ວັກຊີນໄຂ້ຫວັດ ທີ່ໃຊ້ຈຸລັງ ໄດ້ຖືກນຳໃຊ້ແລ້ວ.

USA FLU AND COVID 19 VACCINATIONS

ຢາວັກຊີນໄຂ້ຫວັດໃຫຍ່ໃໝ່ ທີ່ໃຊ້ຈຸລັງ (Cell-based) ໄດ້ຖືກນຳໃຊ້ ສໍາລັບລະບົບສຸຂະພາບ ທີ່ໄດ້ຮັບທຶນ ຈາກສາທາຣະນະ ຂອງອອສເຕຣເລັຍ ຫລັງຈາກໄດ້ ຢູ່ໃນຕລາດເອກກະຊົນ ຕັ້ງແຕ່ປີ 2021. Source: EPA / CAROLINE BREHMAN/EPA

ໃນຂນະທີ່ ລະດູໄຂ້ຫວັດໃນປີນີ້ ກໍາລັງມາຮອດ, ຢາວັກຊີນໄຂ້ຫວັດໃຫຍ່ໃໝ່ ທີ່ໃຊ້ຈຸລັງ (Cell-based) ໄດ້ຖືກນຳໃຊ້ ສໍາລັບລະບົບສຸຂະພາບ ທີ່ໄດ້ຮັບທຶນ ຈາກສາທາຣະນະ ຂອງອອສເຕຣເລັຍ ຫລັງຈາກໄດ້ ຢູ່ໃນຕລາດເອກກະຊົນ ຕັ້ງແຕ່ປີ 2021. ພວກນັກຊ່ຽວຊານກ່າວວ່າ ສູດໃຫມ່ນີ້ ໄດ້ຖືກອອກແບບ ເພື່ອໃຫ້ກົງກັບສາຍພັນໄຂ້ຫວັດໃຫຍ່ ທີ່ແຜ່ລາມໄປທົ່ວໂລກ ຫຼາຍຂຶ້ນ.


ວັກຊີນໄຂ້ຫວັດ ທີ່ໃຊ້ຈຸລັງ ໄດ້ຖືກນຳໃຊ້ແລ້ວ.

ໃນຂນະທີ່ ລະດູໄຂ້ຫວັດໃນປີນີ້ ກໍາລັງມາຮອດ, ຢາວັກຊີນໄຂ້ຫວັດໃຫຍ່ໃໝ່ ທີ່ໃຊ້ຈຸລັງ (Cell-based) ໄດ້ຖືກນຳໃຊ້ ສໍາລັບລະບົບສຸຂະພາບ ທີ່ໄດ້ຮັບທຶນ ຈາກສາທາຣະນະ ຂອງ ຫລັງຈາກໄດ້ ຢູ່ໃນຕລາດເອກກະຊົນ ຕັ້ງແຕ່ປີ 2021.

ພວກນັກຊ່ຽວຊານກ່າວວ່າ ສູດໃຫມ່ນີ້ ໄດ້ຖືກອອກແບບ ເພື່ອໃຫ້ກົງກັບສາຍພັນໄຂ້ຫວັດໃຫຍ່ ທີ່ແຜ່ລາມໄປທົ່ວໂລກ ຫຼາຍຂຶ້ນ.

ປີກາຍນີ້, ຄລີນິກແຫ່ງນີ້ ທີ່ມະຫາວິທະຍາໄລຊິດນີ ໄດ້ທຳການບໍຣິການຢ່າງເຕັມທີ່, ນັ້ນກໍຄືການສັກຢາວັກຊີນ ປັອງກັນໄຂ້ຫວັດໃຫຍ່ ແກ່ລູກຄ້າ.

ເປັນລະດູໄຂ້ຫວັດໃຫຍ່ທີ່ຮຸນແຮງ, ຊຶ່ງມີເກືອບ 300,000 ກໍຣະນີ, ແລະມີຜູ້ເສັຍຊີວິດ ຈາກໄຂ້ຫວັດ ຢ່າງຫນ້ອຍ 370 ຄົນ ໃນທົ່ວອອສເຕຣເລັຍ.

ປີນີ້ ,ນາຍໝໍ ແລະຄລີນິກທົ່ວປະເທດ ກໍາລັງກຽມພ້ອມ ອີກເທື່ອຫນຶ່ງ.

