ສຸຂະພາບລະບົບສືບພັນ ແລະລະບົບທາງເດີນປັດສາວະ ຂອງຜູ້ຊາຍ.
ການຄົ້ນຄວ້າໃຫມ່ ໄດ້ພົບວ່າ ຕ່ອມລູກໝາກໃຫຍ່ (Enlarged Prostate Gland) ກໍາລັງກໍ່ໃຫ້ເກີດບັນຫາຮ້າຍແຮງ ສໍາລັບຜູ້ຊາຍຫລາຍກວ່າ 2.8ລ້ານຄົນ ໃນອອສເຕຣເລັຍ ທີ່ມີອາຍຸສູງກວ່າ 50 ປີ.
ການຄົ້ນຄວ້າໂດຍ YouGov ຂອງ Boston Scientific ພົບວ່າຜູ້ຊາຍສ່ວນຫລາຍ ຈະບໍ່ຮູ້ເຖິງຄວາມຮ້າຍແຮງ ຂອງສະພາບການ ທາງສຸຂະພາບທົ່ວໄປ.
ບັນຫາ ຮວມເຖິງການເພີ່ມຂຶ້ນ ຂອງຄວາມຖີ່ຂອງການປັດສາວະ (ຖ່າຍເບົາ ຫຼື ຍ່ຽວ), ແລະການສ່ຽງຂອງການອັດຕັນ, ກະເພາະຍ່ຽວອັດຕັນ ແລະອາການທີ່ອັນຕະຣາຍຕໍ່ຊີວິດ.
ຊາຍຄົນຫນຶ່ງ ທີ່ລົມກັບ SBS News ໄດ້ອະທິບາຍວ່າ ຕ່ອມລູກໝາກ(Prostate Gland) ຂອງລາວໄດ້ໃຫຍ່ຂຶ້ນ ເທົ່າຂນາດຂອງ Softball ຊຶ່ງບັງຄັບໃຫ້ລາວຕ້ອງຜ່າຕັດ, ຕາມ Sue Lannin ລາຍງານ.
Barry Pescosta, ຊາຍອາຍຸຫົກສິບຫ້າປີ ຮູ້ເມື່ອປະມານ 20 ປີກ່ອນ ວ່າລາວມີບັນຫາ ກັບຕ່ອມລູກໝາກ (Prostate Gland) ຂອງລາວ ແຕ່ລາວບໍ່ຄິດວ່າ ມັນເປັນເລື່ອງໃຫຍ່.
ນັ້ນຈົນກວ່າ ລາວຕ້ອງເລີ່ມແລ່ນໄປຫ້ອງນ້ຳເລື້ອຍໆ ຍ້ອນ Benign Prostatic Hyperplasia, ຫຼືທີ່ເອີ້ນວ່າ ຕ່ອມລູກໝາກໃຫຍ່ (Enlarged Prostate Gland).
"ສິ່ງທີ່ບັງຄັບທ່ານ ໃຫ້ຕັດສິນໃຈແທ້ໆແມ່ນວ່າ ທ່ານບໍ່ສາມາດຍ່ຽວໄດ້ອີກຕໍ່ໄປ, ແລະແລ້ວເຂົາເຈົ້າຕ້ອງໃສ່ທໍ່ເຂົ້າໄປ. ມີຄວາມທຸກທໍລະມານຫລາຍຢ່າງ ທີ່ເກີດຂຶ້ນຈົນເຖິງເວລານັ້ນ. ຍົກຕົວຢ່າງ, ພວກເຮົາໄດ້ໄປຮ້ານອາຫານ ແລະຂ້າພະເຈົ້າໄດ້ໄປຫ້ອງນ້ຳ ປະມານສິບເທື່ອ ແລະທຸກຄົນທີ່ນັ່ງຢູ່ທີ່ໂຕະ ກໍບໍ່ເຄີຍໄປເລີຍ. ແລະແລ້ວ ການຍ່າງຈາກໂຕະໄປຫາຫ້ອງນ້ຳ ກໍຄືກັນກັບການແຂ່ງຂັນ. ທ່ານຕ້ອງມີແຜນທີ່ໄປຫາຫ້ອງນໍ້າ ໃນບ່ອນທີ່ທ່ານໄປ ແລະມັນຍັງມີຜົນກະທົບ ຕໍ່ເລື້ອງທາງເພດເມື່ອມັນໃຫຍ່ຫຼາຍ."
