ການບໍ່ຮູ້ກ່ຽວກັບໂຣກໂຣກລີ້ນຫົວໃຈ ຂອງຄົນອອສເຕຣເລັຍ.
ສັບປະດານີ້ ແມ່ນສັບປະດາຂອງ ໂຣກລີ້ນຫົວໃຈ (Heart Valve Disease).
ຫຼາຍກວ່າສອງແສນຫ້າໝື່ນຄົນ ໄດ້ຕິດເຊື້ອ ໂຣກລີ້ນຫົວໃຈ(Heart Valve Disease).
ແຕ່ການຄົ້ນຄວ້າສະແດງໃຫ້ເຫັນວ່າ ຄົນສ່ວນໃຫຍ່ ບໍ່ຮູ້ກ່ຽວກັບໂຣກນີ້ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງຫຼາຍຂຶ້ນອີກ.
Alex Anyfantis ລາຍງານ.
ການຫາຍໃຈຖີ່.
ຫົວໃຈສັ່ນ (Heart palpitations).
ວິນຫົວ ແລະ ອ່ອນເພັຍ.
ນີ້ເປັນພຽງອາການບາງຢ່າງ ຂອງການເຈັບປ່ວຍທີ່ຮ້າຍແຮງ ທີ່ເອີ້ນວ່າ ໂຣກລີ້ນຫົວໃຈ (Heart Valve Disease) ທີ່ຊາວອອສເຕຣເລັຍຫຼາຍແສນຄົນຕິດ, ແຕ່ເບິ່ງຄືວ່າ ບໍ່ມີຫຼາຍຄົນທີ່ຮູ້ກ່ຽວກັບໂຣກນີ້.
Dr Heath Adams, ຫມໍໂຣກຫົວໃຈທີ່ໂຮງຫມໍ Royal Hobart, ຊີ້ໃຫ້ເຫັນເຖິງຄວາມຮ້າຍແຮງຂອງໂຣກນີ້.
"ໂຣກລີ້ນຫົວໃຈ (Heart Valve Disease)ເປັນເລື່ອງທັມມະດາຫຼາຍ ແລະສ່ວນໃຫຍ່ ມັນເກີດຂຶ້ນກັບຄົນທີ່ມີອາຍຸ. ແລະໂຣກລີ້ນຫົວໃຈ (Heart Valve Disease)ນີ້ ແມ່ນກ່ຽວຂ້ອງກັບ ບໍ່ວ່າຈະເປັນລີ້ນຫົວໃຈຮົ່ວ (Leaky Valve) ຫຼືລີ້ນນຫົວໃຈຕີບ (Narrow Valve) ຊຶ່ງເຮັດໃຫ້ກ້າມເນື້ອຫົວໃຈ ມີຄວາມກົດດັນ, ເຊັ່ນວ່າ ມັນບໍ່ສາມາດສູບເລືອດ ໄປທົ່ວຮ່າງກາຍໄດ້ຢ່າງທົ່ວເຖິງ. ແລະພວກເຮົາພົບວ່າ ຊາວອອສເຕຣເລັຍ ເຖິງເຄິ່ງລ້ານຄົນ ໄດ້ຮັບຜົນກະທົບຈາກໂຣກລີ້ນຫົວໃຈ (Heart Valve Disease) ແລະຖ້າຫາກວ່າ ມັນຖືກປະໄວ້ ໂດຍບໍ່ໄດ້ຮັບການປິ່ນປົວ, ມັນອາດຈະພາໃຫ້ຫົວໃຈລົ້ມເຫຼວ, ເຂົ້າໂຮງຫມໍ, ເປັນ Stroke ແລະບາງຄັ້ງ ມັນອາດຈະເປັນສາເຫດ ຂອງການເສັຍຊີວິດນຳອີກ."
ອີງຕາມການລາຍງານໃຫມ່ ຈາກອົງການການກຸສົນ hearts4heart, ຊາວອອສເຕຣເລັຍ ຫຼາຍກວ່າຫນຶ່ງສ່ວນສີ່ລ້ານຄົນ ໄດ້ຕິດເຊື້ອໂຣກນີ້ແລ້ວ, ເຊິ່ງຈໍານວນດັ່ງກ່າວ ຄາດວ່າຈະເພີ່ມຂຶ້ນ.
ລາຍງານລະບຸວ່າ ພາຍໃນປີ 2051 ຈໍານວນຄົນທີ່ເປັນ ໂຣກລີ້ນຫົວໃຈ (Heart Valve Disease) ຈະສູງເຖິງ 435,000 ຄົນ.
