ການແຊກແຊງຈາກຕ່າງປະເທດ ໃນອອສເຕຣເລັຍ.
ຜູ້ຕົກເປັນເຫຍື່ອ ຂອງການແຊກແຊງ ຈາກຕ່າງປະເທດ ໄດ້ຕ້ອນຮັບມາດຕະການໃຫມ່ ຢ່າງລະມັດລະວັງ ເພື່ອປາບປາມພວກສາຍລັບ ຈາກຕ່າງປະເທດ.
ແຫລ່ງຂ່າວ ລະດັບສູງຂອງ ໄດ້ບອກກັບ SBS ເຖິງແຜນການທີ່ຈະແນເປົ້າຫມາຍ ໃສ່ພວກນັກເຄື່ອນໄຫວ ພາຍໃນຊຸມຊົນຫຼາຍວັດທະນະທັມ, ແຊກຊຶມເຂົ້າໄປໃນສະຖາບັນ ແລະຮັບເຕັກໂນໂລຊີລັບ.
Naveen Razik ແລະ Allan Leeມີລາຍລະອຽດ:
Mohammed Hashem ໄດ້ຮູ້ສຶກ ເຖິງການຂົ່ມຂູ່ ຂອງອໍານາດຕ່າງຊາດ ດ້ວຍຕົນເອງ.
ລູກພີ່ນ້ອງຂອງລາວ ຖືກຂ້າຕາຍ ໂດຍລະບອບການປົກຄອງ ຂອງ Iran, ພໍ່ຂອງລາວຖືກຂົ່ມຂູ່ ກ່ຽວກັບການເຄື່ອນໄຫວ ຂອງລູກຊາຍຢູ່ ທີ່ນີ້.
"ໃນການ ທີ່ພວກເຂົາປະຕິບັດຕໍ່ຂ້າພະເຈົ້າ, ຄອບຄົວຂອງຂ້າພະເຈົ້າ ແລະຄົນອື່ນໆ...ແມ່ນແຕ່ ຜູ້ທີ່ຢູ່ນອກ Iran, ມັນເປັນຕາຢ້ານແທ້ໆ."
ແຕ່....ລາວບໍ່ແມ່ນຄົນດຽວ.
ຕັ້ງແຕ່ປີ 2020 ເປັນຕົ້ນມາ, ແຫລ່ງຂ່າວລັບ ອາວຸໂສກ່າວວ່າ, ການປະຕິບັດການ ຫຼາຍກວ່າ120 ຄັ້ງ ປະສົບຜົນສໍາເລັດ ໃນການຕໍ່ສູ້ ກັບການແຊກແຊງ ຈາກຕ່າງປະເທດ.
ໃນກໍຣະນີຫນຶ່ງ, ຄົນພາຍໃນ ໄດ້ຖືກສເນີ ຫຼາຍກວ່າ 10,000ໂດລາ ເພື່ອເຮັດທຸກຢ່າງທີ່ຈໍາເປັນ "ເພື່ອຈະໄດ້ຂໍ້ມູນສ່ວນຕົວ."
ໃນອີກອັນຫນຶ່ງ, ຜູ້ຕາງຫນ້າ ຈາກຕ່າງປະເທດຄົນຫນຶ່ງ ໄດ້ຈ້າງນັກສືບສວນສ່ວນຕົວ (Private Investigator) ເພື່ອຕິດຕາມເບິ່ງເຮືອນ ຂອງຜູ້ທີ່ເຫັນຕ່າງ ແລະຄົ້ນຂີ້ເຫຍື້ອຂອງເຂົາເຈົ້າ, ຖາມວ່າ ມັນຈະມີຄ່າໃຊ້ຈ່າຍຫຼາຍປານໃດ ໃນການທີ່ຈະໃຫ້ເຂົາເຈົ້າ "ຫາຍໄປ".
