ບັນຫາການສໍ້ໂກງດ້ານອາຫານໃນອອສເຕຣເລັຍ.

MELBOURNE CHRISTMAS FISH MARKETS

ກຸ້ງໂຕໃຫຍ່ໆ ງາມໆ .... ຈະເປັນສ່ວນນຶ່ງຂອງການສໍ້ໂກງດ່ານອາຫານຫຼືບໍ່? Source: AAP / JOEL CARRETT/AAPIMAGE

ບັນຫາການສໍ້ໂກງດ້ານອາຫານໄດ້ສ້າງຄວາມເສັຍຫາຍໃຫ້ຜູ້ຜລິດໃນທົ່ວໂລກ ປະມານ 40 ຫາ 50 ພັນລ້ານໂດລາຕໍ່ປີ, ແລະ 2 ຫາ 3 ພັນລ້ານໂດລາ ໃນອອສເຕຣເລັຍພຽງບ່ອນດຽວ, ໂດຍບໍ່ໄດ້ນັບການສໍ້ໂກງຢ່າງຫລວງຫລາຍທີ່ບໍ່ຖືກຄົ້ນພົບ ເຖິງແມ່ນວ່າເມື່ອທຽບໃສ່ມາດຕະຖານທົ່ວໂລກ, ອອສເຕຣເລັຍແມ່ນຫນຶ່ງໃນປະເທດທີ່ດີທີ່ສຸດ ສໍາລັບຄວາມປອດພັຍດ້ານອາຫານ.


ບັນຫາການສໍ້ໂກງດ້ານອາຫານໃນອອສເຕຣເລັຍ.

ຈາກກຸ້ງທີ່ຖືກເຮັດໃຫ້ໂຕໃຫຍ່ຂຶ້ນດ້ວຍ Gel ຈົນເຖິງເຫຼົ້າວາຍນ໌ ທີ່ຖືກປົນດ້ວຍນ້ຳຫມາກໄມ້, ການສໍ້ໂກງດ້ານອາຫານ ແມ່ນບັນຫາທີ່ເພີ່ມຂຶ້ນ ເຊິ່ງສົ່ງກະທົບຕໍ່ຜູ້ຜລິດໃນ ເປັນເງິນຫຼາຍພັນລ້ານໂດລາ.

ໂສ້ການສນອງ (Supply chains) ທີ່ຍາວແລະຊັບຊ້ອນຫຼາຍຂຶ້ນ ຫມາຍຄວາມວ່າ ແມ່ນແຕ່ຜລິດຕະພັນ ທີ່ຂາຍຮ້ານຄ້າທ້ອງຖິ່ນຂອງທ່ານອາດຈະໄດ້ຮັບຜົນກະທົບ ,ເຖິງແມ່ນວ່າ ຈະມີຄວາມກ້າວຫນ້າທາງເຕັກໂນໂລຊີ ດ້ານການກວດສອບກໍຕາມ.

Penry Buckley ລາຍງານ ກ່ຽວກັບສິ່ງທີ່ທ່ານສາມາດເຮັດໄດ້ ເພື່ອລະວັງການສໍ້ໂກງດ້ານອາຫານ ແລະຜລິດຕະພັນໃດ ທີ່ມີຄວາມສ່ຽງຫຼາຍທີ່ສຸດ.

ມັນອາດຈະເປັນເຫຼົ້າວາຍນ໌ຢ່າງດີ ທີ່ທ່ານຊື້ຈາກການຫຼຸດລາຄາທາງອອນໄລນ໌ ທີ່ຖືກປົນດ້ວຍນ້ຳຫມາກອະງຸ່ນ.

ຫຼືບໍ່ມີຫຍັງເປັນທັມມະຊາດຂອງ Saffron ຂອງທ່ານ ຊຶ່ງສັບພະຄຸນຂອງມັນ ເປັນຜົນມາຈາກສີປອມ ແລະລາຄາຖືກ.