ດຣ Adams ອະທິບາຍເຫດຜົນ ຂອງການເພີ່ມຂຶ້ນທີ່ຄາດຄະເນໄວ້ນີ້.
"ໃນອອສເຕຣເລັຍ ພວກເຮົາຈະໄດ້ປະສົບກັບ ການເພີ່ມຂຶ້ນຂອງໂຣກລີ້ນຫົວໃຈ (Heart Valve Disease) ຢ່າງໄວ ແລະນັ້ນແມ່ນຍ້ອນວ່າ ຄົນລຸ້ນ Boomer (Boomer Generation) ໃນເວລານີ້ ມີອາຍຸ 80 ປີຫຼືສູງກວ່າ. ບັດນີ້ ໂຣກລີ້ນຫົວໃຈ (Heart Valve Disease) ນີ້ ສາມາດມີຜົນກະທົບຕໍ່ບາງກຸ່ມໄດ້ ໂດຍສະເພາະຜູ້ສູງອາຍຸ. ມັນຍັງສາມາດ ສົ່ງຜົນກະທົບຕໍ່ຄົນເຈັບ ທີ່ເຄີຍເປັນ Rheumatic Fever ບໍ່ວ່າ ຈະເປັນຄົນເຈັບ ທີ່ມາຈາກອອສເຕຣເລັຍຫຼື ຜູ້ຍົກຍ້າຍຖິ່ນຖານ ທີ່ເຄີຍເປັນ Rheumatic Fever ມາແຕ່ບ້ານເກີດ ເຊິ່ງສາມາດນໍາໄປສູ່ໂຣກປະເພດອື່ນ ເຊິ່ງສາມາດປິ່ນປົວໄດ້ເຊັ່ນກັນ."
ແຕ່ນັ້ນ ບໍ່ໄດ້ເປັນການຄົ້ນພົບທີ່ສຳຄັນທີ່ສຸດ ຂອງລາຍງານຈາກ hearts4heart.
Tanya Hall ຜູ້ກໍ່ຕັ້ງ ແລະຫົວຫນ້າອົງກອນການກຸສົນກ່າວວ່າ ຍັງມີຜົນທີ່ຫນ້າວິຕົກຫຼາຍກວ່ານັ້ນ ທີ່ຈະອອກມາ.
"ການຄົ້ນພົບ ຈາກການຄົ້ນຄວ້າໃຫມ່ ບອກພວກເຮົາວ່າ ຫຼາຍກວ່າຫນຶ່ງສ່ວນສີ່ຂອງຊາວອອສເຕຣເລັຍ, ເຊິ່ງປະມານ 5.6 ລ້ານຄົນ, ບໍ່ເຄີຍໄດ້ຍິນ ກ່ຽວກັບໂຣກລີ້ນຫົວໃຈ (Heart Valve Disease) ພ້ອມທັງຜົນກະທົບ ແລະຄວາມທ້າທາຍຂອງມັນ. ມີພຽງຫນຶ່ງສ່ວນສາມ ຂອງຊາວອອສເຕຣເລັຍທັງຫມົດ ທີ່ຮູ້ຈັກໂຣກລີ້ນຫົວໃຈ (Heart Valve Disease) ແລະນີ້ ຮວມເຖິງ ຜູ້ທີ່ໃຊ້ຊີວິດຢູ່ກັບໂຣກນີ້. ມັນຍັງບອກເຮົາວ່າ ເກືອບຫນຶ່ງສ່ວນສີ່ ຂອງຜູ້ທີ່ມີອາຍຸສູງກວ່າ 65 ປີ ທີ່ມີຄວາມສ່ຽງສູງ ກໍຍັງບໍ່ຮູ້ວ່າເປັນໂຣກຫົວໃຈເຊັ່ນກັນ."
Ms Hall ພະຍາຍາມອະທິບາຍເຫດຜົນ ກ່ຽວກັບການຂາດຄວາມຮັບຮູ້ ກ່ຽວກັບໂຣກນີ້.
