ລະວັງການສໍ້ໂກງໃນຊ່ວງ ລະດູພາສີ.
ເມື່ອຊາວ ເຂົ້າສູ່ລະດູພາສີ, ຜູ້ຊ່ຽວຊານ ກໍາລັງຊຸກຍູ້ ໃຫ້ມີຄວາມລະມັດລະວັງ ເນື່ອງຈາກມີຜູ້ສໍ້ໂກງຈໍານວນຫຼາຍ ທີ່ໃຊ້ໂອກາດນີ້ ທີ່ຈະແນໃສ່ຊາວອອສເຕຣເລັຍ ສໍາລັບຂໍ້ມູນສ່ວນຕົວຂອງເຂົາເຈົ້າ.
ຂໍ້ມູນໃຫມ່ ຈາກທະນາຄານ Commonwealth ຂອງອອສເຕຣເລັຍ ຊີ້ໃຫ້ເຫັນວ່າ 24 ເປີເຊັນ ຂອງຊາວອອສເຕຣເລັຍ ໄດ້ຕົກເປັນເປົ້າຫມາຍຂອງການສໍ້ໂກງ ທີ່ກ່ຽວຂ້ອງກັບພາສີ ແລ້ວ, ໂດຍມີ 31 ເປີເຊັນ ທີ່ບໍ່ສາມາດ ລະບຸການສໍ້ໂກງປະເພດຕ່າງໆໄດ້.
Sam Dover ລາຍງານ.
ເມື່ອລະດູການພາສີ ໃກ້ຈະມາເຖິງໃນບໍ່ຊ້າ, ຜູ້ຊ່ຽວຊານກໍາລັງຊຸກຍູ້ ໃຫ້ມີຄວາມລະມັດລະວັງ ເນື່ອງຈາກມີຜູ້ສໍ້ໂກງຈໍານວນຫລວງຫລາຍ ທີ່ໃຊ້ໂອກາດນີ້ແນໃສ່ຊາວອອສເຕຣເລັຍ ສໍາລັບຂໍ້ມູນສ່ວນຕົວ ແລະຂໍ້ມູນທາງການເງິນຂອງເຂົາເຈົ້າ.
ຂໍ້ມູນໃຫມ່ຈາກທະນາຄານ Commonwealth ຂອງອອສເຕຣເລັຍ ຊີ້ໃຫ້ເຫັນວ່າ24 ເປີເຊັນ ຂອງຊາວອອສເຕຣເລັຍ ໄດ້ຕົກເປັນເປົ້າຫມາຍ ຂອງການສໍ້ໂກງທີ່ກ່ຽວຂ້ອງກັບພາສີ.
James Roberts ຜູ້ຈັດການທົ່ວໄປ ຂອງທະນາຄານ Commonwealth Bank ກ່າວວ່າ ການຄົ້ນຄວ້າຂອງພວກເຂົາ ຍັງສະແດງໃຫ້ເຫັນວ່າ ຫຼາຍຄົນບໍ່ເຂົ້າໃຈວິທີ ລະບຸການສໍ້ໂກງເຫຼົ່ານີ້ໄດ້ແນວໃດ.
"ການຄົ້ນຄວ້າຫຼ້າສຸດຂອງ CBA ພົບວ່າ ຫນຶ່ງໃນສີ່ຄົນ ຕ້ອງປະເຊີນກັບການຫຼອກລວງ ທີ່ກ່ຽວຂ້ອງກັບພາສີ. ດັ່ງນັ້ນ, ໃນຂນະທີ່ ຊາວອອສເຕຣເລັຍຫຼາຍຄົນ ກຳລັງລໍຖ້າການຄືນເງິນພາສີຂອງເຂົາເຈົ້າ ຢ່າງກະຕືລືລົ້ນ, ແຕ່ຫນ້າເສັຍດາຍ ທີ່ຜູ້ສໍ້ໂກງ ຫວັງທີ່ຈະສວຍໂອກາດໃນຊ່ວງເວລານີ້ ເຊັ່ນກັນ. ດ້ວຍເຫດນີ້, ພວກເຮົາ ຈຶ່ງໄດ້ທົດສອບ ຜູ້ຄົນກ່ຽວກັບຄວາມສາມາດຂອງເຂົາເຈົ້າ ທີ່ຈະສັງເກດເຫັນການຫລອກລວງ ແລະໜ້າພໍໃຈ ທີ່ 69 ເປີເຊັນ ໄດ້ລະບຸການຫລອກລວງ ທັງຫມົດໄດ້, ແຕ່ນັ້ນກໍຫມາຍຄວາມວ່າ ປະມານຫນຶ່ງໃນສາມ ບໍ່ສາມາດລະບຸໄດ້."