ຕ່ອມລູກໝາກ (Prostate Gland) ເປັນສ່ວນຫນຶ່ງຂອງລະບົບສືບພັນ ແລະລະບົບທາງເດີນປັດສາວະ (Urinary System) ຂອງຜູ້ຊາຍ ແລະຕ່ອມລູກໝາກ (Prostate Gland) ທີ່ມີສຸຂະພາບດີ ຕາມປົກກະຕິແລ້ວຈະມີຂນາດປະມານເທົ່າກັບ Walnut.
ສາດສະດາຈານ Helen O'Connell ໄດ້ຮັບຫຼຽນ Order of Australia ສໍາລັບວຽກງານຄົ້ນຄວ້າ ທີ່ບຸກເບີກຂອງນາງ ກ່ຽວກັບສະພາບລະບົບທາງເດີນປັດສາວະ ທັງໃນຜູ້ຍິງ ແລະຜູ້ຊາຍ.
ນາງຍັງເປັນຫມໍຜ່າຕັດ ລະບົບທາງເດີນປັດສາວະ ຜູ້ຍິງຄົນທໍາອິດຂອງອອສເຕຣເລັຍ ແລະເປັນປະທານຂອງສະມາຄົມ Urological Society of Australia, ພ້ອມທັງເປັນສາດສະດາຈານ ທີ່ມະຫາວິທະຍາໄລ Melbourne.
ນາງເວົ້າວ່າ ການແລ່ນໄປຫ້ອງນ້ຳ ຫລືການກະຕຸ້ນໃຫ້ກັ້ນຍ່ຽວບໍ່ໄດ້, ເປັນອາການທົ່ວໄປ ຂອງລູກໝາກໃຫຍ່ (Enlarged Prostate).
"ຄວາມຍາກລຳບາກ ທີ່ຈະໄປຫ້ອງນໍ້າໃຫ້ທັນເວລາ ເປັນສິ່ງທີ່ລົບກວນແທ້ໆ ຊຶ່ງອາດສົ່ງຜົນ ຕໍ່ຄຸນນະພາບຊີວິດຂອງເຂົາເຈົ້າ, ມີຜົນກະທົບທາງສັງຄົມຂອງເຂົາເຈົ້າ, ຕໍ່ຫນ້າທີ່ການງານ ເພາະເຂົາເຈົ້າຕ້ອງຮູ້ວ່າຫ້ອງນໍ້າຢູ່ໃສ. ແລະມັນມີຜົນກະທົບ ຕໍ່ຄວາມຫມັ້ນໃຈຂອງເຂົາເຈົ້າ ແລະມັນເປັນບັນຫາ ທີ່ຫນ້າອັບອາຍ."
ການສໍາຫລວດຜູ້ຊາຍ ຫລາຍກວ່າ 1,000 ຄົນ ທີ່ມີອາຍຸ 50 ປີຂຶ້ນໄປ ໃນເດືອນກໍລະກົດ ໂດຍ YouGov ຂອງ Boston Scientific ພົບວ່າ ມີພຽງແຕ່ ຫນຶ່ງສ່ວນສາມ ຂອງຜູ້ຊາຍ ທີ່ຖືກສໍາພາດ ໄດ້ລາຍງານວ່າ ມີລູກໝາກໃຫຍ່ (Enlarged Prostate).
ແລະເຂົາເຈົ້າປະເມີນຕ່ຳເກີນໄປວ່າ ມີຜູ້ຊາຍຈັກຄົນ ທີ່ມີບັນຫາ ໂດຍເຄິ່ງຫນຶ່ງ ເຊື່ອວ່າ ລູກໝາກໃຫຍ່ (Enlarged Prostate) ມີຜົນກະທົບ ຕໍ່ຜູ້ຊາຍປະມານ ສາມໃນສິບຄົນ.
ສາດສະດາຈານ O'Connell ກ່າວວ່າ ຈໍານວນທີ່ແທ້ຈິງ ແມ່ນຫ້າໃນສິບຄົນ.
"ປະມານ 15% ຂອງຜູ້ຊາຍ ທີ່ມີບັນຫາຮ້າຍແຮງ ກໍາລັງຊອກຫາການວິນິສັຍແທ້ໆ. ດັ່ງນັ້ນ ປະມານ 50% ຂອງຄົນທີ່ມີບັນຫາ ບໍ່ໄດ້ໄດ້ຮັບຄວາມຊ່ວຍເຫຼືອ. ມີສູງເຖິງ 60 ເປີເຊັນ ຂອງຄົນທີ່ມີບັນຫາ ທີ່ມີຄວາມຮີບດ່ວນ ແລະແມ່ນແຕ່ການກະຕຸ້ນໃຫ້ກັ້ນຍ່ຽວບໍ່ຢູ່ (Urge Incontinence) "
Ethan Salleh, ນາຍໝໍທົ່ວໄປ (GP) ຮູ້ເຖິງບັນຫາເລື່ອງກະຕຸ້ນກັ້ນຍ່ຽວບໍ່ຢູ່ (Urge Incontinence) ຫລືຕ້ອງແລ່ນໄປຫ້ອງນ້ຳເລື້ອຍໆ.
