ວ່າດ້ວຍ ໂຣກຕັບອັກເສບ (Hepatitis).
ໂຣກຕັບອັກເສບ (Hepatitis) ເປັນສາເຫດສໍາຄັນອັນດັບສອງ ຂອງການເສັຍຊີວິດ ຂອງການຕິດເຊື້ອໄວຣັສ ທົ່ວໂລກ.
ແຕ່ພວກນັກຊ່ຽວຊານເວົ້າວ່າ ເຊື້ອໄວຣັສຕັບອັກເສບສ່ວນໃຫຍ່ ແມ່ນສາມາດປິ່ນປົວໄດ້ ແລະຮຽກຮ້ອງ ໃຫ້ບັນດາສະມາຊິກຂອງຊຸມຊົນ ໄປທຳການກວດ ເພື່ອປ້ອງກັນການແພ່ລະບາດຕໍ່ໄປ.
Alex Anyfantis ລາຍງານ.
ເຊື້ອໄວຣັສຕັບອັກເສບ (Hepatitis) ເປັນນຶ່ງໃນໂຣກໄວຣັສຫຼາຍທີ່ສຸດໃນໂລກ ໂດຍມີຂໍ້ມູນຈາກອົງການອະນາມັຍໂລກ (World Health Organisation- WHO) ເຊິ່ງລະບຸວ່າ ມັນເຮັດໃຫ້ມີຜູ້ເສັຍຊີວິດ ປະມານ 1.3 ລ້ານຄົນທຸກປີ.
ຈໍານວນດັ່ງກ່າວ ໄດ້ເພີ່ມຂຶ້ນ ຈາກການເສັຍຊີວິດ 1.1 ລ້ານຄົນ ທີ່ໄດ້ບັນທຶກໄວ້ ໃນປີ 2019.
ແຕ່ວ່າ ເຊື້ອໄວຣັສຕັບອັກເສບ (Hepatitis) ແມ່ນຫຍັງແທ້?
Dr Joe Lawler, ຜູ້ອໍານວຍການຄນະກັມມະການທີ່ Hepatitis New South Wales, ອະທິບາຍ.
"ໄວຣັສຕັບອັກເສບ (Hepatitis) ຈຶ່ງເປັນຄໍາທີ່ ຫມາຍເຖິງການອັກເສບຂອງຕັບ. ບັດນີ້, ການອັກເສບສາມາດມາຈາກຫຍັງກໍໄດ້ ແລະສິ່ງທີ່ພວກເຮົາກໍາລັງເວົ້າເຖິງ ແມ່ນເຊື້ອໄວຣັສຕັບອັກເສບ (Hepatitis). ດັ່ງນັ້ນ, ມັນຈຶ່ງເປັນໄວຣັສຕິດເຊື້ອໃນຕັບ ທີ່ເຮັດໃຫ້ເກີດການອັກເສບ."
Steven Drew ຮອງຫົວຫນ້າອົງການ Hepatitis New South Wales ອະທິບາຍວ່າ ເຊື້ອໄວຣັສຕັບອັກເສບ ມີຫຼາຍປະເພດ.
"ແທ້ຈິງແລ້ວ ມີຫ້າປະເພດຫຼັກ, ຊຶ່ງທັງຫມົດຖືກຕັ້ງຊື່ຕາມຕົວອັກສອນ. ດັ່ງນັ້ນ ມັນແມ່ນເຊື້ອໄວຣັສຕັບອັກເສບ A, ໄວຣັສຕັບອັກເສບ B, ໄວຣັສຕັບອັກເສບ C, ໄວຣັສຕັບອັກເສບ D ແລະ ໄວຣັສຕັບອັກເສບ E."
ຈາກຫ້າປະເພດນັ້ນ, Mr Drew ກ່າວວ່າ ມີບາງປະເພດ ຈະເປັນອັນຕະຣາຍ ຕໍ່ສຸຂະພາບຂອງຄົນເຮົາ ເປັນພິເສດ.
"ທີ່ພົບເຫັນຫຼາຍທີ່ສຸດ ແລະສໍາຄັນກວ່າ, ແລະປະເພດ ທີ່ສາມາດເຮັດໃຫ້ເກີດຄວາມເສັຍຫາຍຫຼາຍທີ່ສຸດ ແມ່ນ Hepatitis B, Hepatitis C ແລະ Hepatitis D, ເຖິງແມ່ນວ່າ Hepatitis D ແມ່ນຈະພົບຍາກ ໜ້ອຍນຶ່ງ."
