ການບັງຄັບແຕ່ງງານ ແມ່ນຄະດີອາຍາ.

SAKINA MUHAMMAD JAN COURT

Sakina Muhammad Jan (ຂວາ) ມາເຖິງ ສານເຂດເມືອງ Victoria ໃນ Melbourne, ວັນຈັນ ທີ 29 ກໍລະກົດ 2024. Jan ຖືກຕັດສິນເພາະບັງຄັບລູກສາວໃຫ້ແຕ່ງດອງກັບຜູ້ຊາຍຄົນຫນຶ່ງ ເຊິ່ງຈາກນັ້ນໄດ້ຂ້າລາວ. Source: AAP / DIEGO FEDELE/AAPIMAGE

ການບັງຄັບແຕ່ງງານ ແມ່ນເລື້ອງຜິດກົດໝາຍໃນອອສເຕຣເລັຍ ມາເປັນເວລາຫຼາຍກວ່າສິບປີແລ້ວ ແຕ່ບໍ່ມີໃຜຖືກລົງໂທດ....ຈົນເຖິງປີນີ້.ການແຕ່ງງານ ທີ່ຖືກຈັດໄວ້ (Arranged marriages), ແຕກຕ່າງຈາກການແຕ່ງງານທີ່ຖືກບັງຄັບ (Forced marriages) ຢ່າງຊັດເຈນ. ການບັງຄັບແຕ່ງງານ ແມ່ນຕອນທີ່ຄົນແຕ່ງງານ ເຮັດໂດຍບໍ່ ຍິນຍອມ ແລະບໍ່ມີອິດສຣະຢ່າງເຕັມທີ່.


ການບັງຄັບແຕ່ງງານ ແມ່ນຄະດີອາຍາ.

ແມ່ຍິງ Victoria ຄົນຫນຶ່ງ ຈະໃຊ້ເວລາຢ່າງຫນ້ອຍຫນຶ່ງປີຢູ່ໃນຄຸກ ໃນການບັງຄັບລູກສາວ ໃຫ້ແຕ່ງດອງ ກັບຜູ້ຊາຍທີ່ຂ້າລາວ ຫຼັງຈາກເຂົາເຈົ້າແຕ່ງດອງກັນ.

ຄະດີສຳຄັນນີ້ ແມ່ນການຕັດສິນຄັ້ງທໍາອິດ ຂອງ ຕໍ່ຜູ້ທີ່ຖືກຕັດສິນວ່າມີຄວາມຜິດ ຖານເຮັດໃຫ້ຄົນໃດຄົນຫນຶ່ງ ເຂົ້າແຕ່ງງານໂດຍການບັງຄັບ.

ຄະດີນີ້ ໄດ້ໃຫ້ຄວາມສໍາຄັນ ຕໍ່ສິ່ງທີ່ຕໍາຫລວດເຊື່ອວ່າ ເປັນບັນຫາທີ່ມີການລາຍງານ ຕ່ຳກວ່າຄວາມເປັນຈິງ, ຖືກເຊື່ອງໄວ້ຢູ່ຂ້າງຫລັງປະຕູ, ຢູ່ໃນເຮືອນ ຂອງອອສເຕຣເລັຍ.

ໃນຄະດີອື່ນ, SBS News ໄດ້ເວົ້າກັບຍິງສາວອອສເຕຣເລັຍຄົນນຶ່ງ ຜູ້ທີ່ຖືກບັງຄັບໃຫ້ແຕ່ງງານ ກັບລູກພີ່ລູກນ້ອງຂອງນາງ-ແລະໄດ້ແບ່ງປັນປະສົບການ ທີ່ຫນ້າຢ້ານກົວຂອງນາງ-ແລະການຫລົບຫນີຢ່າງກ້າຫານຂອງນາງ.

Rayane Tamer ລາຍງານ.

Ruqia Haidari ອາຍຸ 21 ປີ ແລະຕື່ນເຕັ້ນ ສໍາລັບໂອກາດຂອງຊີວິດ.

ໃນປີ 2020, ຊີວິດນັ້ນ ໄດ້ຖືກຕັດຂາດໂດຍ Muhammad Ali Halimi.ນາງຖືກຂ້າ ໂດຍຜູ້ຊາຍທີ່ນາງໄດ້ແຕ່ງງານ ພຽງແຕ່ຫົກອາທິດຜ່ານມາ ນີ້, ແລະແມ່ຂອງນາງ ເປັນຜູ້ບັງຄັບໃຫ້ແຕ່ງ.