ແລະຣັຖສະພາໃນ Canberra ກໍເຊັ່ນກັນ.

ຣັຖມົນຕີ ສາທາຣະນະສຸກ Mark Butler ໄດ້ຢູ່ໃນບັນດາ ກຸ່ມສະມາຊິກສະພາ ທີ່ຈະໄດ້ຮັບຢາວັກຊີນໃຫມ່ ທີ່ເອີ້ນວ່າ Flucelvax Quad.

Flucelvax Quad ແມ່ນຢາວັກຊີນ ທີ່ໃຊ້ຈຸລັງ (Cell-based) ເຊິ່ງໄດ້ຖືກບັນຈຸໄວ້ ໃນໂຄງການ ພູມຕ້ານທານແຫ່ງຊາດ (National Immunisation Program-NIP) ເປັນຄັ້ງທໍາອິດ.

ຜູ້ຊ່ຽວຊານ ດ້ານພະຍາດຕິດເຊື້ອ, Dr Robert Booy, ກ່າວວ່າ ສູດໃຫມ່ນີ້ ແມ່ນແຕກຕ່າງກັບສູດເດີມ.

"ຢາວັກຊີນນີ້ ແມ່ນອີງໃສ່ຈຸລັງ (Cell-based) ນັ້ນຫມາຍຄວາມວ່າ ມັນເຕີບໂຕ ໃນຈຸລັງທີ່ (Cells) ທີ່ເປັນສັດລ້ຽງລູກດ້ວຍນ້ຳນົມ ແລະບໍ່ໄດ້ປູກໃນໄຂ່ ບ່ອນທີ່ທ່ານ ສາມາດໄດ້ຮັບການກາຍພັນ. ບັນຫາຂອງການກາຍພັນ ແມ່ນເຊື້ອໄວຣັສ ອາດເຂົ້າກັນໄດ້ບໍ່ດີ ເຊິ່ງແມ່ນສິ່ງທີ່ແນະນໍາໃຫ້ໄປໃຊ້ ໃນຢາວັກຊີນໂດຍອົງການ W-H-O (ອົງການອະນາໄມໂລກ).

Dr Booy ກ່າວວ່າ ຢາວັກຊີນທີ່ໃຊ້ຈຸລັງໃຫມ່ນີ້ ຈະມີໃຫ້ແກ່ທຸກຄົນ-ແຕ່ຜູ້ປ່ວຍ ທີ່ມີຄວາມອ່ອນແອ ທີ່ອາດຈະໄດ້ຮັບຜົນກະທົບຢ່າງຮ້າຍແຮງ ຈາກໄຂ້ຫວັດໃຫຍ່ ຈະສາມາດເຂົ້າເຖິງໂດຍບໍ່ເສັຍຄ່າ.

"ມີສາມກຸ່ມ ທີ່ສໍາຄັນທີ່ສາມາດໄດ້ຮັບວັກຊີນ Flucelvax QUAD ພາຍໃຕ້ໂຄງການ ພູມຕ້ານທານແຫ່ງຊາດ (National Immunisation Program). ສາມກຸ່ມແມ່ນ: ແມ່ຍິງຖືພາ, ຜູ້ທີ່ມີອາຍຸລະຫວ່າງ 5 ຫາ 64ປີ ທີ່ມີເຊື້ອສາຍຊາວພື້ນເມືອງ ຫຼື Torres Strait Islander, ຫຼືຄົນທີ່ມີອາຍຸລະຫວ່າງ 5 ຫາ 64 ປີ ທີ່ມີບັນຫາທາງການແພດຮ່ວມກັນ. ຖ້າທ່ານ ບໍ່ມີສິດໄດ້ຮັບຢາວັກຊີນໄຂ້ຫວັດນີ້ພາຍໃຕ້ NIP, ທ່ານສາມາດເຂົ້າເຖິງໄດ້ທາງໃບສັ່ງຢາສ່ວນຕົວ (Private Prescription) ໂດຍຜ່ານນາຍຫມໍ ຫຼືນາຍໝໍຢາຂອງທ່ານ."