ຫຼືບາງທີ, ອີງຕາມການສຶກສາອັນນຶ່ງຂອງ U-S, ກຸ້ງໃຫຍ່ທີ່ທ່ານປອກຢູ່ຮ້ານອາຫານທ້ອງຖິ່ນ ອາດເປັນຜົນມາຈາກເພີ່ມສານ ທີ່ຄ້າຍກັບວຸ້ນ (Jelly).

Senaka Ranadheera ຮອງສາສດາຈານວິຊາວິທະຍາສາດອາຫານ ທີ່ມະຫາວິທະຍາໄລ Melbourne ເວົ້າວ່າ ການປອມປົນ (Adulteration) ຫຼືການເຈືອປົນ (Dilution) ແມ່ນຫນຶ່ງ ໃນຮູບແບບ ທີ່ພົບເຫັນຫຼາຍທີ່ສຸດ ຂອງການສໍ້ໂກງດ້ານອາຫານ, ຊຶ່ງແມ່ນບັນຫາທີ່ເພີ່ມຂຶ້ນໃນທົ່ວໂລກ-ແລະໃນອອສເຕຣເລັຍ

"ການປອມປົນ (Adulteration) ເປັນເລື້ອງປົກກະຕິຫຼາຍ ຊຶ່ງແມ່ນການເຈືອປົນຜລິດຕະພັນຂອງທ່ານ ໂດຍໃຊ້ວັດສະດຸຄຸນນະພາບຕ່ຳ, ຕົວຢ່າງເຊັ່ນ ທ່ານສາມາດປົນນ້ຳໝາກໄມ້ຄຸນນະພາບຕ່ຳ ໃນເຫຼົ້າວາຍນ໌, ຫຼືການເພີ່ມນ້ຳໃສ່ໃນນົມ. ມັນອາດເປັນເລື່ອງງ່າຍໆ, ແລະບາງເທື່ອ ກໍຊັບຊ້ອນ ແລະເປັນອັນຕະລາຍຫລາຍ."

ໃນປີ 2008 ຢູ່ໃນປະເທດຈີນ, ເດັກທາລົກຫົກຄົນ ໄດ້ເສັຍຊີວິດແລະປະມານ 300,000 ຄົນບໍ່ສະບາຍ ຫຼັງຈາກທີ່ພົບວ່າມີ Melamine ສານເຄມີອຸດສາຫະກັມທີ່ເປັນພິດ ຊຶ່ງເຮັດໃຫ້ປະຣິມານໂປຣຕີນຂອງ ຜລິດຕະພັນເບິ່ງຄືວ່າສູງຂຶ້ນ, ໄດ້ຖືກຕື່ມໃສ່ໃນນົມຝຸ່ນ.

ສາດສະດາຈານ Ranadheera ໄດ້ລະບຸການສໍ້ໂກງດ້ານອາຫານເຈັດໝແຮງມາສູ່ຜູ້ບໍຣິໂພກໄດ້ເຊັ່ນກັນ.

ນອກເຫນືອໄປຈາກການປອມປົນ (Adulteration) ແລ້ວ, ຍັງຮວມເຖິງການປອມແປງ ແລະແລະການໃສ່ຊື່ ຫຼືປ້າຍຜິດ, ການຜລິດເກີນຂໍ້ຕົກລົງ, ການລັກ, ການແຍກອອກນອກຕລາດຂອງຜລິດຕະພັນ-ເຊັ່ນດຽວກັບຕອນທີ່ການຊ່ວຍເຫຼືອແຈກຢາຍໂດຍສະຫະປະຊາຊາດ ທີ່ຖືກຂາຍເພື່ອຜົນປໂຍດ-ແລະຜລິດຕະພັນປອມ.