ນາງ Sakina Muhammad Jan ໄດ້ຍ່າງເຂົ້າໄປໃນສານທ້ອງຖິ່ນຂອງຣັດ Victoria ໃນມື້ນີ້ ພ້ອມດ້ວຍສະມາຊິກຄອບຄົວ ຫລາຍກວ່າສິບຄົນ.

ນາງກາຍເປັນຄົນທໍາອິດ ໃນອອສເຕຣເລັຍ ທີ່ຖືກຕັດສິນວ່າ ເຮັດໃຫ້ບຸກຄົນ ຖືກບັງຄັບແຕ່ງງານ, ຖືກຕັດສິນຈໍາຄຸກສາມປີໂດຍມີຂໍ້ຕົກລົງແບບມີເງື່ອນໄຂ ວ່ານາງຈະຖືກປ່ອຍຕົວຫຼັງຈາກ 12 ເດືອນ.

ຜູ້ພິພາກສາ, Frances Dalziel, ໄດ້ບອກ Jan ວ່າ "ທ່ານໄດ້ໃຊ້ອໍານາດໃນທາງທີ່ຜິດ ໃນຖານະແມ່ຂອງນາງ, ໃນຖານະທີ່ເປັນຜູ້ທີ່ນາງໄດ້ອາສັຍຢູ່ນຳ ແລະນັບຖື."

ຄຳພິພາກສາ ໄດ້ກໍ່ໃຫ້ເກີດຄວາມໂສກເສົ້າໃນຫ້ອງພິຈາຣະນາຄະດີ. Janໄດ້ຢືນຢັນ ຄວາມບໍຣິສຸດ ກ່ອນຈະຖືກນຳໂຕອອກໄປ. ສະມາຊິກໃນຄອບຄົວຄົນຫນຶ່ງ ໄດ້ເປັນລົມ ແລະຖືກສົ່ງໂຕໄປໂຮງ ຫມໍ.
ການບັງຄັບແຕ່ງງານ ແມ່ນການກະທຳ ທີ່ຜິດກົດໝາຍໃນອອສເຕຣເລັຍ ມາເປັນເວລາຫຼາຍກວ່າສິບປີແລ້ວ ແຕ່ບໍ່ມີໃຜຖືກລົງໂທດ....ຈົນເຖິງປີນີ້.
 
ລູກສາວຂອງນາງຮ້ອງໄຫ້ ໃນອ້ອມແຂນຂອງຄົນອື່ນ, ໂດຍເວົ້າວ່າ, "ຂ້ອຍໄດ້ສູນເສັຍນ້ອງສາວ ແລະຂ້ອຍກໍໄດ້ສູນເສັຍແມ່ໄປ".

ຕອນນີ້ Jan ຍັງປະເຊີນກັບກັບຄວາມເປັນໄປໄດ້ ທີ່ຈະຖືກເນຣະເທດກັບໄປ ອັຟການິສຖານ ຊຶ່ງເປັນຄວາມກັງວົນຢ່າງຍິ່ງ ສຳລັບຊຸມຊົນ Hazara-ຊຶ່ງປະເຊີນກັບການກົດຂີ່ຂົ່ມເຫັງ ຈາກກຸ່ມ Taliban. ແຕ່ຜູ້ພິພາກສາກ່າວວ່າ ຄວາມຜິດນີ້ ຕ້ອງການການຢັບຢັ້ງຢ່າງເຂັ້ມງວດ-ເພື່ອໃຫ້ແນ່ໃຈວ່າ ທຸກຄົນໃນປະເທດຮູ້ວ່າ ການບັງຄັບແຕ່ງງານເປັນຄວາມຜິດຮ້າຍແຮງ.

ການແຕ່ງງານ ທີ່ຖືກຈັດໄວ້ (Arranged marriages), ແຕກຕ່າງຈາກການແຕ່ງງານທີ່ຖືກບັງຄັບ (Forced marriages) ຢ່າງຊັດເຈນ. ການບັງຄັບແຕ່ງງານ ແມ່ນຕອນທີ່ຄົນແຕ່ງງານ ເຮັດໂດຍບໍ່ຍິນຍອມ ແລະບໍ່ມີອິດສຣະຢ່າງເຕັມທີ່.

