ການລ່ວງລະເມີດຜູ້ສູງອາຍຸ ໃນອອສເຕຣເລັຍ.
ການລ່ວງລະເມີດຜູ້ສູງອາຍຸ ແມ່ນກ່ຽວຂ້ອງກັບການ ສແວງຫາຜົນ ປໂຍດ, ການລະເລີຍ ຫລືການບີບບັງຄັບທາງການເງິນ ຂອງຜູ້ສູງອາຍຸໃນ.
ຊຸດຄວາມຄິດລິເລີ່ມການຮັບຮູ້ຫຼາຍໆຢ່າງ ຈະຖືກເຜີຍແພ່ໃນອອສເຕຣເລັຍໄວໆນີ້, ບໍ່ວ່າຈະແມ່ນທາງໂທລະພາບ, ຊ່ອງອອນໄລນ໌ ແລະໃນຄລີນິກສຸຂະພາບ ເພື່ອຊີ້ໃຫ້ເຫັນບັນຫາເຫຼົ່ານີ້.
Gabrielle Katanasho ລາຍງານ.
ອາຍຸຂອງປະຊາກອນອອສເຕຣເລັຍ ກຳລັງສູງຂຶ້ນ.
ສິບຫົກເປີເຊັນ, ຫລືຫນຶ່ງໃນຫົກຄົນ ຂອງຊາວອອສເຕຣເລັຍ, ມີອາຍຸ 65 ປີຂຶ້ນໄປ-ແລະຫລາຍກວ່າເຄິ່ງຫນຶ່ງ ຂອງກຸ່ມນັ້ນ ແມ່ນຜູ້ຍິງ.
ແຕ່ມີຫຼັກຖານທີ່ເພີ່ມຂຶ້ນວ່າ ຜູ້ສູງອາຍຸຫຼາຍຄົນ ກໍາລັງຖືກລ່ວງລະເມີດ.
ອັຍຍະການສູງສຸດ, ທ່ານ Mark Dreyfus, ໄດ້ກ່າວຕໍ່ກອງປະຊຸມ the National Elder Abuse Conference ທີ່ເມືອງ Adelaide ວ່າ ການເກີດຂຶ້ນຂອງການລ່ວງລະເມີດ ຜູ້ສູງອາຍຸແມ່ນ "ເປັນເລື່ອງທີ່ຫນ້າວິຕົກໃຈຫລາຍ".
"ການລ່ວງລະເມີດຜູ້ສູງອາຍຸ ເປັນຮູບແບບຂອງຄວາມໂຫດຮ້າຍ ແລະຄວາມທາຣຸນ ທີ່ຫນ້າອັບອາຍ ແລະມັກຈະຖືກເຊື່ອງໄວ້. ນອກເຫນືອໄປຈາກການລ່ວງລະເມີດທາງຮ່າງກາຍແລ້ວ ການລ່ວງລະເມີດຜູ້ສູງອາຍຸຍັງອາດກ່ຽວພັນກັບການຂົ່ມເຫັງທາງຈິດໃຈ ຫລືທາງອາຣົມ, ການຫາຜົນປໂຍດທາງການເງິນ, ການລ່ວງລະເມີດທາງເພດ ຫລືການລະເລີຍ.ມັນຂີ້ຮ້າຍຫຼາຍ. ເປັນທີ່ຍອມຮັບບໍ່ໄດ້ ແລະຕ້ອງຖືກກໍາຈັດ. ມັນອາດເກີດຈາກການກະທໍາໂດຍເຈດຕະນາ ຫລືໂດຍບໍ່ຕັ້ງໃຈ, ມີຄວາມລະອຽດອ່ອນ ຫລືເປັນແບບແຜນ ແລະອາດຈະສະແດງອອກດ້ວຍການຄວບຄຸມບັງຄັບ."
ການຄົ້ນຄວ້າ ທີ່ນໍາອອກເຜີຍແຜ່ໃນປີ 2021 ໂດຍສະຖາບັນການສຶກສາ ຄອບຄົວອອສເຕຣເລັຍ (the Australian Institute of Family Studies) ສະແດງໃຫ້ເຫັນວ່າ ຜູ້ສູງອາຍຸຊາວອອສເຕຣເລັຍ ເກືອບຫນຶ່ງໃນຫົກຄົນ ໄດ້ລາຍງານປະສົບການ ການລ່ວງລະເມີດ.
