ເຫດຜົນທີ່ດີ ທີ່ຈະປະຕິບັດຕາມກົດລະບຽບ ຂອງເສັ້ນທາງຍ່າງ

Pedestrian crossing warning sign

Pedestrian safety is about using common sense, but we can’t rely on this alone. Source: Moment RF / Simon McGill/Getty Images

ທຸກໆມື້, ຄົນຍ່າງຖນົນທົ່ວອອສເຕຣເລັຍ ຝ່າຝືນກົດຫມາຍ ໂດຍບໍ່ຮູ້ໂຕ. ສິ່ງນີ້ ອາດກໍ່ໃຫ້ເກີດການລົງໂທດ ແລະອຸບັດຕິເຫດ ໃນບາງຄັ້ງ. ຈົ່ງຮັກສາຄວາມປອດພັຍ ແລະຫລີກເວັ້ນຈາກການລົງໂທດ ທີ່ຄາດບໍ່ເຖິງ, ແລະເປັນຫຍັງ ມັນຈຶ່ງສໍາຄັນ ທີ່ຈະທຳຄວາມຄຸ້ນເຄີຍ ກັບກົດຫມາຍທົ່ວໄປ ຂອງຄົນຍ່າງຖນົນ ຂອງອອສເຕຣເລັຍ.


ຄວາມປອດພັຍຂອງຄົນຍ່າງຖນົນ ຕາມປົກກະຕິແລ້ວ ແມ່ນກ່ຽວກັບການໃຊ້ ສາມັນສຳນຶກ, ແຕ່ເຮົາບໍ່ສາມາດເພິ່ງພາສິ່ງນີ້ ພຽງຢ່າງດຽວໄດ້. ກົດຫມາຍຈະຣາຈອນ ຂອງອອສເຕຣເລັຍ ມີໄວ້ ເພື່ອປົກປ້ອງທຸກຄົນ ທີ່ໃຊ້ຖນົນ ແລະທາງຍ່າງຮ່ວມກັນ.

ກົດເກນເຫຼົ່ານີ້ ປະຕິບັດຕາມຫລັກການທົ່ວໄປໃນຣັດ ແລະເຂດປົກຄອງ, ໂດຍມີຄວາມແຕກຕ່າງເລັກນ້ອຍ ລະຫວ່າງເຂດຕ່າງໆ.

ກົດຫມາຍເຫຼົ່ານີ້ ອາດເບິ່ງຄືວ່າ ເຄັ່ງຄັດສໍາລັບບາງຄົນ, ຄົນຍ່າງຖນົນ ແມ່ນຜູ້ ທີ່ມີຄວາມສ່ຽງທີ່ສຸດ, Dimitra Vlahomitros ຜູ້ຊ່ຽວຊານ ເລື່ອງ ຄວາມປອດພັຍທາງຖນົນ ຂອງ NRMA ກ່າວ.

"ເຮົາຮູ້ວ່າ ຜູ້ຄົນທີ່ມີຄວາມສ່ຽງທີ່ສຸດ ແມ່ນເດັກນ້ອຍ. ສະນັ້ນເດັກນ້ອຍ, ຜູ້ສູງອາຍຸ ແລະຮວມທັງ ຜູ້ທີ່ມີຄວາມມຶນເມົານໍາອີກ."

ຄົນຍ່າງຖນົນແມ່ນໃຜ?

ຄວາມຫມາຍທາງກົດຫມາຍ ຂອງຄົນຍ່າງຖນົນ ແມ່ນກວ້າງຫຼາຍ.

"ໃນອອສເຕຣເລັຍ ຄົນຍ່າງຕາມທາງຍ່າງ ບໍ່ແມ່ນພຽງແຕ່ຄົນ ທີ່ຍ່າງຕາມທາງຍ່າງ ຫຼືຕາມຖນົນເທົ່ານັ້ນ," ຫົວຫນ້ານະໂຍບາຍຂອງ RACV, James Williams ອະທິບາຍ.

Crowd of people walking across zebra, top view
It’s an offence to walk without reasonable consideration of other road users. Credit: vm/Getty Images

ຖືກຈັບ ໃນຂນະທີ່ຂ້າມຖນົນ

ການຮັກສາຄວາມປອດພັຍ ຕາມຖນົນຫົນທາງ ແມ່ນໂດຍການຂ້າມ ຖນົນໃນສີ່ແຍກ ບ່ອນທີ່ມີໄຟສັນຍານ ແລະການເຊື່ອຟັງສັນຍານ.

