ທາງແກ້ໄຂດ້ານພະລັງງານຂອງພັກການເມືອງ.
ຄ່າໄຟຟ້າທີ່ສູງຂຶ້ນ ໄດ້ບັງຄັບພັກການເມືອງ ທັງສອງຝ່າຍ ໃຫ້ຮັບເອົາການປ່ຽນແປງພະລັງງານ ຂອງອອສເຕຣເລັຍ, ສເນີທາງແກ້ໄຂສອງຢ່າງທີ່ແຕກຕ່າງກັນ ເພື່ອຫລຸດລາຄາ ແລະບັນລຸ Net Zero.
ພັກ Coalition ກໍາລັງສເນີໃຫ້ໃຊ້ພະລັງງານນິວເຄລັຍຮ່ວມກັບພະລັງງານຢ່າງອື່ນ, ຮວມທັງການສ້າງ reactor ສອງແຫ່ງໃນພູມີພາກຂອງ Queensland.
ດັ່ງທີ່ Ewa Staszewska ລາຍງານ, SBS ໄດ້ເດີນທາງໄປພູມີພາກ ຂອງ Queensland ເພື່ອເບິ່ງວ່າ ການສເນີຂອງ Coalition ໄດ້ຮັບການຕອບຮັບແນວໃດ.
Twiga Books, ໃນເມືອງ Gympie ໄດ້ລອດຊີວິດຈາກນ້ຳຖ້ວມ ແລະໂຣກລະບາດ.
ແຕ່ Lorraine Broadley ເຈົ້າຂອງຮ້ານໜັງສືກ່າວວ່າ ຄ່າໃຊ້ຈ່າຍໃນແຕ່ລະວັນຂອງຮ້ານໜັງສື ອາດເປັນສິ່ງທີ່ເຮັດໃຫ້ຮ້ານໜັງສືນັ້ນ ມີໜ້ອຍລົງ.
"ຮ້ານຂາຍຍ່ອຍທົ່ວໄປ ໃຊ້ໄຟຟ້າຫຼາຍ ແລະລາຄາຂອງພວກເຮົາກໍສູງຂຶ້ນຢ່າງແນ່ນອນ. ແລະໃນອຸດສະຫະກັມໜັງສື, ຂອບເຂດຂອງກຳໄລ ກໍຫນ້ອຍລົງເລື້ອຍໆ."
ຂໍ້ມູນຈາກ Queensland Competition Authority ສະແດງໃຫ້ເຫັນວ່າ ລາຄາຂອງພະລັງງານ ໄດ້ເພີ່ມຂຶ້ນ 27 ເປີເຊັນ ສໍາລັບທຸລະກິດຂນາດນ້ອຍໃນ Queensland ໃນປີ 2023, ແລະ 29 ເປີເຊັນສໍາລັບຄອບຄົວ.
The Coalition ກໍາລັງສເນີຢ່າງກ້າຫານ ຕໍ່ຜູ້ເລືອກຕັ້ງຊຶ່ງກ່າວວ່າ ຈະເຮັດໃຫ້ລາຄານັ້ນຫຼຸດລົງ-ເພື່ອສ້າງ reactor ນິວເຄລັຍຢູ່ໃນສະຖານທີ່ຂອງໂຮງງານໄຟຟ້້າຖ່ານຫີນ ທີ່ເລີກໃຊ້ແລ້ວ ໃນເຈັດແຫ່ງທົ່ວອອສເຕຣເລັຍ.
ມັນເປັນສິ່ງທີ່ Ms Broadley ຈະຍອມຮັບໄດ້ ຖ້າຫາກມັນສາມາດຫລຸດລາຄາພະລັງງານໄດ້.
"ໂດຍສ່ວນຕົວແລ້ວ, ຂ້າພະເຈົ້າບໍ່ຄິດວ່າ ມັນເປັນບັນຫາໃຫຍ່.ຂ້າພະເຈົ້າຮູ້ວ່າ ລາຄາຂອງມັນອາດເປັນເລື່ອງຫຍຸ້ງຍາກ ແຕ່ໃນຂນະນີ້ ພວກເຮົາບໍ່ໄດ້ມີຫຍັງດີເກີນໄປ, ເພາະລາຄາສູງຈົນຊອດຫລັງຄາແລ້ວ ຖ້າຈະເວົ້າກ່ຽວກັບພະລັງງານໃຫມ່."
