ເມື່ອປະເຊີນກັບການເລືອກປະຕິບັດ ທາງສາສນາ ຢູ່ບ່ອນເຮັດວຽກ, ນີ້ແມ່ນທາງເລືອກຂອງທ່ານ.

Australia Explained - workplace religious rights

International legislation protects in Australia the right to manifest in public one’s religion or belief in worship, observance, practice, and teaching. Source: Moment RF / Mayur Kakade/Getty Images

ອອສເຕຣເລັຍ ເປັນສ່ວນນຶ່ງ ຂອງສົນທິສັນຍາສາກົນ ວ່າດ້ວຍສິດທິພົນລະເມືອງ ແລະການເມືອງ (the International Covenant on Civil and Political Rights) ຊຶ່ງໃຫ້ການປົກປ້ອງຢ່າງກວ້າງຂວາງຕໍ່ອິດສຣະພາບ ທາງສາສນາ. ເຖິງຢ່າງໃດກໍຕາມ, ການປົກປ້ອງທາງກົດຫມາຍ ສະເພາະ ແມ່ນແຕກຕ່າງກັນ ໃນແຕ່ລະເຂດອຳນາດສານ. ຖ້າຫາກວ່າ ທ່ານໄດ້ປະສົບກັບການເລືອກປະຕິບັດ ທາງສາສນາ ຢູ່ບ່ອນເຮັດວຽກ, ມັນເປັນສິ່ງສໍາຄັນ ທີ່ຈະຮູ້ທາງເລືອກຂອງທ່ານ, ບໍ່ວ່າ ທ່ານຈະພິຈາຣະນາ ທີ່ຈະຍື່ນຄໍາຮ້ອງຮຽນ ຫຼືດຳເນີນການເລື່ອງນີ້ ໃນຂັ້ນສານ.


ຈຸດສຳຄັນ:
  • ການເລືອກປະຕິບັດ ໂດຍອີງຕາມສາດສນາ ພຽງຢ່າງດຽວ ບໍ່ໄດ້ຂັດກັບກົດຫມາຍ ວ່າດ້ວຍການຕໍ່ຕ້ານ ການເລືອກປະຕິບັດ ຂອງຣັຖບານກາງ ແຕ່ສາມາດ ບໍ່ຖືກຕ້ອງຕາມກົດຫມາຍຂອງຣັດ ຫຼືເຂດປົກຄອງ.
  • ຄນະກັມມາທິການ Fair Work Commission, ຄນະກັມມະການ ສິດທິມະນຸດຂອງອອສເຕຣເລັຍ (the Australian Human Rights Commission) ແລະ ຄນະຕໍ່ຕ້ານ ການເລືອກປະຕິບັດ ໃນທ້ອງຖິ່ນ ແມ່ນໜ່ວຍງານ ສໍາລັບການຍື່ນຄໍາຮ້ອງຮຽນ ເລື່ອງການເລືອກປະຕິບັດ ທາງສາສນາຢູ່ນອກສານ.
  • ຄນະກັມມາທິການ Fair Work Commission, ຄນະກັມມະການ ສິດທິມະນຸດຂອງອອສເຕຣເລັຍ (the Australian Human Rights Commission) ແລະ ຄນະຕໍ່ຕ້ານ ການເລືອກປະຕິບັດ ໃນທ້ອງຖິ່ນ ແມ່ນໜ່ວຍງານ ສໍາລັບການຍື່ນຄໍາຮ້ອງຮຽນ ເລື່ອງການເລືອກປະຕິບັດ ທາງສາສນາຢູ່ນອກສານ.
ໃນອອສເຕຣເລັຍ, ບໍ່ມີກົດຫມາຍແບບດຽວກັນ ກ່ຽວກັບການປົກປ້ອງທາງສາສນາ, ໂດຍມີຂະບວນການ ທີ່ດໍາເນີນການ ໃນໄລຍະຜ່ານມາ ສໍາລັບການຈັດຕັ້ງຮ່າງກົດຫມາຍ ວ່າດ້ວຍການເລືອກປະຕິບັດທາງສາສນາ ().