ດັ່ງນັ້ນ, ຖ້າຫາກວ່າ ຫຼາຍຄົນທີ່ໄດ້ປະເຊີນກັບການສໍ້ໂກງເຫຼົ່ານີ້ແລ້ວ, ແລະຍັງມີອີກຫຼາຍຢ່າງ ທີ່ຈະມາໃນລະດູການເກັບພາສີ, ພວກເຮົາຈະເຂົ້າໃຈ ວິທີຂອງການຫຼອກລວງ ແລະເຮົາຈະເຂົ້າໃຈ ວ່າການຫຼອກລວງປະເພດນີ້ ເຮັດວຽກແນວໃດ?
Samantha Yorke ເຮັດວຽກກັບ the Australian Communications and Media Authority, ໜ່ວຍງານຄວບຄຸມການສື່ສານແຫ່ງຊາດຂອງ.
ລາວກ່າວວ່າພວກສໍ້ໂກງ (Scammers) ໄດ້ມີຄວາມຊັບຊ້ອນຫຼາຍຂຶ້ນຫລາຍ ແລະເທັກໂນໂລຈີໃຫມ່ ໄດ້ເຮັດໃຫ້ພວກເຂົາເຈົ້າ ຫລີກລ້ຽງຄວາມພະຍາຍາມຕໍ່ຕ້ານການຫຼອກລວງ ທີ່ກຳໜົດເປົ້າຫມາຍໄດ້.
"ທຸກມື້ນີ້, ນັກຫຼອກລວງ (Scammers) ເປັນເຄືອຂ່າຍອາຊະຍາກັມ ທີ່ຊັບຊ້ອນຫຼາຍຂຶ້ນ, ເຮັດໃຫ້ມັນມີຄວາມໄວຫຼາຍ ໃນການປັບວິທີການຂອງເຂົາເຈົ້າ ເມື່ອພວກເຮົາເລີ່ມປາບປາມການຫຼອກລວງບາງຢ່າງ ຫຼືລະບົບການແຈກຢາຍໃດຫນຶ່ງ. ພວກເຂົາສວຍໂອກາດ ການທີ່ພວກເຮົາໃຫ້ຄວາມສຳຄັນ ພາສີໃນເວລານີ້ ເພື່ອຕິດຕໍ່ຫາພວກເຮົາ ເພາະພວກເຂົາຮູ້ວ່າ ພວກເຮົາກຳລັງຄາດຫວັງ ກັບສິ່ງນັ້ນ ໃນຊ່ວງນີ້ ແລະວ່າພວກເຮົາຈະມີຄວາມສົງສັຍໜ້ອຍລົງ."
ໜ່ວຍງານຄວບຄຸມການສື່ສານແຫ່ງຊາດ (The National Communications Regulator) ໄດ້ຈັດການ ກັບການເພີ່ມຂຶ້ນຂອງຈຳນວນການຫລອກລວງ ໂດຍການນໍາໃຊ້ກົດລະບຽບໃຫມ່ ທີ່ໃຫ້ແນ່ໃຈວ່າ ບໍຣິສັດໂທຣະຄົມມະນາຄົມ ຕ້ອງເພີ່ມຄວາມພະຍາຍາມ ໃນການກວດສອບ ແລະສະກັດກັ້ນ Scammers ກ່ອນທີ່ເຂົາເຈົ້າ ຈະມີໂອກາດທີ່ຈະເຂົ້າເຖິງເຫຍື່ອ ຂອງເຂົາເຈົ້າ.