ກ່າວວ່າ ການຄົ້ນພົບເຫລົ່ານັ້ນ ແມ່ນເບິ່ງຄືວ່າ ຈະເປັນລະດັບຕ່ຳ, ເພາະວ່າການຄົ້ນຄວ້າ ບໍ່ໄດ້ຮວມ ຜູ້ທີ່ມີຄວາມເສື່ອມໂຊມທາງດ້ານສະຕິປັນຍາ ຫລືຜູ້ທີ່ຢູ່ໃນການດູແລ ໃນສະຖານທີ່ພັກ.
ນອກຈາກນີ້, ໃນຈໍານວນຫຼາຍກວ່າ 3000 ລາຍງານ ທີ່ໄດ້ມອບຕໍ່ຄນະກັມມະການ ອາຍຸ ແລະຄວາມພິການຂອງ NSW (NSW Ageing and Disability Commission) ໃນລະຫວ່າງປີ 2022 ແລະ 2023 ຫົວຂໍ້ຂອງຂໍ້ກ່າວຫາ ໃນຫຼາຍກວ່າເຄິ່ງຫນຶ່ງ (51.4 ເປີເຊັນ) ຂອງກໍຣະນີດັ່ງກ່າວ ແມ່ນລູກທີ່ເປັນຜູ້ໃຫຍ່ແລ້ວ ຂອງບຸກຄົນນັ້ນ.
ຕິດຕາມດ້ວຍ ຄູ່ສົມຣົດ ຫຼືຄູ່ຄອງໃນປະຈຸບັນ ຂອງບຸກຄົນນັ້ນ.
ໃນທຳນອງດຽວກັນ, ເມື່ອປີກາຍນີ້, ຕໍາຫຼວດ Victoria ກ່າວວ່າ ຕໍາຫຼວດ ໄດ້ຮັບລາຍງານ ຫລາຍກວ່າ 5700ກໍຣະນີ ຂອງປີ ຫາເດືອນມີນາກ່ຽວກັບເຫດການ ລ່ວງລະເມີດຜູ້ສູງອາຍຸ ຊຶ່ງເພີ່ມຂຶ້ນຫລາຍກວ່າ 40ເປີເຊັນ ໃນໄລຍະຫ້າປີທີ່ຜ່ານມາ.
Patricia Sparrow ເປັນ CEO ຂອງ the Council of the Ageing Australia ກ່າວວ່າ ການລ່ວງລະເມີດຜູ້ສູງອາຍຸ ອາດກ່ຽວຂ້ອງກັບການທໍາຮ້າຍທາງຮ່າງກາຍ, ທາງຈິດໃຈ, ທາງເພດ ແລະທາງອາຣົມພ້ອມທັງການລ່ວງລະເມີດທາງການເງິນ ແລະການລະເລີຍ.
"ຄົນເຮົາ ມັກຈະຮູ້ສຶກວ່າ ໄຮ້ອໍານາດ, ເຮັດຫຍັງບໍ່ໄດ້...ດັ່ງນັ້ນ, ມັນຈຶ່ງຊັບຊ້ອນຫຼາຍ ໂດຍສະເພາະບ່ອນທີ່ທ່ານ ມີຄວາມສໍາພັນທີ່ທ່ານເພິ່ງພາໃຜຜູ້ຫນຶ່ງ, ມັນອາດເປັນເລື່ອງຍາກຫຼາຍ ສໍາລັບຜູ້ຄົນ ທີ່ຈະລາຍງານ ແລະເຫັນໄດ້ແຈ້ງວ່າ ຄົນມັກຈະອາຍ ຫຼືອາດຈະບໍ່ຄິດວ່າ ມີຫຍັງຜິດກັບສິ່ງທີ່ກໍາລັງເກີດຂຶ້ນ ແລະນັ້ນ ເປັນເຫດຜົນທີ່ການຣົນນະຣົງ ເພື່ອສ້າງຄວາມຮັບຮູ້ແບບນີ້ ຈຶ່ງມີຄວາມສໍາຄັນແທ້ໆ."
ແຕ່ລາວກ່າວວ່າ ຕ້ອງໄດ້ເຮັດຕື່ມອີກ ໂດຍສະເພາະ ແມ່ນການປະຕິຮູບກົດໝາຍໜັງສືມອບອຳນາດ (Power of Attorney).
