ການດູແລຜູ້ສູງອາຍຸຢູ່ເຮືອນ.
ຜູ້ສູງອາຍຸຊາວອອສເຕຣເລັຍ ຫລາຍສິບພັນຄົນ ກໍາລັງລໍຖ້າເປັນເວລາດົນເຖິງສິບຫ້າເດືອນ ເພື່ອຈະໄດ້ຮັບການດູແລຢູ່ເຮືອນ.
Catriona Stirrat ລາຍງານ.
ຜູ້ສູງອາຍຸຊາວອອສເຕຣເລັຍ ຫລາຍກວ່າ 68 ພັນຄົນ ທີ່ລົງຊື່ລໍຖ້າ-ຂາດການດູແລທີ່ສໍາຄັນ ໃນເວລາທີ່ເຂົາເຈົ້າ ຕ້ອງການຫລາຍທີ່ສຸດ.
ຜູ້ສູງອາຍຸຊາວອອສເຕຣເລັຍ ໄດ້ຮັບຄໍາສັນຍາວ່າ ຈະໄດ້ຮັບການ ສນັບສນູນ ຫລາຍກວ່າເກົ່າຢູ່ໃນເຮືອນ, ຫລັງຈາກຣັຖບານກາງ ໄດ້ປະກາດ ເຖິງການປະຕິຮູບ ການດູແລຜູ້ສູງອາຍຸ ໃນອາທິດຜ່ານມາ.
ແຕ່ລາຍຊື່ຂອງການລໍຖ້າທີ່ຍາວນັ້ນ ໄດ້ເຮັດຜູ້ສນັບສນູນ ຮຽກຮ້ອງໃຫ້ຣັຖບານ ປົດປ່ອຍແພັກເກດ ການດູແລຢູ່ເຮືອນ Home Care Packages) ໃຫ້ພຽງພໍ ໃນງົບປະມານກາງສົກປີການເງິນ ເພື່ອແກ້ໄຂບັນຫານັ້ນ.
ແພັກເກດ ການດູແລຢູ່ເຮືອນ (Home Care Packages) ຖືກປົດປ່ອຍໂດຍຣັຖບານກາງ ແລະກ່ຽວຂ້ອງກັບການດູແລ ສີ່ລະດັບທີ່ແຕກຕ່າງກັນ, ຕັ້ງແຕ່ ການຊ່ອຍເຫລືອພຽງແຕ່ ສອງສາມຊົ່ວໂມງຕໍ່ອາທິດ, ໄປຈົນເຖິງ ການຊ່ອຍເຫລືອປະມານ 40 ພັນໂດລາຕໍ່ປີ ສໍາລັບຜູ້ທີ່ຕ້ອງການ ການດູແລຢູ່ເຮືອນທຸກມື້.
Maiye Azize ເປັນຮັກສາການ ຜູ້ອໍານວຍການຂອງAnglicare Australia, ກ່າວວ່າ, ບໍ່ຄືກັບການເຂົ້າເຖິງ Medicare ຫລືໂຄງການ ປະກັນຄວາມພິການແຫ່ງຊາດ, ແພັກເກດການດູແລຢູ່ເຮືອນ (Home Care Packages) ແມ່ນຢູ່ພາຍໃຕ້ ລະບົບການປັນສ່ວນ(Rationed System).
"ພວກເຮົາຄ້າຍກັບວ່າ ຢູ່ໃນຄວາມເມດຕາຂອງຣັຖບານ ທີ່ຈະປົດປ່ອຍແພັກເກດ ເມື່ອເຫັນສົມຄວນ. ດັ່ງນັ້ນ, ເຂົາເຈົ້າອາດຈະປ່ອຍແພັກເກດຈໍານວນຫຼວງຫຼາຍ, ຍົກຕົວຢ່າງ. ເຂົາເຈົ້າ ໄດ້ເຮັດສິ່ງນັ້ນ ໃນການຕອບຮັບຕໍ່ Royal Commission ແລະນັ້ນໄດ້ການລໍຖ້າ ຂອງຜູ້ຄົນນັ້ນສັ້ນລົງມາ ເປັນພຽງແຕ່ປະມານຫນຶ່ງເດືອນເທົ່ານັ້ນ, ຊຶ່ງເປັນສິ່ງທີ່ດີຫຼາຍ, ແຕ່ແລ້ວມັນກໍກັບຄືນມາອີກ ແລະພວກເຮົາລໍຖ້າ ໃຫ້ເຂົາເຈົ້າປົດປ່ອຍຕື່ມອີກ."
