລກ ກັບ ພລາສະຕິກ (Planet versus the Plastics) ແມ່ນການຮຽກຮ້ອງໃນການຕໍ່ສູ້ຂອງວັນໂລກ (Earth Day) 2024, ຊຶ່ງຮຽກຮ້ອງໃຫ້ມີການຫຼຸດການໃຊ້ພລາສຕິກລົງ 60 ເປີເຊັນ ພາຍໃນປີ 2040.

ໂຄງການສິ່ງແວດລ້ອມຂອງອົງການສະຫະປະຊາຊາດພົບວ່າມະນຸດ ຜລິດສິ່ງເສດເຫຼືອພລາສຕິກ 400 ລ້ານໂຕນໃນແຕ່ລະປີ.

Ciara Hain ລາຍງານ.

Judith Enck ກ່າວວ່ານາງຫຼີກລ່ຽງ carrots ທີ່ຫໍ່ໃນຖົງພລາສຕິກ ຢູ່ ຕລາດ ເພື່ອຫລີກລ້ຽງ ສິ່ງທີ່ນາງເອີ້ນວ່າ 'ໂລງສົບພລາສຕິກ ('Plastic coffins').

"ມັນສະດວກຫຼາຍ ທີ່ຈະມີ carrots ທີ່ຖືກຕັດໄວ້ເປັນຕ່ອນນ້ອຍໆເຫຼົ່ານັ້ນ. ແຕ່ຂ້ອຍມັກຊື້ carrots ໂດຍບໍ່ມີຫໍ່ ແລະເຈົ້າມີແຕ່ລ້າງມັນ ແລະຕັດມັນເອງ. ແທ້ຈິງແລ້ວ carrots ເຫຼົ່ານັ້ນ ມີຣົດຊາດສົດຫຼາຍ ແລະລາຄາຖືກກວ່າ carrots ທີ່ຫໍ່ໃນຖົງພລາສຕິກ. ແມ່ນແຕ່ຂັ້ນຕອນເລັກໆນ້ອຍໆ ກໍເຮັດໃຫ້ເກີດຄວາມແຕກຕ່າງ ເພາະຮ້ານຄ້າໃຫຍ່ສັງເກດເຫັນ ເມື່ອຜູ້ຄົນຂໍເອົາວັດຖຸ ທີ່ຫຸ້ມຫໍ່ຫນ້ອຍລົງ. ນອກຈາກນັ້ນ, ລູກຂອງພວກເຮົາ ກໍໃຫ້ຄວາມສົນໃຈ."

ການຫຼີກລ້ຽງປລາສຕິກ ໃນຂນະທີ່ທ່ານຊື້ອາຫານຂອງທ່ານ ອາດເບິ່ງຄືວ່າ ເປັນຂັ້ນຕອນເລັກນ້ອຍ ສໍາລັບສິ່ງແວດລ້ອມ, ແຕ່ອົງກອນຕ່າງໆ ເຊັ່ນອົງການສະຫະປະຊາຊາດກ່າວວ່າ ການຕັດສິນໃຈເລັກໆນ້ອຍໆ ທຸກຢ່າງ, ເຊັ່ນການຫຼີກເວັ້ນ carrots ທີ່ຫໍ່ໃນຖົງນັ້ນ ຊ່ວຍໄດ້.

ໂຄງການສິ່ງແວດລ້ອມຂອງ UN ໄດ້ເຕືອນວ່າ ປັດຈຸບັນ ພລາສຕິກແມ່ນສ່ວນຫນຶ່ງ ຂອງບັນທຶກຟອດຊິນ ຂອງໂລກ ແລະເປັນເຄື່ອງຫມາຍ ຂອງຍຸກ ທາງທໍຣະນີວິທະຍາ ໃນປັດຈຸບັນ ຂອງພວກເຮົາ.

