ຊາວ Queensland ໄດ້ຖືກຊຸກຍູ້ໃຫ້ສັກວັກຊີນ ໄຂ້ຫວັດໃຫຍ່.
ຊາວ Queensland ໄດ້ຖືກຊຸກຍູ້ ໃຫ້ເອົາຊນະ 'ຄວາມເມື່ອຍໜ່າຍຈາກVaccine (Vaccine Fatigue)’ ແລະຮັບຂໍ້ສເນີ ການສັກ Vaccine ຟຣີ ໃນການຄາດການ ວ່າຈະມີໄຂ້ຫວັດໃຫຍ່ ທີ່ຮ້າຍແຮງ.
Tim Nicholls ຣັຖມົນຕີ ກະຊວງສາທາຣະນະສຸກ ໄດ້ປະກາດວ່າ ຍັງມີ Vaccine ປ້ອງກັນໃຂ້ຫວັດໃຫຍ່ຟຣີ ສຳລັບທຸກຄົນ ທີ່ມີອາຍຸສູງກວ່າ ຫົກເດືອນ, ຫລັງຈາກກ່ອນໜ້ານີ້ ໄດ້ກ່າວວ່າ ລາວຈະຢຸດໂຄງການ ສາມປີ ໃນທ້າຍປີ 2024, ດັ່ງທີ່ Adriana Wainstok ລາຍງານ.
ຊາວ Queensland ກໍາລັງຖືກຊຸກຍູ້ ໃຫ້ໄປຮັບການສັກ Vaccine ປ້ອງກັນໄຂ້ຫວັດໃຫຍ່.
ຣັຖບານ Queensland ກ່າວວ່າ ມັນຈະສືບຕໍ່ສເນີ Vaccine ຟຣີ ໃນການຄາດການວ່າ ລະດູໄຂ້ຫວັດໃຫຍ່ ທີ່ອັນຕະຣາຍກຳລັງຈະມາຮອດ.
Paul Van Buynder, ສາດສະດາຈານ ຝ່າຍການແພດ ທີ່ມະຫາວິທະຍາໄລ Griffith University ກ່າວວ່າ ຄວາມເປັນຫ່ວງນັ້ນແມ່ນຂຶ້ນຢູ່ກັບ ວິທີທີ່ Virus ໄຂ້ຫວັດໃຫຍ່ເກີດຂຶ້ນທົ່ວໂລກ.
"ສິ່ງທີ່ເຮົາຮູ້ ແມ່ນໃນເວລານີ້ ໃນສະຫະຣັດອາເມຣິກາ ແລະບາງສ່ວນຂອງຊີກໂລກເຫນືອ ອັດຕາການຕິດເຊື້ອໄຂ້ຫວັດໃຫຍ່ ກໍາລັງເລີ່ມເພີ່ມຂຶ້ນຢ່າງໄວ ແລະເຮົາຄາດວ່າ ມັນຈະເປັນລະດູທີ່ຮ້າຍແຮງ ໃນຊີກໂລກເຫນືອ ແລະຕາມປົກກະຕິແລ້ວ ມັນມັກຈະບົ່ງວ່າ ເຮົາຈະມີໄຂ້ຫວັດໃຫຍ່ ທີ່ແພ່ຫຼາຍໃນປີຕໍ່ໄປເຊັ່ນກັນ."
ໃນຕອນທໍາອິດ, ຣັຖມົນຕີກະຊວງສາທາຣະນະສຸກ, Tim Nicholls, ໄດ້ປະຕິເສດ ທີ່ຈະໃຫ້ຄໍາຫມັ້ນສັນຍາ ທີ່ຈະດໍາເນີນຕໍ່ໄປ ຕາມໂຄງການສັກວັກຊີນຟຣີ ທີ່ອະດີດນາຍົກຣັຖມົນຕີ, Annastacia Palaszczuk ໄດ້ສເນີໃນປີ 2022, ໂດຍກ່າວວ່າ ລາວຕ້ອງການເວລາ ໃນການພິຈາຣະນາ ປະສິດທິພາບຂອງມັນ.
ແຕ່ເບິ່ງຄືວ່າ ລາວໄດ້ປ່ຽນໃຈ.