ຍ່າງ ເມື່ອທ່ານເຫັນໄຟສັນຍານຄົນສີຂຽວ. ແຕ່ຢ່າເລີ່ມຂ້າມຖນົນ ເມື່ອມັນເປັນສີແດງ.

ທ່ານອາດຖືກລົງໂທດ ຫຼືຖືກປັບໃໝໄດ້ ຖ້າທ່ານຂ້າມຖນົນ ໂດຍຝ່າຝືນໄຟສັນຍານຄົນຍ່າງ. ຕາມປົກກະຕິແລ້ວ ມັນຖືກເອີ້ນວ່າ Jaywalking, ເຖິງແມ່ນວ່າ ມັນບໍ່ໄດ້ເປັນຄໍາ ທີ່ຖືກຕ້ອງຕາມກົດຫມາຍ ໃນອອສເຕຣເລັຍກໍຕາມ.

"ມັນເປັນແນວຄິດຂອງອາເມຣິກາ," Harold Scruby, CEO ແລະ ຜູ້ກໍ່ຕັ້ງ ສະພາ ຄົນຍ່າງຖນົນ ອອສເຕຣເລັຍ (Pedestrian Council of Australia) ກ່າວ.

"ໃນກົດນັ້ນແມ່ນຊັດເຈນຫຼາຍ. ຄົນຍ່າງສາມາດຂ້າມເສັ້ນທາງໃດໆກໍໄດ້, ໃນເວລາໃດກໍຕາມ ດ້ວຍຄວາມລະມັດລະວັງ, ຖ້າຫາກມັນບໍ່ຢູ່ໃນໄລຍະ 20 ແມັດຈາກໄຟແຍກທາງຂ້າມ ແລະຖ້າຫາກມັນບໍ່ຝ່າຝືນ ກັບໄຟສີແດງ ທີ່ໄຟສັນຍານຈະຣາຈອນ."

ໃນ NSW ທ່ານອາດຖືກປັບໃໝ ຖ້າຫາກທ່ານເລີ່ມຂ້າມ ຕອນໄຟເລີ້ມແດງ.
Road with speed hump sign. This type of speed hump is usually confused with a zebra crossing
Road with speed hump sign. This type of speed hump is usually confused with a zebra crossing. Source: iStockphoto / Veronica Todaro/Getty Images/iStockphoto

ຈະຂ້າມຖນົນຢູ່ບ່ອນໃດ

ເມື່ອບໍ່ມີສັນຍານໄຟຈະຣາຈອນ ແລ້ວໃຫ້ຊອກຫາ 'ທາງມ້າລາຍ (Zebra crossing), ຊຶ່ງເປັນສ່ວນຫນຶ່ງຂອງຖນົນ ທີ່ຖືກແຕ້ມດ້ວຍເສັ້ນສີຂາວ. ຢູ່ທີ່ນີ້, ຣົດຕ້ອງໃຫ້ທາງຕໍ່ຄົນຍ່າງ.

ບາງເທື່ອ ທາງຂ້າມນັ້ນ ຖືກຍົກສູງຂຶ້ນເປັນສິ່ງທີ່ເອີ້ນວ່າ 'Wombat crossing'-ເປັນທາງຂ້າມມ້າລາຍ ທີ່ແຕ້ມຢູ່ເທິງສ່ວນເປັນຄູ ຂອງຫົນທາງ (Road hump).

ສິ່ງນີ້ ເຮັດໃຫ້ເກີດຄວາມສັບສົນເປັນປະຈໍາ: ນີ້ ແມ່ນບ່ອນຂ້າມ ຫລື Speed hump, ຊຶ່ງອອກແບບເພື່ອຂັດຂວາງຄວາມໄວ?

ໃຫ້ຊອກຫາເຄື່ອງຫມາຍ ຫຼືປ້າຍຕ່າງໆ, ເຊັ່ນເຄື່ອງຫມາຍທາງຍ່າງ ທີ່ພາທ່ານໄປຫາທາງຂ້າມ, ຫລືປ້າຍເປັນສັນຍາລັກ ຂອງຄົນຂ້າມ ຫຼືຮູບຂາເປັນຕົ້ນ.