"ໃນເວລານີ້ ກົດໝາຍໜັງສືມອບອຳນາດ (Power of Attorney) ແຕກຕ່າງກັນໃນທຸກໆຣັດ...ແລະພວກເຮົາຄິດວ່າ ມັນເປັນສິ່ງສໍາຄັນ ທີ່ພວກເຮົາ ຈະປະສານກົດຫມາຍນັ້ນທົ່ວປະເທດ ແຕ່ວ່າພວກເຮົາ ຍັງໃຫ້ຄວາມປົກປ້ອງເພີ່ມເຕີມ ເພື່ອວ່າຖ້າຫາກມີຄົນໃດຄົນຫນຶ່ງ ມີບັນຫາ ແລະພວກເຂົາຖືກລ່ວງລະເມີດ, ວ່າພວກເຂົາສາມາດລົບລ້າງໜັງສືມອບອຳນາດ (Power of Attorney) ໄດ້-ຊຶ່ງພວກເຂົາສາມາດເຮັດໄດ້, ແຕ່ໃນເວລານີ້ ມັນບໍ່ໄດ້ຖືກບັນທຶກໄວ້ຢູ່ບ່ອນໃດເລີຍ. ສະນັ້ນ,ພວກເຮົາຈຶ່ງຄິດວ່າ ຈຳເປັນຕ້ອງມີທະບຽນແຫ່ງຊາດ ເພື່ອວ່າຖ້າຫາກມີການຍົກເລີກ ແລ້ວທ່ານກໍບໍ່ສາມາດເວົ້າຕໍ່ໄປໄດ້ວ່າ ທ່ານຖືກມອບອຳນາດ ແລະມີບ່ອນທີ່ຈະໄປກວດເບິ່ງ."
ຣັຖບານ ເຫັນພ້ອງກັນວ່າ ຕ້ອງມີການສຶກສາຕື່ມອີກ.
ທ່ານ Mark Dreyfus ກ່າວວ່າ ພວກເຮົາຕ້ອງການຂໍ້ມູນທີ່ດີກວ່າ ກ່ຽວກັບຂອບເຂດ ຂອງການລ່ວງລະເມີດຜູ້ສູງອາຍຸ ໃນທົ່ວອອສເຕຣເລັຍ.
"ຣັຖບານອອສເຕຣເລັຍ ກໍາລັງສນັບສນູນໂຄງການຄົ້ນຄວ້າໃຫມ່ ຈໍານວນຫນຶ່ງ ລວມທັງໂຄງການຄົ້ນຄວ້າ ກ່ຽວກັບຜູ້ລ່ວງລະເມີດຜູ້ສູງອາຍຸ ໂດຍສະເພາະ ເປັນເວລາສອງປີຮ່ວມກັບ the Australian Institute of Criminology...ມະຫາວິທະຍາໄລ Monash ຈະດໍາເນີນການຄົ້ນຄວ້າກ່ຽວກັບການລ່ວງລະເມີດຜູ້ສູງອາຍຸໃນເຂດຊົນນະບົດ, ພູມີພາກ ແລະເຂດຫ່າງໄກ ອີກຕ່າງຫາກ. ການຄົ້ນພົບຈາກການສຶກສາເຫລົ່ານີ້ ຈະໃຫ້ຫລັກຖານ ເພື່ອໃຫ້ເຮົາສືບຕໍ່ ຄວາມພະຍາຍາມ ໃນການປ້ອງກັນແລະການແຊກແຊງ ສໍາລັບກຸ່ມປະຊາກອນ ທີ່ສໍາຄັນເຫລົ່ານີ້ ພາຍໃຕ້ແຜນການແຫ່ງຊາດສະບັບທີສອງ."
ຣັຖບານ ຍັງໄດ້ເປີດໂຄງການສ້າງຄວາມຮັບຮູ້ ມູນຄ່າ 4.8 ລ້ານໂດລາ.
ມັນຈະປະກອບດ້ວຍ ການໂຄສະນາທາງໂທຣະພາບ, ເນື້ອຫາທາງວິດີໂອອອນໄລນ໌, ການວາງຫນ້າຈໍດິຈິຕອນ ໃນສູນການແພດ ແລະຊັບພະຍາກອນ ຂໍ້ມູນໃຫມ່ສໍາລັບຊຸມຊົນ.
ການຣົນນະຣົງ ຈະມີຈຸດປະສົງເພື່ອຊ່ວຍໃຫ້ຜູ້ສູງອາຍຸຊາວອອສເຕຣເລັຍ ເປີດໃຈກ່ຽວກັບຄວາມກັງວົນ.
