ປອກແຂນຕິດຕາມ ແລະຜູ້ເຮັດຜິດເຍົາວະຊົນ.
ປອກແຂນຕິດຕາມເອເລັກໂຕຼນິກ (Electronic monitoring bracelets) ຈະຖືກນໍາໃຊ້ ກັບເຍົາວະຊົນ ທີ່ຖືກຕັ້ງຂໍ້ຫາຮ້າຍແຮງ ໃນຣັດວິກຕໍເຣັຍ ເພື່ອພະຍາຍາມໃຫ້ແນ່ໃຈວ່າ ພວກເຂົາປະຕິບັດຕາມເງື່ອນໄຂການປະກັນຕົວ.
ອັດຕາອາຊະຍາກັມໂດຍລວມ ແມ່ນຫຼຸດລົງ ໃນຣັດວິກຕໍເຣັຍ ແຕ່ວ່າມີການເພີ່ມຂຶ້ນ 16 ເປີເຊັນ ຂອງເຍົາວະຊົນ ທີ່ກໍ່ອາດຊະຍາກັມ ໃນໄລຍະ12ເດືອນທີ່ຜ່ານມາ.
ວິກຕໍເຣັຍກ່າວວ່າ ອຸປະກອນຕິດຕາມກວດກາ (Electronic monitoring bracelets) ເປັນມາດຕະການເພີ່ມເຕີມ ເພື່ອໃຫ້ແນ່ໃຈວ່າເງື່ອນໄຂໃນການປະກັນໂຕ ໄດ້ຖືກປະຕິບັດ. ແຕ່ຜູ້ຊ່ຽວຊານດ້ານອາດຊະຍາກັມຄົນນຶ່ງກ່າວວ່າ ການທົດລອງ ແມ່ນມີທ່າທາງ ທີ່ຈະລົ້ມເຫລວ.
Greg Dyett ລາຍງານ.
ເຍົາວະຊົນທີ່ເຮັດຜິດຊ້ໍາ ກໍາລັງຖືກກ່າວວ່າ ເປັນສາເຫດຂອງການເພີ່ມຂຶ້ນ ຂອງອາຊະຍາກັມ ໃນຣັດວິກຕໍເຣັຍ.
ໃນ 12 ເດືອນທີ່ຜ່ານມາ, ໂດຍທົ່ວໄປແລ້ວ ການເຮັດຜິດໃນ ຣັດວິກທໍເຣັຍ ໄດ້ຫລຸດລົງ 12 ເປີເຊັນ. ແຕ່ອາດຊະຍາກັມ ຂອງເຍົາວະຊົນ ໄດ້ເພີ່ມຂຶ້ນເຖິງ 16 ເປີເຊັນ.
Rodolfo Arena, ເມັຍຂອງລາວ ແລະລູກສາມຄົນ ໄດ້ປະສົບກັບຄວາມເຈັບປວດ ຂອງສິ່ງທີ່ເອີ້ນວ່າ ເປັນການລັກຊັບ ທີ່ຮ້າຍແຮງ.
ຜູ້ເຮັດຜິດເຍົາວະຊົນສອງຄົນ ໄດ້ເຂົ້າໄປໃນເຮືອນຂອງເຂົາເຈົ້າ ໃນຂນະທີ່ເຂົາເຈົ້າ ຢູ່ເຮືອນ ແລະໄດ້ລັກຣົດ ຂອງຄອບຄົວ.
Mr Arena ໄດ້ບອກກັບ Channel Nine ຕື່ມອີກວ່າ ໂຄງການຍຸດຕິທັມຂອງເຍົາວະຊົນ ແມ່ນຕ້ອງມີ ເພື່ອພະຍາຍາມຊຸກຍູ້ ຜູ້ຄົນຈາກການກະທຳຜິດ.