ຖ້າບໍ່ປະຕິບັດຕາມ, ພວກເຂົາເຈົ້າອາດຖືກປັບໃຫມໄດ້ເຖິງ 250,000 ໂດລາ.
Ms Yorke ກ່າວວ່າ ພວກສໍ້ໂກງ ມີວິທີການຫລາຍຢ່າງ ແຕ່ມັກຈະພະຍາຍາມ ທີ່ຈະເຮັດຄ້າຍກັບ ແບບການສື່ສານ ຈາກໜ່ວຍງານຂອງຣັຖບານເຊັ່ນ myGovແລະສຳນັກງານພາສີອອສເຕຣເລັຍ (Australian Taxation Office)
"ສິ່ງທີ່ເຮົາມັກຈະເຫັນແມ່ນ robocalls ຫຼື ຈາກຄົນທີ່ແອບອ້າງວ່າ ມາຈາກສຳນັກງານພາສີ, ໂທຣະສັບນີ້ ຈະອ້າງເຖິງການເປັນຫນີ້ ທີ່ຈໍາເປັນຕ້ອງຈ່າຍຄືນໂດຍດ່ວນ ຫຼືເພື່ອຂໍຂໍ້ມູນສ່ວນຕົວຈາກທ່ານ ເພື່ອຈະດໍາເນີນການຊໍາລະຄ່າພາສີຄືນ. ການຕິດຕໍ່ ຍັງສາມາດເຮັດໄດ້ ໂດຍທາງອີເມວ ຫຼືໂດຍ SMS ທີ່ມັກຈະລວມເອົາການເຊື່ອມຕໍ່ (Links) ທີ່ຈະຕິດຕາມ ເພື່ອອັບເດດ ຫຼືແກ້ໄຂຂໍ້ມູນສ່ວນຕົວຂອງທ່ານ ເພື່ອຮັບເງິນຄືນປອມ."
ວິທີການແອບອ້າງ ວ່າເປັນແຫຼ່ງທີ່ເຊື່ອຖືໄດ້ນີ້ ເພື່ອຫຼອກລວງເຫຍື່ອ ໃຫ້ຂໍ້ມູນສ່ວນຕົວ ນີ້ເປັນການຫຼອກລວງ ທີ່ຮູ້ກັນດີທີ່ຮູ້ກັນວ່າ phishing (ການຕຶກປາ).
ອີງຕາມລາຍງານຂອງ National Anti-Scam Centre ຈາກເດືອນມັງກອນ ຫາເດືອນມິຖຸນາ 2024, phishing ແມ່ນປະເພດການຫຼອກລວງ ທີ່ຖືກລາຍງານສູງສຸດ ໃນອອສເຕຣເລັຍ, ຕາມມາດ້ວຍ ການຫຼອກລວງການເອີ້ນເກັບເງິນເທັດ ແລະການລັກຂໍ້ມູນປະຈຳໂຕ.
ສະນັ້ນ ທ່ານຈະສາມາດລະບຸຄວາມແຕກຕ່າງ ລະຫວ່າງການຫຼອກລວງ phishing ແລະການສື່ສານຈິງ ເປັນທາງການຈາກ ATO ກ່ຽວກັບພາສີຂອງທ່ານໄດ້ແນວໃດ?
Rob Thomson, Assistant Commissioner ຂອງ ATO ກ່າວວ່າ ມີສັນຍານເຕືອນບໍ່ຫຼາຍ ທີ່ຈະສັງເກດເບິ່ງ ທີ່ອາດບົ່ງບອກວ່າ ທ່ານໄດ້ຖືກຕິດຕໍ່ໂດຍຜູ້ສໍ້ໂກງ.