ລາຍງານ ຈາກອົງການ WHO ສະແດງໃຫ້ເຫັນວ່າ ມີຜູ້ຄົນຫລາຍກວ່າ254 ລ້ານຄົນທົ່ວໂລກ ທີ່ເປັນໂຣກຕັບອັກເສບ B ແລະຫລາຍກວ່າ 50ລ້ານຄົນ ທີ່ເປັນໂຣກຕັບອັກເສບ C.
ເຄິ່ງຫນຶ່ງ ຂອງຜູ້ທີ່ຕິດເຊື້ອໂຣກ ທັງສອງຊະນິດ ມີອາຍຸ 38 ຫາ 50 ປີໃນຂນະທີ່ ຜູ້ຊາຍຄິດເປັນ 58 ເປີເຊັນ ຂອງກໍຣະນີທັງຫມົດທົ່ວໂລກ.
Dr Lawler ກ່າວວ່າ ມີຫລາຍວິທີ ທີ່ໄວຣັສໂຣກຕັບອັກເສບ B ແລະ Cສາມາດແພ່ເຊື້ອ ຈາກຄົນນຶ່ງໄປຫາອີກຄົນນຶ່ງໄດ້.
"ທັງໄວຣັສຕັບອັກເສບ B ແລະ ຕັບອັກເສບ C ແມ່ນ, ອັນທີ່ເຮົາເອີ້ນວ່າ ເຊື້ອໄວຣັສທີ່ສາມາດຕິດໄດ້ທາງເລືອດ. ດັ່ງນັ້ນ, ໃນການຕິດເຊື້ອໄວຣັສ, ທ່ານຈໍາເປັນຕ້ອງໄດ້ສຳຜັດກັບເລືອດ ຂອງຜູ້ຕິດເຊື້ອ. ແລະຮູບແບບຂອງການແພ່ ເຊື້ອໄວຣັສຕັບອັກເສບບີ້ B ແລະ C ແມ່ນແຕກຕ່າງກັນຫຼາຍ. ດັ່ງນັ້ນໃນທົ່ວໂລກ, ວິທີແພ່ເຊື້ອໄວຣັສຕັບອັກເສບ ທີ່ພົບຫຼາຍທີ່ສຸດ ແມ່ນຈາກແມ່ໄປຫາລູກ, ບໍ່ວ່າຈະເປັນຕອນທ້າຍຂອງການຖືພາ ຫຼືໃນຂນະທີ່ອອກລູກ. ຫຼື ຈາກເດັກຄົນນຶ່ງ ໄປທີ່ເດັກອີກຄົນນຶ່ງ. ແລະທັງຫມົດ ແມ່ນກ່ຽວກັບລະບົບພູມຕ້ານທານທີ່ຍັງບໍ່ແຂງແຮງຂອງເດັກ, ຫຼືເດັກອ່ອນ. ດັ່ງນັ້ນ, ເຊື້ອໄວຣັສຕັບອັກເສບ B ຈຶ່ງເຂົ້າໄປໃນກະແສເລືອດ ແລະຈະຢູ່ໃນນັ້ນ ແລະມີແນວໂນມວ່າ ຈະເປັນ ໂຣກຕັບອັກເສບ B ຊໍາເຮື້ອ. ກົງກັນຂ້າມ ກັບເມື່ອຜູ້ໃຫຍ່ສຳຜັດກັບ ເຊື້ອໄວຣັສຕັບອັກເສບ B ການຕິດເຊື້ອໃນຜູ້ໃຫຍ່ສ່ວນຫຼາຍ ອາດຫາຍໄປ ເມື່ອສຳຜັດກັບເຊື້ອໄວຣັສ "
ທີ່ພົບເຫັນຫຼາຍທີ່ສຸດ ແລະສໍາຄັນກວ່າ, ແລະປະເພດ ທີ່ສາມາດເຮັດໃຫ້ເກີດຄວາມເສັຍຫາຍຫຼາຍທີ່ສຸດ ແມ່ນ Hepatitis B, Hepatitis C ແລະ Hepatitis D, ເຖິງແມ່ນວ່າ Hepatitis D ແມ່ນຈະພົບຍາກໜ້ອຍນຶ່ງ.