ມັນແມ່ນການກະທຳ ທີ່ຜິດກົດໝາຍໃນອອສເຕຣເລັຍ ມາເປັນເວລາຫຼາຍກວ່າສິບປີແລ້ວ ແຕ່ບໍ່ມີໃຜຖືກລົງໂທດ....ຈົນເຖິງປີນີ້.

Helen Schneider ເປັນຜູ້ບັງຄັບບັນຊາຂອງ the Australian Federal Police ສໍາລັບການການສແວງຫາຜົນປໂຍດຈາກມະນຸດ (Human exploitation).

"ນີ້ແມ່ນບັນຫາທີ່ເກີດຂຶ້ນໄປທົ່ວ ໃນບັນດາເຊື້ອຊາດຕ່າງໆ, ກຸ່ມວັດທະນະທັມ, ກຸ່ມສາສນາ, ມັນເປັນບັນຫາໃນທົ່ວຊຸມຊົນຂອງພວກເຮົາ ໃນອອສເຕຣເລັຍ ແລະນັ້ນແມ່ນເຫດຜົນ ທີ່ພວກເຮົາທຸກຄົນ ໃນຊຸມຊົນ ຈໍາເປັນຕ້ອງມີຄວາມຕື່ນໂຕ ໃນຕົວຊີ້ວັດຂອງການຄ້າມະນຸດ."
ໃນໄລຍະຫ້າປີທີ່ຜ່ານມາ, ຕໍາຫຼວດໄດ້ຮັບລາຍງານ ກ່ຽວກັບການຖືກບັງຄັບໃຫ້ແຕ່ງງານ 440 ລາຍງານ. ຜູ້ເຄາະຮ້າຍຫຼາຍກວ່າເຄິ່ງ ມີອາຍຸຕໍ່າກວ່າ 18 ປີ... ແລະເກືອບ ຫນຶ່ງສ່ວນສາມ ມີອາຍຸຕ່ຳກວ່າ 16 ປີ.
ຜູ້ເຄາະຮ້າຍຄົນອື່ນໆ ກໍໂຊກດີທີ່ໄດ້ຫນີຈາກການບັງຄັບແຕ່ງງານຂອງຕົນເອງ-ເຊັ່ນ Laila. ພວກເຮົາກໍາລັງໃຊ້ນາມແຝງ ແລະເຊື່ອງຕົວຕົນຂອງນາງ ເພື່ອຄວາມປອດພັຍຂອງນາງ.

Laila ກ່າວວ່າ ນາງໄດ້ຖືກລໍ້ລວງໃຫ້ໄປສະຫະຣັດ ຫລັງຈາກຮຽນມັດທະຍົມ ເພື່ອພົບປະແລະອາສັຍຢູ່ກັບພີ່ນ້ອງຂອງນາງ.

"ຫຼັງຈາກສອງອາທິດ, ພີ່ນ້ອງຄົນນັ້ນ ໄດ້ແນະນໍາຂ້ອຍວ່າ ເປັນຄູ່ໝັ້ນຂອງລາວ. ລາວກໍາລັງບອກຜູ້ຄົນວ່າ ພວກເຮົາຢູ່ກິນນໍາກັນ"

ໃນຕອນທຳອິດ ນາງຄິດວ່າເປັນເລື່ອງຕລົກ, ນາງເວົ້າວ່າ, ໄດ້ກາຍເປັນການຂົ່ມຂູ່ທີ່ແທ້ຈິງ ຈາກຄອບຄົວຂອງນາງ ທີ່ຈະແຕ່ງງານກັບພີ່ນ້ອງຄົນນັ້ນ.

"ຂ້ອຍໂດດດ່ຽວຫຼາຍ. ຂ້ອຍບໍ່ໄດ້ຮັບການສນັບສນູນຈາກໃຜ. ຂ້ອຍບໍ່ໄດ້ຄິດວ່າ ຂ້ອຍໄດ້ຮັບການສນັບສນູນຈາກຕໍາຫຼວດ ຖ້າຂ້ອຍຈະໄປຫາຕໍາຫຼວດ. ຂ້ອຍບໍ່ມີເງິນ. ຂ້ອຍຮູ້ສຶກວ່າ ບໍ່ມີຫຍັງອີກ ທີ່ຂ້ອຍຈະເຮັດໄດ້ ນອກເຫນືອໄປຈາກ ການຢູ່ກັບຄົນນັ້ນ."

