ການເພີ່ມຂຶ້ນ ຂອງລາຄາໄຟຟ້າ

FALLS CREEK VICTORIA

ອາກາດໜາວ ເຮັດໃຫ້ຄວາມຕ້ອງການຂອງໄຟຟ້າຖີບໂຕສູງຂຶ້ນ ແລະລາຄາກໍສູງຂຶ້ນນຳ. Credit: AIDAN HAINES/PR IMAGE

ການເພີ່ມຂຶ້ນຂອງລາຄາໄຟຟ້າໃນອອສເຕຣເລັຍ ຊຶ່ງ South Australia ໄດ້ເພີ່ມຂຶ້ນ 78 ເປີເຊັນ, New South Wales ສູງຂຶ້ນ 86ເປີເຊັນ, ໃນຂນະທີ່ Tasmania ແລະ Victoria ທັງສອງ ໄດ້ເພີ່ມຂຶ້ນ- 97ແລະ 99 ເປີເຊັນຕາມລໍາດັບ. ມີແຕ່ລາຄາຂອງ Queensland ເທົ່ານັ້ນ ທີ່ໄດ້ຫລຸດລົງ- 21 ເປີເຊັນ -ແມ່ນຄວາມຜິດປົກກະຕິ ທີ່ເກີດຈາກສະພາບອາກາດທີ່ອົບອຸ່ນ ແລະໄຟຟ້າດັບຫນ້ອຍລົງ ໃນເຄື່ອງສ້າງພະລັງງານ.


ການເພີ່ມຂຶ້ນ ຂອງລາຄາໄຟຟ້າ.

ໃນຊ່ວງທີ່ອາກາດຫນາວເຢັນ ຢູ່ທົ່ວຣັດທາງຕາເວັນອອກສ່ຽງໃຕ້ຂອງອອສເຕຣເລັຍ ໄດ້ພາໃຫ້ມີຄວາມຕ້ອງການສູງ ເປັນປວັດການ ໃນຕລາດໄຟຟ້າແຫ່ງຊາດ.

ຕົວຊີ້ວັດອັດຕາເງິນເຟີ້ຫຼ້າສຸດ ໄດ້ເນັ້ນຫນັກເຖິງ ໃນໄລຍະ 12 ເດືອນ ຫາເດືອນພຶດສະພາ ປະມານ 6.5ເປີເຊັນ - ຊຶ່ງເປັນຜົນໄດ້ຮັບທີ່ຫຼຸດລົງ ຈາກເງິນຊ່ອຍເຫຼືອຂອງ.

ແຕ່ການປັບປ່ຽນອັດຕາ ໂດຍຜູ້ຄວບຄຸມພະລັງງານ ຂອງ ຊຶ່ງລະບຸວ່າ ຕົ້ນທຶນການຜລິດພະລັງງານ ເພີ່ມຂຶ້ນ 23 ເປີເຊັນ,ກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຄ່າໃຊ້ຈ່າຍ ທີ່ມີຜົນກະທົບ ຕໍ່ຜູ້ບໍຣິໂພກ, ດັ່ງທີ່ Tys Occhiuzzi, ແລະ Gabrielle Katanasho ລາຍງານ.

ໃນຄວາມຫນາວເຢັນ ຂອງເມືອງ Melbourne, ອາຫານອີຕາລີທີ່ທີ່ເສີຟໃນ Lygon Street ຂອງ Carlton ແມ່ນສິ່ງທີ່ສ້າງຄວາມອົບອຸ່ນ.

ແຕ່ໃນຂນະທີ່ລາວເສີຟອາຫານແກ່ລູກຄ້າ ໃນຕອນທ່ຽງທີ່ເຮ່ງຮີບ , Angelo Mercuri ເຈົ້າຂອງຮ້ານອາຫານ Universal ກ່າວວ່າ ລາຄາພະລັງງານ ແມ່ນສ້າງຄວາມເຄັ່ງຕຶງເພີ່ມຂຶ້ນ.

"ໂດຍສະເພາະໃນຕົ້ນປີນີ້ ພວກເຮົາໄດ້ສັງເກດເຫັນ ການເພີ່ມຂຶ້ນຂອງລາຄາຂອງພວກເຮົາຢ່າງສູງ. ສິ່ງນັ້ນ ໄດ້ເຮັດໃຫ້ເຮົາຕື່ນຂຶ້ນ ແລະຮູ້ວ່າເຮົາຕ້ອງໄດ້ເບິ່ງສິ່ງນີ້. ດັ່ງນັ້ນ ພວກເຮົາຈຶ່ງຊອກຫາຊື້ເຄື່ອງ ແລະພະຍາຍາມ ທີ່ຈະໄດ້ຮັບລາຄາທີ່ດີທີ່ສຸດ ເທົ່າທີ່ເປັນໄປໄດ້. ພວກເຮົາເປັນຮ້ານອາຫານທີ່ມີລູກຄ້າຫຼາຍ, ເປັນສະຖານທີ່ໃຫຍ່, ສະນັ້ນ ພວກເຮົາໃຊ້ພະລັງງານຫຼາຍ. ພວກເຮົາເປີດ 7 ມື້ຕໍ່ອາທິດ, 11 ໂມງເຊົ້າຫາ 11 ໂມງແລງ. ດັ່ງນັ້ນ, ມັນຈຶ່ງເປັນເວລາຫຼາຍຊົ່ວໂມງ ທີ່ພວກເຮົາດໍາເນີນການ."