ພະລັງງານໃຫມ່ ບໍ່ໄດ້ແມ່ນສິ່ງແປກໃໝ່ ສໍາລັບ Gympie, ເມືອງທີ່ຫ່າງຈາກ Brisbane ສອງຊົ່ວໂມງ.
ໂດຍທີ່ມີໂຮງງານພະລັງງານແສງອາທິດ Woolooga ຂນາດ 500ເຮັກຕາຢູ່ແລ້ວ, ພ້ອມດ້ວຍໂຄງການພະລັງງານນ້ຳ ແລະລົມ ທີ່ຖືກວາງແຜນໄວ້ສໍາລັບພູມີພາກນີ້.
"ຄວາມເປັນຫ່ວງຢ່າງຫນຶ່ງ ທີ່ເຮົາມີຢູ່ທີ່ນີ້ແມ່ນວ່າ ເຮົາມີຟາມພະລັງງານແສງອາທິດໃຫຍ່ ທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມທັມມະຊາດ ທີ່ສວຍງາມຂອງເຮົາ, ກວມທັບດິນໄຮ່ຊາວນາ, ກວມທັບຜ່ານດິນທີ່ຖືກແບ່ງໄວ້ປຸກເຮືອນ. ແທ້ຈິງແລ້ວ ຂ້າພະເຈົ້າຮູ້ສຶກວ່າພວກເຮົາ ກໍາລັງເດີນທາງໄປໄກໂພດຫນ້ອຍຫນຶ່ງ, ຂ້າພະເຈົ້າຮູ້ວ່າ ພວກເຮົາໄດ້ຮັບ ຜົນກະທົບຈາກສະພາບອາກາດຢ່າງຫນັກ, ແຕ່ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງການ ການປະສົມເຂົ້າກັນຂອງແຫຼ່ງພະລັງງານແທ້ໆ ແລະຂ້າພະເຈົ້າຕຽມພ້ອມ ທີ່ຈະສນັບສນູນທາງອອກນິວເຄລັຍ."
David Littleproud ຜູ້ນໍາຂອງພັກ Nationals ສນັບສນູນຂໍ້ສເນີນິວ ເຄລັຍ ມູນຄ່າ $300 ພັນລ້ານຢ່າງແຮງ.
"ຈາກການຢູ່ເທິງໜ້າດິນ, ມັນໄດ້ຮັບການສນັບສນູນຢ່າງຖ້ວມລົ້ນ, ເພາະເຂົາເຈົ້າເຫັນອະນາຄົດທີ່ບໍ່ເຕັມໄປດ້ວຍສາຍສົ່ງໄຟ, ແຜງແສງອາທິດ (solar panels) ແລະເຄື່ອງຈັກລົມ, ບ່ອນທີ່ວຽກທີ່ດີທີ່ສຸດ ອາດເປັນການເຊັດຖູແຜງແສງອາທິດ (solar panels), ແລະກໍມີຫນ້ອຍດຽວ. ເຂົາເຈົ້າສາມາດເຫັນໄດ້ວ່າ ເກືອບ 80 ເປີເຊັນ ຂອງຄົນທີ່ທໍາງານຢູ່ໃນໂຮງງານໄຟຟ້າຖ່ານຫີນ ທີ່ເຂົາເຈົ້າເຮັດຢູ່ ສາມາດປ່ຽນໄປຫາໂຮງງານພະລັງງານນິວເຄລັຍ, ແລະມີວຽກເຮັດຫລາຍກວ່າເກົ່າ ແລະມີວຽກງານທີ່ໄດ້ຮັບຄ່າຈ້າງສູງກວ່າ. ສະນັ້ນ, ນັ້ນຄືໂອກາດທີ່ຊຸມຊົນເຫລົ່ານັ້ນ ກໍາລັງເຫັນ ໃນການປະຕິບັດຕາມຄໍາຫມັ້ນສັນຍາ ລະຫວ່າງປະເທດຂອງເຮົາ ແຕ່ມີພະລັງງານແບບອື່ນປະສົມເຂົ້າກັນ."
Coalition ກ່າວວ່າ ການເພີ່ມພະລັງງານນິວເຄລັຍ ໃຫ້ແກ່ການ ຜລິດພະລັງງານຂອງປະເທດ ຈະຫລຸດຜ່ອນຄ່າ ພະລັງງານ ແລະເປັນສິ່ງສໍາຄັນ ໃນການຈະບັນລຸການຫລຸດຜ່ອນ ການປ່ອຍກາກບອນໃຫ້ເປັນສູນ (Net Zero).
