ຜູ້ສຳເຣັດຣາຊການຄົນໃຫມ່ ຂອງອອສເຕຣເລັຍ.
ຜູ້ສຳເຣັດຣາຊການຄົນໃຫມ່ ຂອງ ໄດ້ສາບານໂຕ ເຂົ້າຮັບຕໍາແຫນ່ງແລ້ວ.
Sam Mostyn ເປັນຜູ້ຍິງຄົນທີສອງ ທີ່ດໍາລົງຕໍາແຫນ່ງນີ້ ຊຶ່ງເປັນຕົວແທນຂອງສະຖາບັນກະສັດ ໃນອອສເຕຣເລັຍ.
Rania Yallop ລາຍງານ.
"ທ່ານນາຍົກຣັຖມົນຕີ, ທຸກຄົນໃນຫ້ອງນີ້, ຊາວອອສເຕຣເລັຍທຸກຄົນ. ຂ້າພະເຈົ້າ ພ້ອມ ແລະສາມາດປະຕິບັດ ຕາມບົດບາດທີ່ທ່ານໄດ້ມອບຫມາຍໃຫ້ຂ້າພະເຈົ້າແລ້ວ. ຂ້າພະເຈົ້າ ຈະເປັນຜູ້ສຳເຣັດຣາຊການ ທີ່ເບິ່ງໂລກໃນແງ່ດີ, ທັນສມັຍ, ແລະເຫັນໄດ້,ມຸ່ ງຫມັ້ນ ທີ່ຈະຮັບໃຊ້ ແລະມີສ່ວນຮ່ວມ ທີ່ຊາວອອສເຕຣເລັຍ ທຸກຄົນຄາດຫວັງ ແລະສົມຄວນໄດ້ຮັບ ຈາກຜູ້ດໍາລົງຕໍາແຫນ່ງນີ້."
ນັ້ນ ແມ່ນທ່ານນາງ Sam Mostyn ຊຶ່ງປັດຈຸບັນ ເປັນຜູ້ສຳເຣັດຣາຊການ ຮັບໜ້າທີ່ເປັນຕົວແທນ ຂອງສະຖາບັນກະສັດ ໃນອອສເຕຣເລັຍ.
ທ່ານນາງ Mostyn ເປັນທະນາຍຄວາມ ແລະເປັນນັກທຸຣະກິດ, ທີ່ຮູ້ກັນດີ ກ່ຽວກັບບົດບາດຂອງທ່ານນາງ ໃນຖານະກັມມາທິການ ຂອງ AFL.
ທ່ານນາງ ໄດ້ເຮັດວຽກຮ່ວມກັບ ໃນຖານະປະທານວຽກງານ ຄວາມສເມີພາບ ທາງດ້ານເສດຖະກິດ ຂອງແມ່ຍິງ ແລະເປັນທີ່ປຶກສາ ຂອງອະດີດນາຍົກຣັຖມົນຕີ, ທ່ານ Paul Keating.
ລາວເປັນແມ່ຍິງຄົນທີສອງ ທີ່ດໍາລົງຕໍາແຫນ່ງນີ້, ຕາມປະເພນີແລ້ວ, ພື້ນຖານຂອງ Ms Mostyn ບໍ່ແມ່ນສໍາລັບບົດບາດນີ້.
ທ່ານ David Hurley ຜູ້ດຳລົງຕຳແໜ່ງ ກ່ອນຫນ້າທ່ານນາງ ແມ່ນເສນາທິການປ້ອງກັນປະເທດ ແລະຜູ້ສຳເຣັດຣາຊການ ທີ່ຜ່ານມາ ກໍມີປວັດການຮັບໃຊ້ ດ້ານການທະຫານ ຫລືການເມືອງ.
ຣັຖມົນຕີ ວ່າການກະຊວງແມ່ຍິງ, ທ່ານນາງ Katy Gallagher ກ່າວວ່າ ທ່ານນາງເປັນຄົນທີ່ເໝາະສົມ ສຳລັບວຽກນີ້.
"Sam Mostyn ແມ່ນບຸກຄົນ ທີ່ມີຄວາມຊື່ສັດ, ຄວາມສາມາດ, ປະສົບການ, ແລະຄວາມມຸ່ງຫມັ້ນ ຕໍ່ຊີວິດສາທາຣະນະ. ນາງເປັນໂຕ້ເລືອກທີ່ໂດດເດັ່ນ ແລະນາງຈະເປັນ ຜູ້ສຳເຣັດຣາຊການ ທີ່ໂດດເດັ່ນ."