Mr Mercuri ກ່າວວ່າ ຖານລູກຄ້າທີ່ເປັນນັກສຶກສາຂອງລາວ ຍັງເຮັດໃຫ້ທຸລະກິດຢູ່ຕໍ່ໄປໄດ້, ແຕ່ລາວໄດ້ສັງເກດເຫັນວ່າ ລູກຄ້າກຸ່ມຫນຶ່ງ ໂດຍສະເພາະແມ່ນ ບໍ່ໄດ້ເຫັນຫຼາຍ.

"ພວກເຮົາສັງເກດເຫັນຢ່າງແນ່ນອນວ່າ ເມື່ອຄ່າຄອງຊີບສູງຂຶ້ນ, ມັນຈະເປັນກຸ່ມຄອບຄົວ ທີ່ຫຼຸດລົງກ່ອນ ໃນແງ່ຂອງຖານລູກຄ້າຂອງພວກເຮົາ. ພວກເຂົາຮູ້ສຶກ ແລະຖືກກະທົບຫນັກຂຶ້ນຫນ້ອຍຫນຶ່ງ. ມີເງິນໃນບັນຊີໜ້ອຍລົງ ທີ່ຈະອອກໄປກິນເຂົ້າແລງ ແລະສິ່ງຕ່າງໆປະເພດນັ້ນ."

ສໍາລັບຄອບຄົວທົ່ວປະເທດ, ຂໍ້ມູນໃຫມ່ ຢືນຢັນຄວາມເປັນຈິງ ທີ່ຫນ້າວິຕົກ.

ເມື່ອທຽບໃສ່ໄຕມາດທີ່ຜ່ານມາ, ລາຄາຂາຍຍ່ອຍ ໄດ້ເພີ່ມຂຶ້ນເກືອບທຸກສ່ວນ ຂອງຕລາດພະລັງງານຂອງປະເທດ.

South Australia ໄດ້ເພີ່ມຂຶ້ນ 78 ເປີເຊັນ, New South Wales ສູງຂຶ້ນ 86ເປີເຊັນ, ໃນຂນະທີ່ Tasmania ແລະ Victoria ທັງສອງ ໄດ້ເພີ່ມຂຶ້ນ- 97ແລະ 99 ເປີເຊັນຕາມລໍາດັບ.

ມີແຕ່ລາຄາຂອງ Queensland ເທົ່ານັ້ນ ທີ່ໄດ້ຫລຸດລົງ- 21 ເປີເຊັນ -ແມ່ນຄວາມຜິດປົກກະຕິ ທີ່ເກີດຈາກສະພາບອາກາດທີ່ອົບອຸ່ນ ແລະໄຟຟ້າດັບຫນ້ອຍລົງ ໃນເຄື່ອງສ້າງພະລັງງານ.

ນີ້ແມ່ນໜ່ວຍງານ ຄວບຄຸມພະລັງງານຂອງອອສເຕຣເລັຍ Jarrod Ball.

"ມັນກ່ຽວກັບສິ່ງທີ່ກໍາລັງເກີດຂຶ້ນໃນຕລາດ ແລະເງື່ອນໄຂທີ່ແຫນ້ນຫນາ ທີ່ພວກເຮົາກໍາລັງເຫັນ, ໂດຍສະເພາະ ແມ່ນດ້ານການ ສນອງ. ພວກເຮົາໄດ້ເຫັນການຂາດໄຟຟ້າ ໃນເຄືອຂ່າຍ, ຮວມເຖິງໂຮງຜລິດໄຟຟ້າ ຖ່ານຫີນທີ່ເກົ່າແກ່ ຊຶ່ງເກີດໄຟ້ຟ້າມອດຢ່າງຄາດບໍ່ເຖິງ. ພວກເຮົາຍັງໄດ້ເຫັນໃນຊ່ວງນີ້ຂອງປີ, ດັ່ງທີ່ທ່ານຮູ້ ວ່າການສ້າງໄຟຟ້າຈາກແສງຕາເວັນ ແລະລົມຈະຫຼຸດລົງ. ແລະສິ່ງທີ່ເກີດຂຶ້ນກໍຄື ທ່ານຕ້ອງມີການຜລິດ ທີ່ມີລາຄາສູງກວ່າ ທີ່ຈະເຂົ້າມາຕື່ມຊ່ອງວ່າງນັ້ນ-ໄຟຟ້າທີ່ຜລິດຈາກຖ່ານຫີນ ,ແກສ ແລະຈາກພະລັງນ້ຳອີກ."

ຜູ້ປະກອບການຕລາດພະລັງງານຂອງອອສເຕຣເລັຍ ຍັງໄດ້ເຜີຍແພ່ລາຍງານ ທີ່ສະແດງຄວາມຕ້ອງການ ເປັນປວັດການ ສໍາລັບໄຕຣມາດເດືອນມິຖຸນາ.

