ການຊ່ອຍເຫຼືອໃນເລື້ອງການເງິນ

home loan

ຄວາມເຄັ່ງຕຶງດ້ານການເລິນເລີ້ມສູງຂຶ້ນ ເມື່ອອັດຕາດອກເບັ້ຍ ໄດ້ຖີບໂຕຂຶ້ນ. Source: Getty / Getty Images/krisanapong detraphiphat

ລາຍງານໃຫມ່ຂອງ ASIC (Australian Securities & Investments Commission) ກໍາລັງເນັ້ນຫນັກ ເຖິງການເພີ່ມຂຶ້ນ ຫຼາຍກວ່າ 54 ເປີເຊັນ ໃນການສັງເກດເຫັນ ຄວາມກົດດັນຂອງເງິນກູ້ຢືມ ຢູ່ໃນບ້ານ. ທັງຜູ້ໃຫ້ກູ້ຢືມ ແລະທະນາຄານ ກໍອ້າງວ່າໄດ້ຊ່ອຍຜູ້ມີປັນຫາໃນການຈ່າຍຄືນເງິນກູ້, ຄວາມຈິງເປັນແນວໃດ?


ການຊ່ອຍເຫຼືອໃນເລື້ອງການເງິນ.

ລາຍງານໃຫມ່ຂອງ ASIC (Australian Securities & Investments Commission) ກໍາລັງເນັ້ນຫນັກ ເຖິງການເພີ່ມຂຶ້ນ ຫຼາຍກວ່າ 54 ເປີເຊັນ ໃນການສັງເກດເຫັນ ຄວາມກົດດັນຂອງເງິນກູ້ຢືມ ຢູ່ໃນບ້ານ.

ນັ້ນ ກໍເນື່ອງຈາກວ່າ ຄ່າຄອງຊີບຍັງສູງ, ຍັງສ້າງຄວາມກົດດັນ ຕໍ່ຫຼາຍຄອບຄົວຕໍ່ໄປ.

Kath Landers ແລະ Hannah Kwon ລາຍງານ.

ມີຫນ້ອຍຄົນ ທີ່ບໍ່ມີຄວາມເຄັ່ງຕຶງ ທາງດ້ານການເງິນ ໃນໄລຍະສອງປີທີ່ຜ່ານມາ, ຮວມທັງ ຮອງສາດສະດາຈານ Mim Fox-ນັກວິຊາການ ທີ່ມີວຽກເຮັດທີ່ຫມັ້ນຄົງ.

ໃນປີ 2022, Ms Fox ໄດ້ກູ້ຢືມເງິນຊື້ເຮືອນ ກັບທະນາຄານຂອງລາວ.

ນາງກ່າວວ່າ ເງິນກູ້ທີ່ມີໄລຍະການຈ່າຍຄືນ (Fixed Term Loan) ຂອງນາງ ໄດ້ສິ້ນສຸດລົງ ໃນເວລາດຽວກັນ ກັບອັດຕາດອກເບັ້ຍ ໄດ້ເລີ່ມເພີ່ມຂຶ້ນຢ່າງຫລາຍ.

"ແລະພາຍໃນເວລາສອງ ຫຼືສາມເດືອນ ຂ້ອຍມີອັດຕາການຊໍາລະເງິນກູ້ຢືມ ເພີ່ມຂຶ້ນດ້ວຍ 1200 ໂດລາຕໍ່ເດືອນ. ສິ່ງນີ້ ເປັນໄປບໍ່ໄດ້ ທີ່ຈະຈ່າຍດ້ວຍເງິນຄ່າຈ້າງຂອງຂ້ອຍ, ແລະສະນັ້ນ, ຂ້ອຍຈຶ່ງໄດ້ເຂົ້າໄປໃນສາຂ າໃນທ້ອງຖິ່ນ ເພື່ອເວົ້າກັບເຂົາເຈົ້າ ກ່ຽວກັບທາງເລືອກທີ່ມີໃຫ້ຂ້ອຍ."