ຊາວອອສເຕຣເລັຍ ທີ່ມີອາຍຸສູງ ຫຼາຍກວ່າ 68,000 ຄົນ ທີ່ລໍຖ້າການດູແລ ແມ່ນຫລາຍກວ່າສອງເທົ່າ ຂອງຄົນທີ່ລໍຖ້າ ໃນຊ່ວງເວລາດຽວກັນຂອງປີກາຍນີ້, ອີງຕາມລາຍງານ 'Life on the Waitlist' ຂອງ Anglicare.'
ແພັກເກດ 'ການສນັບສນູນຢູ່ເຮືອນ (Support from Home)' ຂອງຣັຖບານ ມູນຄ່າ $4.3 ພັນລ້ານ, ຊຶ່ງຈະມີຜົນບັງຄັບໃຊ້ ຈາກເດືອນກໍລະກົດປີຫນ້າ, ຄາດວ່າ ຊ່ອຍເຫລືອຜູ້ສູງອາຍຸ ປະມານ 1.4 ລ້ານຄົນ ຂອງອອສເຕຣເລັຍ ທີ່ຊອກຫາການດູແລຢູ່ເຮື້ອນ.
ມັນເກີດຂຶ້ນ ຫລັງຈາກ Royal Commission into Aged Care ເປີດເຜີຍວ່າ ສອງສ່ວນສາມ ຂອງຜູ້ຄົນກໍາລັງໃຊ້ບໍຣິການ ການດູແລຜູ້ສູງອາຍຸ ຢູ່ເຮືອນ, ແຕ່ງົບປະມານຂອງການດູແລຜູ້ສູງອາຍຸ ສ່ວນຫລາຍແມ່ນຖືກແບ່ງປັນ ໃຫ້ແກ່ການດູແລຜູ້ສູງອາຍຸ ໃນສະຖານທີ່ພັກ(Residential Aged Care).
ຣັຖບານກ່າວວ່າ ແພັກເກດການດູແລຢູ່ເຮືອນ (Home Care Packages)ໃຫມ່ ຈະໃຫ້ຄວາມຊ່ອຍເຫລືອ ສໍາລັບການດູແລທາງຄະລີນິກ, ເຊັ່ນການພະຍາບານ ຫລືກິດຈະກັມບຳບັດ (Occupational Therapy), ພ້ອມດ້ວຍການໃຊ້ຊີວິດປະຈໍາວັນ, ເຊັ່ນການທໍາຄວາມສະອາດ ຫລືຕຽມອາຫານ, ອາບນ້ຳ, ນຸ່ງເຄື່ອງ ຫລືກິນຢາ.
Ms Azize ຫວັງວ່າ ຣັຖບານຈະຮັບປະກັນເປົ້າຫມາຍຂອງເຂົາເຈົ້າ ທີ່ຈະລໍຖ້າສູງສຸດ ເປັນເວລາສາມເດືອນ ພາຍໃຕ້ລະບົບໃຫມ່.