ລາວເວົ້າວ່າສໍາລັບ, ຜູ້ຜລິດທີ່ຖືກຕ້ອງ ແລະຜູ້ບໍຣິໂພກທີ່ຖືກຕ້ອງ, ໂສ້ການສນອງ (Supply chains) ໃນສັດຕະວັດທີ 21 ສາມາດເຮັດໃຫ້ມັນຍາກຕໍ່ການຕິດຕາມ-ແຕ່ການຊື້ໃນທ້ອງຖິ່ນ ແມ່ນຄວາມຄິດທີ່ດີສເມີ.

"ຫນຶ່ງໃນເຫດຜົນຫຼັກ ສໍາລັບການສໍ້ໂກງດ້ານອາຫານ ແມ່ນລະບົບອາຫານຂອງພວກເຮົາ ແມ່ນຊັບຊ້ອນຫຼາຍໃນປັດຈຸບັນ-ໂດຍສະເພາະໂສ້ອາຫານ (Food chains), ໂສ້ການສນອງອາຫານ (Food supply chains) ແມ່ນໄວຫຼາຍ, ຍາວຫຼາຍ. ດັ່ງນັ້ນ ມີບາງຈຸດບອດ ທີ່ພວກເຮົາບໍ່ສາມາດຄວບຄຸມໄດ້ຢ່າງເຄັ່ງຄັດ. ດັ່ງນັ້ນ ຖ້າຫາກວ່າທ່ານຊື້ໃນທ້ອງຖິ່ນ ຈາກຜູ້ຂາຍທີ່ເຊື່ອຖືໄດ້, ນັ້ນແມ່ນວິທີ ທີ່ທ່ານສາມາດເຮັດໃຫ້ຄວາມສ່ຽງຫຼຸດລົງ. ແລະມັນຍັງເປັນສິ່ງສໍາຄັນແທ້ໆ ທີ່ຈະລະວັງ ໃນສິ່ງທີ່ປອມແປງນັ້ນ"

ອອສເຕຣເລັຍ ມີເຫດການທີ່ໜ້າຢ້ານກົວຕໍ່ສຸຂະພາບຈາກການສໍ້ໂກງດ້ານອານໃນປີ 2018, ເມື່ອມີການພົບເຂັມຕັດຫຍິບໃນ Strawberries ໃນຣັດ Queensland ແລະ Western Australia ຊຶ່ງມີລາຍງານວ່າໄດ້ຊື້ຢູ່ໃນຊຸບເປີມາເກັດໃຫຍ່.

ເຖິງແມ່ນວ່າ ບາງກໍລະນີຈາກ 186 ກໍລະນີທົ່ວປະເທດ ໃນເວລານີ້ ເຊື່ອວ່າ ເປັນເລື້ອງຫລອກລວງ, ແຕ່ບາງຜລິດຕະພັນ ຍັງໄດ້ຮັບຄວາມເສັຍຫາຍດ້ານຊື່ສຽງຢ່າງມະຫາສານ.

ລາຍງານປີ 2021 ຂອງ AgriFutures ພົບວ່າ ການສໍ້ໂກງດ້ານອາຫານແມ່ນເຮັດໃຫ້ຜູ້ຜລິດໃນທົ່ວໂລກ ມີຄ່າໃຊ້ຈ່າຍປະມານ 40 ຫາ 50 ພັນລ້ານໂດລາຕໍ່ປີ, ແລະ 2 ຫາ 3 ພັນລ້ານໂດລາ ໃນອອສເຕຣເລັຍພຽງບ່ອນດຽວ, ໂດຍບໍ່ໄດ້ນັບການສໍ້ໂກງຢ່າງຫລວງຫລາຍທີ່ບໍ່ຖືກຄົ້ນພົບ.

Julian Cox, ຮອງສາດສະດາຈານ ວິຊາຈຸລິນຊີອາຫານທີ່ UNSW ໃນSydney ກ່າວວ່າ ມີຜູ້ບໍຣິໂພກບໍ່ຫຼາຍປານໃດ ທີ່ບໍ່ມີຄວາມຮູ້ຈາກຜູ້ຊ່ຽວຊານ ກ່ຽວກັບຜລິດຕະພັນ ທີ່ສາມາດເຮັດໄດ້ ເພື່ອກວດການສໍ້ໂກງດ້ານອາຫານ.