ຫຼັງຈາກ ແນະນໍາບັດເຄຣດິດ ໃນເທື່ອທໍາອິດ, ໃນທີ່ສຸດ ທະນາຄານຂອງລາວ ໄດ້ບອກໃຫ້ລາວ ສມັກຂໍຄວາມຊ່ອຍເຫຼືອຍ້ອນຄວາມລຳບາກທາງດ້ານການເງິນ(Financial Hardship)-ເປັນໃບສມັກ ຊຶ່ງບໍ່ໄດ້ຮັບຄໍາຕອບ.

"ລະບົບອອນໄລນ໌ບອກວ່າ ມັນຈະໃຫ້ຄຳຕອບ ພາຍໃນເວລາບໍ່ເທົ່າໃດມື້. ຂ້ອຍບໍ່ໄດ້ຮັບຄໍາຕອບຫຍັງເລີຍ. ແລະຫລັງຈາກເກົ້າເດືອນ, ຂ້ອຍໄດ້ຮັບຈົດຫມາຍ ທາງໄປສະນີ ທີ່ບອກຂ້ອຍວ່າ ເຂົາເຈົ້າຮູ້ວ່າ ຂ້ອຍໄດ້ສມັກຂໍຄວາມຊ່ອຍເຫຼືອຍ້ອນຄວາມລຳບາກທາງດ້ານການເງິນ ແລະໄດ້ມອບເງິນໃຫ້ຂ້ອຍ 400 ໂດລາ ໂດຍບໍ່ມີເຫດຜົນວ່າ ເປັນຫຍັງເຂົາເຈົ້າຈຶ່ງເຮັດແບບນັ້ນ. ໃນເວລາເກົ້າເດືອນ, ບໍ່ມີໃຜເຄີຍຕິດຕໍ່ຂ້ອຍ ກ່ຽວກັບໃບສມັກຂອງຂ້ອຍ ຫລືໄດ້ສົນທະນານໍາຂ້ອຍ ແລະໃນ ຂນະດຽວກັນ, ຂ້ອຍໄດ້ເຮັດ Refinance ແລະຍ້າຍໄປທະນາຄານອື່ນ."

ແລະເບິ່ງຄືວ່າ ນາງບໍ່ແມ່ນຄົນດຽວ ທີ່ຢູ່ໃນສະຖານະການແບບນັ້ນ.

ລາຍງານໃຫມ່ຂອງ ASIC (Australian Securities & Investments Commission) ໄດ້ເບິ່ງຂໍ້ມູນ ຈາກຜູ້ໃຫ້ກູ້ຢືມ 20 ບ່ອນ ລະຫວ່າງ ເດືອນກໍລະກົດ2022 ຫາເດືອນທັນວາ ປີກາຍນີ້.

ມັນພົບວ່າ ມີຫລາຍກວ່າ ຫນຶ່ງໃນສີ່ ຂອງລ້ານຄຳຮ້ອງ ທີ່ໄດ້ຮັບ ແມ່ນຈາກເງິນກູ້ຢືມ ດ້ວຍມູນຄ່າສເລັ່ຍ 312,000 ໂດລາ.

ແລະວ່າ ເຫດຜົນຫ້າຢ່າງທຳອິດ ທີ່ບໍ່ສາມາດຈ່າຍຄືນໄດ້ ແມ່ນຮວມທັງການຈ່າຍຄືນທີ່ສູງເກີນໄປ, ລາຍໄດ້ຫລຸດລົງ, ບັນຫາດ້ານການແພດ, ການວ່າງງານ ແລະການຢ່າຮ້າງ.

ປະທານຄະນະກັມມະການ ຄຸ້ມຄອງຫຼັກຊັບ ແລະການລົງທຶນ ຂອງ (the Australian Securities and Investments Commission-ASIC), ທ່ານ Joe Longo ກ່າວວ່າ ທະນາຄານ ແລະຜູ້ໃຫ້ກູ້ຢືມ ໂຄສະນາເກີນຄວາມຈິງຫຼາຍໂພດ.