"ຄົນເຮົາ ມັກຈະຄິດວ່າ ຄົນທີ່ເປັນໂຣກຫົວໃຈວາຍ ຍ້ອນວ່າເປັນໂຣກຫົວໃຈ. ແຕ່ມີໂຣກຫົວໃຈຫຼາຍປະເພດ ແລະພວກເຮົາຈໍານວນບໍ່ຫນ້ອຍ ທີ່ຮູ້ເຖິງ ຜົນກະທົບ ຂອງການມີອາຍຸສູງຂຶ້ນ ຕໍ່ລະບົບຫົວໃຈ. ໂຣກລີ້ນຫົວໃຈ (Heart Valve Disease) ຍັງສາມາດກ່ຽວຂ້ອງກັບອາການທີ່ມິດງຽບ ເຊິ່ງຫມາຍຄວາມວ່າ ບາງຄົນທີ່ເປັນ ໂຣກລີ້ນຫົວໃຈ (Heart Valve Disease) ບໍ່ສະແດງອາການ ຫຼືບໍ່ມີອາການ ຈົນກວ່າໂຣກຈະຮຸນແຮງ. ທັງຫມົດນີ້ ມີສ່ວນເຮັດໃຫ້ ການຂາດຄວາມຮັບຮູ້ ກ່ຽວກັບໂຣກ ຊຶ່ງອາດເຮັດໃຫ້ການວິນິໄສ ມີຄວາມຫຍຸ້ງຍາກ."
ເຖິງຢ່າງໃດກໍຕາມ, ສະມາຊິກສະພາ, Maria Vamvakinou, ຜູ້ທີ່ຍັງເປັນສະມາຊິກຂອງກຸ່ມ Friends of Heart and Stroke ຂອງຣັຖສະພາ, ສເນີຄວາມຄິດເຫັນທີ່ແຕກຕ່າງກັນ.
ນາງກ່າວວ່າ ການຂາດຄວາມຮັບຮູ້ ກ່ຽວກັບໂຣກລີ້ນຫົວໃຈ (Heart Valve Disease) ນີ້ ຈະສະແດງໃຫ້ເຫັນ ເຖິງການຂາດການສົ່ງຂໍ້ຄວາມທີ່ເຫມາະສົມ ຕໍ່ຊຸມຊົນທີ່ມີຫຼາຍວັດທະນະທັມ ຂອງອອສເຕຣເລັຍ.
"ຊາວອອສເຕຣເລັຍຈໍານວນຫຼາຍ ທີ່ມາຈາກຊຸມຊົນຊາວອົບພະຍົບ, ຍ້ອນຂາດທັກສະດ້ານພາສາອັງກິດ ຫຼື ການຂາດໂຄງການທີ່ແນເປົ້າຫມາຍໃສ່ຊຸມຊົນເຫຼົ່ານັ້ນໂດຍສະເພາະ, ໃນພາສາຂອງເຂົາ, ບໍ່ອາດຈະໄດ້ຮັບຜົນປໂຍດ ຈາກຂໍ້ມູນ ຫຼື ການຄົ້ນຄວ້າໃດໆ ກ່ຽວກັບໂຣກນີ້ ແລະ ໂຣກລີ້ນຫົວໃຈ (Heart Valve Disease) ກໍແມ່ນຫນຶ່ງໃນນັ້ນ. ດັ່ງນັ້ນ, ຈຶ່ງມີບັນຫາດ້ານພາສາອີກດ້ວຍ."
ການຂາດອາການ ຫຼືລັກສນະທີ່ບໍ່ຮຸນແຮງ ຂອງໂຣກນີ້ ອາດເຮັດໃຫ້ຫຼາຍຄົນເບິ່ງຂ້າມໂຣກນີ້ວ່າ ບໍ່ແມ່ນເລື້ອງສໍາຄັນ.
ນັ້ນແມ່ນຄວາມຜິດພາດ ທີ່ອາດມີລາຄາແພງໃນພາຍຫຼັງ.
Philip Hurran ແມ່ນຫນຶ່ງໃນຫຼາຍໆຄົນ ໃນອອສເຕຣເລັຍ ທີ່ເປັນໂຣກລີ້ນຫົວໃຈ (Heart Valve Disease).
ລາວເວົ້າວ່າ ລາວບໍ່ຮູ້ວ່າ ລາວເປັນໂຣກລີ້ນຫົວໃຈ (Heart Valve Disease) ຈົນກວ່າ ລາວໄດ້ຖືກກວດພົບ ໃນເຫດການທີ່ບໍ່ກ່ຽວກັນ.