ທ່ານ Albanese ກ່າວວ່າ ວຽກງານຂອງທ່ານນາງ Mostyn ຈະເຮັດໃຫ້ນາງ ປະສົບຄວາມສໍາເລັດ.
"ຮຽນທ່ານຜູ້ສຳເຣັດຣາຊການ, ທ່ານໄດ້ເຮັດຕາມຄຳເວົ້າ, ເປັນແຮງຊຸກຍູ້ ດ້ວຍຄວາມສາມາດທີ່ບໍ່ລົດລະ ໃນການເຮັດໃຫ້ສິ່ງຕ່າງໆເກີດຂຶ້ນ. ທ່ານໄດ້ບຸກເບີກຫຼາຍເສັ້ນທາງ ສໍາລັບແມ່ຍິງ. ທ່ານໄດ້ເປີດປະຕູແຫ່ງໂອກາດ ແລະຄວາມເທົ່າທຽມ."
ຜູ້ສຳເຣັດຣາຊການ ເປັນຕົວແທນຂອງສະຖາບັນກະສັດ ໃນອອສເຕຣເລັຍ.
ພວກເຂົາເຈົ້າ ໄດ້ຖືກແຕ່ງຕັ້ງ ໂດຍສະຖາບັນກະສັດ, ຕາມຄໍາແນະນໍາຂອງນາຍົກຣັຖມົນຕີ, ເປັນເວລາຫ້າປີ.
ແຕ່ຜູ້ສຳເຣັດຣາຊການ ເຮັດຫຍັງແທ້?
ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ມັນເປັນບົດບາດທີ່ສຸມໃສ່ຊຸມຊົນ.
"ມັນເປັນຕໍາແຫນ່ງສູງ, ແຕ່ວ່າມັນບໍ່ສູງສົ່ງ. ສໍາລັບຕົ້ນກໍາເນີດ ຂອງບົດບາດຂອງຜູ້ສຳເຣັດຣາຊການ ແມ່ນສິ່ງຫນຶ່ງ ທີ່ໄດ້ຝັງຮາກເລິກແຫນ້ນ ໃນບັນດາປະຊາຊົນ ຊາວອອສເຕຣເລັຍ."
Anne Twomey, ສາດສະດາຈານ ຈາກມະຫາວິທະຍາໄລ Sydney, ກ່າວວ່າ ນັ້ນແມ່ນສ່ວນຫນຶ່ງຂອງວຽກ.
"ບົດບາດ ຂອງຜູ້ສຳເຣັດຣາຊການ ສ່ວນຫນຶ່ງແມ່ນກ່ຽວກັບພິທີການ, ແລະວຽກງານຊຸມຊົນຈຳນວນຫຼາຍ. ດັ່ງນັ້ນ, ແມ່ນຕົວແທນຂອງຊຸມຊົນ, ພວກເຂົາເສົ້າສລົດໃຈກັບພວກເຮົາ ເມື່ອສິ່ງຊົ່ວຮ້າຍເກີດຂຶ້ນ ແລະພວກເຂົາກໍສະແດງຄວາມຍິນດີກັບພວກເຮົາ ແລະມອບລາງວັນ, ເມື່ອຜູ້ຄົນເຮັດໃນສິ່ງທີ່ດີເລີດ ເຊັ່ນກັນ."
ແຕ່ວ່າ ມັນເປັນສ່ວນສໍາຄັນ ຂອງປະຊາທິປະໄຕ ຂອງອອສເຕຣເລັຍ.
"ຜູ້ສຳເຣັດຣາຊການ ຍັງທຳໜ້າທີ່ຕາມຣັຖທັມມະນູນ. ດັ່ງນັ້ນ, ພວກເຂົາເຈົ້າມີບົດບາດ ກ່ຽວກັບຣັຖສະພາ ແລະຣັຖບານ. ດັ່ງນັ້ນ ຍົກຕົວຢ່າງ, ຜູ້ສຳເຣັດຣາຊການ ຮຽກປະຊຸມສະພາ, ຍຸບສະພາ, ຍຸບຣັຖບານ, ແຕ່ງຕັ້ງນາຍົກຣັຖມົນຕີ, ແລະຍັງເປັນຜູ້ບັນຊາການກອງທັບ. ແຕ່ໃນເກືອບທັງຫມົດຂອງວຽກງານເຫລົ່ານັ້ນ, ເຂົາເຈົ້າ ເຮັດຕາມຄໍາແນະນໍາ ຂອງຣັຖມົນຕີທີ່ກ່ຽວຂ້ອງ ໃນເວລານັ້ນ."