Ms Sparrow ກ່າວວ່າ ມັນເປັນບາດກ້າວທີ່ສໍາຄັນ ເພາະວ່າການສຶກສາNational Elder Abuse Prevalence Study ປະຈໍາປີ 2021 ພົບວ່າປະມານ 60 ເປີເຊັນ ຂອງຜູ້ທີ່ໄດ້ຮັບຄວາມເສັຍຫາຍ ຈາກການລ່ວງລະເມີດຜູ້ສູງອາຍຸ ບໍ່ໄດ້ຂໍຄວາມຊ່ອຍເຫລືອ.
"ມັນສໍາຄັນແທ້ໆ ດ້ວຍສາເຫດສອງປະການ. ຫນຶ່ງ, ເພື່ອໃຫ້ຊຸມຊົນໄດ້ຮັບຄວາມເຂົ້າໃຈທີ່ດີຂຶ້ນ ວ່າສິ່ງນີ້ເກີດຂຶ້ນແທ້ ແລະພວກເຮົາຕ້ອງໄດ້ດູແລຜູ້ສູງອາຍຸຊາວອອສເຕຣເລັຍ ແລະເຮັດໃຫ້ແນ່ໃຈວ່າ ພວກເຂົາເຈົ້າໄດ້ຮັບການປົກປ້ອງ ເມື່ອມັນເກີດຂຶ້ນ. ແຕ່ສໍາລັບຜູ້ສູງອາຍຸຊາວອອສເຕຣເລັຍ, ສ່ວນຫຼາຍມັນມັກຈະເປັນຄົນທີ່ພວກເຂົາຮູ້ຈັກ ຫຼືສະມາຊິກໃນຄອບຄົວ, ດັງນັ້ນ ມັນເປັນເລື່ອງຍາກຫຼາຍ ສໍາລັບພວກເຂົາ ທີ່ຈະຕ້ອງການລາຍງານ ແລະຂ້າພະເຈົ້າຄິດວ່າ ພວກເຂົາຈໍາເປັນຕ້ອງຮູ້ວ່າ ມີສະຖານທີ່ ທີ່ພວກເຂົາສາມາດໄປຂໍຄວາມຊ່ອຍເຫຼືອໄດ້"
ຜູ້ຊ່ວຍຣັຖມົນຕີພະລັງງານ, Jenny McAllister, ໄດ້ໃຫ້ການສນັບ ສນຸນ ຕໍ່ການຣົນນະຣົງ.
ນາງໄດ້ບອກກັບ Sky News ວ່າ ອັດຕາການລ່ວງລະເມີດ ຜູ້ສູງອາຍຸ ໃນຊຸມຊົນນັ້ນ ຫນ້າເສັຍໃຈ–ແຕ່ມີການຊ່ວຍເຫຼືອໄວ້ໃຫ້.
"ຖ້າຫາກວ່າ ທ່ານຮູ້ສຶກບໍ່ແນ່ໃຈຫນ້ອຍຫນຶ່ງ, ຖ້າທ່ານຄິດວ່າ ມີບາງຢ່າງຜິດປົກກະຕິ ແລະທ່ານເປັນຄົນຜູ້ສູງອາຍຸ ອອສເຕຣເລັຍ, ທ່ານຄວນຈະເວົ້າກ່ຽວກັບເລື້ອງນີ້. ເວົ້າກັບຫມູ່ເພື່ອນ ແລະຄອບຄົວຂອງທ່ານກ່ຽວກັບເລື່ອງນີ້. ທ່ານອາດຈະຕ້ອງການໂທຫາສາຍດ່ວນການຊ່ອຍເຫຼືອຜູ້ສູງອາຍຸ (Elder Help). ຫຼືແນ່ນອນ ຖ້າຫາກວ່າມັນເປັນພາວະສຸກເສີນ ທ່ານຄວນໂທຫາ ສາມ zero"
ເພື່ອລາຍງານຄວາມກັງວົນກ່ຽວກັບການລ່ວງລະເມີດ, ການລະເລີຍ, ແລະ ການສແວງຫາຜົນປໂຍດ ຈາກຜູ້ສູງອາຍຸ ແລະ ຜູ້ໃຫຍ່ທີ່ມີຄວາມພິການໃນຄອບຄົວ, ກະຣຸນາຕິດຕໍ່ຫາພວກເຮົາ. ກະຣຸນາຕິດຕໍ່ຫາ NSW Aged and Disability Abuse Hotline ທີ່ 1800 628 221.
ເນື້ອເລື່ອງໂດຍ Gabrielle Katanasho ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