The Coalition ກ່າວວ່າ reactor ທໍາອິດຈະມີຄວາມພ້ອມໃນປີ 2035, ຫ້າປີ ໄວກວ່າຫນ່ວຍງານ the Commonwealth's Science agency, CSIRO ກ່າວວ່າ ສາມາດສ້າງໂຮງງານໄດ
ການສັ່ງລະງັບພະລັງງານນິວເຄລັຍ ໃນປະຈຸບັນ ກໍຕ້ອງຖືກຍົກເລີກຄືກັນ, ຊຶ່ງຮຽກຮ້ອງ ໃຫ້ທັງສອງສະພາ ເຫັນດີສນັບສນູນແຜນນັ້ນ.
ແລະ Mr Littleproud ກ່າວວ່າ ໃນລະຫວ່າງນັ້ນ ຈະມີການໃຊ້ເພິ່ງເຊື້ອໄຟ fossil ຕໍ່ໄປ.
"ສະນັ້ນໄລຍະສັ້ນໆ ທີ່ຈະຫລຸດຄ່າພະລັງງານຂອງທ່ານ ແມ່ນແກັສ. ເພາະວ່າ ທ່ານສາມາດເອົາແກັສ ເຂົ້າໄປໃນບ່ອນສົ່ງໄຟຟ້າໄດ້ຢ່າງໄວ."
ເຖິງແມ່ນວ່າ David Littleproud ຍັງບໍ່ໄດ້ໃຫ້ຄວາມຊັດເຈນວ່າ ຄ່າໄຟຟ້າ ຈະຫລຸດລົງເມື່ອໃດ, ຫລືຫລາຍປານໃດ, ພາຍໃຕ້ແຜນຂອງ the Coalition.
ຣັຖມົນຕີ ກະຊວງພະລັງງານ Chris Bowen ບໍ່ເຊື່ອວ່າ ມັນຈະເຮັດໃຫ້ລາຄາຫຼຸດລົງ.
"ນະໂຍບາຍຂອງເຂົາເຈົ້າ, ດັ່ງທີ່ຜູ້ຊ່ຽວຊານອິດສຣະໄດ້ພິຈາຣະນາ, ເພາະພະລັງງານນິວເຄລັຍ ມີລາຄາແພງຫລາຍ ມັນຈະເຮັດໃຫ້ລາຄາຂອງພະລັງງານສູງຂຶ້ນ."
ໃນຕຳແໜ່ງຜູ້ແທນທີ່ປອດພັຍຂອງ LNP (Liberal National Party) ທີ່ WideBay, ຄວາມຄິດເຫັນກ່ຽວກັບວິທີ ທີ່ຈະໃຫ້ພະລັງງານແກ່ອອສເຕຣເລັຍ ແມ່ນແຕກຕ່າງກັນ.
ບາງຄົນສນັບສນູນພະລັງງານໃຫມ່, ພ້ອມດ້ວຍພະລັງງານແສງອາທິດ ທີ່ຕິດຕັ້ງຢູ່ໃນເຄິ່ງຫນຶ່ງ ຂອງບ້ານເຮືອນໃນ Queensland.
"ຂ້ອຍມັກພະລັງງານແສງອາທິດ, ຂ້ອຍມັກພະລັງງານນ້ຳ, ແຕ່ຂ້ອຍບໍ່ມັກຣົດໄຟຟ້າ. ຂ້ອຍມີພະລັງແສງອາທິດໃນເຮືອນຂອງຂ້ອຍ."
"ຄວາມຄິດຂອງຂ້າພະເຈົ້າ ກ່ຽວກັບພະລັງງານໃຫມ່ ແມ່ນຈໍາເປັນ ແລະຕ້ອງປັບປຸງເພີ່ມຂຶ້ນ."
"ເປັນຫຍັງພວກເຮົາຈຶ່ງໃຊ້ເງິນຊື້ solar panels ຖ້າຫາກວ່າ ເມື່ອມັນ ໝົດອາຍຸໃຊ້ງານແລ້ວ ມັນກໍຈະຖືກຖິ້ມເປັນຂີ້ເຫຍື້ອ?"
"ຂ້າພະເຈົ້າຄິດວ່າ ມັນເປັນຫົນທາງຂອງອະນາຄົດ, ມັນເປັນວິທີ ທີ່ເຮົາຕ້ອງເດີນໄປ, ແລະຂ້າພະເຈົ້າຄິດວ່າ ມັນເປັນສິ່ງທີ່ດີຫຼາຍ."
