ໂຣກກະດູກ ແລະຜູ້ສູງອາຍຸໃນ ອອສເຕຣເລັຍ.

Medix 90 a tool for routine osteoporosis and fracture risk assessment. Cardiology hospital. Ho Chi Minh City. Vietnam.

ທ່ານໝໍກຳລັງໃຊ້ເຄື່ອງມືໃນການວິນິດສັຍ osteoporosis ແລະຄວາມສ່ຽງໃນການຫັກຂອງກະດູກ. Credit: Godong/Godong/Universal Images Group vi

ຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ 50 ປີ ໄດ້ຮັບການເຕືອນກ່ຽວກັບໂຣກ ກະດູກຂາດແຮ່ທາດ (Osteopenia) ແລະໂຣກກະດູກຜຸ (Osteoporosis). ລາຍງານພົບວ່າ ຫລາຍກວ່າ ສອງໃນສາມຄົນ ໃນກຸ່ມອາຍຸນັ້ນ ມີສຸຂະພາບກະດູກບໍ່ດີ. ປີກາຍນີ້, ໃນອອສເຕຣເລັຍ, ກະດູກຫັກໄດ້ເກີດຂຶ້ນທຸກໆ 2.7 ນາທີ, ໝາຍເຖິງ ມີການຫັກ ຫລາຍກວ່າ 193,000 ເທື່ອ. ຄ່າໃຊ້ຈ່າຍທັງຫມົດ ຂອງ Osteopenia ແລະ Osteoporosisແມ່ນປະມານ 4.8 ພັນລ້ານໂດລາ, ແລະຄາດວ່າ ຄ່າໃຊ້ຈ່າຍ ຈະເພີ່ມຂຶ້ນເຖິງ 8.3 ພັນລ້ານໂດລາ ໃນປີ 2033.


ໂຣກກະດູກ ແລະຜູ້ສູງອາຍຸໃນ ອອສເຕຣເລັຍ.

ຊາວ ທີ່ມີອາຍຸສູງກວ່າ 50 ປີ ກໍາລັງຖືກເຕືອນ ໃຫ້ດູແລກະດູກຂອງເຂົາເຈົ້າ, ຫລັງຈາກລາຍງານໃຫມ່ພົບວ່າ ຊາວອອສເຕຣເລັຍ ຫລາຍກວ່າ ສອງໃນສາມຄົນ ໃນກຸ່ມອາຍຸນີ້ ມີສຸຂະພາບກະດູກບໍ່ດີ.

ລາຍງານ ທີ່ເຜີຍແພ່ໂດຍ Healthy Bones Australia ຍັງໃຫ້ຄວາມແຈ່ມແຈ້ງ ກ່ຽວກັບຄວາມກ່ຽວຂ້ອງ ລະຫວ່າງການເພີ່ມຂຶ້ນ ຂອງຈໍານວນໂຣກ ກ່ຽວກັບຄວາມໜາແໜ້ນ ຂອງກະດູກ ແລະພາລະທາງເສດຖະກິດ ທີ່ເພີ່ມຂຶ້ນ ຕໍ່ລະບົບສຸຂະພາບ.

ທ່ານຫມໍ ແລະຜູ້ທີ່ໃຊ້ຊີວິດ ຢູ່ກັບໂຣກນີ້ ກໍາລັງຍົກລະດັບຄວາມຮັບຮູ້ ເພື່ອຊຸກຍູ້ຜູ້ຄົນ ໃຫ້ກວດເບິ່ງກະດູກຂອງເຂົາເຈົ້າ ເປັນປະຈໍາ...ດັ່ງທີ່ Wing Kuang ແລະ Alexandra Jones ລາຍງານ.

ເປັນເວລາ ສອງທົດສະວັດທີ່ຜ່ານມາ, Susanne Gervay ໄດ້ເລົ່າເລື່ອງສຳລັບເດັກນ້ອຍຊື່ 'I am Jack' ຊຶ່ງແມ່ນປຶ້ມນິຍາຍ ທີ່ຂາຍດີທີ່ສຸດຂອງນາງ.

ແຕ່ບັດນີ້, ນັກຂຽນທີ່ໄດ້ຮັບລາງວັນ ມີຂໍ້ຄວາມສໍາຄັນ ຕໍ່ຜູ້ທີ່ມີອາຍຸສູງກວ່າ 50 ປີວ່າ: ຢ່າລືມ ກວດສຸຂະພາບ ກະດູກຂອງທ່ານ.