ມີຮົ້ວບາງຢ່າງ ເພື່ອປ້ອງກັນທ່ານ ຈາກການຍ່າງຂ້າມທີ່ Speed hump, ຫລືປ້າຍ 'ຫ້າມຄົນຍ່າງຜ່ານ (No Pedestrian Access)’ ທີ່ທ່ານ ຕ້ອງປະຕິບັດຕາມ ຫຼືບໍ່?

ຄູກີດຂວາງຄວາມໄວ (Speed hump) ຈະບໍ່ມີເສັ້ນມ້າລາຍສີຂາວ, ແຕ່ຈະມີເຄື່ອງຫມາຍສີຂາວ ທີ່ບໍ່ທໍ່ກັນ ຊຶ່ງຄ້າຍຄືກັນກັບເປັຍໂນ ຢູ່ສອງເບື້ອງຂອງ Speed hump.

ວິທີຂ້າມຖນົນຢ່າງປອດພັຍ

ຖ້າຫາກບໍ່ມີທາງຂ້າມຢູ່ໃກ້ໆ ແລະທ່ານຂ້າມຖນົນ ໂດຍບໍ່ໃຊ້ໄຟສັນຍານທາງແຍກ, ມັນສໍາຄັນຫລາຍ ທີ່ຄົນຍ່າງ ຈະໃຊ້ເສັ້ນທາງທີ່ສັ້ນ ແລະກົງທີ່ສຸດ ເພື່ອຂ້າມໄປຫາອີກຟາກຫນຶ່ງຂອງຖນົນ, ຊຶ່ງຕາມປົກກະຕິແລ້ວ ຈະຂ້າມໄປທາງຊື່ ແລະບໍ່ແມ່ນເປັນມຸມ," Mr Williams ກ່າວ.

"ນອກຈາກນີ້ ສິ່ງທີ່ຜູ້ຄົນອາດບໍ່ຮູ້ກໍຄື ມັນເປັນສິ່ງຜິດກົດຫມາຍ, ຖ້າຫາກໃນຂນະທີ່ທ່ານຂ້າມຖນົນ, ທີ່ຈະເອົາຕົວເອງເຂົ້າໄປ ໃນເສັ້ນທາງຂອງຣົດ ທີ່ກໍາລັງແລ່ນຢູ່ ເພາະແນ່ນອນວ່າ ມັນອາດກໍ່ໃຫ້ເກີດອັນຕະຣາຍ "
Pedestrians cross a busy intersection in the city
Drivers must give way to pedestrians when entering or leaving a driveway, when using shared zones and at pedestrian crossings. Source: Moment RF / Diane Keough/Getty Images

ທ່ານສາມາດຍ່າງ ໄປຕາມຖນົນໄດ້ບໍ່?

ທ່ານອາດແປກໃຈ ທີ່ຮູ້ວ່າທ່ານອາດຖືກປັບໃຫມຖ້າຍ່າງຕາມຖນົນ.

ມັນເປັນຄວາມຜິດ ທີ່ຈະຍ່າງໄປໂດຍບໍ່ຄໍານຶງ ເຖິງຜູ້ໃຊ້ຖນົນຄົນອື່ນ. ໃນຫຼາຍເຂດ ການຍ່າງຕາມຖນົນເມື່ອມີທາງຍ່າງ ຫຼືເດີນຫຍ້າທັມມະຊາດ (Nature strip) ທີ່ຢູ່ໃກ້ໆນັ້ນ.... ເປັນຄວາມຜິດ.

ຖ້າຫາກບໍ່ມີທາງຍ່າງ (Footpath) ຫລືເດີ່ນຫຍ້ທັມມະຊາດ (Nature strip) ທີ່ຈະຍ່າງ, ຄົນຍ່າງກໍສາມາດຍ່າງໄປຕາມຫົນທາງໄດ້.

"ຢ່າງໃດກໍຕາມ, RACV ແນະນໍາໃຫ້ທ່ານຍ່າງ ປິ່ນໄປຫນ້າໄປຫາເສັ້ນທາງເດີນຣົດ," Mr Williams ກ່າວ.

"ມັນຈະປອດພັຍກວ່າ ທີ່ຈະຍ່າງໄປຫາຈະຣາຈອນທີ່ສວນມາ ແທນທີ່ທ່ານຈະປິ່ນຫຼັງໃຫ້ຣົດ."