ຣັຖບານກ່າວວ່າ ລາຄາຍັງຕ່ຳກວ່າຕອນທີ່ຝ່າຍພັກຮ່ວມຣັຖບານເກົ່າອອກຈາກຕໍາແຫນ່ງ, ໂດຍກ່າວຕື່ມ ໃນຖແລງການວ່າ ການໝູນໃຊ້ພະລັງງານໃຫມ່ ເຂົ້າສູ່ລະບົບໄດ້ໄວຂຶ້້ນເທົ່າໃດ "ຍິ່ງຈະດີຂຶ້ນ ສໍາລັບການໃຊ້ຈ່າຍ ແລະຄວາມເຊື່ອຖືດ້ານພະລັງງານ."

ແຕ່ຝ່າຍຄ້ານໄດ້ວິຈານ ນະໂຍບາຍພະລັງງານຂອງຣັຖບານ ໂດຍມີຜູ້ນໍາພັກ Liberal, ທ່ານ Peter Dutton, ຊຸກຍູ້ວິໄສທັດນິວເຄລັຍ ຂອງທ່ານແທນ.

"ການວິເຄາະຂອງພວກເຮົາຄື ພວກເຮົາສາມາດ ນຳນິວເຄລັຍເຂົ້າສູ່ລະບົບ, ຕັ້ງແຕ່ປີ 2035 ຫາ 2037 ໃນສອງສະຖານທີ່ທໍາອິດ, ແລະຈາກນັ້ນ ພວກເຮົາກໍຈະສ້າງຕໍ່ໄປ. ສະນັ້ນ, ເພື່ອໃຫ້ຊັດເຈນ, ເມື່ອຜູ້ຄົນເວົ້າເຖິງໄລຍະເວລາຂອງຂັ້ນຕອນ ສໍາລັບພະລັງງານນິວເຄລັຍ, ແລ້ວທ່ານຕ້ອງໄດ້ຖາມຣັຖບານວ່າ ໄລຍະເວລາຂັ້ນຕອນ ສໍາລັບພະລັງງານພື້ນຖານຂອງທ່ານແມ່ນຫຍັງ? ການໂຕ້ແຍ້ງຂອງພວກເຮົາຄື ຖ້າຫາກວ່າ ທ່ານມີ 90 ເປີເຊັນ ຂອງພະລັງງານພື້ນຖານ, ສ່ວນໃຫຍ່ ແມ່ນຖ່ານຫີນ, ທີ່ອອກຈາກລະບົບ ໃນໄລຍະສິບປີຂ້າງຫນ້າ, ແລ້ວສິ່ງທີ່ຈະມາປ່ຽນແທນມັນ ແມ່ນຫຍັງ?"

ທ່ານນາງ Kylie Walker ຈາກສະຖາບັນວິທະຍາສາດ ເຕັກໂນໂລຈີແລະ ວິສະວະກັມ (the Technological Sciences and Engineering Academy) ກ່າວວ່າ ໂຮງໄຟຟ້ານີວເຄລັຍຂນາດນ້ອຍ ທີ່ສເນີໂດຍພັກຮ່ວມຝ່າຍຄ້ານ ຄົງຈະບໍ່ສາມາດຖືກສ້າງຂຶ້ນພາຍໃນ 20 ປີ.

"ຖ້າອອສເຕຣເລັຍ ບັນລຸເປົ້າຫມາຍການປ່ອຍມົນລະພິດ ໃນປີ 2050, ວິທີດຽວທີ່ຈະເຮັດໄດ້ ແມ່ນການນຳໃຊ້ເຕັກໂນໂລຈີທີ່ມີຢູ່, ເຄີຍໃຊ້ງານມາແລ້ວ, ໝູນໃຊ້ໃຫມ່ ແລະເຮັດສິ່ງນັ້ນໃຫ້ໄວ ເທົ່າທີ່ຈະເປັນໄປໄດ້. ພວກເຮົາມີໂຄງຮ່າງແລ້ວ ,ພວກເຮົາໄດ້ມີເສັ້ນເວລາ ສໍາລັບການນຳໃຊ້ ແລະການສ້າງຂີດຄວາມສາມາດ. ພວກເຮົາໄດ້ພິສູດແລ້ວວ່າ ມັນສາມາດເຮັດໄດ້ ສໍາລັບອອສເຕຣເລັຍ ແລະອອສເຕຣເລັຍກໍພ້ອມ ທີ່ຈະຮັບເອົາເທັກໂນໂລຈີນັ້ນຄືກັນ. ພວກເຮົາ ມີການໃຊ້ພະລັງງານແສງຕາເວັນ ເທິງຫລັງຄາຫຼາຍໃນໂລກເປັນຕົ້ນ"

ນະໂຍບາຍ ຂອງພັກຮ່ວມຝ່າຍຄ້ານ ກໍຍັງບໍ່ມີການປະເມີນຄ່າໃຊ້ຈ່າຍເຊັ່ນກັນ.

ເນື້ອເລື່ອງໂດຍ Tys Occhiuzzi ແລະ Gabrielle Katanasho ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share