ແຕ່ເມື່ອເຂົາເຈົ້າແຕ່ງດອງກັນແລ້ວ ລາວບອກວ່າ ລາວຕົກຢູ່ໃນຄວາມສໍາພັນ ທີ່ລ່ວງລະເມີດທັງທາງຮ່າງກາຍ ແລະທາງຈິດໃຈ.

"ມີຫຼາຍເທື່ອ ທີ່ຂ້ອຍບໍ່ຢາກເຂົ້າໃກ້ລາວ. ລາວໃຫຍ່ກວ່າຂ້ອຍຫຼາຍ, ແຂງແຮງກວ່າຂ້ອຍຫຼາຍ. ບໍ່ມີທາງທີ່ຂ້ອຍຈະຍູ້ລາວອອກ ຫລືຕໍ່ສູ້ກັບມັນໄດ້."

ຫຼາຍປີຕໍ່ມາ, Laila ໄດ້ຮູ້ວ່າ ການຖືກບັງຄັບໃຫ້ແຕ່ງງານ ເປັນຄວາມຜິດທາງອາຍາ, ແລະຕໍາຫຼວດໄດ້ວາງແຜນຫຼົບຫນີຈາກສະຫະຣັດຂອງນາງທັນທີ, ເພື່ອກັບມາອອສເຕຣເລັຍ.

"ຂ້ອຍມີຄວາມເຄັ່ງຕຶງ, ຂ້ອຍຢ້ານ, ຂ້ອຍຕື່ນເຕັ້ນ, ຂ້ອຍມີຄວາມສຸກ, ມີຫຼາຍຄວາມຮູ້ສຶກ."

ໃນໄລຍະຫ້າປີທີ່ຜ່ານມາ, ຕໍາຫຼວດໄດ້ຮັບລາຍງານ ກ່ຽວກັບການຖືກບັງຄັບໃຫ້ແຕ່ງງານ 440 ລາຍງານ. ຜູ້ເຄາະຮ້າຍຫຼາຍກວ່າເຄິ່ງ ມີອາຍຸຕໍ່າກວ່າ 18 ປີ... ແລະເກືອບ ຫນຶ່ງສ່ວນສາມ ມີອາຍຸຕ່ຳກວ່າ 16 ປີ.

ນີ້ແມ່ນ Helen Shneider ອີກເທື່ອນຶ່ງ.

"ການບັງຄັບແຕ່ງງານ, ເຮົາເຊື່ອວ່າ ເປັນສິ່ງທີ່ຖືກລາຍງານໜ້ອຍກວ່າຄວາມເປັນຈິງ ຢ່າງແນ່ນອນ ເພາະລັກສນະຂອງການກະທຳຜິດ ທີ່ອາດກ່ຽວພັນ ກັບການບີບບັງຄັບ, ການຂົ່ມຂູ່ ຫລືການຫລອກລວງ."

ຕໍາຫລວດກ່າວວ່າ ສິ່ງສໍາຄັນຫຼັກ ຂອງພວກເຂົາເຈົ້າ ຄືການປົກປ້ອງຜູ້ເຄາະຮ້າຍ ທີ່ລອດຊີວິດ ສເມີ.

ສໍາລັບ Laila, ການປົກປ້ອງນັ້ນ ໄດ້ມາຢ່າງໄວ-ແລະມັນໄດ້ສ້າງຄວາມແຕກຕ່າງຢ່າງຫຼວງຫຼາຍ.

"ພາຍໃນອາທິດດຽວຫຼັງຈາກຂ້ອຍໄດ້ກັບມາ, ຂ້ອຍພົບວ່າ ຂ້ອຍຖືພາ.ຂ້ອຍຄິດວ່າ ມັນໄດ້ເກີດຂຶ້ນຢ່າງຖືກເວລາ ເພາະຖ້າຢູ່ທີ່ນັ້ນອີກຫນຶ່ງອາທິດ ແລະຮູ້ວ່າຂ້ອຍຖືພາຕອນທີ່ຂ້ອຍຢູ່ທີ່ນັ້ນ ຊີວິດຂອງຂ້ອຍຄົງຈະບໍ່ມີຫຍັງປ່ຽນແປງ. ຂ້ອຍຄິດວ່າ ຊີວິດຂອງຂ້ອຍຄົງຈົບລົງພຽງເທົ່ານັ້ນ."

ເນື້ອເລື່ອງໂດຍ Rayane Tamer ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share