ເຖິງແມ່ນວ່າ ອາດຈະມີຢາວັກຊີນໃຫມ່ ຢູ່ໃນຕລາດກໍຕາມ, ແຕ່ຂໍ້ຄວາມໃນປີນີ້ ກໍຍັງຄືເກົ່າ: ຮັບການສັກຢາວັກຊີນ.

ການຄາດການ Codral Cold and Flu Forecast ທີ່ຖືກອອກເຜີຍແພ່ໃນຕົ້ນເດືອນເມສາ ລະບຸວ່າ ປີນີ້ ຈະເປັນລະດູຫນາວ ແລະໄຂ້ຫວັດໃຫຍ່ທີ່ຮ້າຍແຮງທີ່ສຸດ ທີ່ອອສເຕຣເລັຍເຄີຍມີ.

ຫົວຫນ້າເຈົ້າໜ້າທີ່ການແພດຂອງ Medibank, ທ່ານ Chris Robinson, ກ່າວວ່າ ໄຂ້ຫວັດໃຫຍ່ສົ່ງຜົນກະທົບ ຕໍ່ຜູ້ຄົນ ແລະລະບົບການຮັກສາສຸຂະພາບ.

ແລະລາວຍັງໄດ້ບອກ Channel Nine ວ່າ, ເຖິງແມ່ນວ່າ ໄຂ້ຫວັດອາດເຖິງຈຸດສູງສຸດ ໃນລະດູຫນາວ-ແຕ່ເຊື້ອໄວຣັສເອງ ກໍຢູ່ທີ່ນີ້ແລ້ວ.

"ໃນມະນຸດ, ມີໄຂ້ຫວັດສາມຊະນິດ ທີ່ເຮົາຈະຕ້ອງກັງວົນ. ນັ້ນກໍແມ່ນ:A, B, ແລະ C. ເຖິງຢ່າງໃດກໍຕາມ, ສິ່ງທຳອິດ ທີ່ເຮົາເຫັນ ກ່ຽວກັບຄວາມເປັນຫ່ວງ ຂອງມະນຸດ ແມ່ນ A ແລະ B. ໃນເວລານີ້, ພວກເຮົາກໍາລັງເຫັນການຫມູນວຽນ ປະມານ 60 ເປີເຊັນ, ສ່ວນ B ແມ່ນປະມານ 40ເປີເຊັນ ຂອງການຕິດເຊື້ອ."

ທາງການ ໄດ້ເລີ່ມຈັດສົ່ງຢາວັກຊີນ ໄປຫາທ່ານຫມໍ ແລະຄລີນິກຕ່າງໆ ທົ່ວປະເທດແລ້ວ.

ແຕ່ກໍຍັງມີຄວາມເປັນຫ່ວງວ່າ ລະດັບການສັກຢາວັກຊີນ ຍັງບໍ່ແມ່ນລະດັບ ທີ່ມັນຄວນຈະເປັນ.

 

ຕົວເລກ ສະແດງໃຫ້ເຫັນວ່າ ໃນປີ 2023 ມີພຽງແຕ່ 25 ເປີເຊັນ ຂອງປະຊາກອນ ທີ່ມີອາຍຸ 5 ຫາ 64 ປີເທົ່ານັ້ນ ທີ່ໄດ້ຮັບການສັກຢາປ້ອງກັນໄຂ້ຫວັດໃຫຍ່.

Dr John Gerrard, ເຈົ້າຫນ້າທີ່ສາທາຣະນະສຸກ ຂອງຣັດ Queenslandກ່າວວ່າ ຈໍານວນດັ່ງກ່າວ ຕ້ອງສູງຂຶ້ນກວ່ານີ້.

"ການປະຕິບັດ ທີ່ສໍາຄັນທີ່ສຸດ ທີ່ຊາວ Queensland ສາມາດເຮັດໄດ້ໃນຕອນນີ້ ແມ່ນພວກເຮົາ ຕ້ອງຮີບບສັກຢາວັກຊີນ ເພື່ອໃຫ້ແນ່ໃຈວ່າທ່ານການສັກຢາຂອງທ່ານຄົບຖ້ວນ. ນີ້ແມ່ນມາດຕະການ ທີ່ດີກວ່າມາດຕະການອື່ນໆທັງຫມົດ ໃນດ້ານຄວາມສໍາຄັນຂອງມັນ."

ເນື້ອເລື່ອງໂດຍ  Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share