"ສິ່ງທໍາອິດແມ່ນວ່າ ພວກເຮົາຈະບໍ່ສົ່ງອີເມວ ຫຼື SMS ທີ່ມີຣະຫັດ QR ຫຼື Hyperlink ເພື່ອເຂົ້າໄປໃນການບໍຣິການອອນໄລນ໌ ຂອງພວກເຮົາ ຫຼືໄປຫາ myGov. ທີສອງ ແມ່ນພວກເຮົາຈະບໍ່ຂໍຣະຫັດຜ່ານຂອງທ່ານ, ເລກບັນຊີຂອງທ່ານ ຫຼືຂໍ້ມູນສ່ວນຕົວອື່ນໆ ທາງອີເມວ, SMS ຫຼືໂທຣະສັບ. ອີກອັນຫນຶ່ງ ແມ່ນໝາຍເລກຂອງ ATO ຈະຂຶ້ນມາເປັນ 'ບໍ່ມີ ID ຜູ້ໂທຫາ-no caller ID''. ດັ່ງນັ້ນ,ພວກເຂົາບໍ່ມີຕົວເລກ. ແລະອັນທີສີ່ກໍຄື ພວກເຮົາຈະບໍ່ຂົ່ມຂູ່ຜູ້ຄົນ ດ້ວຍການຈັບກຸມທັນທີ ຫລືຮຽກຮ້ອງໃຫ້ເຂົາເຈົ້າ ຢູ່ໃນໂທຣະສັບ ຈົນກວ່າເຂົາເຈົ້າຈະຈ່າຍເງິນ."
ລາຍງານ Targeting Scams ຫຼ້າສຸດຂອງ The National Anti-Scam Centre ໄດ້ເປີດເຜີຍວ່າ ຊາວອອສເຕຣເລັຍ ເສັຍເງິນ 2.74 ພັນລ້ານໂດລາ ຈາກການສໍ້ໂກງ ໃນປີ 2023 ແລະໄດ້ລາຍງານການຫລອກລວງຕ່າງໆ ຫລາຍກວ່າ 601,000 ເທື່ອ ຕໍ່ອົງການກວດສອບສໍາຄັນຕ່າງໆ.
ໃນຂນະທີ່ ນີ້ເປັນການສູນເສັຍ ທີ່ຫຼຸດລົງ 13.1 ເປີເຊັນ ເມື່ອທຽບໃສ່ປີ 2022, the Australian Competition and Consumer Commission ຫຼື ACCC ຊຶ່ງດູແລສູນຕໍ່ຕ້ານການສໍ້ໂກງກ່າວວ່າ ການຫຼຸດລົງນີ້ ບໍ່ໄດ້ພົບໃນກຸ່ມປະຊາກອນ ທີ່ມີອາຍຸສູງກວ່າ 65 ປີ.
ພວກເຂົາສືບຕໍ່ ສູນເສັຍຫຼາຍທີ່ສຸດ ໃຫ້ກັບການສໍ້ໂກງໃນແຕ່ລະປີ.
Catriona Lowe ຜູ້ຮັກສາການ ປະທານຂອງ ACCC ກ່າວວ່າ ນີ້ອາດຈະເປັນຍ້ອນຫຼາຍສາເຫດ.
"ຜູ້ກິນບໍານານ ແນ່ນອນອາດບໍ່ແມ່ນຫມົດທຸກຄົນ, ແຕ່ຜູ້ກິນບໍານານຫຼາຍຄົນ ອາດມີເງິນທ້ອນຫຼາຍກ່ວາ. ພວກເຂົາເຈົ້າອາດຈະມີສຸຂະພາບດີກວ່າເກົ່າ ເພາະສະນັ້ນ ຈຶ່ງຊອກຫາໂອກາດການທ້ອນເງິນ ແລະການລົງທຶນ. ແລະແນ່ນອນ,ຜູ້ທີ່ມີອາຍຸຫຼາຍກວ່າ 65 ປີ ບໍ່ແມ່ນສິ່ງທີ່ພວກເຮົາຈະເອີ້ນວ່າ ຄົນບໍ່ມີຄວາມຮູ້ດ້ານດິຈິຕອນ. ດັ່ງນັ້ນ, ໃນບາງແງ່ມຸມ, ພວກເຂົາອາດຈະບໍ່ຄຸ້ນເຄີຍກັບກົນອຸບາຍ ແລະກັບດັກບາງຢ່າງ ທີ່ Scammers ໃຊ້ເພື່ອລໍ້ລວງເຫຍື່ອຂອງເຂົາເຈົ້າ."
