ຄວາມຜິດປົກກະຕິຂອງການກິນ.

OBSESSIVE EATING

ຣັຖບານຣັດ Victoria ໄດ້ອະນຸມັດເງິນຈຳນວນ 31 ລ້ານໂດລາ ໃນການແກ້ໄຂປັນຫາເລື້ອງຄວາມຜິດປົກກະຕິຂອງການກິນ (Eating Disorders). Credit: Paul Sakuma/AAP

ຄວາມຜິດປົກກະຕິຂອງການກິນ (Eating Disorders) ໄດ້ເພີ່ມຂຶ້ນ ນັບຕັ້ງແຕ່ເກີດໂຣກລະບາດ, ໂດຍສື່ສານມວນຊົນ ກໍເປັນປັດຈັຍ ຂອງການເພີ່ມຂຶ້ນ ໃນກຸ່ມຄົນຫນຸ່ມ. ຄວາມຜິດປົກກະຕິຂອງການກິນ ເປັນຄວາມເຈັບປ່ວຍ ທີ່ເຈັບປວດຫລາຍ, ສໍາລັບຜູ້ທີ່ປະສົບກັບມັນ, ແລະສໍາລັບພໍ່ແມ່, ຄອບຄົວ, ຫມູ່ເພື່ອນ ແລະຜົວເມັຍຂອງເຂົາເຈົ້າ.


ຄວາມຜິດປົກກະຕິຂອງການກິນ.

ກຸ່ມສນັບສນູນ ຍິນດີກັບຣັຖບານຂອງຣັດ Victoria ທີ່ຫາກໍໄດ້ປະກາດ ກ່ຽວກັບ ຄວາມຜິດປົກກະຕິຂອງການກິນ (Eating Disorders).

ການພົບເຫັນ ຂອງຄວາມຜິດປົກກະຕິຂອງການກິນ (Eating Disorders) ໄດ້ເພີ່ມຂຶ້ນ ນັບຕັ້ງແຕ່ເກີດໂຣກລະບາດ, ໂດຍສື່ສານມວນຊົນ ກໍເປັນປັດຈັຍ ຂອງການເພີ່ມຂຶ້ນ ໃນກຸ່ມຄົນຫນຸ່ມ.

Belinda Caldwell, CEO ຂອງ Eating Disorders Victoria ກ່າວວ່າຍຸດທະວິທີໃຫມ່ ຈະປູທາງໄປສູ່ ການດູແລທີ່ເຂົ້າເຖິງໄດ້ ແລະແນໃສ່ບຸກຄົນ.

Wing Kuang ລາຍງານ.

Belinda Caldwell, ນາງພະຍາບານ ແລະຜູ້ເປັນແມ່, ຮູ້ເຖິງຄວາມແຕກຕ່າງ ຂອງການວິນິດສັຍໃນຕອນຕົ້ນ ແລະການສນັບສນູນ ຈາກຫມູ່ເພື່ອນ ສາມາດສົ່ງຜົນ ຕໍ່ຂັ້ນຕອນຂອງການຟື້ນຟູ.

ລູກສາວຂອງນາງ ຖືກວິນິດສັຍວ່າ ເປັນໂຣກເບື່ອອາຫານຜິດປົກກະຕິ (Eating Disorder Anorexia Nervosa)-ແລະຕ້ອງໃຊ້ເວລາຢ່າງຫນ້ອຍ ຫົກປີ ເພື່ອຈະມີສຸຂະພາບແຂງແຮງອີກ.