ລາວກ່າວວ່າ ການແພ່ເຊື້ອໄວຣັສຕັບອັກເສບ C ແມ່ນແຕກຕ່າງກັນ.
"ການຕິດເຊື້ອ ຂອງໄວຣັສຕັບອັກເສບ C ນີ້ກໍແມ່ນທາງເລືອດ ແລະວິທີການແພ່ເຊື້ອຈະລວມເຖິງສິ່ງຕ່າງໆ ເຊັ່ນ: ການສັກລາຍ (Tattooing) ທີ່ບໍ່ຖືກສຸຂະອານາມັຍ (ບໍ່ສະອາດ), ຂັ້ນຕອນການປິ່ນປົວຢູ່ຕ່າງປະເທດ ບ່ອນທີ່ເຕັກນິກການ ຂ້າເຊື້ອໂຣກ (Sterilisation) ອາດຈະບໍ່ດີພໍ. ແລະ ແນ່ນອນ, ພວກເຮົາຕ້ອງຄິດເຖິງການໃຊ້ຢາເສບຕິດ ວ່າເປັນປັດຈັຍສ່ຽງເຊັ່ນກັນ."
ເຖິງແມ່ນວ່າ ຈຳນວນຜູ້ປ່ວຍ ແລະຜູ້ເສັຍຊີວິດເພີ່ມຂຶ້ນ ໃນ ແລະທົ່ວໂລກ, ແຕ່ Hepatitis B ແລະ C ກໍແມ່ນໂຣກທີ່ປິ່ນປົວໄດ້ໄດ້.
ຜູ້ທີ່ຕິດເຊື້ອໄວຣັສຕັບອັກເສບ B (Hepatitis B) ສາມາດມີຊີວິດຍືນຍາວໄດ້ ພາຍໃຕ້ການປິ່ນປົວທີ່ຖືກຕ້ອງ, ສ່ວນເຊື້ອໄວຣັສຕັບອັກເສບ C (Hepatitis C) ມີວິທີປິ່ນປົວໃຫ້ເຊົາໄດ້.
ແຕ່ຫຼາຍຄົນກໍເສັຍຊີວິດ ຍ້ອນໂຣກນີ້ ເນື່ອງຈາກຂາດຄວາມຮູ້, ມີພຽງແຕ່ 13 ເປີເຊັນຂອງຜູ້ທີ່ໃຊ້ຊີວິດ ກັບເຊື້ອໄວຣັສຕັບອັກເສບ (Hepatitis B) ຊຳເຮື້ອ ທີ່ຖືກກວດພົບແທ້ໆ.
ທັງນີ້ ກໍຍ້ອນອັດຕາການຕິດເຊື້ອສູງ ໃນຫລາຍປະເທດທີ່ດ້ອຍພັດທະນາທົ່ວໂລກ.
ການຕິດເຊື້ອ ຂອງໄວຣັສຕັບອັກເສບ C ນີ້ກໍແມ່ນທາງເລືອດ ແລະວິທີການແພ່ເຊື້ອຈະລວມເຖິງສິ່ງຕ່າງໆ ເຊັ່ນ: ການສັກລາຍ (Tattooing) ທີ່ບໍ່ຖືກສຸຂະອານາມັຍ (ບໍ່ສະອາດ), ຂັ້ນຕອນການປິ່ນປົວຢູ່ຕ່າງປະເທດ ບ່ອນທີ່ເຕັກນິກການ ຂ້າເຊື້ອໂຣກ (Sterilisation) ອາດຈະບໍ່ດີພໍ.
Mr Drew ອະທິບາຍວ່າ ເປັນຫຍັງໂຣກນີ້ ຈຶ່ງປາກົດຂຶ້ນ ໃນສະມາຊິກຈາກຊຸມຊົນຫຼາຍວັດທະນະທັມ ທີ່ຫາກໍມາຮອດອອສເຕຣເລັຍ ເມື່ອບໍ່ດົນມານີ້.