ຄົນຍ່າງຖນົນ ສາມາດມີສິດທິໃນຫົນທາງ

ຜູ້ຂັບຣົດ ຕ້ອງໃຫ້ທາງຕໍ່ຄົນຍ່າງຖນົນ ເມື່ອຂັບຣົດເຂົ້າ ຫລືອອກຈາກເຮືອນ, ຕອນໃຊ້ເຂດທີ່ໃຊ້ຮ່ວມກັນ ແລະທາງທາງມ້າລາຍ (Zebra crossing).
Kid crossing the street at a pedestrian crossing and listening to music on his cellphone
Smart phones have bred a population of pedestrians who show disregard for traffic and the impending danger. Credit: Dobrila Vignjevic/Getty Images

ການປັບໃໝ

ການປັບໃໝ ອາດແຕກຕ່າງກັນໄປຕາມບ່ອນທີ່ທ່ານອາສັຍຢູ່.

ຍົກຕົວຢ່າງ, ໃນຣັດ Victoria, ການນີ້ ເລີ່ມຕົ້ນຈາກ $96 ສໍາລັບຄວາມຜິດ ທີ່ບໍ່ປະຕິບັດຕາມສັນຍານໄຟຈະຣາຈອນ ຫຼືຂ້າມທາງພາຍໃນ 20 ແມັດ ຈາກບ່ອນຄົນຂ້າມ, ຫລືສໍາລັບການຍ່າງ ຕາມຫົນທາງ.

"ການຝ່າຝືນການຊີ້ນໍາຂອງຕໍາຫລວດ ຈະຖືກປັບໃໝ $385," Mr Williams ເຕືອນ.

ມາຣະຍາດ ຂອງຄົນຍ່າງຖນົນ.

ກົດທີ່ບໍ່ຖືກປັບໃໝເຊັ່ນ ການຍ່າງເບື້ອງຊ້າຍ ຫລືບໍ່ມົວແຕ່ໃຊ້ໂທຣະສັບ, ຈະຊ່ວຍໃຫ້ຜູ້ໃຊ້ທາງຍ່າງ ເດີນໄດ້ສະດວກຍິ່ງຂຶ້ນ.

ຄວາມປອດພັຍ ບາງເທື່ອກໍຂຶ້ນຢູ່ກັບພື້ນຖານຂອງຄວາມສຸພາບ.

'ຄົນຍ່າງທາງທີ່ໄຮ້ວິນຍານ (Pedestrian Zombies)'

ໂທຣະສັບມືຖື ໄດ້ສ້າງຄົນຍ່າງຖນົນ ເປັນຈໍານວນຫລວງຫລາຍ ທີ່ບໍ່ສົນໃຈ ກັບການຈະຣາຈອນ ແລະອັນຕະຣາຍ.

ກົດຫມາຍທີ່ມີຢູ່ ທີ່ກ່ຽວຂ້ອງກັບການຂ້າມຖນົນ ໃນຂນະທີ່ບໍ່ສົນໃຈກັບຈະຣາຈອນ ບໍ່ຄ່ອຍຈະຖືກບັງຄັບໃຊ້.

ສະພາຄົນຍ່າງຖນົນ ຂອງອອສເຕຣເລັຍ (The Pedestrian Council of Australia) ຢາກເຫັນການນໍາໃຊ້ກົດຫມາຍແຫ່ງຊາດ ທີ່ເຮັດໃຫ້ການຂ້າມຖນົນ ໂດຍບໍ່ສົນໃຈການຈະຣາຈອນ ເປັນຄວາມຜິດດ້ວຍ ຈຸດປະສົງ ທີ່ຈະປ່ຽນພຶດຕິກັມ ແລະຊ່ວຍຊີວິດຂອງຜູ້ຄົນ.

"ຖ້າຫາກທ່ານໃຊ້ອຸບປະກອນມືຖືໃດໆ, ຊຶ່ງຕໍາຫລວດສາມາດເວົ້າໄດ້ວ່າ ລົບກວນທ່ານ ໃນຂນະທີ່ທ່ານຂ້າມຖນົນ, ພວກເຮົາຢາກເຫັນ ການປັບໃໝ $200 ສໍາລັບສິ່ງນັ້ນ," Mr Scruby ກ່າວ.

ສໍາລັບກົດລະບຽບ ການຍ່າງຖນົນໃນຣັດ ຫຼືເຂດປົກຄອງຂອງທ່ານ ໃຫ້ເຂົ້າໄປເບິ່ງເວັບໄຊ ຂອງຄນະກັມມະການການຂົນສົ່ງແຫ່ງຊາດ ( website)

ເນື້ອເລື່ອງໂດຍ  Melissa Compagnoni ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່



Share