ຄວາມລັງເລໃຈຂອງຜູ້ຍິງທີ່ຈະໂທຫາ 000

AMBULANCE VICTORIA STOCK

ຣົດພະຍາບານ. Source: AAP / JAMES ROSS/AAPIMAGE

ການສໍາຫລວດໃຫມ່ພົບວ່າ ປະມານຫນຶ່ງສ່ວນສາມ ຂອງຜູ້ຄົນ ຈະບໍ່ໂທຫາ Triple O ຖ້າຫາກເຂົາເຈົ້າ ມີສັນຍານຂອງອາການໂຣກຫົວໃຈ.ແຕ່ຜູ້ຊ່ຽວຊານກ່າວວ່າ ທຸກນາທີມີຄວາມສໍາຄັນຫລາຍ ເມື່ອບາງຄົນມີອາການຫົວໃຈວາຍ-ແລະຜູ້ຄົນ ບໍ່ຄວນຢ້ານທີ່ຈະຂໍຄວາມຊ່ອຍເຫລືອ.


ຄວາມລັງເລໃຈຂອງຜູ້ຍິງທີ່ຈະໂທຫາ 000.

ການສໍາຫລວດໃຫມ່ພົບວ່າ ປະມານຫນຶ່ງສ່ວນສາມ ຂອງຜູ້ຄົນ ຈະບໍ່ໂທຫາ Triple O ຖ້າຫາກເຂົາເຈົ້າ ມີສັນຍານຂອງອາການໂຣກຫົວໃຈ.

ແຕ່ຜູ້ຊ່ຽວຊານກ່າວວ່າ ທຸກນາທີມີຄວາມສໍາຄັນຫລາຍ ເມື່ອບາງຄົນມີອາການຫົວໃຈວາຍ-ແລະຜູ້ຄົນ ບໍ່ຄວນຢ້ານທີ່ຈະຂໍຄວາມຊ່ອຍເຫລືອ.

Edwina Guinan ແລະ Adriana Wainstok ມີລາຍງານ.

ເມື່ອSharyn French ໄດ້ລົ້ມປ່ວຍ ເມື່ອບໍ່ດົນມານີ້, ນາງບໍ່ຮູ້ວ່າ ອາການຂອງນາງຫມາຍເຖິງຫຍັງ.

"ຂ້ອຍຮູ້ສຶກວິນຫົວ, ປຸ້ນທ້ອງ, ຮູ້ສຶກມຶນທີ່ແຂນຂ້າງເທິງ, ເຈັບປວດຄາງ, ຫນັກທີ່ໜ້າເອິກ."

Sharyn French ອາຍຸ 51 ປີ, ເປັນແມ່ຂອງລູກສາມຄົນ ໃນທີ່ສຸດຖືກວິນິດສັຍວ່າ ເປັນໂຣກ Spontaneous Coronary Artery Dissection, ຫຼື SCAD ຊຶ່ງເປັນພາວະທາງຫົວໃຈ ທີ່ກະທົບຕໍ່ຜູ້ຍິງ-ແລະມັກເກີດຂຶ້ນ ກັບຄົນທີ່ແຂງແຮງ ແລະມີສຸຂະພາບດີ.

ໃນທີ່ສຸດພໍ່ ແມ່ຂອງຜົວລາວ ໄດ້ເອີ້ນຣົດພະຍາບານ, ເພາະ Sharyn French ບໍ່ຮູ້ວ່າສະພາບການນັ້ນ ຮ້າຍແຮງຫລາຍຂນາດໃດ.

"ຂ້ອຍບໍ່ເຄີຍ ຮູ້ສຶກເຖິງອາການເຫລົ່ານັ້ນມາກ່ອນ ແລະຂ້ອຍຄິດວ່າ, ໂອ້, ຂ້ອຍຈະໄປອາບນ້ຳ. ຂ້ອຍບໍ່ເປັນຫຍັງ. ສະນັ້ນ, ຂ້ອຍຈຶ່ງຍ່າງໄປຕາມທາງທີ່ຍາວທີ່ສຸດ. ມັນປະມານ 20 ແມັດ, ລົງໄປຫາສົ້ນເບື້ອງຫນຶ່ງ, ແລະທຸກຄົນກໍພາກັນໄປກິນກາເຟ ຍົກເວັ້ນແຕ່ ພໍ່ແມ່ຂອງຜົວຂ້ອຍ,ແລະຂ້ອຍໄດ້ລົ້ມລົງຢູ່ພື້ນ ແລະລຸກຂຶ້ນບໍ່ໄດ້."

ໂຣກຫົວໃຈ ເປັນສາເຫດສໍາຄັນ ຂອງການຕາຍ ສໍາລັບທັງຜູ້ຍິງ ແລະຜູ້ຊາຍ.

