ຄວາມຮັບຮູ້ກ່ຽວກັບອັນຕະຣາຍຈາກການພະນັນ.
ສິ່ງຈູງໃຈ ຂອງຣັຖບານ New South Wales ຈະເຊື່ອມຕໍ່ ຜູ້ຄົນທີ່ຕ້ອງການຄວາມຊ່ວຍເຫລືອ ກ່ຽວກັບອັນຕະຣາຍ ຈາກການພະນັນກັບຜູ້ທີ່ເຄີຍມີປະສົບການ ທີ່ຄ້າຍຄືກັນ.
ມັນມາໃນຂນະທີ່ Gamble Aware Week (21-27 ຕຸລາ) ຖືກຈັດຂຶ້ນທົ່ວປະເທດ-ໂດຍມີຈຸດປະສົງ ທີ່ຈະຍົກລະດັບຄວາມຮັບຮູ້ ເຖິງວິທີ ທີ່ຜູ້ທີ່ເລືອກທີ່ຈະຫລິ້ນພະນັນ ສາມາດເຮັດໄດ້ຢ່າງປອດພັຍ ຫລາຍຂຶ້ນກວ່າເກົ່າ.
Ciara Hain ລາຍງານ.
Jordyn Bateman, ອາຍຸ 29 ປີ ແລະເປັນພະນັກງານຊ່ອຍເຫລືອຜູ້ພິການ ຈາກ Central Coast ໃນ New South Wales.
ລາວເປັນຄົນຫນຶ່ງ ໃນຈໍານວນ 1.7 ລ້ານຄົນໃນຣັດ ທີ່ໄດ້ຮັບຜົນກະທົບໂດຍກົງ ຫລືທາງອ້ອມ ຈາກອັນຕະຣາຍຈາກການພະນັນ.
"ມັນໄດ້ເລີ່ມຕົ້ນປະມານ ຕອນຂ້ອຍຮຽນຈົບ, ຂ້ອຍໄດ້ເຮັດ ກັບຫມູ່ ແລະ ກໍແມ່ນການເລີ່ມຕົ້ນຂ້ອຍ. ຂ້ອຍໄດ້ເງິນເລັກໆນ້ອຍໆ ສອງສາມເທື່ອ ແລະແລ້ວຂ້ອຍກໍຕິດຢ່າງແຮງ. ແລ້ວຂ້ອຍກໍຫຼິ້ນຄົນດຽວ. ຂ້ອຍບໍ່ໄດ້ເຮັດກັບຫມູ່ເພື່ອນເລີຍ. ພຽງແຕ່ເສັຍການຄວບຄຸມເລັກນ້ອຍ ແລະແລ້ວ ຂ້ອຍໄດ້ເລີ່ມໃຊ້ແອັບພະນັນກິລາ ໃນມືຖືຂອງຂ້ອຍ ຢ່າງນ້ອຍເປັນເວລາ 10 ປີ. ສິບປີ.. ຄຶດເບິ່ງ.! ຂ້ອຍຄິດວ່າ ຂ້ອຍຮູ້ວ່າຂ້ອຍມີບັນຫາ ເພາະທຸກຄົນທີ່ຢູ່ຮອບໂຕຂ້ອຍເວົ້າວ່າ: ເຈົ້າຮູ້ບໍວ່າ ເຈົ້າສູນເສັຍໄປຫລາຍປານໃດ ແລະເຈົ້າກໍາລັງເຮັດຫຍັງຢູ່?"
ປະສົບການຂອງ Jordyn ບໍ່ໄດ້ແມ່ນເລື່ອງແປກປລາດ, ໂດຍຜູ້ໃຫຍ່ຫລາຍກວ່າເຄິ່ງຫນຶ່ງ ໃນຣັດ New South Wales ຫລິ້ນພະນັນທຸກປີ.
New South Wales ມີການສູນເສັຍສູງທີ່ສຸດ ຂອງປະເທດ ຈາກPoker Machines.
