ນັກການເມືອງ ແລະ ກະສິກອນ ຂອງອອສເຕຣເລັຍ ພາກັນຮ້ອງຂໍ ໃຫ້ຜູ້ເດີນທາງກັບຈາກ ອິນໂດນີເຊັຍ ຖິ້ມເກີບ ຂອງເຂົາເຈົ້າ ເພື່ອປ້ອງກັນພະຍາດ ປາກເປື່ອຍລົງເລັບ (Foot and Mouth Disease) ບໍ່ໃຫ້ເຂົ້າມາໃນປະເທດ. ການລະບາດຂອງເຊື້ອ F-M-D ທີ່ສົ່ງຜົນກະທົບຕໍ່ສັດລ້ຽງ ໄດ້ແຜ່ກະຈາຍ ໄປຍັງເກາະທ່ອງທ່ຽວທີ່ນິຍົມຂອງບາລີ, ເຮັດໃຫ້ມີຄວາມສ່ຽງທີ່ຈະໄປເຖິງປະເທດອອສເຕຣເລັຍ ເປັນຄັ້ງທໍາອິດ ໃນຮອບຫຼາຍກວ່າຮ້ອຍປີ.
ຊາວກະສິກອນກ່າວວ່າ ມັນເປັນພັຍຂົ່ມຂູ່ທີ່ຈະທໍາລາຍອຸດສາຫະກັມສັດລ້ຽງຂອງອອສເຕຣເລັຍ Amelia Dunn ລາຍງານ.
ມັນເປັນອີກມື້ຫນຶ່ງທີ່ຫຍຸ້ງຍາກສໍາລັບ Mahlah ແລະ Kel Grey ໃນຟາມນົມຂອງພວກເຂົາທີ່ຕັ້ງຢູ່ເທິງເນີນພູ ເໜືອເມືອງ Kiama ແຄມຝັ່ງທະເລທີ່ສວຍງາມໃນ ຣັດ New South Wales, ທິວທັດຈາກທົ່ງຫຍ້າ ນັ້ນແມ່ນງາມຫຼາຍ ດ້ວຍທົ່ງຫຍ້າສີຂຽວແລະເນີນພູ, ມັນເປັນສວັນສໍາລັບຝູງງົວ 80 ໂຕຂອງເຂົາເຈົ້າ. ແຕ່ພະຍາດທີ່ຮ້າຍແຮງຢູ່ບໍ່ໄກຈາກນີ້. Mahlah Grey ກ່າວວ່າ ອະນາຄົດຂອງທຸລະກິດ ໃນຄອບຄົວເຂົາເຈົ້າອາດຈະມືດມົວໄດ້.
"ທຸກຄົນກໍາລັງກະວົນກະວາຍກ່ຽວກັບຜົນກະທົບທີ່ມັນອາດຈະມີຕໍ່ອຸດສາຫະກັມຂອງພວກເຮົາ, ຂ້າພະເຈົ້າຮູ້ວ່າພວກເຮົາທຸກຄົນກຳລັງຫຼຽວຫາວິທີຄວາມປອດພັຍທາງຊີວະພາບຂອງພວກເຮົາເພື່ອຄວາມແນ່ໃຈວ່າຖ້າຫາກວ່າມັນມາຮອດທີ່ນີ້ພວກເຮົາກໍມີການກຽມພ້ອມແລ້ວ."
ພວກຜູ້ຜລິດ Cheese ແລະ Yoghurt ກ່າວວ່າ ພວກເຂົາເຕັມໃຈທີ່ຈະເຮັດທຸກຂັ້ນຕອນທັງຫມົດ ເພື່ອຈະຢຸດ ພະຍາດປາກເປື່ອຍລົງເລັບ (Foot and Mouth Disease) ທີ່ຫນ້າຢ້ານ ບໍໃຫ້ແພ່ເຊື້ອ ຕໍ່ຝູງສັດລ້ຽງຂອງພວກເຂົາ. ແຕ່ພວກເຂົາຮູ້ດີຖ້າຫາກວ່າມັນເຂົ້າມາຮອດແລ້ວ ກໍຈະບໍ່ກັບອອກໄປອີກ.
ນາງກ່າວວ່າ "ເຮົາໄດ້ເຮັດຟາມຢູ່ໃນດິນແຫ່ງນີ້ເປັນເວລາ 160 ປີ, ການລະບາດຢ່າງ FMD ຈະເປັນການສິ້ນສຸດລົງ ຂອງມໍລະດົກນັ້ນ."