ແຕ່ທ່ານກ່າວວ່າ ອຸດສາຫະກັມອາຫານ ຂອງອອສເຕຣເລັຍ ທີ່ມີຄວາມສ່ຽງຕໍ່ການສໍ້ໂກງ-ເຊັ່ນຊີ້ນ ແລະອາຫານທະເລ-ເປັນຜູ້ນໍາຂອງໂລກ ໃນການນໍາໃຊ້ວິທີການກວດສອບພັນທຸກັມ ທີ່ກ້າວຫນ້າຂຶ້ນເລື້ອຍໆ.

"ພວກເຂົາເຈົ້າ ກໍາລັງໃຊ້ວິທີການເຄມີທີ່ຊັບຊ້ອນຫຼາຍປະເພດ, ຫຼືແມ່ນແຕ່ ວິທີການໃຊ້ໂມເລກຸນ ເພື່ອໃຫ້ລາຍນິ້ວມືທີ່ດີນີ້ ແກ່ອາຫານ. ແລະພວກເຂົາ ສາມາດລະບຸແຫຼ່ງຂອງອາຫານໄດ້, ຍົກຕົວຢ່າງເຊັ່ນ, ແມ່ນແຕ່ອາຫານທະເລ ອາດຈະຖືກະຜລິດຈາກໃສໄດ້. ດັ່ງນັ້ນ ມັນບໍ່ແມ່ນພຽງແຕ່ວ່າ ມັນຖືກຜລິດໃນປະເທດໃດ, ແມ່ນແຕ່ໃນອອສເຕຣເລັຍເອງ, ວ່າມາຈາກຣັດໃດ, ຈາກແມ່ນໍ້າ ຫຼືອ່າວໃດ ຈາກການອີງໃສ່ລາຍເຊັນຂອງໂມເລກຸນເຫຼົ່ານີ້."

ສໍາລັບບາງຜລິດຕະພັນ, ເຊັ່ນດຽວກັບເຄື່ອງຫອມ, ມັນອາດເປັນເລື່ອງຍາກ ທີ່ຈະຮັບປະກັນຄວາມເປັນມາ ຂອງຜລິດຕະພັນ ທີ່ມີສາຍສົ່ງຍາວ.

ໃນປີ 2017, Hoyt'sFood ໄດ້ຖືກປັບໃຫມ 10,800 ໂດລາໂດຍ Australian Competition and Consumer Commission ຫຼັງຈາກທີ່ ຜລິດຕະພັນ Oregano ຂອງຕົນ ຖືກພົບວ່າມີ Oregano ໜ້ອຍກວ່າ50 ເປີເຊັນ.

ແລະການປົນປອມ (Adulteration) ເຫຼົ້າເປັນເລື່ອງທີ່ເກົ່າເທົ່າໆປວັດສາດ-ທັງຊາວເກັຣກ ໂບຮານ (Ancient Greeks) ແລະຊາວ Romans ມີກົດຫມາຍ ກ່ຽວກັບການໃຊ້ການປຸງແຕ່ງຣົດຊາດ ແລະສີສັນ.

ເມື່ອບໍ່ດົນມານີ້, ຜູ້ຜລິດເຫຼົ້າວາຍນ໌ ຂອງອອສເຕຣເລັຍ, Penfolds, ໄດ້ຕົກເປັນເປົ້າຫມາຍຂອງກຸ່ມອາຊະຍາກັມ, ໂດຍພົບການດໍາເນີນການປອມແປງ ຢູ່ໃນປະເທດຈີນໃນປີ 2017-ໂດຍຕໍາຫລວດໄດ້ຍຶດເອົາເຫຼົ້າວາຍນ໌ 14,000 ຂວດ-ເຊັ່ນດຽວກັນກັບ ຢູ່ປະເທດກໍາປູເຈັຍ.