ສາດສະດາຈານ Twomey ກ່າວວ່າ ວຽກງານສ່ວນໃຫຍ່ ແມ່ນຢູ່ເບື້ອງຫຼັງ.
"ບົດບາດ ຂອງຜູ້ສຳເຣັດຣາຊການ ໃນການພະຍາຍາມຫຼີກລ້ຽງ ການກະທໍາທີ່ຂັດຕໍ່ຣັຖທັມມະນູນ, ຕົວຢ່າງ, ບົດບາດ ຈະຢູ່ເບື້ອງຫຼັງສາກຫຼາຍກວ່າ. ມັນກ່ຽວກັບ ການກຳຈັດບັນຫາ ກ່ອນທີ່ມັນຈະເກີດຂຶ້ນ. ດັ່ງນັ້ນ, ບົດບາດ ມັກຈະຖືກອະທິບາຍວ່າ ມີຫນ້າທີ່ເປັນການຊຸກຍູ້, ເຕືອນ, ແລະໃຫ້ຄໍາແນະນໍາ. ແລະນັ້ນຫມາຍຄວາມວ່າ ມີບາງຄົນ ທີ່ມີນ້ຳໜັກ ແລະມີຄວາມສຳຄັນ ແລະສາມາດໃຫ້ຄໍາແນະນໍາທີ່ສລາດ ແກ່ນາຍົກຣັຖມົນຕີ ເພື່ອຢຸດບໍ່ໃຫ້ເຂົາເຈົ້າ ເຮັດສິ່ງໃດສິ່ງຫນຶ່ງ ທີ່ຂັດຕໍ່ຣັຖທັມມະນູນ."
ເມື່ອສັບປະດາແລ້ວນີ້, ຣັຖສະພາ ໄດ້ອອກກົດຫມາຍ ເພື່ອເພີ່ມເງິນເດືອນເປັນປະມານ 700,000 ໂດລາຕໍ່ປີ, ເພີ່ມຂຶ້ນຈາກ 495,000 ໂດລາ ສໍາລັບທ່ານ David Hurley.
Ms Gallagher ກ່າວວ່າ ການປ່ຽນແປງນັ້ນ ເຮັດໃຫ້ເງິນເດືອນຂອງທ່ານນາງ ສອດຄ່ອງກັບຜູ້ດຳລົງຕຳແໜ່ງຄົນກ່ອນ ຂອງທ່ານນາງ ທີ່ໄດ້ຮັບເງິນບໍານານທາງທະຫານ.
"ຜູ້ສຳເຣັດຣາຊການ ໄດ້ຮັບເງິນເດືອນ ເທົ່າກັບອະດີດຜູ້ສຳເຣັດຣາຊການໄດ້ຮັບ. ດັ່ງນັ້ນ, ຈຶ່ງເປັນເງິນເດືອນ ທີ່ສະທ້ອນໃຫ້ເຫັນ ເຖິງຄວາມສໍາຄັນຂອງຕໍາແຫນ່ງ. ແຕ່ຄວາມຄຶດທີ່ວ່າ ມີການເພີ່ມເງິນເດືອນຢ່່າງຫຼາຍ ແກ່ຜູ້ສຳເຣັດຣາຊການທີ່ຈະເຂົ້າມາແທນນັ້ນ...ບໍ່ແມ່ນຄວາມຈິງ.ທ່ານຮູ້ບໍວ່າ ອະດີດຜູ້ສຳເຣັດຣາຊການ ໄດ້ເງິນເດືອນທີ່ຖືກກຳໜົດໂດຍກົດຫມາຍ ທີ່ສະທ້ອນເຖິງແຫຼ່ງລາຍຮັບ ທັງຫມົດທີ່ເຂົາເຈົ້າມີ,ແລະເງິນເດືອນຂອງ Sam Mostyn ສະທ້ອນເຖິງການປະຕິບັດ ທີ່ຜ່ານມາ."
ເນື້ອເລື່ອງໂດຍ Rania Yallop ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