ຄູ່ມືຜູ້ຊື້ເຮືອນເທື່ອທໍາອິດ: ການກູ້ຢືມເງິນຊື້ເຮືອນໃນອອສເຕຣເລັຍ.

Australia Explained: Home Loans

You could go to a couple or more mortgage brokers, see what loans they offer, and compare them. Credit: pixdeluxe/Getty Images

ສໍາລັບຜູ້ຢືມເທື່ອທໍາອິດ, ຂັ້ນຕອນການສມັກກູ້ຢືມເງິນຊື້ເຮືອນອາດຮູ້ສຶກຫຍຸ້ງຍາກ. ຮຽນຮູ້ພື້ນຖານກ່ຽວກັບອັດຕາດອກເບັ້ຍ, ຂັ້ນຕອນການສມັກ ແລະ ການສນັບສນູນຈາກຣັຖບານ ທີ່ທ່ານອາດມີສິດໄດ້ຮັບໃນ ອອສເຕຣເລັຍ.


ຈຸດສຳຄັນ
  • ເລີ່ມຕົ້ນໂດຍການຄົ້ນຄວ້າອັດຕາດອກເບັ້ຍ ແລະລັກສນະຂອງເງິນກູ້ຢືມຊື້ເຮືອນທີ່ມີຢູ່ໃນຕລາດ.
  • ເງິນຝາກລະຫວ່າງ ຫ້າເຖິງຊາວ ສ່ວນຮ້ອຍ ເປັນເງື່ອນໄຂເບື້ອງຕົ້ນ.
  • ໃຫ້ກວດເບິ່ງ ຄວາມຊ່ວຍເຫຼືອ ໃນການຊື້ເຮືອນຂອງຣັຖບານ ທີ່ທ່ານອາດມີສິດໄດ້ຮັບ.
ການຊື້ເຮືອນ ຕາມປົກກະຕິແລ້ວ ເປັນການຊື້ທີ່ໃຫຍ່ທີ່ສຸດ ໃນຊີວິດຂອງຄົນເຮົາ..

ແຕ່ການທຳຄວາມເຂົ້າໃຈ ກັບທາງເລືອກຂອງທ່ານ ແລະວິທີເຮັດວຽກຂອງຕລາດ ການກູ້ຢືມເງິນຊື້ເຮືອນ ສາມາດເຮັດໃຫ້ການຈັດການກັບງົບປະມານງ່າຍຂຶ້ນ ແລະໃຫ້ຄວາມອຸ່ນໃຈ.

ເວັບໄຊຕ໌ຂອງຣັຖບານ ທັງລະດັບຣັດ ແລະປະເທດ ເປັນຈຸດເລີ່ມຕົ້ນທີ່ດີ ໃນການຄວາມເຂົ້າໃຈ ກັບຂັ້ນຕອນການຊື້ເຮືອນ.

ຕລາດເຮັດວຽກ ແນວໃດ

ເປັນເວັບໄຊຕ໌ຂອງຣັຖບານກາງ ທີ່ໃຫ້ການຄວາມຮູ້ແກ່ລູກຄ້າ ຊຶ່ງດໍາເນີນງານໂດຍຄນະກັມມະການ ກຳກັບຊັບສິນ ແລະການລົງທຶນ ຂອງອອສເຕຣເລັຍ (the Australian Securities and Investments Commission -ASIC).

Andrew Dadswell ເປັນ ຜູ້ອໍານວຍການອາວຸໂສ ຂອງຝ່າຍສື່ສານຜູ້ບໍຣິໂພກ ທີ່ Australian Securities and Investments Commission (ASIC).
Australia Explained: Home Loans
Applying with a friend or partner could maximise your chances in getting approved for a home loan, due to combined incomes. Source: Moment RF / Maria Korneeva/Getty Images
ລາວອະທິບາຍວ່າ ເປັນຫຍັງການໄດ້ຮັບອັດຕາດອກເບັ້ຍທີ່ດີ ຈຶ່ງຫມາຍເຖິງ ຂໍ້ຕົກລົງທີ່ດີ ໃນການກູ້ຢືມເງິນຊື້ເຮືອນ.