ອີກແຜນການນຶ່ງ ແມ່ນວ່າ ຫນ່ວຍນັກສືບລັບ ຕ່າງປະເທດ ພະຍາຍາມລໍ້ລວງ ນັກເຄື່ອນໄຫວດ້ານສິດທິມະນຸດ ຢູ່ຕ່າງປະເທດ ໃຫ້ "ຖືກກຳຈັດຖິ້ມ."
Clare O'Neill ຣັຖມົນຕີວ່າການກະຊວງພາຍໃນ ກ່າວວ່າ:
"ສິ່ງທີ່ສ້າງຄວາມວິຕົກກັງວົນແທ້ໆ ກ່ຽວກັບບັນຫາການແຊກແຊງຈາກຕ່າງປະເທດ ແມ່ນວ່າ ມັນບໍ່ໄດ້ມາຈາກພຽງປະເທດດຽວ ແລະໃນຄວາມຈິງແລ້ວ ພວກເຮົາເຫັນວ່າ ມັນມາຈາກຫຼາຍປະເທດ ໃນເລື່ອງນີ້ບໍ່ວ່າ ຈະເປັນຊຸມຊົນກໍາປູເຈັຍ-ອອສເຕຣເລັຍ ຂອງເຮົາ ທີ່ຕ້ອງການການປົກປ້ອງ, ຊຸມຊົນອີຣານ-ອອສເຕຣເລັຍ ຂອງພວກເຮົາ ຫຼືອື່ນໆ.ເຖິງຢ່າງໃດກໍຕາມ, ຈຸດສໍາຄັນໃນທີ່ນີ້ຄື ປະເທດເຫລົ່ານີ້ ກໍາລັງຮຽນຮູ້ຈາກກັນ ແລະກັນ ໃນການປະຕິບັດຂອງເຂົາເຈົ້າ."
ໃນການຕອບໂຕ້, ຣັຖບານ ກໍາລັງຂຍາຍການເຂົ້າເຖິງ ຄນະເຮັດວຽກການແຊກແຊງ ຈາກຕ່າງປະເທດ ໄປຍັງຫນ່ວຍງານ ຂອງຣັຖບານຫຼາຍຂຶ້ນ, ໃນຂນະທີ່ ພາກເຕັກໂນໂລຈີ ກໍເຂົ້າຮ່ວມກັບມະຫາວິທະຍາໄລ ໃນການມີຫນ່ວຍເຝົ້າລະວັງ ການແຊກແຊງ ໂດຍສະເພາະ.
ລະບົບການຍົກຍ້າຍ ກໍຍັງຖືວ່າ ເປັນອາວຸດສໍາຄັນເຊັ່ນກັນ.
ໃນບັນດາມາດຕະການຕ່າງໆ-ການກວດສອບຢ່າງໃກ້ຊິດ ຂອງນັກສຶກສາຕ່າງຊາດ ທີ່ສມັນຮຽນໃນສາຂາຕ່າງໆ ເຊັ່ນເຕັກໂນໂລຊີ drone-ບ່ອນທີ່ເຂົາເຈົ້າ ສາມາດສຳຜັດກັບຂໍ້ມູນ ທີ່ລະອຽດອ່ອນ.
Clare O'Neill ອີກຄັ້ງ:
"ພວກເຮົາຕ້ອງລະມັດລະວັງ, ເລື້ອງຂໍ້ມູນທີ່ລະອຽດອ່ອນ, ໂດຍສະເພາະໃນການຄົ້ນຄວ້າ ລະດັບປະຣິນຍາໂທ ຫຼືເອກ ແລະພວກເຮົາ ຕ້ອງເຮັດໃຫ້ແນ່ໃຈວ່າ ນັກຮຽນເຫຼົ່ານັ້ນ ຢູ່ທີ່ນີ້ເພື່ອການສຶກສາ, ແລະບໍ່ໄດ້ລັກຊັບສິນທາງປັນຍາ."
ຜູ້ທີ່ຖືກພົບວ່າ ເປັນສາຍລັບຕ່າງປະເທດ-ອາດຖືກເນຣະເທດ.