ໃນເນື້ອໃນຂອງການຈ້າງງານ, ມີການປົກປ້ອງທົ່ວປະເທດ ຕໍ່ການເລືອກປະຕິບັດ ບົນພື້ນຖານຂອງສາສນາ ພາຍໃຕ້ກົດຫມາຍ ແຕ່ພວກເຂົາເຈົ້າ ມີຂໍ້ຈໍາກັດໃນຂອບເຂດ.

Karina Okotel ເປັນທະນາຍຄວາມຫຼັກ ທີ່ສູນບໍຣິການກົດຫມາຍກ່ຽວກັບການເລືອກປະຕິບັດທາງເຊື້ອຊາດ ແລະ ສາສນາ () ເຊິ່ງເປັນສູນກົດຫມາຍຊຸມຊົນແຫ່ງຊາດ ທີ່ຕັ້ງຢູ່ ACT.

ນາງແນະນໍາວ່າ ຂັ້ນຕອນທໍາອິດ ສໍາລັບພະນັກງານ ຜູ້ທີ່ອາດໄດ້ປະສົບກັບການ ຖືກເລືອກປະຕິບັດທາງສາສນາ ແມ່ນໃຫ້ຕິດຕໍ່ກັບ Fair Work Commission ເພື່ອພິຈາຣະນາວ່າ ກໍຣະນີຂອງເຂົາເຈົ້າ ມີຄຸນສົມບັດ ສໍາລັບການຮ້ອງຮຽນ ພາຍໃຕ້ກົດຫມາຍຫຼືບໍ່.

"ພວກເຂົາເຈົ້າສາມາດຕັດສິນໃຈທີ່ບັງຄັບໃຊ້ໄດ້. ແຕ່ຂອບເຂດຂອງປະເພດຂອງການຮ້ອງຮຽນ ຕໍ່ Fair Work Commission ມີການກໍານົດໄວ້ເປັນຢ່າງດີ ແລະ ຍັງມີຂໍ້ຈໍາກັດກ່ຽວກັບເລື້ອງນີ້."
Australia Explained - workplace religious rights
Complaints about workplace religious discrimination includes discrimination because of the lack of a religious belief. Credit: SDI Productions/Getty Images
ຕົວຢ່າງ: ມັນບໍ່ຖືກຕ້ອງຕາມກົດຫມາຍສໍາລັບນາຍຈ້າງ ທີ່ຈະດຳເນີນການໃນທາງລົບຕໍ່ຜູ້ຮ້ອງຮຽນ ຍ້ອນສາສນາຂອງເຂົາເຈົ້າ.

"ການເລືອກປະຕິບັດ ໃນການຈ້າງງານ ແມ່ນມີຢູ່. ແຕ່ມັນຍາກ ທີ່ຈະພິສູດໄດ້ ແລະມັນສາມາດ ຝັງຮາກຢູ່ໃນຄວາມອະຄະຕິ ໂດຍບໍ່ຮູ້ສຶກຕົວ." Ms Okotel ກ່າວ.

ນອກຈາກນັ້ນ ອາດຈະມີປະເພດຂອງການເລືອກປະຕິບັດທາງສາສນາຢ່າງອື່ນ ໃນບ່ອນເຮັດວຽກ, ລວມທັງສິ່ງທີ່ເກີດຂຶ້ນລະຫວ່າງເພື່ອນຮ່ວມງານ, ເຊິ່ງບໍ່ໄດ້ຖືກຄອບຄຸມໂດຍກົດຫມາຍ Fair Work Act.

ໃນລະດັບກາງ, ຄຳຮ້ອງຮຽນ ຍັງສາມາດ ເຮັດໃຫ້ມີການຟ້ອງຮ້ອງ ຕໍ່ຄນະ , ຊຶ່ງມີອໍານາດ ຈະນໍາໄປສູ່ການຕົກລົງ ແລະອອກຄໍາແນະນໍາ ທີ່ບໍ່ມີການຜູກມັດ.