ຫົວຫນ້າ ເຈົ້າໜ້າທີ່ສາທາຣະນະສຸກ ຂອງ Queensland, Dr Heidi Carroll, ອະທິບາຍ.
"ໄຂ້ຫວັດໃຫຍ່ ເປັນໂຣກທີ່ປ້ອງກັນໄດ້ ດ້ວຍວັກຊີນ. ແລະເຖິງແມ່ນວ່າ ບາງເທື່ອ ມັນອາດເປັນຄວາມເຈັບປ່ວຍທີ່ບໍ່ຮ້າຍແຮງ ສໍາລັບຫລາຍຄົນ, ແຕ່ມັນສາມາດເຮັດໃຫ້ທ່ານ ຮູ້ສຶກບໍ່ສະບາຍແທ້ໆ. ພວກເຮົາ ໄດ້ເຫັນ ການເພີ່ມຂຶ້ນ ໃນຈໍານວນຄົນ ທີ່ເຂົ້າໂຮງຫມໍ ແລະການແຈ້ງເຕືອນໄຂ້ຫວັດໃຫຍ່ ໃນປີທີ່ຜ່ານມາ, ແລະພວກເຮົາ ກໍຮູ້ເຖິງ ວິກິດດ້ານຄ່າຄອງຊີບ ຂອງຜູ້ຄົນຄືກັນ. ສະນັ້ນ, ພວກເຮົາ ຈຶ່ງມີຄວາມກະຕືລືລົ້ນ ທີ່ຈະໃຫ້ການສັກ Vaccine ໄຂ້ຫວັດໃຫຍ່ຟຣີ ສຳລັບທຸກຄົນ."
ຂໍ້ມູນ ສະແດງໃຫ້ເຫັນວ່າ ມີການຫລຸດລົງຢ່າງຫລວງຫລາຍ ໃນຈໍານວນຜູ້ຄົນ ທີ່ໄດ້ຮັບການສັກ Vaccine ໄຂ້ຫວັດໃຫຍ່ຟຣີ ໃນສາມລະດູທີ່ຜ່ານມາ.
ປີກາຍນີ້, ປະມານ 32 ເປີເຊັນ ຂອງຈໍານວນປະຊາກອນ Queensland ໄດ້ຮັບການສັກວັກຊີນ.
ປີກ່ອນນັ້ນ, ໂຕເລກນີ້ແມ່ນ 36 ເປີເຊັນ-ໂຕເລກເຫລົ່ານີ້ ແມ່ນຕ່ຳກວ່າໂຕເລກທີ່ຕ້ອງການ, ເກືອບເຖິງ 85 ເປີເຊັນ.
ແຕ່ນັ້ນ ບໍ່ໄດ້ເປັນເຫດຜົນດຽວ ທີ່ເຮັດໃຫ້ການຣົນນະຣົງມີຢູ່ຕໍ່ໄປ.
Chris Owen, ປະທານຂອງສະມາຄົມເພສັດຂອງອອສເຕຣເລັຍ (Pharmacy Guild of Australia) ສາຂາ Queensland, ອະທິບາຍ ເຖິງຜົນກະທົບ ຂອງການຕັດສິນໃຈນີ້ ຕໍ່ລະບົບສຸຂະພາບ.
"ມັນມີປະສິດທິພາບ ໃນການຫລຸດຜ່ອນຄ່າໃຊ້ຈ່າຍເຫລົ່ານັ້ນ ໃນໂຮງຫມໍ. ແລະໂດຍທີ່ບໍ່ຕ້ອງກ່າວເຖິງ ກ່ຽວກັບວິທີ ທີ່ລະບົບໂຮງຫມໍໄດ້ຮັບງົບປະມານ, ໃນຂັ້ນຕອນນີ້ ແມ່ນຣັຖບານຂອງຣັດ ທີ່ຮັບຜິດຊອບຄ່າໃຊ້ຈ່າຍ ເພາະເປັນໂຮງຫມໍຂອງຣັດ, ເຂົາເຈົ້າຮັບຜິດຊອບຄ່າໃຊ້ຈ່າຍສ່ວນໃຫຍ່. ສະນັ້ນ, ເຂົາເຈົ້າຈຶ່ງເຫັນວ່າ ມັນເປັນຄວາມເໝາະສົມທາງເສດຖະກິດ ທີ່ວ່າຖ້າຫາກເຂົາເຈົ້າລົງທຶນໃນການດູແລສຸຂະພາບຂັ້ນຕົ້ນ ແລະການປ້ອງກັນສຸຂະພາບ, ແລ້ວເຂົາເຈົ້າຈະບໍ່ຈໍາເປັນ ຕ້ອງເສັຍເງິນຫລາຍ ໃນການຮັກສາໂຣກ ໃນອີກດ້ານຫນຶ່ງ."