"ຂ້ອຍເຂົ້າໃຈດີວ່າ ເຂົາເຈົ້າເປັນເດັກນ້ອຍ. ເຮົາທຸກຄົນສາມາດເຂົ້າໃຈໄດ້. ແຕ່ໃນເວລາດຽວກັນ, ເຮັາຕ້ອງເຮັດບາງສິ່ງບາງຢ່າງ ເພື່ອປົກປ້ອງຄອບຄົວ, ແມ່ນບໍ່? ມັນເປັນຫຼາຍກວ່າການຂັງເດັກນ້ອຍ, ບາງທີພວກເຂົາເຈົ້າ ຈໍາເປັນຕ້ອງມີໂຄງການ ເພື່ອໃຫ້ຄວາມຮູ້ແກ່ເດັກນ້ອຍເຫຼົ່ານີ້. ໃຫ້ເຂົາເຮັດບາງສິ່ງບາງຢ່າງ ເພາະເບິ່ງຄືວ່າ ພວກເຂົາພຽງແຕ່ເຂົ້າໄປພົວພັນກັບອາຊະຍາກັມ ເພາະວ່າພວກເຂົາເບື່ອ."
ພາຍໃຕ້ການທົດລອງ ຂອງຣັຖບານວິກທໍເຣັຍ, Jaclyn Symes ອັຍການສູງສຸດ ກ່າວວ່າ ມີຊາວຫນຸ່ມປະມານ 50 ຄົນ ຈະຖືກຕິດຕັ້ງດ້ວຍປອກແຂນຕິດຕາມ (Monitoring bracelets).
"ເຮົາຮູ້ວ່າ ຄົນຢູ່ໃນການປະກັນໂຕ, ຖ້າພວກເຂົາປະຕິບັດຕາມເງື່ອນໄຂຂອງພວກເຂົາ, ຖ້າຫາກວ່າ ພວກເຂົາມີສ່ວນຮ່ວມ ໃນໂຄງການ, ຖ້າພວກເຂົາ ຢູ່ເຮືອນໃນຕອນກາງຄືນ ເມື່ອພວກເຂົາເຈົ້າຄວນຈະເຮັດ, ພວກເຂົາ ຈະບໍ່ສືບຕໍ່ກະທໍາຄວາມຜິດຕື່ມອີກ. ພວກເຂົາ ຈະບໍ່ຕົກຢູ່ໃນສະຖານະການ ທີ່ມີຄວາມສ່ຽງ ບ່ອນທີ່ພວກເຂົາ ເຮັດບາງສິ່ງບາງຢ່າງທີ່ໂງ່ໆ ທີ່ສົ່ງຜົນຕໍ່ຊີວິດຂອງພວກເຂົາ ແລະຄົນອື່ນ. ປອກແຂນຂາ ບໍ່ແມ່ນທາງເລືອກ ແທນການກັກຂັງ, ມັນບໍ່ແມ່ນທາງເລືອກ ແທນໂຄງການອື່ນໆ ແຕ່ໃນບາງກໍຣະນີ, ຖ້າຫາກວ່າປອກແຂນຂາ ຈະຊຸກຍູ້ໃຫ້ເຍົາວະຊົນ ປະຕິບັດຕາມເງື່ອນໄຂ ການປະກັນໂຕຂອງເຂົາເຈົ້າ ແລະມັນງ່າຍກວ່າ ທີ່ຈະກວດພົບ ໃນເວລາທີ່ພວກເຂົາ ບໍ່ປະຕິບັດຕາມຂໍ້ກຳໜົດ, ແລະທ່ານສາມາດ ຕອບສນອງຢ່າງເຫມາະສົມ, ພວກເຮົາຄິດວ່າ ນີ້ຈະມີຜົນຕໍ່ເຍົາວະຊົນນັ້ນ ແລະມີປໂຍດຕໍ່ຄວາມປອດພັຍຂອງຊຸມຊົນ."
ອາຊະຍາກັມເຍົາວະຊົນ ໃນຣັດວິກຕໍເຣັຍ ໄດ້ເປັນຫົວຂໍ້ຂ່າວຂຶ້ນມາ ເພາະຜູ້ຕ້ອງຫາບາງຄົນ ໄດ້ຮັບການປະກັນໂຕ.
Jaclyn Symes ກ່າວວ່າ ມັນອາດເປັນສິ່ງຍາກ ສໍາລັບຜູ້ຕັດສິນໃຈການປະກັນໂຕ ທີ່ຈະຮູ້ວ່າເຍົາວະຊົນ ມີແນວໂນ້ມວ່າ ຈະເຮັດໃຫ້ຜິດຊ້ຳອີກຫຼືບໍ່.