ທ່ານນາງ Okotel ກ່າວວ່າ, ຄວາມເສັຍຫາຍ ຕໍ່ຊື່ສຽງ ແລະການຖືກເປີດເຜີຍຕໍ່ສື່ມວນຊົນ ເນື່ອງຈາກການຮ້ອງຮຽນ ມັກຈະກະຕຸ້ນ ໃຫ້ນາຍຈ້າງ ຕົກລົງກັບຜູ້ຮ້ອງຮຽນ.

"ສະນັ້ນ, ມັນເປັນປໂຍດຫຼາຍ ທີ່ປະຊາຊົນຈະຮ້ອງຮຽນໂດຍກົງ ຕໍ່ຄນະກັມມາທິການສິດທິມະນຸດ (Human Rights Commission) ເພື່ອຂໍຄວາມຊ່ວຍເຫຼືອ ເພື່ອແກ້ໄຂບັນຫານີ້ ໂດຍບໍ່ຕ້ອງຂຶ້ນສານ."

ໃນລະດັບຣັດ ແລະ ເຂດປົກຄອງ, ຄວາມເຊື່ອ ຫຼື ກິດຈະກັມທາງສາສນາ ແມ່ນລັກສນະ ທີ່ໄດ້ຮັບການປົກປ້ອງ ໃນກົດຫມາຍຕໍ່ຕ້ານການເລືອກປະຕິບັດ (Anti-discrimination laws) ໃນຂອບເຂດອຳນາດສານສ່ວນໃຫຍ່. ຢ່າງໃດກໍຕາມ ການປົກປ້ອງ ຈະແຕກຕ່າງກັນໄປ ຕາມບ່ອນທີ່ເຈົ້າອາສັຍຢູ່.

Aimee Cooper, ຫົວຫນ້າກົດຫມາຍຢູ່ທີ່ Victorian Equal Opportunity and Human Rights Commission (VEOHRC), ໃຫ້ຕົວຢ່າງ ການຮ້ອງຮຽນ ກ່ຽວກັບການເລືອກປະຕິບັດທາງສາສນາຢູ່ບ່ອນເຮັດວຽກ.
Australia Explained - workplace religious rights
Some jurisdictions, including Queensland, Victoria and the ACT also have protections for freedom of religion in their respective Human Rights Acts. Credit: coldsnowstorm/Getty Images
"ແມ່ຍິງຊາວຢິວຄົນຫນຶ່ງ ຖືກເອີ້ນວ່າສ້າງ ຫຍຸ້ງຍາກ ໃນບ່ອນເຮັດວຽກ ທີ່ບອກນາຍຈ້າງໃຫ້ຮູ້ວ່າ ຕົນເອງບໍ່ສາມາດເຮັດໄດ້ ໃນວັນເສົາ ເພາະຕ້ອງປະຕິບັດຕາມສາສນາ (Shabbat). ຜູ້ຊາຍຊາວ Sikh [...] ຮູ້ສຶກມີຄວາມລໍາບາກໃຈ ແລະບໍ່ເປັນທີ່ຕ້ອນຮັບ ເມື່ອຫົວໜ້າງານຂອງລາວ ບອກໃຫ້ລາວໄດ້ເອົາຜ້າໂພກຫົວ (Turban) ອອກ. ແລະພວກເຮົາ ໄດ້ຍິນຈາກແມ່ຍິງຊາວມຸສລິມຄົນນຶ່ງ ກ່ຽວກັບວິທີ ທີ່ເພື່ອນຮ່ວມງານຂອງນາງເວົ້າ ກ່ຽວກັບສິ່ງທີ່ເຂົາເຈົ້າເອີ້ນວ່າ ການພັກຜ່ອນພຽງເລັກນ້ອຍ ຂອງນາງຕລອດມື້ນັ້ນ, ວ່າເປັນເວລາສອງສາມນາທີ ທີ່ນາງຈະໃຊ້ໃນການສວດມົນຂອງນາງ ຕາມຄວາມເຊື່ອຂອງເຂົາເຈົ້າ."