ລາວຍັງທົນທຸກ ຢູ່ກັບຕ່ອມລູກໝາກໃຫຍ່ (Enlarged Prostate Gland)
"ໃນຊ່ວງກາງວັຍ 50 ປີ, ຂ້າພະເຈົ້າໄດ້ເລີ່ມປະສົບກັບ ສິ່ງທີ່ເຮົາເອີ້ນວ່າNocturia ຫລືການຕ້ອງຕື່ນຂຶ້ນຫລາຍເທື່ອໃນຕອນກາງຄືນ ເພື່ອໄປຫ້ອງນ້ຳ. ຂ້າພະເຈົ້າຍັງໄດ້ພົບວ່າ ຍ່ຽວຂອງຂ້າພະເຈົ້າບໍ່ແຮງ ເມື່ອປຽບໃສ່ກັບຕອນຂ້າພະເຈົ້າຍັງໜຸ່ມ. ຂ້າພະເຈົ້າພົບວ່າ ຂ້າພະເຈົ້າບໍ່ສາມາດກັ້ນຍ່ຽວຂອງຂ້າພະເຈົ້າໄວ້ໄດ້. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຕ້ອງແລ່ນໄປຫາຫ້ອງນ້ຳໄວໆ. ສະນັ້ນ, ນີ້ຄືສັນຍານຂອງ Benign Prostatic Hyperplasia."
Dr Salleh ກ່າວວ່າ ຜູ້ຊາຍທີ່ມາຈາກພື້ນຖານຂອງຜູ້ອົບພະຍົບ ແລະກຸ່ມວັດທະນະທັມທີ່ແຕກຕ່າງກັນ ມັກຈະຮູ້ສຶກອັບອາຍ ຫລືເຂີນອາຍທີ່ຈະຂໍຄວາມຊ່ອຍເຫລືອ.
"ແນ່ນອນວ່າ ມັນກ່ຽວກັບວັດທະນະທັມ. ໂດຍການທີ່ມາຈາກພື້ນຖານຂອງຜູ້ອົບພະຍົບລຸ້ນທໍາອິດ, ຂ້າພະເຈົ້າຮູ້ວ່າ ສະມາຊິກໃນຄອບຄົວຂອງຂ້າພະເຈົ້າ ທີ່ໄດ້ຍ້າຍມາຢູ່ທີ່ນີ້ກ່ອນຫນ້ານັ້ນ, ເຂົາເຈົ້າບໍ່ຢາກເວົ້າ ກ່ຽວກັບເລື່ອງອາໄວຍະວະສ່ວນຕົວ. ສະນັ້ນ, ເຂົາເຈົ້າຈຶ່ງບໍ່ເວົ້າກ່ຽວກັບເລື່ອງນີ້ ແລະທົນທຸກຢູ່ຢ່າງງຽບໆ."
ລາວຍັງເຫັນຄົນໄຂ້ ທີ່ແຕກຕ່າງກັນເລື່ອງເພດ, ຮ່ວມທັງຜູ້ຍິງຂ້າມເພດ (Trans women), ຜູ້ທີ່ລາວກ່າວວ່າ ຕ້ອງໄດ້ຮັບການກວດສອບຕ່ອມລູກໝາກ (Prostate Gland) ຂອງເຂົາເຈົ້າ.
"ເຖິງແມ່ນວ່າ ທ່ານໄດ້ຜ່ານການບຳບັດທາງແພດ ທີ່ຢືນຢັນເພດ ເພາະວ່າຕ່ອມລູກໝາກ (Prostate Gland) ຍັງຢູ່ທີ່ນັ້ນ ມັນກໍຍັງສາມາດຂຍາຍຕົວໄດ້. ດັ່ງນັ້ນ, ຄົນທີ່ເກີດມາພ້ອມກັບຕ່ອມລູກໝາກ (Prostate Gland) ຄວນຮັບການກວດ ແລະເວົ້າລົມກັບ GP ຖ້າເຂົາເຈົ້າມີອາການໃດໆ."
ສໍາລັບ Barry Pescosta, ລາວກໍາລັງພັກຟື້ນ ຫລັງຈາກໄດ້ຮັບການຜ່າຕັດ ຕ່ອມລູກໝາກໃຫຍ່ (Enlarged Prostate Gland) ໃນເດືອນພຶດສະພາ.