"ຂໍ້ຈໍາກັດທີ່ຍິ່ງໃຫຍ່ທີ່ສຸດ ໃນການຕອບສນອງຄວາມຕ້ອງການ ແມ່ນງົບປະມານ. ສະນັ້ນ, ສິ່ງທີ່ພວກເຮົາຂໍຮ້ອງ ໃຫ້ຣັຖບານເຮັດ ໃນການປັບປຸງງົບປະມານ ກາງປີຄັ້ງຕໍ່ໄປ ແມ່ນການປ່ອຍແພັກເກດ ໃຫ້ພຽງພໍ ທີ່ຈະກຳຈັດການລໍຖ້ານີ້. ແລະເຫດຜົນທີ່ພວກເຮົາຂໍຮ້ອງກໍຄື ປະການທີນຶ່ງ ເພາະບາງຄົນ ລໍຖ້າດົນເຖິງ 15 ເດືອນ ແລະດັ່ງທີ່ພວກເຮົາພົບໃນລາຍງານຂອງເຮົາ ທີ່ເຮັດໃຫ້ຜູ້ຄົນເຂົ້າໂຮງຫມໍໄວກວ່າທີ່ຄວນ, ມັນເຮັດໃຫ້ຜູ້ຄົນເຂົ້າເຮືອນພັກຄົນຊະຣາໄວກວ່າທີ່ຄວນ. ນັ້ນເຮັດໃຫ້ມີຄ່າໃຊ້ຈ່າຍ ສູງກວ່າການດູແລເຂົາເຈົ້າຢູ່ເຮືອນ. ແຕ່ອີກເຫດຜົນຫນຶ່ງ ແມ່ນມັນຈະເປັນການລົງທຶນຢ່າງສລາດ ເພາະເຂົາເຈົ້າກໍາລັງຈັດຕັ້ງລະບົບການສນັບສນູນໃຫມ່ຢູ່ເຮືອນ ຈາກເດືອນກໍລະກົດ ປີ 2025 ແລະມັນຈະຖືກຈັດຕັ້ງໄວ້ ສໍາລັບຄວາມລົ້ມເຫລວ ຖ້າຫາກມັນຈະຮັບ ບໍ່ພຽງແຕ່ລາຍຊື່ລໍຖ້າອັນຍາວເທົ່ານັ້ນ, ແຕ່ເປັນລາຍຊື່ລໍຖ້າ ທີ່ກໍາລັງສືບຕໍ່ຍາວຂຶ້ນຢ່າງວ່ອງໄວ. ພວກເຮົາຢາກຈັດຕັ້ງລະບົບໃຫມ່ນີ້ໃຫ້ສໍາເລັດຜົນ."
ສໍາລັບຜູ້ທີ່ລໍຖ້າ, ຜົນສະທ້ອນ ກໍຮ້າຍແຮງຫລາຍ.
Royal Commission ດ້ານການດູແລຜູ້ສູງອາຍຸ (Aged Care) ເປີດເຜີຍວ່າ ມີຜູ້ເສັຍຊີວິດ 28,000 ຄົນ ໃນຂນະທີ່ມີຊື່ ຢູ່ໃນການລໍຖ້າ ໃນປີ 2018ແລະ 2019.
ຜູ້ສນັບສນູນ ເຊັ່ນ Corey Irlam, ຫົວຫນ້າຜູ້ອໍານວຍການ ຂອງສະພາຜູ້ສູງອາຍຸ (Council on the Ageing Australia), ຢາກເຫັນ ຣັຖບານຫລຸດເວລາລໍຖ້າ ໃຫ້ເຫຼືອສູງສຸດ ຫນຶ່ງເດືອນ, ແທນທີ່ຈະລໍຖ້າສາມເດືອນ.
"ສະນັ້ນ, ເຖິງແມ່ນວ່າ ເຂົາເຈົ້າອາດໄດ້ຮັບອະນຸມັດແລ້ວ, ແຕ່ເຂົາເຈົ້າບໍ່ສາມາດເຂົ້າເຖິງບໍຣິການທີ່ສໍາຄັນເຫລົ່ານີ້ ໃນໄລຍະ 15 ເດືອນທີ່ລໍຖ້າ ເພື່ອຊ່ອຍເຫລືອເຂົາເຈົ້າ ໃຫ້ຢູ່ບ້ານ. ຜູ້ຄົນໄດ້ຕາຍໄປ ໃນຂນະທີ່ລໍຖ້າປະມານ 10,000 ຄົນຕໍ່ປີ. ຜູ້ຄົນ ຕ້ອງຢູ່ໂຮງຫມໍດົນກວ່າ ເພາະເຂົາເຈົ້າບໍ່ສາມາດກັບບ້ານໄດ້ ເພາະບໍ່ມີການບໍຣິການ, ແລະຫນ້າເສັຍໃຈ ທີ່ເຂົາເຈົ້າຖືກບັງຄັບ ໃຫ້ໄປໂຮງຫມໍ ບ່ອນທີ່ເຂົາເຈົ້າບໍ່ຢາກໄປ ເພາະບໍ່ມີບໍຣິການ ທີ່ຈະຊ່ອຍໃຫ້ເຂົາເຈົ້າຢູ່ບ້ານ."