"ທະນາຄານ ແລະຜູ້ໃຫ້ກູ້ຢືມ ຕ້ອງປະຕິບັດຕາມຂໍ້ກໍານົດ ທາງກົດຫມາຍ ພາຍໃຕ້ກົດລະບຽບສິນເຊື່ອແຫ່ງຊາດ ກ່ຽວກັບວິທີ ທີ່ພວກເຂົາຈັດການກັບຄໍາຮ້ອງຄວາມຊ່ອຍເຫຼືອ ຍ້ອນຄວາມລຳບາກທາງດ້ານການເງິນ. ເຖິງຢ່າງໃດກໍຕາມ, ສີ່ງທີ່ລາຍງານນີ້ສະແດງໃຫ້ເຫັນ, ແມ່ນວ່າ ທະນາຄານ ແລະຜູ້ໃຫ້ກູ້ຢືມ ບໍ່ໄດ້ເຮັດຕາມຄວາມຄາດຫວັງ ຂອງຊຸມຊົນ, ແລະພວກເຂົາເຈົ້າ ບໍ່ໄດ້ເຮັດຕາມຄວາມຄາດຫວັງຂອງພວກເຮົາ, ຕາມຄວາມຄາດຫວັງຂອງ ASIC. ເວົ້າງ່າຍໆ, ພວກເຂົາກໍາລັງປະຖິ້ມຊາວອອສເຕຣເລັຍ ຕອນທີ່ເຂົາຍາກລໍາບາກ. ໃນກໍຣະນີທີ່ຮ້າຍແຮງທີ່ສຸດ, ຜູ້ໃຫ້ກູ້ຢືມ ບໍ່ເອົາໃຈໃສ່ ຕໍ່ການແຈ້ງຄວາມຍາກລໍາບາກ ແລະການເຮັດເຊັ່ນນັ້ນ ກໍເທົ່າກັບໄດ້ປະຖິ້ມລູກຄ້າ ໃນເວລາທີ່ເຂົາເຈົ້າ ຕ້ອງການຄວາມຊ່ອຍເຫຼືອ."

ລາຍງານ ໄດ້ກວດສອບ ການປະຕິບັດ ຂອງຜູ້ໃຫ້ກູ້ຢືມ ສິບບ່ອນ, ໄດ້ຮວບຮວມ ຂໍ້ມູນ ຈາກຜູ້ໃຫ້ກູ້ຢືມ 30 ບ່ອນ, ໄດ້ເບິ່ງກໍຣະນີສຶກສາ 80 ກໍຣະນີ, ແລະໄດ້ລົມກັບພະນັກງານ ຫຼາຍກວ່າ 170 ຄົນ.

ທ່ານ Alan Kirkland ຜູ້ອໍານວຍການ ASIC ກ່າວວ່າ ສິ່ງທີ່ພວກເຂົາເຈົ້າພົບ ກໍແມ່ນວ່າ ທະນາຄານ ແລະຜູ້ໃຫ້ກູ້ຢືມ ບໍ່ໄດ້ເຮັດພຽງພໍ ທີ່ຈະຊ່ວຍເຫຼືອຊາວອອສເຕຣເລັຍ ໃນເວລາທີ່ມີຄວາມຕ້ອງການ.

"ພວກເຮົາພົບວ່າ ທະນາຄານ ມັກຈະເຮັດໃຫ້ຍາກ ທີ່ຈະຂໍຄວາມຊ່ວຍເຫຼືອ, ເມື່ອພວກເຂົາເຈົ້າໄດ້ຮັບຄວາມຊ່ອຍເຫຼືອ, ພວກເຂົາຕ້ອງຜ່ານຂະບວນການທີ່ຊັບຊ້ອນ, ການສື່ສານບໍ່ດີພໍ, ແລະເຮັດໃຫ້ ຫນຶ່ງສ່ວນສາມ ຂອງຜູ້ຄົນນັ້ນ ອອກຈາກຂະບວນການ. ພວກເຮົາຄາດຫວັງວ່າ ທະນາຄານ ຈະເຮັດໃຫ້ມັນງ່າຍຂຶ້ນ, ບອກຜູ້ຄົນວ່າ ມີການຊ່ວຍເຫຼືອ ດ້ານຄວາມຍາກລໍາບາກຢູ່, ເພື່ອເຮັດໃຫ້ພວກເຂົາ ສາມາດສມັກໄດ້ງ່າຍຂຶ້ນ, ຕອບສນອງຢ່າງເຫມາະສົມ ແລະບອກພວກເຂົາວ່າ ມີຫຍັງເກີດຂຶ້ນ ກັບຄໍາຮ້ອງສມັກຂອງພວກເຂົາ, ແລະເພື່ອຊ່ວຍຜູ້ຄົນໃນຕອນທ້າຍ ຂອງໄລຍະການຊ່ວຍເຫຼືອ"