"ຂ້ອຍມີປວັດອັນຍາວນານກັບ Rheumatoid ເປັນເວລາຫຼາຍປີ ແຕ່ຂ້ອຍບໍ່ເຄີຍຮູ້ວ່າ ທ່ານສາມາດເປັນໂຣກກະດູກຜຸ (Osteoporosis) ໄດ້ຄືກັນ. ສະນັ້ນ, ສໍາລັບຄົນຫນຸ່ມຫລາຍຄົນ ຄືກັບຂ້ອຍ, ຕອນຂ້ອຍຍັງນ້ອຍ, ຂ້ອຍບໍ່ໄດ້ດູແລເລື້ອງນັ້ນ. ເມື່ອຂ້ອຍມີອາຍຸສູງຂຶ້ນ, ຂ້ອຍກໍຍັງບໍ່ໄດ້ດູແລມັນ ຈົນກວ່າຂ້ອຍໄດ້ເລີ່ມສະດຸດ, ສະດຸດ ແລະລົ້ມລົງ. ແລະເມື່ອຂ້ອຍລົ້ມລົງເປັນເທື່ອທໍາອິດ, ຂ້ອຍໄດ້ຍິນສຽງກະດູກແຕກ, ມັນເປັນກະດູກຂ້າງສອງສາມອັນ, ແລະຂ້ອຍໄດ້ຄິດວ່າ, 'ເປັນຫຍັງ?'"

ຫລັງຈາກໄດ້ຜ່ານການກວດສຸຂະພາບ, Sussane Gervay ພົບວ່າ ນາງເປັນໂຣກ ກະດູກຂາດແຮ່ທາດ (Osteopenia) ບໍ່ດົນ ກໍກາຍເປັນໂຣກກະດູກຜຸ (Osteoporosis), ຊຶ່ງເປັນໂຣກທີ່ສາມາດເຮັດໃຫ້ກະດູກແຕກຫັກງ່າຍ.

ນາງແປກໃຈ ກັບການວິນິສັຍນັ້ນ, ເຖິງແມ່ນວ່າ ນາງໄດ້ເຫັນອາການແບບນັ້ນ ໃນຄອບຄົວຂອງນາງກໍຕາມ.

“ແມ່ຜົວຂ້ອຍ ໄດ້ຕາຍຢ່າງໜ້າສົມເພດ. ປອດຂອງນາງ ເຕັມໄປດ້ວຍນ້ຳ ເພາະກະດູກສັນຫຼັງຫລັງ ຂອງນາງຍຸບລົງ. ແມ່ຂອງຂ້ອຍເອງ, ລາວກໍເສັຍຊີວິດ ຍ້ອນໂຣກກະດູກຜຸ ແລະຍ່າງບໍ່ໄດ້ ແລະຂ້ອຍກໍຍັງບໍ່ເຂົ້າໃຈວ່າ ບາງທີ ຂ້ອຍອາດເປັນໂຣກນັ້ນເຊັ່ນກັນ."

ອີງຕາມການລາຍງານໃຫມ່ ຂອງອົງການທີ່ບໍ່ສແວງຜົນກຳໄລ Healthy Bones Australia, ຈໍານວນຄົນ ທີ່ມີອາການຂອງໂຣກກະດູກ ຂາດຄວາມໜັກແໜ້ນ ໄດ້ເພີ່ມຂຶ້ນ 34 ເປີເຊັນນັບແຕ່ປີ 2012.

ຜູ້ຊ່ຽວຊານ ໄດ້ຄາດການວ່າ ຈໍານວນຈະເພີ່ມຂຶ້ນເລື້ອຍໆ, ແລະໃນປີ 2033, ມັນອາດຈະສູງເຖິງ 7.7 ລ້ານຄົນ.

ໂດຍສະເພາະ ຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ 50 ປີ ໄດ້ຮັບການເຕືອນ ເຖິງການສ່ຽງທີ່ສູງກວ່າ. ດັ່ງທີ່ລາຍງານພົບວ່າ ຫລາຍກວ່າ ສອງໃນສາມຄົນ ໃນກຸ່ມອາຍຸນັ້ນ ມີສຸຂະພາບກະດູກບໍ່ດີ.

ສະຖານະການ ອາດຮ້າຍແຮງຂຶ້ນ ໃນອະນາຄົດອັນໃກ້ນີ້ ເພາະອອສເຕຣເລັຍ ກໍາລັງປະເຊີນ ກັບຈໍານວນຜູ້ຄົນ ທີ່ມີອາຍຸສູງຂຶ້ນຢ່າງໄວ.

ຂໍ້ມູນ ຂອງການສໍາຫລວດສຳມະໂນຄົວ ໃນປີ 2021 ສະແດງໃຫ້ເຫັນວ່າ 29 ເປີເຊັນ ຂອງຈໍານວນປະຊາກອນ ມີອາຍຸ 55 ປີແລະສູງກວ່າ.

ປີກາຍນີ້, ໃນອອສເຕຣເລັຍ, ກະດູກຫັກໄດ້ເກີດຂຶ້ນທຸກໆ 2.7 ນາທີ, ໝາຍເຖິງ ມີການຫັກ ຫລາຍກວ່າ 193,000 ເທື່ອ.

ແລະການເພີ່ມຂຶ້ນ ຂອງໂຣກກ່ຽວກັບຄວາມຫນາແຫນ້ນຂອງກະດູກ ສາມາດ ສ້າງພາລະທາງເສດຖະກິດ ໃຫ້ແກ່ລະບົບສຸຂະພາບ ແລະສັງຄົມຫຼາຍຂຶ້ນ.