ໜ່ວຍງານ ຕໍ່ຕ້ານການຈໍາແນກ (Anti-discrimination bodies) ຂອງຣັດ ແລະເຂດປົກຄອງ ເຊັ່ນ VEOHRC ຊ່ວຍເຫຼືອຜູ້ຮ້ອງຮຽນ ໃຫ້ບັນລຸຜົນທີ່ເຫັນດີທັງສອງຝ່າຍ ຊຶ່ງເປັນທາງເລືອກ ແທນການຂຶ້ນສານ.

Ms Cooper ອະທິບາຍວ່າ "ມັນອາດຈະເປັນການຂໍໂທດ, ການປ່ຽນແປງນະໂຍບາຍ ຫຼື ການປະຕິບັດ, ຄວາມມຸ່ງຫມັ້ນ ໃນການຝຶກອົບຮົມແກ່ພະນັກງານ ໄປຈົນເຖິງການກັບຄືນເຮັດວຽກ ຂອງຜູ້ໃດຜູ້ຫນຶ່ງ ຫຼືຄ່າຊົດເຊີຍທາງດ້ານການເງິນ."

ໃນບາງກໍຣະນີ, ມັນບໍ່ຂັດກັບກົດຫມາຍ ທີ່ຈະເລືອກປະຕິບັດ ໃນບ່ອນເຮັດວຽກ, ລວມທັງເຫດຜົນທາງສາສນາ.

ຍົກຕົວຢ່າງ, ໃນ Victoria, ອົງກອນທາງສາສນາ ສາມາດເລືອກປະຕິບັດ ໄດ້ ໃນການຈ້າງພະນັກງານ ພາຍໃຕ້ເງື່ອນໄຂບາງຢ່າງ.
Australia Explained - workplace religious rights
The kinds of mediation outcomes are “limitless, because it's really what the two parties are willing to agree to”. Credit: CihatDeniz/Getty Images
Ms Cooper ກ່າວຕື່ມວ່າ "ໂດຍມີເງື່ອນໄຂວ່າ ການປະຕິບັດຕາມສາສນາແມ່ນສ່ວນທີ່ຈໍາເປັນຂອງວຽກ, ບຸກຄົນນັ້ນ ບໍ່ສາມາດປະຕິບັດຕາມ ຂໍ້ກຳໜົດໄດ້ ຍ້ອນສາສນາຂອງເຂົາເຈົ້າ, ແລະວ່າ ການເລືອກປະຕິບັດນັ້ນ ແມ່ນສົມເຫດສົມຜົນ ແລະເໝາະສົມຕໍ່ສັດສ່ວນ "

Justin Carroll, ຄູ່ຮ່ວມງານ ດ້ານຂໍ້ຂັດແຍ່ງທາງການຄ້າທີ່ Blackbay Lawyers, ອະທິບາຍວ່າ ສະຖາບັນທາງສາສນາ ບໍ່ໄດ້ເລືອກປະຕິບັດຢ່າງຜິດກົດຫມາຍວ່າດ້ວຍ Fair Work Act ເມື່ອດໍາເນີນການທີ່ບໍ່ດີ "ໂດຍສຸດຈະຣິດ" ຫຼືເພື່ອຫຼີກເວັ້ນ "ການບາດເຈັບ ຕໍ່ຄວາມອ່ອນແອທາງສາສນາ ຂອງຜູ້ນັບຖືສາສນາ ຫຼືລັດທິນັ້ນ".

Justin Carroll ກ່າວວ່າ: ການຫຼີກລ້ຽງການຟ້ອງຮ້ອງ ຫຼືການຮ້ອງຮຽນ ແມ່ນຂຶ້ນຢູ່ກັບນາຍຈ້າງ, ໂດຍການປະຕິບັດຕາມ ພັນທະຂອງຕົນພາຍໃຕ້ກົດຫມາຍ Fair Work Act ແລະກົດຫມາຍຂອງຣັດ ແລະເຂດປົກຄອງ.

ເຖິງຢ່າງໃດກໍຕາມ, ຍັງມີຂັ້ນຕອນອື່ນ ທີ່ນາຍຈ້າງສາມາດເຮັດໄດ້.