"ມັນສະທ້ອນໃຫ້ເຫັນ ເຖິງການແພ່ລະບາດ ຫຼືວ່າເຊື້ອໄວຣັສຕັບອັກເສບ ມີຢູ່ທົ່ວໄປໃນປະເທດຂອງເຂົາເຈົ້າ. ດັ່ງນັ້ນ, ເຫດຜົນງ່າຍໆກໍແມ່ນວ່າ ພວກເຂົາເກີດ ແລະເຕີບໃຫຍ່ ຢູ່ໃນບ່ອນທີ່ອັດຕາການຕິດເຊື້ອໄວຣັສຕັບອັກເສບສູງ, ແລະດ້ວຍເຫດນິ້ ຄວາມເປັນໄປໄດ້ ແລະໂອກາດ ທີ່ພວກເຂົາຈະເປັນໂຣກ ເມື່ອພວກເຂົາມາອອສເຕຣເລັຍແມ່ນສູງກວ່າປົກກະຕິ."
Dr Lawler ກ່າວວ່າ ໂຣກຕັບອັກເສບ ຍັງແພ່ຫຼາຍໃນຊຸມຊົນອື່ນໆຂອງອອສເຕຣເລັຍນໍາອີກ.
"ໃນແງ່ຂອງປະຊາກອນອອສເຕຣເລັຍ, ປະຊາກອນ First Nations ຂອງເຮົາ ແມ່ນມີຄວາມສ່ຽງຫຼາຍກວ່າ. ການແພ່ລະບາດ ຂອງເຊື້ອໄວຣັສຕັບອັກເສບບີ ໃນປະຊາຊົນ First Nations ຂອງເຮົາ ແມ່ນປະມານ ສາມຫາ ສີ່ເທົ່າ ຂອງຊາວອອສເຕຣເລັຍ ທີ່ບໍ່ແມ່ນຊາວພື້ນເມືອງ. ດັ່ງນັ້ນ,ຈຶ່ງເປັນປະຊາກອນອີກກຸ່ມນຶ່ງ ທີ່ຕ້ອງພິຈາຣະນາ."
ຢາ ແລະການປິ່ນປົວສ່ວນໃຫຍ່ ແມ່ນມີຢູ່ໃນອອສເຕຣເລັຍ ສໍາລັບຜູ້ເປັນໂຣກຕັບອັນເສບ (Hepatitis) ທຸກປະເພດ.
ແຕ່ຜູ້ຊ່ຽວຊານ ກໍາລັງຮຽກຮ້ອງໃຫ້ຜູ້ຄົນ ໄດ້ຮັບການກວດ, ເຖິງແມ່ນວ່າ ພວກເຂົາເຈົ້າ ຈະບໍ່ມີອາການກໍຕາມ, ກ່ອນທີ່ພວກເຂົາ ຈະຕິດເຊື້ອໄວຣັສຕ່າງໆ ທີ່ອາດຈະເກີດຂຶ້ນໄດ້.
Mr Drew ຈາກ Hepatitis New South Wales ອະທິບາຍວ່າ ການກວດສອບຢ່າງໄວ ສາມາດຊ່ວຍຊີວິດໄດ້ແນວໃດ.
"ມັນເປັນສິ່ງສໍາຄັນ ທີ່ທ່ານຮູ້ສະຖານະ ຂອງໄວຣັສຕັບອັກເສບຂອງທ່ານ, ຖ້າບໍ່ມີເຫດຜົນອື່ນ, ແລ້ວຖ້າຫາກວ່າ ທ່ານຮູ້ວ່າ ທ່ານມີເຊື້ອໄວຣັສຕັບອັກເສບ C (Hepatitis C), ທ່ານສາມາດໄດ້ຮັບການປິ່ນປົວໃຫ້ເຊົາໄດ້. ຊຶ່ງຈະເປັນການດີຫຼາຍ. ເຊື້ອໄວຣັສຕັບອັກເສບ C (HepatitisC) ເປັນໂຣກ ທີ່ຖືກຄົ້ນພົບປະມານ 50 ປີກ່ອນ, ພວກເຮົາມີຢາປິ່ນປົວແລ້ວ ແລະພວກເຮົາ ກໍາລັງຢູ່ໃນການກໍາຈັດ ເຊື້ອໄວຣັສຕັບອັກເສບ C. ບາດນີ້, ເພື່ອຊອກຫາສະຖານະພາບ Hepatitis C ຂອງທ່ານ, ມີສອງສິ່ງ ທີ່ທ່ານສາມາດເຮັດໄດ້. ຫນຶ່ງ, ທ່ານສາມາດ ໄປຫານາຍໝໍ ແລະເວົ້າວ່າ 'ຂ້ອຍຢາກໄດ້ຮັບການກວດ ສໍາລັບເຊື້ອໄວຣັສຕັບອັກເສບ.' ແລະພວກເຂົາກໍສາມາດຈັດການໃຫ້ໄດ້. ດຽວນີ້, ຖ້າຫາກວ່າ ມັນເປັນຊຸມຊົນທ້ອງຖິ່ນ, ພວກເຂົາເຈົ້າ ອາດຈະບໍ່ສາມາດເຂົ້າເຖິງ Medicare, ແຕ່ກໍມີທາງເລືອກອື່ນ."