ແຕ່ການຈູງໃຈໃຫມ່ ຂອງຣັຖບານ ຈະມີຈຸດມຸ້ງຫມາຍ ທີ່ຈະຕໍ່ສູ້ກັບອັນຕະຣາຍ ທີ່ກ່ຽວຂ້ອງກັບການພະນັນ.
David Harris, Gaming Minister ຂອງ New South Wales ກ່າວວ່າ ມັນຈະແນໃສ່ ການໃຊ້ຜູ້ທີ່ມີປະສົບການ ເພື່ອຜົນປໂຍດ ຂອງຜູ້ທີ່ກໍາລັງດີ້ນລົນ ກັບການພະນັນ.
"ການບໍຣິການນີ້ ໃຫ້ການສນັບສນູນ ຕໍ່ຜູ້ທີ່ມີປະສົບການ ກ່ຽວກັບອັນຕະຣາຍຂອງການພະນັນ, ໄດ້ຮັບການຝຶກອົບຮົມ ໃຫ້ສເນີທັດສະນະແລະຄໍາແນະນໍາທີ່ກ່ຽວຂ້ອງ. ສະນັ້ນ, ພວກເຮົາຈະມີພະນັກງານ ເຈັດຄົນທົ່ວຣັດ ທີ່ເຄີຍມີປະສົບການ ກັບການພະນັນ ແລະອີກສີ່ຄົນ ຈະມາຮ່ວມໃນປີຕໍ່ໄປ. ສະນັ້ນ, ມັນຈະເປັນຈໍານວນ 11 ຄົນ. ນັ້ນເປັນການບໍຣິການໃຫມ່. ພວກເຮົາຈະປະເມີນວ່າ ມັນຈະມີຄວາມກ້າວຫນ້າແນວໃດ ແລະວ່າ ຈະປ່ຽນແປງ ຖ້າຈໍາເປັນໃນອະນາຄົດ."
Mr Harris ກ່າວວ່າ ລາວຫວັງທີ່ຈະເຮັດໃຫ້ໂຄງການນີ້ ເຂົ້າເຖິງໄດ້ ສຳລັບຜູ້ຄົນ ຈາກພື້ນຖານທີ່ແຕກຕ່າງກັນ, ຮວມທັງ ຜູ້ທີ່ບໍ່ໄດ້ເວົ້າພາສາອັງກິດ ເປັນພາສາທໍາອິດ.
ຫລາຍກວ່າ 8.1 ພັນລ້ານໂດລາ ໄດ້ສູນເສັຍຕໍ່ເຄື່ອງຈັກເຫລົ່ານີ້ ໃນປີ 2023- ມັນເປັນການສູນເສັຍຕໍ່ຫົວ ໃຫ້ກັບ Poker Machines ທີ່ສູງທີ່ສຸດໃນໂລກ.
"ໃນເວັບໄຊ້ Gamble Aware, ຢູ່ມຸມເທິງທາງຂວາມື ມີພາສາຕ່າງໆໃຫ້ເລືອກ, ແຕ່ຍັງມີໂຄງການພິເສດ ທີ່ເອີ້ນວ່າ Number that Changed My Life. ມັນມາໃນຫລາຍພາສາ ທີ່ແຕກຕ່າງກັນ. ມີແຫລ່ງຂໍ້ມູນຫລາຍຢ່າງ ສໍາລັບຊຸມຊົນ ທີ່ແຕກຕ່າງກັນທາງວັດທະນະທັມ, ແລະແນ່ນອນວ່າ ພວກເຮົາຈະຟັງຄວາມຄິດເຫັນ ແລະເບິ່ງຖ້າວ່າ ພວກເຮົາຕ້ອງ ຂຍາຍມັນອອກໄປຕື່ມອີກ ຫຼືບໍ່."
ມັນໄດ້ຮັບການຕອບຮັບຢ່າງດີ ຈາກຜູ້ສນັບສນູນ ການພະນັນທີ່ປອດພັຍ, ຮວມທັງ Wesley Mission ຊຶ່ງແມ່ນອົງການສນັບສນູນ ສຸຂະພາບຈິດ.