ປະສົບການນັ້ນ ໄດ້ເຮັດໃຫ້ນາງໄປຊ່ອຍເຫລືອຄອບຄົວອື່ນໆ ໃນການຮັບມື ກັບການທ້າທາຍອັນດຽວກັນ ໃນບົດບາດປະຈຸບັນຂອງນາງ ໃນຖານະ CEO ຂອງ Eating Disorders Victoria.
ຜູ້ຊ່ຽວຊານກ່າວວ່າ ຍ້ອນຄວາມອັບອາຍ ຄວາມຜິດປົກກະຕິຂອງການກິນ (Eating Disorders) ຈຶ່ງຖືກລາຍງານ ຫນ້ອຍກວ່າຄວາມເປັນຈິງ.
"ຄວາມຜິດປົກກະຕິຂອງການກິນ ເປັນຄວາມເຈັບປ່ວຍ ທີ່ເຈັບປວດຫລາຍ, ສໍາລັບຜູ້ທີ່ປະສົບກັບມັນ, ແລະສໍາລັບພໍ່ແມ່, ຄອບຄົວ, ຫມູ່ເພື່ອນ ແລະຜົວເມັຍຂອງເຂົາເຈົ້າ. ການຮັບມື ກັບຄວາມຜິດປົກກະຕິຂອງການກິນຢ່າງມີປະສິດທິພາບ ແມ່ນບັນຫາທາງລະບົບ. ເປັນເວລາດົນແລ້ວ ທີ່ລະບົບຂອງເຮົາໄດ້ແຕກແຍກ, ບໍ່ເທົ່າທຽມກັນ. ຄວາມຜິດປົກກະຕິຂອງການກິນ ຄວບຄູ່ກັບ ການໃຊ້ຢາເສບຕິດ ມີອັດຕາການຕາຍສູງທີ່ສຸດ ໃນຄວາມຜິດປົກກະຕິທາງຈິດ. ແຕ່ດ້ວຍການແຊກແຊງໃນຕອນຕົ້ນ ແລະການ ສນັບສນູນຢ່າງທັນເວລາ, ເຮົາຮູ້ວ່າ ການຟື້ນຟູ ບໍ່ພຽງແຕ່ອາດເປັນໄປໄດ້ເທົ່ານັ້ນ, ແຕ່ມັນເປັນໄປໄດ້. ພວກເຮົາ ມີຮູບແບບການປິ່ນປົວ ແລະການສນັບສນູນ ທີ່ໄດ້ຜົນຢູ່ແລ້ວ. ການຕາຍໃດໆກໍຕາມ ຈາກຄວາມຜິດປົກກະຕິຂອງການກິນ ໃນຣັດ Victoria ໃນປັດຈຸບັນ ຄວນແລະສາມາດ ເປັນສິ່ງທີ່ຫຼີກລ່ຽງໄດ້ທັງຫມົດ."

ນາງຍິນດີກັບຍຸດທະວິທີໃຫມ່ ທີ່ຣັຖບານ Victoria ໄດ້ປະກາດ, ຊຶ່ງເນັ້ນຫນັກເຖິງການສນັບສນູນ ຈາກຫມູ່ເພື່ອນ ໃນຊຸມຊົນຕາມຫລັກຖານ.

ແຜນການເຈັດປີ ຈະໄດ້ຮັບເງິນສນັບສນູນ 31 ລ້ານໂດລາ ຈາກງົບປະມານຂອງຣັດ (ປະກາດ ໃນເດືອນພຶດສະພາ).

ມັນຮວມເຖິງ ການແນະນໍາໂຄງການດູແລໃຫມ່ໃນເຮືອນ ແລະໂຄງການໃຫມ່ ໃນພູມີພາກ Victoria, ເພື່ອໃຫ້ແນ່ໃຈວ່າ ການບໍຣິການຢູ່ໃກ້ກັບຜູ້ຄົນ.

ວຽກງານບໍຣິການນີ້ ຈະມີໃຫ້ໃນຫ້າເມືອງໃຫຍ່: (ຮວມທັງEastern Health, Melbourne Health, Monash Health, Royal Children's Hospital ແລະ Western Health); ແລະຫ້າສູນກາງ ບໍຣິການພູມີພາກເຊັ່ນ: Albury Wodonga Health, Bendigo Health, Grampians Health, La Trobe Regional Health, ແລະ Mildura Base Public Hospital).

Premier Jacinta Allan ກ່າວວ່າ ການແກ້ໄຂ ຄວາມຜິດປົກກະຕິຂອງການກິນ (Eating Disorders) ເປັນສິ່ງສໍາຄັນສໍາລັບຄວາມຢູ່ດີກິນດີຂອງຊາວ Victoria.

"ມີຊາວ Victorians ປະມານ 300,000 ຄົນ ທີ່ມີປະສົບການຊີວິດ ກ່ຽວກັບຄວາມຜິດປົກກະຕິຂອງການກິນ ໂດຍສະເພາະ ໃນສິບປີທີ່ຜ່ານມາ. ເຮົາກໍຮູ້ອີກວ່າ ຈໍານວນເຫລົ່ານັ້ນ ກໍາລັງເພີ່ມຂຶ້ນ. ມີເຫດຜົນຫລາຍຢ່າງ ທີ່ວ່າເປັນຫຍັງ ຈໍານວນເຫລົ່ານັ້ນ ຈຶ່ງເພີ່ມຂຶ້ນ. ເຮົາຮູ້ວ່າ ການທີ່ໂຣກລະບາດທົ່ວໂລກ ໄດ້ມີຜົນກະທົບ ຕໍ່ຄົນຈຳນວນຫຼາຍ. ເຮົາຍັງຮູ້ອີກວ່າ ຄວາມເປັນພິດ ທີ່ພົບເຫັນຢູ່ໃນສື່ສານມວນຊົນ ສາມາດມີຜົນກະທົບຕໍ່ຜູ້ຄົນ ທີ່ມີຄວາມຜິດປົກກະຕິທາງການກິນ ແລະບາງເທື່ອ ກໍເຮັດໃຫ້ສະພາບຂອງເຂົາເຈົ້າຮ້າຍແຮງຂຶ້ນ."