"ເນື່ອງຈາກທ່ານຕ້ອງກູ້ຢືມເງິນເປັນເວລາດົນນານ - ເງິນກູ້ຢືມຊື້ເຮືອນ ສາມາດມີອາຍຸ 25 ຫຼື 30 ປີ - ແມ່ນແຕ່ ຄວາມແຕກຕ່າງເລັກຫນ້ອຍ ໃນອັດຕາດອກເບັ້ຍທີ່ທ່ານຈ່າຍ ກໍສາມາດກາຍເປັນ ເງິນຫຼາຍພັນໂດລາ ໃນໄລຍະການກູ້ຢືມຂອງທ່ານ. "
ເມື່ອເວົ້າເຖິງການປຽບທຽບເງິນກູ້ຢືມຊື້ເຮືອນ, ສິ່ງສໍາຄັນແມ່ນການປຽບທຽບຫຼາຍບ່ອນ ແລະເຮັດການຄົ້ນຄວ້າທີ່ດີ.
Andrew Dadswell, Senior Manager of Consumer Communications, ASIC.
ການຮູ້ ອັດຕາດອກເບັ້ຍສເລັ່ຍໃນຕອນນີ້ ເປັນສິ່ງສໍາຄັນ.

ໃຫ້ໄປເບິ່ງທີ່ເຄື່ອງມືຄິດໄລ່ ຂອງ Moneysmart ນາຍໜ້າກູ້ຢືມເງິນ (Mortgage Broker) ຂອງ ທ່ານ ເພື່ອໃຫ້ໄດ້ອັດຕາ ທີ່ ດີກວ່າອັດຕາທົ່ວໄປ, Mr Dadswell ແນະນໍາ.
Australia Explained: Home Loans
In variable rate home loans, your interest rate changes when the bank decides, which is usually influenced by the official cash rate set by the Reserve Bank of Australia, Mr Dadswell explains. Source: Moment RF / Traceydee Photography/Getty Images

ລໍາດັບຄວາມສໍາຄັນຂອງທ່ານແມ່ນຫຍັງ?

ມັນສໍາຄັນທີ່ຈະຮູ້ລໍາດັບຄວາມສໍາຄັນຂອງທ່ານ.

ລໍາດັບຄວາມສໍາຄັນຂອງທ່ານ ແມ່ນຈະຢືມເງິນໃຫ້ຫລາຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້ບໍ່? ຮັບເອົາອັດຕາດອກເບັ້ຍ ທີ່ມີການແຂ່ງຂັນຫຼາຍທີ່ສຸດບໍ່? ຫຼືໄດ້ຮັບການອະນຸມັດ ໃຫ້ກູ້ຢືມໄວໆ ຖ້າທ່ານປະຕິບັດຕາມເງື່ອນໄຂທຸກຢ່າງຫຼືບໍ່?

ຫລືບາງທີ ແມ່ນທັງຫມົດທີ່ຢູ່ຂ້າງເທິງ. ຄຸນສົມບັດ ການກູ້ຢືມຊື້ເຮືອນ ໃນ ຕລາດອອສເຕຣເລັຍ ແຕກຕ່າງກັນ, ແຕ່ສອງປະເພດຫຼັກຂອງເງິນກູ້ຢືມຊື້ເຮືອນ ແມ່ນອັດຕາດອກເບັ້ຍ ຄົງທີ່ (Fixed Rate) ແລະ ອັດຕາດອກເບັ້ຍປ່ຽນແປງ (Variable Rate).

"ຂໍ້ດີຢ່າງຫນຶ່ງ ຂອງເງິນກູ້ຢືມ ທີ່ມີອັດຕາດອກເບັ້ຍ ຄົງທີ່ (Fixed Rate) ແມ່ນທ່ານຮູ້ຢ່າງແນ່ນອນວ່າ ຈະຈ່າຍຄືນໃນແຕ່ລະສອງອາທິດ ຫຼືແຕ່ລະເດືອນເທົ່າໃດ. ແຕ່ນັ້ນຫມາຍຄວາມວ່າ ຖ້າອັດຕາດອກເບັ້ຍຫລຸດລົງ, ທ່ານ ອາດສູນເສັຍຜົນປໂຍດນັ້ນ." Mr Dadswell ອະທິບາຍ.

ບໍ່ວ່າ ທ່ານຈະເລືອກເງິນກູ້ຢືມໃນອັດຕາໃດ ແລະປະເພດໃດກໍຕາມ, ທ່ານຈໍາເປັນຕ້ອງມີເງິນທ້ອນຈໍານວນຫຼາຍ.