"ນີ້ແມ່ນການຕອບສນອງ ທີ່ຄ່ອຍເປັນໄປ ຕໍ່ພຶດຕິກັມທີ່ບໍ່ເໝາະສົມ. ຖ້າທ່ານ ເປັນຜູ້ມີອຳນາດໃນການຕັດສິນໃຈປະກັນໂຕ ແລະເຍົາວະຊົນເປັນຄວາມສ່ຽງ ທີ່ບໍ່ສາມາດຮັບໄດ້, ພວກເຂົາເຈົ້າ ຄວນຈະຖືກກັກຂັງ. ເຖິງຢ່າງໃດກໍຕາມ, ມັນເປັນສິ່ງຍາກຫຼາຍ ສໍາລັບຜູ້ມີອຳນາດໃນການຕັດສິນໃຈປະກັນໂຕ ທີ່ຈະຮູ້ວ່າ ຄົນຫນຸ່ມຈະເຮັດແນວໃດ, ຈະຮູ້ວ່າເຂົາເຈົ້າຈະເຮັດຄວາມຜິດຊ້ຳອີກຫຼືບໍ່. ເຮົາຮູ້ວ່າ ເດັກນ້ອຍເລືອກ ທີ່ຈະເຮັດແບບບໍ່ຍັ້ງຄຶດ. ພວກເຂົາບໍ່ ຈໍາເປັນຕ້ອງຄິດເຖິງຜົນທີ່ຈະຕາມມາ. ຖ້າເຮົາ ສາມາດມີປອກແຂນຂາ ມັນເປັນສິ່ງເຕືອນໃຈ ເຖິງພັນທະຂອງເຂົາ ໃນຂນະທີ່ເຂົາຢູ່ໃນການປະກັນໂຕ, ມັນສາມາດຊ່ອຍເດັກນ້ອຍຄົນນັ້ນ ບໍ່ໃຫ້ຕົກຢູ່ໃນສະຖານະການ ທີ່ເຂົາກໍາລັງລັກເຂົ້າໄປໃນເຮືອນ ຫລືຮ້າຍແຮງກວ່ານັ້ນ."
ເລຂາທິການ ສະມາຄົມຕໍາຫຼວດ ວິກຕໍເຣັຍ, ທ່ານ Wayne Gatt ຍິນດີກັບການທົດລອງນີ້.
"ມັນເປັນການຕອບສນອງທີ່ມີປະສິດທິຜົນ ແລະໃຊ້ການໄດ້ແທ້ຈິງ ຕໍ່ບັນຫາທີ່ຮ້າຍແຮງ ທີ່ພວກເຮົາກຳລັງເຫັນ ຢູ່ໃນຊຸມຊົນ ວ່າສະມາຊິກຂອງເຮົາ ຕ້ອງຮັບມື ແລະປະເຊີນຫນ້າກັບສິ່ງ ທີ່ນັບມື້ນັບ ມີຄວາມຫຍຸ້ງຍາກ ທີ່ຈະແກ້ໄຂ ແລະມັນເປັນເວລາທີ່ເຫມາະສົມ ເພາະຊຸມຊົນກໍາລັງຮຽກຮ້ອງ ແລະພວກເຮົາເວົ້າວ່າ ນັ້ນແມ່ນກຸ່ມຜູ້ມີສ່ວນຮ່ວມ ທີ່ສໍາຄັນທີ່ສຸດ ທີ່ເຮົາຕ້ອງຮັບຟັງໃນບັນຫານີ້. ຊຸມຊົນ ໄດ້ສະແດງຄວາມເປັນຫ່ວງ ໃນຊ່ວງເວລານີ້ ກ່ຽວກັບຄວາມຮູ້ສຶກຂອງເຂົາເຈົ້າ ກ່ຽວກັບຄວາມປອດພັຍຂອງຕົນເອງ. ມັນຖືກຕ້ອງ ແລະເຫມາະສົມ ທີ່ຣັຖບານ ຈະຕອບສນອງ ດ້ວຍມາດຕະການແບບນີ້."
ຝ່າຍຄ້ານຂອງຣັດ ໄດ້ຕໍາຫນິຕິຕຽນ ການທົດລອງນີ້.
Michael O'Brien, ໂຄສົກຂອງ Legal Affairs ກ່າວວ່າ ຊາວຫນຸ່ມຈະໃສ່ປອກແຂນຂາ ເປັນປ້າຍກຽດຕິຍົດ.