ຫົວຫນ້າຜູ້ອໍານວຍການ Stu Cameron ກ່າວວ່າ ມັນເປັນບາດກ້າວໃນທິດທາງທີ່ຖືກຕ້ອງ.
"ພວກເຮົາຍິນດີຕ້ອນຮັບ ການລົງທຶນໃນການພະນັນ, ການປ້ອງກັນຄວາມເສັຍຫາຍ, ລວມທັງຫມູ່ເພື່ອນທີ່ສນັບສນູນ. ສິ່ງໃດກໍຕາມ ທີ່ຈະຜ່ອນຄວາມອັບອາຍ ຂອງຜູ້ທີ່ໄປຂໍຄວາມຊ່ອຍເຫລືອ ກ່ຽວກັບບັນຫາເລື່ອງການພະນັນ ທີ່ເຂົາເຈົ້າອາດມີ ກໍເປັນສິ່ງທີ່ຄວນຍ້ອງຍໍ ແລະເຮົາຕ້ອງການຫລາຍກວ່ານັ້ນ. ສະນັ້ນ, ພວກເຮົາຈຶ່ງຍິນດີຕ້ອນຮັບ. ພວກເຮົາຍັງຮັບຮູ້ວ່າ ຍັງມີຫລາຍຢ່າງທີ່ຕ້ອງເຮັດ ເມື່ອທ່ານໄດ້ຮັບຄວາມເສັຍຫາຍຢ່າງຫຼວງຫລາຍ ທີ່ມາຈາກການພະນັນ ທົ່ວແລະທົ່ວ New South Wales. ໂດຍສະເພາະ, ການລົງທຶນ ໃນກິດຈະກັມອັນຕະຣາຍ ຂອງການພະນັນ ແມ່ນດີຫຼາຍ, ແຕ່ທີ່ຈິງແລ້ວ ເຮົາຈໍາເປັນຕ້ອງມີການປະຕິຮູບການພະນັນ ທີ່ສໍາຄັນ."
ໂຄງການໃຫມ່ນີ້ ຄົງບໍ່ສາມາດກໍາຈັດ ອັນຕະຣາຍຈາກການພະນັນ, ໂດຍທີ່ New South Wales ມີການສູນເສັຍສູງທີ່ສຸດ ຂອງປະເທດ ຈາກ Poker Machines.
ໃນຕົ້ນປີນີ້, Sydney Morning Herald ໄດ້ລາຍງານວ່າມີ Poker Machines ຫລາຍກວ່າ 87,000 ຫນ່ວຍໃນຣັດ.
ນັ້ນ ແມ່ນປະມານຫນຶ່ງເຄື່ອງ ຕໍ່ປະຊາກອນ 95 ຄົນໃນ New South Wales.
ໃນເວັບໄຊ້ Gamble Aware, ຢູ່ມຸມເທິງທາງຂວາມື ມີພາສາຕ່າງໆໃຫ້ເລືອກ, ແຕ່ຍັງມີໂຄງການພິເສດ ທີ່ເອີ້ນວ່າ Number that Changed My Life.
ຫລາຍກວ່າ 8.1 ພັນລ້ານໂດລາ ໄດ້ສູນເສັຍຕໍ່ເຄື່ອງຈັກເຫລົ່ານີ້ ໃນປີ 2023- ນັ້ນຄື $1,000 ສໍາລັບຜູ້ໃຫຍ່ ແລະເດັກນ້ອຍທຸກຄົນໃນຣັດ.
ມັນເປັນການສູນເສັຍຕໍ່ຫົວ ໃຫ້ກັບ Poker Machines ທີ່ສູງທີ່ສຸດໃນໂລກ.
Mr Cameron ກ່າວວ່າ ຕ້ອງໃຊ້ເງິນທຶນ ຂອງຣັຖບານຫລາຍກວ່າເກົ່າ ເພື່ອສ້າງຜົນກະທົບອັນສໍາຄັນ ຕໍ່ບັນຫານີ້.