ປີກາຍນີ້, ມີການບັນທຶກຫລາຍກວ່າ 80,000 ກໍລະນີ ຂອງໄຂ້ຫວັດໃຫຍ່ໃນ Queensland ຊຶ່ງເຮັດໃຫ້ຣັຖບານເປັນຫ່ວງ ກ່ຽວກັບຄວາມກົດດັນຕໍ່ລະບົບສຸຂະພາບຂອງຣັດ.
ເຖິງຢ່າງນັ້ນກໍຕາມ ສາດສະດາຈານ Van Buynder ກ່າວວ່າ ຜູ້ຄົນຍັງບໍ່ຮູ້ວ່າ ໄຂ້ຫວັດໃຫຍ່ ເປັນອັນຕະຣາຍພຽງໃດ.
"ຜູ້ຄົນຄິດວ່າ ທຸກໆໄວຣັສລະດູຫນາວ ທີ່ເຂົາເຈົ້າໄດ້ຮັບ ແມ່ນໄຂ້ຫວັດໃຫຍ່. ເຂົາເຈົ້າເວົ້າວ່າ ເຂົາເຈົ້າໄດ້ເປັນໄຂ້ຫວັດໃຫຍ່ 20 ເທື່ອ ແລະມັນບໍ່ໄດ້ເຮັດ ໃຫ້ເຂົາເຈົ້າຕ້ອງກັງວົນ. ຕາມຈິງແລ້ວ, ຖ້າຫາກທ່ານເປັນໄຂ້ຫວັດໃຫຍ່ແທ້ໆ, ທ່ານເຈັບປ່ວຍແທ້ໆ, ທ່ານຕ້ອງໄດ້ນອນຕິດຕຽງ, ທ່ານຈະເຈັບປວດທັງຕົນຕົວ. ມີຄົນຫນຶ່ງໄດ້ບອກກັບຂ້າພະເຈົ້າວ່າ ເປັນເວລາສອງມື້ ຕອນເຂົາເປັນໄຂ້, ເຂົາຄຶດວ່າ ເຂົາຈະຕາຍ ແລະສອງສາມມື້ຕໍ່ມາ ເຂົາເປັນຫ່ວງວ່າ ເຂົາຈະບໍ່ຕາຍ ແລະເຂົາຈະຕ້ອງອົດທົນຕໍ່ໄປ. ພວກເຮົາຮູ້ວ່າ ມີປະມານ 3,000 ຄົນ ແລະເດັກນ້ອຍ ປະມານ 30 ຄົນໄດ້ຕາຍໄປ ດ້ວຍໄຂ້ຫວັດໃຫຍ່ ໃນທຸກປີໃນ."
Dr Matthew Mason, ຈາກມະຫາວິທະຍາໄລ Sunshine Coast, ກ່າວວ່າຍັງມີຄວາມເປັນຫ່ວງ ກ່ຽວກັບຂໍ້ມູນທີ່ບໍ່ຖືກຕ້ອງ.
"ໂດຍທົ່ວໄປແລ້ວ ພວກເຮົາຍັງມີຄວາມບໍ່ໄວ້ວາງໃຈຫລາຍຂຶ້ນ ກ່ຽວກັບການສັກ Vaccine. ພວກເຮົາ ກໍາລັງເຫັນອັດຕາ ຂອງຜູ້ຮັບການສັກ Vaccine ນັ້ນຫລຸດລົງ ໃນອອສເຕຣເລັຍ, ເນື່ອງຈາກຂໍ້ມູນທີ່ບໍ່ຖືກຕ້ອງ ແລະການຣົນນະຣົງ ກ່ຽວກັບການສັກ Vaccine ຂອງ Covid. ສະນັ້ນ, ຂ້າພະເຈົ້າຄິດວ່າ ມີຫລາຍສິ່ງຫລາຍຢ່າງທີ່ເກີດຂຶ້ນ ທີ່ນໍາໄປສູ່ການຫລຸດຈໍານວນການສັກ Vaccine."