"ທ່ານຕ້ອງມີເງິນຝາກ ຢ່າງຫນ້ອຍ ຫ້າເປີເຊັນ, ແຕ່ທາງທີດີແລ້ວຄວນມີເຖິງ 20 ເປີເຊັນ, ຊຶ່ງສະແດງໃຫ້ເຫັນວ່າ ທ່ານມີເງິນພໍທີ່ຈະມີຢືມເງິນ.

"ເມື່ອທ່ານສາມາດທ້ອນເງິນ ແລະຈ່າຍຈາກເງິນຂອງທ່ານເອງໄດ້ຫລາຍເທົ່າໃດ, ທ່ານຍິ່ງຕ້ອງຢືມເງິນ ຈາກທະນາຄານ ຫນ້ອຍລົງເທົ່ານັ້ນ."
Australia Explained: Home Loans
The exact conditions of each home loan on the market may vary. And the amount of information can get overwhelming and confusing. Source: Moment RF / Richard Newstead/Getty Images
ເວັບໄຊທ໌ປຽບທຽບດ້ານການເງິນ ເປັນແຫຼ່ງຂໍ້ມູນ ສໍາລັບການທຳຄວາມເຂົ້າໃຈກັບ 'ມີຫຍັງແດ່ ຢູ່ທີ່ນັ້ນ' ກ່ຽວກັບລັກສນະຂອງເງິນກູ້ຢືມທີ່ແຕກຕ່າງກັນ.

ແຕ່ນອກເຫນືອໄປຈາກ ການຄົ້ນຄວ້າຕລາດຂອງທ່ານແລ້ວ, ມັນຍັງສໍາຄັນ ທີ່ຈະໄດ້ຮັບຄໍາແນະນໍາ ເລື່ອງການເງິນເປັນການສ່ວນຕົວ, Sally Tindall ຜູ້ອໍານວຍການຄົ້ນຄວ້າຂອງ Rate City ກ່າວ.

"ຫລາຍຄົນເວົ້າວ່າ 'ໂອ້, ແຕ່ຂ້ອຍບໍ່ແມ່ນຄົນຮັ່ງມີ, ຂ້ອຍບໍ່ສາມາດໄປຫາທີ່ປຶກສາທາງການເງິນໄດ້'. ນັ້ນບໍ່ແມ່ນຄວາມຈິງສເມີໄປ, ແຕ່ຍັງມີທາງເລືອກອື່ນອີກ.

"ຍົກຕົວຢ່າງ, ທ່ານຮູ້ບໍ່ວ່າ ນາຍໜ້າກູ້ຢືມເງິນ (Mortgage Broker) ກໍສາມາດໃຫ້ຄໍາແນະນໍາແກ່ທ່ານ ກ່ຽວກັບຂັ້ນຕອນ ທີ່ທ່ານຕ້ອງເຮັດ ທີ່ເຫມາະສົມ ກັບການເງິນຂອງທ່ານ."

ແຕ່ເມື່ອຕອນຄິດໄລ່ວ່າ ຈະຢືມເງິນໄດ້ຫລາຍປານໃດ, ມັນສໍາຄັນແທ້ໆທີ່ຈະບໍ່ພຽງອາສັຍທະນາຄານ ຫລືນາຍໜ້າກູ້ຢືມເງິນ (Mortgage Broker) ເທົ່ານັ້ນ ທີ່ຈະບອກຈໍານວນນັ້ນຕໍ່ທ່ານ.

"ມັນສໍາຄັນແທ້ໆ ທີ່ຈະກວດເບິ່ງຕົວເລກດ້ວຍຕົວເອງ, ເພາະສິ່ງທີ່ເຮົາໄດ້ເຫັນ ໃນສອງປີທີ່ຜ່ານມານີ້, 13 ຄັ້ງ ຂອງອັດຕາການເພີ່ມຂອງ RBA,ຊຶ່ງສີ່ເທື່ອ ແມ່ນສອງເທົ່າ," Ms Tindall ກ່າວ.