ອີງຕາມຜູ້ຄວບຄຸມ, ຜູ້ໃຫ້ກູ້ຢືມ ບໍ່ໄດ້ສເນີວິທີແກ້ໄຂປັນຫາ ສໍາລັບສະຖານະການສ່ວນບຸກຄົນ ໂດຍມີ 40 ເປີເຊັນ ຂອງຜູ້ທີ່ໄດ້ຮັບການຊ່ວຍເຫຼືອ ຈະເປັນໜີ້ຕໍ່ທັນທີ ເມື່ອມັນສິ້ນສຸດລົງ.

ທ່ານ Longo ກ່າວວ່າ ຜູ້ໃຫ້ກູ້ຢືມ ແລະທະນາຄານ ແຕ່ລະບ່ອນ ຈະໄດ້ຖືກແຈ້ງໃຫ້ຊາບ ກ່ຽວກັບການຄົ້ນພົບ ທີ່ມີຜົນກະທົບຕໍ່ພວກເຂົາເຈົ້າ ແລະຈໍາເປັນຕ້ອງມີແຜນ ທີ່ຈະອັດຊ່ອງວ່າງ ທີ່ພວກເຂົາລະບຸ.

ທະນາຄານ ແລະຜູ້ໃຫ້ກູ້ຢືມ ບໍ່ໄດ້ເຮັດຕາມຄວາມຄາດຫວັງ ຂອງຊຸມຊົນ....ເວົ້າງ່າຍໆ, ພວກເຂົາກໍາລັງປະຖິ້ມຊາວອອສເຕຣເລັຍ ຕອນທີ່ເຂົາຍາກລໍາບາກ.
ທ່ານ Joe Longo, ປະທານຄະນະກັມມະການ ຄຸ້ມຄອງຫຼັກຊັບ ແລະການລົງທຶນ ຂອງອອສເຕຣເລັຍ (the Australian Securities and Investments Commission-ASIC).
"ແຕ່ການແກ້ໄຂ ທີ່ແທ້ຈິງຢູ່ທີ່ນີ້, ສິ່ງທີ່ສົ່ງຜົນກະທົບ ຕໍ່ຊາວອອສເຕຣເລັຍຫຼາຍທີ່ສຸດ ແມ່ນການປັບປຸງເວລາ ຕອນທີ່ຄຳຮ້ອງສມັກ ຂໍຄວາມຊ່ອຍເຫຼືອຍ້ອນຄວາມລຳບາກ ທາງດ້ານການເງິນ ໄດ້ຮັບການພິຈາຣະນາ ແລະປະຕິບັດ.ສຳລັບການດໍາເນີນຄະດີ ທາງກົດໝາຍ, ພວກເຮົາຈະດໍາເນີນການເຊັ່ນນັ້ນ ຫາກສະຖານະການອຳນວຍ. ແຕ່ສິ່ງທີ່ຈະມີຜົນກະທົບທີ່ແທ້ຈິງ ແມ່ນການປັບປຸງເວລາ ໃນພິຈາຣະນາ ແລະອະນຸມັດ, ສ່ວນຫລາຍແລ້ວ ແມ່ນຂັ້ນຕອນ ຂອງການປະຕິບັດ ທີ່ເຮົາເຫັນຢູ່."

Stephanie Tonkin ຂອງ The Consumer Action Law Centre ຍິນດີກັບລາຍງານນີ້.