ຢ່າງໃດກໍຕາມ Ms Lowe ກ່າວວ່າ ທຸກຄົນກໍສາມາດ ຕົກເປັນເຫຍື່ອຂອງການຫລອກລວງ ບໍ່ວ່າອາຍຸຈະເທົ່າໃດກໍຕາມ, ເນື່ອງຈາກຈິດຕະວິທຍາ ທີ່ໃຊ້ໂດຍຜູ້ສໍ້ໂກງ ໃນການບົດບັງຄວາມຄຶດຂອງເຫຍື່ອ.
"ພວກເຮົາເຫັນວ່າ Scammers ກໍາລັງມີຄວາມຊັບຊ້ອນຫຼາຍຂຶ້ນ ໃນການເຮັດໃຫ້ຜູ້ບໍຣິໂພກ ເຂົ້າໄປໃນສິ່ງທີ່ເອີ້ນວ່າ ສະຖານະຮ້ອນ (Hot state). ສະນັ້ນ ສະພາບທາງອາລົມທີ່ສູງ ບໍ່ວ່າຈະເປັນຄວາມຮີບດ່ວນ ຫລືຄວາມຢ້ານກົວ ຫລືຄວາມຕື່ນເຕັ້ນກໍຕາມ, ມັນເປັນຕອນ ທີ່ການເຕືອນຕາມປົກກະຕິຂອງເຮົາ ອາດຈະຖືກບົດບັງ"
ນາງກ່າວວ່າ ຄໍາແນະນໍາທີ່ດີທີ່ສຸດ ສໍາລັບຜູ້ບໍຣິໂພກ ແມ່ນການຈື່ຈໍາສາມຄໍາ ເມື່ອຫາວິທີປ້ອງກັນ ການສໍ້ໂກງທີ່ອາດຈະເກີດຂຶ້ນ.
ຢຸດ...ຄິດ...ແລະປ້ອງກັນ.
"ໃຫ້ຢຸດ….. ກ່ອນທີ່ທ່ານຈະຄລິກໃສ່ການເຊື່ອມຕໍ່ນັ້ນ ຫຼືເຮັດການໂອນນັ້ນ. ຄິດ,ຂ້ອຍຮູ້ແທ້ໆບໍ່ວ່າ ຂ້ອຍກໍາລັງພົວພັນກັບໃຜ? ຊອກຫາເບີໂທຣະສັບ ຕ່າງຫາກເປັນການສ່ວນໂຕ. ຊອກຫາເວັບໄຊທ໌ ແລະກວດເບິ່ງວ່າ ສິ່ງທີ່ຄືວ່າແມ່ນໂອກາດທີ່ດີ ແຕ່ໃນຄວາມເປັນຈິງແລ້ວ ມັນຖືກຕ້ອງ ແລະມີການປົກປ້ອງຫຼືບໍ່. ເຊື່ອໃນສັນຊາດຕະຍານຂອງທ່ານ. ຖ້າມີບາງຢ່າງທີ່ຮູ້ສຶກບໍ່ຖືກຕ້ອງ, ໃຫ້ລາຍງານເລື່ອງນີ້ ຕໍ່ສະຖາບັນການເງິນຂອງທ່ານ ແລະຕໍ່ Scamwatch."
ເມື່ອມີຄົນພົບວ່າ ເຂົາເຈົ້າໄດ້ກາຍເປັນເຫຍື່ອຂອງຜູ້ສໍ້ໂກງ ມັນອາດເຮັດໃຫ້ເກີດຄວາມຮູ້ສຶກສັບສົນ ແລະຄວາມອັບອາຍ.