ຢູ່ໃນເມືອງ Nowra ທີ່ຢູ່ໃກ້ໆນັ້ນ, Daniel Cochrane ກະສິກອນ ລຸ້ນທີຫົກກໍຮູ້ດີເຖິງຄວາມເປັນໄປໄດ້ນັ້ນຄືກັນ.
ລາວແລະອ້າຍນ້ອງຂອງລາວ ໄດ້ເຮັດໂຮງງານນົມຫລາຍບ່ອນແລະທຸລະກິດຂອງເຂົາເຈົ້າໄດ້ ລອດຈາກພັຍ ແລ້ງ, ໄຟໄໝ້ ແລະ ນ້ໍາຖ້ວມ ແລະ ພັຍຈາກການຄຸກຄາມຂອງພະຍາດນີ້ກໍແມ່ນອີກອັນນຶ່ງ.
"ມັນເຮັດໃຫ້ພວກເຮົາເປັນຫ່ວງຫຼາຍເມື່ອພິຈາລະນາວ່າພວກເຮົາ ໃນຖານະເປັນຊາວກະສິກອນງົວນົມ, ພວກເຮົາເບິ່ງແຍງດູແລງົວຂອງພວກເຮົາແລະວິທີທີ່ພວກເຮົາສ້າງລາຍໄດ້ກໍແມ່ນມາຈາກນົມແລະຜລິດຕະພັນນົມ, ດັ່ງນັ້ນຈາກມຸມມອງນັ້ນມັນຈະທຳລາຍທຸລະກິດຂອງພວກເຮົາໄປໃນພຽງຄືນດຽວ."
ພະຍາດປາກເປື່ອຍລົງເລັບ (Foot and Mouth Disease) ຫຼື F-M-D ເຮັດໃຫ້ເກີດບາດແຜທີ່ເຈັບປວດ ໃນປາກແລະຕີນ ຂອງສັດ ລວມທັງງົວ, ແກະ, ຫມູ, ແບ້, ແລະແມ້ກະທັ້ງອູດ.
ມັນເຮັດໃຫ້ສັດບໍ່ສາມາດກິນອາຫານ (ຫຍ້າ) ໄດ້ ແລະໃນບາງກໍລະນີ ກໍ່ໃຫ້ເກີດຄວາມອ່ອນແອຢ່າງຮຸນແຮງ ແລະຕາຍ.
ເຖິງແມ່ນວ່າມັນບໍ່ແມ່ນຄວາມສ່ຽງຕໍ່ສຸຂະພາບຂອງມະນຸດ, ແຕ່ຄົນມັກຈະເປັນພາຫະນະຂອງພະຍາດນີ້.
ພວກເຂົາສາມາດແພ່ເຊື້ອພະຍາດຜ່ານເກີບ, ເຄື່ອງນຸ່ງຫົ່ມ, ຫຼືໃນດັງຂອງພວກເຂົາ, ບ່ອນທີ່ພະຍາດສາມາດຢູ່ລອດໄດ້ເຖິງ 24 ຊົ່ວໂມງ. ນັ້ນຫມາຍຄວາມວ່າ ຜູ້ເດີນທາງ ຈາກ ອິນໂດນີເຊັຍສາມາດນໍາເອົາ F-M-D ເຂົ້າມາໃນປະເທດໂດຍບໍ່ໄດ້ຕັ້ງໃຈ.
ດຣ. Mark Schipp ຫົວຫນ້າເຈົ້າໜ້າທີ່ ສັດຕະວະແພດ ອອສເຕຣເລັຍອະທິບາຍວ່າ
"ພວກເຮົາເປັນຫ່ວງຫຼາຍຕົວຢ່າງວ່າ ນັກທ່ອງທ່ຽວທີ່ກັບມາຈາກບາລີອາດຈະນໍາເອົາດິນທີ່ເປິເປື້ອນໃນເກີບຂອງເຂົາຫຼືນໍາເອົາຜລິດຕະພັນສັດທີ່ເປິເປື້ອນເຊັ່ນ: ຊີ້ນຫຼືຜລິດຕະພັນນົມ."