ໃນຂນະທີ່ ຫລາຍຄົນຍອມຮັບ ທີ່ຈະຮວມເອົາພະລັງງານນິວເຄລັຍໃນອະນາຄົດ.
"ໂອ້, ຢ່າຄິດວ່າມັນຈະຖືກປະຕິເສດ. ຂ້າພະເຈົ້າຄິດວ່າ ມັນຈໍາເປັນຕ້ອງມີການພິຈາລະນາ ຢ່າງຍຸດຕິທັມ."
"ບໍ່, ແນ່ນອນວ່າ ບໍ່ແມ່ນແນ່ນອນ....ບໍ່ເຫັນພ້ອມກັບມັນ."
"ເຂົາເຈົ້າມີບ່ອນເຜົາຖ່ານຫີນແລ້ວ, ບັດນີ້ ຄວາມປອດພັຍກໍສຳຄັນ ແລະຜົນປໂຍດກໍມີຫລາຍ."
"ບໍ່ສົນໃຈກັບເລື່ອງນັ້ນ, ແມ່ນແລ້ວ. ມັນບໍ່ຫມັ້ນຄົງຫລາຍ, ບໍ່ມັກ,ຂ້ອຍບໍ່ມັກຜົນສະທ້ອນ ທີ່ອາດເກີດຂຶ້ນສໍາລັບສະພາບແວດລ້ອມ. ແທ້ຈິງແລ້ວ, ສໍາລັບຂ້ອຍ, ຍັງມີຫລາຍຢ່າງ, ຍັງມີທາງເລືອກອື່ນອີກ. ແມ່ນແລ້ວ ສິ່ງນັ້ນເຮັດໃຫ້ຂ້ອຍເປັນຫ່ວງ."
"ແທ້ຈິງແລ້ວ ຂ້ອຍບໍ່ໄດ້ຕໍ່ຕ້ານນິວເຄລັຍ, ຖ້າເຮັດໃຫ້ຖືກວິທີ ຂ້ອຍຄິດວ່າ ໃນທຸກມື້ນີ້....ມັນປອດພັຍດີ"
Paul Williams ຈາກ Griffith University ກ່າວວ່າ ຄວາມຄິດເຫັນໃນ Queensland ບໍ່ໄດ້ສະທ້ອນເຖິງ ຄວາມຮູ້ສຶກທົ່ວໄປ ໃນອອສເຕຣເລັຍ.
"ການສໍາຫລວດຄວາມຄິດເຫັນບອກເຮົາວ່າ ຊາວອອສເຕຣເລັຍສ່ວນຫລາຍ ຕໍ່ຕ້ານນະໂຍບາຍ nuclear ຂອງ Peter Dutton. ແຕ່ໃນQueensland, ມັນເປັນກໍຣະນີທີ່ແຕກຕ່າງຫລາຍ. ເຮົາຮູ້ວ່າQueensland ຍອມຮັບນະໂຍບາຍຂອງ Liberal National Party, ແລະໂດຍສະເພາະ Peter Dutton. Peter Dutton ເປັນທີ່ໄດ້ຮັບຄວາມນິຍົມ ໃນ Queensland, ໂດຍສະເພາະໃນພູມີພາກ. ສະນັ້ນ, ໂດຍສະເພາະໃນສ່ວນພູມີພາກຂອງ Queensland, ບ່ອນທີ່ຖ່ານຫີນ ເປັນສາຍເລືອດຂອງພະລັງງານຂອງ Queensland. ຂ້າພະເຈົ້າເຫັນຜູ້ເລືອກຕັ້ງຢູ່ທີ່ນັ້ນ ສົນໃຈກັບນະໂຍບາຍ nuclear ຂອງ Peter Dutton."
ແຕ່ດ້ວຍຕຳແໜ່ງຜູ້ແທນທຸກບ່ອນນັ້ນ ສໍາຄັນຕໍ່ພັກການເມືອງໃຫຍ່, ການມີການສນັບສນູນພະລັງງານນິວເຄລັຍ ທີ່ສຳຄັນຂອງ LNP ເປັນສິ່ງຈຳເປັນ ສໍາລັບໄຊຊະນະຂອງ Coalition.
ເນື້ອເລື່ອງໂດຍ Ewa Staszewska ແລະ Rania Yallop ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