ລາວກໍາລັງຊຸກຍູ້ ຜູ້ຊາຍໃຫ້ອອກມາກວດສຸຂະພາບ ກ່ອນມັນຈະຊ້າເກີນໄປ.
"ໄປຕອນທໍາອິດ ແມ່ນຕອນຂ້ອຍຍັງໜຸ່ມ ແລະຂ້ອຍກໍຕົກໃຈຫຼາຍ ກັບຄວາມຈິງທີ່ວ່າ ຂ້ອຍມີຕ່ອມລູກໝາກໃຫຍ່ (Enlarged Prostate Gland) - ທ່ານບໍ່ຄິດວ່າ ຈະເປັນໄປໄດ້ ຕອນທ່ານຍັງໜຸ່ມ. ແລ້ວຂ້ອຍບໍ່ໄດ້ໄປອີກ ເປັນເວລາດົນນານຫລັງຈາກນັ້ນ ເພາະຂ້ອຍບໍ່ຢາກປະເຊີນກັບມັນ. ແລ້ວເມື່ອອາການຂອງຂ້ອຍເລີ້ມຮ້າຍແຮງຂຶ້ນ ເທື່ອລະນ້ອຍ, ຂ້ອຍໄດ້ໄປອີກ ແລະຮູ້ວ່າຕ່ອມລູກໝາກ (Prostate Gland) ຂອງຂ້ອຍໃຫຍ່ເທົ່າກັບ Softball, ຊຶ່ງມັນໃຫຍ່ຫລາຍ. ແລ້ວມັນກໍເປັນພຽງການນັບຖອຍຫລັງ ຈົນກວ່າຂ້ອຍຕ້ອງໄດ້ຮັບການຜ່າຕັດ."
Dina Pescosta, ເມັຍຂອງ Barry, ຢາກໃຫ້ມີການປະຊາສຳພັນຫລາຍຂຶ້ນ ແລະເປີດຄະລີນິກຂອງຜູ້ຊາຍຫລາຍກວ່າເກົ່າ ເພື່ອຊຸກຍູ້ເຂົາເຈົ້າ ໃຫ້ໄດ້ຮັບຄວາມຊ່ອຍເຫລືອ, ເຊັ່ນດຽວກັບໂຄງການໃຫຍ່ ທີ່ຊຸກຍູ້ຜູ້ຍິງໃຫ້ກວດເບິ່ງໂຣກມະເລັງເຕົ້ານົມ ແລະໂຣກມະເລັງໃນມົດລູກ.
"ຜູ້ຊາຍມີນິສັຍທີ່ບໍ່ຄ່ອຍດີ ທີ່ຈະເລື່ອນສິ່ງຕ່າງໆອອກໄປ. ເຂົາເຈົ້າບໍ່ຢາກໄດ້ຍິນຂ່າວບໍ່ດີ. ຂ້ອຍຄິດວ່າ ຜູ້ຍິງມີຄວາມກະຕືລືລົ້ນຫລາຍກວ່າ ໃນເລື່ອງແບບນີ້. ເຂົາເຈົ້າຢາກຮູ້ວ່າ ມີຫຍັງເກີດຂຶ້ນ. ທ່ານມີກ້ອນເນື້ອ, ທ່ານບໍ່ປະມັນໄວ້, ທ່ານແກ້ໄຂມັນ, ຫຼືແມ່ນຫຍັງແບບນັ້ນ. ແມ່ນແລ້ວ,ຂ້ອຍໄດ້ຊຸກຍູ້ລາວ ໃຫ້ໄປຫາທ່ານຫມໍ, ແຕ່ດັ່ງທີ່ຂ້ອຍໄດ້ເວົ້າ ວ່າເຮົາໂຊກດີຫລາຍ ທີ່ພວກເຮົາໄດ້ຮັບການດູແລທີ່ດີ ຕັ້ງແຕ່ຕອນຕົ້ນ, ຊຶ່ງມັນໄດ້ໃຫ້ຄວາມສະບາຍໃຈ."
ຖ້າບໍ່ໄດ້ຮັບການປິ່ນປົວ, ຕ່ອມລູກໝາກໃຫຍ່(Enlarged Prostate Gland) ອາດນໍາໄປສູ່ ການຕິດເຊື້ອຂອງທາງເດີນປັດສາວະ, ໜິ້ວຫມາກໄຂ່ຫລັງ ແລະຫມາກໄຂ່ຫລັງພິການ.
ເນື້ອເລື່ອງໂດຍ Sue Lannin ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