ການຣົນນະຣົງທົ່ວໂລກ ກໍາລັງຮຽກຮ້ອງ ໃຫ້ເລີກໃຊ້ປລາສຕິກ ແບບໃຊ້ເທື່ອດຽວ ຊຶ່ງເຮັດໃຫ້ເກີດມົນລະພິດ ໃນທະເລ ແລະໃຊ້ເນື້ອທີ່ ໃນການຝັງດິນ ເປັນເວລາຫລາຍສິບປີ.

ຄວາມພະຍາຍາມເຫລົ່ານັ້ນ ມີຄວາມສຳຄັນເປັນພິເສດ ໂດຍສະເພາະໃນວັນໂລກ 2024 ຊຶ່ງໄດ້ຖືກຫມາຍໄວ້ທົ່ວໂລກ-ໂດຍຜູ້ອໍານວຍການໂຄງການ ເຊັ່ນ Diego Trincado ເຮັດໜ້າທີ່ຂອງຕົນ ເພື່ອສິ່ງແວດລ້ອມ ໂດຍການມອບຊີວິດໃຫມ່ ແກ່ເຄື່ອງນຸ່ງຫົ່ມ ທີ່ຖືກຖິ້ມໃນປະເທດ Chile.

"ມັນເປັນເລື່ອງທີ່ຫນ້າຕົກໃຈ ທີ່ໃຊ້ເສື້ອຜ້າ ແລະເຫັນຈໍານວນເຄື່ອງນຸ່ງໃນສະຖານທີ່ນັ້ນ ພ້ອມກັບອາສາສມັກ ທີ່ຢູ່ທີ່ນັ້ນ. ພວກເຮົາ ກໍາລັງຂຸດເຫັນເຄື່ອງນຸ່ງ ທີ່ມາຈາກປະເທດອື່ນ ,ເຄື່ອງນຸ່ງບາງຢ່າງ ມີປ້າຍຊື່ ແລະພວກເຮົາເຫັນວ່າ ພວກເຮົາມີວຽກຕ້ອງເຮັດ ແລະບາງສິ່ງທີ່ຕ້ອງເຮັດຢູ່ຫັ້ນ."

ປະຈຸບັນນີ້ ໂລກກໍາລັງຜລິດສິ່ງເສດເຫຼືອພລາສຕິກ ປະມານ 400 ລ້ານໂຕນ ໃນທຸກປີ ໂດຍມີຫນ້ອຍກວ່າ 10 ເປີເຊັນ ຂອງມັນ ທີ່ຖືກນໍາມາໃຊ້ຄືນໃຫມ່.

ໃນປະເທດໄທ, ນັກມຸດນ້ຳ ໄດ້ແກະມີອຸປະກອນຫາປາ ທີ່ຕິດຢູ່ໃນ coral ທີ່ເຮັດໃຫ້ສັດທະເລຕິດຢູ່.

"ພວກເຮົາ ເກັບກໍາເຄື່ອງມືຫາປາ ທີ່ຖືກໂຍນຖິ້ມຢ່າງຕໍ່ເນື່ອງ. ພວກເຮົາ ມີຊຸມຊົນມຸດນ້ຳ (Scuba Diving) ທີ່ເຂັ້ມແຂງ. ພວກເຮົາ ມີຫຼາຍໜ່ວຍງານ ຂອງ ທີ່ເຮັດວຽກ ກ່ຽວກັບການອະນາໄມທາງນ້ຳນີ້. ເຖິງຢ່າງໃດກໍຕາມ, ເຖິງແມ່ນວ່າ ຈະມີການລວບລວມ ຂອງສິ່ງເສດເຫຼືອ, ແຕ່ບໍ່ມີການເກັບກໍາຂໍ້ມູນ ຢ່າງມີແບບແຜນ. ບາງຄົນ ເກັບກຳສິ່ງເສດເຫຼືອ ແລະເອົາໄປຝັງຖິ້ມ. ບາງຄົນ ເກັບກໍາ ແລະຊັ່ງນ້ຳຫນັກ, ຫຼືນັບຈຳນວນ, ແຕ່ຍັງບໍ່ມີມາດຕະຖານ ໃນການເກັບກໍາຂໍ້ມູນ ຈາກສິ່ງເສດເຫຼືອນີ້."