ປີກາຍນີ້, ຄ່າໃຊ້ຈ່າຍທັງຫມົດ ຂອງ Osteopenia ແລະ Osteoporosisແມ່ນປະມານ 4.8 ພັນລ້ານໂດລາ, ແລະຄາດວ່າ ຄ່າໃຊ້ຈ່າຍ ຈະເພີ່ມຂຶ້ນເຖິງ 8.3 ພັນລ້ານໂດລາ ໃນປີ 2033.

ສາດສະດາຈານ Peter Wong ເປັນຜູ້ອໍານວຍການ ທາງແພດທີ່ Healthy Bones Australia ເວົ້າວ່າ ຄ່າໃຊ້ຈ່າຍ ບໍ່ພຽງແຕ່ກ່ຽວກັບຄ່າໃຊ້ຈ່າຍຢູ່ໂຮງຫມໍເທົ່ານັ້ນ, ແຕ່ຍັງແມ່ນ ຄ່າການດູແລ ຢູ່ນອກໂຮງຫມໍນໍາອີກ.

"ອາດເປັນການຫັກຂອງກະດູກທີ່ແພງທີ່ສຸດ, ແລະເປັນສິ່ງທີ່ ເຮົາເປັນຫ່ວງຫລາຍທີ່ສຸດ, ແມ່ນການຫັກຂອງກະດູກສະໂພກ. ແລະເຫດຜົນກໍເພາະວ່າ ມັນມີຄ່າໃຊ້ຈ່າຍຫລາຍກວ່າ 45 ພັນໂດລາຕໍ່ຄົນ ທີ່ກະດູກສະໂພກຫັກ. ແລະຍິ່ງໄປກວ່ານັ້ນ, ຍັງບໍ່ໄດ້ນັບຄ່າໃຊ້ຈ່າຍ ຂອງຄົນໄຂ້ ໃນຄວາມເຈັບປວດ ແລະຄວາມທຸກທໍລະມານສ່ວນຕົວ ຫລືຄອບຄົວ ແລະຜູ້ດູແລຂອງເຂົາເຈົ້າ. ແລະສ່ວນຫລາຍແລ້ວ ສິ່ງທີ່ບໍ່ຮູ້ຫລັງຈາກກະດູກສະໂພກຫັກ ກໍຄືອັດຕາຄວາມສ່ຽງຕໍ່ການຕາຍ ໃນ 12 ເດືອນທໍາອິດ ແມ່ນປະມານ 1 ໃນ 3, ຊຶ່ງເປັນຈໍານວນສູງຫລາຍ."

ກະດູກສະໂພກຫັກ (Hip fracture) ເປັນການຫັກ ທີ່ມີລາຄາແພງທີ່ສຸດ,ໃນຂນະທີ່ ການຫັກທີ່ຂໍ້ແຂນ, ກະດູກສັນຫຼັງ, ຂາ ແລະແຂນ ແມ່ນເຫດການທີ່ເຫັນເລື້ອຍໆ.

ແລະມັນບໍ່ພຽງແຕ່ ກ່ຽວກັບເງິນເທົ່ານັ້ນ-ຜູ້ທີ່ມີສະພາບການເປັນຢູ່ຢ່າງ Sussane Gervay ພົບວ່າ ສະພາບກະດູກຂອງນາງ ມີຜົນກະທົບຕໍ່ສຸຂະພາບທາງຈິດໃຈ ຂອງນາງຄືກັນ.

ນາງເວົ້າວ່າ ຄົນຫນຸ່ມຄວນປະເມີນປັດຈັຍຄວາມສ່ຽງ ຂອງເຂົາເຈົ້າ ໃຫ້ໄວເທົ່າທີ່ຈະເປັນໄປໄດ້, ເພາະການກວດສອບ ເປັນສິ່ງສໍາຄັນ ທີ່ຈະເຮັດໃຫ້ການສູນເສັຍ ຄວາມຫນາແຫນ້ນຂອງກະດູກນັ້ນ ຊ້າລົງ.

"ຜົນກະທົບທາງຈິດໃຈ ແມ່ນຮ້າຍແຮງຫຼາຍ. ມັນບໍ່ຄວນຈະເປັນເຊັ່ນນັ້ນ. ມັນຄວນຈະເປັນ: 'ບໍ່ເປັນຫຍັງ, ນີ້ແມ່ນສ່ວນຫນຶ່ງ ຂອງພັນທຸກັມຂອງຂ້ອຍ, ນີ້ຄືຕົວຂ້ອຍ, ແຕ່ທ່ານມີບາງສິ່ງ ທີ່ຕ້ອງເຮັດ!' ແລະຂ້ອຍຂໍຮ້ອງໃຫ້ທ່ານ ເຮັດສິ່ງເຫລົ່ານັ້ນ. ເມື່ອທ່ານມີອາຍຸຫຼາຍຂຶ້ນ ໃຫ້ຫຼິ້ນກັບລູກຫລານຂອງທ່ານ ແຕ່ຢ່າສະດຸດຂອງຫຼິ້ນຂອງເຂົາ!"

ເນື້ອເລື່ອງໂດຍ  Alexandra Jones and Wing Kuang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share