ຣັຖບານກາງ ໄດ້ ມີການຣົນນະຣົງທາງວິດີໂອ ຢູ່ໃນຍົນທີ່ກັບມາຈາກ ອິນໂດນີເຊັຍແລ້ວ, ແລະ ຢູ່ໃນສນາມບິນຕ່າງໆ ພ້ອມທັງຍັງໄດ້ເພີ່ມມາດຕະການ ດ້ານຄວາມປອດພັຍທາງຊີວະພາບຢູ່ທ່າເຮືອຂາເຂົ້າ, ລວມທັງການເພີ່ມຈໍານວນ ເຈົ້າຫນ້າທີ່ ແລະຫມາໃນການລາດຕະເວນ.
ແຕ່ອີງຕາມຄໍາເວົ້າຂອງໂຄສົກດ້ານ ກະສິກັມຂອງ ພັກຝ່າຍຄ້ານ ທ່ານ David Littleproud ວ່າ ນັ້ນຍັງບໍ່ພຽງພໍ. ລາວຮຽກຮ້ອງໃຫ້ມີການນໍາເອົາ ອ່າງລ້າງຕີນ ທີ່ມີສານເຄມີ ທີ່ຂ້າເຊື້ອພະຍາດໄປໃຊ້ຢູ່ສນາມບິນຕ່າງໆເຊັ່ນກັນ.
"ສະນັ້ນ, ພວກເຮົາຍິນກັບຄວາມຈິງທີ່ຣັຖບານກໍາລັງເຜີຍແພ່ວິດີໂອໃນເຮືອບິນແລະວາງເຈົ້າຫນ້າທີ່ຮັກສາຄວາມປອດພັຍ ທາງຊີວະພາບຢູ່ເທິງເຮືອບິນ, ແຕ່ຫນ້າເສັຍດາຍທີ່ຍັງມີກຸ່ມຂັ້ມແຂງທີ່ບໍ່ປະກາດ ຫຼືປະກາດຜິດວ່າບໍ່ສຳຄັນ, ດັ່ງນັ້ນຈຶ່ງເປັນເຫດຜົນທີ່ທ່ານຕ້ອງແນ່ໃຈວ່າການຊ່ວຍເຫຼືອຂອງທ່ານຈະສົ່ງເສີມ ການໃຊ້ອ່າງລ້າງຕີນ.
ຈົນເຖິງປັດຈຸບັນ ຣັຖບານໄດ້ປະຕິເສດແນວຄວາມຄິດນັ້ນ, ໂດຍໃຫ້ເຫດຜົນວ່າການໃຊ້ ອ່າງລ້າງຕີນ ແມ່ນປະຕິບັດໄດ້ຍາກ ແລະອາດເປັນ ອັນຕະລາຍຕໍ່ຜິວຫນັງໄດ້. ແທນທີ່ຈະເປັນແນວນັ້ນ, ຮອງນາຍົກ ຣັດ New South Wales, ທ່ານ Paul Toole ກ່າວວ່າ ຜູ້ເດີນທາງ ຄວນພິຈາລະນາ ການກໍາຈັດເກີບ ຂອງເຂົາເຈົ້າທັງຫມົດ.
"ສໍາລັບຄົນ ທີ່ກໍາລັງກັບຄືນມາ,ເຫຼົ່ານັ້ນ ມັນອາດຈະງ່າຍຄືກັບການຖິ້ມເກີບຂອງເຂົາ ແລະຮັບເກີບຄູ່ໃຫມ່ເມື່ອທ່ານມາຮອດ. ທ່ານບໍ່ຕ້ອງການທີ່ຈະເປັນຄົນທີ່ນໍາ FMD ກັບມາປະເທດນີ້."
ມີການຄາດການວ່າ ມີສັດຕິດເຊື້ອຫຼາຍກວ່າ 330,000 ໂຕ ໃນ 21 ແຂວງອິນໂດນີເຊັຍ ຮວມທັງບາລີ.
ໃນວັນພຸດ ຄນະຜູ້ແທນຂອງອອສເຕຣເລັຍ ຮວມທັງຣັຖມົນຕີ ກະຊວງກະສິກັມ ທ່ານ Murray Watt ແລະ ທ່ານ Dr Schipp ຫົວໜ້າສັດຕະວະແພດ ໄດ້ໄປເຖິງອິນໂດນີເຊັຍ ເພື່ອປະເມີນສະຖານະການ.