ຂໍ້ມູນສະແດງໃຫ້ເຫັນວ່າ ຈໍານວນຂອງຜແນກສຸກເສີນ ທີ່ກ່ຽວຂ້ອງກັບຄວາມຜິດປົກກະຕິຂອງການກິນ (Eating Disorders) ໃນ Victoriaໂດຍສເລັ່ຍແມ່ນ 32 ເທື່ອຕໍ່ອາທິດ ໃນເດືອນພຶດສະພາ ປີ 2024-ເພີ່ມຈາກເກືອບ 23 ເທື່ອຕໍ່ອາທິດ ໃນປີທີ່ຜ່ານມາ.

ຜູ້ຊ່ຽວຊານກ່າວວ່າ ຍ້ອນຄວາມອັບອາຍ ຄວາມຜິດປົກກະຕິຂອງການກິນ (Eating Disorders) ຈຶ່ງຖືກລາຍງານ ຫນ້ອຍກວ່າຄວາມເປັນຈິງ.

ຍຸດທະວິທີໃຫມ່ (ຊຶ່ງໄດ້ພັດທະນາເປັນເວລາສອງປີ) ກ່ຽວຂ້ອງກັບຄວາມຄິດເຫັນ ຈາກຫລາຍກວ່າ 250 ຄົນ, ຮວມທັງຜູ້ທີ່ມີ ຫລືສ່ຽງຕໍ່ຄວາມຜິດປົກກະຕິຂອງການກິນ (Eating Disorders), ບໍຣິການສຸຂະພາບ, ຜູ້ຊ່ຽວຊານ ທາງຄະລີນິກ ແລະກຸ່ມສນັບສນູນ.

ຫລັງຈາກການຟື້ນຟູ ຈາກຄວາມຜິດປົກກະຕິຂອງການກິນ (Eating Disorders), ບັດນີ້ Camille ກໍາລັງຊ່ອຍເຫລືອຄົນອື່ນ ຜ່ານໂຄງການຊ່ອຍເຫລືອຫມູ່ເພື່ອນທີ່ Eating Disorders Victoria.

ນາງເວົ້າວ່າ ການສນັບສນູນຈາກຊຸມຊົນ ເປັນສິ່ງສໍາຄັນ.

"ບາງຄົນ ທີ່ມີຄວາມຜິດປົກກະຕິຂອງການກິນ ຮູ້ສຶກໂດດດ່ຽວ. ມັນຍາກທີ່ຈະເຂົ້າໃຈ. ມັນຍາກ ສໍາລັບຄົນໃນຄອບຄົວ ແລະຫມູ່ເພື່ອນ ທີ່ຈະເຂົ້າໃຈ ໃນສິ່ງທີ່ທ່ານກໍາລັງປະສົບຢູ່. ສະນັ້ນ, ການມີບາງຄົນທີ່ມີປະສົບການ ໃນທຸກດ້ານຂອງຊີວິດຂອງເຂົາເຈົ້າ, ຮວມທັງຄວາມຜິດປົກກະຕິຂອງການກິນ ຈຶ່ງເປັນສິ່ງທີ່ມີຄ່າຫລາຍ."

ປີກາຍນີ້, ຣັຖບານກາງ ໄດ້ເປີດເຜີຍແຜນການ 10 ປີ ເພື່ອຊ່ອຍເຫລືອຊາວຫນຶ່ງລ້ານຄົນ ທີ່ອາສັຍຢູ່ກັບຄວາມຜິດປົກກະຕິຂອງການກິນ (Eating Disorders).

ມັນມີຈຸດປະສົງ ທີ່ຈະຈັດຫາລະບົບທີ່ສອດຄ່ອງ, ປະສານງານ ແລະອີງຕາມຫລັກຖານ ລະດັບປະເທດ ສໍາລັບການໃຫ້ບໍຣິການ.
ຜູ້ຍິງ ມີໂອກາດສອງເທົ່າຂອງຜູ້ຊາຍ ທີ່ຈະມີຄວາມຜິດປົກກະຕິຂອງການກິນ (Eating Disorders).
ການຄົ້ນຄວ້າໂດຍສະຖາບັນ Inside Out Institute for Eating Disorders, ທີ່ມະຫາວິທະຍາໄລ Sydney, ພົບວ່າ 40 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ມີຄວາມຜິດປົກກະຕິຂອງການກິນ (Eating Disorders) ບໍ່ໄດ້ຖືກກວດພົບ, ຫລັງຈາກອາການຄວາມຜິດປົກກະຕິຂອງການກິນ ໄດ້ເພີ່ມຂຶ້ນ ໃນໄລຍະລອັກດາວຂອງ COVID-19.