ໃນສ່ວນຫນຶ່ງຂອງຂັ້ນຕອນ ຂອງການສມັກກູ້ຢືມເງິນຊື້ເຮືອນ, ຜູ້ໃຫ້ກູ້ຢືມ ຈະຂໍຫຼັກຖານ ເພື່ອປະເມີນສະພາບການເງິນຂອງທ່ານ ແລະ ໃຫ້ແນ່ໃຈວ່າ ທ່ານສາມາດຈ່າຍຄືນຈໍານວນເງິນທີ່ທ່ານກໍາລັງຢືມ.
Australia Explained: Home Loans
Common evidence for your home loan application includes pay slips, bank statements, evidence of any assets and debts or liabilities, your savings and credit history. Source: Moment RF / d3sign/Getty Images

ການອະນຸມັດລ່ວງໜ້າ ແລະ ນາຍໜ້າ ກູ້ຢືມເງິນ (Mortgage Broker)

ເຖິງແມ່ນວ່າ ບໍ່ແມ່ນຂໍ້ກຳໜົດໃນຂັ້ນຕອນການຊື້ເຮືອນ ແຕ່ຜູ້ຊື້ ສາມາດຂໍອະນຸມັດເງິນກູ້ລ່ວງໜ້າໄດ້.

ນີ້ຫມາຍຄວາມວ່າ ຜູ້ໃຫ້ກູ້ຢືມໄດ້ຕົກລົງ ຕາມຫຼັກການ ທີ່ຈະໃຫ້ທ່ານຢືມເງິນຈໍານວນຫນຶ່ງ ເພື່ອຊື້ເຮືອນຂອງທ່ານ. ເຖິງແມ່ນວ່າ ບໍ່ແມ່ນການຮັບປະກັນຂັ້ນສຸດທ້າຍ ແຕ່ມັນສາມາດໃຫ້ຄວາມເຂົ້າໃຈກ່ຽວກັບກໍາລັງຊື້ຂອງທ່ານ.

ການອະນຸມັດລ່ວງໜ້ານີ້ ມີເວລາຈໍາກັດ, ຕາມປົກກະຕິແລ້ວ ປະມານສາມເດືອນ ນັບແຕ່ມື້ທີ່ອອກ.

"ມັນກຸ້ມຄ່າສເມີ ພາຍໃນໄລຍະສາມເດືອນນັ້ນ...ຖ້າຫາກວ່າ ທ່ານໄດ້ມີການປ່ຽນແປງ ໃນສະຖານະການດ້ານວຽກງານ, ຫລືຖ້າຫາກບາງທີ, RBA ຈະຍົກລະດັບອັດຕາດອກເບັ້ຍສູງຂຶ້ນ ອີກເທື່ອຫນຶ່ງ, ທ່ານອາດຢາກກັບຄືນໄປຫາທະນາຄານຂອງທ່ານ ແລະກວດກາເບິ່ງຄວາມສາມາດ ຂອງການຢືມທີ່ສູງສຸດ ທີ່ເຂົາອາດຈະຕົກລົງກັບທ່ານໃໝ່" Ms Tindall ກ່າວ.
Australia Explained: Home Loans
There are well over 100 lenders in the Australian market, including banks, credit unions, and other authorised institutions. Credit: courtneyk/Getty Images
ກູ້ຢືມເງິນ Mortgage Broker) ສາມາດເຮັດວຽກກັບຜູ້ໃຫ້ກູ້ຢືມຫຼາຍບ່ອນ ແລະດ້ວຍເຫດນີ້ ຈຶ່ງຊ່ວຍທ່ານປຽບທຽບຂໍ້ສເນີເງິນກູ້ຢືມຕ່າງໆ.

ເພື່ອກວດສອບຂໍ້ມູນຂອງນາຍໜ້າ ກູ້ຢືມເງິນ (Mortgage Broker) ໃຫ້ຢືນຢັນວ່າ ເຂົາເຈົ້າສະແດງຕໍ່ສາທາຣະນະ, ຍົກຕົວຢ່າງໃນເວັບໄຊຕ໌ຂອງເຂົາເຈົ້າ, ຕ້ອງມີເລກໃບອະນຸຍາດສິນເຊື່ອ ຫຼືເຂົາຕ້ອງເປັນຕົວແທນສິນເຊື່ອຂອງຜູ້ໄດ້ຮັບອະນຸຍາດ. ແລະໃນການ ເປັນຕົວແທນສິນເຊື່ອຫຼືມີໃບອະນຸຍາດສິນເຊື່ອ, ທ່ານຕ້ອງເປັນສະມາຊິກຂອງສະມາຄົມ. ແລະ ມີ ພຽງ ແຕ່ ສອງ ສະມາຄົມ ໃນ ອອສເຕຣເລັຍ. ມີ MFAA ຫລື FBAA.