Dr Carroll ກ່າວວ່າ ມັນເປັນການຮວມກັນ ຂອງຫຼາຍປັດຈັຍ.
"ສ່ວນຫນຶ່ງ ອາດເປັນເພາະ ຜູ້ຄົນມີຄວາມເມື່ອຍໜ່າຍ ຫລືຫລັງຈາກ Covid ອາດຈະຢາກມີທາງເລືອກຫລາຍກວ່າເກົ່າ ກ່ຽວກັບສິ່ງທີ່ເຂົາເຈົ້າຢາກເຮັດ ກັບຮ່າງກາຍຂອງເຂົາເຈົ້າ. ສ່ວນຫນຶ່ງ ເປັນເພາະຄວາມກົດດັນດ້ານຄ່າຄອງຊີບ, ອີກສ່ວນຫນຶ່ງ ກໍເປັນເພາະຜູ້ ຄົນອາດບໍ່ສາມາດເຂົ້າເຖິງ Vaccine ໄດ້ງ່າຍຄືໃນອະດີດ. ສະນັ້ນ, ມັນຈຶ່ງເປັນການປະສົມຂອງຫຼາຍປັດຈັຍ ແລະສະນັ້ນ ມັນຈຶ່ງສໍາຄັນຫລາຍ ສໍາລັບເຮົາທີ່ຈະເຮັດໃຫ້ມັນງ່າຍ ໃນການເຂົ້າເຖິງສໍາລັບຜູ້ຄົນ."
ແຕ່ Vaccine ທໍາງານແນວໃດໃນຮ່າງກາຍຂອງເຮົາ?
Chris Owen ຈາກ The Pharmacy Guild ອະທິບາຍ.
"ຫາກບໍ່ໄດ້ຮັບການສັກ Vaccine, ສິ່ງທີ່ເກີດຂຶ້ນ ແມ່ນທ່ານຈະໄດ້ເຊື້ອໂຣກຈາກໄວຣັສ ຫຼືການຕິດເຊື້ອໄວຣັສ ແລະຮ່າງກາຍ ຈະຕ້ອງຊອກຫາວ່າ ມັນມີລັກສນະແນວໃດ ແລະລະບຸຕົວມັນ ແລະຜລິດຈຸລັງ (Cells). ແລະນັ້ນອາດໃຊ້ເວລາສອງສາມມື້ ເຖິງຫນຶ່ງອາທິດ. ໃນຂນະທີ່ ຖ້າຫາກເຮົາໄດ້ຮັບພູມຕ້ານທານນັ້ນ, ມັນຈະໃຊ້ເວລາສອງສາມຊົ່ວໂມງ ສໍາລັບຮ່າງກາຍ ທີ່ຈະຕອບຮັບວ່າ, 'ເອີ້, ເຄີຍເຫັນສິ່ງນີ້ມາແລ້ວ ແລະສາມາດເອົາຈຸລັງ (Cells) ອອກໄປຕໍ່ຕ້ານໄດ້ທັນທີ' ແລະມັນສາມາດໂຈມຕີ Virus ນັ້ນໄດ້ຕັ້ງແຕ່ຕົ້ນ."
ການຫລຸດເວລາ ຂອງການຕິດເຊື້ອໄວຣັສ ເປັນພື້ນຖານໃນການຫລຸດການແຜ່ລະບາດ ຂອງໄວຣັສ.
Dr Manson ກ່າວວ່າ ດ້ວຍເຫດນີ້ ການໃຫ້ການສັກ Vaccine ຟຣີ ແກ່ຜູ້ຄົນທີ່ ອາຍຸທີ່ມີຢູ່ນອກຄວາມສ່ຽງ-ຜູ້ທີ່ມີອາຍຸສູງກວ່າ 65 ປີແລະເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ-ຈຶ່ງສໍາຄັນຫລາຍ.