ນອກນັ້ນ ຍັງມີການດຳເນີນການງ່າຍໆ ທີ່ຜູ້ຄົນສາມາດເຮັດໄດ້ ເພື່ອປ້ອງກັນຕົວເອງ ຈາກການຕິດເຊື້ອ ທີ່ແພ່ລະບາດໄດ້ສູງນີ້.
Dr Lawler ແນະນໍາສອງສາມວິທີ.
"ຖ້າຫາກວ່າ ທ່ານກຳລັງຈະສັກລາຍ (Tattoo), ໄປທີ່ຮ້ານສັກລາຍ(Tattoo parlour) ມືອາຊີບ ທີ່ທ່ານສາມາດແນ່ໃຈໄດ້ວ່າ ເຕັກນິກການຂ້າເຊື້ອ (Sterilisation) ແມ່ນມີຄຸນນະພາບ. ຫຼີກເວັ້ນ ການຜ່າຕັດຕ່າງໆຢູ່ຕ່າງປະເທດ ບ່ອນທີ່ທ່ານບໍ່ສາມາດຮັບປະກັນ ການຂ້າເຊື້ອ(Sterilisation) ໄດ້. ແລະການເສບຢາເສບຕິດ ດ້ວຍການສັກຢາ,ແນ່ນອນ, ເຮັດໃຫ້ແນ່ໃຈວ່າ ທ່ານບໍ່ໄດ້ແບ່ງປັນເຄື່ອງມືສັກຢາໃດໆ, ບໍ່ວ່າຈະເປັນເຂັມ ,ບ່ວງ, ຫຼອດຢາ, ສາຍຮັດ, ແລະການໃຊ້ອຸບປະກອນທີ່ສະອາດທຸກຄັ້ງ."
ອົງການອະນາມັຍໂລກ (The World Health Organisation) ໄດ້ວາງເປົ້າຫມາຍ ໃນການກໍາຈັດ ເຊື້ອໄວຣັສຕັບອັກເສບ ທຸກປະເພດ ໃຫ້ຫມົດໄປໃນປີ 2030.
Dr Lawler ກ່າວວ່າ ເຖິງແມ່ນວ່າເປົ້າຫມາຍນັ້ນ ອາດເບິ່ງຄືວ່າໄກເກີນໄປຫນ້ອຍຫນຶ່ງໃນຕອນນີ້, ແຕ່ກໍສາມາດກຳໜົດເປົ້າການຕິດເຊື້ອບາງປະເພດໄດ້ແນ່ນອນ.
"ປີ 2030 ກໍາລັງຈະມາເຖິງໄວໆນີ້. ແຕ່ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງມີເປົ້າຫມາຍ. ແລະຂ້າພະເຈົ້າຄິດວ່າ, ໃນແງ່ຂອງ Hepatitis B ມັນເປັນສິ່ງທ້າທາຍ ເພາະວ່າ ພວກເຮົາຍັງບໍ່ມີການປິ່ນປົວ ທີ່ໄດ້ຜົນເທື່ອ. ກົງກັນຂ້າມກັບ Hepatitis C, ຊຶ່ງພວກເຮົາ ມີວິທີການປິ່ນປົວທີ່ດີເລີດ. ດັ່ງນັ້ນ, ຈຶ່ງເປັນເປົ້າຫມາຍທີ່ແທ້ຈິງກວ່າ, ໂດຍສະເພາະ ຢູ່ໃນປະເທດເຊັ່ນອອສເຕຣເລັຍ, ທີ່ພວກເຮົາ ມີການດູແລສຸຂະພາບຢ່າງທົ່ວເຖິງ ແລະມີ Pharmaceutical Benefits Scheme ຢ່າງກວ້າງຂວາງເພື່ອໃຫ້ມີການເຂົ້າເຖິງ ການປິ່ນປົວນີ້."
ເນື້ອເລື່ອງໂດຍ Alex Anyfantis ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