ແຕ່ Ms Lowe ກ່າວວ່າ ທ່ານບໍ່ຕ້ອງກ່າວໂທດຕົວທ່ານເອງ ສໍາລັບການກະທໍາຂອງເຄືອຂ່າຍອາຊະຍາກັມ ທີ່ມີຄວາມຊັບຊ້ອນຫລາຍຂຶ້ນ.
"ພວກເຮົາຮູ້ວ່າ ຄົນເຮົາມັກຈະຮູ້ສຶກອັບອາຍ ຫຼືຂາຍໜ້າ ທີ່ຕົກເປັນເຫຍື່ອ, ແຕ່ສິ່ງສໍາຄັນ ທີ່ຕ້ອງຈື່ໄວ້ແມ່ນ ທໍາອິດ, ທ່ານບໍ່ແມ່ນຄົນດຽວ. ຜູ້ຄົນຈາກທຸກສາຂາອາຊີບ, ທຸກວັຍ, ຈາກທຸກກຸ່ມປະຊາກອນ ກໍສາມາດຕົກເປັນເຫຍື່ອ ຂອງຜູ້ຫຼອກລວງ. ແລະທີສອງ, ທ່ານໄດ້ຖືກຕົກເປົ້າຫມາຍ ຂອງອາຊະຍາກອນທາງການເງິນ. ມັນເປັນກັບດັກ ທີ່ຊັບຊ້ອນໂດຍເຈດຕະນາ. ເຊັ່ນດຽວກັບອາຊະຍາກັມຕ່າງໆ, ມັນບໍ່ແມ່ນຄວາມຜິດຂອງເຫຍື່ອ, ມັນເປັນຄວາມຜິດຂອງອາຊະຍາກອນ."
Samantha Yorke ຈາກອົງການສື່ສານ ແລະສື່ມວນຊົນຂອງອອສເຕຣເລັຍ (the Australian Communications and Media Authority) ກ່າວວ່າ ຍິ່ງມີການສົນທະນາກັນຫລາຍຂຶ້ນ ກ່ຽວກັບການສໍ້ໂກງ ກັບຄົນທີ່ທ່ານຮັກຫລາຍຂຶ້ນເທົ່າໃດ ພວກເຂົາກໍຈະຮູ້ສຶກວ່າ ມີອໍານາດທີ່ຈະເວົ້າຂຶ້ນ ຖ້າຫາກພວກເຂົາເຈົ້າ ມີຄວາມເປັນຫ່ວງ ຫລືຖ້າພວກເຂົາຮູ້ສຶກວ່າ ພວກເຂົາເຈົ້າອາດຈະເປັນຜູ້ເຄາະຮ້າຍ.
"ມັນເປັນສິ່ງສໍາຄັນແທ້ໆ ທີ່ຈະເວົ້າກ່ຽວກັບການສໍ້ໂກງ ກັບຄອບຄົວ ແລະຫມູ່ເພື່ອນຂອງທ່ານ ແລະເພື່ອນຮ່ວມງານຂອງທ່ານ. ເນື່ອງຈາກວ່າ ຄົນເຮົາເປັນຄົນຂີ້ອາຍ ຫຼືບໍ່ມັກການຂາຍໜ້າ ຖ້າເຂົາເຈົ້າຕົກເປັນເຫຍື່ອ ຈາກການຫຼອກລວງ, ແລະໂດຍສະເພາະ ຖ້າຫາກວ່າເຂົາເຈົ້າ ຖືກຫຼອກລວງໂດຍການສໍ້ໂກງ. ສະນັ້ນ,ເມື່ອເຮົາເວົ້າເຖິງການສໍ້ໂກງ ໃນຖານະສັງຄົມຫລາຍເທົ່າໃດ, ເຮົາກໍຈະຊ່ອຍໃຫ້ເຂົາອາຍໜ້ອຍລົງ."
ເນື້ອເລື່ອງໂດຍ Sam Dover ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