ທ່ານ Dr Schippກ່າວອີກວ່າ:
"ຈຸດປະສົງແມ່ນເພື່ອພົບປະກັບຄູ່ຮ່ວມງານອິນໂດນີເຊັຍ ເພື່ອລະບຸວິທີທີ່ພວກເຮົາສາມາດປະກອບສ່ວນໃນການຕອບສນອງຂອງພວກເຂົາຕໍ່ກັບພະຍາດປາກເປື່ອຍລົງເລັບ ແລະເພື່ອເນັ້ນວ່າມັນມີຄວາມສໍາຄັນຫຼາຍສໍ່າໃດສໍາລັບອອສເຕຣເລັຍ ທີ່ອິນໂດນີເຊັຍ ປະສົບຜົນສໍາເລັດໃນການຄວບຄຸມ FMD."
ຖ້າເຊື້ອໄວຣັສນີ້ຜ່ານຊາຍແດນຂອງອອສເຕຣເລັຍ, ຊາວກະສິກອນ ໃນທົ່ວປະເທດອາດຖືກບັງຄັບໃຫ້ທຳລາຍສັດລ້ຽງທີ່ຕິດພະຍາດຂອງເຂົາເຈົ້າ, ການຄ້າພາຍໃນປະເທດຈະຖືກຈໍາກັດ ແລະ ຟາມທັງຫມົດ ຖືກປິດລົງ.ການທີ່ມີພະຍາດນີ້ໃນປະເທດ ຈະເຮັດໃຫ້ການສົ່ງອອກສາກົນທັງໝົດກໍຈະຢຸດລົງ ເຊັ່ນກັນ ເນື່ອງຈາກ 70 ເປີເຊັນ ຂອງຜລິດຕະພັນຟາມ ຂອງອອສເຕຣເລັຍ ຖືກສົ່ງອອກ, ຄວາມເສັຍຫາຍໂດຍປະມານຂອງການລະບາດຂອງ FMD ແມ່ນ 80 ພັນລ້ານໂດລາ.
ສະຫະຣາຊອານາຈັກອັງກິດກໍ ຮູ້ຈັກກັບຄວາມເສັຍຫາຍທາງດ້ານເສດຖະກິດ ແລະ ຈິດໃຈ ຈາກຜົນກະທົບຂອງ F-M-D ເປັນຢ່າງດີ.
ໃນປີ 2001, ຊາວກະສິກອນຢູ່ທີ່ນັ້ນ ໄດ້ຖືກບັງຄັບໃຫ້ຂ້າສັດ ຫົກລ້ານ ໂຕຖິ້ມ ພາຍຫຼັງການລະບາດຢ່າງໜັກຂອງພະຍາດນີ້, ເຊິ່ງຍັງໄດ້ທຳຄວາມເສັຍຫາຍເປັນເງິນຈໍານວນ 13 ພັນລ້ານໂດລາຈາກເສດຖະກິດ.
ສັດຕະວະແພດ ໃນເມືອງ Nowra, Andrew Havadjia ກ່າວວ່ານັ້ນແມ່ນສ່ວນນຶ່ງ ຂອງຄວາມເສັຍຫາຍທີ່ສາມາດເກີດຂຶ້ນໄດ້ໃນທີ່ນີ້ ໂດຍສະເພາະຖ້າເຊື້ອໄວຣັສແພ່ໄປຮອດສັດໃນປ່າ.
"ມັນຈະເປັນພັຍພິບັດຕໍ່ພວກເຮົາ. ບັນຫາໃຫຍ່ທີ່ສຸດໃນອອສເຕຣເລັຍແມ່ນມັນເປັນສະຖານທີ່ໃຫຍ່ແລະສັດອື່ນໆເຊັ່ນຫມູ, ພວກເຮົາມີສັດປ່າຫຼາຍເຊັ່ນກວາງ, ແລະຖ້າຫາກວ່າມັນເຂົ້າໄປໃນໝູ່ສັດເຫຼົ່ານັ້ນພວກເຮົາອາດຈະບໍ່ສາມາດກໍາຈັດມັນໄດ້ແລະນັ້ນແມ່ນຄວາມຢ້ານກົວທີ່ຍິ່ງໃຫຍ່ທີ່ສຸດຂອງພວກເຮົາ."
ຄໍາເຕືອນຕໍ່ຜູ້ເດີນທາງກ່ຽວກັບຄວາມຈໍາເປັນທີ່ຈະຕ້ອງຕື່ນໂຕ ເພື່ອບໍ່ໃຫ້ຄວາມຄວາມຢ້ານກົວນັ້ນ ກາຍເປັນຄວາມຈິງ.
ເນື້ອເລື່ອງໂດຍ Amelia Dunn ຂ່າວ SBS News,
ຜລິດໂດຍ ສັກພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