"ຂ້ອຍມີອຸບັດເຫດທາງຣົດຈັກ. ແລະມັນກໍບໍ່ແມ່ນອຸບັດເຫດທີ່ຮ້າຍແຮງແຕ່ຢ່າງໃດ ແຕ່ກະດູກຂ້າງຫັກສອງອັນ ແລະເຮັດໃຫ້ຂ້ອຍຕ້ອງໄປໂຮງຫມໍ ເພື່ອຮັບການປະເມີນ. ແລະຕອນຢູ່ໂຮງຫມໍ, ເຂົາເຈົ້າໄດ້ເລີ່ມເວົ້າເຖິງ ອາການລີ້ນຫົວໃຈຂອງຂ້ອຍ, ຊຶ່ງຂ້ອຍບໍ່ຮູ້ເລື້ອງນັ້ນເລີຍ. ສະນັ້ນ, ສໍາລັບຂ້ອຍແລ້ວ ມັນເປັນເລື່ອງທີ່ຫນ້າຕົກໃຈຫລາຍ, ໂດຍສະເພາະຕອນທີ່ ເຂົາໄດ້ບອກວ່າ ເປັນຂັ້ນທີ່ຮ້າຍແຮງ."
ໂດຍທີ່ມີປະຊາຊົນຫຼາຍແສນຄົນ ທີ່ໃຊ້ຊີວິດກັບໂຣກ ທີ່ອາດເປັນອັນຕະລາຍເຖິງຕາຍ ແລະຈໍານວນດັ່ງກ່າວ ຄາດວ່າຈະເພີ່ມຂຶ້ນ. ຜູ້ຊ່ຽວຊານເຫັນດີວ່າ ຕ້ອງໄດ້ເຮັດຕື່ມອີກ ເພື່ອເພີ່ມຄວາມຮັບຮູ້ ເພື່ອໃຫ້ປະຊາຊົນໄດ້ຮັບການກວດ.
Ms Vamvakinou ກ່າວວ່າ ການປ້ອງກັນ ແມ່ນກ່ຽວກັບການສື່ສານທີ່ດີ ລະຫວ່າງຄົນເຈັບ ແລະນາຍໝໍຂອງເຂົາເຈົ້າ.
"ສ່ວນຫນຶ່ງຂອງຄວາມພະຍາຍາມ ໃນການຍົກລະດັບຄວາມຮັບຮູ້ ບໍ່ພຽງແຕ່ເພື່ອໃຫ້ແນ່ໃຈວ່າ ຄົນເຮົາບໍ່ຕາຍ ເນື່ອງຈາກອາການທີ່ສາມາດປິ່ນປົວໄດ້, ແຕ່ມັນກໍມີຄວາມສໍາຄັນ ເພື່ອໃຫ້ຄົນເຮົາໄດ້ຮັບຮູ້ວ່າ ອາການບາງຢ່າງ ບໍ່ໄດ້ຖືກເບິ່ງຂ້າມວ່າ ບໍ່ມີຄວາມກ່ຽວຂ້ອງ. ດັ່ງນັ້ນ, ການມີສ່ວນຮ່ວມກັບນາຍໝໍ, ເວົ້າຫຼາຍຂຶ້ນກ່ຽວກັບອາການ, ແລະສໍາລັບ ນາຍໝໍ ຄວນຈະກວດຂັ້ນພື້ນຖານເຫຼົ່ານັ້ນ ຊຶ່ງໃນກໍລະນີນີ້, ຄືການໃຊ້ຫູຟັງ (Stethoscope) ກັບຄົນເຈັບ ທີ່ເວົ້າເຖິງອາການ ທີ່ສາມາດລະບຸໄດ້ວ່າເປັນ ພະຍາດvalve ຫົວໃຈ (Heart Valve Disease)."
ທ່ານ Hurran ແນະນໍາໃຫ້ຜູ້ຄົນ ໄດ້ຮັບການທົດສອບ ກ່ອນທີ່ມັນຈະຊ້າເກີນໄປ.
"ຄໍາແນະນໍາຂອງຂ້າພະເຈົ້າແມ່ນ, ແລະຂ້າພະເຈົ້າບໍ່ຮູ້ວ່າຈະແມ່ນອາຍຸສ່ຳໃດ, ອາດຈະຂ້າພະເຈົ້າຈະເວົ້າວ່າ 60 ຫຼືປະມານນັ້ນ, ພຽງແຕ່ຊຸກຍູ້ ແລະບອກນາຍໝໍ ຂອງທ່ານ ໃຫ້ກວດຢ່າງລະອຽດ, ເຊິ່ງພວກເຂົາສາມາດເຮັດໄດ້, ແລະຖ້າຈໍາເປັນ, ກໍໃຫ້ແນະນໍາທ່ານກ່ຽວກັບເລື້ອງນີ້."
ເນື້ອເລື່ອງໂດຍ Alex Anyfantis ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