"ຂ້າພະເຈົ້າ ບໍ່ຄິດວ່າ ຈະມີຄົນທີ່ກ້າຫານພໍ ທີ່ຈະເຂົ້າໄປໃນເຮືອນຂອງທ່ານໃນຕອນກາງຄືນ ພ້ອມທັງມີດ ຈະເປັນຫ່ວງກ່ ຽວກັບປອກແຂນຂາ ຂອງ Jacinta Allan. ຂ້າພະເຈົ້າ ບໍ່ຄິດວ່າ ປອກແຂນຂາ ຈະເຮັດໃຫ້ຜູ້ເຮັດຜິດຫນຸ່ມຢ້ານ; ຂ້າພະເຈົ້າຄິດວ່າ ເຂົາເຈົ້າ ຈະໃສ່ປອກແຂນຂາດັ່ງປ້າຍກຽດຕິຍົດ."
ຮອງສາດສະດາຈານ ດ້ານອາຊະຍາກັມ ທີ່ມະຫາວິທະຍາໄລ Melbourne, ທ່ານນາງ Diana Johns ກ່າວວ່າ ປອກແຂນຂາ ແມ່ນຄວາມລົ້ມແຫຼວ ທີ່ໄດ້ຖືກພິສູດແລ້ວ.
ລາວໄດ້ດໍາເນີນການຄົ້ນຄວ້າ ຢູ່ໃນ England ແລະ Wales ແລະເວົ້າວ່າ ຄົນຫນຸ່ມເຫລົ່ານັ້ນ ຈະອອກໄປຂ້າງນອກເຮືອນ ໂດຍໃສ່ເສື້ອແຂນສັ້ນ ເພື່ອວ່າເຂົາເຈົ້າ ຈະໄດ້ໂອ້ອວດ ກ່ຽວກັບການທີ່ມີເຄື່ອງກວດສອບ.
"ມັນບໍ່ໄດ້ເຮັດຫຍັງ ເພື່ອຂັດຂວາງເອກະລັກ ທີ່ຜິດກົດຫມາຍຂອງເຂົາເຈົ້າ. ພວກເຂົາ ກໍາລັງສະແດງຕໍ່ໂລກວ່າ 'ເບິ່ງ ,ຂ້ອຍໄດ້ກະທໍາຜິດກົດໝາຍ, ຂ້ອຍໄດ້ໃສ່ປອກແຂນນີ້, ເບິ່ງເອົາໄວ້.... ຂ້ອຍເປັນຄົນຫນ້າຢ້ານ, ແລະອື່ນໆ' ແລະຂ້າພະເຈົ້າກໍໄດ້ເວົ້າລົມ ກັບຄົນຫນຸ່ມ ຜູ້ທີ່ເຄີຍມີປະສົບການເຫລົ່ານີ້, ຜູ້ທີ່ໄດ້ຮັບການໃສ່ປອກຕິດຕາມໂຕ, ຜູ້ທີ່ໄດ້ຖືກ tagged, ຕາມທີ່ເຂົາເຈົ້າເອີ້ນມັນ, ດ້ວຍຄວາມຄິດວ່າ ຈະລົງໂທດເຂົາເຈົ້າ ໂດຍການຄວບຄຸມເຂົາເຈົ້າ, ຕິດຕາມເຂົາເຈົ້າ ,ເພື່ອກວດສອບພຶດຕິກັມຂອງເຂົາເຈົ້າ ເພື່ອໃຫ້ແນ່ໃຈວ່າ ເຂົາເຈົ້າຮັກສາການຈຳກັດເວລາ (Curfew) ແຕ່ມັນບໍ່ໄດ້ເຮັດຫຍັງ ເພື່ອບັນລຸເປົ້າຫມາຍເຫລົ່ານີ້."
ທະນາຍຄວາມ Negar Panahi ຈາກ Victorian Aboriginal Legal Service ຄັດຄ້ານຕໍ່ນີ້.