ໂຄສົກ ກະຊວງການຕ່າງປະເທດ ຂອງຝ່າຍຄ້ານ ທ່ານ James Paterson ກໍາລັງຊອກຫາຕື່ມອີກ ເພື່ອຕໍ່ສູ້ກັບພັຍຂົ່ມຂູ່ ທາງສື່ສານມວນຊົນ ແລະການລົງໂທດ ທີ່ຫນັກກວ່າເກົ່າ.
"ເມື່ອຄົນບໍ່ຖືກຕັ້ງຂໍ້ຫາ, ເມື່ອຄົນບໍ່ຖືກຕັດສິນວ່າມີຄວາມຜິດ, ເມື່ອເຂົາເຈົ້າບໍ່ຖືກຂັງຄຸກ, ພວກເຂົາບໍ່ຮູ້ສຶກ ເຖິງຜົນທີ່ຕາມມາ. ພຽງແຕ່ຖືກຂໍໃຫ້ຂຶ້ນເຮືອບິນ ແລະກັບບ້ານ ນັ້ນບໍ່ແມ່ນການຍັບຍັ້ງທີ່ມີພະລັງພຽງພໍ ເພື່ອປ້ອງກັນ ບໍ່ໃຫ້ກິດຈະກັມນີ້ເກີດຂຶ້ນ ໃນປະເທດຂອງພວກເຮົາ, ແລະພວກເຮົາ ຕ້ອງເຫັນການກ່າວຂໍ້ຫາເພີ່ມຫຼາຍຂຶ້ນ ເພື່ອໃຫ້ປະຊາຊົນ ຮູ້ສຶກເຖິງຜົນກະທົບ ຂອງການມີສ່ວນຮ່ວມ ໃນການແຊກແຊງ ແລະການຈາຣະກັມ ຈາກຕ່າງປະເທດນີ້."
ແຕ່ຝ່າຍຄ້ານ ໃຫ້ການສນັບສນູນສ່ວນສໍາຄັນ ຢ່າງຫນຶ່ງ ຂອງມາດຕະການ ຄື: ການສນັບສນູນ ເປົ້າຫມາຍສໍາລັບຊຸມຊົນຫຼາຍວັດທະນະທັມ...
"ນີ້ ແມ່ນບັນຫາທີ່ຮ້າຍແຮງ ແລະສໍາຄັນ ໃນຊີວິດຂອງເຂົາເຈົ້າ ແລະມາຮອດປັດຈຸບັນ, ຣັຖບານອອສເຕຣເລັຍ ບໍ່ໄດ້ໃຫ້ການຊ່ວຍເຫຼືອ ເຂົາເຈົ້າຫຼາຍ, ແລະນັ້ນ ຈະປ່ຽນໄປ ພ້ອມກັບການປະຕິຮູບຂອງເຮົາ."
Mohammed Hashem ກ່າວວ່າ ມັນເປັນການເລີ່ມຕົ້ນ-ແຕ່ວ່າມັນກໍເປັນພຽງແຕ່ການເລີ່ມຕົ້ນເທົ່ານັ້ນ.
"ມັນເປັນຄວາມອົບອຸ່ນໃຈ ທີ່ພວກເຂົາຫ່ວງໃຍພວກເຮົາ, ແຕ່ຕາມຄວາມຈິງແລ້ວ ມັນບໍ່ພຽງພໍ. ພວກເຮົາຕ້ອງການ ການດຳເນີນການທີ່ຈິງຈັງກວ່າເກົ່າຈາກຣັຖບານອອສເຕຣເລັຍ"
ເພື່ອຈະບອກວ່າ – ການຂົ່ມເຫັງຊາວນັ້ນ...ບໍ່ເປັນທີ່ຍອມຮັບ.
ເນື້ອເລື່ອງໂດຍ Naveen Razik ແລະ Allan Lee ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