"ການພະຍາຍາມ ທີ່ຈະຮອງຮັບຜູ້ຄົນ ທີ່ນັບຖືສາສນາ ໃນລະດັບທີ່ບໍ່ມີຜົນກະທົບ ຕໍ່ການດໍາເນີນທຸຣະກິດຂອງເຂົາເຈົ້າ. ແລະແນ່ໃຈວ່າ ມັນບໍ່ໄດ້ລົບກວນຄົນອື່ນ ທີ່ບໍ່ນັບຖືທາງສາສນາໃນລັກສນະນັ້ນ ຫລືຜູ້ບໍ່ນັບຖືສາສນາຫຍັງເລີຍ.
Australia Explained - workplace religious rights
“Health and safety issues are grounds on which employers can legitimately infringe upon religious practice or religious observance, in the form of religious dress for example,” Mr Carroll explains. (Getty) Credit: Maskot/Getty Images
ທ່ານ Carroll ແນະນໍາວ່າ "ຂ້າພະເຈົ້າຄິດວ່າ ການມີຄວາມໂປ່ງໃສເຊັ່ນກັນ, ແຈ້ງໃຫ້ພະນັກງານ ຮູ້ເຖິງຂໍ້ກຳໜົດ ຊຶ່ງຈະຊ່ວຍໃນການກໍານົດຄວາມຄາດຫວັງ.”

Ms Oktotel ກ່າວວ່າ, ເມື່ອກ່າວເຖິງການລ່ວງລະເມີດສິດທິ ທາງສາສນາຢູ່ບ່ອນທໍາງານ, ເຫດການ ບໍ່ແມ່ນກົງໄປກົງມາສເມີໄປ ແລະອາດຈະຕິດພັນ ກັບການຈໍາແນກເຊື້ອຊາດ ຫຼືການລ່ວງລະເມີດອື່ນໆ ທີ່ຜິດກົດຫມາຍ.

"ພວກເຮົາມີລູກຄ້າຄົນຫນຶ່ງ, ຍົກຕົວຢ່າງ, ຜູ້ທີ່ຢາກເອົາເລື່ອງນີ້ຂຶ້ນສານ ແຕ່ບໍ່ມີເຫດຜົນ ທີ່ຈະເຮັດແບບນັ້ນ. ແລ້ວພວກເຮົາ ກໍສາມາດບອກໄດ້ວ່າ ເຂົາເຈົ້າອາດມີຄໍາຮ້ອງຮຽນ ເລື່ອງຄວາມເປັນສ່ວນຕົວ.

"ດັ່ງນັ້ນ, ມັນເປັນສິ່ງສໍາຄັນ ສໍາລັບຜູ້ຄົນ ທີ່ຈະຂໍຄໍາແນະນໍາທາງດ້ານກົດຫມາຍ ເພາະວ່າທະນາຍຄວາມ ສາມາດກ້າວຜ່ານທາງເລືອກຕ່າງໆແລະ ຫາແນວທາງທີ່ດີທີ່ສຸດ ໃນການປະຕິບັດ, ເນື່ອງຈາກຂໍ້ຈໍາກັດໃນກົດຫມາຍຂອງພວກເຮົາ." Ms Okotel ສລຸບ.

ສໍາລັບຂໍ້ມູນກ່ຽວກັບການຮ້ອງຮຽນ ກ່ຽວກັບການເລືອກປະຕິບັດທາງສາສນາ ໃນລະດັບຣັດ ແລະ ເຂດປົກຄອງ. ກະຣຸນາໄປທີ່:
ACT 
ACT Human Rights Commission 
 
NSW 
Anti-Discrimination Board of NSW 
 
NT 
Northern Territory Anti-Discrimination Commission 
 
QLD 
Queensland Human Rights Commission 
 
SA 
South Australian Equal Opportunity Commission 
 
TAS 
Equal Opportunity Tasmania 
 
VIC 
Victorian Equal Opportunity & Human Rights Commission 
 
WA 
Western Australian Equal Opportunity Commission 
 
ເນື້ອເລື່ອງໂດຍ  Zoe Thomaidou ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່



Share