"ມັນເປັນການເລີ່ມຕົ້ນທີ່ດີ, ແຕ່ຄວາມເປັນຈິງແມ່ນ ທົ່ວ New South Wales, ມີ 1.7 ລ້ານຄົນ ທີ່ໄດ້ຮັບຜົນກະທົບໂດຍກົງ ຫລືທາງອ້ອມຈາກອັນຕະຣາຍ ຂອງການພະນັນ. ນັ້ນຄື ສິ່ງທີ່ການຄົ້ນຄວ້າສະແດງໃຫ້ເຫັນ, ແລະສະນັ້ນ ເຮົາພຽງແຕ່ຮູ້ວ່າ ອັນຕະຣາຍຂອງການພະນັນ ມີຜົນກະທົບ ຕໍ່ທຸກໆລະຫັດໄປສະນີ, ທຸກກຸ່ມປະຊາກອນ, ທຸກກຸ່ມວັດທະນະທັມ. ສະນັ້ນ, ເຮົາຈຶ່ງຕ້ອງການ ການລົງທຶນໃຫ້ຫລາຍທີ່ສຸດ ເທົ່າທີ່ເຮົາສາມາດເຮັດໄດ້ ເພື່ອແກ້ໄຂບັນຫາເຫລົ່ານັ້ນ. ແຕ່ເຮົາຄິດວ່າທີ່ດີກວ່ານັ້ນ ຄືການຫລຸດຜ່ອນ ຄວາມເສັຍຫາຍຈາກຕົ້ນຕໍຂອງມັນ,ແລະນັ້ນຫມາຍຄວາມວ່າ ການຫລຸດຈໍານວນຂອງ Poker Machines."
ແຕ່ສໍາລັບ Jordyn Bateman, ລາວເວົ້າວ່າ ລາວແນ່ໃຈວ່າ ທຸກຄົນຈະສາມາດຟື້ນຟູ ຈາກຄວາມເສັຍຫາຍຂອງການພະນັນໄດ້-ດັ່ງທີ່ລາວໄດ້ເຮັດ.
"ຂ້ອຍຄິດວ່າ ເຮົາຕ້ອງການຄົນອື່ນ ທີ່ຢູ່ ຮອບໂຕເຮົາ ໃນການສນັບ ສນູນ. ທຸກຄົນຕ້ອງການຜູ້ສນັບສນູນ. ຖ້າບໍ່ດັ່ງນັ້ນ, ຖ້າຫາກຂ້ອຍບໍ່ມີສິ່ງນັ້ນ, ຂ້ອຍກໍຍັງຈະເປັນຄືເກົ່າ. ເຂົາເຈົ້າສາມາດກວດກາເບິ່ງມັນຕື່ມອີກ ແລະສຶກສາກ່ຽວກັບມັນ ແລະເບິ່ງວ່າ ພື້ນຖານຂອງສິ່ງທີ່ທໍາຮ້າຍຜູ້ຄົນຢູ່ໃສ ແລະແກ້ໄຂສິ່ງນັ້ນແນວໃດ. ແຕ່ນັ້ນ ເປັນການເລີ່ມຕົ້ນທີ່ດີ ແນ່ນອນ. ຂ້ອຍດີໃຈ ທີ່ຂ້ອຍຢູ່ທີ່ນີ້ ໃນມື້ນີ້ ແລະໄດ້ຮັບຄວາມຊ່ວຍເຫລືອສເມີ. ທ່ານສາມາດເຮັດໃນສິ່ງນັ້ນໄດ້."
ແລະທ່ານສາມາດໂທຫາ Gamble Aware Helpline ຕລອດ 24 ຊົ່ວໂມງທີ່ 1800 858 858 ສໍາລັບການສນັບສນູນຟຣີ ແລະເປັນຄວາມລັບ.
ເນື້ອເລື່ອງໂດຍ Ciara Hain ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.
ທ່ານສາມາດ ຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