ຜູ້ຊື້ເຮືອນທົ່ວປະເທດ ມີສິດໃຊ້ໂຄງການ ຮັບປະກັນບ້ານເຮືອນ, ຊຶ່ງຮວມເຖິງຮັບປະກັນບ້ານເຮືອນ ເທື່ອທໍາອິດ.

ຜູ້ຊື້ເຮືອນທົ່ວປະເທດ ມີສິດໃຊ້ໂຄງການ ຮັບປະກັນບ້ານເຮືອນ, ຊຶ່ງຮວມເຖິງຮັບປະກັນບ້ານເຮືອນ ເທື່ອທໍາອິດ.

George Samios, ຜູ້ກໍ່ຕັ້ງ Mortgage Broker Madd Loans, ອະທິບາຍ ເຖິງວິທີ ທີ່ຜູ້ຊື້ເຮືອນຄັ້ງທໍາອິດ ສາມາດຢືມໄດ້ເຖິງ 95 ເປີເຊັນ ແລະບໍ່ຕ້ອງຈ່າຍຄ່າປະກັນພັຍເງິນກູ້ຢືມ (Mortgage) ຕໍ່ຜູ້ໃຫ້ຢືມ ພາຍໃຕ້ໂຄງການນີ້.

ແຕ່ລາວກ່າວຕື່ມວ່າ, "ຍັງມີຫລາຍຢ່າງ ທີ່ກ່ຽວກັບກັບການຊື້ ເຊັ່ນ:ອາກອນສະແຕມ, ຄ່າເທດສະບານ, ຄ່ານ້ຳ, ແລະຄ່າປະກັນພັຍອາຄານ.ຍັງມີຄ່າໃຊ້ຈ່າຍອີກຫລາຍຢ່າງ ທີ່ຜູ້ຄົນຕ້ອງຈ່າຍ ເມື່ອເຂົາເຈົ້າຊື້ບ້ານເຮືອນ, ແຕ່ການທີ່ບໍ່ຈ່າຍຄ່າປະກັນພັຍ ໃຫ້ແກ່ຜູ້ໃຫ້ຢືມ ເປັນການປະຢັດເງິນ ຢ່າງຫລວງຫລາຍ"
Australia Explained: Home Loans
“For example, in Brisbane, the cap is $700,000. So, if you buy in a suburb like Coorparoo, which is close to the city, you can spend $700,000 and you only […] need a deposit of $35,000,” says Mr Samios. Credit: MoMo Productions/Getty Images
ແລະມີການຈໍາກັດລາຄາ ຂອງຜູ້ຊື້ ທີ່ສາມາດໃຊ້ຈ່າຍໄດ້ຫຼາຍປານໃດ,ຊຶ່ງປ່ຽນໄປ ໃນແຕ່ລະຣັດ.

Mr Samios ກ່າວວ່າ ໃນທີ່ສຸດ ຜູ້ຊື້ເຮືອນຄັ້ງທໍາອິດ ຄວນຄົ້ນຄວ້າຫາການສນັບສນູນທຸກຢ່າງ ທີ່ເຂົາເຈົ້າອາດມີສິດໄດ້ຮັບ, ຮວມທັງອາກອນສະແຕມ ຫລືເງິນຊ່ອຍເຫຼືອຕ່າງໆ, ເຊັ່ນໂຄງການ .

"ຫມາຍຄວາມວ່າ ທ່ານສາມາດປະຢັດເງິນ ໄດ້ເຖິງ 17.5 ເປີເຊັນ. ສະນັ້ນ, ຖ້າຫາກທ່ານ ຕ້ອງທ້ອນເງິນ $100,000 ແລະທ່ານເຮັດຜ່ານ ທາງsupersaver, ທ່ານຈະປະຢັດພາສີໄດ້ $17,500.
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່

ເນື້ອເລື່ອງໂດຍ  Zoe Thomaidou ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share