ແຕ່ການສໍາຫລວດຈາກ 34,000 ຄົນ ທີ່ຫາກໍຖືກພິມ ໃນວາຣະສານການແພດ ຂອງປະເທດອັງກິດພົບວ່າ ປະມານຫນຶ່ງສ່ວນສາມ ຂອງຄົນ ຈະບໍ່ໂທຫາ Triple-0 ຖ້າຫາກເຂົາເຈົ້າ ປະສົບກັບສັນຍານນັ້ນ.

ມັນພົບວ່າ ຜູ້ຍິງອາດບໍ່ຮູ້ວ່າ ຕົນເອງເປັນໂຣກຫົວໃຈ ເພາະອາການອາດແຕກຕ່າງ ຈາກຜູ້ຊາຍ.

Dr Linda Worrall-Carter ເປັນຜູ້ອໍານວຍການ ຂອງອົງການ Her Heart,ແລະກ່າວວ່າ ຍັງຂາດຂໍ້ມູນ ກ່ຽວກັບຄວາມຫມາຍ ຂອງຜູ້ຍິງທີ່ມີອາການຫົວໃຈວາຍ.

"ຕາມປົກກະຕິແລ້ວ, ເຮົາໄດ້ເຫັນຄວາມສົນໃຈຂອງສື່ ກ່ຽວກັບຜູ້ຊາຍ, ແລະການຄົ້ນຄວ້າ ສະແດງໃຫ້ເຫັນວ່າ ຜູ້ຍິງມີອາການທີ່ແຕກຕ່າງຈາກຜູ້ຊາຍຫລາຍ. ສະນັ້ນ, ຈຶ່ງມີການຂາດຄວາມຮັບຮູ້ ທັງໃນຊຸມຊົນ, ໃນຜູ້ຍິງໂດຍທົ່ວໄປ, ແລະຍັງຮວມເຖິງ ຜູ້ຊ່ຽວຊານດ້ານສຸຂະພາບ ນໍາອີກ."

ພາບພະຍົນ ແລະລາຍການໂທລະພາບ ຕາມປົກກະຕິແລ້ວ ຈະສະແດງໃຫ້ເຫັນອາການຂອງຜູ້ຊາຍ, ໂດຍທີ່ບາງຄົນເຈັບໜ້າເອິກ ເປັນພາບທີ່ເຫັນຫຼາຍທີ່ສຸດ ຂອງອາການຫົວໃຈເຕັ້ນໄວ (Tachycardia) ໃນໜ້າຈໍ.

Dr Worrall-Carter ກ່າວວ່າ ຜູ້ຍິງສ່ວນຫລາຍ ບໍ່ໄດ້ມີ ອາການເຈັບໜ້າເອິກ.

"ຜູ້ຍິງ ຫຼາຍເຖິງ 60 ເປີເຊັນ ຈະບໍ່ເຈັບໜ້າເອິກ, ແລະຂ້າພະເຈົ້າຄິດວ່າ ນີ້ເປັນສິ່ງທີ່ ຜູ້ຄົນມັກຈະຄິດວ່າ ມັນຈະເກີດຂຶ້ນສເມີ. ພວກເຮົາຮູ້ວ່າ ຜູ້ຍິງຈະຈົ່ມວ່າ ເຈັບປວດຈົນເຖິງຄາງ, ຢ້ອນກັບຄືນໄປຫາບ່າໄຫລ່, ເຂົາເຈົ້າອາດຮູ້ສຶກຫາຍໃຈຖີ່, ວິນຫົວ, ປຸ້ນທ້ອງ, ແລະຮູ້ສຶກອິດເມື່ອຍຫລາຍ."

ການຄົ້ນຄວ້າອີກອັນນຶ່ງ ໂດຍມະຫາວິທະຍາໄລ Monash ພົບວ່າ ຜູ້ຍິງສ່ວນຫລາຍ ຈະລັງເລໃຈ ທີ່ຈະຂໍຄວາມຊ່ອຍເຫລືອ ສໍາລັບຄວາມສົງໄສວ່າເປັນໂຣກຫົວໃຈ.

35 ເປີເຊັນຂອງຜູ້ແບບສອບຖາມກ່າວວ່າ ເຂົາເຈົ້າບໍ່ຢາກເປັນພາລະ ຕໍ່ໃນການບໍຣິການສຸກເສີນ-ເມື່ອປຽບທຽບໃສ່ກັບ 27 ເປີເຊັນຂອງຜູ້ຊາຍ.