ສາດສະດາຈານ Ranadheera ກ່າວວ່າຜລິດຕະພັນຟູມເຟືອຍ ມີທ່າອ່ຽງທີ່ຈະໄດ້ຮັບຜົນກະທົບຫຼາຍກວ່າ.

"ຜລິດຕະພັນທີ່ມີຄຸນຄ່າສູງ ແມ່ນມີຄວາມສ່ຽງຕໍ່ການສໍ້ໂກງດ້ານອາຫານ. ຕົວຢ່າງເຊັ່ນ: ເຄື່ອງດື່ມທີ່ມີທາດເຫຼົ້າບາງຊະນິດ ເຊັ່ນເຫຼົ້າວາຍນ໌ ແລະຍັງມີສິ່ງຕ່າງໆເຊັ່ນ: Caviar, ເຄື່ອງຫອມທີ່ມີຄຸນຄ່າສູງບາງຊະນິດ, ແລະຍັງມີນໍ້າມັນ ແລະນ້ຳເຜິ້ງນໍາອີກດ້ວຍ."

ອຸດສາຫະກັມນ້ຳເຜິ້ງທົ່ວໂລກ ໄດ້ກາຍເປັນທີ່ຮູ້ກັນດີ ໃນເລື້ອງການສໍ້ໂກງ-ຈາກການປົນກັບນ້້ຳອ້ອຍ,ຈົນເຖິງ Manuka ປອມ-ສໍານວນ "ການຟອກນ້ຳເຜິ້ງ"ມັກຈະຖືກນໍາໃຊ້.

ແຕ່ທັງສາດສະດາຈານ Ranadheera ແລະສາດສະດາຈານ Cox ກ່າວວ່າ ເມື່ອທຽບໃສ່ມາດຕະຖານທົ່ວໂລກ, ອອສເຕຣເລັຍແມ່ນຫນຶ່ງໃນປະເທດທີ່ດີທີ່ສຸດ ສໍາລັບຄວາມປອດພັຍດ້ານອາຫານ, ເຖິງແມ່ນວ່າ ການມີຄວາມສົງສັຍກ່ຽວກັບຕົ້ນກໍາເນີດຂອງອາຫານແມ່ນດີສເມີ.

ສາດສະດາຈານ Ranadheera ແນະນໍາໃຫ້ກວດສອບ barcodes ແລະວັນໝົດອາຍຸ ສໍາລັບເຄື່ອງຫມາຍຕ່າງໆຂອງການປອມແປງ, ແລະລາຍງານ ຕໍ່ເຈົ້າຫນ້າທີ່ຄວາມປອດພັຍຂອງອາຫານ ໃນຣັດຂອງທ່ານ.

ສາດສະດາຈານ Cox ເວົ້າວ່າ ຖ້າລາຄາເບິ່ງຄືດີເກີນໄປທີ່ຈະເປັນຄວາມຈິງ....ມັນອາດຈະເປັນເຊັ່ນນັ້ນ.

"ບໍ່ວ່າໃຜ, ແມ່ນແຕ່ຂ້າພະເຈົ້າເອງ ກໍສາມາດຖືກຫຼອກໃນການຊື້ປາທີ່ມີຊື່ຂຽນໃນກະດານ ຫຼືໃນຫໍ່, ແຕ່ໃນຄວາມຈິງແລ້ວ ບໍ່ຈໍາເປັນຕ້ອງໄດ້ຮັບ ສິ່ງທີ່ຂ້າພະເຈົ້າຈ່າຍເງິນໃນການຊື້. ຖ້າເຮົາຄິດວ່າ ເຮົາສາມາດຊື້ຊີ້ນ Wagyu ໃນລາຄາ 10 ໂດລາຕໍ່ກິໂລ, ເຫັນໄດ້ຢ່າງຈະແຈ້ງວ່າມັນອາດຈະເປັນການສໍ້ໂກງ."

ເນື້ອເລື່ອງໂດຍ  Penry Buckley ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share