ອາການຮວມເຖິງ: ຄວາມກັງວົນກ່ຽວກັບຮູບຮ່າງ, ການຈໍາກັດອາຫານແລະການກິນຢ່າງບໍ່ຮູ້ອີ່ມ.

ຜູ້ຍິງ ມີໂອກາດສອງເທົ່າຂອງຜູ້ຊາຍ ທີ່ຈະມີຄວາມຜິດປົກກະຕິຂອງການກິນ (Eating Disorders).

ຍັງມີກໍຣະນີທີ່ເພີ່ມຂຶ້ນ ໃນກຸ່ມຄົນອາຍຸນ້ອຍ ຊາວອອສເຕຣເລັຍ, ໂດຍມີຈໍານວນ ເກືອບເຖິງສອງເທົ່າ ຈາກປີ 2012 ເຖິງ 2023 ໃນກຸ່ມເດັກນ້ອຍ ອາຍຸ 10-19 ປີ (ຈາກ 15 ເປີເຊັນ ເປັນ 27 ເປີເຊັນ), ອີງຕາມການລາຍງານຂອງ Deloitte Access Economics (ມອບຫມາຍໂດຍ Butterfly Foundation).

Ingrid Stitt ຣັຖມົນຕີກະຊວງສຸຂະພາບຈິດ ຂອງຣັດ Victoria ກ່າວວ່າ ມັນສໍາຄັນ ທີ່ຈະຕ້ານທານກັບຄວາມບໍ່ຮູ້ ແລະຄວາມອັບອາຍທີ່ຂັດຂວາງຜູ້ຄົນ ຈາກການຂໍຄວາມຊ່ອຍເຫລືອ.

"ເມື່ອເຮົາສາມາດເວົ້າ ກ່ຽວກັບຄວາມຜິດປົກກະຕິຂອງການກິນ ແລະຍອມຮັບວ່າ ມັນເປັນບັນຫາເລື່ອງສຸຂະພາບຈິດ ທີ່ຮ້າຍແຮງເທົ່າໃດ,ເຮົາຍິ່ງ ຈະສາມາດຊຸກຍູ້ຜູ້ຄົນຂອງເຮົາ ໃຫ້ອອກມາສແວງຫາຄວາມຊ່ອຍເຫລືອ ທີ່ເຂົາເຈົ້າຕ້ອງການ ໄດ້ຫຼາຍຂຶ້ນເທົ່ານັ້ນ. ແລະດ້ວຍເຫດນີ້ ພວກເຮົາຈຶ່ງພູມໃຈຫລາຍ ຈາກການລົງທຶນຂອງຣັດ ເພື່ອໃຫ້ແນ່ໃຈວ່າ ພວກເຮົາກໍາລັງເພີ່ມການບໍຣິການ-ບໍ່ພຽງແຕ່ຢູ່ໃນເມືອງ Melbourne ເທົ່ານັ້ນ, ແຕ່ທົ່ວເຂດພູມີພາກຂອງ Victoria ນໍາອີກ, ໂດຍແນໃສ່ ຄວາມພະຍາຍາມ ໃນການແຊກແຊງຂອງບຸກຄົນໃນຕອນຕົ້ນແລະຮູບແບບຂອງການດູແລ ທີ່ແຕກຕ່າງກັນ, ເພື່ອວ່າ ເຮົາຈະໃຫ້ການດູແລ ບໍ່ພຽງແຕ່ໃນການບໍຣິການດ້ານສຸຂະພາບເທົ່ານັ້ນ, ແຕ່ຮວມເຖິງການບໍຣິການ ໃນເຮືອນນໍາອີກ, ຊຶ່ງເປັນສິ່ງສໍາຄັນຫລາຍ ເມື່ອເຮົາຮັບມື ກັບຄວາມຜິດປົກກະຕິຂອງການກິນ ແລະຜູ້ຄົນທີ່ມີບັນຫາເລື່ອງສຸຂະພາບທາງຈິດ."

ສຳລັບຜູ້ຟັງ ທີ່ຕ້ອງການຄວາມຊ່ອຍເຫລືອ, ທ່ານສາມາດຕິດຕໍ່ຫາສູນສນັບສນູນແຫ່ງຊາດ ກ່ຽວກັບຄວາມຜິດປົກກະຕິຂອງການກິນ(Eating Disorders) ທີ່ 1800 ED HOPE (1800 334 673), ສໍາລັບການ ສນັບສນູນ, ຄວາມຊ່ອຍເຫລືອ ແລະຂໍ້ມູນຟຣີ ແລະເປັນຄວາມລັບ. ສຳລັບ Eating Disorders Victoria Helpline ທ່ານສາມາດຕິດຕໍ່ໄດ້ ທີ່ 1300 550 236.

ເນື້ອເລື່ອງໂດຍ Wing Kuang  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share