"ທະນາຄານ ກໍາລັງລາຍງານຜົນກຳໄລຫຼາຍລ້ານ ແລະພັນລ້ານໂດລາ ໃນຂນະທີ່ຄອບຄົວ ຕ້ອງອົດອາຫານ ເພື່ອຈ່າຍຄ່າໄຟຟ້າ, ເພື່ອຈ່າຍຄືນເງິນກູ້ຈາກທະນາຄານ, ເພື່ອໃຫ້ມີບ່ອນຊົ້ນຫົວ ຂອງເຂົາເຈົ້າ. ຕອນນີ້ ລູກຄ້າຕ້ອງການໃຫ້ທະນາຄານ ລົງໄປຍ່າງຄຽງຂ້າງພວກເຂົາ ແລະມາເບິ່ງຄ່າໃຊ້ຈ່າຍ ດ້ານຄ່າຄອງຊີບນີ້ກັບພວກເຂົາ."

ໃນລາຍງານ, ພາກການທະນາຄານ ມີຄວາມກະຕືລືລົ້ນ ທີ່ຈະໃຫ້ເຫັນວ່າ ພວກເຂົາເຈົ້າ ປະຕິບັດໄດ້ດີກວ່າ ຜູ້ໃຫ້ກູ້ຢືມອື່ນ ທີ່ບໍ່ແມ່ນທະນາຄານ ໃນຂນະທີ່ເນັ້ນເຖິງອັດຕາສ່ວນ ຂອງຜູ້ຄົນທີ່ໄດ້ຮັບການຊ່ວຍເຫຼືອ ຍ້ອນຄວາມລຳບາກທາງດ້ານການເງິນ.

Anna Bligh ຈາກສະມາຄົມທະນາຄານ ອອສເຕຣເລັຍ (The Australian Banking Association) ຍອມຮັບວ່າ ມີບ່ອນທີ່ຕ້ອງປັບປຸງ.

"ໃນບັນດາລູກຄ້າທັງຫມົດ ທີ່ຍື່ນຄໍາຮ້ອງສມັກ, 94 ເປີເຊັນ ຂອງພວກເຂົາ ໄດ້ຮັບການອະນຸມັດ. ດັ່ງນັ້ນ, ຂ້າພະເຈົ້າ ຢາກບອກຕໍ່ຜູ້ຄົນວ່າ ຖ້າຫາກວ່າທ່ານມີປັນຫາ, ຢ່າເຮັດຕາມລໍາພັງ, ຍື່ນມືອອກໄປ, ທະນາຄານກໍາລັງຊ່ວຍເຫຼືອຊາວອອສເຕຣເລັຍ ຫຼາຍພັນຄົນ ໃນທຸກໆອາທິດ."

ສຳລັບຮອງສາດສະດາຈານ Fox ທີ່ສອນ ແລະຄົ້ນຄວ້າ ຄວາມລຳບາກທາງສັງຄົມທຸກໆມື້. ນາງກ່າວວ່າ ບໍ່ມີທາງໃດ ທີ່ເປີດໃຫ້ຄົນທີ່ບໍ່ມີຊັບພະຍາກອນສ່ວນຕົວ ພວກເຂົາເຈົ້າ ອາດຕ້ອງຊ່ອຍເຫຼືອຕົນເອງ.

"ເພື່ອພົບວ່າ ຕົນເອງຢູ່ໃນສະຖານະການແບບນີ້, ເມື່ອຂ້ອຍມີວຽກ ທີ່ໄດ້ຮັບຄ່າຈ້າງສູງ ແລະຫມັ້ນຄົງ, ຂ້ອຍມີການສຶກສາ, ຂ້ອຍສາມາດຊ່ອຍເຫຼືອຕົນເອງ ແລະຂ້ອຍຍັງພົບກັບຕົວເອງ ໃນສະຖານະການ ທີ່ບໍ່ມີທາງອອກນີ້. ມັນເປັນເລື່ອງທີ່ຫນ້າປະຫຼາດໃຈ ສໍາລັບຂ້ອຍ ທີ່ມັນສາມາດເກີດຂຶ້ນກັບໂຕຂ້ອຍ ແລະເຮັດໃຫ້ຮູ້ຫຼາຍຂຶ້ນ ກ່ຽວກັບສິ່ງທີ່ເກີດຂຶ້ນ ກັບຄົນອື່ນ ໃນເລື້້ອງແບບນີ້."

ລາຍງານໂດຍ  Kath Landers ແລະ Hannah Kwon ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share