Paramedic ແລະ Associate Professor Kathryn Eastwood ກ່າວວ່າຜູ້ຍິງສ່ວນຫລາຍໃນການຄົ້ນຄວ້າ ມັກທີ່ຈະຕິດຕໍ່ຫາ GP ຂອງເຂົາເຈົ້າ.

"ເຂົາເຈົ້າ ຢາກໃຫ້ແນ່ໃຈວ່າ ມັນເປັນອາການຂອງໂຣກຫົວໃຈວາຍແທ້ໆ ທີ່ເຂົາເຈົ້າກໍາລັງປະສົບຢູ່. ແລະໂດຍສະເພາະ ສໍາລັບຜູ້ຍິງ, ເຂົາເຈົ້າຄິດວ່າ ເຂົາເຈົ້າມີຄວາມສ່ຽງຫນ້ອຍ ທີ່ອາການຂອງເຂົາເຈົ້າເປັນຈະແມ່ນໂຣກຫົວໃຈວາຍ."

ແຕ່ການເປັນຜູ້ຍິງ ບໍ່ໄດ້ເປັນເຫດຜົນດຽວ ທີ່ຜູ້ຄົນບໍ່ໂທຣະສັບ ເພື່ອຂໍຄວາມຊ່ອຍເຫຼືອ.

Professor Eastwood ກ່າວວ່າ ການຄົ້ນຄວ້າທີ່ Monash University ໄດ້ຊີ້ບອກ ເຖິງອຸບປະສັກ ໃນການດູແລສຸຂະພາບ ສໍາລັບຜູ້ຄົນທີ່ ພາສາອັງກິດ ບໍ່ແມ່ນພາສາທຳອິດຂອງເຂົາເຈົ້າ.

"ພວກເຮົາພົບວ່າ ຜູ້ທີ່ເກີດຢູ່ຕ່າງປະເທດ ຫລືໃຊ້ພາສາອື່ນຢູ່ເຮືອນ ນອກຈາກພາສາອັງກິດ ມີຄວາມເປັນໄປໄດ້ຫນ້ອຍກວ່າ ທີ່ຈະຖືກພາໄປໂຮງຫມໍ ດ້ວຍຣົດພະຍາບານ. ສິ່ງນີ້, ແມ່ນໜ້າເປັນຫ່ວງ, ແຕ່ມັນໃຫ້ໂອກາດເຮົາ ທີ່ຈະໃຫ້ຄວາມຮູ້ແກ່ຜູ້ຄົນ ໂດຍສະເພາະກ່ຽວກັບເວລາທີ່ຈະໂທຫາເຮົາ....ແລະວ່າບໍ່ເປັນຫຍັງ ທີ່ຈະໂທຫາເຮົາ."

Professor Eastwood ກ່າວວ່າ ຂໍ້ຄວາມສໍາລັບທຸກຄົນແມ່ນງ່າຍໆ.

"ໂທຫາພວກເຮົາກ່ອນ, ແລ້ວຄ່ອຍຕັດສິນໃຈນຳຫຼັງ. ຢ່າກັງວົນ ກ່ຽວກັບວ່າ ມັນຈະສ້າງຄວາມບໍ່ສະດວກໃຫ້ເຮົາ; ນັ້ນຄືສິ່ງທີ່ພວກເຮົາເຮັດ...ຢ່າລັງເລໃຈ."

Sharyn French ເວົ້າວ່າ ນາງເຫັນພ້ອມ.

"ຂ້ອຍຄິດວ່າຂ້ອຍມີ virus, ຂ້ອຍຄິດວ່າ ຂ້ອຍຕ້ອງນອນພັກຜ່ອນ. ແລະການອອກໄປຈາກທຸກຄົນ ກໍເປັນຄວາມຜິດພາດ ແລະຂ້ອຍກໍຮູ້ວ່າ ເມື່ອຂ້ອຍລົ້ມລົງຢູ່ພື້ນ ແລະເຄື່ອນຍ້າຍບໍ່ໄດ້."

ແຕ່ນາງເວົ້າວ່າ ນາງມີຄວາມຮູ້ບຸນຄຸນຫລາຍ ທີ່ໄດ້ຮັບການປິ່ນປົວ ຢ່າງທັນເວລາ-ແລະໄດ້ຮັບໂອກາດເທື່ອທີສອງ.

"ຂ້ອຍຮູ້ສຶກເປັນບຸນຄຸນຫຼາຍ ຂ້ອຍຮູ້ສຶກຂອບໃຈສໍາລັບຊີວິດ, ຂ້ອຍຮູ້ສຶກວ່າ ທຸກສິ່ງເປັນສິດທິພິເສດ."

ເນື້ອເລື່ອງໂດຍ Adriana Wainstok and Edwina Guinan  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share