"ຜູ້ຄົນທີ່ໄປເຮັດວຽກ, ເດັກນ້ອຍທີ່ໄປໂຮງຮຽນ ແລະເຂົ້າໄປໃນສູນການຄ້າ ແລະອື່ນໆ, ເຂົາເຈົ້າ ເປັນຜູ້ທີ່ຈະຊ່ອຍແພ່ຂຍາຍ ຄວາມເຈັບປ່ວຍ. ຖ້າເຮົາສາມາດສັກ Vaccine ໃຫ້ຄົນເຫລົ່ານັ້ນ, ເຮົາກໍຈະຫລຸດຜ່ອນຄວາມສ່ຽງຂອງຄົນອື່ນ ທີ່ຈະເຈັບປ່ວຍໃນຊຸມຊົນ."
Vaccine ໄຂ້ຫວັດໃຫຍ່ ມີໃຫ້ບໍຣິການຟຣີທົ່ວປະເທດ, ແຕ່ສຳລັບພຽງແຕ່ກຸ່ມທີ່ມີຄວາມສ່ຽງເທົ່ານັ້ນ.
ສາດສະດາຈານ Van Buynder ກ່າວອີກ.
"ຂ້າພະເຈົ້າຄິດວ່າ ມັນເປັນຫນ້າຜິດຫວັງ ທີ່ຣັຖບານກາງ ບໍ່ໄດ້ປະຕິບັດໃນບົດບາດຂອງເຂົາເຈົ້າ. ແຕ່ຂ້າພະເຈົ້າຄິດວ່າ ມັນເປັນຂ່າວດີ ສໍາລັບຊາວ Queensland ວ່າສໍາລັບສິ່ງຕ່າງໆເຊັ່ນ Vaccine ສຳລັບ Meningococcal B, ສໍາລັບ NAAB, ແລະສໍາລັບ Vaccine ໄຂ້ຫວັດໃຫຍ່,ພວກເຮົາກໍາລັງເຫັນຣັຖບານຂອງ Queensland ເຮັດ ເມື່ອຣັຖບານກາງ ບໍ່ເຮັດໃນສິ່ງທີ່ເຮົາຄຶດວ່າ ຈະເປັນຫນ້າທີ່ຮັບຜິດຊອບ ຂອງເຂົາເຈົ້າ."
ການຣົນນະຣົງການສັກ Vaccine ໃນບາງຣັດ ຍັງບໍ່ໄດ້ຖືກປະກາດເທື່ອ.ແຕ່ໃນຂນະດຽວກັນ, Mr Owen ໄດ້ຊຸກຍູ້ ຜູ້ຄົນໃຫ້ລືມ "ຄວາມເມື່ອຍ ໜ່າຍ ຈາກ Vaccine (Vaccine Fatigue)" ແລະໄປຮັບການສັກຢາ ທັນທີທີ່ມີໄວ້ບໍຣິການ ໃນເດືອນມິນາ.
"ເວລາທີ່ຮ້າຍແຮງ ແມ່ນລະຫວ່າງເດືອນເມສາ ແລະທ້າຍເດືອນສິງຫາ. ນັ້ນເປັນລະດູການໄຂ້ຫວັດ. ແລະໂດຍທົ່ວໄປແລ້ວ ທ່ານຄວນໃຫ້ເວລາລະຫວ່າງ 10 ເຖິງ 14 ມື້ ກ່ອນລະດູການໄຂ້ຫວັດໃຫຍ່ນັ້ນ, ເພື່ອວ່າ ພູມຕ້ານທານຂອງທ່ານ ຈະມີເວລາທີ່ຈະຕິດຕາມທັນ. ສະນັ້ນ, ຖ້າຫາກທ່ານສັກ Vaccine ໃນໄລຍະໃດກໍຕາມ ລະຫວ່າງເວລາ ທີ່ຢາວັກຊີນມາເຖິງ ໃນເດືອນມິນາ ຈົນເຖິງກາງເດືອນພຶດສະພາ, ນັ້ນເປັນເວລາທີ່ດີທີ່ສຸດ. ແຕ່ດັ່ງທີ່ຂ້າພະເຈົ້າເວົ້າສເມີວ່າ, ບໍ່ມີເວລາໃດທີ່ບໍ່ດີ ທີ່ຈະໄດ້ຮັບການສັກ Vaccine-ການສັກ Vaccine ຫຍັງກໍຕາມ ກໍຍັງດີກວ່າບໍ່ສັກເລີຍ."
ເນື້ອເລື່ອງໂດຍ Adriana Wainstok ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