"ການຕິດຕາມກວດກາ ອີເລັກໂທຣນິກ ໄດ້ຖືກພິສູດວ່າ ບໍ່ໄດ້ຜົນ.ພວກເຮົາ ບໍ່ໄດ້ບັງຄັບໃຫ້ຜູ້ໃຫຍ່ ຕ້ອງຢູ່ໃນລະບົບ ມີການກວດສອບແລະການຄວບຄຸມລະດັບນີ້ ແລະແນ່ນອນວ່າມັ ນບໍ່ແມ່ນສະຖານທີ່ ທີ່ຈະເລີ່ມຕົ້ນ ກັບເດັກນ້ອຍຂອງພວກເຮົາ."
Criminologist, Diana Johns ກ່າວວ່າ ການຕິດປອກແຂນຂາ ໃສ່ຜູ້ເຮັດຜິດອາຍຸນ້ອຍ ອາດເຮັດໃຫ້ສະພາບການຮ້າຍແຮງຂຶ້ນໄດ້.
"ມັນຈະເພີ່ມຄວາມເປັນໄປໄດ້ ທີ່ເຍົາວະຊົນ ຈະສືບຕໍ່ເຮັດຄວາມຮຸນແຮງຕື່ມອີກ ຫຼືເຮັດຜິດຊ້ຳອີກ ເພາະພວກເຂົາ ບໍ່ໄດ້ກ່າວເຖິງສາເຫດພື້ນຖານ ຂອງການໃຊ້ຄວາມຮຸນແຮງ ຂອງເຍົາວະຊົນ ຕັ້ງແຕ່ຕອນທໍາອິດ ແລະຍ້ອນວ່າ ພວກເຂົາກໍາລັງເພີ່ມຄວາມອັບອາຍ ແລະຄວາມບໍ່ມີກຽດ ຊຶ່ງເປັນສ່ວນຫນຶ່ງຂອງເຫດຜົນທີ່ວ່າ ເປັນຫຍັງຄົນເຮົາ ຈຶ່ງໃຊ້ຄວາມຮຸນແຮງ."
ຮອງສາດສະດາຈານ Johns ກ່າວວ່າ ການພະຍາຍາມ ຈັດຫາການ ສນັບສນູນ ທີ່ເຫມາະສົມ ສໍາລັບຜູ້ກະທໍາຜິດເຍົາວະຊົນ ແມ່ນມີປະສິດທິພາບຫລາຍກວ່າ ການໃຊ້ມາດຕະການລົງໂທດ.
"ຖ້າເຮົາຢາກໃຫ້ ເຍົາວະຊົນປອດພັຍ, ໃຫ້ເຮົາ ແລະຊຸມຊົນປອດພັຍ, ເຮົາຢາກຮູ້ວ່າ ເຍົາວະຊົນຢູ່ໃສ, ເຮົາຢາກໃຫ້ເຂົາເຈົ້າ ປະຕິບັດຕາມການກໍານົດເວລາ (Curfew) ຫຼືຕາມເງື່ອນໄຂການປະກັນໂຕອື່ນໆ, ແລ້ວເຮົາຕ້ອງເຂົ້າໃຈວ່າ ຢູ່ໃນຊຸມຊົນຂອງເຂົາເຈົ້າ ມີໃຜທີ່ສາມາດເຮັດໃຫ້ແນ່ໃຈໄດ້ວ່າ ເງື່ອນໄຂເຫຼົ່ານັ້ນ ຈະຖືກປະຕິບັດ, ພວກເຮົາເສີມສ້າງ ຄວາມສໍາພັນ ທີ່ຢູ່ຮອບໂຕເຂົາເຈົ້າ ກັບຜູ້ໃຫຍ່ທີ່ຫມັ້ນຄົງອື່ນໆ, ຍົກຕົວຢ່າງ, ແລະບໍ່ແມ່ນແຕ່ ຈະນໍາໃຊ້ການແກ້ໄຂແບບງ່າຍໆ ແລະໄວ ທາງເທັກໂນໂລຈີ ຫຼືທາງອອກ ທີ່ພິສູດແລ້ວວ່າ ບໍ່ມີປະສິດທິພາບ ແລະຮ້າຍແຮງກວ່າການບໍ່ມີປະສິດທິພາບແລ້ວ ກໍແມ່ນສ້າງເງື່ອນໄຂ ສໍາລັບການເຮັດໃຫ້ເກີດ ການເຮັດຜິດຊ້ຳຫລາຍຂຶ້ນ."
ເນື້ອເລື່ອງໂດຍ Greg Dyett ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