ຫົວຂໍ້ 'Planet vs Plastics' ໄດ້ຖືກຄັດເລືອກ ດ້ວຍການປະຊຸມປລາສຕິກ ຄັ້ງປວັດສາດ ຂອງສະຫະປະຊາຊາດ, ເຊິ່ງຄາດວ່າ ຈະໄດ້ຮັບການຮັບຮອງໃນທ້າຍປີ 2024.

ມີຫລາຍກວ່າ 50 ປະເທດຮວມທັງອອສເຕຣເລັຍ ໄດ້ຮຽກຮ້ອງໃຫ້ໄຮ້ມົນລະພິດພລາສຕິກ ພາຍໃນປີ 2040.

ໃນເມືອງລິມາ, ປະເທດເປຣູ ມີອາສາສມັກປະມານ 150 ຄົນໄດ້ສລອງວັນໂລກ (Earth Day) ດ້ວຍການປູກຕົ້ນໄມ້ຫຼາຍກວ່າ 500 ຕົ້ນ.

ທ່ານ Arturo Alfaro ນັກສິ່ງແວດລ້ອມກ່າວວ່າ ພວກເຂົາເຈົ້າ ໄດ້ເລືອກເອົາພື້ນທີ່ແຫ້ງແລ້ງ ຂອງເມືອງແຄມແມ່ນ້ຳ Chillon ຊຶ່ງໄຫລລົງສູ່ມະຫາສມຸດປາຊີຟິກ.

"ພື້ນທີ່ມີປ່າ ເຮັດໃຫ້ສະພາບອາກາດດີຂຶ້ນ. ຕອນນີ້ ພວກເຮົາຢູ່ທີ່ນີ້ ແລະພວກເຮົາຮູ້ສຶກຮ້ອນຫຼາຍ. ຖ້າປ່າໄມ້ໃຫຍ່ແລ້ວ ອຸນຫະພູມຈະຕໍ່າລົງ. ໃນຕອນກາງຄືນ, ພືດປ່ອຍຄວາມຮ້ອນ, ແລະພວກເຮົາກໍຈະມີກາງຄືນທີ່ອົບອຸ່ນກວ່າ. ແລະພວກເຮົາທຸກຄົນ ຮູ້ກ່ຽວກັບອົກຊີເຈນ (Oxygen) ທີ່ມາຈາກປ່າໄມ້."

ກໍາລັງມີການເຈຣະຈາ ຢູ່ໃນປະເທດການາດາ ກ່ຽວກັບ ສິ່ງທີ່ຈະກາຍເປັນຂໍ້ຕົກລົງ ທໍາອິດລະດັບໂລກ ກ່ຽວກັບມົນລະພິດພລາສຕິກ ທີ່ກຳລັງເພີ່ມສູງຂຶ້ນ.

ແຕ່ມັນຈະບໍ່ເປັນເລື່ອງງ່າຍ, ເນື່ອງຈາກອຸດສາຫະກັມພລາສຕິກ ແລະຜູ້ສົ່ງອອກນໍ້າມັນ ເຊັ່ນ Saudi Arabia ໄດ້ຄັດຄ້ານຕໍ່ການເລີກໃຊ້ພລາສຕິກ ແລະໃຫ້ເຫດຜົນວ່າ ຂໍ້ຕົກລົງຄວນສຸມໃສ່ ການນໍາໃຊ້ຄືນໃຫມ່ແລະນໍາໃຊ້ທົດແທນ.

ເນື້ອເລື່ອງໂດຍ  Ciara Hain ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

 

Share