ລາວກ່າວວ່າ ລາຍງານຂອງ Anglicare ໄດ້ເນັ້ນຫນັກ ເຖິງຄວາມແຕກຕ່າງ ລະຫວ່າງການລາຍງານຂອງຣັຖບານ ກ່ຽວກັບເວລາລໍຖ້າ 9-12ເດືອນ, ຊຶ່ງບໍ່ຮວມການລໍຖ້າ 90 ມື້ ສໍາລັບການປະເມີນ ການດູແລຜູ້ສູງອາຍຸ ທີ່ຈໍາເປັນ ເພື່ອເຂົ້າເຖິງແພັກເກດເຫລົ່ານີ້.
ລາວຢາກເຫັນຣັຖບານ ຊີ້ແຈງຕົວເລກເຫລົ່ານັ້ນ.
"ພວກເຮົາຕ້ອງແນ່ໃຈວ່າ ສະຖິຕິຢ່າງເປັນທາງການ ຂອງການລໍຖ້າ ແມ່ນຮວມເຖິງ ໄລຍະກ່ອນການປະເມີນ ພ້ອມທັງໄລຍະຫລັງຈາກເຂົາເຈົ້າໄດ້ຮັບແພັກເກດ. ການເຮັດເຊັ່ນນີ້, ເຮົາຈະສາມາດເຫັນໄດ້ວ່າ ມີສິ່ງກີດກັນໃນລະບົບ ເພາະການປະເມີນ ຫລືມີສິ່ງກີດກັນໃນລະບົບເພາະພະນັກງານ ຫລັງຈາກບາງຄົນໄດ້ຮັບການບໍຣິການຂອງເຂົາເຈົ້າ."
ຜູ້ໃຫ້ບໍຣິການເຊັ່ນ Benetas, ຊຶ່ງໄດ້ດໍາເນີນງານ ຢູ່ໃນພາກສ່ວນນີ້ ເປັນເວລາ 75 ປີ, ກໍາລັງດີ້ນລົນ ເພື່ອຕອບສນອງຄວາມຕ້ອງການ.
ຕາມຈິງແລ້ວ, ລາຍງານນັ້ນ ໄດ້ເນັ້ນຫນັກວ່າ ບໍ່ມີຜູ້ໃຫ້ບໍຣິການຄົນໃດ ສາມາດເວົ້າໄດ້ວ່າ ເຂົາເຈົ້າສາມາດປະຕິບັດຕາມໂຄງການ ສນັບສນູນຢູ່ບ້ານ ຂອງ Commonwealth-ໃນຊຸມຊົນຂອງເຂົາເຈົ້າ.
ຂໍ້ຈໍາກັດເລື່ອງງົບປະມານ ໄດ້ຖືກເນັ້ນວ່າ ເປັນອຸບປະສັກທີ່ສໍາຄັນ ໃນລາຍງານ, ຕິດຕາມດ້ວຍ ການຂາດພະນັກງານ.
Sandra Hills ຫົວຫນ້າຜູ້ອໍານວຍການຂອງ Benetas ອະທິບາຍ.
"ຊ່ວງເວລານີ້ ຂອງປີກາຍ, ພວກເຮົາ ມີປະມານ 34,000 ຄົນ ຢູ່ໃນລາຍຊື່ຂອງການລໍຖ້າ. ບັດນີ້ ພວກເຮົາມີ 68,000 ຄົນ. ສະນັ້ນ, ມັນຈຶ່ງເພີ່ມຂຶ້ນເປັນສອງເທົ່າໃນ 12 ເດືອນ, ຊຶ່ງບໍ່ດີເລີຍ. ສະນັ້ນ, ພວກເຮົາ ຈຶ່ງມີບັນຫາແບບດຽວກັນ ກັບຜູ້ໃຫ້ບໍຣິການຄົນອື່ນໆ. ໃນບາງເຂດ, ພວກເຮົາໄດ້ປິດລາຍຊື່ຂອງການລໍຖ້າ. ໃນບາງເຂດ, ພວກເຮົາ ສາມາດໃຫ້ບໍຣິການໄດ້ຫລາຍຂຶ້ນ, ແຕ່ພວກເຮົາ ບໍ່ສາມາດຫາພະນັກງານໄດ້."
ນາງໄດ້ກ່າວຕື່ມວ່າ ສໍາລັບຜູ້ທີ່ມາຈາກພື້ນຖານ ທາງວັດທະນະທັມ ແລະພາສາທີ່ແຕກຕ່າງກັນ, ການນຳໃຊ້ລະບົບ ອາດຊັບຊ້ອນຫລາຍກວ່ານັ້ນ.
ບັນຫາກ່ຽວກັບການແປ ເປັນພຽງສ່ວນຫນຶ່ງ ຂອງປັນຫາເທົ່ານັ້ນ.
"ຍັງມີທັດສະນະຄະຕິ ທາງວັດທະນະທັມ ຕໍ່ການບໍຣິການຢູ່ເຮືອນ ແລະການດູແລຢູ່ເຮືອນນໍາອີກ. ຜູ້ທີ່ເຂົ້າມາໃນເຮືອນ, ທັດສະນະ ກ່ຽວກັບຜູ້ທີ່ຄວນໃຫ້ການດູແລ, ແລະບາງສິ່ງເຫລົ່ານັ້ນ ສາມາດປັບປຸງໄດ້, ແຕ່ສິ່ງເຫລົ່ານີ້ ກໍາລັງເກີດຂຶ້ນ ເມື່ອເວລາຜ່ານໄປ. ຜູ້ຄົນ ທີ່ມາຈາກພື້ນຖານ ທາງພາສາແລະວັດທະນະທັມທີ່ແຕກຕ່າງ ມີບັນຫາ. ມີຄວາມຊັບຊ້ອນ ໃນການເຂົ້າເຖິງ ການບໍຣິການດູແລຢູ່ເຮືອນຄືກັນ."
Anika Wells, ໂຄສົກ ຂອງຣັຖມົນຕີກະຊວງ ການດູແລຜູ້ສູງອາຍຸ(Minister for Aged Care), ກ່າວໃນຄໍາຕອບຕໍ່ SBS ວ່າ ຣັຖບານ ໄດ້ລົງທຶນ 531.4 ລ້ານໂດລາ ເພື່ອໃຫ້ເງິນ ສຳລັບແພັກເກດ ການດູແລຢູ່ເຮືອນຕື່ມອີກ 24,100 ແພັກເກດ ພາຍໃນທ້າຍເດືອນມິຖຸນາ ປີຫນ້າ,ຊຶ່ງເຮັດໃຫ້ ຈໍານວນຜູ້ຄົນ ໃຊ້ບໍຣິການແພັກເກດນີ້ ເປັນປວັດການ300,000 ຄົນ.
ເຂົາເຈົ້າໄດ້ກ່າວຕື່ມວ່າ ຜູ້ຄົນທີ່ຖືກປະເມີນວ່າ ມີຄວາມຕ້ອງການ ການດູແລຢ່າງຮີບດ່ວນ ຕາມປົກກະຕິແລ້ວ ຈະໄດ້ຮັບການຊ່ອຍເຫລືອ ພາຍໃນຫນຶ່ງເດືອນ, ແລະວ່າໂຄງການ Support at Home ຂອງເຂົາເຈົ້າ ຈະໃຫ້ເວລາລໍຖ້າສັ້ນລົງ ຈາກການປະເມີນ ເພື່ອຮັບການສນັບ ສນູນ.
ເນື້ອເລື່ອງໂດຍ Catriona Stirrat ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao